ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ປະທານເທດລາວ           ເລກທີ 001/ປປທ
ນະຄອນຫຼວງວຽງຈັນ, ວັນທີ 15.12.2015

ລັດຖະບັນຍັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ວ່າດ້ວຍ ອັດຕາຄ່າຊັບພະຍາກອນທຳມະຊາດ

-    ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI , ມາດຕາ 67 ຂໍ້ 2;
-    ອີງຕາມ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012, ມາດຕາ 52 ຂໍ້ 06;
-    ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 016/ຄປຈ, ລົງວັນທີ 07 ສິງຫາ 2015 ແລະ ສະບັບເລກທີ 0381/ຫສຊ, ລົງວັນທີ 30 ພະຈິກ 2015

ປະທານປະເທດ ອອກລັດຖະບັນຍັດ

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

          ລັດຖະບັນຍັດສະບັບນີ້ ກຳນົດອັດຕາຄ່າຊັບພະຍາກອນທຳມະຊາດ ເພື່ອຮັບປະກັນການເກັບຄ່າຊັບພະຍາກອນທຳມະຊາດ ໃຫ້ຖືກຕ້ອງ, ມີຄວາມເປັນເອກະພາບ ແລະມີປະສິດທິຜົນໃນຂອບເຂດທົ່ວປະເທດ ແນ່ໃສ່ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ເຂັ້ມແຂງ.

ມາດຕາ 2 ຄ່າຊັບພະຍາກອນທຳມະຊາດ

          ຄ່າຊັບພະຍາກອນທຳມະຊາດ ແມ່ນພັນທະດ້ານການເງິນ ຊືຶ່ງບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ກ່ຽວກັບຊັບພະຍາກອນທຳມະຊາດ ຊຶ່ງຕ້ອງເສຍໃຫ້ລັດຕາມອັດຕາທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດສະບັບນີ້.

ມາດຕາ 3 ຫຼັກການ ການກຳນົດອັດຕາຄ່າຊັບພະຍາກອນທຳມະຊາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້ :

          ການນກຳນົດອັດຕາຄ່າຊັບພະຍາກອນທຳະມະຊາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້ :

1.    ອີງໃສ່ລະດັບການຂະຫຍາຍຕົວຂອງພື້ນຖານເສດຖະກິດ ແລະນະໂຍບາຍທາງດ້ານເສດຖະກິດການເງິນຂອງລັດຖະບານ.
2.    ຮັບປະກັນ ການພັດທະນາແບບຍືນຍົງ, ນຳໃຊ້ຊັບພະຍາກອນທຳມະຊາດແບບປະຢັດ ແລະຮັກສາໄວ້ຢ່າງຍາວນານ.
3.    ກຳນົດເປັນເອກະພາບ ໃນອັດຕາດຽວກັນທົ່ວປະເທດ.

ມາດຕາ 4 ຂອບເຂດການນຳໃຊ້ລັດຖະບັນຍັດ

          ລັດຖະບັນຍັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ດຳເນີນທຸລະກິດ ກ່ຽວກັບ ຊັບພະຍາກອນແຮ່ທາດ, ຊັບພະຍາກອນເຄື່ອງປ່າຂອງດົງ ແລະຊັບພະຍາກອນນໍ້າ ຢູ່ ສ ປ ປ ລາວ.

          ລັດຖະບັນຍັດສະບັບນີ້ ບໍ່ກວມເອົາປະເພດ ພືດ, ເຄື່ອງປ່າຂອງດົງ ທີ່ໄດ້ມາຈາກການເພາະປູກ ໂດຍ ຜູ້ປະກອບການ ຫຼື ປະຊາຊົນ. ຂ້າງເທິງ

ໝວດທີ 2
ອັດຕາຄ່າຊັບພະຍາກອນທຳມະຊາດ

ມາດຕາ 5 ອັດຕາຄ່າຊັບພະຍາກອນແຮ່ທາດ

ກ. ຊັບພະຍາກອນແຮ່ທາດ

ຄ່າຊັບພະຍາກອນແຮ່ທາດ ໃຫ້ເກັບຕາມອັດຕາ ດັ່ງນີ້ :

ລ/ດ

ປະເພດແຮ່ທາດ

ອັດຕາສ່ວນຮ້ອຍຂອງມູນຄ່າຂາຍຜະລິດຕະພັນແຮ່ທາດທີ່ຂຸດຄົ້ນໄດ້

1

ແກ້ວປະເສີດ ແລະ ຢົກ

-  ເພັດ, ຣູບີ, ຊັບຢາຍ, ມໍລະດົກ

-  ຢົກ

10

2

ເຄິ່ງແກ້ວປະເສີດ

-   ມຸກ, ອາເລັກຊັງໂຣດ, ປີຣົກ, ເບຣິກ, ສະປີແນນ, ໂຕປາສ, ກິດໂສໄຣດ, ໂອປານ, ທູຣມາລິນ, ອາກັດ, ກາກເນັດ

-   ກວັດສ, ອາເມຕິສ

 

3

ໂລປະເສີດ

-  ເງິນ, ຄຳ, ປລາຕີນ

7

4

ໂລຫະພື້ຖານ( ໂລຫະທີ່ບໍ່ແມ່ນເຫຼັກ )

-  ທອງ, ຊືນ, ກົ່ວ, ສັງກະສີ,

ອາລູມີນຽມ

6

5

ເຫຼັກ ແລະໂລຫະປະສົມເຫຼັກ

-  ເຫຼັກ, ຕີຕານ, ມັງການ, ໂກຼມ, ວານາດຽມ, ນີແກນ, ໂຄບານ, ໂມລິບແດນ, ຕັງສະແຕນ

6

6

ໂລຫະທີ່ມີໜ້ອຍ ແລະພົວພັນ ກັບອະໂລຫະ

-  ອັງຕີມອນ, ອັກເຊນິກ, ເບຣີລຽມ, ແຄັດມຽມ, ບິສມຸດ, ແມັກນິຊຽມ, ບາຫຼອດ, ຣີດຽມ ແລະ ຊີລີນຽມ, ໂຄຣຸມບຽມ, ໄທທານຽມ, ເຊີໂກນຽມ.

7

7

ແຮເອເວໄປໄຣຕ

-  ຫີນກາວ, ອານຣີໄດຣ, ເກືອໂປຕັສ, ເກືອມັກເຍ

4

-  ເກືອກິນ

2

8

ແຮ່ທາດອຸດສາຫະກຳ

-  ຟູຮອໍໄຣຕ,ປາໄຣຕ,ຟົດຟໍໄຣຕ,ໄມກາ

4

9

ດີນ-ຫີນອຸດສາຫະກຳ

- ຫີນປູນ, ຫີນໂດໂລໄມຕ, ມາເຍໄຊຍ, ຫີນລາເຕຣິດ, ດິນໜຽວ, ດິນກາວແລງ, ຕູຟ, ອາສເບສໂຕສ, ຊາຍຜະລິດແກ້ວ, ຕານຄ, ອາລູໄນຕ, ຫີນແຮ່, ຫີນກຣາໄນຕ, ຫີນໄດໂອໄຣ, ຫີນກາບໂປຼ, ຫີນໄຮໂອໄຣຕ, ຫີນແຜ່ນ

4

10

ຫີນປະດັບ

- ຫີນການິດ, ຫີນອ່ອນ, ຫີນໄນ, ຫີນສະເລດ, ປາໂກໄດຕ

5

11

 

ຖ່ານຫີນ

- ລິກໄນ, ຊັບບີທູມີນັດ, ບີທູມີນັດ, ຫີນສະເລດ, ແອນຕຣາໄຊ

6

- ຖ່ານຕົມ

2

- ຫີນນໍ້າມັນ

3

12

ນໍ້າມັນ ແລະ ອາຍແກັດທຳມະຊາດ

ອີງຕາມການເຈລະຈາສັນຍາ

ສຳລັບຄ່າຊັບພະຍາກອນທຳມະຊາດ ເພື່ອຮັບໃຊ້ໂຄງການໄຟ້ານໍ້າຕົກ ເປັນຕົ້ນ ຄ່າຊັບພະຍາກອນດິນ, ຫີນ ແລະ ຊາຍ ທີ່ໄດ້ຂຸດຄົ້ນໃນຂອບເຂດສຳປະທານໂຄງການໄຟຟ້ານໍ້າຕົກ ແລະນຳໃຊ້ເຂົ້າໃນໂຄງການດັ່ງກ່າວ ໃຫ້ຄິດໄລ່ລວມເປັນອັດຕາດຽວ ກັບຄ່າຊັບພະຍາກອນນໍ້າເພື່ອໂຄງການໄຟ້ານໍ້າຕົກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງລັດຖະບັນຍັດສະບັບນີ້, ສ່ວນຄ່າຊັບພະຍາກອນແຮ່ທາດອື່ນ ທີ່ບໍ່ຢູ່ໃນເຂດສຳປະທານ ແຕ່ໄດ້ນຳໃຊ້ເຂົ້າໃນໂຄງການໄຟຟ້ານໍ້າຕົກນັ້ນ ໃຫ້ເກັບຕາມອັດຕາທີ່ໄດ້ກຳນົດໄວ້ໃນມາດຕານີ້ . ຂ້າງເທິງ

ມາດຕາ 6 ອັດຕາຄ່າຊັບພະຍາກອນທຳມະຊາດ ເຄື່ອງປ່າຂອງດົງ

      ຄ່າຊັບພະຍາກອນທຳມະຊາດເຄື່ອງປ່າຂອງດົງ ໃຫ້ເກັບຕາມອັດຕາດັ່ງນີ້ :

ລ/ດ

ປະເພດເຄື່ອງປ່າຂອງດົງ

ອັດຕາສ່ວນຮ້ອຍ ຂອງມູນຄ່າຂາຍ

1

ຕົ້ນໄມ້ເກີດຢູ່ທຳມະຊາດໜ້າຕາງຂະໜາດນ້ອຍ 20 ຊັງຕາແມັດລົງມາ ທີ່ນຳມາໃຊ້ເປັນໄມ້ປະດັບ

50

2

ຊິ້ນສ່ວນໄມ້ເກດສະໜາ

40

3

ຊິ້ນສ່ວນໄມ້ຈັນຫອມ, ໄມ້ຈັນໃດ, ໄມ້ຈັນແດງ, ໄມ້ຈັນຂາວ

30

4

ເສັ້ນຫວາຍທູນ, ເສັ້ນຫວາຍນ້ອຍ

30

5

ຍອດຫວາຍ, ຍອດບຸ່ນ, ຍອດຕາວ

30

6

ເຄືອແຫ່ມ, ເຄືອຕຽງ, ເຄືອຕິບຕິ, ເຄືອເຂົາຮໍ, ເຄືອສະຄ່ານ

30

7

ຖ່ານດັງໄຟ

20

8

ໄມ້ປ່ອງ, ໄມ້ລວງປຸກ

15

9

ແກ່ນຄູນ

10

10

ຢາງເກື້ອມ, ຢາງແປກ, ຢາງໄມ້ແດງ, ຢາງໄມ້ດູ່, ຢາງບົງ, ຢາງໄມ້ແຄນ, ນໍ້ມັັນຍາງ, ນໍ້າມັນຍານ

10

11

ໝາກຈອງ, ໝາກຈອງບານ, ໝາກຕາວ, ໝາກແສງເບື່ອ, ໝາກຂາມແພບ, ໝາກແໜ່ງ, ໝາກກະເບົາ, ໝາກເກືອ, ໝາກຄອນແຄນ, ໝາກຄໍ້ສົ້ມ,ໝາກແຕກ, ໝາກເກື້ອມ, ໝາກຂາໄກ່, ໝາກຫວາຍ, ໝາກຂ່າ, ໝາກກໍ່, ໝາກໂປງເປັ່ງ, ໝາກແຫຼະ, ໝາກສາມສິບ, ໝາກກ້າ

10

12

ເປືອກບົງ, ເປືອກເມືອກ,ເປືອກສຽດ,ເປືອກປໍສາ,ເປືອກຫີນ, ເປືອກແຄ,ເປືອກຫາດ,ເປືອກສາມຫາງ

10

13

ຢາຫົວ, ຫົວດຸກເດືອ, ຫົວກະປຸກ, ຫົວກອຍ, ຫົວຂ່າ, ຫົວສາມສິບ, ຮາກອ່ຽນດ່ອນ, ຫົວຫານໃຈ, ຫົວສາມພັນຮູ, ຫົວມັນ

10

14

ດອກເຜິ້ງ

30

15

ໄມ້ຕິ້ວ, ໄມ້ກໍ່, ໄມ້ຟືນ, ໄມ້ຄໍ້າແບບ, ໄມ້ຫຼັກຮົ້ວ

10

16

ໜໍ່ໄມ້ທຸກຊະນິດ, ເຫັດທຸກຊະນິດ

10

17

ນໍ້າກ້ຽງ

5

18

ຜັກຊະນິດຕ່າງໆ

4

19

ດອນແຂມ, ໃບຊາປ່າ

4

20

ຂີ້ຊີ, ຂີ້ຄັ່ງ, ຂີ້ເຈຍ

4

21

ໂສມຜາ

30

22

ຫົວຂ່າຮົ່ມສາມເມືອງ

50

ສຳລັບເຄື່ອງປ່າຂອງດົງ ທີ່ບໍ່ນອນໃນຕາຕະລາງຂ້າງເທິງ ໃນເວລາປະຕິບັດຕົວຈິງ ຫາກເກີດມີ ໃຫ້ເກັບຕາມກໍລະນີຄື : ສຳລັບຊັບພະຍາກອນທົ່ວໄປ ໃຫ້ເກັບສິບສ່ວນຮ້ອຍ (10%) ຂອງມູນຄ່າຂາຍ; ສຳລັບຊັບພະຍາກອນປະເພດຫວງຫ້າມ ແລະໃກ້ຈະສູນພັນໃຫ້ເກັບຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າຂາຍ.

          ການເກັບອັດຕາຄ່າຊັບພະຍາກອນທຳມະຊາດ ປະເພດເຄື່ອງປ່າຂອງດົງ ໃຫ້ເກັບເວລາເຄື່ອນຍ້າຍ ຫຼືສົ່ງອອກໄປຕ່າງປະເທດ. ຂ້າງເທິງ

ມາດຕາ 7 ອັດຕາຄ່າຊັບພະຍາກອນນໍ້າທຳມະຊາດ

ກ.  ຊັບພະຍາກອນນໍ້າທຳມະຊາດ ເພື່ອຮັບໃຊ້ໂຄງການເຂື່ອນໄຟຟ້ານໍ້າຕົກ

ຄ່າຊັບພະຍາກອນນໍ້າ ເພື່ອຮັບໃຊ້ໂຄງການເຂື່ອນໄຟຟ້ານໍ້າຕົກ ໃຫ້ເກັບຕາມອັດຕາດັ່ງນີ້ :

ລ/ດ

ປະເພດການນໍາໃຊ້ຊັບພະຍາກອນນໍ້າ

ອັດຕາສ່ວນຮ້ອຍຂອງລາຍຮັບທັງໝົດ

1

ໂຄງການເຂື່ອນໄຟຟ້ານໍ້າຕົກ ທີ່ມີການສົ່ງອອກຂາຍໄປຕ່າງປະເທດ

 

                      5 ຂຶ້ນໄປ

2

ໂຄງການເຂື່ອນໄຟຟ້ານໍ້າຕົກ ທີ່ມີການສະໜອງໄຟຟ້າໃຫ້ແກ່ພາຍໃນປະເທດສະເພາະ ແລະມີກຳລັງຕິດຕັ້ງຫຼາຍກວ່າ 15 ເມກະວັດ

3

ໂຄງການເຂື່ອນໄຟຟ້ານໍ້າຕົກ  ທີ່ມີການສະໜອງໄຟຟ້າໃຫ້ແກ່ພາຍໃນປະເທດສະເພາະ ແລະມີກຳລັງຕິດຕັ້ງໜ້ອຍກວ່າ ຫຼືເທົ່າກັບ 15 ເມກາວັດ

5

ນອກຈາກໂຄງການເຂື່ອນໄຟຟ້ານໍ້າຕົກແລ້ວ ຖ້າມີການພັດທະນາໂຄງການຜະລິດໄຟຟ້າອື່ນ ແມ່ນໃຫ້ເກັບຄ່າຊັບພະຍາກອນທຳມະຊາດ ຕາມອັດຕາທີ່ໄດ້ກຳນົດໄວ້ໃນມາດຕານີ້ :

          ການເກັບອັດຕາຄ່າຊັບພະຍາກອນນໍ້າທຳມະຊາດ ທີ່ໄດ້ກຳນົດໄວ້ໃນຕາຕະລາງເທິງນີ້ ໃຫ້ເກັບຕາມລາຍຮັບທັງໝົດ ຂອງການຂາຍໄຟຟ້າກ່ອນຫັກຄ່າໃຊ້ຈ່າຍຕ່າງໆ, ສ່ວນອັດຕາການເກັບລະອຽດ ແມ່ນໃຫ້ກຳນົດໄວ້ໃນສັນຍາສຳປະທານ.

          ຂ. ຊັບພະຍາກອນນໍ້າທຳມະຊາດສຳລັບແຕ່ລະກິດຈະການຜະລິດ ແລະການບໍລິການ

       ອັດຕາເກັບຄ່າຊັບພະຍາກອນນໍ້າທຳມະຊາດ ສຳລັບແຕ່ລະກິດຈະການຜະລິດ ແລະການບໍລິການ ໃຫ້ເກັບຕາມອັດຕາ ດັ່ງນີ້ :  ຂ້າງເທິງ

ລ/ດ

ປະເພດນຳໃຊ້

ອັດຕາການເກັບກີບຕໍ່ແມັດກ້ອນ

1

ການນຳໃຊ້ນໍ້າທຳມະຊາດ ເຂົ້າໃນກິດຈະການຜະລິດອຸດສາຫະກຳ

5

2

ການນຳໃຊ້ທຳມະຊາດ ເຂົ້າໃນກິດຈະການບໍ່ແຮ່

10

3

ການນຳໃຊ້ນໍ້າທຳມະຊາດ ໃນກິດຈະການທ່ອງທ່ຽວ ແລະກິລາເຊັ່ນ : ລີສອດ, ໂຮງແຮມ,ບ້ານພັກ, ຮ້ານອາຫານ ແລະກິດຈະການບໍລິການກິລາຕ່າງໆ

5

4

ການນຳໃຊ້ນໍ້າທຳມະຊາດ ເຂົ້າໃນການຜະລິດນໍ້າປະປາ

5

ໝວດທີ 3
ການເກັບຄ່າຊັບພະຍາກອນທຳມະຊາດ

ມາດຕາ 8 ການເກັບຄ່າຊັບພະຍາກອນທຳມະຊາດ

      ຂະແໜງການເງິນ ເປັນຜູ້ຮັບຜິດຊອບເກັບຄ່າຊັບພະຍາກອນທຳມະຊາດ ແລະລາຍຮັບ ອື່ນ ລວມທັງຄ່າປັບໄໝ ທີ່ພົວພັນກັບຊັບພະຍາກອນທຳມະຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 9 ວິທີການຄິດໄລ່ຄ່າຊັບພະຍາກອນທຳມະຊາດ

      ການຄິດໄລ່ຄ່າຊັບພະຍາກອນທຳມະຊາດ ໃຫ້ປະຕິບັດຕາມ ສອງ ວິທີ ຄື :

1. ຄິດໄລ່ດ້ວຍການເອົາມູນຄ່າລາຄາຂາຍຕົວຈິງ ຄູນໃຫ້ອັດຕາສ່ວນຮ້ອຍ ຂອງຊະນິດຊັບພະຍາກອນທຳມະຊາດ ທີ່ຂາຍອອກ.

2. ຄິດໄລ່ຕາມປະລິມານຊັບພະຍາກອນທຳມະຊາດ ທີ່ຂຸດຄົ້ນມາໄດ້ ເພື່ອຂາຍ ຫຼືນຳໃຊ້ ຄູນກັບອັດຕາມູນຄ່າເປັນເງິນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຢັດສະບັບນີ້. ຂ້າງເທິງ

ໝວດທີ 4
ບົດບັນຍັດສຸດທ້າຍ

ມາດຕາ 10 ການຈັັດຕັ້ງປະຕິບັດ

      ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດລັດຖະບັນຍັດສະບັບນີ້ .

ມາດຕາ 11 ຜົນສັກສິດ

      ລັດຖະບັນຍັດສະບັບນີ້ ມີຜົນສັກສິດນັບແຕ່ວັນ ປະທານປະເທດລົງລາຍເຊັນ ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະບານ ສິບຫ້າວັນ.

      ຜົນປະໂຫຍດຂອງຜູ້ດຳເນີນທຸລະກິດ ກ່ຽວກັບຊັບພະຍາກອນທຳມະຊາດ ທີ່ໄດ້ຮັບພາຍໃຕ້ລະບຽບກົດໝາຍ ຫຼື ສັນຍາທີ່ໄດ້ເຊັນກັບລັດກ່ອນ ລັດຖະບັນຍັດສະບັບນີ້ ແມ່ນໃຫ້ປະຕິບັດຕາມສັນຍາ ທີ່ໄດ້ເຊັນນັ້ນ.ໃນກໍລະນີທີ່ຜູ້ດໍາເນີນທຸລະກິດ ກ່ຽວກັບຊັບພະຍາກອນທຳມະຊາດດັ່ງກ່າວ ຫາກມີຈຸດປະສົງຕ້ອງການຮັບນະໂຍບາຍຕາມລັດຖະບັນຍັດສະບັບນີ້ ກໍ່ມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ແລ້ວຂະແໜງການດັ່ງກ່າວກໍ່ຈະແຈ້ງໃຫ້ຜູ້ດຳເນີນທຸລະກິດ ກ່ຽວກັບ ຊັບພະຍາກອນທຳມະຊາດ ປະຕິບັດໄດ້ຕາມກົດໝາຍ ແລະລະບຽບການ.

        ຂໍ້ກຳນົດ ຫຼືບົດບັນຍັດໃດ ທີ່ຂັດກັບລັດຖະບັນຍັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານປະເທດແຫ່ງ ສປ ປ ລາວ
(ເຊັນ ແລະ ປະທັບຕາ)

ຈູມມະລີ ໄຊຍະສອນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Presidential Ordinance on Royalty Rate of Natural Resources no. 001/POL, dated 15 December 2015 PDF
2 ລັດຖະບັນຍັດ ຂອງ ປະທານປະເທດ ວ່າດ້ວຍ ອັດຕາຄ່າຊັບພະຍາກອນທຳມະຊາດ ສະບັບເລກທີ 001/ປປທ, ລົງວັນທີ 15 ທັນວາ 2015 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຄ່າຊັບພະຍາກອນທໍາມະຊາດສົ່ງອອກ ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ຄ່າຊັບພະຍາກອນທໍາມະຊາດສົ່ງອອກ ຕ້ອງຖືກເກັບຕາມທີ່ກໍານົດໄວ້ໃນ ລັດຖະບັນຍັດ ເລກທີ 001/ປປທ ລັດຖະບັນຍັດ ຂອງ ປະທານປະເທດ ວ່າດ້ວຍ ອັດຕາຄ່າຊັບພະຍາກອນທຳມະຊາດ ສະບັບເລກທີ 001/ປປທ, ລົງວັນທີ 15 ທັນວາ 2015 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.