ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ    ເລກທີ 0369/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 26 ກຸມພາ 2016

ຂໍ້ຕົກລົງ
ວ່າດ້ວຍການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ

      - ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011;
      - ອີງຕາມ ດໍາລັດ ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;

                                                        ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ່ດໍາເນີນການສົ່ງອອກສິນຄ້າທີ່ນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ ແນໃສ່ການຈັດຕັ້ງປະຕິ ບັດໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສາກົນ.

ມາດຕາ 2 ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ຂຽນຫຍໍ້ເປັນພາສາອັງກິດວ່າ: e-CO ແມ່ນການດໍາເນີນການແຈ້ງເອກະສານທາງເອເລັກໂຕຣນິກ ເພື່ອສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

ມາດຕາ 3 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ທີ່ສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກຢູ່ ສປປ ລາວ.

ໝວດທີ II
ເງື່ອນໄຂ ແລະ ຂັ້ນຕອນ
ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

ມາດຕາ 4 ເງື່ອນໄຂຂອງຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

ຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ຕ້ອງມີເງື່ອນໄຂ ດັ່ງນີ້:

1.   ເປັນຜູ່ຜະລິດ ຫຼື ຜູ່ສົ່ງອອກສິນຄ້າ ທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ ແລະ ລະ ບຽບການຂອງ ສປປ ລາວ;
2.   ມີປະຫວັດທີ່ດີໃນການປະຕິບັດຕາມລະບຽບການ ແລະ ຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ.

ມາດຕາ 5 ຂັ້ນຕອນຂອງການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ

              ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

                          1.   ປະກອບເອກະສານຕາມທີ່ກໍານົດໄວ້ໃນ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ແລ້ວສົ່ງໃຫ້ອົງ ການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ເພື່ອລົງທະບຽນ ຂໍສິດໃນການສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ;

                          2. ປະກອບເອກະສານຕາມທີ່ກໍານົດໄວ້ໃນ ມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ແລ້ວສົ່ງໃຫ້ອົງ ການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ.

ມາດຕາ 6 ການລົງທະບຽນ ເພື່ອຂໍສິດໃນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກ ໂຕຣນິກ

 

ການລົງທະບຽນ ເພື່ອຂໍສິດໃນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ແມ່ນປະກອບເອກະສານສົ່ງໃຫ້ອົງການຄຸ້ມຄອງວຽກງານດັ່ງກ່າວ ທາງເອເລັກໂຕຣນິກ ໂດຍຜ່ານເວບໄຊ໌ www.ecolao.gov.la.

ເອກະສານທີ່ຕ້ອງປະກອບ ແລະ ສົ່ງໃຫ້ອົງການຄຸ້ມຄອງມີດັ່ງນີ້:

               1.   ຕື່ມຂໍ້ມູນໃຫ້ຄົບຖ້ວນ ແລະ ຖືກຕ້ອງ ຕາມແບບຟອມທີ່ກໍານົດໄວ້ໃນລະບົບ e-CO;
               2.   ສໍາເນົາເອກະສານເປັນໄຟລ໌ PDF ປະກອບມີ: ໃບທະບຽນວິສາຫະກິດ; ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ; ໜັງສືແຈ້ງແບບຢ່່າງລາຍເຊັນ ແລະ ກາປະທັບ; ແລະ ໃບແຈ້ງຂີດຄວາມສາມາດໃນການສົ່ງອອກປະຈໍາປີ.

ມາດຕາ 7  ວິທີການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ

 ພາຍຫຼັງໄດ້ຮັບສິດເປັນຜູ່ມີເງື່ອນໄຂອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກແລ້ວ ຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ສາມາດປະກອບເອກະສານສົ່ງໃຫ້ອົງການຄຸ້ມຄອງວຽກງານດັ່ງກ່າວ ທາງເອເລັກໂຕຣນິກ  ໂດຍຜ່ານເວັບໄຊ໌  www.ecolao.gov.la  ເພື່ອສະເໜີອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃນການສົ່ງອອກສິນຄ້າແຕ່ລະຄັ້ງ  ໂດຍມີເອກະສານ ດັ່ງນີ້:

               1.    ຕື່ມຂໍ້ມູນຕາມແບບຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ກໍານົດໄວ້ໃນລະບົບ e-CO;
               2.    ສໍາເນົາເອກະສານເປັນໄຟລ໌ PDF ປະກອບມີ: ໃບຄໍາຮ້ອງ; ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສິນຄ້າ; ໃບແຈ້ງພາສີເປັນລາຍລະອຽດ; ແລະ ໃບຂົນສົ່ງ.

           ພາຍຫຼັງໄດ້ຮັບແຈ້ງຕອບທາງເອເລັກໂຕຣນິກ  ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ  ຜູ່ສະເໜີອອກ e-CO ຕ້ອງພິມແບບຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອອກມາ ແລະ ລົງລາຍເຊັນພ້ອມປະທັບກາຂອງບໍລິສັດ/ໂຮງງານ ແລ້ວສົ່ງເອກະສານສະບັບຕົ້ນ ໃຫ້ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ມາດຕາ 8   ການພິຈາລະນາອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ

           ການພິຈາລະນາອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ມີຂັ້ນຕອນດັ່ງນີ້:

1.   ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ຕ້ອງແຈ້ງຕອບ ແລະ ຢັ້ງຢືນຄວາມຖືກຕ້ອງຂອງ ເອກະສານ ທັນທີ ຫຼື ຊ້າສຸດບໍ່ໃຫ້ກາຍ 1 ວັນລັດຖະການ. ໃນກໍລະນີເອກະສານຂໍອອກ e-CO ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ່ສະເໜີຮັບຮູ້ ແລະ ແນະນຳໃຫ້ປັບປຸງເພື່ອໃຫ້ຖືກຕ້ອງ ແລະ ຄົບຖ້ວນ ແລ້ວສົ່ງຄືນໃຫ້ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ;

2.   ພາຍຫຼັງໄດ້ຮັບເອກະສານສະບັບຕົ້ນທີ່ມີລາຍເຊັນ ແລະ ຕາປະທັບຂອງບໍລິສັດ/ໂຮງງານແລ້ວອົງການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຕ້ອງອອກໃບຢັ້ງຢືນແຫຼ່ງກຳເນີນສິນຄ້າ ໃຫ້ທັນທີ ຫຼື ຊ້າສຸດບໍ່ໃຫ້ກາຍ 1 ວັນລັດຖະການ.

 

              ໝວດທີ III
ສິດ ແລະ ພັນທະຂອງຜູ່ສະເໜີ

ມາດຕາ 9 ສິດຂອງຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

        ຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ມີສິດ ດັ່ງນີ້:

1.   ລົງທະບຽນເພື່ອຂໍສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ;
2.   ເລືອກໃຊ້ວິທີການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃນຮູບແບບຜ່ານເອເລັກໂຕຣນິກ ຫຼື  ບໍ່ຜ່ານເອເລັກໂຕຣນິກ;
3.   ມີສິດອື່ນຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 10  ພັນທະຂອງຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

           ຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ມີພັນທະ ດັ່ງນີ້:

1.   ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງ ແລະ ຊັດເຈນຂອງຂໍ້ມູນທາງເອເລັກໂຕຣນິກທີ່ໄດ້ເຊັນໃນເອກະສານ ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ;
2.   ສຳເນົາເອກະສານການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກຄົບຊຸດຢ່າງໜ້ອຍ 03 ປີ ນັບແຕ່ມື້ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ;
3.   ສະໜອງຂໍ້ມູນໃຫ້ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ກໍລະນີອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກມີຄວາມຕ້ອງການ;
4.   ເສຍຄ່າທໍານຽມ ແລະ ຄ່າບໍລິການຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ;
5.   ປະຕິບັດພັນທະອື່ນຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ IV

ຂໍ້ຫ້າມ

ມາດຕາ 11  ຂໍ້ຫ້າມສໍາລັບຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

         ຫ້າມຜູ່ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ມີພຶດຕິກໍາ ດັ່ງນີ້:

1.  ປອມແປງເອກະສານ ຫຼື ແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
2.  ການລັກລອບເອົາສິນຄ້າທີ່ບໍ່ໄດ້ແຫຼ່ງກໍາເນີດມາຂໍຢັ້ງຢືນແຫຼ່ງກໍາເນີດສິນຄ້າ;
3.  ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 12  ຂໍ້ຫ້າມສໍາລັບພະນັກງານອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອ ເລັກໂຕຣນິກ

            ຫ້າມພະນັກງານອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣ ນິກມີພຶດຕິກໍາ ດັ່ງນີ້:

1.   ກົດໜ່ວງທ່ວງດຶງເອກະສານ, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ, ພັກພວກ ແລະ ຍາດຕິພີ່ນ້ອງ;
2.   ສົມຮູ້ຮ່ວມຄິດກັບຜູ່ຂໍຢັ້ງຢືນແຫຼ່ງກໍາເນີດສິນຄ້າປອມແປງເອກະສານ;
3.   ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

               ໝວດທີ V
ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

ມາດຕາ 13  ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ

         ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ແມ່ນກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງວຽກງານດັ່ງກ່າວ.

ມາດຕາ 14  ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກ ໂຕຣນິກ

            ອົງການຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.   ຄັດເລືອກບໍລິສັດທີ່ມີເງື່ອນໄຂ ແລະ ແນະນໍາໃຫ້ລົງທະບຽນເພື່ອໄດ້ຮັບສິດໃນການສະ   ເໜີອອກ e-CO;
2.   ຄົ້ນຄວ້າ, ພິຈາລະນາ ອອກ, ໂຈະ ຫຼື ຖອນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ;
3.   ເປັນເຈົ້າການໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ກ່ຽວກັບ ວຽກງານການອອກ  e-CO;
4.      ສ້າງ ແລະ ຄຸ້ມຄອງລະບົບ e-CO, ລວບລວມຄຳຄິດເຫັນ ຈາກບັນດາພາກສ່ວນຕ່າງໆ, ບຸກຄົນ, ນິຕິບຸກຄົນ ເພື່ອແກ້ໄຂຂໍ້ຜິດພາດ (ຖ້າມີ) ເພື່ອຮັບປະກັນເວລາການຈັດຕັ້ງປະຕິ ບັດໃຫ້ເກີດປະສິດທິຜົນສູງສຸດ;
5.   ຄົ້ນຫາບັນດາຈຸດທີ່ຍັງບໍ່ເໝາະສົມໃນຂອດການຈັດຕັ້ງປະຕິບັດ ເພື່ອຫາທາງແກ້ໄຂ, ປັບ ປຸງແກ້ໄຂໃຫ້ທັນຕໍ່ສະພາບການ;
6.   ສະຫຼຸບ ແລະ ລາຍງານ ກ່ຽວກັບ ການອອກໃບ e-CO ໃຫ້ຄະນະນໍາກະຊວງເປັນແຕ່ລະໄລຍະ.

ໝວດທີ VI
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 15 ນະໂຍບາຍຕໍ່ຜູ່ມີຜົນງານ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານອັນດີເດັ່ນໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມຄວາມເໝາະສົມ.

ມາດຕາ 16 ມາດຕະການຕໍ່ຜູ່ລະເມີດ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການຄື: ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ແຈ້ງລົບລ້າງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ໃຫ້ໂຈະ ຫຼື ຢຸດຕິການເຄື່ອນໄຫວທຸລະກິດຂອງຜູ່ລະເມີດ, ປັບໄໝທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ.

ໝວດທີ VII
ບົດບັນຍັດສຸດທ້າຍ

ມາດຕາ 17 ການຈັດຕັ້ງປະຕິບັດ

 ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິຜົນສູງ.

ມາດຕາ 18 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງ 15 ວັນ ທີ່ໄດ້ພິມລົງຈົດໝາຍທາງລັດຖະການ.

ລັດຖະມົນຕີ
 ກະຊວງອຸດສາຫະກໍາ ແລະ ການຄ້າ
[ເຊັນ ແລະ ປະທັບຕາ]

ນ ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on the issue of Electronic Certificate of Origin No. 0369/MoIC.DIMEX, dated 26 February 2016 PDF
2 ຂໍ້ຕົກລົງ ວ່າດ້ວຍການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ເລກທີ 0369/ອຄ.ກຂອ, ລົງວັນທີ 26 ກຸມພາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.