ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ                                                                      ເລກທີ  1242  /ອຄ

                  ນະຄອນຫຼວງວຽງຈັນ, ວັນທີ 18 ກໍລະກົດ 2016

 

            ເຖິງ:    -  ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ບໍລິຄຳໄຊ;
                       -    ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຄຳມ່ວນ;
                       -    ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ສະຫວັນນະເຂດ;
                       -    ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຈຳປາສັກ;
                       -    ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ສາລະວັນ;
                       -    ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ອັດຕະປື.

          ເລື່ອງ:   ການສົ່ງອອກຜະລິດຕະພັນໄມ້ປອກ (veneer) ໄປຕ່າງປະເທດ.

–    ອີງຕາມ ຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການ ຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້;

–    ອີງຕາມ ແຈ້ງການເລກທີ 955/ຫສນຍ.ກລຂ, ລົງວັນທີ 08 ກໍລະກົດ 2016 ວ່າດ້ວຍ ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ;

–    ອີງຕາມ ຜົນຂອງກອງປະຊຸມປຶກສາຫາລື ຄັ້ງວັນທີ 14 ກໍລະກົດ 2016 ພາຍໃຕ້ການເປັນປະທານຂອງ ທ່ານ    ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ແລະ

–    ອີງຕາມ ຕາຕະລາງສັງລວມຂໍ້ມູນໄມ້ປອກທີ່ຜະລິດແລ້ວ ຂອງ ກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 674/ອຄ.ກອຫ ລົງວັນທີ 13 ກໍລະກົດ 2016.

ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງ ທ່ານ ເພື່ອປະຕິບັດດັ່ງນີ້:

1.     ເຫັນດີໃຫ້ສົ່ງອອກ ໄມ້ປອກ (veneer) ລະຫັດເຄົ້າ 4408 ທີ່ບັນດາໂຮງງານໄດ້ຜະລິດ, ມີສັນຍາ ແລະ ມີແຫຼ່ງທີ່ມາຖືກຕ້ອງແລ້ວ ຕາມຈຳນວນທີ່ໄດ້ລະບຸໄວ້ໃນຕາຕະລາງສັງລວມຂໍ້ມູນໄມ້ປອກທີ່ຜະລິດແລ້ວ ຂອງ ກົມອຸດສາຫະກຳ ແລະ ຫັດຖະກຳ ເລກທີ 674/ອຄ.ກອຫ ລົງວັນທີ 13 ກໍລະກົດ 2016.

2.     ສຳລັບ ວັດຖຸດີບ (ໄມ້ທ່ອນ) ທີ່ຍັງຄ້າງຢູ່ໂຮງງານ ແມ່ນສາມາດສືບຕໍ່ຜະລິດເພື່ອສະໜອງພາຍໃນ ຫຼື ສົ່ງອອກໄປຕ່າງປະເທດເປັນຜະລິດຕະພັນໄມ້ສຳເລັດຮູບ.

3.     ໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ອອກໃບຢັ້ງຢືນໄມ້ປອກ (veneer) ຂື້ນລົດ ໂດຍສົມທົບກັບ ພະແນກ ກະສິກຳ ແລະ ປ່າໄມ້ (ຂະແໜງປ່າໄມ້) ແລະ ພະແນກການເງິນ (ຫ້ອງການຄຸ້ມຄອງຊັບສິນຂອງລັດ) ຮ່ວມກັນເປັນຄະນະກໍາມະການລົງກວດກາ. ກ່ອນເອົາໄມ້ປອກ (veneer) ຂື້ນລົດ, ໃຫ້ກວດກາແຫຼ່ງທີ່ມາ, ສັນຍາຊື້ຂາຍ, ການມອບພັນທະຕ່າງໆ ແລະ ກວດກາບໍລິມາດໃຫ້ຖືກຕ້ອງຕາມຈຳນວນທີ່ໄດ້ລະບຸໄວ້ໃນຕາຕະລາງສັງລວມຂໍ້ມູນໄມ້ປອກທີ່ຜະລິດແລ້ວ ຂອງ ກົມອຸດສາຫະກຳ ແລະ ຫັດຖະກຳ ເລກທີ 674/ອຄ.ກອຫ ລົງວັນທີ 13 ກໍລະກົດ 2016. ຫຼັງຈາກນັ້ນ, ໃຫ້ຄະນະກຳມະການໜີບກົ່ວໃສ່ພ້ອມ.

4.     ພາຍຫຼັງເຄື່ອນຍ້າຍໄມ້ປອກ (veneer) ໄປຮອດດ່ານສົ່ງອອກ, ເຈົ້າຂອງໄມ້ປອກ (veneer) ຕ້ອງໄດ້ດຳເນີນການແຈ້ງພາສີຕາມກົດໝາຍ ແລະ ລະບຽບການ.

5.     ກໍລະນີກວດພົບເຫັນຢູ່ດ່ານສົ່ງອອກວ່າມີໄມ້ປອກ (veneer) ເກີນຈຳນວນທີ່ລະບຸໄວ້ໃນເອກະສານຢັ້ງຢືນໄມ້ປອກ (veneer) ເວລາຂື້ນລົດ ຫຼື ມີໄມ້ຊະນິດອື່ນມາປົນນຳ, ແຕ່ສາຍລວດ ແລະ ເມັດກົ່ວຍັງມີສະພາບປົກກະຕິແມ່ນເປັນຄວາມຮັບຜິດຊອບຂອງຄະນະກຳມະການກວດກາຮ່ວມກັບເຈົ້າຂອງໂຮງງານ. ກົງກັນຂ້າມ, ຖ້າຫາກມີການແກ້ໄຂ, ທຳລາຍ ຫຼື ປ່ຽນແປງສະພາບຂອງສາຍລວດ ແລະ ເມັດກົ່ວ ທີ່ໜີບໄວ້ ແມ່ນເປັນຄວາມຮັບຜິດຊອບຂອງເຈົ້າຂອງໂຮງງານ ແລະ ເຈົ້າຂອງລົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຮ່ວມກັບພາກສ່ວນທີ່ກ່ຽວຂ່ອງດ້ວຍຄວາມຮັບຜິດຊອບ.

                                                                                                          ລັດຖະມົນຕີ

                                                                                                      (ເຊັນ ແລະ ປະທັບຕາ)

                                                                                                    ນ  ເຂັມມະນີ ພົນເສນາ

                                                                        ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Export of Veneer No. 1242/MoIC, dated 18 July 2016 PDF
2 ແຈ້ງການ ກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້ປອກ (veneer) ໄປຕ່າງປະເທດ ສະບັບເລກທີ 1242/ອຄ, ລົງວັນທີ 18 ກໍລະກົດ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.