ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 ກະຊວງ ກະສິກຳ ແລະ ປ່າໄມ້

                                                                                                                ເລກທີ   1046  /ກປຝ

                                                                    ນະຄອນຫຼວງວຽງຈັນ, ວັນທີ  26 ພຶດສະພາ 2016

ແຈ້ງການແນະນຳ

ຮຽນ:  ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ເພີ່ມທະວີຄວາມເອົາໃຈໃສ່ ໃນການຢັ້ງຢືນສຸຂານາໄມພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ທີ່ສົ່ງອອກໄປຍັງສະຫະພາບເອີຣົບ.

-         ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9 ທັນວາ 2008;
-         ອີງຕາມ ດຳລັດ ແນະນຳປະຕິບັດກົດໝາຍ ວ່າດ້ວຍການປ້ອງກັນພືດ ສະບັບເລກທີ 229/ລບ, ລົງວັນທີ 31 ພຶດສະພາ 2012;
-         ອີງຕາມ ຄຳສັ່ງ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ໃນການນໍາໃຊ້ມາດຕະການສຸຂານາໄມພືດ ເພື່ອແກ້ໄຂບັນຫາຕໍ່ການແຈ້ງເຕືອນຂອງສະຫະພາບເອີຣົບ (EU) ສະບັບເລກທີ 2109/ກປ, ລົງວັນທີ 27/04/2016.

          ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເລກທີ 2109/ກປ, ລົງວັນທີ 27/04/2016 ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ໃນການນໍາໃຊ້ມາດຕະການສຸຂານາໄມພືດ ເພື່ອແກ້ໄຂບັນຫາຕໍ່ການແຈ້ງເຕືອນຂອງສະຫະພາບເອີຣົບແນໃສ່ຮັບປະກັນການສົ່ງອອກພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປຍັງສະຫະພາບເອີຣົບໃຫ້ຖືກຕ້ອງ, ມີຄວາມໂປ່ງໃສ ແລະ ສອດຄ່ອງກັບເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການນຳເຂົ້າຂອງສະຫະພາບເອີຮົບ, ດັ່ງນັ້ນ ກົມປູກຝັງຈຶ່ງອອກແຈ້ງການແນະນຳດັ່ງນີ້:

1.    ໃຫ້ຂະແໜງປູກຝັງປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະຕິບັດຢ່າງເດັດຂາດ ແລະ ເຂັ້ມງວດບາງວຽກງານດັ່ງລຸ່ມນີ້:

1.1     ທຸກໆ ພືດ ແລະ ຜະລິດຕະພັນພືດ ທີ່ສົ່ງອອກໄປຍັງສະຫະພາບເອີຣົບ ຕ້ອງຈົດທະບຽນສວນປູກ/ຟາມ, ໂຮງເຮືອນຫຸ້ມຫໍ່ ແລະ ບໍລິສັດສົ່ງອອກ ນໍາຂະແໜງປູກຝັງປະຈຳແຂວງ ແລະ ນະຄອນຫຼວງວຽງຈັນໂດຍມີການຢັ້ງຢືນຈາກ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ (ເອກະສານຄັດຊ້ອນທ້າຍ ເຊັ່ນ: ແບບຟອມ ແລະ ຮ່າງໃບທະບຽນ...);

1.2.    ການສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປຍັງສະຫະພາບເອີຣົບ ຕ້ອງໄດ້ກວດກາວິໃຈບໍ່ໃຫ້ມີສານເຄມີຕົກຄ້າງ (Maximum Residue Limit MRLs) ເກີນມາດຕະຖານທີ່ກຳນົດ ແລະ ບໍ່ໃຫ້ມີເຊື້ອຈຸລິນຊີຕິດແປດ ໂດຍສະເພາະເຊື້ອ Salmonella ແລະ ເຊື້ອ Escherichia coli ພ້ອມທັງມີໃບຢັ້ງຢືນຜົນການວິໃຈຈາກຫ້ອງວິໃຈອ້າງອີງ ທີໄດ້ຮັບການຮັບຮອງ ແລະ ຢັ້ງຢືນຕາມມາດຕະຖານສາກົນ ISO 17025;

1.3     ກ່ອນອອກໃບຢັ້ງຢືນສຸຂານາໄມພືດ (Phytosanitary Certificate), ໃຫ້ເພີ່ມທະວີການກວດກາ, ການສຸ່ມເກັບຕົວຢ່າງສິນຄ້າຕົວຈິງ ເພື່ອຮັບປະກັນບໍ່ໃຫ້ມີການຕິດແປດສັດຕູພືດກັກກັນ ຂອງສະຫະພາບເອີຣົບ ທີ່ກໍານົດໄວ້ ( ເອກະສານຄັດຊ້ອນທ້າຍເຊັ່ນ: ສັງລວມບັນຊີສັດຕູພືດກັກກັນຕາມການແຈ້ງເຕືອນຂອງເອີຣົບ);

1.4     ສ່ວນເລກລະຫັດຂອງໃບທະບຽນສວນປູກ/ຟາມ, ໂຮງເຮືອນຫຸ່ມຫໍ່ ແລະ ບໍລິສັດສົ່ງອອກ ແມ່ນ ພະແນກກັກກັນພືດ, ກົມປູກຝັງ ເປັນຜູ້ກໍານົດໃຫ້.

          2.  ເປັນເຈົ້າການໃນການໂຄສະນາເຜີຍແຜ່ບັນດານິຕິກໍາ ແລະ ເງື່ອນໄຂການນໍາເຂົ້າພືດ ແລະ ຜະລິດຕະພັນພືດຂອງສະຫະພາບເອີຣົບ ໃຫ້ຜູ້ສົ່ງອອກຮັບຮູ້, ເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ.

          3.  ແຈ້ງການແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

       ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ.

                                                            ຫົວໜ້າກົມປູກຝັງ

(ເຊັນ ແລະ ປະທັບຕາ)

ຄຳຕັນ ທາດາວົງ

# ຫົວຂໍ້ ດາວໂຫຼດ
1 Notification on Increasing Attention in Certifying Phytosanitary and Agricultural Products of Lao PDR to the EU No. 1046, dated 16 May 2016 PDF
2 ແຈ້ງການແນະນຳ ກ່ຽວກັບ ເພີ່ມທະວີຄວາມເອົາໃຈໃສ່ ໃນການຢັ້ງຢືນສຸຂານາໄມພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ທີ່ສົ່ງອອກໄປຍັງ ສະຫະພາບເອີຣົບ ສະບັບເລກທີ 1046 ລົງວັນທີ 16 ພຶດສະພາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.