ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ                                                                   ເລກທີ 1050/ອຄ.ກຂອ
                                                                                        ນະຄອນຫຼວງວຽງຈັນ, ວັນທີ 13 ມິຖຸນາ 2016

ຄຳສັ່ງແນະນຳ

           ຮຽນ:    ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

ເລື່ອງ:    ການຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.

-       ອີງຕາມ ດໍາລັດ ເລກທີ 522/ນຍ, ລົງວັນທີ 23 ທັນວາ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ;
-       ອີງຕາມ ຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້; ແລະ
-       ອີງຕາມ ແຈ້ງການ ເລກທີ 769/ຫສນຍ ລົງວັນທີ 1 ມິຖຸນາ 2016 ວ່າດ້ວຍການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.

          ເພື່ອເພີ້ມທະວີຄວາມຮັບຜິດຊອບ ແລະ ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ແລະ ແຈ້ງການ ເລກທີ 769/ຫສນຍ ລົງວັນທີ 1 ມິຖຸນາ 2016 ໃຫ້ມີຜົນສັກສິດ ແລະ ປະກົດຜົນເປັນຈິງ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງແນະນຳ ໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ປະຕິບັດດັ່ງນີ້:

1.     ຮີບຮ້ອນຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016, ແຈ້ງການ ເລກທີ 769/ຫສນຍ ລົງວັນທີ 1 ມິຖຸນາ 2016 ແລະ ຄຳສັ່ງແນະນຳສະບັບນີ້ ໃຫ້ແກ່ໜ່ວຍງານ, ບຸກຄະລາກອນຂອງຕົນ ແລະ ບັນດາຫົວໜ່ວຍທຸລະກິດ ໃຫ້ກຳແໜ້ນ, ເຂົ້າໃຈເລິກເຊິ່ງ ແລະ ເປັນເອກະພາບໄປລວງດຽວກັນ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.

2.     ເພີ້ມທະວີ ແລະ ເອົາໃຈໃສ່ ໃນການປະຕິບັດ ໜ້າທີ່, ຂອບເຂດສິດ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງໃນການຄຸ້ມຄອງການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.

3.     ອຳນວຍຄວາມສະດວກ, ໃຫ້ຄວາມຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ພ້ອມກັນເປັນເຈົ້າການຕິດ ຕາມ, ກວດກາ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016, ແຈ້ງການ ເລກທີ 769/ຫສນຍ ລົງວັນທີ 1 ມິຖຸນາ 2016 ແລະ ຄຳສັ່ງແນະນຳສະບັບນີ້ ຕາມພາລະບົດບາດຂອງຕົນໃຫ້ໄດ້ຮັບຜົນດີ. ຖ້າພົບເຫັນກໍລະນີໃດທີ່ມີການລະເມີດແມ່ນໃຫ້ດໍາເນີນການຕາມລະບຽບ, ກົດໝາຍ ຢ່າງເຂັ້ມງວດ.

4.     ສຳລັບ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ  ໃຫ້ຢຸດເຊົາການອອກໃບອະນຸຍາດສົ່ງອອກໄມ້ທຸກປະເພດ ແລະ ເຄື່ອງປ່າຂອງດົງ, ລວມທັງໄມ້ຜ່ານ ສປປ ລາວ ໄປຕ່າງປະເທດ ໃນທຸກກໍລະນີ.

5.     ໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ຮ່ວມກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຮີບຮ້ອນຜັນຂະຫຍາຍບົດບັນທຶກການດັດສົມໂຮງງານປຸງແຕ່ງໄມ້ທີ່ກະຊວງໄດ້ເຊັນກັບບັນດາແຂວງ (ສຳລັບແຂວງທີ່ໄດ້ເຊັນບົດບັນທຶກໄປແລ້ວ) ແລະ ສືບຕໍ່ດຳເນີນການດັດສົມໂຮງງານປຸງແຕ່ງໄມ້ໃນຂອບເຂດທົ່ວປະເທດ. ໃນສະເພາະໜ້ານີ້ ໃຫ້ສຸມໃສ່ແກ້ໄຂບັນດາໂຮງງານທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ ແລະ ປ່າຜະລິດ. ຖ້າພົບເຫັນກໍລະນີລະເມີດ ຫຼື ສ້າງຕັ້ງໂຮງງານທີ່ບໍ່ຖືກຕາມກົດໝາຍ ແມ່ນໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຢຸດຕິ, ຍຸບເລີກ, ຍຶດໄວ້ເປັນຂອງລັດ ແລະ ດຳເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ.

6.     ສຳລັບການປະມູນຂາຍໄມ້ ໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ວຽງຈັນ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງການປະມູນຂາຍແບບເປີດກວ້າງ, ໂດຍໃຫ້ບູລິມະສິດແກ່ບັນດາໂຮງງານປຸງແຕ່ງໄມ້ ທີ່ເປັນສະມາຊິກຂອງສະມາຄົມປຸງແຕ່ງໄມ້ແຫ່ງຊາດ ແລະ ສະມາຄົມເຟີນີເຈີລາວ.

7.     ໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ລາຍງານຜົນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016, ແຈ້ງການ ເລກທີ 769/ຫສນຍ ລົງວັນທີ 1 ມິຖຸນາ 2016 ແລະ ຄຳສັ່ງແນະນຳສະບັບນີ້ ໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ຊາບ ເພື່ອຊີ້ນຳແກ້ໄຂບັນຫາໃຫ້ທັນການ.

8.     ຄຳສັ່ງແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳອື່ນໆ ທີ່ໄດ້ອອກຜ່ານມາ ຊຶ່ງມີເນື້ອໃນຂັດກັບຄຳສັ່ງແນະນຳສະບັບນີ້ລ້ວນແຕ່ຖືກລົບລ້າງ.

                                                                                           ລັດຖະມົນຕີ
                                                                                     ກະຊວງອຸດສາຫະກຳ ແລະ ການຄ້າ

                                                                                         (ເຊັນ ແລະ ປະທັບຕາ)

                                                                                           ນ ເຂັມມະນີ ພົນເສນາ

                                                                                              ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction No. 1050/MoIC.DIMEX dated 13 July 2016 on the Supplement of the Order No. 15/PM dated 13 May 2016 on Enhancing Strictness on the Management and Inspection of Timber Exploitation, Timber Movement and Timber Business PDF
2 ຄຳສັ່ງແນະນຳ ສະບັບເລກທີ 1050/ອຄ.ກຂອ, ລົງວນທີ 13 ມິຖຸນາ 2016 ກ່ຽວກັບ ການຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.