ບົດບັນທຶກຄວາມເຂົ້າໃຈ ໂຄງການຊ່ວຍເຫຼືອເພື່ອສົ່ງເສີມການບໍລິຫານການຄວບຄຸມພະຍາດໃນສັດ ຢູ່ ສປປ ລາວ ຈາກ ລັດຖະບານຈີນໄດ້ຮັບການລົງນາມໂດຍ ທ່ານ ໄຊປຼາເດດ ຈູນລະມະນີ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ທ່ານ ເຊັງ ຫົວເຊັງ, ຮອງຫົວໜ້າຫ້ອງການບໍລິຫານການຮ່ວມມືເສດຖະກິດສາກົນ, ກະຊວງການຄ້າ ແຫ່ງ ສປ ຈີນ ໂດຍມີວິຊາການຈາກທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 22 ມີນາ 2015 ທີ່ຜ່ານມາ.

ເປົ້າໝາຍຂອງໂຄງການແມ່ນເພື່ອປ້ອງກັນ ແລະ ຄວບຄຸມການຕິດຕໍ່ພະຍາດສັດຜ່ານຊາຍແດນ ແລະ ເປັນການຊ່ວຍເຫຼືອໃນການພັດທະນາຍຸດທະສາດຜະລິດຕະພັນສະບຽງອາຫານ ແລະ ຄວາມໝັ້ນຄົງທາງດ້ານອາຫານໃນປະເທດລາວ. ນອກຈາກນີ້, ກໍຍັງເປັນການອຳນວຍຄວາມສະດວກໃນການຊື້ສັດທີ່ມີຊີວິດ ແລະ ຜະລິດຕະພັນຈາກສັດລະຫວ່າງ ສປປ ລາວ ແລະ ສປ ຈີນ, ແລະ ເພື່ອເປັນການສ້າງຄວາມເຂັ້ມແຂງໃນການເຊື່ອມຕໍ່ລະຫວ່າງອາຊຽນ ແລະ ຕະຫຼາດສາກົນ ທັງເປັນການສົ່ງເສີມຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງທັງສອງຊາດ.

ໂຄງການຊ່ວຍເຫຼືອດັ່ງກ່າວແມ່ນມີມູນຄ່າ 6 ລ້ານໂດລາ ສະຫະລັດ (ຫຼາຍກວ່າ 48 ຕື້ກີບ). ທຶນຮອນດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນການສ້າງຫ້ອງທົດລອງກວດພະຍາດສັດຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ ແລະ ແຂວງຜົ້ງສາລີ. ງົບປະມານສ່ວນໜຶ່ງແມ່ນຈະຖືກນຳໄປຊື້ອຸປະກອນທີ່ຈຳເປັນ ແລະ ສ້າງລະບົບປິ່ນປົວ,ຫ້ອງທົດລອງ ແລະ ສູນກວດ, ສ້າງຕັ້ງລະບົບຂໍ້ມູນພະຍາດລະບາດຂອງສັດ ແລະ ຈັດຝຶກອົບຮົບໃຫ້ແກ່ພະນັກງານລາວ.

ພາຍໃນໄລຍະເວລາ 2 ປີຂອງໂຄງການນີ້, ລັດຖະບານຈີນຈະຊ່ວຍເຫຼືອດ້ານເຕັກນິກເຂົ້າໃນການບໍລິຫານຫ້ອງທົດລອງ, ການກວດ ແລະ ຄວບຄຸມພະຍາດ, ວັກຊີນ ແລະ ຢາປ້ອງກັນພະຍາດຕ່າງໆ. ໂຄງການດັ່ງກ່າວນີ້ແມ່ນມີແຜນຈະເລີ່ມໃນວັນທີ 31 ຕຸລາ 2016. ໃນໄລຍະການປຸກສ້າງ ຝ່າຍລາວຈະເປັນຜູ່ສ້າງທີມບໍລິຫານ ແລະ ພະນັກງານບຳລຸງຮັກສາເພື່ອຮັບການແນະນຳທາງດ້ານເຕັກນິກ ແລະ ການຝຶກອົບຮົມຈາກຄູ່ສັນຍາຝ່າຍຈີນ ເພື່ອເຮັດໃຫ້ພະນັກງານລາວມີຄວາມຊຳນານກັບການນຳໃຊ້ອຸປະກອນໃນຫ້ອງທົດລອງ, ລວມທັງວັກຊີນ ແລະ ຢາຊະນິດຕ່າງໆ.

ແຫຼ່ງທີ່ມາ: ໜັງສືພິມວຽງຈັນທາມ໌

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.