ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການລັດຖະບານ    ເລກທີ 1364/ຫລບ.ກສສ
ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2015

ແຈ້ງການ

ຮຽນ:  -   ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ທີ່ນັບຖື.
         -     ທ່ານ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
         -     ທ່ານ ລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
         -     ທ່ານ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້.
         -     ທ່ານ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ.
         -     ທ່ານ ລັດຖະມົນຕີວ່າການ ກະຊວງການເງິນ.
         -     ທ່ານ ຮັກສາການລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ.

ເລື່ອງ:  ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງປະເທດ (CITES).

-     ອີງຕາມເອກະສານລາຍງານ ສະບັບເລກທີ 00250/ຕປທ, ລົງວັນທີ 05 ພຶດສະພາ 2015 ຂອງກະຊວງການຕ່າງປະເທດ.
-     ອີງຕາມຜົນກອງປະຊຸມຄັ້ງວັນທີ  18 ພຶດສະພາ 2015 ລະຫວ່າງ ຫ້ອງວ່າການລັດຖະບານ ກັບບັນດາກະຊວງ.
-     ອີງຕາມການຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ ແລະ ທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານໃນຂົງເຂດເສດຖະກິດ ແລະ ຈໍລະຈອນ ໃນວັນທີ 16 ມິຖຸນາ 2015.

     ຫ້ອງວ່າການລັດຖະບານ ຂໍຖືເປັນກຽດແຈ້ງການຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ ແລະ ທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານໃນຂົງເຂດເສດຖະກິດ ແລະ ຈໍລະຈອນ ມາຍັງທ່ານຊາບດັ່ງນີ້: “1/- ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການ ສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ ແລະ ຂະແໜງການກ່ຽວຂ້ອງຕ່າງໆ ຮີບຮ້ອນຮ່າງແຜນດຳເນີນງານແຫ່ງຊາດ ກ່ຽວກັບການສະກັດກັ້ນຄ້າຂາຍງາຊ້າງ ທີ່ຜິດກົດໝາຍ ຢູ່ ສປປ ລາວ ສົ່ງໃຫ້ກອງເລຂາ CITES ທັນຕາມກຳນົດເວລາ. ພ້ອມກັນນີ້, ກໍ່ໃຫ້ເຮັດບົດລາຍງານປະຈຳປີ ກ່ຽວກັບການຄຸ້ມຄອງວຽກງານຄ້າຂາຍສັດປ່າ ແລະ ພືດປ່າ ຂອງ ສປປ ລາວ ເພື່ອສົ່ງໃຫ້ກອງເລຂາ ຢ່າງເປັນປົກກະຕິ.

2/- ເພື່ອສະແດງເຖິງການຮ່ວມມື ຂອງລັດຖະບານ ຕໍ່ອົງການ CITES ແລະ ຄວາມຕັ້ງໃຈໃນການຈັດຕັ້ງປະຕິບັດສົນທິສັນຍາທີ່ ສປປ ລາວ ໄດ້ເປັນພາຄີ, ຈຶ່ງບໍ່ອະນຸຍາດໃຫ້ສືບຕໍ່ຄ້າຂາຍສິນຄ້າປະເພດສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ທີ່ຢູ່ ໃນບັນຊີ I ຫຼື ບັນຊີຫວງຫ້າມຂອງສົນທິສັນຍາສາກົນ CITES ແລະ ລົບລ້າງແຈ້ງການ ຂອງຫ້ອງວ່າການລັດຖະບານ ສະບັບເລກທີ 03/ຫລບ.ກລຂ, ລົງວັນທີ 02/02/2014 ແລະ ສະບັບເລກທີ 1838/ຫລບ.ກສສ ລົງວັນທີ 24/12/2014.

3/- ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳຂໍ້ມູນກ່ຽວກັບບໍລິສັດທີ່ດຳເນີນກິດຈະການດ້ານນີ້ ເພື່ອຕິດຕາມການເຄື່ອນໄຫວດຳເນີນກິດຈະການ ໃຫ້ສອດຄ່ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ສົນທິສັນຍາສາກົນ.

-    ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມເກັບກຳຂໍ້ມູນກ່ຽວກັບບຸກຄົນ/ບໍລິສັດ ທີ່ຝ່າຍໄທແຈ້ງວ່າເປັນປາຍທາງຮັບເອົາງາຊ້າງທີ່ມາຈາກປະເທດເຄນຢາ ແລະ ປະເທດກົງໂກ ທີ່ຝ່າຍໄທກວດພົບວ່າມີຕົວຕົນແທ້ບໍ່ ເພື່ອຈະໄດ້ດຳເນີນການແກ້ໄຂ.

4/- ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສະຫຼຸບຖອດຖອນບົດຮຽນ ກ່ຽວກັບວກງານຄ້າຂາຍສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ແລະ ການຈັດຕັ້ງປະຕິບັດສັນທິສັນຍາ CITES ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ເພື່ອລາຍງານໃຫ້ລັດຖະບານ ມີທິດຊີ້ນຳ.

5/- ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການກວດກາ ການເຄື່ອນຍ້າຍ, ການນຳເຂົ້າ ເພື່ອຜ່ານແດນຂອງ ສປປ ລາວ ໄປຍັງປະເທດທີ 3 ແລະ ການເຄື່ອນໄຫວການດຳເນີນທຸລະກິດ ຂອງບັນດາຟາມລ້ຽງສັດນ້ຳ ແລະ ສັດປ່າ ທີ່ຫວງຫ້າມ ໃນບັນຊີ I CITES ເພື່ອໃຫ້ສອດຄ່ອງຕາມລະບຽບກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ, ລະບຽບການຂອງ ສປປ ລາວ ແລະ ສົນທິສັນຍາສາກົນ CITES ຢ່າງເຂັ້ມງວດ.”

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມຈິດໃຈຊີ້ນຳຂອງຂັ້ນເທິງດ້ວຍ.

ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ
(ເຊັນ ແລະ ປະທັບກາ)

ສອນໄຊ ສີພັນດອນ

ບ່ອນນຳສົ່ງ:

-    ນາຍົກ, ຮອງນາຍົກລັດຖະມົນຕີ       06 ສະບັບ
-    ຫ້ອງວ່າການສູນກາງພັກ      01 ສະບັບ
-    ຄະນະ ຫລບ     03 ສະບັບ
-    ກົມສັງລວມເສດຖະກິດ, ຫລບ      01 ສະບັບ
-    ເກັບມ້ຽນ    01 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Guidance to Implement the Convention on the International Trade in Endangered Species No. 1364/GO.ED, dated 19 August 2015 PDF
2 ແຈ້ງການ ກ່ຽວກັບ ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງປະເທດ (CITES) ສະບັບເລກທີ 1364/ຫລວ.ກສສ, ລົງວັນທີ 19 ສິງຫາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.