ສາລະບານ

1.  ມອບໃຫ້ດ່ານພາສີມິດຕະພາບ I ດ່ານພາສີສາງທ່ານາແລ້ງ ...

2.  ລົດບັບທຸກສິນຄ້າຂາເຂົ້າທຸກຄັນ ຕ້ອງໄດ້ແຈ້ງເອກະສານຂົນສົ່ງ ...

3.  ມອບໃຫ້ດ່ານພາສີສາງທ່ານາແລ້ງ ເປັນຜູ້ຮັບພິຊອບ ...

4.  ໃຫ້ສອງດ່ານປະສານສົມທົບກັນຢ່າງໃກ້ສິດ ...

5.  ມອບໃຫ້ດ່ານພາສີມິດຕະພາບ I  ແລະ ດ່ານພາສີສາງທ່ານາແລ້ງ ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ     ເລກທີ: 07972/ກພສ
ນະຄອນຫຼວງວຽງຈັນ, ວັນທີ: 25 ກໍລະກົດ 2016

ແຈ້ງການ

ເຖິງ : ຫົວໜ້າດ່ານພາສີຂົວມິດຕະພາບ I  ແລະ ດ່ານພາສີ ສາງທ່ານາແລ້ງ

ເລື່ອງ : ການຄຸ້ມຄອງລົດຂົນສົ່ງສິນຄ້າຜ່ານແດນຂົວມິດຕະພາບ I  ເຂົ້າລະບົບສາງຕູ້ຄອນເທນເນີ (CY) ທີ່ສະຖານນີລົດໄຟທ່ານາແລ້ງ.

-    ອີງຕາມ ກົດໝາຍພາສີ ສະບັບເລກທີ 04/ສພຊ ລົງວັນທີີ 20 ທັນວາ 2011.
-    ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 1765/ກງ ລົງວັນທີ 03 ມີຖຸນາ 2015 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.
-    ອີງຕາມ ຂໍ້ຕົກລົງຂອງ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສະບັບເລກທີ 0187/ກງ, ລົງວັນທີ 23/06/2016 ວ່າດ້ວຍການອະນຸມັດໃຫ້ລັດວິສາຫະກິດ ລາວບໍລິການ ສິນຄ້າຜ່ານແດນ ເປັນຜູ້ຄຸ້ມຄອງ ແລະ ດຳເນີນການໃຫ້ບໍລິການ ລະບົບສາງຕູ້ຄອນເທນເນີ (CY) ທີ່ສະຖານນີລົດໄຟທ່ານາແລ້ງ.
-    ອີງຕາມ ກອງປະຊຸມປືກສາຫາລື ທີ່ກະຊວງການເງິນ ຄັ້ງວັນທີ 10 ມີຖຸນາ 2016. ຂ້າງເທິງ

ກົມພາສີ ອອກແຈ້ງການ, ຄື :

1.  ມອບໃຫ້ດ່ານພາສີມິດຕະພາບ I ດ່ານພາສີສາງທ່ານາແລ້ງ ເອົາໃຈໃສ່ປະສານສົມທົບກັບລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໃນການຄຸ້ມຄອງລົດບັນທຸກສິນຄ້າທີ່ບໍ່ມີຄວາມສ່ຽງ ເຂົ້າຈອດພັກ ຫຼື ເກັບມ້ຽນ ທີ່ສາງຕູ້ຄອນເທນເນີ (CY) ທີ່ສະຖານນີລົດໄຟທ່ານາແລ້ງ ນັບແຕ່ວັນທີ 26/07/2016 ເປັນຕົ້ນໄປ.

2.  ລົດບັບທຸກສິນຄ້າຂາເຂົ້າທຸກຄັນ ຕ້ອງໄດ້ແຈ້ງເອກະສານຂົນສົ່ງ ທີ່ດ່ານຂົວມິດຕະພາບ I  ຕາມທີ່ກຳນົດໄວ້ໃນມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ. ຈາກນັ້ນໃຫ້ດຳເນີນການຕາມລະບຽບການ ແລະ ຂັ້ນຕອນ, ຄື:

2.1   ສິນຄ້າປະເພດນ້ຳມັນເຊື້ອໄຟ, ວັດຖຸໄວໄຟ, ສັດມີຊີວິດ ແລະ ສິນຄ້າບູດເນົ່າ ໃຫ້ຈອດພັກ ແລະ ດຳເນີນການແຈ້ງພາສີເປັນລາຍລະອຽດ ທີ່ດ່ານພາສີຂົວມິດທະພາບ I;
2.2   ສິນຄ້າ, ເຄື່ອງຂອງ ທີ່ມີເປົ້າໝາຍນຳເຂົ້າເສຍພາສີ-ອາກອນ, ສິນຄ້າຝາກສາງກາຍກຳນົດ 4 ເດືອນ ແລະ ສິນຄ້າ, ເຄື່ອງຂອງອື່ນໆ ທີ່ມີຄວາມສ່ຽງໃນການລັກລອບ ໃຫ້ນຳເຂົ້າຈອດພັກ ຫຼື ເກັບມ້ຽນທີ່ດ່ານພາສີສາງທ່ານາແລ້ງ ເພື່ອດຳເນີນການແຈ້ງພາສີເປັນລະອຽດ;
2.3  ສິນຄ້າ, ເຄື່ອງຂອງນຳເຂົ້າຍົກເວັ້ນຄ່າພາສີ-ອາກອນ ຂອງບັນດາໂຄງການລົງທຶນ ແລະ ຂອງລັດຖະບານ ໃຫ້ນຳເຂົ້າຈອດພັກ ຫຼື ເກັບມ້ຽນ ທີ່ສາງຕູ້ເທນຄອນເນີ (CY) ທີ່ສະຖານນີລົດໄຟ ທ່ານາແລ້ງ. ໃນໄລຍະກະກຽມການຕິດຕັ້ງລະບົບການແຈ້ງພາສີແບບເອເລັກໂຕຣນິກຂອງພາສີ (ອາຊິກູດາ), ສິນຄ້າເຄື່ອງຂອງທີ່ເກັບມ້ຽນຢູ່ສາງຕູ້ເທນຄອນເນີ ແມ່ນໃຫ້ດໍາເນີນການແຈ້ງພາສີເປັນລາຍລະອຽດ ທີ່ດ່ານພາສີສາງທ່ານາແລ້ງໄປກ່ອນ ຈົນກ່ວາຈະຕິດຕັ້ງລະບົບໃຫ້ສຳເລັດ. ຂ້າງເທິງ

3.  ມອບໃຫ້ດ່ານພາສີສາງທ່ານາແລ້ງ ເປັນຜູ້ຮັບພິຊອບໃນການຄຸ້ມຄອງສາງຕູ້ຄອນເທນເນີ (CY) ຕາມລະບຽບການ ທີ່ໄດ້ກຳນົດໃນບົດແນະນຳກະຊວງການເງິນ ສະບັບເລກທີ 1559/ກງ, ລົງວັນທີ 24 ພຶດສະພາ 2016 ມາດຕາ 15 ວ່າດ້ວຍລະບຽບການສ້າງຕັ້ັງສາງສິນຄ້າ, ເຄື່ອງຂອງ.

4.  ໃຫ້ສອງດ່ານປະສານສົມທົບກັນຢ່າງໃກ້ສິດໃນການຕິດຕາມຄຸ້ມຄອງລົດບັນທຸກສິນຄ້າ ທີ່ເຄື່ອນຍ້າຍຈາກດ່ານຂົວມິດຕະພາບ I ໄປຕາມເສັ້ນທາງເຂົ້າສູ່ສາງຕູ້ຄອນເທນເນີ ແລະ ເອົາໃຈໃສ່ສະຫຼຸບສົມທຽບບັນຊີຈຳນວນລົດຂົນສົ່ງສິນຄ້າ ໃນແຕ່ລະວັນ ໃຫ້ຖືກຕ້ອງຄົບຖ້ວນ, ແນໃສ່ເພື່ອບໍ່ໃຫ້ມີຊ່ອງຫວ່າງໃນການລັກລອບໜີພາສີ. ຂ້າງເທິງ

5.  ມອບໃຫ້ດ່ານພາສີມິດຕະພາບ I  ແລະ ດ່ານພາສີສາງທ່ານາແລ້ງ ເອົາໃຈໃສ່ແນະນໍາໃຫ້ຜູ້ປະກອບການໄດ້ຮັບຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ສຳເລັດຜົນຕາມຄາດໝາຍ.

ດັ່ງນັ້ນ, ຈື່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ
( ເຊັນ ແລະ ປະທັບກາ )

ບຸນປະເສີດ ສີກຸນລະບຸດ

ບ່ອນນຳສົ່ງ :

-    ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ      1 ສະບັບ “ໃຊ້ຕາງລາຍງານ”
-    ທ່ານຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳ      1 ສະບັບ “ໃຊ້ຕາງລາຍງານ”
-    ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ      1 ສະບັບ “ເພື່ອຊາບ”
-    ຜູ້ອຳນວຍການລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ     1 ສະບັບ “ເພື່ອປະສານສົມທົບ”
-    ບັນດາພະແນກການກົມພາສີ, ພະແນກລະ     1 ສະບັບ “ເພື່ອຕິດຕາມກວດກາ”
-    ກອງກວດກາພາສີນະຄອນຫຼວງ         1 ສະບັບ “ເພື່ອປະຕິບັດ”
-    ເກັບມ້ຽນສຳເນົາ        2 ສະບັບ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Management of Goods Carriers Transport Through Friendship Bridge Border Checkpoint I to Use Container Storage System at Thanaleng Train Station No. 07972/CD, dated 25 July 2016 PDF
2 ແຈ້ງການ ກ່ຽວກັບ ການຄຸ້ມຄອງລົດຂົນສົ່ງສິນຄ້າຜ່ານດ່ານຂົວມິດຕະພາບ I ເຂົ້າລະບົບສາງຕູ້ຄອນເທນເນີ້ ທີ່ສະຖານນີລົດໄຟທ່ານາແລ້ງ ສະບັບເລກທີ 07972/ກພສ, ລົງວັນທີ 25 ກໍລະກົດ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.