ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການອະທິບາຍຄໍາສັບ
ມາດຕາ 3. ຫຼັກການພື້ນຖານ

ໝວດທີ II - ການແຈ້ງ ແລະ ການສະໜອງຂໍ້ມູນ

ມາດຕາ 4. ການແຈ້ງຂໍ້ມູນທີ່ຕິດພັນກັບການຄ້າ
ມາດຕາ 5. ການສະໜອງຂໍ້ມູນທີ່ຕິດພັນກັບການຄ້າ

ໝວດທີ III - ບົດບັນຍັດສຸດທ້າຍ

ມາດຕາ 6. ການຈັດຕັ້ງປະຕິບັດ
ມາດຕາ 7. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ   ເລກທີ 363/ນຍ
ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2010

ດໍາລັດ
ວ່າດ້ວຍການແຈ້ງ ແລະ ການສະໜອງຂໍ້ມູນທີ່ຕິດພັນກັບການຄ້າ

- ອີງຕາມກົດໝາຍວ່າດ້ວຍລັດຖະບານ ແຫ່ງ ສປປລາວ ສະບັບເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;
- ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1508/ອຄ.ນຄຕ, ລົງວັນທີ 6 ສິງຫາ 2010.

ນາຍົກລັດຖະມົນຕີແຫ່ງ ສປປລາວ ອອກດໍາລັດ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ກໍານົດຫຼັກການ ແລະ ລະບຽບການກ່ຽວກັບການແຈ້ງ ແລະ ການສະໜອງຂໍ້ມູນທີ່ຕິດພັນກັບການຄ້າ ລວມທັງດ້ານສຸຂານາໄມ-ສຸຂານາໄມພືດ, ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ການຄ້າດ້ານການບໍລິການ ແລະ ຂໍ້ມູນທີ່ຕິດພັນກັບການຄ້າອື່ນໆ ແນໃສ່ຊຸກຍູ້ສົ່ງເສີມການເຂົ້າເຖິງ ແລະ ມີສ່ວນຮ່ວມໃນການສ້າງ ແລະ ນໍາໃຊ້ມາດຕະການທີ່ຕິດພັນກັບການຄ້າ ເພື່ອຫຼີກເວັ້ນການຈໍາແນກ ແລະ ການສ້າງອຸປະສັກທີ່ບໍ່ຈໍາເປັນຕໍ່ການຄ້າ. ຂ້າງເທິງ

ມາດຕາ 2. ການອະທິບາຍຄໍາສັບ
ຄໍາສັບຕ່າງໆທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ຂໍ້ມູນທີ່ຕິດພັນກັບການຄ້າ ໝາຍເຖິງຂໍ້ມູນກ່ຽວກັບມາດຕະຖານດ້ານສຸຂານາໄມ-ສຸຂານາໄມພືດ, ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ການຄ້າດ້ານການບໍລິການ ແລະອື່ນໆ.
  2. ມາດຕະການ ໝາຍເຖິງກົດໝາຍ, ລະບຽບການ ແລະ ຂັ້ນຕອນທີ່ກໍາລັງຮ່າງ, ຖືກຮັບຮອງ ແລະ ນໍາໃຊ້ໃນຂອບເຂດທົ່ວປະເທດ ແລະ ຂໍ້ມູນການເປັນສະມາຊິກ ແລະ ມີສ່ວນຮ່ວມໃນອົງການຈັດຕັ້ງພາກພື້ນ ແລະ ສາກົນ;
  3. ສຸຂານາໄມ ໝາຍເຖິງຄວາມສະອາດ, ການມີອະນາໄມ ແລະ ຄວາມປອດໄພຈາກຄວາມສ່ຽງອື່ນໆ ທີ່ມີຜົນເສຍຕໍ່ສຸຂະພາບຂອງຄົນ ແລະ ສັດ;
  4. ສຸຂານາໄມພືດ ໝາຍເຖິງການເຮັດໃຫ້ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນມີຄວາມສະອາດ ແລະ ປອດໄພຈາກສັດຕູພືດ;
  5. ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ໝາຍເຖິງລະບຽບການກ່ຽວກັບເຕັກນິກ, ມາດຕະຖານ ແລະ ການປະເມີນຄວາມສອດຄ່ອງທາງດ້ານເຕັກນິກ ເພື່ອຮັບປະກັນຄວາມປອດໄພ ດ້ານສຸຂະພາບ, 
  6. ການແຈ້ງຂໍ້ມູນ ໝາຍເຖິງການແຈ້ງມາດຕະການທີ່ຕິດພັນກັບການຄ້າ ໄປຍັງອົງການຈັດຕັ້ງພາກພື້ນ ແລະ ສາກົນ ລວມທັງອົງການການຄ້າໂລກ ເພື່ອຮັບຊາບ ແລະ ມີສ່ວນຮ່ວມໃນການປະກອບຄໍາເຫັນ ພາຍໃນໄລຍະເວລາເໝາະສົມ;
  7. ການສະໜອງຂໍ້ມູນ ໝາຍເຖິງການຕອບຄໍາຖາມ ແລະ ສະໜອງຂໍ້ມູນທີ່ຕິດພັນກັບການຄ້າຂອງ ສປປລາວ ແລະ ຕ່າງປະເທດແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນທັງພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ

ມາດຕາ 3. ຫຼັກການພື້ນຖານ
   ການແຈ້ງ ແລະ ການສະໜອງຂໍ້ມູນໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:

  1. ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ;
  2. ມີຄວາມໂປ່ງໃສ, ຍຸຕິທໍາ, ຄວາມສະເໝີພາບ, ຫຼີກເວັ້ນການຈໍາແນກ ແລະ ການສ້າງອຸປະສັກທີ່ບໍ່ຈໍາເປັນຕໍ່ການຄ້າ;
  3. ຮັບປະກັນຄວາມຖືກຕ້ອງຊັດເຈນ, ເຊື່ອຖືໄດ້ ແລະ ທັນກັບເວລາໃນການເຜີຍແຜ່, ສະໜອງ ແລະ ແຈ້ງຂໍ້ມູນ;
  4. ມີສ່ວນຮ່ວມໃນການປະກອບຄໍາເຫັນ ຕໍ່ຮ່າງມາດຕະການສຸຂານາໄມ, ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ໂດຍພາກສ່ວນທີ່ສົນໃຈທັງພາຍໃນ ແລະ ຕ່າງປະເທດກ່ອນຈະຮັບຮອງ ພາຍໃນໄລຍະເວລາທີ່ເໝາະສົມ ໂດຍຢ່າງໜ້ອຍ 60 ວັນ, ຍົກເວັ້ນກໍລະນີຈໍາເປັນ ແລະ ຮີບດ່ວນ ແຕ່ຕ້ອງແຈ້ງໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ;
  5. ມີການເຜີຍແຜ່ມາດຕະການສຸຂານາໄມ, ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຢ່າງໜ້ອຍ 180 ວັນ ກ່ອນຈະມີຜົນບັງຄັບໃຊ້, ສໍາລັບການປະຕິບັດໃນກໍລະນີຈໍາເປັນ ແລະ ຮີບດ່ວນໃຫ້ຂະແໜງການກ່ຽວຂ້ອງ ກໍານົດເປັນລະບຽບການຕ່າງຫາກ. ຂ້າງເທິງ

ໝວດທີ II
ການແຈ້ງ ແລະ ການສະໜອງຂໍ້ມູນ

ມາດຕາ 4. ການແຈ້ງຂໍ້ມູນທີ່ຕິດພັນກັບການຄ້າ
   ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງກ່ຽວກັບວຽກງານການແຈ້ງຂໍ້ມູນ ທີ່ຕິດພັນກັບການຄ້າ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ມີພາລະບົດບາດໃນການປະສານງານ, ສັງລວມ ແລະ ແຈ້ງຂໍ້ມູນທີ່ຕິດພັນກັບການຄ້າ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໄປຍັງອົງການຈັດຕັ້ງພາກພື້ນ ແລະ ສາກົນ ລວມທັງອົງການການຄ້າໂລກ. ຂ້າງເທິງ

ມາດຕາ 5. ການສະໜອງຂໍ້ມູນທີ່ຕິດພັນກັບການຄ້າ
   ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງກ່ຽວກັບວຽກງານການສະໜອງຂໍ້ມູນ ສຸຂານາໄມ ແລະ ສຸຂານາໄມພືດ ໂດຍປະສານສົມທົບກັບຂະແໜງສາທາລະນະສຸກ ແລະ ຂະແໜງການທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ມີພາລະບົດບາດໃນການປະສານງານ, ສັງລວມ ແລະ ສະໜອງຂໍ້ມູນມາດຕະການດັ່ງກ່າວ ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທັງພາຍໃນ ແລະ ຕ່າງປະເທດ.
   ມອບໃຫ້ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດເປັນໃຈກາງກ່ຽວກັບວຽກງານ ການສະໜອງຂໍ້ມູນສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ, ທ້ອງຖິ່ນ ແລະ ມີພາລະບົດບາດໃນການປະສານງານ, ສັງລວມ ແລະ ສະໜອງຂໍ້ມູນມາດຕະການດັ່ງກ່າວ ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທັງພາຍໃນ ແລະ ຕ່າງປະເທດ.
   ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງກ່ຽວກັບວຽກງານການສະໜອງຂໍ້ມູນ ການຄ້າດ້ານການບໍລິການ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ, ທ້ອງຖິ່ນ ແລະ ມີພາລະບົດບາດໃນການປະສານງານ, ສັງລວມ ແລະ ສະໜອງຂໍ້ມູນມາດຕະການດັ່ງກ່າວ ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທັງພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ

ໝວດທີ III
ບົດບັນຍັດສຸດທ້າຍ

ມາດຕາ 6. ການຈັດຕັ້ງປະຕິບັດ
   ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ ແລະ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ອອກຂໍ້ກໍານົດລະອຽດກ່ຽວກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ບຸກຄະລາກອນທີ່ສັງກັດ ໃນຂະແໜງການຂອງຕົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ດໍາລັດສະບັບນີ້.
   ຂະແໜງອຸດສາຫະກໍາ ແລະ ການຄ້າ, ກະສິກໍາ ແລະ ປ່າໄມ້, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະຂະແໜງການອື່ນໆທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນຈົ່ງຮັບຊາບ ແລະ ຈັດຕັ້ງປະຕິບັດ ດໍາລັດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 7. ຜົນສັກສິດ
   ດໍາລັດສະບັບນີ້ ມີຜົນສັກສິດພາຍຫຼັງ 60 ວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ບົວສອນ ບຸບຜາວັນ
 

# ຫົວຂໍ້ ດາວໂຫຼດ
1 Decree on the Notification and Enquiry of Trade Related Information No.363/PM, dated 19 August 2010 PDF
2 ດໍາລັດ ວ່າດ້ວຍ ການແຈ້ງ ແລະ ການສະໜອງຂໍ້ມູນ ທີ່ຕິດພັນກັບການຄ້າ ເລກທີ 363/ນຍ, ລົງວັນທີ 19 ສິງຫາ 2010 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.