ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ     ເລກທີ 1818/ຫສນຍ.ກສສ
ນະຄອນຫຼວງວຽງຈັນ, ວັນທີ 18 ມັງກອນ 2016

ແຈ້ງການ

ຮຽນ: -  ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ທີ່ເຄົາລົບ.
        -   ທ່ານ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້.
        -   ທ່ານ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ.
       -    ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາ ທ່ານ ເຈົ້າແຂວງ ທົ່ວປະເທດ.

ເລື່ອງ: ຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ (ຂຶ້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ.

-   ອີງຕາມ ເອກະສານລາຍງານຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເລກທີ 1912/ອຄ, ລົງວັນທີ 18 ຕຸລາ 2016 ແລະ ເລກທີ 2024/ອຄ. ກຂອ, ລົງວັນທີ 07 ພະຈິກ 2016.
-   ອີງຕາມ ການຕົກລົງ ແລະ ຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 08 ພະຈິກ 2016.

     ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້: “ ເຫັນດີຕາມການສະເໜີຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ຄື:1/- ຄະນະກຳມະການຢັ້ງຢືນຜະລິດຕະພັນໄມ້ (ຂຶ້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ ທີ່ເປັນຜະລິດຕະພັນໄມ້ຈາກປ່າທຳມະຊາດ ໃຫ້ປະກອບມີຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງກະສິກຳ ແລະ ປ່າໄມ້ ແລະ ຂະແໜງການເງິນ ພາກສ່ວນລະ 01 ທ່ານ; ສ່ວນການສົ່ງອອກຜະລິດຕະພັນໄມ້ຈາກສວນປູກ ໃຫ້ປະກອບມີຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ພາກສ່ວນລະ 01 ທ່ານ ໂດຍໃຫ້ຖືເອົາໃບຢັ້ງຢືນຜະລິດຕະພັນໄມ້ຂຶ້ນລົດຂອງຄະນະກຳມະການດັ່ງກ່າວເທົ່ານັ້ນ ເພື່ອເປັນເອກະສານຢັ້ງຢືນການສົ່ງອອກ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ສົມທົບກັບກະຊວງ ກະສິກຳ ແລະ ປ່າໄມ້ ແລະ ກະຊວງການເງິນ ຮີບຮ້ອນອອກບົດແນະນຳໃຫ້ຂະແໜງການຂອງຕົນຢູ່ທ້ອງຖິ່ນ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

2/- ໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ເປັນຜູ້ພິຈາລະນາການສົ່ງອອກຜະລິດຕະພັນຖ່ານຂາວ ທີ່ຜະລິດຈາກໄມ້ຕິ້ວ.

3/- ສຳລັບການປະມູນຂາຍໄມ້, ນອກຈາກແຂວງອັດຕະປື ແລະ ແຂວງຊຽງຂວາງ ທີ່ລບັດຖະບານໄດ້ແຈ້ງໃຫ້ເລີ່ມປະມູນ ຕາມແຈ້ງການ ເລກທີ 1345/ຫສນຍ ແລ້ວນັ້ນ, ຫາກແຂວງໃດ ສຳເລັດການກວດກາ, ວັດແທກ, ຂຶ້ນບັນຊີໄມ້ ແລະ ມີຄວາມພ້ອມ ທີ່ຈະປະມູນຂາຍໄມ້ແລ້ວ ແມ່ນໃຫ້ຈັດຕັ້ງປະຕິບັດການປະມູນຂາຍໄດ້ເລີຍ ຕາມລະບຽບການປະມູນ ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ ວາງອອກ.

4/- ໃຫ້ທຸກພາກສ່ວນກວດກາ ແລະ ທົບທວນຄືນ ອອກແຈ້ງການລົງລ້າງບັນດານິຕິກຳ ທີ່ພາກສ່ວນຂອງຕົນໄດ້ອອກຜ່ານມາ ກ່ຽວກັບຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ ແລະ ການປະມູນຂາຍໄມ້ທີ່ເຫັນວ່າຂັດກັບຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ແລະ ແຈ້ງການສະບັບນີ້ ”.

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມການຊີ້ນຳຂອງຂັ້ນເທິງດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
(ເຊັນ ແລະ ປະທັບກາ)

ເພັດ ພົມພິພັກ

ບ່ອນນຳສົ່ງ:

-   ນາຍົກ-ບັນດາຮອງນາຍົກ      04 ສະບັບ
-   ຫ້ອງວ່າການສູນກາງພັກ       01 ສະບັບ
-   ສະພາແຫ່ງຊາດ      01 ສະບັບ
-   ອົງການກວດກາລັດຖະບານ   01 ສະບັບ
-   ຄະນະ ຫສນຍ ທ່ານລະ        01 ສະບັບ
-   ກົມສັງລວມເສດຖະກິດ, ຫສນຍ        01 ສະບັບ
-   ເກັບມ້ຽນ  01 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Procedure to Certify Wooden Products (Before Loading to Container) for Export No. 1818/PMO.DE, dated 18 November 2016 PDF
2 ແຈ້ງການ ກ່ຽວກັບ ຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ (ຂື້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ ສະບັບເລກທີ 1818/ຫສນຍ.ກສສ, ລົງວັນທີ 18 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.