ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ຫ້ອງການ     ເລກທີ 0290/ຫອຄ.ນຄຕ.ສຝ
ນະຄອນຫລວງວຽງຈັນ, ວັນທີ 01 FEB 2016

ແຈ້ງການ

ຮຽນ:  - ທ່ານຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ
         - ທ່ານຫົວໜ້າກົມພາສີ, ກະຊວງການເງິນ
         - ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງ
         - ທ່ານເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ເລື່ອງ: ການຈັດຕັ້ງປະຕິບັດບຸລິມະສິດອັດຕາພາສີ ລາວ-ຫວຽດນາມ ນັບແຕ່ ປີ 2016 ເປັນຕົ້ນໄປ  ຕາມສັນຍາການຄ້າສອງຝ່າຍລາວ-ຫວຽດນາມ.

  • ອີງຕາມເນື້ອໃນຂອງສັນຍາການຄ້າ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ສະບັບລົງວັນທີ 03 ມີນາ 2015.
  • ອີງຕາມໜັງສືຈາກກະຊວງການຕ່າງປະເທດ ສະບັບເລກທີ 170/AE.DT.1, ລົງວັນທີ 7 ສິງຫາ 2015.

       ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ການຈັດຕັ້ງປະຕິບັດບຸລິມະສິດອັດຕາພາສີ ລາວ-ຫວຽດນາມ ນັບແຕ່ ປີ 2016 ເປັນຕົ້ນໄປ ແມ່ນໃຫ້ຈັດຕັ້ງປະຕິບັດຕາມເນື້ອໃນ ຂອງສັນຍາການຄ້າ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ລົງນາມຮ່ວມກັນໃນວັນທີ 03 ມີນາ 2015 ແລະ ມີຜົນສັກສິດນັບແຕ່ວັນທີ 03 ຕຸລາ 2015 ເປັນຕົ້ນໄປ, ຊຶ່ງໃນສັນຍາດັ່ງກ່າວ ສອງຝ່າຍໄດ້ໃຫ້ບຸລິມະສິດອັດຕາພາສີ ນຳເຂົ້າ-ສົ່ງອອກ ຊຶ່ງກັນ ແລະ ກັນ ລາຍລະອຽດ ດັ່ງນີ້:

1.    ລາຍການສິນຄ້າທີ່ນອນໃນບັນຊີ 3 ແລະ ລາຍການສິນຄ້າທີ່ບໍ່ນອນໃນບັນຊີ 1a, 1b, 2a, 2b ຂອງສັນຍາ ແມ່ນຈະໄດ້ຮັບອັດຕາພາສີ 0%.

2.    ລາຍການສິນຄ້າທີ່ນອນໃນບັນຊີ 1a ຂອງສັນຍາ ແມ່ນຈະໄດ້ຮັບການຫຼຸດອັດຕາພາສີ 50% ຈາກອັດຕາພາສີ ຂາເຂົ້າ ຂອງ ສປປ ລາວ ທີ່ໃຫ້ພາຍໃຕ້ສັນຍາການຄ້າວ່າດ້ວຍຜະລິດຕະພັນໃນຂອບອາຊຽນ (ATIGA); ແລະ ບັນຊີ 2a ຂອງສັນຍາ ແມ່ນບໍ່ໄດ້ຮັບການຫຼຸດອັດຕາພາສີຂາເຂົ້າ ຂອງ ສປປ ລາວ. ບັນດາລາຍການສິນຄ້າ ແມ່ນອີງຕາມສາລະບານອັດຕາພາສີເອກະພາບອາຊຽນ ປີ 2012 (AHTN 2012) ຂອງ ສປປ ລາວ.

3.    ລາຍການສິນຄ້າທີ່ນອນໃນບັນຊີ 1b ຂອງສັນຍາ ແມ່ນຈະໄດ້ຮັບການຫຼຸດອັດຕາພາສີ 50% ຈາກອັດຕາພາສີ ຂາເຂົ້າ ຂອງ ສສ ຫວຽດນາມ ທີ່ໃຫ້ພາຍໃຕ້ສັນຍາການຄ້າວ່າດ້ວຍຜະລິດຕະພັນໃນຂອບອາຊຽນ (ATIGA); ແລະ ບັນຊີ 2b ຂອງສັນຍາ ແມ່ນບໍ່ໄດ້ຮັບການຫຼຸດອັດຕາພາສີຂາເຂົ້າ ຂອງ ສສ ຫວຽດນາມ. ບັນດາລາຍການສິນຄ້າ ແມ່ນອີງຕາມສາລະບານອັດຕາພາສີເອກະພາບອາຊຽນ ປີ 2012 (AHTN 2012) ຂອງ ສສ ຫວຽດນາມ.

4.    ສິນຄ້າຈະໄດ້ຮັບບຸລິມະສິດອັດຕາພາສີ ລາວ-ຫວຽດນາມ ຕ້ອງນຳໃຊ້ ແລະ ສອດຄ່ອງກັບລະບຽບແຫຼ່ງກຳເນີດສິນຄ້າ ຕາມຂໍ້ຕົກລົງ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ວ່າດ້ວຍລະບຽບແຫຼ່ງກຳເນີດສິນຄ້າ ນຳໃຊ້ຕໍ່ສິນຄ້າໄດ້ບຸລິມະສິດ ອັດຕາພາສີ ນຳເຂົ້າ-ສົ່ງອອກ ລາວ-ຫວຽດນາມ, ສະບັບລົງວັນທີ 01 ຕຸລາ 2009 (Form S).

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຈັດຕັ້ງປະຕິບັດຢ່າງຖືກຕ້ອງດ້ວຍ.

ຮັກສາການຫົວໜ້າຫ້ອງການ,
(ເຊັນ ແລະ ປະທັບຕາ)
ພຸດທະວັນ ນັນທະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the implementation of preferential tariff between Laos-Vietnam starting from 2016 in accordance with Laos-Vietnam bilateral trade agreement, No. 0290/PSO.FTPD.BTD, dated 01 Feb 2016 PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດບຸລິມະສິດອັດຕາພາສີ ລາວ-ຫວຽດນາມ ນັບແຕ່ ປີ 2016 ເປັນຕົ້ນໄປ ຕາມ ສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມມ, ສະບັບເລກທີ 0290/ຫອຄ.ນຄຕ.ສຝ, ລົງວັນທີ 01 ກຸມພາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.