ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນ (1) ເພື່ອສ້າງຄວາມເຂົ້າໃຈ ໃຫ້ແກ່ສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ກ່ຽວກັບ ສາຍພົວພັນ ລະຫວ່າງ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), (2) ປຶກສາຫາລື ກ່ຽວກັບ ທິດທາງປັບປຸງໂຄງຮ່າງ, ພາລະບົດບາດ ຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຄືນໃໝ່ ໂດຍລວມເອົາວຽກອຳນວຍຄວາມສະດວກທາງດ້ານການຄ້າ ແລະ NTMs ເຂົ້າກັນຢ່າງເປັນລະບົບກົມກຽວ, ແລະ (3) ປືກສາຫາລືກັບຊ່ຽວຊານສາກົນ ແລະ ສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າເພື່ອສ້າງກົນໄກວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໃຫ້ມີປະສິດທິພາບ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.