ອົງການບໍລິຫານຄຸ້ມຄອງກວດກາຄຸນນະພາບ ແລະ ກັກກັນພືດ ແລະ ສັດ ແຫ່ງ ສປ ຈີນ ແຈ້ງກ່ຽວກັບ ຂໍ້ກຳນົດການນຳໃຊ້ໃບຢັ້ງຢືນການນຳເຂົ້າອາຫານ ຂອງ ສປ ຈີນ ສະບັບເລກທີ [2016] 327,ລົງວັນທີ 25 ເມສາ 2016 ໂດຍຜ່ານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ປັກກິ່ງ, ສປປ ຈີນ.                                           

ອີງຕາມ ກົດໝາຍວ່າດ້ວຍ ຄວາມປອດໄພທາງດ້ານອາຫານຂອງ ສປ ຈີນ ທີ່ກຳນົດໃນມາດຕາ 92 (CAC) ກ່ຽວກັບ ການສ້າງແບບຟອມ ແລະ ຄຳແນະນຳ ການນຳໃຊ້ໃບຢັ້ງຢືນທາງການທົ່ວໄປ ລະບຸວ່າ: ການນຳເຂົ້າອາຫານຕ້ອງມີການຄຸ້ມຄອງກວດກາຄຸນນະພາບ ແລະ ກັກກັນພືດ, ຕ້ອງປະຕິບັດຕາມລະບຽບການໃບຢັ້ງຢືນການນຳເຂົ້າອາຫານ ແລະ ເອກະສານຂອງພາກສ່ວນທີ່ກ່ຽວຂ້ອງ. ຜູ້ປະກອບການທີ່ມີຈຸດປະສົງຈະນຳເຂົ້າສິນຄ້າ ປະເພດອາຫານ ຕ້ອງໄດ້ຜ່ານການກວດກາ ແລະ  ພິຈາລະນາຈາກພາກສ່ວນທີ່ກ່ຽວຂ້ອງຂອງໝ່ວຍງານກວດກາດ້ານຄຸນນະພາບ, ກັກກັນພືດ ປະຈຳຢູ່ທີ່ດ່ານສາກົນ ແລະ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ຕາມທີ່ຂະແໝງການບໍລິຫານການຄຸ້ມຄອງກວດກາ ສຸຂານາໄມພືດ ແລະ ໃບຢັ້ງຢືນການສົ່ງອອກອາຫານ. ພ້ອມນັ້ນ ຕ້ອງຄັດຕິດເອກະສານສະບັບສຳເນົາ ແລະ ເອກະສານດັ່ງກ່າວຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ  ມາດຕະຖານ ການນຳເຂົ້າອາຫານທີ່ ສປ ຈີນ ກຳນົດ.

ໃນໄລຍະຜ່ານມາ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເຫັນດີເປັນເອກະພາບນຳໃຊ້ໃບຢັ້ງຢືນ ໂດຍອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງກວດກາຄຸນນະພາບ ແລະ ກັກກັນພືດ ຂອງສິນຄ້າປະເພດອາຫານ ທີ່ມີການນຳເຂົ້າ ແລະ ສົ່ງອອກ ຊຶ່ງມີຜົນສັກສິດ ນຳໃຊ້ໄດ້ຈົນເຖິງວັນທີ 01 ຕຸລາ ປີ 2017. ການສົ່ງອອກສິນຄ້າປະເພດອາຫານ ທີ່ແຊ່ເຢັນ ແລະ ອາຫານສົດ, ເຄັກ, ເຂົ້າໜົມປັງ, ເຂົ້າໜົມອົບ, ອຸປະກອນປຸງແຕ່ງອາຫານ, ອາຫານການກິນ, ເຫົ້ຼາ, ຂອງຫວານ, ໝາກໄມ້ກະປ໋ອງ ແລະ ອາຫານປະເພດອື່ນໆ ໄປ ສປ ຈີນ ຕ້ອງຄັດຕິດໃບຢັ້ງຢືນການນຳເຂົ້າສິນຄ້າປະເພດອາຫານ ໄປຍັງ ສປ ຈີນ ທີ່ເປັນໜັງສືທາງການຈາກພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ  ແລະ ໃບຢັ້ງຢືນຕ້ອງໄດ້ຜ່ານການກວດກາເຫັນດີ ຈາກກົມສຸຂານາໄມພືດຂອງ ສປ ຈີນ ເສຍກ່ອນ ຈື່ງນຳເຂົ້າໄດ້.

ມາດຕະການດັ່ງກ່າວມານີ້ ໄດ້ເລີ່ມປະຕິບັດຢ່າງເປັນທາງການ ນັບຕັ້ງແຕ່ວັນທີ 20 ເມສາ 2016 ເປັນຕົ້ນມາ. ໃນໄລຍະຂ້າມຜ່ານ ຈົນເຖິງວັນທີ 01 ຕຸລາ 2017, ສິນຄ້າປະເພດອາຫານ ທີ່ສົ່ງໄປ ສປ ຈີນ ທີ່ບໍ່ມີເອກະສານໃບຢັ້ງຢືນທາງລັດຖະການ ຈາກອົງການບໍລິຫານຄຸ້ມຄອງກວດກາຄຸນນະພາບ ແລະ ກັກກັນພືດ ແລະ ສັດ ຄັດຕິດມາພ້ອມນັ້ນ ແມ່ນຈະບໍ່ອະນຸຍາດໃຫ້ນຳເຂົ້າ ຫຼື ຜ່ານແດນ ສປ ຈີນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.