ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳແລະປ່າໄມ້                              ເລກທີ   2857  /ກປ
                       ນະຄອນຫຼວງວຽງຈັນ, ວັນທີ່  11 ພະຈິກ 2011

ແຈ້ງການເພີ່ມເຕີມ

ເຖິງ : ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ນະຄອນຫຼວງວຽງຈັນ.

ເລື່ອງ : ປັບປຸງເນື້ອໃນ ແຈ້ງການ ເລກທີ 1904/ອຄ.ກຂອ, ລົງວັນທີ 30/09/2011 ຂໍ້1.4 ກ່ວຍກັບຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້

-       ອີງຕາມແຈ້ງການ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການອອກໃບອຸນຸຍາດນໍາເຂົ້າ ແລະສົ່ງອອກສິນຄ້າແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ ສະບັບເລກທີ 0826/ອຄ.ກຂອ, ລົງວັນທີ 03/005/2011.
-       ອີງຕາມ ແຈ້ງການ ຂອງກົມອຸດສາຫະກຳ ສະບັບເລກທີ 506/ກອກ.ມຖ, ລົງວັນທີ 05/09/2011 ກ່ຽວກັບບົດແນະນໍາການຂຶ້ນບັນຊີຜະລິດຕະພັນໄມ້.

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຂໍລາຍງາຍມາຍັງທ່ານຊາບວ່າ: ອີງຕາມແຈ້ງການ ສະບັບເລກທີ 1904/ອຄ.ກຂອ, ລົງວັນທີ 30/09/2011, ຂໍ້ 1.4, ເອກະສານປະກອບການອະນຸຍາດສົ່ງອອກ ຜະລິດຕະພັນໄມ້ສຳເລັດຮູບປະກອບມີ:

1.    ສຳເນົາທະບຽນວິສາຫະກິດ ທີ່ອະນຸຍາດດຳເນີນທຸລະກິດໄມ້ ແລະ ທະບຽນອາກອນ.
2.    ໃບແຈ້ງລາຄາ (Invoice).
3.    ໃບຫຸ້ມຫໍ່ (Packing List)
4.    ໃບແຈ້ງພາສີຂາອອກ (ຖ້າຜ່ານແຂວງອື່ນ).
5.    ໃບຢັ້ງຢືນ ອ5.

ອີງໃສ່ສະພາບການປ່ຽນແປງ ແລະ ສະພາບຕົວຈິງໃນການອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດໃນການປະກອບເອກະສານສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ຕາມຂໍ້ 1.4 ຂອງແຈ້ງການເລກທີ 1904/ອຄ.ກຂອ, ລົງວັນທີ 30/09/2011 ໃຫ້ປະກອບເອກະສານດັ່ງນີ້:

1.    ໃບທະບຽນວິສາຫະກິດ ທີ່ອະນຸຍາດໃຫ້ດຳເນີນທຸລະກິດໄມ້ ແລະ ທະບຽນອາກອນ.
2.    ໃບແຈ້ງລາຄາ
3.    ໃບຫຸ້ມຫໍ່

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ຫົວໜ້າຫ້ອງການ

(ເຊັນ ແລະ ປະທັບຕາ)

ສິຣິສຳພັນ ວໍລະຈິດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification No. 2857/DIMEX, dated 11 November 2011 on the Revision of Notification No. 1904/DIMEX, dated 30 September 2011 No. 1.4 on the import and export of timber and wooden products PDF
2 ແຈ້ງການເພີ່ມເຕີມ ເລກທີ 2857/ຫອຄ.ກຂອ, ລົງວັນທີ 11 ພະຈິກ 2011 ກ່ຽວກັບ ປັບປຸງເນື້ອໃນ ແຈ້ງການ ເລກທີ 1904/ອຄ. ກຂອ, ລົງວັນທີ 30 ກັນຍາ 2011 ຂໍ້ 1.4 ກ່ຽວກັບຂັ້ນຕອນການອອກອະນຸຍາດນຳເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.