ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ການຄ້າ          ເລກທີ 0060/ອຄ.ກຄພນ
ນະຄອນຫຼວງວຽງຈັນ, ວັນທີ 12 ມັງກອນ 2017

ຂໍ້ຕົກລົງ
ວ່າດ້ວຍທຸລະກິດຂາຍກົງ

-  ອີງຕາມກົດໝາຍ ວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013.
-  ອີງຕາມກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ສະບັບເລກທີ 2/ສພຊ, ລົງວັນທີ 30 ມິຖຸນາ 2010.
-  ອີງຕາມດຳລັດ ຂອງນາຍົກລັດຖະມົນຕີວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011.
-  ອີງຕາມ ການສະເໜີຂອງກົມການຄ້າພາຍໃນ ສະບັບເລກທີ 0013/ກຄພນ, ລົງວັນທີ 04 ມັງກອນ 2017.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ1
ບົດບັນຍົດທົ່ວໄປ

ມາດຕາ 1 ຈຸດປະສົງ

    ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງ ການດຳເນີນທຸລະກິດຂາຍກົງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ສ້າງຄວາມສະດວກໃນການຈຳໜ່າຍສິນຄ້າ ເພື່ອຮັບໃຊ້ສັງຄົມ, ປົກປ້ອງຜົນປະໂຫຍດລວມຂອງຊາດ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້, ຜູ້ຂາຍອິດສະຫຼະ, ຕົວແທນຂາຍກົງ ແລະຜູ້ດຳເນີນທຸລະກິດຂາຍກົງ, ປະກອບສ່ວນສ້າງວຽກເຮັດງານທຳ, ສ້າງລາຍໄດ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.

ມາດຕາ 2 ທຸລະກິດຂາຍກົງ

    ທຸລະກິດຂາຍກົງ ແມ່ນການດຳເນີນທຸລະກິດ ຂາຍສິນຄ້າ ໃນລັກສະນະການນຳສະເໜີຂາຍໂດຍກົງ ຕໍ່ຜູ້ຊົມໃຊ້ ເຖິງທີ່ຢູ່ອາໄສ ແລະ ສະຖານທີ່ຕ່າງໆ. ຂ້າງເທິງ

ມາດຕາ 3 ອະທີບາຍຄຳສັບ

    ຄຳສັບຕ່າງໆໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:

1.  ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຊື້ ແລະ ນຳໃຊ້ສິນຄ້າ ແລະ ການບໍລິການ ຢ່າງຖືກຕ້ອງໂດຍບໍ່ມີຈຸດປະສົງທາງການຄ້າ;
2.  ຜູ້ດຳເນີນທຸລະກິດຂາຍກົງ ໝາຍເຖິງ ຫົວໜ່ວຍທຸລະກິດ ທີ່ສະໜອງສິນຄ້າໃຫ້ແກ່ຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ;
3.  ຫົວໜ່ວຍທຸລະກິດ ໝາຍເຖິງ ວິສາຫະກິດ ຫຼື ການຈັດຕັ້ງທຸລະກິດຂອງ ບຸກຄົນ ຫຼື ນິຕິບຸກຄົນ ເຊິ່ງປະກອບດ້ວຍຊື່, ທຶນ, ການບໍລິຫານການຈັດການ, ສຳນັກງານ ແລະ ໄດ້ຂື້ນທະບຽນຕາມກົດໝາຍວ່າດ້ວຍ ວິສາຫະກິດ.
4.  ຕົວແທນຂາຍກົງ ໝາຍເຖິງ ຜູ້ສະໜອງສິນຄ້າ ໃຫ້ແກ່ຜູ້ຂາຍອິດສະຫຼະ ຫຼື ຂາຍສິນຄ້າໂດຍກົງໃຫ້ຜູ້ຊົມໃຊ້;
5.  ຜູ້ຂາຍອິດສະຫຼະ ໝາຍເຖິງ ຜູ້ຂາຍສິນຄ້າໂດຍກົງໃຫ້ແກ່ ຜູ້ຊົມໃຊ້;
6.  ແຜນການຈ່າຍຄ່າຕອບແທນ ໝາຍເຖິງ ແຜນການຕະຫຼາດ ຫຼື ແຜນການທີ່ຜູ້ດຳເນີນທຸລະກິດຂາຍກົງສ້າງຂື້ນເພື່ອກຳນົດວິທີການຈ່າຍຄ່າຕອບແທນໃຫ້ສະມາຊິກ ໂດຍລະບຸວິທີການຈ່າຍຢ່າງຊັດເຈນ;
7.  ຄວາມລັບທາງທຸລະກິດ ໝາຍເຖິງ ຂໍ້ມູນກ່ຽວກັບກຳມະວິທີ, ວິທີການຜະລິດ, ການດຳເນີນງານທຸລະກິດ ຫຼື ການບໍລິການ ເຊິ່ງມິຄວາມສຳຄັນຕໍ່ການດຳເນີນທຸລະກິດ;
8.  ເງິນຄ້ຳປະກັນໃນການດຳເນີນທຸລະກິດຂາຍກົງ ໝາຍເຖິງ ຈຳນວນເງິນທີ່ຜູ້ດຳເນີນທຸລະກິດຂາຍກົງນຳມາຄ້ຳປະກັນໃນການເຄື່ອນໄຫວທຸລະກິດຂາຍກົງ ເພື່ອຮັບປະກັນຕໍ່ກັບຜູ້ທີ່ເຂົ້າຮ່ວມທຸລະກິດຂາຍກົງ. ຂ້າງເທິງ

ມາດຕາ 4 ຫຼັກການພື້ນຖານກ່ຽວກັບການດຳເນີນທຸລະກິດຂາຍກົງ

    ການດຳເນີນທຸລະກິດຂາຍກົງ ຢູ່ ສປປ ລາວ ຕ້ອງປະຕິບັດຕາມຫລັກການພື້ນຖານລຸ່ມນີ້:

1.  ຮັບປະກັນການຈຳໜ່າຍສິນຄ້າໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ຕາມທີ່ອົງການຮັບຜິດຊອບ ແລະ ຄຸ້ມຄອງກຳນົດໄວ້;
2.  ຮັບປະກັນຄວາມປອດໃພດ້ານຊີວິດ, ສຸຂະພາບ, ຊັບສີນ , ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້;
3.  ຮັບປະກັນຄວາມສະເໝີພາບ, ຄວາມໂປ່ງໃສ, ຄວາມຍຸຕິທຳ ໃນການປະຕິບັດສັນຍາຈ່າຍຄ່າຕອບແທນ;
4.  ຮັບປະກັນການມີສ່ວນຮ່ວມຂອງປະຊາຊົນ ແລະ ສັງຄົມ ໃນການຕິດຕາມ, ກວດກາ ການດຳເນີນທຸລະກິດຂາຍກົງ;
5.  ຮັບປະກັນການແຂ່ງຂັນທາງທຸລະກິດທີ່ເປັນທຳ;
6.  ສອດຄ່ອງກັບກົດໝາຍ, ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ເປັນພາຄີ.

ມາດຕາ 5 ຂອບເຂດການນຳໃຊ້

    ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທາງທຸລະກິດ ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດ ຂາຍກົງ ຢູ່ ສປປ ລາວ. ຂ້າງເທິງ

ໝວດທີ 2
ການດຳເນີນທຸລະກິດຂາຍກົງ

ມາດຕາ 6 ການດຳເນີນທຸລະກິດຂາຍກົງ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທາງທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ມີສິດ ດຳເນີນທຸລະກິດຂາຍກົງ ໂດຍສອດຄ່ອງກັບຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 7 ທຶນຈົດທະບຽນ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທາງທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະດຳເນີນທຸລະກິດຂາຍກົງ ຕ້ອງມີທຶນຈົດທະບຽນທັງໝົດບໍ່ຫຼຸດ ສີ່ສິບຕື້ກີບ.

ມາດຕາ 8 ຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດຂາຍກົງ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທາງທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະດຳເນີນທຸລະກິດຂາຍກົງໄດ້ ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:

1.  ເອກະສານປະກອບ:

-    ໃບຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດຂາຍກົງ;
-    ສຳເນົາໃບທະບຽນວິສາຫະກິດ ທີ່ລະບຸໝວດຂາຍກົງ;
-    ແຜນການຈ່າຍຄ່າຕອບແທນ;
-    ສັນຍາລະຫວ່າງຜູ້ດຳເນີນທຸລະກິດຂາຍກົງ ກັບຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ;
-    ຕົວຢ່າງບັດສະມາຊິກຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ;
-    ສຳເນົາໃບຢັ້ງຢືນເງິນຄ້ຳປະກັນຈາກທະນາຄານທີ່ຫົວໜ່ວຍທຸລະກິດໄດ້ເປີດບັນຊີໄວ້.

2.  ການຍື່ນເອກະສານ ແລະ ຂັ້ນຕອນການພິຈາລະນາ:

2.1 ຍື່ນເອກະສານມາຍັງກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ;
2.2 ກົມການຄ້າພາຍໃນ ພິຈາລະນາ ແລະ ອອກໃບອະນຸຍາດດຳເນີນທຸລະກິດຂາຍກົງພາຍໃນກຳນົດ 10 ວັນລັດຖະການ ໃນກໍລະນີເອກະສານຖືກຕ້ອງ ແລະ ຄົບຖ້ວນ. ຂ້າງເທິງ

ມາດຕາ 9 ເງິນຄ້ຳປະກັນໃນການດຳເນີນທຸລະກິດຂາຍກົງ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະດຳເນີນທຸລະກິດຂາຍກົງ ຕ້ອງມີເງິນຄ້ຳປະກັນ ຕາມເງື່ອນໄຂດັ່ງນີ້:

1.  ຕ້ອງມີເງິນຄ້ຳປະກັນຈຳນວນ 5% ຂອງທຶນຈົດທະບຽນທັງໝົດ;
2.  ເປີດບັນຊີເງິນຝາກປະຈຳ ຈຳນວນ 5% ຂອງທຶນຈົດທະບຽນທັງໝົດ ຢູ່ທະນາຄານທຸລະກິດໃດໜຶ່ງ ແລະ ທະນາຄານນັ້ນ ອອກໃບຢັ້ງຢືນກ່ຽວກັບການເປີດບັນຊີ ເງິນຄ້ຳປະກັນຂອງຫົວໜ່ວຍທຸລະກິດດັ່ງກ່າວ;
3.  ຈຳນວນເງິນທີ່ໄດ້ເປີດບັນຊີ ເງິນຄ້ຳປະກັນ ທະນາຄານຕ້ອງໄດ້ຮັກສາຕະຫຼອດເວລາການເຄື່ອນໄຫວ ຂອງຫົວໜ່ວຍທຸລະກິດ ທີ່ດຳເນີນທຸລະກິດຂາຍກົງ;
4.  ໃນກໍລະນີຫົວໜ່ວຍທຸລະກິດຕ້ອງການຖອນເງິນຄ້ຳປະກັນດັ່ງກ່າວ ຕ້ອງໄດ້ຮັບການຢັ້ງຢືນຈາກ ອົງການຄຸ້ມຄອງທຸລະກິດຂາຍກົງ;
5.  ຫົວໜ່ວຍທຸລະກິດຈະໄດ້ຮັບເງິນດອກເບ້ຍຕາມຈຳນວນເງິນຄ້ຳປະກັນທັງໝົດຈາການເປີດບັນຊີເງິນຝາກປະຈຳ, ກຳນົດເວລາຝາກຕ່ຳສຸດ 1 ປີ ແລະ ຕໍ່ອາຍຸຕາມການຮັບຮອງ ຂອງອົງການຄຸ້ມຄອງທຸລະກິດຂາຍກົງ;
6.  ໃນກໍລະນີອົງການຄຸ້ມຄອງທຸລະກິດຂາຍກົງ ບໍ່ເຫັນດີ ອອກໃບອະນຸຍາດໃຫ້ດຳເນີນທຸລະກິດຂາຍກົງໃຫ້ຫົວໜ່ວຍທຸລະກິດດັ່ງກ່າວ ຫົວໜ່ວຍທຸລະກິດນັ້ນສາມາດຖອນເງິນຄ້ຳປະກັນຄືນໄດ້ໂດຍໄດ້ຮັບການຢັ້ງຢືນຈາກອົງການຄຸ້ມຄອງທຸລະກິດຂາຍກົງ;
7.  ກໍລະນີທີ່ຜູ້ດຳເນີນທຸລະກິດຂາຍກົງປະສົບບັນຫາບໍ່ສາມາດຊຳລະ ຄ່າເສຍຫາຍທາງແພ່ງໃຫ້ແກ່ຕົວແທນຈຳໜ່າຍທຸລະກິດຂາຍກົງ ຫຼື ຜູ້ຂາຍອິດສະຫຼະ ອົງການຄຸ້ມຄອງທຸລະກິດຂາຍກົງສາມາດນຳໃຊ້ເງິນຄ້ຳປະກັນໄດ້ເພື່ອສະສາງ. ຂ້າງເທິງ

ມາດຕາ 10 ສິດ, ໜ້າທີ່ ແລະ ພັນທະຂອງຜູ້ດຳເນີນທຸລະກິດຂາຍກົງ

    ຜູ້ດຳເນີນທຸລະກິດຂາຍກົງມີສິດ, ໜ້າທີ່ ແລະ ພັນທະດັ່ງນີ້:

1.  ເຮັດສັນຍາກັບຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ ໂດຍລະບຸເນື້ອໃນຕົ້ນຕໍຄື:

-    ການຈ່າຍຄ່າຕອບແທນຈະແຈ້ງ ຕາມແຜນການຈ່າຍຄ່າຕອບແທນ;
-    ຄ່າທຳນຽມການສະໝັກເຂົ້າເປັນສາມາຊິກ, ຄ່າຝຶກອົບຮົມ, ຄ່າອຸປະກອນສົ່ງເສີມການຂາຍ ຫຼືຄ່າທຳນຽມອື່ນໆ;
-    ສັນຍາຈະແຈ້ງກ່ຽວກັບຜູ້ດຳເນີນທຸລະກິດຂາຍກົງຈະຮັບຊື້ສິນຄ້າ, ວັດຖຸອຸປະກອນ ສົ່ງເສີມການຂາຍ ແລະ ຊຸດຄູ່ມືຄົນ ຈາກຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ;
-    ລະບຸລາຄາສິນຄ້າ ທີ່ຈະຂາຍໃຫ້ຜູ້ຊົມໃຊ້,

2.  ດຳເນີນທຸລະກິດ ສອດຄ່ອງກັບແຜນການຈ່າຍຄ່າຕອບແທນ (ໃນກໍລະນີມີການປ່ຽນແປງຕ້ອງໄດ້ແຈ້ງໃຫ້ອົງການຄຸ້ມຄອງທຸລະກິດຂາຍກົງຮັບຮອງເສັຍກ່ອນ);
3.  ຝຶກອົບຮົມໃຫ້ແກ່ຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ;
4.  ອອກບັດສະມາຊິກໃຫ້ແກ່ຕົວແທນຂາຍກົງ ແລະ ຜູ້ຂາຍອິດສະຫຼະ;
5.  ສາມາດນຳໃຊ້ພາຫະນະສື່ມວນຊົນ ເພື່ອສະເໜີຂາຍສິນຄ້າ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ;
6.  ເສັຍພາສີ - ອາກອນ ແລະ ຄ່າບໍລິການທີ່ກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ;
7.  ສະຫຼຸບລາຍງານ ການດຳເນີນທຸລະກິດຂາຍກົງ ຕາມແຜນການຈ່າຍຄ່າຕອບແທນ ໃຫ້ອົງການຄຸ້ມຄອງທຸລະກິດຂາຍກົງ ທຸກໆ 60 ເດືອນ;
8.  ປະຕິບັດຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 11 ສິດ, ໜ້າທີ່ ແລະ ພັນທະຂອງຕົວແທນຂາຍກົງ

    ຕົວແທນຂາຍກົງມີສິດ, ໜ້າທີ່ ພັນທະດັ່ງນີ້:

1.  ສະໝັກເປັນສະມາຊິກຂອງຜູ້ດຳເນີນທຸລະກິດຂາຍກົງ;
2.  ດຳເນີນທຸລະກິດຕາມເງື່ອນໄຂຂອງສັນຍາທີ່ໄດ້ເຊັນ ກັບ ຜູ້ດຳເນີນທຸລະກິດຂາຍກົງ;
3.  ສະໜອງສິນຄ້າ ໃຫ້ຜູ້ຂາຍອິດສະລະ ຫຼື ຂາຍສິນຄ້າ ໃຫ້ຜູ້ຊົມໃຊ້ໂດຍກົງ;
4.  ຂາຍສິນຄ້າໂດຍກົງ ເຖີງ ທີ່ຢູ່ອາໄສ ຂອງບຸກຄົນອື່ນ ແຕ່ຕ້ອງໄດ້ຮັບອານຸຍາດຈາກເຈົ້າຂອງທີ່ຢູ່ອາໄສນັ້ນເສັຍກ່ອນ;
5.  ສະແດງ ບັດສະມາຊິກຕົວແທນຂາຍກົງໃນເວລາສະໜອງ ຫຼື ຂາຍສິນຄ້າ;
6.  ເສັຍພາສີ - ອາກອນ ແລະ ຄ່າບໍລິການທີ່ກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ;
7.  ປະຕິບັດຕາມຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 12 ສິດ, ໜ້າທີ່ ແລະ ພັນທະຂອງຜູ້ຂາຍອິດສະຫຼະ

    ຜູ້ຂາຍອິດສະຫຼະ ມີສິດ, ໜ້າທີ່ ແລະ ພັນທະດັ່ງນີ້:

1.  ສະໝັກເປັນສະມາຊິກຂອງຜູ້ດຳເນີນທຸລະກິດຂາຍກົງ ຫຼື ຕົວແທນຂາຍກົງ;
2.  ປະຕິບັດຕາມສັນຍາທີ່ໄດ້ເຊັນ ກັບ ຜູ້ດຳເນີນທຸລະກິດຂາຍກົງ ຫຼື ຕົວແທນຂາຍກົງ;
3.  ສະແດງ ບັດສາມະຊິກຜູ້ຂາຍອິດສະຫຼະໃນເວລາຂາຍສິນຄ້າ;
4.  ເອົາສິນຄ້າ ໄປສະເໜີຂາຍ ໃຫ້ຜູ້ຊົມໃຊ້ໂດຍກົງ;
5.  ສະເໜີຂາຍສິນຄ້າໂດຍກົງ ເຖີງ ທີ່ຢູ່ອາໄສ ຂອງບຸກຄົນອື່ນ ແຕ່ຕ້ອງໄດ້ຮັບອານຸຍາດຈາກ ເຈົ້າຂອງທີ່ຢູ່ອາໄສນັ້ນກ່ອນ;
6.  ເສັຍພາສີ - ອາກອນ ແລະ ຄ່າບໍລິການທີ່ກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ;
7.  ປະຕິບັດຕາມຂໍ້ຕົກລົງສະບັບນີີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 3
ຂໍ້ຫ້າມ

ມາດຕາ 13 ຂໍ້ຫ້າມ ສຳລັບເຈົ້າໜ້າທີ່ ຫຼື ພະນັກງານ

    ຫ້າມເຈົ້າໜ້າທີ່ ຫຼື ພະນັກງານມີພຶດຕິກຳດັ່ງນີ້:

1.  ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ລຳອຽງ, ບໍ່ຖືກຕ້ອງ ຕາມຂໍ້ຕົກລົງສະບັບນີ້ ຕໍ່ຜູ້ດຳເນີນທຸລະກິດຂາຍກົງ, ຕົວແທນຂາຍກົງ, ຜູ້ຂາຍອິດສະຫຼະ ແລະ ຜູ້ຊົມໃຊ້;
2.  ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຮັບສິນບົນ ທີ່ ເນື່ອງມາຈາກ ທຸລະກິດຂາຍກົງ;
3.  ປອມແປງເອກະສານ ຫຼື ໃຊ້ເອກະສານປອມ, ເປີດເຜີຍຄວາມລັບທາງທຸລະກິດ, ກົດໜ່ວງຖ່ວງດຶງ ຫຼື ທຳລາຍເອກະສານກ່ຽວກັບທຸລະກິດຂາຍກົງ;
4.  ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 14 ຂໍ້ຫ້າມສຳລັບຜູ້ດຳເນີນ ທຸລະກິດຂາຍກົງ

    ຫ້າມຜູ້ດຳເນີນທຸລະກິດຂາຍກົງມີພຶດຕິກຳດັ່ງນີ້:

1.  ດຳເນີນທຸລະກິດຂາຍກົງໂດຍບໍ່ມີສິນຄ້າ;
2.  ດຳເນີນທຸລະກິດຂາຍກົງ ໂດຍບໍ່ມີໃບທະບຽນວິສາຫະກິດທີ່ລະບຸໝວດຂາຍກົງ;
3.  ດຳເນີນທຸລະກິດຂາຍກົງໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດຂາຍກົງ;
4.  ລະເມີດສັນຍາ, ຄວາມລັບທຸລະກິດ;
5.  ຂັດຂວາງການປະຕີບັດວຽກງານຂອງເຈົ້າໜ້າທີ່ ຫຼື ພະນັກງານ;
6.  ດຳເນີນທຸລະກິດໂດຍ ຊັກຊວນໃຫ້ຄົນເຂົ້າເປັນເຄືອຂ່າຍ ແລະ ເອົາຄ່າທຳນຽມເປັນລາຍໄດ້ຂອງການດຳເນີນທຸລະກິດ ແຕ່ບໍ່ໄດ້ມາຈາກການຂາຍສິນຄ້າ;
7.  ບັງຄັບໃຫ້ຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ ຊື້ສິນຄ້າຂອງຕົນ;
8.  ເກັບຄ່າທຳນຽມການເຂົ້າເປັນສະມາຊິກ, ຄ່າຝຶກອົບຮົມ, ຄ່າອຸປະກອນສົ່ງເສີມການຂາຍ ເກີນຄວາມເປັນຈິງ;
9.  ຈ່າຍຄ່າຕອບແທນໂດຍບໍ່ຖືກຕາມແຜນການຈ່າຍຄ່າຕອບແທນ;
10.  ສະໜອງສິນຄ້າ ທີ່ບໍ່ມິຄຸນນະພາບ, ບໍ່ໄດ້ມາດຖານ, ສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ສິນຄ້າຕ້ອງຫ້າມ;
11.  ໂຄສະນາ ຫຼື ສະໜອງຂໍ້ມູນຂ່າວສານກ່ຽວກັບສິນຄ້າ ທີ່ບໍ່ຖືກຕ້ອງ ຫຼື ເກີນຄວາມຈິງ;
12.  ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 15 ຂໍ້ຫ້າມ ສຳລັບຕົວແທນຂາຍກົງ

    ຫ້າມຕົວແທນຂາຍກົງ ມີພຶດຕິກຳດັ່ງນີ້:

1. ດຳເນີນທຸລະກິດຂາຍກົງໂດຍບໍ່ມີສິນຄ້າ;
2. ດຳເນີນທຸລະກິດຂາຍກົງ ໂດຍບໍ່ມີໃບທະບຽນວິສາຫະກິດທີ່ລະບຸໝວດຂາຍກົງ;
3. ດຳເນີນທຸລະກິດ ໂດຍບໍ່ມີສັນຍາກັບ ຜູ້ດຳເນີນທຸລະກິດຂາຍກົງ;
4. ລະເມີດສັນຍາ, ຄວາມລັບທາງທຸລະກິດ;
5. ຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ ຫຼື ພະນັກງານ;
6. ຂາຍສິນຄ້າໂດຍກົງ ເຖີງ ທີ່ຢູ່ອາໄສຂອງບຸກຄົນອື່ນໂດຍບໍ່ໄດ້ຮັບອານຸຍາດຈາກເຈົ້າຂອງທີ່ຢູ່ອາໄສນັ້ນກ່ອນ;
7. ສະໜອງ ຫຼື ຂາຍສິນຄ້າໂດຍບໍ່ສະແດງ ບັດສະມາຊິກຕົວແທນຂາຍກົງ;
8. ສະໜອງ ຫຼື ຂາຍສິນຄ້າ ທີ່ບໍ່ມີຄຸນນະພາບ, ບໍ່ໄດ້ມາດຕະຖານ, ສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ສິນຄ້າຕ້ອງຫ້າມ;
9. ໂຄສະນາ ຫຼື ສະໜອງຂໍ້ມູນຂ່າວສານກ່ຽວກັບສິນຄ້າ ທີ່ບໍ່ຖືກຕ້ອງ ຫຼື ເກີນຄວາມຈິງ;
10.  ໃຊ້ຄວາມຮຸນແຮງ, ນາບຂູ່, ບັງຄັບ ໃຫ້ຜູ້ຂາຍອິດສະຫຼະ ຫຼື ຜູ້ຊົມໃຊ້ ຊື້ສິນຄ້າ;
11.  ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ. 

ມາດຕາ 16 ຂໍ້ຫ້າມ ສຳລັບຜູ້ຂາຍອິດສະຫຼະ

    ຫ້າມຜູ້ຂາຍອິດສະຫຼະ ມີພຶດຕິກຳດັ່ງນີ້:

1.   ລະເມີດສັນຍາ, ຄວາມລັບທາງທຸລະກິດ;
2.   ຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ ແລະ ພະນັກງານ;
3.   ດຳເນີນທຸລະກິດໂດຍບໍ່ມີສັນຍາກັບ ຜູ້ດຳເນີນທຸລະກິດຂາຍກົງ ຫຼື ຕົວແທນຂາຍກົງ;
4.   ຂາຍສິນຄ້າໂດຍກົງ ເຖິງ ທີ່ຢູ່ອາໄສຂອງບຸກຄົນອື່ນໂດຍບໍ່ໄດ້ຮັບອານຸຍາດຈາກເຈົ້າຂອງທີ່ຢູ່ອາໄສນັ້ນກ່ອນ;
5.   ສະໜອງ ຫຼື ຂາຍສິນຄ້າໂດຍບໍ່ສະແດງ ບັດສະມາຊິກຜູ້ຂາຍອິດສະຫຼະ;
6.   ຂາຍສິນຄ້າ ບໍ່ມີຄຸນນະພາບ, ບໍ່ມີມາດຕະຖານ, ສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ສິນຄ້າຕ້ອງຫ້າມ;
7.   ໂຄສະນາ ຫຼື ສະໜອງຂໍ້ມູນຂ່າວສານກ່ຽວກັບສິນຄ້າ ທີ່ບໍ່ຖືກຕ້ອງ ຫຼື ເກີນຄວາມຈິງ;
8.   ໃຊ້ຄວາມຮຸນແຮງ, ນາບຂູ່, ບັງຄັບ ໃຫ້ຜູ້ຊົມໃຊ້ ຊື້ສິນຄ້າ;
9.   ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ. 

ມາດຕາ 17 ຂໍ້ຫ້າມ ສຳລັບບຸກຄົນ ແລະ ການຈັດຕັ້ງອື່ນ

    ຫ້າມບຸກຄົນ ແລະ ການຈັດຕັ້ງອື່ນມີພຶດຕິກຳດັ່ງນີ້ :

1.   ສ້າງອຸປະສັກກີດຂວາງ, ແຊກແຊງການດຳເນີນທຸລະກິດຂາຍກົງຂອງຜູ້ດຳເນີນທຸລະກິດຂາຍກົງ, ຕົວແທນຂາຍກົງ ແລະ ຜູ້ຂາຍອິດສະຫຼະ ໃນເວລາດຳເນີນທຸລະກິດຂາຍກົງ;
2.   ໂຄສະນາບໍ່ຖືກຕ້ອງ ກ່ຽວກັບຄຸນນະພາບ, ມາດຕະຖານຂອງສິນຄ້າ ທີ່ພາໃຫ້ຜູ້ອື່ນເຂົ້າໃຈຜິດ ຫຼື ໃສ່ຮ້າຍປ້າຍສີຜູ້ດຳເນີນທຸລະກິດຂາຍກົງ, ຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ;
3.   ຊ່ວຍເຫຼືອ, ປົກປ້ອງຜູ້ດຳເນີນທຸລະກິດຂາຍກົງ, ຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະ ທີ່ລະເມີດຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
4.   ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ ຫຼື ພະນັກງານ;
5.   ເປັນສື່ກາງໃຫ້ສິນບົນ ແລະ ຮັບສິນບົນ ທີ່ເນື່ອງມາຈາກການດຳເນີນທຸລະກິດຂາຍກົງ;
6.   ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ. ຂ້າງເທິງ

ໝວດທີ 4
ອົງການຄຸ້ມຄອງທຸລະກິດຂາຍກົງ

ມາດຕາ 18 ອົງການຄຸ້ມຄອງທຸລະກິດຂາຍກົງ

    ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງ ການດຳເນີນທຸລະກິດຂາຍກົງໃນຂອບເຂດທົ່ວປະເທດ ໂດຍປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນ ຕາມສິດ ແລະ ພາລະບົດບາດຂອງຕົນ.

    ອົງການຄຸ້ມຄອງທຸລະກິດຂາຍກົງ ແບ່ງເປັນ ສອງຂັ້ນ ດັ່ງນີ້:

-  ຂັ້ນສູນກາງ ແມ່ນກົມການຄ້າພາຍໃນ;
-  ຂັ້ນແຂວງ ແມ່ນພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ.

ມາດຕາ 19 ສິດ ແລະ ໜ້າທີ່ຂອງກົມການຄ້າພາຍໃນ

    ການຄຸ້ມຄອງທຸລະກິດຂາຍກົງ ກົມການຄ້າພາຍໃນມີສິດ ແລະໜ້າທີ່ດັ່ງນີ້:

1.  ຄົ້ນຄວ້ານິຕິກຳ ກ່ຽວກັບທຸກລະກິດຂາຍກົງ ເພື່ອຄຸ້ມຄອງແຕ່ລະໄລຍະ;
2.  ໂຄສະນາ, ເຜີຍແຜ່ນິຕິກຳ ກ່ຽວກັບທຸລະກິດຂາຍກົງໃຫ້ແກ່ສັງຄົມ;
3.  ຄົ້ນຄວ້າ, ພິຈາລະນາ ແລະ ອອກໃບອະນຸຍາດດຳເນີນທຸລະກິດຂາຍກົງ;
4.  ກຳນົດປະເພດ ຫຼື ຊະນິດສິນຄ້າໃນການດຳເນີນທຸລະກິດຂາຍກົງເປັນແຕ່ລະໄລຍະ;
5.  ຄຸ້ມຄອງ ແລະ ນຳໃຊ້ເງິນຄ້ຳປະກັນ ໂດຍການປະສານວຽກງານຮ່ວມກັບທະນາຄານບ່ອນທີ່ຫົົວໜ່ວຍທຸລະກິດຂາຍກົງໄດ້ເປີດບັນຊີໄວ້;
6.  ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນວຽກງານທຸລະກິດຂາຍກົງ;
7.  ຕິດຕາມ, ກວດກາການເຄື່ອນໄຫວ, ການດຳເນີນທຸລະກິດຂາຍກົງໃນຂອບເຂດທົ່ວປະເທດ;
8.  ຮັບຄຳຮ້ອງທຸກຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບຜົນກະທົບ ຫຼື ເສຍຫາຍຈາກການດຳເນີນທຸລະກິດຂາຍກົງ;
9.  ເຮັດໜັງສືເຊີນ ຜູ້ດຳເນີນທຸລະກິດຂາຍກົງ ຫຼື ຜູ້ທີ່ກ່ຽວຂ້ອງມາອະທິບາຍຊີ້ແຈງ ກ່ຽວກັບເອກະສານ ຫຼື ຫຼັກຖານ;
10. ແຈ້ງຂໍ້ມູນຂ່າວສານກ່ຽວກັບສິນຄ້າ ທີ່ກໍ່ໃຫ້ເກີດຄວາມເສຍຫາຍ ແກ່ຜູ້ຊົມໃຊ້;
11. ຕັກເຕືອນ ແລະ ສຶກສາອົບຮົມ ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບທຸລະກິດຂາຍກົງ;
12. ປັບໃໝຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
13. ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດການດຳເນີນທຸລະກິດຂາຍກົງ ໃນຂອບເຂດທົ່ວປະເທດໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ຊາບ ທຸກໆ 06 ເດືອນ;
14. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 20 ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ

    ການຄຸ້ມຄອງທຸລະກິດຂາຍກົງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ດັ່ງນີ້:

1. ໂຄສະນາ, ເຜີຍແຜ່ນິຕິກຳ ກ່ຽວກັບທຸລະກິດຂາຍກົງໃຫ້ແກ່ສັງຄົມ;
2. ຄຸ້ມຄອງ, ຕິດຕາມ, ກວດກາ ການເຄື່ອນໄຫວດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດຂາຍກົງ, ຕົວແທນຂາຍກົງ ແລະ ຜູ້ຂາຍອິດສະຫຼະ;
3. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນວຽກງານທຸລະກິດຂາຍກົງ;
4. ຮັບຄຳຮ້ອງທຸກຈາກບຸກຄົນ, ນິຕິຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບຜົນກະທົບ ຫຼື ເສຍຫາຍຈາການດຳເນີນທຸລະກິດຂາຍກົງ;
5. ເຮັດໜັງສືເຊີນ ຜູ້ດຳເນີນທຸລະກິດຂາຍກົງ ຫຼື ຜູ້ທີ່ກ່ຽວຂ້ອງມາອະທິບາຍຊີ້ແຈງ ກ່ຽວກັບເອກະສານ ຫຼື ຫຼັກຖານ;
6. ແຈ້ງຂໍ້ມູນຂ່າວສານກ່ຽວກັບສິນຄ້າ ທີ່ກໍ່ໃຫ້ເກິດຄວາມເສຍຫາຍ ແກ່ຜູ້ຊົມໃຊ້;
7. ຕັກເຕືອນ ແລະ ສຶກສາອົບຮົມ ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບທຸລະກິດຂາຍກົງ;
8. ແຈ້ງການໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຕິດຕາມທຸລະກິດຂາຍກົງ ໃນຂອບເຂດເມືອງຂອງຕົນ ແລ້ວລາຍງານໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ຊາບໃນເມື່ອມີສະພາບບໍ່ປົກກະຕິ;
9. ປັບໃໝຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
10. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດການດຳເນີນທຸລະກິດຂາຍກົງ ຢູ່ໃນທ້ອງຖິ່ນຂອງຕົນໃຫ້ ອົງການຄຸ້ມຄອງທຸລະກິດຂາຍກົງ ຂັ້ນສູນກາງຊາບ ທຸກໆ 06 ເດືອນ;
11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ. ຂ້າງເທິງ

ໝວດທີ 5
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 21 ນະໂຍບາຍຕໍ່ຜູ້ມີຜົນງານ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ, ຊົມເຊີຍ ຫຼື ໄດ້ຮັບນະໂຍບາຍຕາມຄວາມເໝາະສົມ.

ມາດຕາ 22 ມາດຕະການຕໍ່ຜູ້ລະເມີດ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາຕາມແຕ່ກໍລະນີເບົາ ຫຼື ໜັກ.

ມາດຕາ 23 ມາດຕະການປັບໃໝ

    ບຸກຄົນ, ນິຕິບຸກຄົນ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ພາຍຫຼັງທີ່ໄດ້ປະຕິບບັດມາດຕະການ ກ່າວເຕືອນ, ສຶກສາອົບຮົມ ແຕ່ບໍ່ເປັນການກະທຳຜິດທາງອາຍາ ຈະຖືກປັບໃໝ ຕາມແຕ່ກໍລະນີລຸ່ມນີ້:

1.  ດຳເນີນທຸລະກິດຂາຍກົງ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດຂາຍກົງ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 8.000.000 ກີບ;
2.  ຈ່າຍຄ່າຕອບແທນ ໂດຍບໍ່ຖືກຕາມແຜນການຈ່າຍຄ່າຕອບແທນ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 5.000.000 ກີບ;
3.  ດຳເນີນທຸລະກິດໂດຍບໍ່ປະຕິບັດຕາມສັນຍາ ທີ່ອົງການຄຸ້ມຄອງທາງທຸລະກິດຂາຍກົງໄດ້ຮັບຮອງແລ້ວ ຈະຖືກປັບໃໝຈຳນວນສອງເທົ່າ ຂອງມູນຄ່າຕອບແທນທີ່ລະບຸໄວ້ໃນສັນຍາ;
4.  ເຂົ້າໄປສະຖານທີ່ ທີ່ຢູ່ອາໄສຂອງບຸກຄົນອື່ນ ໂດຍບໍ່ໄດ້ຮັບອານຸຍາດ ຈະຖືກປັບໃໝແຕ່ 300.000 ກີບ ຫາ 1.000.000 ກີບ;
5.  ສະໜອງ ຫຼື ຂາຍສິນຄ້າໂດຍບໍ່ສະແດງ ບັດສະມາຊິກຕົວແທນຂາຍກົງ ຫຼື ບັດສະມາຊິກຜູ້ຂາຍອິດສະຫຼະ ຈະຖືກປັບໃໝແຕ່ 50.000 ກີບ ຫາ 500.000 ກີບ;
6.  ດຳເນີີນທຸລະກິດໂດຍ ຊັກຊວນໃຫ້ຄົນອື່ນເຂົ້າເຄືອຂ່າຍ ແລະ ເອົາຄ່າທຳນຽມເປັນລາຍໄດ້ ແຕ່ບໍ່ແມ່ນໄດ້ມາຈາກການຂາຍສິນຄ້າຈະຖືກປັບໃໝ 500.000 ກີບ ຕໍ່ສະມາຊິກ ໜຶ່ງຄົນ;
7.  ບັງຄັບໃຫ້ຕົວແທນຂາຍກົງ ຫຼື ຜູ້ຂາຍອິດສະຫຼະຊື້ສິນຄ້າ ຈະຖືກປັບໃໝສອງເທົ່າຂອງສັນຍາ;
8.  ເກັບຄາທຳນຽມການເຂົ້າເປັນສະມາຊິກ, ຄ່າຝຶກອົບຮົມ, ຄ່າອຸປະກອນສົ່ງເສີມການຂາຍ ເກີນຄວາມເປັນຈີງ ຈະຖືກປັບໃໝ 200.000 ກີບຕໍ່ສະມາຊິກໜຶ່ງຄົນ. ຂ້າງເທິງ

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 24 ການຈັດຕັ້ງປະຕິບັດ

    ມອບໃຫ້ກົມການຄ້າພາຍໃນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ໂດຍປະສົມປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
   ສຳລັບຫົວໜ່ວຍທຸລະກິດໃດ ທີ່ໄດ້ດຳເນີນທຸລະກິດຂາຍກົງ ກ່ອນປະກາດໃຊ້ຂໍ້ຕົກລົງສະບັບນີ້ຕ້ອງປະກອບເອກະສານຄືນໃໝ່ຕາມ ມາດຕາ 8 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກຳນົດ 90 ວັນ ນັບແຕ່ຂໍ້ຕົກລົງສະບັບນີ້ມີຜົນສັກສິດ.

ມາດຕາ 25 ຜົນສັກສິດ

    ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ຫຼັງຈາກ 15 ວັນ ນັບແຕ່ວັນພີມລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.

ລັດຖະມົນຕີ
(ເຊັນ ແລະ ປະທັບກາ)

ນ ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on Direct Sales Business No. 0060/MOIC.DTD, dated 12 January 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ທຸລະກິດຂາຍກົງ ສະບັບເລກທີ 0060/ອຄ.ກຄພນ, ລົງວັນທີ 12 ມັງກອນ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.