ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ         ເລກທີ  0874 /ອຄ.ກຄພນ
ນະຄອນຫຼວງວຽງຈັນ, ວັນທີ 02 ມິຖຸນາ 2017

ຄຳສັ່ງ
ວ່າດ້ວຍ ການຕິດຕາມ, ກວດກາ ແລະ ສະກັດກັ້ນການນໍາເຂົ້າ, ເຄື່ອນຍ້າຍ ແລະ  ຈໍາໜ່າຍໝູຊີ້ນ, ຊີ້ນໝູ (ສົດ ແລະ ແຊ່ ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດທີ່ບໍ່ຖືກຕ້ອງ

 ເຖິງ: ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.                

-       ອີງຕາມ ດຳລັດ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010;
-       ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011;
-       ອີງຕາມ ແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 158/ຫສນຍ.ກສສ, ລົງວັນທີ 31 ມັງ ກອນ 2017 ກ່ຽວກັບການສະກັດກັ້ນການນໍາເຂົ້າລູກໝູ ແລະ ໝູຊີ້ນ ຈາກປະເທດເພື່ອນບ້ານ.

      ເພື່ອເປັນການສະກັດກັ້ນການນໍາເຂົ້າ, ການເຄື່ອນຍ້າຍ ລູກໝູ, ພໍ່ແມ່ພັນໝູ, ໝູຊີ້ນ ແລະ ຊີ້ນໝູ (ສົດ ແລະ ແຊ່ ແຂງ) ລວມທັງຊິ້ນສ່ວນສັດທີ່ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເຊິ່ງອາດສົ່ງຜົນກະທົບຕໍ່ການຜະລິດໝູ ແລະ ການສະໜອງຊີ້ນໝູ ເພື່ອບໍລິໂພກຢູ່ພາຍໃນ ພ້ອມ ທັງຫຼີກລ້ຽງການນໍາເຂົ້າທີ່ ອາດ ມີເຊື້ອພະຍາດຕ່າງໆເຂົ້າມາແຜ່ລະບາດຢູ່ປະເທດເຮົາ.

ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການ ຄ້າ ອອກ ຄຳສັ່ງ:

1.    ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ປະສານສົມທົບກັບຂະແໜງການ ກ່ຽວຂ້ອງຂັ້ນທ້ອງຖິ່ນຂອງຕົນ ເພື່ອຕິດຕາມ, ກວດກາ, ຕ້ານ ແລະ ສະກັດກັ້ນການນໍາເຂົ້າ, ການເຄື່ອນຍ້າຍ ແລະ ຈຳໜ່າຍ ໝູຊີ້ນ ແລະ ຊີ້ນໝູ (ສົດ ແລະ ແຊ່ ແຂງ)  ລວມທັງຊິ້ນສ່ວນສັດຂອງບຸກຄົນ ຫຼື ນິິຕິບຸກຄົນ ທີ່ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຖ້າພົບເຫັນໃຫ້ປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;

2.    ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເກັບກໍາຂໍ້ມູນສະຖິຕິ, ຂຶ້ນແຜນເພື່ອດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການບໍລິໂພກຊີ້ນໝູ ແລະ ຜະລິດຕະພັນໝູ, ຖ້າຫາກບໍ່ພໍໃຫ້ຂຶ້ນແຜນເພື່ອຂໍນໍາເຂົ້າເປັນແຕ່ລະກໍລະນີ;

3.    ໃຫ້ຄຸ້ມຄອງລາຄາສິນຄ້າສະບຽງອາຫານປະເພດ ຊີ້ນໝູຕາມ ຫຼັກການສິນຄ້າຄວບຄຸມ; ການຄຸ້ມຄອງທັງຂອດເກັບຊື້, ຂອດຂາຍຍົກ ແລະ ຂອດຂາຍຍ່ອຍ ໄປພ້ອມໆກັນ, ເປັນຕົ້ນແມ່ນຂອດນາຍຮ້ອຍ ແລະ ຂອດລູກຂຽງ ບົນພື້ນຖານໂຄງປະກອບລາຄາ ທີ່ ຊັດ ເຈນຢູ່ໃນແຂວງນັ້ນໆ

4.    ເຜີຍແຜ່ ແລະ ຊີ້ນຳຜູ້ປະກອບການ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຮັບຜິດຊອບຢ່າງເປັນເຈົ້າການ, ກ່ອນຈະຂຶ້ນ ຫຼື ລົງລາຄາຊີ້ນໝູໃນແຕ່ລະຄັ້ງ, ຜູ້ປະກອບການຕ້ອງສະເໜີການປ່ຽນແປງລາຄາດັ່ງກ່າວເຖິງພາກລັດທີ່ກ່ຽວຂ້ອງ ເພື່ອຮັບຮອງ ແລະ ອະນຸມັດໃຫ້ຈຶ່ງສາມາດປະຕິບັດໄດ້;

5.    ການນຳເຂົ້າໝູຜະລິດຕະພັນໝູ ແລະ ຜະລິດຕະພັນສິນຄ້າ ທີ່ ກ່ຽວກັບ ສັດມາຈຳໜ່າຍ ໃນ ສປປ ລາວ ຕ້ອງມີເອກະສານຕົ້ນຕໍດັ່ງ ນີ້:

-       ມີໃບອະນຸຍາດນຳເຂົ້າ ທີ່ ອອກ ໃຫ້ ໂດຍ ອົງການ ຄຸ້ມ ຄອງ ວຽກ ງານ ການ ລ້ຽງສັດ ແລະ ການ ສັດຕະວະ ແພດ (ຂະ ແໜງ ກະສິກຳ ແລະ ປ່າ ໄມ້);
-       ມີໃບຢັ້ງຢືນສຸຂະພາບສັດ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນສິນຄ້າ ກ່ຽວກັບ ສັດທີ່ອອກໃຫ້ໂດຍອົງການ ຫຼື ເຈົ້າໜ້າ ທີ່ ຂອງລັດ ທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ ທີ່ ຖືກຕ້ອງ ຕາມ ເງື່ອນໄຂ ການນຳເຂົ້າຂອງ ສປປ ລາວ;
-       ມີ ເອກະສານອື່ນ ທີ່ກ່ຽວຂ້ອງ ຕາມການກຳນົດຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນກໍລະນີນຳເຂົ້າ ເພື່ອລ້ຽງເປັນແນວພັນ;
-       ໃນກໍລະນີຫາກໄດ້ຮັບອະນຸຍາດໃຫ້ນຳເຂົ້າສັດ, ຜະລິດພັນສັດ ຫຼື ຜະລິດຕະພັນສິນຄ້າທີ່ ກ່ຽວກັບ ສັດຕ້ອງນຳເຂົ້າຜ່ານດ່ານສາກົນທີ່ໄດ້ຮັບອະນຸຍາດ;

      ນອກນີ້, ທຸກການນໍາເຂົ້າ, ເຄື່ອນຍ້າຍລູກໝູ, ພໍ່ແມ່ພັນໝູ, ໝູຊີ້ນ ແລະ ຊີ້ນໝູ (ສົດ ແລະ ແຊ່ ແຂງ) ລວມທັງຊິ້ນສ່ວນສັດແມ່ນໃຫ້ປະຕິບັດຕາມຄໍາສັ່ງຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຄຸ້ມຄອງການເຄື່ອນຍ້າຍລູກໝູ ແລະ ໝູຊີ້ນ ເຂົ້າ ສປປ ລາວ;

6.     ນອກຈາກເອກະສານ ທີ່ກ່າວມາຂ້າງເທິງແລ້ວ, ການກວດກາຕົວຈິງໃຫ້ສັງເກດເບິ່ງຈຳນວນ, ປະລິມານ, ຄຸນລັກສະນະຂອງສິນຄ້າ ເພື່ອໃຫ້ຖືກຕ້ອງ ຕາມເອກະສານ ອະນຸຍາດ ໃຫ້ນຳເຂົ້າ ຫຼື ເຄື່ອນຍ້າຍ;

7.    ມອບໃຫ້ເຈົ້າໜ້າທີ່ກວດກາການຄ້າ ດຳເນີນການຕິດຕາມກວດກາ ເປັນປົກກະຕິ ເພື່ອເຝົ້າລະວັງ ແລະ ສະກັດກັ້ນຜູ້ລະເມີດ, ຝ່າຝືນ, ນຳເຂົ້າ ຫຼື ລັກລອບນຳເຂົ້າໝູຊີ້ນ, ຊີ້ນໝູ (ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດດ້ວຍການ ກ່າວເຕືອນ, ປັບໄໝ ຫຼື ດຳເນີນຄະດີທາງແພ່ງ ຫຼື ທາງອາຍາຕາມ ແຕ່ລະກໍລະນີໜັກ ຫຼື ເບົາທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

8.    ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ແຕ່ງຕັ້ງພະນັກງານຂອງຕົນລົງຕິດຕາມ, ກວດກາແຫຼ່ງທີ່ມາຂອງຊີ້ນໝູ ໂດຍປະສານສົມທົບກັບຈັດສັນຕະຫຼາດ ຫຼື ເຈົ້າຂອງຕະຫຼາດ ແລະ ພະນັກງານສັດຕະວະແພດ ເພື່ອຢັ້ງຢືນຄວາມຖືກຕ້ອງ ເຊັ່ນ: ໃບນຳສົ່ງຊີ້ນຈາກໂຮງງານຂ້າສັດ, ໃບເສຍພັນທະອາກອນ ແລະ ອື່ນໆ;

9.    ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ລາຍງານ ຜົນການຈັດຕັ້ງປະຕິບັດທຸກໆເດືອນ, ຖ້າຫາກພົບຂໍ້ຫຍຸ້ງຍາກໃນເວລາຈັດຕັ້ງປະຕິບັດໃຫ້ລາຍງານ ຕໍ່ກະຊວງ ອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ເພື່ອຄົ້ນຄວ້າ ແລະ ໃຫ້ທິດຊີ້ນຳວິທີການແກ້ໄຂ;

10. ມອບໃຫ້ກົມການຄ້າພາຍໃນ ສົມທົບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການຊີ້ນໍາ ໃນ ການຕິດຕາມ, ກວດກາ ຮ່ວມກັບບັນດາຫ້ອງການ ອຸດສາຫະກຳ ແລະ ການ ຄ້າເມືອງ ເພື່ອສະກັດກັ້ນບັນຫາດັ່ງກ່າວຢ່າງເຂັ້ມງວດ;

11. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນ ໄປ.

ລັດຖະມົນຕີ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Order on the monitoring, inspection, and interception for the import, movement, and distribution of illegal pig, pork (fresh and frozen), and animal part products No. 0874/MOIC.DTD, dated 02 June 2017 PDF
2 ຄຳສັ່ງ ວ່າດ້ວຍ ການຕິດຕາມ, ກວດກາ ແລະ ສະກັດກັ້ນ ການນໍາເຂົ້າ, ເຄື່ອນຍ້າຍ ແລະ ຈໍາໜ່າຍ ໝູຊີ້ນ, ຊີ້ນໝູ (ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ ທີ່ບໍ່ຖືກຕ້ອງ ສະບັບ ເລກທີ 0874/ອຄ.ກຄພນ, ລົງວັນທີ 02 ມິຖຸນາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.