ກະຊວງ ໂຍທາທິການ ແລະ ຂົນສົ່ງ (ກະຊວງ  ຍທຂ) ໄດ້​ເປີດ­ເຜີຍ​ເຖິງ​ແຜນ​ນະ­ໂຍ­ບາຍ​ບໍ­ລິ­ການ​ທາງ​ຜ່ານ​ດ້ານ​ຄົມມະນາຄົມ-ຂົນ­ສົ່ງ​ຂອງ​ລາວ ເຊື່ອມ​ຕໍ່​ກັບ​ນາໆ​ປະເທດ​ໃນ​ໂລກເພື່ອ ​ສ້າງ ສປປ ລາວ ຈາກປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ ​ໃຫ້ກາຍເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ​ດ້ານຄົມມະນາຄົມ-ຂົນ­ສົ່ງ. ໂດຍ​ໃນ​ໄລຍະຜ່ານ​ມາ​ ລັດ​ໄດ້​ສຸມ​ທຶນ­ຮອນ​ຢ່າງ​ມະ­ຫາສານ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄ່ງ​ລ່າງໄປ​ພ້ອມໆ​ກັບ​ການ​ສ້າງ​ນິ­ຕິ​ກຳ​ດ້ວຍ​ການ​ລົງນາມ​ໃນ​ສັນ­ຍາ​ຂົນ­ສົ່ງສອງຝ່າຍ ແລະ ຫຼາຍ​ຝ່າຍ​ກັບເກືອບ​ໝົດ​ທຸກ​ປະ­ເທດ​ໃກ້​ຄຽງ. ​ປະ­ຈຸ​ບັນ, ​ລັດ​ໄດ້​ກຳ­ນົດ​ເອົາ 9 ຈຸດທົ່ວ​ປະ­ເທດເປັນ​ເຂດ​ໂລ​ຈິສຕິກສາ­ກົນ ເພື່ອເປັນ​ບ່ອນ​ເຕົ້າ­ໂຮມ ແລະ ​ແຈກ​ຢາຍສິນ­ຄ້າ ​ພາ­ໃຫ້​ເກີດ​ມີ​ການ​ຂົນ­ສົ່ງທີ່ມີລາ­ຄາ​ຖືກ​ລົງ, ຜູ່ຊື້ໄດ້​ຮັບ​ສິນ­ຄ້າຖືກຕ້ອງຕາມກຳນົດເວລາ, ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ກຳລັງການ​ຂົນ­ສົ່ງ​ຂອງ​ລາວ​ສາ­ມາດ​ແຂ່ງ­ຂັນ​ກັບ​ສາ­ກົນ​ໄດ້​ໃນ­ຕໍ່­ໜ້າ.

ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ, ຫົວໜ້າ​ກົມ​ຂົນ­ສົ່ງ, ກະ­ຊວງ​ ຍທຂ ກ່າວໃນ​ພິ­ທີ​ເປີດ​ເຂດ​ໂລ​ຈິ​ສ​ຕິກ ທີ່ແຂວງ​ສະຫວັນ​ນະ​ເຂດ​ວ່າ: ໂດຍ​ເຫັນ​ໄດ້​ຄວາມ​ສຳ­ຄັນທາງ​ດ້ານ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ປະເທດ, ພັກ ແລະ ​ລັດ​ ໄດ້​ວາງ​ຍຸດ​ທະ​ສາດ​ຫັນ​ເອົາ ສປປ ລາວ ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລໃຫ້​ກາຍ­ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ​ດ້ານ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ (Transit Services) ຫຼື ກາຍ­ເປັນ​ສູນ​ກາງ​ການບໍ­ລິ­ການ​ພະ­ລາ­ທິ­ການ​ຂົນ­ສົ່ງ (Logistics Hub) ຂອງ​ພາກ​ພື້ນ. ສະ­ນັ້ນ, ລັດຖະ​ບານຈຶ່ງ​ໄດ້​ໃຊ້​ງົບ­ປະ­ມານ​ຈຳ­ນວນມະ­ຫາ­ສານ​ເຂົ້າ​ໃນ​ການ​ພັດ­ທະ­ນາ ແລະປັບ­ປຸງ​ໂຄງ​ລ່າງ​ຄົມ­ມະ­ນາ­ຄົມ-ຂົນ­ສົ່ງ ເພື່ອ​ເຊື່ອມ​ຈອດ​ກັບ​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ.

ນອກ​ນີ້, ທາງ​ດ້ານ​ນິ­ຕິ​ກຳ​ແມ່ນໄດ້​ລົງ​ນາມໃນ​ສັນ­ຍາ​ຂົນ­ສົ່ງ​ກັບ​ເກືອບ​ທຸກປະ­ເທດ​ໃກ້​ຄຽງ ເປັນ­ຕົ້ນລາວ-ກຳ​ປູເຈຍ, ລາວ-ຈີນ, ລາວ-ຫວຽດ­ນາມ ແລະ ລາວ-ໄທ ​ຍົກ­ເວັ້ນ​ລາວ-ມຽນ​ມາ ແມ່ນ​ກຳ­ລັງ​ກະ­ກຽມ​ເຈລະ­ຈາ. ພ້ອມ​ດຽວກັນ​ນັ້ນ ຍັງ​ມີ​ສັນ­ຍາຂົນ­ສົ່ງ​ໃນ​ຂອບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ເຊັ່ນ: ສາມ​ຝ່າຍລາວ-ຫວຽດ­ນາມ-ໄທ, ລາວ-ຫວຽດ­ນາມ-ກຳ­ປູ­ເຈຍ, ອະນຸ​ພາກ​ພື້ນ​ແມ່­ນ້ຳ​ຂອງ (GMS CBTA) ແລະ​ ອາ​ຊຽນ (ASEAN Framework Agreement). ​ໃນພາກ​ປະຕິ​ບັດ​ຕົວ​ຈິງ ​ມີພຽງ​ແຕ່​ສັນ­ຍາ​ຂົນ­ສົ່ງສອງຝ່າຍໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນທາງການ ໂດຍສ່ວນໃຫຍ່​ແມ່ນ​ນຳ​ໃຊ້​ພາ­ຫະ­ນະ​ຂົນ­ສົ່ງຂອງ​ປະເທດ​ໃກ້​ຄຽງ​ເພື່ອ​ດຳ­ເນີນ​ການຂົນສົ່ງສິນຄ້າ, ສ່ວນ​ພາ­ຫະ­ນະ​ຂົນ­ສົ່ງ​ຂອງ​ລາວ​ເອງ​ຍັງບໍ່​ທັນ​ມີ​ຄວາມ​ອາດ​ສາ­ມາດ​ພຽງພໍໃນ​ການ​ຂົນສົ່ງ​ໄລຍະ​ໄກເພື່ອໃຫ້​ໄປ​ຮອດ​ທ່າ­ເຮືອ​ຂອງ​ປະເທດ​ໃກ້​ຄຽງ​ໄດ້.

ຢ່າງ­ໃດ​ກໍ​ຕາມ ການ​ພັດ­ທະ­ນາ ແລະ ປັບ­ປຸງ​ໂຄງ​ລ່າງ​ພື້ນຖານໃນໄລຍະ​ຜ່ານ​ມາ​ເປັນ­ຕົ້ນ​ແມ່ນເສັ້ນ­ທາງ, ຂົວ, ສະ­ໜາມ​ບິນ, ທ່າ­ເຮືອ ແລະ ​ອື່ນໆ ໂດຍ​ສາ­ມາດ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ຂົນ­ສົ່ງ​ໄປມາ​ຫາ​ສູ່ ແລະ​ ການ​ຄ້າ​ໄດ້​ໃນ​ລະ­ດັບ​ໃດ​ໜຶ່ງ​ເທົ່າ​ນັ້ນ ຊຶ່ງ​ ຍັງ​ບໍ່​ທັນ​ຕອບ​ສະ­ໜອງ ແລະ​ ຮັບ​ໃຊ້ນະ­ໂຍ­ບາຍ​ໃນ​ການ​ຫັນ ສປປ ລາວ ຈາກປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ​ໃຫ້ກາຍເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ​ດ້ານຄົມ­ມະ­ນາ­ຄົມ-ຂົນ­ສົ່ງໄດ້​ຢ່າງ​ສົມ­ບູນ​ເທື່ອ. ເພາະ­ວ່າ​ຖ້າ​ຫາກ​ເຮົາ​ມີ​ແຕ່​ໂຄງ​ລ່າງ​ທີ່​ບໍ່ມີ​ການ​ບໍ­ລິ­ການ​ທາງ​ດ້ານ​ໂລ​ຈິ​ສ​ຕິກ, ປະ­ເທດໃກ້​ຄຽງ​ໃນ​ພາກ​ພື້ນ​ຈະ​ຜ່ານ​ຂ້າມ​ໄປມາປະ­ເທດ​ເຮົາ​ລ້າໆ ຊຶ່ງ​ຈະ​ບໍ່​ໄດ້​ຮັບ​ຜົນ​ປະໂຫຍດ​ຫຍັງ​ຫຼາຍ ແລະ ​ຍັງ​ສ້າງ​ພາ­ລະອັນ​ໜັກ­ໜ່ວງ​ໃນ​ການ​ບູ­ລະ­ນະ​ສ້ອມ­ແປງບັນ­ດາ​ໂຄງ​ລ່າງ​ຄົມ­ມະ­ນາ­ຄົມ-ຂົນ­ສົ່ງເຫຼົ່າ​ນີ້​ອີກ​ດ້ວຍ.

ຕໍ່​ກັບ​ສະ­ພາບ​ຄື​ແນວ​ນັ້ນທ່ານ​ຫົວໜ້າ​ກົມ​ຂົນ­ສົ່ງເປີດ­ເຜີຍ​ໃຫ້​ຮູ້​ຕື່ມ​ວ່າ ກະຊວງ ຍທຂ ຈຶ່ງ​ໄດ້​ຮ່າງ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ໂລ​ຈິ​ສ​ຕິກ​ການ​ຂົນ­ສົ່ງ​ສິນ­ຄ້າ ແລະ ​ໄດ້ຖືກ​ຮັບ­ຮອງ​ຈາກ​ລັດ­ຖະ­ບານ​ໃນ​ປີ 2015 ພ້ອມ​ທັງ​ໄດ້​ເຂົ້າ​ເປັນ​ພາ­ຄີ​ສົນ­ທິສັນ­ຍາ​ສະ­ຫະ​ປະ­ຊາ​ຊາດວ່າ​ດ້ວຍ​ທ່າ​ບົກ (Dry Port) ຊຶ່ງ ສປປ ລາວ ໄດ້​ກຳນົດ​ເອົາ 9 ຈຸດ​ທີ່​ເປັນ​ເຂດ​ໂລ​ຈິ​ສ​ຕິກ​ສາກົນ​ຄື: 1. ​ຫ້ວຍ​ຊາຍ ແຂວງບໍ່ແກ້ວ, 2. ນາ​ເຕີຍ ແຂວງຫຼວງນໍ້າທາ, 3. ເມືອງ​ໄຊ ແຂວງອຸດົມໄຊ, 4. ແຂວງຫຼວງ​ພະ​ບາງ, 5. ທ່າ​ນາ​ແລ້ງ ນະຄອນຫຼວງວຽງຈັນ, 6. ຫຼັກ​ຊາວ ແຂວງບໍລິຄຳໄຊ, 7. ທ່າ​ແຂກ ແຂວງຄຳມ່ວນ, 8. ເຊໂນ ແຂວງສະ­ຫວັນ​ນະ​ເຂດ ແລະ 9. ວັງເຕົ່າ ແຂວງຈຳ­ປາ​ສັກ. ໃນ​ຈຳ­ນວນ​ທັງ​ໝົດ 9 ຈຸດນັ້ນມີ​ພຽງ 2 ຈຸດ​ທີ່​ພວມ​ຈັດ​ຕັ້ງ​ປະ­ຕິ­ບັດຄື ທ່າ​ນາ​ແລ້ງກຳ­ລັງ​ເຈລະ­ຈາ​ຮ່ວມ​ທຶນກັບ​ຍີ່­ປຸ່ນ​ດ້ວຍ​ກົນ​ໄກ PPP ແລະ​ ສະຫວັນ​ນະ​ເຂດ​ທີ່​ເປີດ​ບໍ­ລິ­ການ​ແລ້ວ.

 ໂດຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ບໍ​ລິການ​ເຂດ​ໂລ​ຈິ​ສ​ຕິກ ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ຢ້ຳ​ວ່າ ມັນ​ເປັນ​ການ​ຈັດຕັ້ງ​ປະ­ຕິ­ບັດ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາໂລ​ຈິ​ສ​ຕິກ​ການ​ຂົນ­ສົ່ງ​ສິນ­ຄ້າ​ຂອງ​ລາວ ທັງ​ເປັນ​ການ​ປະ­ຕິ­ບັດ​ພັນ­ທະ​ສົນ­ທິ​ສັນຍາ​ສາ­ກົນແລະ ​ມີ​ຄວາມ​ຈຳ­ເປັນ​ອັນ​ຮີບດ່ວນ​ທີ່​ສຸດ ເພາະ​ຈະ​ມີ​ບ່ອນ​ສຳ­ລັບເຕົ້າ­ໂຮມ ແລະ ​ແຈກ​ຢາຍ​ສິນ­ຄ້າຊຶ່ງເຮັດ​ໃຫ້ລາ­ຄາ​ຂົນ­ສົ່ງ​ຖືກ​ລົງ ສາ­ມາດ​ແກ້​ໄຂ​ບັນຫາ​ການ​ຈອດ​ລົດ​ຂົນ​ສິນ­ຄ້າ​ຊະ­ຊາຍ​ຕາມທາງ​ຫຼວງ​ ເຮັດ​ໃຫ້​ເສັ້ນ­ທາງ​ເປ່​ເພ ແລະ ບໍ່​ປອດ​ໄພ, ປະ­ກອບສ່ວນ​ເຂົ້າ​ໃນ​ການ​ບໍລິ​ການ​ທາງ​ຜ່ານ​ດ້ານ​ຄົມ­ມະ­ນາ­ຄົມ​ຂົນສົ່ງ​ຢ່າງ​ແທ້​ຈິງ. ສິ່ງສຳຄັນ ກໍແມ່ນຈະຊ່ວຍສ້າງລາຍຮັບຢ່າງແທ້ຈິງໃຫ້ແກ່ການຂົນສົ່ງຜ່ານແດນ. ຄຽງ​ຄູ່​ກັນ​ນັ້ນ ກໍຈະ​ເປັນການ​ດຶງ​ດູດ​ການ​ລົງ­ທຶນ, ການ​ຜະ­ລິດໃຫ້​ຫຼາຍ​ຂຶ້ນ ເນື່ອງ​ຈາ​ກວ່າ ​ຜູ້​ລົງ­ທຶນ​ໃສ່ການ​ຜະ­ລິດ​ມີ​ຄວາມ​ສະ­ດວກ​ໃນ​ການ​ຂົນສົ່ງ​ສິນ­ຄ້າ​ຂອງ​ເຂົາ­ເຈົ້າ​ໄດ້​ຖືກຕາມກຳນົດ​ເວ­ລາໄປເຖິງ​ຈຸດ­ໝາຍ​ປາຍ­ທາງ ແລະ ​ມີ​ລາ­ຄາ​ສົມເຫດ​ສົມ​ຜົນ.

ແຫຼ່ງທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ ແລະ ໜັງສືພິມວຽງຈັນທາມ໌ ສະບັບທີ 66 (ວັນທີ 18 ມີນາ 2016)

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.