ສາລະບານ

1.    ການເຂົ້າລົດ, ສິ້ນສ່ວນອາໄຫຼ່ລົດ ...

2.    ເພື່ອຮັບປະກັນການຄຸ້ມຄອງລວມສູນເປັນເອກະພາບ ...

3.    ການນຳເຂົ້າລົດຂອງນັກການທູດ, ຊ່ຽວຊານຕ່າງປະເທດ, ...

4.    ການນຳເຂົ້າລົດຮັບໃຊ້ສຳນັກງານອົງການລັດຖະບານ, ອົງການຈັດຕັ້ງພັກ, ...

5.    ການນຳເຂົ້າລົດຕາມດຳລັດ ເລກທີ 71/ນຍ, ລົງວັນທີ 28/5/02 ...

6.    ຜູ້ນຳເຂົ້າລົດ, ສິ້ນສ່ວນລົດປະກອບ ເພື່ອມາຈຳໜ່າຍ ...

7.    ບຸກຄົນ, ນິຕິບຸກຄົນສາມາດນຳລົດເຂົ້າມາໄວ້ສາງພັກສິນຄ້າຊົ່ວຄາວ (ສາງຈິງ) ...

8.    ຂັ້ນຕອນການຂໍອະນຸຍາດນຳເຂົ້າໃຫ້ປະຕິບັດດັ່ງນີ້: ບຸກຄົນ, ນິຕິບຸກຄົນ ...

9.    ໃນກໍລະນີປະເພດລົດ, ສິ້ນສ່ວນປະກອບລົດທີ່ບໍ່ມີຢູ່ໃນຕາຕະລາງ ...

10.  ສະເພາະໃບອະນຸຍາດທີ່ກະຊວງການຄ້າ (ກົມການຄ້າຕ່າງປະເທດ) ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການຄ້າ    ເລກທີ 0340/ກຄ.ຕປທ
ນະຄອນຫຼວງວຽງຈັນ, ວັນທີ 27 ມີນາ 2003

ແຈ້ງການ
ຂອງລັດຖະມົນຕີວ່າການກະຊວງການຄ້າ
ກ່ຽວກັບການນຳເຂົ້າລົດ, ສິ້ນສ່ວນອາໄຫຼ່ລົດ ເພື່ອມາປະກອບຢູ່ໂຮງງານ

-    ອີງຕາມດຳລັດ ເລກທີ 205/ນຍ ລົງວັນທີ 11/10/01 ວ່າດ້ວຍການຄຸ້ມຄອງການສົ່ງອອກ ແລະ ການນຳເຂົ້າ.
-    ອີງຕາມຂໍ້ກຳນົດ ເລກທີ 105/ກຄ.ຕປທ ລົງວັນທີ 25/1/02 ວ່າດ້ວຍການຄຸ້ມຄອງການນຳເຂົ້າ ແລະ ການຈຳໜ່າຍລົດ.
-    ອີງຕາມຂໍ້ຕົກລົງ ເລກທີ 14/ນຍ ລົງວັນທີ 28/2/03 ຂອງນາຍົກລັດຖະມົນຕີ ກ່ຽວກັບການນຳເຂົ້າລົດ, ສິ້ນສ່ວນອາໄຫຼ່ລົດ ເພື່ອມາປະກອບຢູ່ໂຮງງານ.

    ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ດຳລັດ, ຂໍ້ກຳນົດ ແລະ ຂໍ້ຕົກລົງດັ່ງກ່າວມາຂ້າງເທິງ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ລັດຖະມົນຕີວ່າການກະຊວງການຄ້າອອກແຈ້ງການ

1.    ການນຳເຂົ້າລົດ, ສິ້ນສ່ວນອາໄຫຼ່ລົດ ເພື່ອມາປະກອບຢູ່ໂຮງງານ ແມ່ນດຳເນີນການຕາມກົນໄກຕະຫຼາດ ແລະ ພາຍໃຕ້ລະບຽບກົດໝາຍ ເປັນຕົ້ນກົດໝາຍສ່ວຍສາອາກອນ ສະບັບເລກທີ 10/ສຍຊ ລົງວັນທີ 12/10/02 ແລະ ກົດໝາຍພາສີ ສະບັບເລກທີ 04/94 ລົງວັນທີ 18/7/1994 ໂດຍເສັຍພາສີ-ອາກອນເທື່ອດຽວ ກ່ອນການນຳເຂົ້າ. ຂ້າງເທິງ

2.    ເພື່ອຮັບປະກັນການຄຸ້ມຄອງລວມສູນເປັນເອກະພາບ ກະຊວງການຄ້າ ເປັນຜູ້ອອກອະນຸຍາດນຳເຂົ້າ, ສຳລັບມາດຕະຖານດ້ານເຕັກນິກຂອງລົດ ແລະ ສິ້ນສ່ວນຂອງລົດ ເພື່ອມາປະກອບ ແມ່ນໃຫ້ປະຕິບັດຕາມຂໍ້ກຳນົດຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ສະບັບເລກທີ 4312/ຄຂປກ, ລົງວັນທີ 11/11/02. ສຳລັບສິ້ນສ່ວນລົດທີ່ໃຊ້ແລ້ວ (ລົດມືສອງ) ປະເພດລົດຮັບໃຊ້ການຜະລິດ ແລະ ການບໍລິການຂົນສົ່ງໂດຍສານ ກໍ່ຄືການຂົນສົ່ງສິນຄ້າຕ່າງໆ, ທີ່ນຳເຂົ້າມາໃນຮູບແບບ SKD/IKD ຕາມລະບຽບການຂອງກະຊວງອຸດສາຫະກຳ-ຫັດຖະກຳນັ້ນ ຄຸນນະພາບຂອງລົດທີ່ຟື້ນຟູແລ້ວຕ້ອງບໍ່ໃຫ້ຫຼຸດ 80% ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງ ເລກທີ 14/ນຍ, ລົງວັນທີ 28/2/03 ຢ່າງເຂັ້ມງວດ. 

3.    ການນຳເຂົ້າລົດຂອງນັກການທູດ, ຊ່ຽວຊານຕ່າງປະເທດ, ອົງການຈັດຕັ້ງສາກົນ, ການນຳເຂົ້າຮັບໃຊ້ໂຄງການລົງທຶນພາຍໃນ ຫຼື ຕ່າງປະເທດ, ການຊ່ວຍເຫຼືອລ້າ ແລະ ກູ້ຢືມຕ່າງໆ ແມ່ນຕ້ອງປະຕິບັດຕາມລະບຽບ ແລະ ກົດໝາຍກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ, ຫຼັງຈາກນັ້ນ ກະຊວງການຄ້າ ອອກອະນຸຍາດນຳເຂົ້າຄືກັບຜ່ານມາ. ຂ້າງເທິງ

4.    ການນຳເຂົ້າລົດຮັບໃຊ້ສຳນັກງານອົງການລັດຖະບານ, ອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ ລວມທັງແຂວງ, ກຳແພງນະຄອນ ແລະ ເຂດພິເສດ ໃຫ້ປະຕິບັດຕາມແຈ້ງການ ສະບັບເລກທີ 0886/ຫສນຍ.ກລຂ, ລົງວັນທີ 19/5/2000 ໂດຍຜ່ານການອະນຸມັດງົບປະມານຈາກກະຊວງການເງິນເທົ່ານັ້ນ.

5.    ການນຳເຂົ້າລົດຕາມດຳລັດ ເລກທີ 71/ນຍ, ລົງວັນທີ 28/5/02 ກະຊວງການຄ້າມອບຕົວເລກນຳເຂົ້າໃຫ້ກະຊວງແຮງງານ ເປັນແຕ່ລະປີ ເພື່ອຈັດສັນຕາມເນື້ອໃນຂອງດຳລັດ ເລກທີ 71/ນຍ ຫຼັງຈາກນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງຄືນມາຍັງ ກະຊວງການຄ້າ ເພື່ອອອກອະນຸຍາດນຳເຂົ້າ ໂດຍຜູ້ໄດ້ຮັບນະໂຍບາຍ ຕ້ອງໄດ້ປະຕິບັດຂັ້ນຕອນເສັຍພາສີ ແລະ ອາກອນຄົບຖ້ວນ ຕາມລະບຽບການ ແລະ ຂັ້ນຕອນ ທີ່ບົ່ງໄວ້ໃນຂໍ້ 8 ຂອງແຈ້ງການ ສະບັບນີ້. ຂ້າງເທິງ

6.    ຜູ້ນຳເຂົ້າລົດ, ສິ້ນສ່ວນລົດປະກອບ ເພື່ອມາຈຳໜ່າຍ ຕ້ອງປະກອບດ້ວຍເງື່ອນໄຂ ຕາມທີ່ລະບຸໄວ້ໃນຂໍ້ກຳນົດ ເລກທີ 105/ກຄ.ຕປທ, ລົງວັນທີ 25/20/02 ວ່າດ້ວຍການຄຸ້ມຄອງການນຳເຂົ້າ ແລະ ຈຳໜ່າຍລົດ. ນອກຈາກນີ້ ສຳລັບຜູ້ນຳເຂົ້າສິ້ນສ່ວນລົດປະກອບ ໃຫ້ສະເໜີຜ່ານກະຊວງອຸດສາຫະກຳ ແລະ ຫັດຖະກຳ.

7.    ບຸກຄົນ, ນິຕິບຸກຄົນສາມາດນຳລົດເຂົ້າມາໄວ້ສາງພັກສິນຄ້າຊົ່ວຄາວ (ສາງຈິງ) ຢູ່ດ່ານສາກົນ ແຕ່ຕ້ອງປະຕິບັດຕາມຂໍ້ກຳນົດ ເລກທີ 105/ກຄ.ຕປທ, ລົງວັນທີ 25/01/02 ວ່າດ້ວຍການຄຸ້ມຄອງການນຳເຂົ້າ ແລະ ການຈຳໜ່າຍລົດ. ບຸກຄົນ, ນິຕິບຸກຄົນສາມາດນຳລົດທີ່ຢູ່ສາງພັກສິນຄ້າຊົ່ວຄາວ (ສາງຈິງ) ອອກຈຳໜ່າຍໄປປະເທດທີສາມໄດ້ຕາມຂໍ້ກຳນົດ ເລກທີ 1195/ກຄ, ລົງວັນທີ 19/10/01 ວ່າດ້ວຍທຸລະກິດການຄ້າຂາອອກຕໍ່ ແລະ ເງື່ອນໄຂລະບຽບການຂອງຂະແໜງການກ່ຽວຂ້ອງກຳນົດໄວ້. ຂ້າງເທິງ

8.    ຂັ້ນຕອນການຂໍອະນຸຍາດນຳເຂົ້າໃຫ້ປະຕິບັດດັ່ງນີ້: ບຸກຄົນ, ນິຕິບຸກຄົນທີມີຈຸດປະສົງຂໍນຳເຂົ້າລົດ, ແລະ ສິ້ນສ່ວນລົດ ເພື່ອມາປະກອບຢູ່ໂຮງງານ ຕ້ອງຍື່ນໃບສະເໜີຂໍອະນຸຍາດນຳເຂົ້າ ຢູ່ກະຊວງການຄ້າ (ກົມການຄ້າຕ່າງປະເທດ) ຈະສົ່ງຕໍ່ໄປຍັງກົມຂົນສົ່ງ ກະຊວງ ຄຂປກ ເພື່ອອະນຸຍາດທາງດ້ານເຕັກນິກ, ຫຼັງຈາກນັ້ນ  ຈຶ່ງໄປເສັຍພາສີ-ອາກອນນຳຂະແໜງການເງິນ ແລ້ວນຳເອກະສານທັງໝົດລວມທັງໃບຢັ້ງຢືນເສັຍພາສີ-ອາກອນ ມາຍັງກະຊວງການຄ້າ (ກົມການຄ້າຕ່າງປະເທດ) ເພື່ອກວດກາ ແລະ ອອກອະນຸຍາດນຳເຂົ້າ. ພາຍຫຼັງ ບຸກຄົນ ນິຕິບຸກຄົນ ໄດ້ໃບອະນຸຍາດແລ້ວ ຈຶ່ງໄປຍື່ນຕໍ່ເຈົ້າໜ້າທີ່ປະຈຳດ່ານ ຫຼື ສາງພັກສິນຄ້າ ກວດກາ ແລະ ນຳເຂົ້າຕາມລະບຽບການ.

9.    ໃນກໍລະນີປະເພດລົດ, ສິ້ນສ່ວນປະກອບລົດທີ່ບໍ່ມີຢູ່ໃນຕາຕະລາງ ເພື່ອແຈ້ງເສັຍພາສີ-ອາກອນ, ຜູ້ນຳເຂົ້າຈະຕ້ອງເອົາລາຄາໄປແຈ້ງຕໍ່ກົມການຄ້າພາຍໃນ ກະຊວງການຄ້າ ເພື່ອໄລ່ລຽງສົມເຫດສົມຜົນເສຍກ່ອນ ຈຶ່ງສາມາດໄປເສັຍພາສີ-ອາກອນນຳເຂົ້ານຳຂະແໜງການເງິນ. ຂ້າງເທິງ

10. ສະເພາະໃບອະນຸຍາດທີ່ກະຊວງການຄ້າ (ກົມການຄ້າຕ່າງປະເທດ) ໄດ້ອອກອະນຸຍາດໃຫ້ແລ້ວນັ້ນ ໃຫ້ພະແນກການຄ້າແຂວງ, ກຳແພງນະຄອນ ແລະ ເຂດພິເສດ ສືບຕໍ່ອອກແປັກມີນຳເຂົ້າລົດ, ສິ້ນສ່ວນລົດເພື່ອມາປະກອບໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຈົນກວ່າໃບອະນຸຍາດດັ່ງກ່າວ ຈະໝົດອາຍຸ. ແຕ່ບຸກຄົນ, ນິຕິບຸກຄົນ ຕ້ອງໄດ້ເສັຍພາສີ-ອາກອນຕາມອັດຕາໃໝ່. ນັບແຕ່ວັນທີ 1/4/03 ເປັນຕົ້ນໄປ ກະຊວງການຄ້າ (ກົມການຄ້າຕ່າງປະເທດ) ຈະເປັນຜູ້ອອກໃບອະນຸຍາດນຳເຂົ້າລົດ, ສິ້ນສ່ວນລົດເພື່ອມາປະກອບ ແລະ ຈະສົ່ງຕໍ່ໂດຍກົງໃຫ້ໜ່ວຍງານ ບ.ປ.ດ (ການຄ້າ), ວິຊາການກວດກາເຕັກນິກຂອງຂະແໜງ ຄຂປກ ແລະ ເຈົ້າໜ້າທີ່ພາສີປະຈຳດ່ານ ເພື່ອກວດກາຕົວຈິງເຫັນວ່າຖືກຕ້ອງແລ້ວ ຈຶ່ງສາມາດນຳເຂົ້າເລີຍ ທັງນີ້ກໍ່ເພື່ອຫຼຸດຜ່ອນຂັ້ນຕອນການປະກອບເອກະສານ ແລະ ອຳນວຍຄວາມສະດວກໃຫ້ບຸກຄົນ, ນິຕິບຸກຄົນດັ່ງກ່າວ.

     ແຈ້ງການສະບັບນີ້ມີຜົນສັກສິດ ນັບແຕ່ວັນທີ 1/4/03 ເປັນຕົ້ນໄປ. ສ່ວນແຈ້ງການ ສະບັບເລກທີ 151/ກຄ.ຕປທ ລົງວັນທີ 8/2/02 ແມ່ນລົບລ້າງ.

(ຕາງໜ້າ) ລັດຖະມົນຕີວ່າການກະຊວງການຄ້າ
(ເຊັນ ແລະ ປະທັບກາ)

ສຽວສະຫວາດ ສະແຫວງສຶກສາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Importation of Vehicle, Spare Parts for Assembling Factories No. 0340/MoIC/FTPD, dated 27 March 2003 PDF
2 ແຈ້ງການ ກ່ຽວກັບ ການນຳເຂົ້າລົດ, ສີ້ນສ່ວນອາໄຫຼ່ລົດ ເພື່ອມາປະກອບຢູ່ໂຮງງານ ສະບັບເລກທີ 0340/ກຄ.ຕປທ, ລົງວັນທີ 27 ມີນາ 2003 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.