ການສົ່ງອອກສະບຽງອາຫານ ໂດຍສະເພາະແມ່ນເຂົ້າສະອາດ-ສີຂຽວ ເປັນມິດຕໍ່ສິ່ງແວດລ້ອມຈາກ ສປປ ລາວ ໄປສູ່ຕະຫຼາດ ສປ ຈີນແມ່ນຂີດໝາຍສໍາຄັນທາງປະຫວັດສາດຂອງສອງປະເທດ.  ເວົ້າສະເພາະ ແມ່ນຜົນສຳເລັດຂອງການຮ່ວມມືລະຫວ່າງ ແຂວງຫູໜານ ສປ ຈີນ ແລະ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ໃນການແລກປ່ຽນບົດຮຽນ ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກັນ ແລະ ກັນ. ການສົ່ງອອກເຂົ້າສານລາວໄປສູ່ຕະຫຼາດ ສປ ຈີນ ຄັ້ງທຳອິດແມ່ນ 100 ໂຕນ ໃນລາຄາ 58 ຢວນ/ກິໂລ ເພື່ອຮ່ວມພິທີເປີດຕະຫຼາດເຂົ້າສານຂອງ ສປ ລາວ ຢູ່ ສປ ຈີນ ຢ່າງເປັນທາງການ ໃນວັນທີ 21 ມັງກອນ 2016 ທີ່ນະຄອນຊາງຊາ ແຂວງຫູນານ.

ເຂົ້າສານທີ່ສົ່ງອອກໄປ ສປ ຈີນ ໃນຄັ້ງນີ້ ປະກອບມີ ເຂົ້າຫອມສະຫວັນ, ເຂົ້າໜຽວ ແລະ ເຂົ້າກໍ່າ ທີ່ໄດ້ຮັບການຫຸ້ມຫໍ່ແບ່ງເປັນນໍ້າໜັກ 1 ກິໂລ, 2.5 ກິໂລ ແລະ 5 ກິໂລໃນລາຄາ 58 ຢວນຕໍ່ກິໂລ. ບໍລິສັດ ຫູນານ ຊວນເຢ ສົ່ງເສີມກະສິກຳຈຳກັດໄດ້ຮັບການມອບໝາຍຈາກອຳນາດການປົກຄອງແຂວງຫູນານ ໃນການເຮັດທຸລະກິດກັບ ສປປ ລາວ ພາຍໃຕ້ /ໂຄງການສົ່ງເສີມໃນລັກສະນະ 2+3  (“2” ໝາຍຄວາມວ່າ ຊາວກະສິກອນປະກອບສ່ວນດ້ານເນຶ້ອທີ່ດິນ ແລະ ແຮງງານ, “3” ໝາຍຄວາມວ່າ ຜູ່ປະກອບການປະກອບສ່ວນດ້ານປັດໃຈ, ເຕັກນິກ ແລະ  ຕະຫຼາດ) ໃນເນື້ອທີ່ທັງໝົດ 2,000 ເຮັກຕາ ຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ.

ການເປີດຕະຫຼາດເຂົ້າ ຄັ້ງນີ້ແມ່ນສະແດງເຖິງ ການຍົກສູງບົດບາດຂອງກະຊວງກະສິກຳ ແລະ ປ່າໄມ້ແຫ່ງ ສປປ ລາວ ໃນການສົ່ງເສີມການຜະລິດເຂົ້າເປັນສິນຄ້າ ເປັນຕົວແບບໃນການກຳນົດມາດຕະຖານສາກົນໃຫ້ແກ່ຜະລິດຕະພັນອື່ນ ແລະ ທັງເປັນການຈັດຕັ້ງປະຕິບັດໂຄງການທົດລອງຕົວແບບການຜະລິດເຂົ້າເປັນສິນຄ້າທີ່ມີຄຸນນະພາບ ເພື່ອການສົ່ງອອກໄປ ສປ ຈີນ ຕາມຫຼັກການຮ່ວມມື 4 ປະສານ ຄື ນໍ້າ, ແນວພັນ, ຝຸ່ນ ແລະ ລະດູການ.

ມາຮອດປະຈຸບັນ ສປປ ລາວ ໄດ້ສົ່ງເຂົ້າຫອມສະຫວັນ, ເຂົ້າໜຽວ ແລະ ເຂົ້າກໍ່າໄປ ສປ ຈີນແລ້ວ ຈໍານວນ 3 ຄັ້ງລວມທັງໝົດ 350 ໂຕນ, ແລະ ກຽມຈະສົ່ງອອກຕື່ມອີກ 500 ໂຕນ ໃນເດືອນກຸມພາ 2016 ທີ່ແຂວງສະຫວັນນະເຂດ.

ພາຍຫຼັງການເປີດໂຕເຂົ້າສານລາວ ຢູ່ ສປ ຈີນ ຢ່າງເປັນທາງການ ໄດ້ມີຫຼາຍບໍລິສັດໄດ້ສະເໜີຜ່ານເວັບໄຊ້ ເພື່ອຂໍເປັນຕົວແທນຈໍາໜ່າຍເຂົ້າປອດສານພິດ ຈາກ ສປປ ລາວ. ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ  ແຈ້ງໃຫ້ຊາບວ່າ ໃນອານາຄົດມີ ແຜນຈະເຮັດສັນຍາສົ່ງອອກຮ່ວມກັນລະຫວ່າງບໍລິສັດຊວນເຢ ແລະ ຜູ່ປະກອບການຕື່ມອີກປະມານ 3,000 ໂຕນ ພາຍໃນເດືອນເມສາທີ່ຈະມາເຖິງນີ້ ແລະ ຈະໄດ້ຈັດປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ວາງແຜນການຜະລິດລະດູຝົນ 2016 ເພື່ອກຳນົດພື້ນທີ່ສະໜອງແນວພັນ, ຝຸ່ນ ແລະ ກົນຈັກ ໃຫ້ທ່ວງທັນກັບສະພາບການ.

ການເປີດໂຕເຂົ້າສານລາວປອດສານພິດໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ເພາະຈະເຮັດໃຫ້ເຂົ້າ ສປປ ລາວ ສາມາດເຂົ້າສູ່ຕະຫຼາດໃຫຍ່ຄື ສປ ຈີນ ຊື່ງຈະສາມາດຮັບປະກັນຕະຫຼາດໃຫ້ແກ່ຊາວນາ ປະກອບສ່ວນເຂົ້າໃນການຫຼຸດຜ່ອນ ຄວາມທຸກຍາກຂອງປະຊາຊົນໄດ້ເທື່ອລະກ້າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.