ສາລະບານ

I.    ເອກະສານ ປະກອບ ການຂໍອະນຸຍາດ ນຳເຂົ້າ

II.   ເງື່ອນໄຂ ການອອກອະນຸຍາດ

III.   ຂັ້ນຕອນ ແລະ ໄລຍະເວລາ ໃນການອອກໃບອະນຸຍາດນຳເຂົ້າ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ,
ຫ້ອງການ   ເລກທີ 1734/ຫກ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 19 ກັນຍາ 2006

 ເຖິງ: ບັນດາຫົວໜ່ວຍທຸລະກິດນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ
ເລື່ອງ: ບົດແນະນຳ ເພີ່ມເຕີມ ການຄຸ້ມຄອງ ການນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ.

-    ອີງຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1037/ຫສນຍ, ລົົງວັນທີ 16/08/94 ກ່ຽວກັບການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟໃນ ສປປ ລາວ.
-    ອີງຕາມຂໍ້ຕົກລົງ ວ່າດ້ວຍການ ຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 1331/ກຄ, ລົງວັນທີ 28/12/2005.

     ປະຕິບັດຕາມເນື້ອໃນຈິດໃຈທີ່ກ່າວມາຂ້າງເທິງ ຫ້ອງການ, ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກບົດແນະນຳ ເພີ່ມເຕີມ ກ່ຽວກັບ ລະບຽບ ການນຳເຂົ້າ ນ້ຳມັນເຊື້ອໄຟ ດັ່ງນີ້:

I.    ເອກະສານ ປະກອບ ການຂໍອະນຸຍາດ ນຳເຂົ້າ:

1.   ຫົວໜ່ວຍທຸລະກິດ ທີ່ມີຈຸປະສົງ ຂໍນຳເຂົ້າ ນ້ຳມັນ ເຊື້ອໄຟ ຕ້ອງ ຍື່ນເອກະສານ ຂໍນຳເຂົ້າ ນ້ຳມັນເຊື້ອໄຟ ລະອຽດ ດັ່ງນີ້:

ກ. ໃບສະເໜີ ຂອງ ບໍລິສັດ ນ້ຳມັນເຊື້ອໄຟ ຕາມແບບຟອມຂອງກົມ ຄຸ້ມຄອງການນຳຂົ້າ ແລະ ສົ່ງອອກ.
ຂ. ທະບຽນວິສາຫະກິດ (1 ຄັ້ງຕໍ່ປີ).
ຄ. ທະບຽນອາກອນ (1 ຄັ້ງຕໍ່ປີ).
ງ. ບົດສະຫຼຸບ ການນຳເຂົ້າ ຕາມແບບຟອມ ຂອງກົມ ການເຂົ້າ ແລະ ສົ່ງອອກ ໂດຍຢັ້ງຢືນຈາກ ໜ່ວຍງານ ບ.ປ.ດ ປະຈຳດ່ານ (ຍົກເວັ້ນບໍລິສັດ ຂໍເລີ່ມຕົ້ນດຳເນີນທຸລະກິດ).

2.   ການນຳເຂົ້າ ຂອງ ບໍລິສັດນ້ຳມັນເຊື້ອໄຟເພື່ອຮັບໃຊ້ໂຄງການທົ່ວໄປ.

ກ. ໃບສະເໜີຂອງບໍລິສັດ ນ້ຳມັນເຊື້ອໄຟ ຕາມແບບຟອມຂອງ ກົມການນຳເຂົ້າ ແລະ ສົ່ງອອກ.
ຂ. ໃບທະບຽນວິສາຫະກິດ (1 ຄັ້ງຕໍ່ປີ).
ຄ. ໃບທະບຽນອາກອນ (1 ຄັ້ງຕໍ່ປີ).
ງ. ບົດສະຫຼຸບການນຳເຂົ້າ ຕາມແບບຟອມ ຂອງກົມຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໂດຍການຢັ້ງຢືນ ຈາກ ໜ່ວຍງານ ບ.ປ.ດ ປະຈຳດ່ານ.
ຈ. ສັນຍາ ລະຫວ່າງ ບໍລິສັດ ນ້ຳມັນເຊື້ອໄຟ ແລະ ໂຄງການ.

3.    ກໍລະນີ ການນຳເຂົ້າ ຂອງບັນດາໂຄງການ ທີ່ໄດ້ຮັບອະນຸຍາດ ຈາກ ກະຊວງການ ຕ່າງປະເທດ ຫຼື ຄະນະຄຸ້ມຄອງ ການລົງທຶນ ກັບ ຕ່າງປະເທດ ແລະ ລົງທຶນພາຍໃນ ບໍລິສັດ ຕ້ອງປະກອບເອກະສານ ດັ່ງນີ້:

ກ. ໃບສະເໜີຂອງບໍລິສັດ (ຜູ້ນຳເຂົ້າໃຫ້ ໂຄງການ).
ຂ. ໃບອະນຸຍາດ ຈາກ ກະຊວງການ ຕ່າງປະເທດ ຫຼື ຄະນະຄຸ້ມຄອງ ການລົງທຶນ ກັບ ຕ່າງປະເທດ ແລະ ລົງທຶນພາຍໃນ.
ຄ. ແຜນການນຳເຂົ້າປະຈຳປີ Master List.
ງ. ສັນຍາ ລະຫວ່າງ ໂຄງການ ກັບ ບໍລິສັດ ນ້ຳມັນເຊື້ອໄຟ. ຂ້າງເທິງ

II.     ເງື່ອນໄຂ ການອອກອະນຸຍາດ

     ກະຊວງ ອຸດສາຫະກຳ ແລະ ການຄ້າ (ກົມການນຳເຂົ້າ ແລະ ສົ່ງອອກ) ຈະພິຈາລະນາແຜນການ ທີ່ໄດ້ຮັບ ອະນຸມັດ ຈາກລັດຖະບານ ໃນການອອກ ອະນຸຍາດ ນຳເຂົ້າ ໂດຍອີງໃສ່ເງື່ອນໄຂ ທີ່ລະບຸໄວ້ໃນ ຂ້າງລຸ່ມນີ້:

ກ. ອະນຸມັດ ໃຫ້ຫົວໜ່ວຍທຸລະກິດ ທີ່ມີເງື່ອນໄຂ ຄົບຖ້ວນ ຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກ່ຽວກັບ ການຄຸ້ມຄອງ ທຸລະກິດ ນ້ຳມັນເຊື້ອໄຟ 1331/ກຄ ລົງວັນທີ 28 ທັນວາ 2005.
ຂ. ອີງໃສ່ເງື່ອໄຂ ເຊັ່ນ: ຈຳນວນສາງ, ປ້ຳ ບໍລິການລູກຄ້າ, ຄວາມປອດໄພ, ສິ່ງອຳນວຍຄວາມສະດວກ ໃນການບໍລິການລູກຄ້າ ເປັນບູລິມະສິດ.
ຄ. ມີການສະໜອງນ້ຳມັນເຊື່ອໄຟ ໃຫ້ບັນດາ ເຂດທຸລະກັນດານ ແລະ ເຂດຫ່າງໄກ ສອກຫຼີກ.
ງ. ມີຜົນງານການເຄື່ອນໄຫວທີ່ດີ ໂດຍສະເພາະການນຳເຂົ້າ ແລະ ຈຳໜ່າຍຢ່າງປົກກະຕິ ໃນເວລາ ລາຄານ້ຳມັນມີການເໜັງຕີງ.
ຈ. ບໍລິສັດ ທີ່ມີ ການຂະຫຍາຍກິດຈະການ ປ້ຳ ຫຼື ສາງ ໃຫ້ພຽງພໍ ກັບຄວາມຕ້ອງການ (ບໍລິມາດ ນ້ຳມັນທີ່ສະໜອງ).
ສ. ໂຄງການແມ່ນອີງໃສ່ ຈຳນວນມູນຄ່າ ອະນຸມັດ ໂດຍເຈົ້າຂອງໂຄງການ. ຂ້າງເທິງ

III.    ຂັ້ນຕອນ ແລະ ໄລຍະເວລາ ໃນການອອກໃບອະນຸຍາດນຳເຂົ້າ

ກ. ບໍລິສັດນ້ຳມັນເຊື້ອໄຟ ຍື່ນໃບສະເໜີ ພ້ອມເອກະສານທີ່ໄດ້ລະບຸໃນ ຂໍ້ I.
ຂ. ກະຊວງ ອຸດສາຫະກຳ ແລະ ການຄ້າ (ກົມການນຳເຂົ້າ ແລະ ສົ່ງອອກ) ອອກໃບອະນຸຍຍາດ ການນຳເຂົ້າ ນ້ຳມັນເຊື້ອໄຟ ຕາມເງື່ອໄຂ ທີ່ໄດ້ລະບຸໃນ ຂໍ້ II.
ຄ. ກະຊວງ ອຸດສາຫະກຳ ແລະ ການຄ້າ (ກົມການນຳເຂົ້າ ແລະ ສົ່ງອອກ) ຈະພິຈາລະນາ ອອກອະນຸຍາດ ພາຍໃນ 3 ວັນ (ລັດຖະການ) ຖ້າຫາກວ່າ ເອກະສານຄົບຖ້ວນ ຕາມເງື່ອນໄຂທີ່ລະບຸໄວ້ຂ້າງເທິງ. ຂ້າງເທິງ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ

ຮອງ ຫົວໜ້າຫ້ອງການ
(ເຊັນ ແລະ ປະທັບກາ)

ສົມຫວັງ ນິນທະວົງ

ນຳສົ່ງ:

-     ທ່ານ ລັດຖະມົນຕີ “ເພື່ອລາຍງານ”
-     ທ່ານ ລັດຖະມົນຕີຊ່ວຍວ່າການ “ເພື່ອລາຍງານ”
-     ຫ້ອງການ ອຸດສາຫະກຳ ແລະ ການຄ້າ
-     ກົມການຄ້າພາຍໃນ
-     ກຸ່ມນ້ຳມັນເຊື້ອໄຟ
-     ພະແນກການຄູ້າ ແຂວງ ແລະ ນະຄອນຫຼວງວຽງຈັນ  “ເພື່ອຊາບ”

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Additional Instruction on the administration of import and distribution of fuel No. 1734/PS. DIMEX, dated 19 September 2006 PDF
2 ບົດແນະນຳ ເພີ່ມເຕີມ ການຄຸ້ມຄອງ ການນຳເຂົ້າ ແລະ ຈຳໜ່າຍ ນໍ້າມັນເຊື້ອໄຟ ສະບັບເລກທີ 1734/ຫກ. ກຂອ, ລົງວັນທີ 19 ກັນຍາ 2006 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.