ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນຖາວອນ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ         ເລກທີ  3201/ປທສ
ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2016   

ຂໍ້ຕົກລົງ
ວ່າດ້ວຍ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ

-    ອີງຕາມ ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ (ສະບັບປັບປຸງ) ສະບັບເລກທີ 09/ສພຊ, ລົງວັນທີ 21 ທັນວາ 2011.
 -  ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ກະຊວງ ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ, ສະບັບເລກທີ 303/ນຍ, ລົງວັນທີ 26 ກັນຍາ 2011.

ລັດຖະມົນຕີ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1.        ຈຸດປະສົງ

     ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງການນຳເຂົ້າ ແລະ ການຈຳໜ່າຍ ອຸປະກອນໄອຊີທີ ເພື່ອຮັບປະກັນຄຸນນະພາບ ແລະ ມາດຕະຖານອຸປະກອນໄອຊີທີ ແນໃສ່ຄວາມເປັນລະບຽບ, ປອດໄພ ແລະ ຍຸຕິທຳ ຕໍ່ຜູ້ຊົມໃຊ້ ແລະ ສັງຄົມ ປະກອບສ່ວນເຂົ້າວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2.        ການນໍາເຂົ້າ ແລະ ຈໍາໜ່າຍ ອຸປະກອນໄອຊີທີ

     ການນໍາເຂົ້າ ອຸປະກອນໄອຊີທີ ແມ່ນການນຳເອົາອຸປະກອນໄອຊີທີຈາກຕ່າງປະເທດເຂົ້າມາພາຍໃນປະເທດ ເພື່ອນຳໃຊ້ ຫຼື ສົ່ງມອບໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງພາຍໃນ ສປປ ລາວ.
     ການຈໍາໜ່າຍ ອຸປະກອນໄອຊີທີ ແມ່ນການນຳເອົາອຸປະກອນໄອຊີທີ ອອກຂາຍສົ່ງ ຫຼື ຂາຍຍ່ອຍ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ພາຍໃນ ສປປ ລາວ.
     ການດຳເນີນກິດຈະການຕ່າງໆ ກ່ຽວກັບການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ຕ້ອງໄດ້ຮັບ ໃບອະນຸຍາດຈາກ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 3.        ອະທິບາຍຄຳສັບ

     ຄຳສັບ ທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.   ອຸປະກອນໄອຊີທີ ໝາຍເຖິງ ບັນດາອຸປະກອນທີ່ກ່ຽວຂ້ອງກັບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຊັ່ນ: ຄອມພິວເຕີ, ແລບທ໋ອບ, ແທັບແລັດ, ສະມາດໂຟນ, ອຸປະກອນປະມວນຜົນ, ອຸປະກອນເກັບຂໍ້ມູນ, ອຸປະກອນເຄືອຂ່າຍ, ອຸປະກອນເຊື່ອມຕໍ່ອິນເຕີເນັດ ແລະ ອື່ນໆ;
2.   ຜູ້ດໍາເນີນທຸລະກິດນຳເຂົ້າອຸປະກອນໄອຊີທີ ໝາຍເຖິງ ນິຕິບຸກຄົນທີ່ໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນການດຳເນີນທຸລະກິດນຳເຂົ້າອຸປະກອນໄອຊີທີ;
3.   ຜູ້ດໍາເນີນທຸລະກິດຈຳໜ່າຍອຸປະກອນໄອຊີທີ ໝາຍເຖິງ ນິຕິບຸກຄົນທີ່ໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນການດຳເນີນທຸລະກິດຈຳໜ່າຍອຸປະກອນໄອຊີທີ;
4.   ໃບຢັ້ງຢືນການນຳເຂົ້າອຸປະກອນໄອຊີທີ  ໝາຍເຖິງ ເອກະສານທາງການທີ່ໃຊ້ໃນການຢັ້ງຢືນ ລາຍການ, ມາດຕະຖານເຕັກນິກ ແລະ ຄວາມປອດໄພ ຂອງອຸປະກອນໄອຊີທີ ທີ່ຈະນຳຈາກຕ່າງປະເທດເຂົ້າມາໃນ ສປປ ລາວ;
5.   ການຍຶດອຸປະກອນໄອຊີທີ   ໝາຍເຖິງ  ການຮັກສາສິນຄ້າ ຫຼື ອຸປະກອນ ໄອຊີທີ  ໄວ້ຊົ່ວຄາວ ຢູ່ສະຖານທີ່ໃດໜຶ່ງຂອງເຈົ້າໜ້າທີ່ ເພື່ອລໍຖ້າຜົນຂອງການດຳເນີນຄະດີ;
6.   ການອາຍັດອຸປະກອນໄອຊີທີ   ໝາຍເຖິງ  ການຮັກສາສິນຄ້າ ຫຼື ອຸປະກອນ ໄອຊີທີໄວ້ຊົ່ວຄາວ ຢູ່ສະຖານທີ່ໃດໜຶ່ງຂອງຜູ້ຖືກຫາ ໂດຍຫ້າມຊື້, ຂາຍ, ໂອນ ຫຼື ເຄື່ອນຍ້າຍ  ເພື່ອລໍຖ້າຜົນຂອງການດຳເນີນຄະດີ;
7.   ການຮິບອຸປະກອນໄອຊີທີ  ໝາຍເຖິງ ການເອົາສິນຄ້າ ຫຼື ອຸປະກອນໄອຊີທີ ທີ່ເປັນຂອງກາງໃນການກະທຳຜິດ ຫຼື ເປັນອຸປະກອນທີ່ເກືອດຫ້າມນຳເຂົ້າ ແລະ ຈຳໜ່າຍ  ມາເປັນຂອງລັດ;
8.   ກາໝາຍຢັ້ງຢືນ (Stamp) ໝາຍເຖິງ ກາໝາຍທີ່ໃຊ້ຕິດອຸປະກອນໄອຊີທີ ທີ່ຜ່ານການຢັ້ງຢືນມາດຕະຖານເຕັກນິກ ແລະ ຄວາມປອດໄພ;
9.   ITU (International Telecommunication Union) ໝາຍເຖິງ ອົງການສະຫະພາບໂທລະຄົມມະນາຄົມສາກົນ ທີ່ຮັບຜິດຊອບວຽກງານສົນທິສັນຍາລະຫວ່າງປະເທດ ໃນການຄຸ້ມຄອງ ແລະ ວາງມາດຕະຖານ ດ້ານໄອຊີທີ;
10.   IEEE (Institute of Electrical and Electronics Engineers)  ໝາຍເຖິງ ສະມາຄົມຊ່ຽວຊານໜຶ່ງ ທີ່ມີຈຸດປະສົງໃນການຄົ້ນຄ້ວາ ແລະ ພັດທະນາ ມາດຕະຖານ ເຕັກໂນໂລຊີຂັ້ນສູງ ກ່ຽວກັບວິສະວະກຳໄຟຟ້າ-ເອເລັກໂຕຣນິກ, ໂທລະຄົມມະນາຄົມ, ຄອມພິວເຕີ ແລະ ອື່ນໆ;
11.   GSMA (Groupe Speciale Mobile Association) ໝາຍເຖິງ ສະມາຄົມ ຜູ້ໃຫ້ບໍລິການດ້ານອຸດສາຫະກຳເຄືອຂ່າຍໂທລະສັບມືຖືທົ່ວໂລກເຊັ່ນ: ຜູ້ຜະລິດອຸປະກອນ, ຊອບແວ, ຜູ້ໃຫ້ບໍລິການອຸປະກອນ ແລະ ບໍລິສັດອິນເຕີເນັດ ລວມທັງອົງການອື່ນໆທີ່ກ່ຽວຂ້ອງ.

ມາດຕາ 4.        ຂອບເຂດການນຳໃຊ້

     ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ຢູ່ ສປປ ລາວ.

ໝວດທີ 2
ການດຳເນີນທຸລະກິດ ນຳເຂົ້າ ແລະ ຈຳໜ່າຍ

ມາດຕາ 5.        ການດຳເນີນທຸລະກິດ ນຳເຂົ້າ ແລະ ຈຳໜ່າຍ

     ການດຳເນີນທຸລະກິດ ນຳເຂົ້າ ອຸປະກອນໄອຊີທີ ແມ່ນເຄື່ອນໄຫວທາງທຸລະກິດ ໃນການນຳເອົາອຸປະກອນໄອຊີທີຈາກຕ່າງປະເທດ ເຂົ້າມາພາຍໃນປະເທດ,  ເພື່ອສົ່ງມອບໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງອື່ນ.
     ການດຳເນີນທຸລະກິດ ຈຳໜ່າຍ ອຸປະກອນໄອຊີທີ ແມ່ນການເຄື່ອນໄຫວທາງທຸລະກິດ ໃນການນຳເອົາອຸປະກອນໄອຊີທີ ອອກຂາຍຍົກ ຫຼື ຂາຍຍ່ອຍ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ພາຍໃນ ສປປ ລາວ.

ມາດຕາ 6.        ການຂໍອະນຸຍາດ

     ນິຕິບຸກຄົນ ທີ່ຕ້ອງການດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍ ອຸປະກອນໄອຊີທີ ຕາມທີ່ລະບຸໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຕ້ອງໄດ້ຮັບອະນຸຍາດຈາກ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 7.        ເງື່ອນໄຂພິຈາລະນາອອກອະນຸຍາດ

     ນິຕິບຸກຄົນ ທີ່ມີຈຸດປະສົງຂໍອະນຸຍາດດໍາເນີນທຸລະກິດ ນຳເຂົ້າ ຫຼື ຈໍາໜ່າຍ ອຸປະກອນໄອຊີທີ ຕ້ອງມີເງື່ອນໄຂ ດັ່ງນີ້:

1.  ມີທຶນພຽງພໍ ຕາມທີ່ກຳນົດໃນກົດໝາຍວິສະຫະກິດ ແລະ ກົດໝາຍທີ່ກ່ຽວຂ້ອງ;
2.  ມີບຸກຄະລາກອນທີ່ມີຄວາມຮູ້ລະດັບຊັ້ນກາງຂຶ້ນໄປ ແລະ ມີປະສົບການດ້ານໄອຊີທີ ຢ່າງໜ້ອຍ ໜຶ່ງ ປີ;
3.  ມີສະຖານທີ່, ບ່ອນເກັບມ້ຽນ, ພາຫະນະຂົນສົ່ງ ແລະ ອຸປະກອນຮັບໃຊ້ ໃນການປະຕິບັດວຽກງານດ້ານຕ່າງໆຢ່າງພຽງພໍ ແລະ ເໜາະສົມກັບຂະໜາດຂອງກິດຈະການ;
4.  ມີແຜນດຳເນີນທຸລະກິດຢ່າງຈະແຈ້ງ ແລະ ສາມາດປະຕິບັດໄດ້;
5.  ປະກອບເອກະສານ ຕາມທີ່ກໍານົດໃນເອກະສານຊ້ອນທ້າຍ ຢ່າງຄົບຖ້ວນ ແລະ ຖືກຕ້ອງ.

ມາດຕາ 8.        ການພິຈາລະນາອອກອະນຸຍາດ

     ອົງການຄຸ້ມຄອງ ແລະ ກວດກາ ຈະພິຈາລະນາອອກອະນຸຍາດ ດຳເນີນທຸລະກິດ ນຳເຂົ້າ ຫຼື ຈຳໜ່າຍ ອຸປະກອນໄອຊີທີ ໃນໄລຍະເວລາ ສິບຫ້າ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານຄົບຖ້ວນສົມບູນ.

ມາດຕາ 9.        ຂອບເຂດ ຂອງການດຳເນີນທຸລະກິດ

     ຜູ້ດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍອຸປະກອນໄອຊີທີ ແມ່ນມີສິດເຄື່ອນໄຫວທຸລະກິດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ.

       ອາຍຸການ ຂອງການດຳເນີນທຸລະກິດແຕ່ລະປະເພດ ມີດັ່ງນີ້:

-    ການດໍາເນີນທຸລະກິດ ນຳເຂົ້າອຸປະກອນໄອຊີທີ ຂໍອະນຸຍາດຄັ້ງຫນຶ່ງ ມີອາຍຸການ ໜຶ່ງ ປີ;
-    ການດໍາເນີນທຸລະກິດ ຈໍາໜ່າຍອຸປະກອນໄອຊີທີ ຂໍອະນຸຍາດຄັ້ງຫນຶ່ງ ມີອາຍຸການ ໜຶ່ງ ປີ;

ມາດຕາ 10.    ການຂໍຕໍ່, ປ່ຽນແປງ, ໂຈະ ຫຼື ຍົກເລີກ ໃບອະນຸຍາດ

     ການຂໍຕໍ່, ປ່ຽນແປງ, ໂຈະ ຫຼື ຍົກເລີກ ໃບອະນຸຍາດກ່ຽວກັບການດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍອຸປະກອນໄອຊີທີ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ  ໂດຍມີການສະເໜີພ້ອມຊີ້ແຈງເຫດຜົນຢ່າງເປັນລາຍລັກອັກສອນ.
     ສຳລັບການຕໍ່ໃບອະນຸຍາດ ອົງການຄຸ້ມຄອງກວດກາ ຈະໃຊ້ເວລາໃນການພິຈາລະນາ  ພາຍໃນ 10 ວັນລັດຖະການ ໂດຍຜູ້ຂໍຕໍ່ ຕ້ອງມີເງື່ອນໄຂ ດັ່ງນີ້:

1.     ຕ້ອງບໍ່ຢູ່ໃນຊ່ວງຖືກອາຍັດຊັບ ຫຼື ຖືກໂຈະໃບອະນຸຍາດ;
2.     ຕ້ອງບໍ່ເຄີຍຖືກ ຮິບຊັບ ຫຼື ຖອນໃບອະນຸຍາດ;
3.     ຕ້ອງດໍາເນີນທຸລະກິດນຳເຂົ້າ ຫຼື ຈໍາໜ່າຍ ອຸປະກອນໄອຊີທີ ໂດຍສອດຄ່ອງກັບລະບຽບກົດໝາຍ ທີ່ກ່ຽວຂ້ອງ;
4.     ຕ້ອງຍື່ນໃບຄຳຮ້ອງຂໍຕໍ່ກ່ອນວັນໝົດອາຍຸຢ່າງໜ້ອຍ ສາມສິບ ວັນລັດຖະການ;
5.     ຕ້ອງປະກອບເອກະສານຢ່າງຄົບຖ້ວນ ຕາມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ. 

ໝວດທີ 3
ການນຳເຂົ້າ ອຸປະກອນໄອຊີທີ

ມາດຕາ 11.    ລາຍການ ອຸປະກອນໄອຊີທີ

     ລາຍການ ອຸປະກອນໄອຊີທີ ທີ່ນຳເຂົ້າ ມີ ສອງ ປະເພດ ດັ່ງນີ້:

1.    ລາຍການ ອຸປະກອນຂໍອະນຸຍາດ: ແມ່ນ ການກຳນົດອຸປະກອນ ທີ່ຕ້ອງໄດ້ຮັບອະນຸຍາດ ຈາກ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່ອນການນຳເຂົ້າ;
2.    ລາຍການ ອຸປະກອນເກືອດຫ້າມ: ແມ່ນ ການກຳນົດອຸປະກອນ ທີ່ເກືອດຫ້າມນຳເຂົ້າ  ເຊິ່ງອຸປະກອນດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກລັດຖະບານເທົ່ານັ້ນ ຈຶ່ງສາມາດນຳເຂົ້າໄດ້.

     ປະເພດລາຍການ ອຸປະກອນຂໍອະນຸຍາດນຳເຂົ້າ ແລະ ອຸປະກອນເກືອດຫ້າມນຳເຂົ້າ ແມ່ນກຳນົດໄວ້ໃນລະບຽບການສະເພາະຂອງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ກະຊວງ ອຸດສະຫະກຳ ແລະ ການຄ້າ.

ມາດຕາ 12.    ມາດຕະຖານ ເຕັກນິກ ແລະ ຄວາມປອດໄພ

     ມາດຕະຖານເຕັກນິກ ແລະ ຄວາມປອດໄພ ແມ່ນ ມາດຕະຖານສາກົນທີ່ໃຊ້ໃນການກວດກາ ແລະ ຢັ້ງຢືນ ອຸປະກອນໄອຊີທີທີ່ນຳເຂົ້າ ເຊິ່ງຖືກຮັບຮອງໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຕົ້ນ ມາດຕະຖານຂອງ ITU, GSMA, IEEE ຫຼື ມາດຕະຖານແຫ່ງຊາດ ເຊິ່ງລາຍລະອຽດມາດຕະຖານ ແມ່ນກຳນົດໄວ້ໃນເອກະສານຊ້ອນທ້າຍ ທີ່ອົງການຄຸ້ມຄອງກວດກາຮັບຮອງແຕ່ລະໄລຍະ.

ມາດຕາ 13.    ການຢັ້ງຢືນການນຳເຂົ້າ

     ໃນທຸກໆຄັ້ງທີ່ຈະນຳເຂົ້າອຸປະກອນໄອຊີທີ ຜູ້ດຳເນີນທຸລະກິດນຳເຂົ້າອຸປະກອນໄອຊີທີ ຕ້ອງຂໍໃບຢັ້ງຢືນການນຳເຂົ້າອຸປະກອນ ຈາກຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອກວດກາ ແລະ/ຫຼື ຢັ້ງຢືນ ມາດຕະຖານເຕັກນິກ ແລະ ຄວາມປອດໄພ ຕາມທີ່ລະບຸໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້.
     ອຸປະກອນທີ່ຕ້ອງກວດກາທາງດ້ານເຕັກນິກ ຕ້ອງໄດ້ສົ່ງຕົວຢ່າງອຸປະກອນ ຫຼື ລາຍລະອຽດຕ່າງໆ ໃຫ້ອົງການຄຸ້ມຄອງ ນຳໄປກວດກາ ແລະ ຢັ້ງຢືນ ກ່ອນການນໍາເຂົ້າ ຢ່າງໜ້ອຍ ສິບຫ້າ ວັນລັດຖະການ.
     ອຸປະກອນໄອຊີທີທີ່ຜ່ານການຢັ້ງຢືນການນຳເຂົ້າ ຈະໄດ້ຮັບການຕິດກາໝາຍຢັ້ງຢືນ ທີ່ອອກໃຫ້ໂດຍ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 14.    ເງື່ອນໄຂພິຈາລະນາອອກໃບຢັ້ງຢືນ

     ຜູ້ດຳເນີນທຸລະກິດນຳເຂົ້າ ທີ່ຕ້ອງການ ຂໍໃບຢັ້ງຢືນການນຳເຂົ້າອຸປະກອນໄອຊີທີ ຕ້ອງມີເງື່ອນໄຂ ດັ່ງນີ້:

1.  ມີລາຍລະອຽດກ່ຽວກັບອຸປະກອນຢ່າງຊັດເຈນ;
2.  ມີແຜນການນຳເຂົ້າ, ໃບແຈ້ງລາຄາ, ໃບຫຸ້ມຫໍ່ສິນຄ້າ, ຈໍານວນ, ລາຄາ, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ໃບຢັ້ງຢືນມາດຕະຖານຈາກໂຮງງານ, ສະຖານທີ່ປາຍທາງ ແລະ ວັນທີ ຢ່າງຊັດເຈນ;
3.  ກໍລະນີເປັນອຸປະກອນທີ່ຕ້ອງກວດກາທາງດ້ານເຕັກນິກ ຕ້ອງມີລາຍລະອຽດຈະແຈ້ງ ແລະ/ຫຼື ອຸປະກອນຕົວຈິງ ເພື່ອນຳມາກວດກາມາດຕະຖານອຸປະກອນ ຕາມທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງ ສະບັບນີ້;
4.  ປະກອບເອກະສານ ຕາມທີ່ກໍານົດໃນເອກະສານຊ້ອນທ້າຍ ຢ່າງຄົບຖ້ວນ ແລະ ຖືກຕ້ອງ.

ມາດຕາ 15.    ການພິຈາລະນາອອກໃບຢັ້ງຢືນ

     ອົງການຄຸ້ມຄອງ ແລະ ກວດກາ ຈະພິຈາລະນາອອກໃບຢັ້ງຢືນການນຳເຂົ້າອຸປະກອນໄອຊີທີ ໃນໄລຍະເວລາ ສິບ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານຄົບຖ້ວນສົມບູນ, ຍົກເວັ້ນອຸປະກອນໄອຊີທີ ທີ່ບໍ່ເຄີຍໄດ້ຮັບການຢັ້ງຢືນມາກ່ອນ ແລະ ມີລັກສະນະເຕັກນິກສູງ.

ມາດຕາ 16.    ຂອບເຂດ ຂອງໃບຢັ້ງຢືນ

     ໃບຢັ້ງຢືນການນຳເຂົ້າ ສາມາດນຳໃຊ້ໄດ້ຕາມຂອບເຂດທີ່ກຳນົດໄວ້ໃນໃບຢັ້ງຢືນ ແລະ ມີອາຍຸການນຳໃຊ້ ເກົ້າສິບ ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. 

ໝວດທີ 4
ສິດ ແລະ ພັນທະ

ມາດຕາ 17.    ສິດ ແລະ ພັນທະ ຂອງຜູ້ດໍາເນີນທຸລະກິດ ນໍາເຂົ້າ ແລະ ຈໍາໜ່າຍອຸປະກອນໄອຊີທີ

     ຜູ້ດຳເນີນທຸລະກິດ ນໍາເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ມີ ສິດ ແລະ ພັນທະ ດັ່ງນີ້:

1.      ສະເໜີ ຂໍຕໍ່, ໂຈະ ຫຼື ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດຂອງຕົນ;
2.      ນໍາເຂົ້າອຸປະກອນໄອຊີທີ ຕາມຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ;
3.      ຈຳໜ່າຍອຸປະກອນໄອຊີທີ ຕາມທີ່ໄດ້ຮັບອະນຸຍາດຈາກ ຂະແໜງການທີ່ກ່ຽວຂ້ອງ;
4.      ສະໜອງຂໍ້ມູນ ແລະ ໃຫ້ຄວາມຮ່ວມມືຕໍ່ພະນັກງານຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ;
5.      ຮັບປະກັນອຸປະກອນໄອຊີທີ ໃຫ້ກັບຜູ້ຊົມໃຊ້ ເປັນຕົ້ນ ສ້ອມແປງ, ປ່ຽນແທນ, ຊົດໃຊ້;
6.      ໃຫ້ບໍລິການຢ່າງມີຄຸນນະພາບ ແລະ ລາຄາສົມເຫດສົມຜົນ;
7.      ປະຕິບັດສິດ ແລະ ພັນທະອື່ນ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 18.    ສິດ ແລະ ພັນທະ ຂອງຜູ້ຊົມໃຊ້ອຸປະກອນໄອຊີທີ

     ຜູ້ຊົມໃຊ້ ອຸປະກອນໄອຊີທີ ມີ ສິດ ແລະ ພັນທະ ດັ່ງນີ້:

1.      ເລືອກໃຊ້ອຸປະກອນໄອຊີທີຕາມຄວາມຕ້ອງການຂອງຕົນ;
2.      ໄດ້ຮັບການບໍລິການທີ່ມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ປອດໄພ;
3.      ໄດ້ຮັບການຮັບປະກັນ ຈາກຜູ້ນຳເຂົ້າ ຫຼື ຈຳໜ່າຍ ຕາມທີ່ໄດ້ຕົກລົງກັນ ຂອງສອງຝ່າຍ;
4.      ທວງຖາມ ຫຼື ຮ້ອງຟ້ອງ ຜູ້ຈໍາໜ່າຍອຸປະກອນໄອຊີທີ ເມື່ອບໍ່ໄດ້ຮັບຄວາມຍຸຕິທໍາ ຫຼື ໄດ້ຮັບການບໍລິການທີ່ບໍ່ເໝາະສົມ;
5.      ຮັບຜິດຊອບຕໍ່ຂີ້ເຫຍື້ອເອເລັກໂຕຣນິກ ທີ່ເກີດຈາກອຸປະກອນທີ່ຕົນໄດ້ນຳໃຊ້;
6.      ປະຕິບັດສິດ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ. 

ໝວດທີ 5
ຄ່າທຳນຽມ ແລະ ຄ່າບໍລິການ

ມາດຕາ 19.    ຄ່າທຳນຽມ ແລະ ຄ່າບໍລິການ

     ຄ່າທຳນຽມ ແລະ ຄ່າບໍລິການ ໃນການອອກໃບອະນຸຍາດ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ. 

ໝວດທີ 6
ຂໍ້ຫ້າມ

ມາດຕາ 20.    ຂໍ້ຫ້າມທົ່ວໄປ

     ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

1.    ດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍ ອຸປະກອນໄອຊີທີ ໂດຍບໍ່ໄດ້ຮັບອະນຸຍາດ;
2.    ນຳເຂົ້າ ອຸປະກອນໄອຊີທີ ໂດຍບໍ່ໄດ້ຮັບອະນຸຍາດ;
3.    ດຳເນີນການເຄື່ອນໄຫວຕ່າງໆ ທີ່ຂັດຕໍ່ຂໍ້ຕົກລົງສະບັບນີ້ ຫຼື ລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 21.    ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ

     ຫ້າມຜູ້ດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍ ອຸປະກອນໄອຊີທີ  ມີພຶດຕະກຳ ດັ່ງນີ້:

1.   ນຳເຂົ້າ ອຸປະກອນໄອຊີທີ ໂດຍບໍ່ໄດ້ຮັບການຢັ້ງຢືນ;
2.   ຈຳໜ່າຍ ອຸປະກອນໄອຊີທີ ທີ່ບໍ່ຜ່ານການຢັ້ງຢືນການນຳເຂົ້າ;
3.   ໂອນ, ໃຫ້ເຊົ່າ ຫຼື ໃຫ້ຢືມ ໃບອະນຸຍາດດຳເນີນທຸລະກິດ;
3.   ໃຫ້ບໍລິການນອກເໜືອປະເພດລາຍການ ຫຼື ຂອບເຂດທີ່ໄດ້ຮັບອະນຸຍາດ;
4.   ດຳເນີນການເຄື່ອນໄຫວຕ່າງໆ ທີ່ຂັດຕໍ່ຂໍ້ຕົກລົງສະບັບນີ້ ຫຼື ລະບຽບການອື່ນ ທີ່ກ່ຽວຂ້ອງ.

ມາດຕາ 22.    ຂໍ້ຫ້າມສໍາລັບພະນັກງານຄຸ້ມຄອງ ແລະ ກວດກາ

     ຫ້າມພະນັກງານຄຸ້ມຄອງ ແລະ ກວດກາ ປະຕິບັດ ດັ່ງນີ້:

1. ຫ້າມກົດໜ່ວງ, ຖ່ວງດຶງ ຫຼື ປອມແປງເອກະສານ ກ່ຽວກັບການດຳເນີນທຸລະກິດນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ;
2. ຫ້າມສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວນໍາຜູ້ດຳເນີນທຸລະກິດ;
3. ຫ້າມເປີດເຜີຍຂໍ້ມູນລັບ ຂອງຜູ້ດຳເນີນທຸລະກິດ;
4. ຫ້າມມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍ. 

ໝວດທີ 7
ການຄຸ້ມຄອງ

ມາດຕາ 23.    ອົງການຄຸ້ມຄອງ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ

     ອົງການຄຸ້ມຄອງ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ແມ່ນຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 24.    ສິດ ແລະ ໜ້າທີ່ ຂອງຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

     ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ພິຈາລະນາອະນຸມັດ, ຕໍ່, ປ່ຽນແປງ, ໂຈະ ແລະ ຖອນ ໃບອະນຸຍາດ ຫຼື ໃບຢັ້ງຢືນ;
2.  ຕິດຕາມ ແລະ ກວດກາການປະຕິບັດເງື່ອນໄຂ, ມາດຕະຖານ ແລະ ລະບຽບການ ຕາມຂໍ້ຕົກລົງສະບັບນີ້;
3.  ກ່າວເຕືອນ, ສຶກສາອົບຮົມ ຫຼື ປັບໃໝ ຕໍ່ບຸກຄົນ ແລະ ນິຕິບຸກຕົນ ທີ່ລະເມີດຂໍ້ຕົກລົງສະບັບນີ້ ແລະ ກົດລະບຽບອື່ນທີ່ກ່ຽວຂ້ອງ;
4.  ພິຈາລະນາແກ້ໄຂຄໍາສະເໜີ ກ່ຽວກັບ ຄຸນນະພາບຂອງອຸປະກອນ, ມາດຕະຖານເຕັກນິກ, ຄວາມປອດໄພ ແລະ ຄ່າບໍລິການຕ່າງໆ;
5.  ເກັບຄ່າທໍານຽມ ແລະ ຄ່າບໍລິການ ໃນການອອກໃບອະນຸຍາດ ແລະ ຄ່າອື່ນໆ ຕາມລະບຽບກົດໜາຍກໍານົດໄວ້;
6.  ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່່ກໍານົດໄວ້ໃນລະບຽບກົດໝາຍ. 

ໝວດທີ 8
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 25.    ມາດຕະການສຶກສາອົບຮົມ

     ພະນັກງານລັດ ແລະ ຜູ້ດຳເນີນທຸລະກິດ ຈະຖືກສຶກສາອົບຮົມ ໃນກໍລະນີ ດັ່ງນີ້:

1.   ພະນັກງານຂອງລັດທີ່ເຮັດວຽກຄຸ້ມຄອງບໍ່ໃຫ້ຄວາມສະດວກ, ຊັກຊ້າ, ກົດໜ່ວງທ່ວງດຶງການພິຈາລະນາຄໍາຮ້ອງຂໍອະນຸຍາດ ຫຼື ໃບຢັ້ງຢືນ, ໃຊ້ມາລະຍາດ ຫຼື ຄໍາເວົ້າທີ່ບໍ່ເໝາະສົມ;
2.   ຜູ້ດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍ ອຸປະກອນໄອຊີທີ ບໍ່ໃຫ້ຄວາມສະດວກແກ່ຜູ້ຊົມໃຊ້ ຫຼື ລະເມີດຂໍ້ຫ້າມໃນສະຖານເບົາ

ມາດຕາ 26.    ມາດຕະການປັບໃໝ

    ບຸກຄົນ ຫຼື ນິຕິບຸກຄົນ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:

1.   ດຳເນີນທຸລະກິດນຳເຂົ້າ ຫຼື ຈໍາໜ່າຍ ອຸປະກອນໄອຊີທີ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດ ຈະຖືກປັບໃໝ 20,000,000 ກີບ, ຈະຖືກຍຶດ ຫຼື ອາຍັດອຸປະກອນໄອຊີທີ ແລະ ອຸປະກອນທີ່ກ່ຽວຂ້ອງຈົນກ່ວາຈະມີການຂໍອະນຸຍາດດຳເນີນທຸລະກິດຢ່າງຖືກ ຕ້ອງ;
2.   ນຳເຂົ້າ ອຸປະກອນໄອຊີທີ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 10,000,000 ກີບ ແລະ ຖືກຍຶດອຸປະກອນໄອຊີທີ;
3.   ຈຳໜ່າຍ ອຸປະກອນໄອຊີທີ ທີ່ບໍ່ຜ່ານການຢັ້ງຢືນການນຳເຂົ້າ ຈະຖືກປັບໃໝ 10,000,000 ກີບ;
4.   ນຳເຂົ້າ, ຄອບຄອງ ຫຼື ຈໍາໜ່າຍ ອຸປະກອນໄອຊີທີ ທີ່ເກືອດຫ້າມ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 30,000,000 ກີບ ແລະ ຖືກຮິບອຸປະກອນ.
5.   ເອົາໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍອຸປະກອນໄອຊີທີ ໃຫ້ຜູ້ອື່ນນຳໃຊ້, ໃຫ້ເຊົ່າ ຫຼື ໂອນ   ຈະຖືກປັບໃໝ 10,000,000 ກີບ;
6.   ເຈດຕະນາປົກປິດ ຫຼື ແຈ້ງລາຍລະອຽດ ຂອງອຸປະກອນທີ່ຈະນຳເຂົ້າບໍ່ຖືກຕ້ອງ ຈະຖືກປັບໃໝ 5,000,000 ກີບ ແລະ ຖືກຍຶດອຸປະກອນສ່ວນທີ່ລະເມີດ;
7.   ຕໍ່ໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ຈໍາໜ່າຍອຸປະກອນໄອຊີທີ ຊ້າເກີນກຳນົດ ສິບ ວັນ ຈະຖືກປັບໃໝ 500,000 ກີບ;

ມາດຕາ 27.    ການໂຈະ ແລະ ຖອນໃບອະນຸຍາດ

     ອົງການຄຸ້ມຄອງ ແລະ ກວດກາ ຈະດຳເນີນການໂຈະໃບອະນຸຍາດດຳເນີນທຸລະກິດທາງດ້ານໄອຊີທີ ປະເພດທຸລະກິດ ນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ໃນກໍລະນີດັ່ງລຸ່ມນີ້:

1.    ເຈດຕະນາ ປົກປິດ ຫຼື ແຈ້ງລາຍລະອຽດ ອຸປະກອນນຳເຂົ້າບໍ່ຖືກຕ້ອງ;
2.    ຕໍ່ໃບອະນຸຍາດດຳເນີນທຸລະກິດ ຊ້າເກີນກຳນົດ ສາມສິບ ວັນ;

     ອົງການຄຸ້ມຄອງ ແລະ ກວດກາ ຈະພິຈາລະນາຖອນໃບອະນຸຍາດດຳເນີນທຸລະກິດທາງດ້ານໄອຊີທີ ປະເພດທຸລະກິດ ນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ໃນກໍລະນີດັ່ງລຸ່ມນີ້:

1.    ຄອບຄອງ ຫຼື ຈໍາໜ່າຍ ອຸປະກອນໄອຊີທີ ທີ່ເກືອດຫ້າມ ໂດຍບໍ່ໄດ້ຮັບອະນຸຍາດ;
2.    ນໍາເຂົ້າອຸປະກອນໄອຊີທີ  ໂດຍບໍ່ມີໃບຢັ້ງຢືນການນໍາເຂົ້າ;
3.    ເອົາໃບອະນຸຍາດດຳເນີນທຸລະກິດ ໃຫ້ຜູ້ອື່ນນຳໃຊ້, ເຊົ່າ ຫຼື ໂອນ;
4.    ຖືກປັບໃໝຕາມມາດຕາ 26 ຂອງຂໍ້ຕົກລົງສະບັບນີ້ ຈຳນວນ 3 ຄັ້ງ;
5.    ຖືກໂຈະໃບອະນຸຍາດ ແຕ່ບໍ່ປະຕິບັດຕາມແຈ້ງການຂອງອົງການຄຸ້ມຄອງ ແລະ ກວດກາ ພາຍໃນໄລຍະເວລາ ຫົກສິບ ວັນ. 

ໝວດທີ 9
ບົດບັນຍັດສຸດທ້າຍ

ມາດຕາ 28.    ການຈັດຕັ້ງປະຕິບັດ

     ມອບໃຫ້ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 29.    ຜົນສັກສິດ

     ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຫົວໜ້າກົມເຕັກໂນໂລຊີຂໍ້ມຸນຂ່າວສານ

(ເຊັນ ແລະ ປະທັບຕາ)
ດຣ. ທະວີສັກ ມະໂນທັມ

ດາວໂຫຼດ: ບັນຊີລາຍການ ອຸປະກອນໄອຊີທີ

# ຫົວຂໍ້ ດາວໂຫຼດ
1 Decision on the Import and Distribution of ICT Equipment No. 3201/MPT, dated 16 November 2016 PDF
2 ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບການຢັ້ງຢືນອຸປະກອນໄອຊີທີນຳເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນທຸກໆຄັ້ງທີ່ຈະນໍາເຂົ້າອຸປະກອນໄອຊີທີ ຕ້ອງໄດ້ຂໍໃບຢັ້ງຢືນການນໍາ ເຂົ້າອຸປະກອນ ຈາກກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ
  1. ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການກວດກາ ແລະ ຢັ້ງຢືນ ມາດຕະຖານເຕັກນິກອຸປະກອນໄອຊີທີ (ICT) ເລກທີ 2118/ປທສ, ລົງວັນທີ 08 ສິງຫາ 2018
9999-12-31 ALL
2 ຕ້ອງໄດ້ຂຶ້ນທະບຽນຜູ້ນໍາເຂົ້າອຸປະກອນໄອຊີທີ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຜູ້ນໍາເຂົ້າ ຕ້ອງໄດ້ຂຶ້ນທະບຽນດໍາເນີນທຸລະກິດນໍາເຂົ້າອຸປະກອນ ຈາກກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016 9999-12-31 ALL
3 ຕ້ອງໄດ້ຮັບການກວດກາອຸປະກອນໄອຊີທີນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕົວຢ່າງອຸປະກອນໄອຊີທີນໍາເຂົ້າ ຕ້ອງໄດ້ຮັບການກວດກາ ກ່ອນການນໍາເຂົ້າຕົວຈິງ ຈາກ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
  1. ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການກວດກາ ແລະ ຢັ້ງຢືນ ມາດຕະຖານເຕັກນິກອຸປະກອນໄອຊີທີ (ICT) ເລກທີ 2118/ປທສ, ລົງວັນທີ 08 ສິງຫາ 2018
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.