ສາລະບານ

ມາດຕາ 01. ເງື່ອນໄຂໃນການເຮັດສັນຍານຳເຂົ້າເພື່ອສົ່ງອອກສິນຄ້າ, ເຄື່ອງຂອງ.

ມາດຕາ 02. ຫຼັກການອະນຸຍາດສິນຄ້ານຳເຂົ້າເພື່ອສົ່ງອອກ.

ມາດຕາ 03. ຂັ້ນຕອນການເຮັດສັນຍາສິນຄ້ານຳເຂົ້າເພື່ອສົ່ງອອກ.

ມາດຕາ 04. ຄວາມຮັບຜິດຊອບ ແລະ ວິທີການປະຕິບັດ.

ມາດຕາ 05. ມາດຕະການ.

ມາດຕາ 06. ການຈັດຕັ້ງປະຕິບັດ

ມາດຕາ 07. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ      ເລກທີ 00274/ກພສ
ນະຄອນຫຼວງວຽງຈັນ, ວັນທີ 14 ຕຸລາ 2015

ບົດແນະນຳ
ວ່າດ້ວຍລະບຽບການຄຸ້ມຄອງສິນຄ້ານຳເຂົ້າເພື່ອສົ່ງອອກ

-   ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011, ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
-   ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງກົມພາສີ ສະບັບເລກທີ 1765/ກງ, ລົງວັນທີ 03/06/2015.
-   ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການເກັບຄ່າທຳນຽມເດັດຖານສຳລັບບາງປະເພດສິນຄ້າ,ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ ສະບັບເລກທີ 0462/ ກງ, ລົງວັນທີ 14/06/2003.

     ເພື່ອຮັບປະກັນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການເຮັດສັນຍານຳເຂົ້າເພື່ອສົ່ງອອກສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີຊາຍແດນ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ຖືກຕ້ອງຕາມ ກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ. ຂ້າງເທິງ

ກົມພາສີ ອອກບົດແນະນຳ:

ມາດຕາ 01. ເງື່ອນໄຂໃນການເຮັດສັນຍານຳເຂົ້າເພື່ອສົ່ງອອກສິນຄ້າ, ເຄື່ອງຂອງ.

     ວິສາຫະກິດ ທີ່ສາມາດດຳເນີນທຸລະກິດນຳເຂົ້າເພ່ື່ອສົ່ງອອກສິນຄ້າ, ເຄື່ອງຂອງໄດ້ ຕ້ອງມີທະບຽນວິສາຫະກິດທີ່ສອດຄ່ອງ ຕາມການອະນຸຍາດຂອງຂະແໜງກ່ຽວຂ້ອງ, ຮູບແບບປະ ເພດ ທຸລະກິດ ຂະແໜງວິຊາຊີບກ່ຽວກັບການຄ້າຂາເຂົ້າ-ຂາອອກ, ການບໍລິການຂົນສົ່ງສິນຄ້າ ຫຼືຂະແໜງວິຊາຊີບທຸລະກິດ ກ່ຽວກັບກຸ່ມໝວດສິນຄ້າທີ່ສະເໜີຂໍເຮັດສັນຍາ, ມີປະຫວັດການເຄື່ອນໄຫວທີ່ຖືກຕ້ອງ, ມີຖານະການເງິນແລະການປະຕິດບັດພັນທະໃຫ້ລັດຢ່າງຄົບຖ້ວນ, ມີລະບົບສາງເກັບມ້ຽນສິນຄ້າທີ່ມີຄວາມປອດໄພ, ມີພາຫະນະຂົນສົ່ງທີ່ໄດ້ມາດຕະຖານ, ບໍ່ມີຄະດີທາງພາສີ ແລະ ອື່ນໆ.

ສິນຄ້າ, ເຄື່ອງຂອງທີ່ສາມາດນຳເຂົ້າເພື່ອສົ່ງອອກຕໍ່ ຕ້ອງເປັນສິນຄ້າທີ່ມີແຫຼ່ງກຳເນີດ, ມີລະຫັດສິນຄ້າທີ່ຖືກຕ້ອງ, ມີສັນຍາຕາມລາຄາຊື້-ຂາຍຕົວຈິງ, ບໍ່ແມ່ນສິນຄ້າເກຶອດຫ້າມ, ບໍ່ແມ່ນສິນຄ້າລະເມີດຊັບສິນທາງປັນຍາ ແລະ ສຳລັບປະເພດສັດຕ້ອງແມ່ນສັດທີ່ບໍ່ນອນໃນບັນຊີຂອງສົນທິສັນຍາສາກົນ CITES. ຂ້າງເທິງ

ມາດຕາ 02. ຫຼັກການອະນຸຍາດສິນຄ້ານຳເຂົ້າເພື່ອສົ່ງອອກ.

     ບັນດາວິສາຫະກິດ  ທີ່ມີຈຸດປະສົ່ງ ແລະ ມີເງື່ອນໄຂໃນການສະເໜີຂໍອະນຸຍາດເຮັດສັນຍານຳເຂົ້າເພື່ອສົ່ງອອກສິນຄ້າ, ເຄື່ອງຂອງ, ພາຍຫຼັງທີ່ມີການເຊັນສັນຍາຊື້-ຂາຍທາງການຄ້າຮ່ວມກັນ ແມ່ນໃຫ້ດຳເນີນການຍື່ນເອກະສານສະເໜີ ພ້ອມເອກະສານປະກອບຂໍເຮັດສັນຍາ ລວມສູນຢູ່ຈຸດດຽວທີ່ ກົມພາສີ ກະຊວງການເງິນ.
    ການນຳເຂົ້າເພື່ອສົ່ງອອກ ແມ່ນການນຳເອົາສິນຄ້າ, ເຄື່ອງຂອງເຂົ້າມາໃນ ສປປ ລາວ ເພື່ອລໍຖ້າຂະບວນການສົ່ງອອກຕໍ່ ໄປຍັງອີກປະເທດໜຶ່ງ ໂດຍໃຫ້ສຳເລັດຕາມກຳນົດເວລາ ແລະ ຕ້ອງໄປຕາມເສັ້ນທາງສະເພາະ ທີ່ເຈົ້າໜ້າທີ່ພາສີກຳນົດໃຫ້ ເພື່ອບຄວບຄຸມການເຄື່ອນຍ້າຍ, ການຜ່ານແດນ ແລະ ການສົ່ງອອກ-ນຳເຂົ້າ ຜ່ານດ່ານພາສີສາກົນ ເທົ່ານັ້ນ.
    ລະບົບສາງເກັບມ້ຽນສິນຄ້າ ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ ແລະ ຕ້ອງມີທີ່ຕັ້ງຢູ່ ດ່ານຊາຍແດນບ່ອນສົ່ງອອກ ຫຼື ສະຖານທີ່ ທີ່ລັດຖະການພາສີ ອະນຸຍາດໃຫ້ ເທົ່ານັ້ນ.
    ການເຮັດສັນຍານຳເຂົ້າເພື່ອສົ່ງອອກສິນຄ້າທຸກຄັ້ງ ແມ່ນໃຫ້ກຳນົດດ່ານນຳເຂົ້າຕົ້ນທາງ, ດ່ານສົ່ງອອກປາຍທາງ(ດ່ານດຽວ), ໃນກໍລະນີຈຳເປັນຕ້ອງການສົ່ງອອກຫຼາຍດ່ານ ກົມພາສີ ຈະພິຈາລະນາອະນຸຍາດໃຫ້ສະເພາະ.
    ສິນຄ້າ, ເຄື່ອງຂອງ ທີ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າເພື່ອສົ່ງອອກຕໍ່ ຕ້ອງກຳນົດອາຍຸສັນຍາບໍ່ໃຫ້ເກີນ 01 ເດືອນ ແລະ ຕ້ອງປະຕິບັດພັນທະເສຍຄ່າທຳນຽມ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ ຂອງລັດຖະມົນຕີ ສະບັບເລກທີ 0462/ກງ, ລົງວັນທີ 14/06/2003. ຂ້າງເທິງ

ມາດຕາ 03. ຂັ້ນຕອນການເຮັດສັນຍາສິນຄ້ານຳເຂົ້າເພື່ອສົ່ງອອກ.

1.  ການປະກອຍເອກະສານສະເໜີຂໍເຮັດສັນຍານຳເຂົ້າເພື່ອສົ່ງອອກສິນຄ້າ, ເຄື່ອງຂອງ, ວິສາຫະກິດ ສາມາດຍື່ນເອກະສານປະກອບສະເໜີກ່ອນ 07 ວັນລັດຖະການ, ເພື່ອໃຫ້ ກົມພາສີ ດຳເນີນການ ກວດກາຄວາມຖືກຕ້ອງດ້ານເອກະສານ ແລະ ຂໍ້ມູນຕ່າງໆ ໃຫ້ສາມາດຮັບປະກັນໃນການຄົ້ນຄວ້າພິຈາລະນາ ຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ ໃນມາຕາ 01 ຂ້າງເທິງນີ້.

2.  ກ່ອນການເຮັດສັນຍາ ກົມພາສີ ຈະມອບໃຫ້ ພະແນກການທີ່ຮັບຜິດຊອບ ປະສານງານກັບ ກອງກວດກາພາສີແຂວງ, ນະຄອນຫຼວງ ແລະ ດ່ານພາສີຊາຍແດນ ເພື່ອກວດກາສະພາບເງື່ອນໄຂຕ່າງໆ ຫຼື ໃຫ້ມີການລົງກວດກາຕົວຈິງທີ່ຕັ້ງລະບົບສາງເກັບມ້ຽນສິນຄ້າຂອງບໍລິສັດ, ສາງຢູ່ຕົ້ນທາງ-ປາຍທາງ ໃຫ້ຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ໊າທີ່ພາສີ, ສາມາດຮັບປະ ກັນຕໍ່ການຄຸ້ມຄອງ ແລະ ເກັບມ້ຽນສິນຄ້າ, ເຄື່ອງຂອງທີ່ໄດ້ມາດຕະຖານ ແລະ ເງື່ອນໄຂອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 01 ຂ້າງເທິງນີ້, ເພື່ອຢັ້ງຢືນຄັດຕິດເອກກະສານປະ ກອບສະເໜີຂອງ ວິສາຫະກິດ ຕໍ່ ກົມພາສີ ໃນການຄົ້ນຄວ້າ, ກວດກາ ແລະ ພິຈາລະນາແກ້ໄຂ ຕາມລະບຽບການ.

3.  ການເຮັດສັນຍາສິນຄ້ານຳເຂົ້າເພື່ອສົ່ງອອກທຸກຄັ້ງ ຕ້ອງຢູ່ພາຍໃນຂອບເຂດ 01 ເດືອນ, ຕ້ອງນຳເຂົ້າ ແລະ ສົ່ງອອກ ໃຫ້ສຳເລັດຕາມກຳນົດເວລາ, ຖ້າບໍ່ສຳເລັດ ຫຼື ປະຕິບັດບໍ່ໄດ້ ດ່ານນຳເຂົ້າ ແລະ ດ່ານສົ່ງອອກຕ້ອງລາຍງານ ກົມພາສີ ເພື່ອມີວິທີການແກ້ໄຂ ຕາມກົດໝາຍ ແລະ ລະບຽບການ.

4.  ກ່ອນຈະສະເໜີຂໍເຮັດສັນຍານຳເຂົ້າເພື່ອສົ່ງອອກສະບັບໃໝ່ ຕ້ອງຍື່ນເອກະສານປະກອບສະເໜີກ່ອນ 07 ວັນລັດຖະການ, ວິສາຫະກິດ ຕ້ອງສັງລວມບັນຊີສະຫຼຸບການຈັດຕັ້ງປະຕິບັດສັນຍານຳເຂົ້າ-ສົ່ງອອກສິນຄ້າຕົວຈິງ ໂດຍມີການຢັ້ງຢືນ ຂອງດ່ານນຳເຂົ້າ ແລະ ດ່ານສົ່ງອອກ, ຖ້າຫາກບໍ່ມີການສະຫຼຸບສັງລວມການເຄື່ອນໄຫວຄັດຕິດ ໃບສະເໜີຂໍເຮັດສັນຍາໃໝ່ ກົມພາສີ ຈະບໍ່ພິຈາລະນາ ໃນການອະນຸຍາດເຮັດສັນຍາຄັ້ງຕໍ່ໄປ.

5.  ເມື່ອສີ້ນສຸດການຈັດຕັ້ງປະຕິບັດສັນຍາທຸກໆເດືອນ ດ່ານນຳເຂົ້າ, ດ່ານສົ່ງອອກ ແລະ ກອງກວດກາພາສີແຂວວງ, ນະຄອນຫຼວງ ຕ້ອງສະຫຼຸບສັງລວມສະພາບການປະຕິບັດສັນຍານຳເຂົ້າເພື່ອສົ່ງອອກສິນຄ້າ, ເຄື່ອງຂອງ ສົ່ງລາຍງານ ກົມພາສີ ຕາມລະບຽບການ. ຂ້າງເທິງ

ມາດຕາ 04. ຄວາມຮັບຜິດຊອບ ແລະ ວິທີການປະຕິບັດ.

4.1 ດ່ານພາສີຊາຍແດນ ບ່ອນນຳເຂົ້າ ແລະ ສົ່ງອອກສິນຄ້າ:

ກ. ດ່ານພາສີສາກົນ ບ່ອນນຳເຂົ້າສິນຄ້າ:

-  ການແຈ້ງພາສີເປັນລາຍລະອຽດ ຢູ່ທີ່ດ່ານພາສີສາກົນ ບ່ອນນຳເຂົ້າສິນຄ້າ, ໃນເວລາຂົນສົ່ງສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ ມາຮອດດ່ານບ່ອນນຳເຂົ້າສິນຄ້າ ຕ້ອງເກັບມ້ຽນຢູ່ສາງສິນຄ້າທີ່ຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ, ເພື່ອດຳເນີນຂັ້ນຕອນການແຈ້ງພາສີຕາມຫຼັກການບໍລິຫານຄວາມສ່ຽງ ຜ່ານລະບົບເອເລັກໂຕຣນິກ(ASYCUDA) ແລະ ມອບພັນທະຕ່າງໆຢູ່ດ່ານນຳເຂົ້າຕົ້ນທາງ ແລ້ວຈຶ່ງອະນຸຍາດເຄື່ອນຍ້າຍສິນຄ້າໄປຕາມເສັ້ນທາງທີ່ ລັດຖະການພາສີ ກຳນົດ.
-  ການກຳນົດຂໍ້ມູນການແຈ້ງພາສີ ຕ້ອງຈັດເລກລະຫັດສິນຄ້າ ຕາມສາລະບານອັດຕາພາສີ, ກຳນົດມູນຄ່າແຈ້ງພາສີ ແລະ ຂໍ້ມູນອື່ນໆ ໃຫ້ຄົຍຖ້ວນ, ຖືກຕ້ອງ ແລະ ສອດຄ່ອງຕາມ ລະບຽບການແຈ້ງພາສີເປັນລາຍລະອຽດ.
-  ການກວດປ່ອຍສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ ເຈົ້າໜ້າທີ່ພາສີ ຕ້ອງນຳໃຊ້ຫຼັກການບໍລິຫານຄວາມສ່ຽງໃນການກວດກາສິນຄ້າຕົວຈິງໂດຍຊ້ອງໜ້າເຈົ້າຂອງສິນຄ້າ, ອາດສາມາດກວດກາທັງໝົດ ຫຼື ບາງສ່ວນຕາມຂໍ້ມູນຄວາມສ່ຽງ, ພ້ອມທັງບັນທຶກຜົນການກວດກາ (Inspection Act) ລົງໃນລະບບົບການແຈ້ງພາສີແບບອີເລັກໂຕຣນິກ (ASYCUDA) ແລະ ອະນຸຍາດໃຫ້ສິນຄ້າອອກ ຈາກດ່ານພາສີ ຫຼື ສາງສິນຄ້າ ຕາມລະບຽບການ.
-  ດ່ານນຳເຂົ້າຕົ້ນທາງ ຕ້ອງປະສານຫາ ກອງກວດກາພາສີແຂວງ, ນະຄອນຫຼວງ ເພື່ອຄຸ້ມຄອງການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງໄປຕາມເສັ້ນທາງສະເພາະ ຈົນເຖິງຈຸດໝາຍດ່ານສົ່ງອອກປາຍທາງ ແລະ ມອບໃຫ້ດ່ານສົ່ງອອກປາຍທາງ, ຄຸ້ມຄອງ ແລະ ດຳເນີນຂັ້ນຕອນການແຈ້ງພາສີ ແລະ ກວດປ່ອຍສິນຄ້າເພື່ອສົ່ງອອກ ຕາມລະບຽການ.

ຂ. ດ່ານພາສີສາກົນ ບ່ອນສົ່ງອອກສິນຄ້າ:

-  ການແຈ້ງພາສີເປັນລາຍລະອຽດ ຢູ່ທີ່ດ່ານພາສີສາກົນ ບ່ອນສົ່ງອອກສິນຄ້າ, ໃນເວລາຂົນສົ່ງສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ ມາຮອດດ່ານບ່ອນສົ່ງອອກສິນຄ້າ ຜູ່ແຈ້ງພາສີ ຕ້ອງນຳເອົາໃບແຈ້ງພາສີເປັນລາຍລະອຽດ ທີ່ໄດ້ຜ່ານຂັ້ນຕອນການແຈ້ງພາສີຢູ່ດ່ານນຳເຂົ້າຕົ້ນທາງ, ແຈ້ງຕໍ່ເຈົ້າໜ້າທີ່ພາສີ ບ່ອນດ່ານສົ່ງອອກປາຍທາງ ເພື່ອດຳເນີການກວດກາສິນຄ້າຕົວຈິງໂດຍຊ້ອງໜ້າເຈົ້າຂອງສິນຄ້າ, ຕາມຂໍ້ມູນຫຼັກການບໍລິຫານຄວາມສ່ຽງ, ພ້ອມທັງບັນທືກຜົນການກວດກາ (Inspection Act) ລົງໃນລະບົບການແຈ້ງພາສີແບບອີເລັກໂຕຣນິກ (ASYCUDA) ແລະ ອະນຸຍາດໃຫ້ສົ່ງອອກສິນຄ້າ ຕາມລະບຽບການ.
-  ພາຍຫຼັງທີ່ມີການປະກອບໃບແຈ້ງພາສີ ສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ ແລະ ປະຕິບັດສຳເລັດການກວດປ່ອຍສິນຄ້າສົ່ງອອກ, ດ່ານສົ່ງອອກປາຍທາງ ຕ້ອງເກັບມ້ຽນສຳເນົາ ແລະ ສົ່ງເອກະ ສານການສົ່ງອອກຕົວຈິງ ໃຫ້ດ່ານນຳເຂົ້າຕົ້ນທາງ ເພື່ອເປັນການຢັ້ງຢືນ, ກວດຄືນ ແລະ ສະສາງລະບອບໃບແຈ້ງພາສີເປັນລາຍລະອຽດ ຕາມລະບຽບການ. ຂ້າງເທິງ

4.2 ກອງກວດກາພາສີແຂວງ,ນະຄອນຫຼວງ:

-  ກອງກວດກາພາສີແຂວງ,ນະຄອນຫຼວງ ຕ້ອງກຳນົດສະຖານທີ່ຮັບແຈ້ງເອກະສານໃຫ້ແກ່ຜູ່ປະກອບການໃນການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ແລະ ສ້າງສິ່ງອຳນວນຄວາມສະດວກໃຫ້ແກ່ການເຄື່ອນຍ້າຍສິນຄ້າ ຕາມລະບຽການ.
- ຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ໄປຕາມເສັ້ນທາງສະເພາະທີ່ລັດຖະການພາສີ  ກຳນົດ ຈົນເຖິງຈຸດໝາຍປາຍທາງດ່ານສົ່ງອອກ ຢ່າງເຂັ້ມງວດ.
-  ປະສານສົມທົບກັບດ່ານນຳເຂົ້າຕົ້ນທາງ ແລະດ່ານສົ່ງອອກປາຍທາງ ເພື່ອຄຸ້ມຄອງລະບົບສາງເກັບມ້ຽນສິນຄ້ານຳເຂົ້າເພື່ອສົ່ງອອກ ໃຫ້ສາມາດຮັບປະກັນການຄຸ້ມຄອງ ແລະ ຢູ່ພາຍໃນການຄວບຄຸມຂອງເຈົ້າໜ້າທີ່ພາສີ ຕາມກົດໝາຍ ແລະ ລະບຽບການກຳນົດ.
-  ສະຫຼຸບສັງລວມການຈັດຕັ້ງປະຕິບັດ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຮັບແຈ້ງເອກະ ສານການເຄື່ອນຍ້າຍສິນຄ້ານຳເຂົ້າເພື່ອສົ່ງອອກ ປະຈຳເດືອນ ສົ່ງໃຫ້ ກົມພາສີ ຕາມລະບຽບ ການ. ຂ້າງເທິງ

ມາດຕາ 05. ມາດຕະການ.

-  ເຈົ້າໜ້າທີ່ພາສີ ຕ້ອງຄຸ້ມຄອງລະບົບສາງເກັບມ້ຽນສິນຄ້າ ແລະ ກວດກາສິນຄ້າ, ເຄື່ອງຂອງທີ່ເຮັດສັນຍານນຳເຂົ້າເພື່ອສົ່ງອອກຕໍ່ ຕາມກົດໝາຍ ແລະ ລະບຽບການກຳນົດ.
-  ຫ້າມນຳເອົາສິນຄ້າ, ເຄື່ອງຂອງທີ່ໄດ້ກຳນົດໃນສັນນຍານຳເຂົ້າເພື່ອສົ່ງອອກຕໍ່ ມາຈຳໜ່າຍພາຍໃນປະເທດ ຫຼື ນຳໄປໝູນໃຊ້ໃນທາງທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ.
-    ຫ້າມນຳເອົາສິນຄ້າ, ເຄື່ອງຂອງ ອອກຈາກດ່ານພາສີ ແລະ ສາງສິນຄ້າ ໂດຍທີ່ບໍ່ໄດ້ຮັບອະນຸ ຍາດຈາກ ເຈົ້າໜ້າທີ່ພາສີ.
-    ກໍລະນີລະເມີດລະບຽບກົດໝາຍວ່າດ່ວຍພາສີ ແລະ ບໍ່ປະຕິບັດຕາມລະບຽບການຄຸ້ມຄອງສິນຄ້ານຳເຂົ້າເພື່ອສົ່ງອອກ ໂດຍມີເຈດຕະນະລັກລອຍບໜີພາສີ, ວິສາຫະກິດ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ, ຕ້ອງໄດ້ເສຍພາສີ ແລະ ພັນທະອື່ນ ພ້ອມທັງຖືກປັບໃໝ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ຕາມກົດໝາຍວ່າດ້ວຍພາສີ ກຳນົດ. ຂ້າງເທິງ

ມາດຕາ 06. ການຈັດຕັ້ງປະຕິບັດ

     ມອບໃຫ້ ພະແນກລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ເປັນເສນາທິການໃຫ້ ກົມພາສີ ໃນການຄຸ້ມຄອງກ່ຽວກັບວຽກງານວິຊາສະເພາະ ສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ ຕາມລະບຽບການ.
     ມອບໃຫ້ພະແນກການອ້ອມຂ້າງກົມພາສີ, ດ່ານພາສີຊາຍແດນ, ກອງກວດກາພາສີແຂວງ, ນະຄອນຫຼວງ, ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ ບົດແນະນຳສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 07. ຜົນສັກສິດ

     ບົດແນະນຳສະບັບນີ້ ປ່ຽນແທນ ບົດແນະນຳ ເລກທີ 1130/ກພສ, ລົງວັນທີ 22/05/2007, ແລະ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມພາສີ
( ເຊັນ ແລະ ປະທັບຕາ )

ອາດສະພັງທອງ ສີພັນດອນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on the Management of Import for Re-export No. 00274/CD, dated 14 October 2015 PDF
2 ບົດແນະນຳ ວ່າດ້ວຍ ລະບຽບຄຸ້ມຄອງສິນຄ້ານຳເຂົ້າເພື່ອສົ່ງອອກ ສະບັບເລກທີ 00274/ກພສ, ລົງວັນທີ 14 ຕຸລາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.