ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນ ລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກ ະພາບ ວັດທະນະຖາວອນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ           ເລກທີ 0543/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 16 ພຶດສະພາ 2017

ຂໍ້ຕົກລົງ
ຂອງ ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍ ການຄຸ້ມຄອງໝໍ້ແທກນ້ຳປະປາ ຢູ່ ສປປ ລາວ

 

  • ອີງ ຕາມ ກົດໝາຍ ວ່າ ດ້ວຍ ການ ວັດ ແທກ (ສະບັບປັບປຸງ) ເລກທີ 036/ສພຊ, ລົງ ວັນທີ 13 ທັນວາ 2013;
  • ອີງ ຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າ ດ້ວຍ ການຈັດ ຕັ້ງ ແລະ ເຄື່ອນ ໄຫວ ຂອງກະຊວງວິທະ ຍາສາດ ແລະ ເຕັກ ໂນ ໂລ ຊີ, ສະບັບ ເລກທີ 309/ນຍ, ລົງ ວັນ ທີ 28 ກັນຍາ 2011;
  • ອີງ ຕາມ ການ ຄົ້ນ ຄ້ວາສະ ເໜີ ຂອງ ກົມ ມາດຕະຖານ ແລະ ວັດ ແທກ, ເລກທີ 003/ກວຕ.ກມວ, ລົງ ວັນ ທີ 5 ຕຸລາ 2016.

ລັດ ຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ຕົກລົງ:

ໝວດທີ 1

ບົດບັນຍັດ ທົ່ວ ໄປ

ມາດຕາ 1 ຈຸດປະສົງ

ຂໍ້ ຕົກລົງ ສະບັບ ນີ້ ກຳນົດ ນະໂຍບາຍ, ຫຼັກການ, ລະບຽບ ການ ແລະ ມາດ ຕະການ ກ່ຽວ ກັບການຄຸ້ມ ຄອງ, ກວດທຽບ, ສອບທຽບ ແລ ະ ຈົດ ທະບຽນ ແລ ະ ກວດຄືນ ໝໍ້ ແທກ ນໍ້າ ປະປາ ທີ່ຜະລິດ, ນຳ ເຂົ້າ , ສົ່ງ ອອກ, ນໍາ ໃຊ້ ແລະ ບໍລິ ການຢູ່ ສປປ ລາວ ໃຫ້ມີຄວາມເປັນ ເອກະ ພາບ, ບົນພື້ນຖານຄວາມຖືກຕ້ອງ, ຊັດ ເຈນ ຊຶ່ງ ສອດຄ່ອງກັບລະບຽບ ການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້ ສົ່ງ ເສີມ ການ ບໍລິການທີ່ ມີ ຄຸນ ນະພາບ ແລະ ແທດ ເໝາະກັບ ສະພາບ ຄວາມ ເປັນ ຈິງ, ປະກອບສ່ວນ ເຂົ້າ ໃນ ການ ພັດທະນາ ເສດຖະກິດ -ສັງຄົມ ແຫ່ງ ຊາດ.

ມາດຕາ 2    ໝໍ້ ແທກ ນ້ຳ ປະປາ

ໝໍ້ ແທກ ນ້ຳ ປະປາ ແມ່ນ ອຸປະກ ອນວັດ ແທກ ທີ່ ນຳ ໃຊ້ ຢ່າງ ຕໍ່ ເນື່ອງ ໃນ ການ ວັດ ແທກ ຄ່າຂອງ ປະລິ ມານນ້ຳ ຊຶ່ ງສະ ແດງ ແລະ ບັນທຶກປະລິມານ ນ້ຳທີ່ ໄຫຼ ຜ່ານ ເປັນ ຕົວ ເລກ ທີ່ ສາມາດ ຄຳນວນ ໄດ້. ຄຸນ ລັກສະນະຂອງ ໝໍ້ ແທກ ນ້ຳ ປະປາ ຕ້ອງ ສາມາດ ນຳ ໃຊ້ ໄດ້ໃນ ທຸກ ສະພາວະ ຂອງອຸນຫະພູມ   ແລະ ຄວາມ ດັນທີ່ກໍານົດໄວ້ໃນມາດຕາ 18 ຂອງຂໍ້ຕົກລົງສະບັບນິ້.

ມາດຕາ 3    ການອະທິບາຍຄຳສັບ

ຄຳສັບຕ່າງໆ ທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີດັ່ງນີ້:

1.     ປະລິມານຕົວຈິງ: ໝາຍເຖິງ ປະລິມານນ້ຳທັງໝົດທີ່ໄຫຼຜ່ານໝໍ້ແທກນ້ຳປະປາ ໂດຍບໍ່ໄດ້ກຳນົດ ເວລາ;

2.     ການປັບຄ່າ: ໝາຍເຖິງ ຄ່າຮ່ວມກັນໃນໝໍ້ແທກນ້ຳປະປາ ທີ່ໃຊ້ເພື່ອສະແດງຜົນ, ອະນຸຍາດໃຫ້ ລວມທັງຄ່າຜິດດ່ຽງທີ່ຢູ່ໃນກອບໄດ້ກຳນົດໄວ້;

3.     ອັດຕາການໄຫຼ (Q): ໝາຍເຖິງ ຜົນຂອງການຄິດໄລ່ ປະລິມານນ້ຳໄຫຼຜ່ານໝໍ້ແທກນ້ຳປະປາກັບຊ່ວງເວລາທີ່ນ້ຳໄຫຼຜ່ານ;

4.     ອັດຕາການໄຫຼຄ່ອຍ (Qmin): ໝາຍເຖິງ ປະລິມານນ້ຳທີ່ໄຫຼຜ່ານໝໍ້ແທກນ້ຳປະປາ ທີ່ຄ່ອຍກ່ວາສະພາວະປົກກະຕິ ໂດຍສົມທຽບກັບເວລາ;

5.     ອັດຕາການໄຫຼປົກກະຕິ (Qn): ໝາຍເຖິງ ປະລິມານນ້ຳທີ່ໄຫຼຜ່ານ ໝໍ້ແທກນ້ຳປະປາ ແບບສະໝ່ຳສະເໝີ;

6.     ອັດຕາການໄຫຼເກີນ (Qmax): ໝາຍເຖິງ ປະລິມານນ້ຳທີ່ໄຫຼຜ່ານ ໝໍ້ແທກນ້ຳປະປາ ທີ່ມີຄວາມແຮງກວ່າສະພາວະປົກກະຕິໂດຍສົມທຽບກັບເວລາ;

7.     ການປ່ຽນແປງອັດຕາການໄຫຼ (Qt): ໝາຍເຖິງ ຄ່າອັດຕາການໄຫຼທີ່ມີການປ່ຽນແປງຊຶ່ງປະກົດຂຶ້ນລະຫວ່າງ ຂອງສອງເຂດທີ່ມີຄວາມແຕກຕ່າງກັນເຊັ່ນ: ອັດຕາການໄຫຼປົກກະຕິ(Qn), ແລະ ອັດຕາການໄຫຼຄ່ອຍ (Qmin) ແຕ່ລະເຂດຈະມີຄ່າຜິດດ່ຽງບໍ່ຄືກັນ;

8.     ຄ່າຜິ ດດ່ຽງ: ໝາຍເຖິງ ປະລິມານນ້ຳທີ່ໝໍ້ແທກນ້ຳນັບໄດ້ ລົບດ້ວຍຄ່າປະລິມານຂອງນ້ຳຕົວຈິງ;

9.     ຄ່າປະລິມານຂອງການວັດແທກ: ໝາຍເຖິງ ປະລິມານນ້ຳ ທີ່ວັດແທກໄດ້ໂດຍໝໍ້ແທກນ້ຳ   ທີ່ຖືກຕ້ອງຕາມປະລິມານຕົວຈິງ;

10.  ຄ່າຜິດດ່ຽງສູງສຸດ ແລະ ຕ່ຳສຸດ: ໝາຍເຖິງ ຄ່າອະນຸຍາດທີ່ຜິດດ່ຽງສູງສຸດ ແລະ ຕ່ຳສຸດທີ່ກຳນົດ ໄວ້ໃນລະບຽບການ;

11.  ຄ່າຫຼຸດ ຫຼື ຄ່າເພີ່ມ: ໝາຍເຖິງ ຄວາມແຕກຕ່າງທີ່ນ້ອຍສຸດ ທີ່ມັນຈຳແນກອອກໄດ້;

12.  ຈໍສະແດງຜົນ: ໝາຍເຖິງ ສ່ວນປະກອບໃດໜຶ່ງຂອງໝໍ້ແທກນ້ຳ ຊຶ່ງສະແດງຜົນຂອງຄ່າປະລິ ມານນ້ຳໄຫຼຜ່ານທີ່ສາມາດອ່ານຄ່າປະລິມານນັ້ນ ໄດ້;

13.  ຕົວ ເລກ ສະ ແດງ ຜົນ: ໝາຍ ເຖິງ ຄ່າ ປະລິມານ ນ້ຳ ທີ່ ໄຫຼ ຜ່ານ ໝໍ້ ແທກ ນ້ຳ ຊື່ ງສະ ແດງ ເປັນ ຕົວ ເລກ ຫລື ຕົວ ອ່ານ ຄ່າ ຂອງ ປະລິມານ ນ້ຳ;

14.  ການ ຢັ້ງຢືນ ຄ່າ: ໝາຍ ເຖິງ ຄ່າ ມາດຕະຖານ ທີ່ ຖືກ ຮັບຮອງ ເອົາ.

ມາດຕາ 4    ຂອບ ເຂດ ກາ ນນຳໃຊ້

ຂໍ້ຕົກລົງ ສະບັບ ນີ້ ນໍາໃຊ້ ຕໍ່ບຸກ ຄົນ, ນິ ຕິ ບຸກ ຄົນ ແລະ ການ ຈັດ ຕັ້ງ ທີ່ດຳ ເນີນ ທຸລະ ກິດກ່ຽວ ກັບ ໝໍ້ ແທກນ້ຳ ປະປາ ທຸກ ປະ ເພດ ຢູ່ ສປປ ລາວ.

ມາດຕາ 5    ຫຼັກການ ພື້ນຖານ ຂອງ ການຄຸ້ມ ຄອງ

ການຄຸ້ມ ຄອງໝໍ້ ແທກ ນໍ້າ ປະປາ ແມ່ນ ການກວດທຽບ, ສອບທຽບ ແລ ະ ຈົດ ທະບຽນ ແລ ະ ກວດຄືນ ຄວາມ ຖືກຕ້ອງ ຂອງ ໝໍ້ ແທກ ນໍ້າ ປະປາ ເພື່ອ ຍົກ ສູງ ຄຸນ ນະພາ ບ ແລະ ປະສິດທິພາບ ທາງ ດ້ານ ເສດຖະ ກິດ-ສັງຄົມ ກ່ຽວກັບ ການ ຄຸ້ມ ຄອງ, ການ ບໍລິການ ແລະ ການ ປົກ ປ້ອງ ຜູ້ ຊົມ ໃຊ້ ບົນພື້ນຖານຫຼັກ ການ ດັ່ງ ນີ້:

1.   ຕອບ ສະໜອງຄວາມ ຮຽກຮ້ອງ ຕ້ອງການ ແລະ ຮັບປະກັນຄວາມ ປອດ ໄພຕໍ່ສຸຂະພາບ, ສະພາບ ແວດ ລ້ອມ ແລະ ຄວາມໝັ້ນຄົງ ຂອງ ການ ສະໜອງນໍ້າ ປະປາ ຕໍ່ ຜູ້ ຊົມ ໃຊ້;

2. ຮັບປະກັນ ການ ເປີດ ກ້ວາງ, ຄວາມຍຸຕິ ທຳ, ສະ ເໝີພາບ ແລະ ໂປ່ ງ ໃສ, ສາມາດ ກວດ ສອບ ໄດ້,ຫຼີກ ເວັ້ນການຈຳ ແນ ກ ການ ສ້າງ ອຸປະສັກ ຕໍ່ຜູ້ ສະໜອງ ແລະ ຜູ້ ຊົມ ໃຊ້ນໍ້າ ປະປາ ;

3. ໝໍ້ ແທກ ນໍ້າ ປະປາ ທີ່ ນຳ ເຂົ້າ , ສົ່ງ ອອກ, ນໍາ ໃຊ້ ແລະ ບໍລິການ ຕ້ອງໄດ້ຮັບ ການກວດທຽບ, ຈົດ ທະບຽນ, ກວດຄືນຄວາມຖືກ ຕ້ອງ ຈາກ ອົງການ ທີ່ ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງ ກັບ ຫຼັກ ໃນການ ຄຸ້ມ ຄອງ, ມາດຕະຖານ ແຫ່ງ ຊາດ, ພາກ ພື້ນ ແລະ ສາກົນ;

4.   ຮັບປະກັນ ຄວາ ມສອດຄ່ອງ ຕາມ ລະບຽບ ກົດໝາຍ ແລະ ສະພາບ ຄວາມ ເປັນ ຈິງ ໃນ ການ ຊົມ ໃຊ້ ໝໍ້ ແທກ ນໍ້າ ປະປາ.

ໝວດທີ 2

 ສິດ ແລະ ພັນທະ

ມາດຕາ 6 ສິດຂອງຜູ້ດຳເນີນທຸລະກິດ

 ຜູ້ດຳເນີນທຸລະກິດມີສິດ ດັ່ງນີ້:

1.    ໂຄສະນາ ເຜີຍ ແຜ່ ມາດຕະຖານ, ຄຸນນະພາບຂອງໝໍ້ແທກນໍ້າປະປາທຸກປະເພດ ພາຍຫຼັງໄດ້ຮັບການຢັ້ງຢືນການສອບທຽບ;

2.    ຮ້ອງ ຂໍ ຄວາມ ເປັນ ທຳ ຕໍ່ອົງການ ຄຸ້ມ ຄອງ ລັດທີ່ ກຽ່ວຂ້ອງ ຫາກ ເຫັນ ວ່າການ ກວດຄືນ ນັ້ນບໍ່ ໄດ້ ຮັບ ຄວາມ ຍຸຕິ ທຳ ;

3.    ສະ ເໜີ ໃຫ້ ອົງການ ຄຸ້ມ ຄອງ ລັດທີ່ ກ່ຽວຂ້ອງລົງ ກວດຄືນ ຖ້າ ເຫັນ ວ່າ ຄຸນ ນະພາ ບຂອງ ໝໍ້ແທກນໍ້າປະປາ ຜິດ ປົກກະຕິ;

4.    ປະຕິບັດ ສິດອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ມາດຕາ 7  ສິດຂອງຜູ້ຊົມໃຊ້

ຜູ້ຊົມໃຊ້ໝໍ້ແທກນໍ້າປະປາມີ ສິດ ດັ່ງນີ້:

1.    ຮ້ອງ ຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າການໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ ແລະ ບໍ່ ສອດຄ່ອງກັບມາດຕະຖານຄວາມ ທ່ຽງຕົງ ຂອງໝໍ້ແທກນໍ້າປະປາ;

2.    ສະເໜີຕໍ່ຜູ້ໃຫ້ບໍລິການເພື່ອມາກວດກາ ຫຼື ປ່ຽນອອກ ເມື່ອເຫັນວ່າໝໍ້ແທກນໍ້າປະປາເປ່ເພ ຫຼື ບໍ່ຖືກຕ້ອງ;

3.    ປະຕິບັດ ສິດອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບກົດໝາຍ.

ມາດຕາ 8  ພັນທະຂອງຜູ້ດໍາເນີນທຸລະກິດ

ຜູ້ດຳເນີນທຸລະກິດກ່ຽວ ກັບໝໍ້ແທກນໍ້າປະປາມີພັນ ທະ ດັ່ງນີ້:

1.    ກ່ອນການນໍາ ເຂົ້າ ຕ້ອງໄດ້ນໍາ ເອົາ ຕົວຢ່າງ ໝໍ້ ແທກ ນໍ້າ ປະປາ ໄປ ກວດ ທຽບ ເພື່ອຢັ້ງຢືນຄວາມ ຖືກຕ້ອງ ຈາກອົງການ ຄຸ້ມ ຄອງ ທີ່ ກ່ຽວຂ້ອງ ເພື່ອ ໃຫ້ ສອດຄ່ອງ ກັບ ມາດຕະຖານ ;

2.    ຮັກສາການກວດທຽບການວັດແທກ ກັບລະບົບຫົວໜ່ວຍສາກົນໂດຍຜ່ານ ກົມມາດຕະຖານ ແລະ ວັດແທກ;

3.    ການທົດສອບ, ກວດສອບຄວາມຖືກຕ້ອງ, ຕິດຕັ້ງ ແລະ ບຳລຸງຮັກສາພາຫະນະ ກວດໝໍ້ແທກນໍ້າປະປາ ທີ່ ໄດ້ຖືກຮັບຮອງຈາກ ອົງການ ທີ່ ເຊື່ອ ຖື ໄດ້;

4.    ໝໍ້ແທກນໍ້າປະປາ ທີ່ຕິດຕັ້ງຢູ່ຕາມອາຄານສະຖານທີ່ຂອງທຸລະກິດ ຫຼື ເອກະຊົນ ຫຼື ລັດ ຕ້ອງມີສັນຍາລັກປະທັບຕາຢັ້ງຢືນ ການສອບທຽບ ຈາກ ອົງການ ຄຸ້ມ ຄອງ ທີ່ ກ່ຽວຂ້ອງ; 

5. ນຳເອົາໝໍ້ແທກນໍ້າປະປາຂອງຕົນໄປສອບທຽບ ແລ ະ ຈົດ ທະບຽນ ແລ ະ ກວດຄືນຄວາມ ຖືກຕ້ອງ;

6. ຮັບຜິດຊອບຜົນເສຍຫາຍ ທີ່ເກີດຂຶ້ນຈາກໝໍ້ແທກນໍ້າປະປາທີ່ ບໍ່ ໄດ້ ມາດຕະຖານ ;

7. ຮັບຜິດຊອບ ໝໍ້ແທກນໍ້າປະປາ ທີ່ ເປ່ ເພຈາ ກການ ຕິດ ຕັ້ງ;

8. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ແກ່ເຈົ້າໜ້າທີ່ກວດຄືນແຕ່ລະຄັ້ງ;

9. ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 9  ພັນທະຜູ້ຊົມ ໃຊ້

ຜູ້ຊົມໃຊ້ໝໍ້ແທກນໍ້າປະປາມີພັນ ທະ ດັ່ງນີ້:

1. ນໍາ ໃຊ້ ການ ບໍລິການ ໂດຍ ປະຕິບັດ ຕາມ ຄໍາ ແນະ ນໍາ ຂອງ ຜູ້ ໃຫ້ການ ບໍລິການ;

2. ຮັບຜິດຊອບຜົນເສຍຫາຍ ທີ່ເກີດຂຶ້ນຈາກການລັກ ດັດ ແປງໝໍ້ແທກນໍ້າປະປາ ;

3. ປະຕິບັດ ພັນທະອື່ນໆ ຕາມ ທີ່ ໄດ້ ກໍານົດ ໄວ້ ໃນ ລະບຽບ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ໝວດ ທີ 3
ອົງ ການ
ຄຸ້ມຄອງ ແລະ ຢັ້ງຢືນຄວາມຖືກຕ້ອງ

ມາດຕາ 10  ອົງ ການ ຄຸ້ມຄອງ ແລະ ຢັ້ງຢືນຄວາມຖືກຕ້ອງໝໍ້ແທກນໍ້າປະປາ

ອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ແທກນໍ້າປະປາ ແມ່ນ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ຕາມ ການມອບໝາຍ ຫຼື ຕາມ ການ ແບ່ງ ຂັ້ນ ຄຸ້ມ ຄອງ.

ມາດຕາ 11 ສິດ ຂອງອົງການ ຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ແທກນໍ້າປະປາ

1.    ຄຸ້ມ ຄອງ ລະບົບ ການກວດທຽບ, ສອບທຽບ ແລ ະ ຈົດ ທະບຽນ ແລ ະ ກວດຄືນຄວາມ ຖືກຕ້ອງຂອງໝໍ້ແທກນໍ້າປະປາໃຫ້ ສອດຄ່ອງຕາມມາດຕະຖານ ລະບຽບການ ເຕັກນິກ ແຫ່ງ ຊາດ ແລະ ຂໍ້ ກໍານົດ ຂອງ ພາກ ພື້ນ ແລະ ສາກົນທີ່ກໍານົດໄວ້;

2.  ເກັບຕົວຢ່າງໝໍ້ແທກນໍ້າປະປາ ໄປກວດທຽບຄຸນ ນະພາ ບ ໃຫ້ ສອດຄ່ອງ ຕາມ ມາດຕະຖານ ແຫ່ງ ຊາດ, ພາກພື້ນ ແລະ ສາກົນ ກ່ອນການນໍາ ເຂົ້າ, ສົ່ງ ອອກ, ນໍາ ໃຊ້ ແລະ ບໍລິການ ;

3.  ອອກ ໃບ ຢັ້ງຢືນ ຜົນ ການກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ແທກນໍ້າປະປາ ພາຍຫຼັງ ໄດ້ ຮັບ ການ ກວດກາ ຖືກຕ້ອງ ຕາມ ມາດຕະຖານ ແຫ່ງ ຊາດ, ພາກ ພື້ນ ແລະ ສາກົນ;

4.  ພາຍຫຼັງ ການ ສອບທຽບໝໍ້ແທກນໍ້າປະປາ ຖ້າເຫັນວ່າບໍ່ສອດຄ່ອງຕາມ ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັ່ງໂຈະຊົ່ວຄາວ ການ ນໍາ ເຂົ້າ, ສົ່ງ ອອກ, ຜະລິດ ແລະ ໃຫ້ ການບໍລິການໝໍ້ແທກນໍ້າປະປາ ເພື່ອ ລາຍ ງານ ຂັ້ນ ເທິງ ພິຈາລະນາ ແກ້ ໄຂ.

ມາດຕາ 12     ໜ້າທີ່ ຂອງອົງ ການ ຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ແທກນໍ້າປະປາ

1.    ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ໃນການກວດຄືນໝໍ້ແທກນໍ້າປະປາ ໃຫ້ສອດຄ່ອງຕາມມາດຕະຖານ ແຫ່ງ ຊາດ, ພາກພື້ນ ແລະ ສາກົນ;

2.    ຍຸຕິ ທຳ, ໂປ່ ງ ໃສ, ສະ ເໝີພາບ ແລະ ມີ ຄວາມ ບໍລິສຸດ ໃນ ໜ້າ ທີ່ຄວາມ ຮັບຜິດຊອບ ;

3.    ແນະນໍາຜູ້ຜະລິດ, ນໍາ ເຂົ້າ, ສົ່ງ ອອກ ແລະ ໃຫ້ການບໍລິການ ກ່ຽວກັບຂັ້ນຕອນການແຈ້ງ ເອກະ ສານຂໍອະນຸຍາດ ໃນ ການກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ແທກນໍ້າປະປາ;

4.    ເກັບ ຮັກສາ ແລະ ສະໜອງຂໍ້ ມູນ ຕ່າງໆ ໃຫ້ ພາກສ່ວນ ກ່ຽວຂ້ອງ ກ່ຽວ ກັບວຽກ ງານ ການຄຸ້ມ ຄອງ ໝໍ້ແທກນໍ້າປະປາ;

5.    ອອກ ໃບ ຢັ້ງຢືນການ ກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ແທກນໍ້າປະປາ ທີ່ ໄດ້ ຜ່ານ ການ ກວດກາ ຖືກຕ້ອງ;

6.    ປະຕິບັດໜ້າທີ່ອື່ນໆ ຕາມ ທີ່ ໄດ້ ກໍານົດ ໄວ້ ໃນ ລະບຽບ ແລະ ກົດໝາຍ ທີ່ ກ່ຽວຂ້ອງ.

ໝວດທີ 4

ລະບົບ ເອກະສານ, ຫຼັກການ ກວດກາ ແລ ະ ການ ຢັ້ງຢືນຄວາມ ຖືກຕ້ອງ

ມາດຕາ 13      ເອກະສານ ຂໍຈົດທະບຽນ ແລະ ກວດຄືນໝໍ້ແທກນໍ້າປະປາ

ເອກະສານປະກອບຂໍຈົດທະບຽນ ແລະ ກວດຄືນຄວາມຖືກຕ້ອງໝໍ້ແທກນໍ້າປະປາ ມີດັ່ງນີ້:

1. ໃບສະ ເໜີ;

2. ສຳເນົາເອກະສານ ການປະກອບທຸລະ ກິດ ໝໍ້ແທກນໍ້າປະປາ;                 

3. ສຳເນົາເອກະສານຂໍ ຜະລິດ, ນໍາ ເຂົ້າ , ສົ່ງ ອອກ ແລະ ໃຫ້ການບໍລິການ ໝໍ້ແທກນໍ້າປະປາ;

4. ໃບ ຢັ້ງຢືນ ຄຸນ ນະພາ ບຈາກຕົ້ນ ທາງ;

5. ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າ ຈຳ ເປັນ).

ມາດຕາ 14  ການ ພິຈາລະນາ ແລະ ອະນຸມັດເອກະສານ

ການ ພິຈາລະນາ ແລະ ອະນຸມັດເອກະສານ ມີດັ່ງນີ້:

1.    ເອກະສານ ຂໍການກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ແທກນໍ້າປະປາ ຈະ ໄດ້ຮັບ ການ ພິຈາລະນາຢ່າງ ຊ້າ ບໍ່ ເກີນ ສິບ ວັນລັດຖະການ ນັບ ແຕ່ ວັນ ໄດ້ ຮັບ ໃບ ສະ ເໜີ ເປັນ ຕົ້ນ ໄປ;

2.    ພາຍຫຼັງ ເອກະສານ ຖືກຕ້ອງ, ຄົບ ຖ້ວນ ແລະ ໄດ້ ຜ່ານ ການ ກວດກາຄວາມຖືກຕ້ອງຂອງ ໝໍ້ແທກ ນໍ້າປະປາ ທີ່ສອດຄ່ອງຕາມມາດຕະຖານ ແຫ່ງ ຊາດແລ້ວ ຕ້ອງ ອອກ ໃບຢັ້ງຢືນຜົນ ຂ ອງ ຄວາມຖືກຕ້ອງຢ່າງ ຊ້າ ບໍ່ ໃຫ້ເກີນ ຫ້າວັນລັດຖະການ.

ມາດຕາ 15  ການອອກ ໃບຢັ້ງຢືນຜົນ ຂ ອງການ ກວດ ທຽບ, ສອບທຽບ ແລ ະ ກວດຄືນ

ບຸກຄົນ, ນິຕິບຸກຄົນ ທັງ ພາຍ ໃນ ແລະ ຕ່າງປະ ເທດ ແລະ ການຈັດ ຕັ້ງທີ່ດໍາເນີນທຸລະກິດ ກ່ຽວກັບ ໝໍ້ແທກນໍ້າປະປາຢູ່ໃນ ສປປ ລາວ ກ່ອນຈະນຳ ເຂົ້າ, ສົ່ງ ອອກ, ນໍາ ໃຊ້ ແລະ ໃຫ້ການ ບໍລິ ການຕ້ອງ ໄດ້ຜ່ານການກວດ ທຽບ, ສອບທຽບ ແລ ະ ຈົດ ທະບຽນ ແລະ ກວດຄືນຄວາມ ຖືກ ຕ້ອງ ຈາກ ກົມ ມາດຕະຖານ ແລະ ວັດ ແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ແລະ ນະ ຄອນຫຼວງ ຕາມ ການ ມອບໝາຍ.

  ການອອກໃບຢັ້ງຢືນ ຜົນ ຂ ອງ ການສອບທຽບ ແລະ ຈົດທະບຽນ ໝໍ້ແທກນໍ້າປະປາ ແມ່ນ ອອກ ໃຫ້ ເທື່ອ ດຽວ ໂດຍ ບໍ່ ມີ ກໍານົດ, ສ່ວນ ອາຍຸ ຂອງ ການ ຢັ້ງຢືນການ ກວດຄືນ ແມ່ນ ກໍານົດ ໃນມາດຕາ 18.

ມາດຕາ 16  ການເກັບຄ່າທຳນຽມ ແລະ ມາດ ຕະການ ປັບ ໃໝ

ການກວດ ທຽບ, ສອບທຽບ ແລ ະ ຈົດທະບຽນ ແລະ ຢັ້ງຢືນການກວດຄືນໝໍ້ແທກນໍ້າປະປາ ຕ້ອງ ໄດ້ເສຍຄ່າທຳນຽມ, ຄ່າບໍລິການ ແລະ ມາດ ຕະການ ປັບ ໃໝ ດັ່ງນີ້:

1.  ຄ່າທໍານຽມ, ຄ່າກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ແທກນໍ້າປະປາ ແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານວັດແທກ ທີ່ປະກາດໃຊ້ໃນແຕ່ລະໄລຍະ;

2.  ຄ່າປັບ ໃໝແມ່ນອີງຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການ ປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍມາດຕະຖານ ແລະ ກົດໝາຍການວັດແທກ.

ມາດຕາ 17  ຫຼັກການກວດ ທຽບ, ສອບທຽບ ແລ ະ ກວດຄືນ

                   ການດຳເນີນ ການກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ແທກນໍ້າປະປາ ມີຫຼັກການດັ່ງນີ້:

1.  ການດໍາເນີນການກວດຄືນ, ທຸກຄັ້ງທີ່ພະນັກງານລົງກວດກາ ແມ່ນຕ້ອງມີບັດພະນັກງານ ທີ່ອອກ

ໃຫ້ໂດຍກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມ ການມອບໝາຍ;

2.  ສົ່ງຕົວຢ່າງໝໍ້ແທກນໍ້າປະປາທີ່ຜະລິດຢູ່ພາຍໃນ ແລະ ນໍາເຂົ້າມາໃໝ່ ຈໍານວນ 10% ໃຫ້ ແກ່ ກົມ ມາດຕະຖານ ແລະ ວັດ ແທກ, ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ, ພະ ແນ ກວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ແຂວງ, ນະຄອນຫຼວງ ຕາມ ການ ມອບ ໝາຍ ເພື່ອສອບທຽບ ຄືນ;

3.  ການກວດ ຄືນ ໝໍ້ ແທກ ນ້ຳ ປະ ປາ ທີ່ ໄດ້ ຕິດ ຕັ້ງ ແລ້ວ ແມ່ນ ຈະ ສຸ່ມກວດ 3% ແຕ່ຢັ້ງ ຢືນ ໃຫ້ 100%;

4.  ໃນເວລາພະນັກງານລົງກວດຕົວຈິງຫາກ ເຫັນ ວ່າ ຜົນ ການ ກວດກາສອດຄ່ອງຕາມມາດຕະຖານທີ່ ກໍານົດ, ພະນັກງານທີ່ກ່ຽວຂ້ອງຕ້ອງໄດ້ອອກຜົນ ການ ກວດກາ ເພື່ອ ຢັ້ງຢືນ ຄວາມ ຖືກຕ້ອງ ຂອງໝໍ້ແທກນໍ້າປະປາ;

5.  ໃນ ກໍລະນີ ຜົນ ການ ສອບທຽບ, ກວດຄືນນັ້ນ ບໍ່ສອດຄ່ອງຕາມມາດຕະຖານ ທີ່ ກໍານົດ ແລະ ພາກ ພື້ນ ພະນັກງານທີ່ ເຮັດ ໜ້າ ທີ່ກວດຄືນ ຕ້ອງ ໄດ້ ເຮັດ ບົດ ບັນທຶກ ແລະ ສັ່ງໂຈະ ການ ນໍາ ເຂົ້າ, ສົ່ງ ອອກ ແລະ ບໍລິການຊົ່ວຄາວ ເພື່ອລາຍ ງານ ຂັ້ນ ເທິງ ແລະ ພາກສ່ວນ ທີ່ ກ່ຽວຂ້ອງແກ້ ໄຂ.

ມາດຕາ 18  ຮູບແບບ ແລະ ກໍານົດ ເວລ ການກວດຄືນໝໍ້ແທກນໍ້າປະປາ

ຮູບແບບ ແລະ ກໍານົດ ເວລ າ ການກວດຄືນໝໍ້ແທກນໍ້າປະປາມີ 03 ຮູບແບບຄື:

1.   ກ່ອນການນໍາ ໃຊ້ ແລະ ບໍລິການ, ແມ່ນໝໍ້ແທກນໍ້າປະປາ ທຸກ ໆໜ່ວຍ ທີ່ ຜະລິດ ຢູ່ ພາຍ ໃນ ແລະ ນໍາ ເຂົ້າ ຕ້ອງ ໄດ້ ຜ່ານ ການ ສອບທຽບຄວາມ ຖືກຕ້ອງ;

2.   ການກວດຄືນຕາມແຜນປົກກະຕິແມ່ນ ກຳນົດໃຊ້ໄດ້ 02 ປີ ນັບແຕ່ມື້ອອກໃບຢັ້ງຢືນເປັນຕົ້ນໄປ;

3.   ການກວດຄືນແບບກະທັນຫັນ ແມ່ນຈະໄດ້ທຳການກວດຄືນ ໂດຍບໍ່ໄດ້ ແຈ້ງ ໃຫ້ ຜູ້ ຖືກ ກວດກາ ຮູ້ລ່ວງ ໜ້າ.

ໝວດ 5

ປະເພດ ແລ ະ ຄຸນລັກ ສະ ນະ ຂອງໝໍ້ແທກນໍ້າປະປາ

ມາດຕາ 19  ປະເພດຂອງໝໍ້ແທກນໍ້າປະປາ

 ປະ ເພດໝໍ້ແທກນໍ້າປະປາ ທີ່ ນໍາ ໃຊ້ ຢູ່ ສປປ ລາວ ມີ ດັ່ງ ນີ້:

1.   ໝໍ້ແທກນ້ຳປະປາປະເພດໜຶ່ງ (ຂັ້ນ C)  ແມ່ນໝໍ້ແທກນ້ຳປະປາດ້ວຍບໍ ລິ ມາດໃນເວລາກະແສນ້ຳໄຫຼຜ່ານ.

2.   ໝໍ້ແທກນ້ຳປະປາປະເພດສອງ (ຂັ້ນ B)  ແມ່ນໝໍ້ແທກນ້ຳປະປາດ້ວຍລະບົບແມ່ເຫຼັກ ແລະ ເຟືອງ (ໃບພັດ).

ມາດຕາ 20     ວັດສະດຸທີ່ນຳມາ ຜະລິດໝໍ້ແທກນ້ຳປະປາ:

ວັດສະດຸທີ່ນຳໃຊ້ເຂົ້າໃນການຜະລິດໝໍ້ແທກນ້ຳປະປາ ຕ້ອງເປັນໄປຕາມດັ່ງລຸ່ມນີ້:

1.      ມີຄວາມແຂງແກ່ນ ແລະ ທົນທານ;

2.      ທົນທານຕໍ່ການສຽດສີຈາກການໄຫຼຂອງນ້ຳ;

3.      ບໍ່ເກີດປະຕິກິລິຍາທາງເຄມີເມື່ອມີປະລິມານນ້ຳໄຫຼຜ່ານ (ບໍ່ເປັນຜິດ, ບໍ່ປົນເປື້ອນ…);

4.      ມີຄວາມທົນທານຕໍ່ການເກີດຂີ້ມ້ຽງ ແລະ ບໍ່ເຊື່ອມຄຸນນະພາບທັງພາຍໃນ ແລະ ພາຍນອກ;

5.      ຈໍສະແດງຜົນຕ້ອງໄດ້ຮັບການປ້ອງກັນຈາກແຜ່ນໃສ ແລະ ແຜ່ນທີ່ຈະປິດ ຕ້ອງໃຊ້ຕາມຮູບແບບທີ່ເໝາະສົມ;

6.      ສະເພາະແວ່ນ (ແຜ່ນໃສ) ທີ່ນຳມາໃຊ້ປິດຕ້ອງແມ່ນວັດສະດຸທີ່ບໍ່ໃຫ້ອາຍນ້ຳມາເກາະຕິດໄດ້ງ່າຍ.

ມາດຕາ 21   ຄ່າອະນຸຍາດສຳລັບໝໍ້ແທກນ້ຳປະປາ ແຕ່ລະ ປະ ເພດ ມີ ດັ່ງ ນີ້:

ຄ່າອະນຸຍາດຜິດດ່ຽງສໍາລັບໝໍ້ ແທກ ນໍ້າ ປະປາແຕ່ລະປະ ເພດ ມີດັ່ງລຸ່ມນີ້:

. ຄ່າອະນຸຍາດຜິດດ່ຽງ ຢູ່ ຫ້ອງທົດ ລອງ

ໝໍ້ ແທກ ນໍ້າ ປະປາ ທີ່ ດໍາ ເນີນ ການກວດ ທຽບ, ສອບ ທຽບ ຢູ່ຫ້ອງ ທົດ ທອງ ໄດ້ ກໍານົດ ຄ່າອະນຸ ຍາດຜິດດ່ຽງ ດັ່ງ ນີ້:

1.      ຄ່າອະນຸຍາດສຳລັບໝໍ້ແທກນ້ຳປະປາ ປະ ເພດ ໜຶ່ງ (ຂັ້ນ C) ທີ່ນໍາເຂົ້າມາໃໝ່ ຫຼື ກ່ອນການຕິດຕັ້ງ:

1.1  ຄ່າອະນຸຍາດສູງສຸດແຕ່ Q ເຖີງ Qt ແມ່ນ ±3%;

1.2     ຄ່າອະນຸຍາດສູງສຸດແຕ່ Qt ເຖີງ Qmax ແມ່ນ ±1% ແຕ່ຕ້ອງຢູ່ໃນອຸນຫະພູມ  0.30C ເຖິງ 300C ແລະ ±3% ຕ້ອງ ຢູ່ ໃນອຸນຫະພູມສູງກ່ວາ 300C;

1.3     ສຳລັບ ໝໍ້ ແທກ ນ້ຳ ປະປາຂັ້ນ ໜື່ງ ຕ້ອງ ມີຄ່າ ອະນຸຍາດ ຄວາມ ຖືກຕ້ອງ ໃຫ້ ໃຊ້ ສະ ເພາະ ໝໍ້ ແທກ ນ້ຳ ປະປາ ທີ່ ມີ ອັດຕາ ການ ໄຫລ ໃຫຍ່ ກ່ວາ ຫລື ເທົ່າ ກັບ 100 ແມັດ ກ້ອນ ຕໍ່ ຊົ່ວ ໂມງ (Qn ≥ 100m3 / h).

2.      ຄ່າອະນຸຍາດຄວາມຖືກຕ້ອງຂອງໝໍ້ແທກນ້ຳປະປາ ປະ ເພດ ສອງ (ຂັ້ນ B) ແມ່ນໝໍ້ແທກນ້ຳປະປາດ້ວຍລະບົບ ແມ່ ເຫລັກ ແລະ ເຟືອງ ( ໃບ ພັດ).

2.1     ຄ່າອະນຸຍາດສູງສຸດແຕ່ Qmin ເຖີງ Qt ແມ່ນ ±5%;

2.2     ຄ່າອະນຸຍາດສູງສຸດແຕ່ Qt ເຖີງ Qmax ແມ່ນ ±2% (ແຕ່ຕ້ອງຢູ່ໃນອຸນຫະພູມ 0.30C  ເຖິງ 300C) ແລະ ±3% ຕ້ອງ ຢູ່ ໃນອຸນຫະພູມສູງກ່ວາ 300C;

2.3     ຕ້ອງໃຊ້ກັບໝໍ້ແທກນ້ຳປະປາ ທີ່ມີອັດຕາການໄຫຼນ້ອຍກ່ວາ ຫຼື ເທົ່າກັບ 100 ແມັດກ້ອນ ຕໍ່ຊົ່ວໂມງ (Qn≤100m3/h) ແລະ ບາງເທື່ອກໍ່ໃຊ້ກັບໝໍ້ແທກນ້ຳປະປາທີ່ມີອັດ ຕາການໄຫຼ ໃຫຍ່ກ່ວາ ຫຼື ເທົ່າກັບ 100 ແມັດກ້ອນ ຕໍ່ຊົ່ວໂມງ (Qn≥100m3 / h).

3.      ສຳລັບໝໍ້ແທກນ້ຳປະປາທັງສອງຂັ້ນ ພາຍຫຼັງຕິດຕັ້ງໄດ້ 02 ປີ ຄ່າອະນຸຍາດຜິດດ່ຽງ ແມ່ນຄູນ 02 ເທົ່າ.

. ຄ່າອະນຸຍາດຜິດດ່ຽງ ໃນ ການ ກວດຄືນ ຢູ່ ນອກ ສະຖານ ທີ່

ໝໍ້ ແທກ ນໍ້າ ປະປາ ທີ່ ດໍາ ເນີນ ການກວດຄືນ ຢູ່ນອກຫ້ອງ ທົດ ທອງ, ຕາມ ສະຖານ ທີ່ ຂອງຜູ້ ຊົມ ໃຊ້ ໄດ້ ກໍານົດ ຄ່າອະນຸຍາດຜິດດ່ຽງ ດັ່ງ ນີ້:

1. ຄ່າອະນຸຍາດສຳລັບໝໍ້ແທກນ້ຳປະປາ ປະ ເພດ ໜຶ່ງ (ຂັ້ນ C) ທີ່ນໍາເຂົ້າມາໃໝ່ ຫຼື ກ່ອນການຕິດຕັ້ງ:

1.1     ຄ່າອະນຸຍາດສູງສຸດແຕ່ Q ເຖີງ Qt ແມ່ນ ±6%;

1.2     ຄ່າອະນຸຍາດສູງສຸດແຕ່ Qt ເຖີງ Qmax ແມ່ນ ±2% ແຕ່ຕ້ອງຢູ່ໃນອຸນຫະພູມຕໍ່າ ກວ່າ  400C;

1.3     ສຳລັບ ໝໍ້ ແທກ ນ້ຳ ປະປາຂັ້ນ ໜື່ງ ຕ້ອງ ມີຄ່າ ອະນຸຍາດ ຄວາມ ຖືກຕ້ອງ ໃຫ້ ໃຊ້ ສະ ເພາະ ໝໍ້ ແທກ ນ້ຳ ປະປາ ທີ່ ມີ ອັດຕາ ການ ໄຫລ ໃຫຍ່ ກ່ວາ ຫລື ເທົ່າ ກັບ 100 ແມັດ ກ້ອນ ຕໍ່ ຊົ່ວ ໂມງ (Qn ≥ 100m3 / h).

2.    ຄ່າອະນຸຍາດຄວາມຖືກຕ້ອງຂອງໝໍ້ແທກນ້ຳປະປາ ປະ ເພດ ສອງ (ຂັ້ນ B)

ແມ່ນໝໍ້ແທກນ້ຳປະປາດ້ວຍລະບົບ ແມ່ ເຫລັກ ແລະ ເຟືອງ ( ໃບ ພັດ).

2.1     ຄ່າອະນຸຍາດສູງສຸດແຕ່ Qmin ເຖີງ Qt ແມ່ນ ±10%;

2.2     ຄ່າອະນຸຍາດສູງສຸດແຕ່ Qt ເຖີງ Qmax ແມ່ນ ±4% (ແຕ່ຕ້ອງຢູ່ໃນອຸນຫະພູມຕໍ່າ ກວ່າ  400C;

2.3     ຕ້ອງໃຊ້ກັບໝໍ້ແທກນ້ຳປະປາ ທີ່ມີອັດຕາການໄຫຼນ້ອຍກ່ວາ ຫຼື ເທົ່າກັບ 100 ແມັດກ້ອນຕໍ່ ຊົ່ວໂມງ (Qn≤100m3/h) ແລະ ບາງເທື່ອກໍ່ໃຊ້ກັບໝໍ້ແທກນ້ຳປະປາທີ່ມີອັດ ຕາການໄຫຼໃຫຍ່ກ່ວາ ຫຼື ເທົ່າກັບ 100 ແມັດກ້ອນ ຕໍ່ຊົ່ວໂມງ (Qn≥100m3 / h).ສຳລັບໝໍ້ແທກນ້ຳປະປາທັງສອງຂັ້ນ ກໍານົດ ການ ກວດຄືນ ແມ່ນ 02 ປີ.

ມາດຕາ 22    ການວັດແທກຄ່າອະນຸຍາດ:

ຄ່າອະນຸຍາດຂອງການວັດແທກປະລິມານນ້ຳຕົວຈິງ ຕ້ອງກຳນົດເອົາອັດຕາການໄຫຼ 3 ຢ່າງ ດັ່ງລຸ່ມນີ້:

1.    ລະຫວ່າງ Qmin ແລະ 1,1 Qmin;

2.    ລະຫວ່າງ Qແລະ  1,1 Qt;

3.    ລະຫວ່າງ 0.9 Qແລະ  Qn.

ໝໍ້ແທກນ້ຳປະປາທີ່ມີຂະໜາດ ແລະ ຮູບແບບດຽວກັນ ແມ່ນ ໃຊ້ວິທີກວດຄືນອັນດຽວກັນ, ຄວາມດັນທຸກໆໜ່ວຍຕ້ອງບໍ່ໃຫ້ນ້ອຍກ່ວາ 0.03 Mpa, ໄລຍະການກວດຄືນ ອຸນຫະພູມຂອງນ້ຳຕ້ອງຢູ່ໃນ 200C ± 100C.

ມາດຕາ 23  ສະ ຫຼາກ ແລະ ເຄື່ອງໝາຍ

ໝໍ້ແທກນ້ຳປະປາທຸກໜ່ວຍ ຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍ ໃສ່ ບ່ອນ ທີ່ ເຫັນ ໄດ້ ງ່າຍ ແລະ ຈະ ແຈ້ງ ດີ, ເນື້ອ ໃນ ຂອງ ສະຫຼາກ ຕ້ອງ ມີ ພາສາ ລາວ, ສໍາລັບ ພາສາ ຕ່າງປະ ເທດ ຕ້ອງ ມີ ເນື້ອ ໃນ ສອດຄ່ອງ ກັບ ພາສາ ລາວທີ່ ໄດ້ ກໍານົດ ໄວ້ ເຊິ່ງມີເນື້ອ ໃນດັ່ງ ນີ້:

1.       ຊື່ ຫຼື ເຄື່ອງໝາຍການຄ້າຂອງຜູ້ຜະລິດ;

2.       ຊື່ ແລະ ທີ່ຢູ່ຂອງໂຮງງານຜະລິດ ຫຼື ບໍລິສັດ, ຜູ້ຜະລິດ, ຜູ້ນຳເຂົ້າ ຫຼື ຜູ້ຈຳໜ່າຍ;

3.       ປະເພດຂອງໝໍ້ແທກນ້ຳ;

4.       ຂັ້ນວັດແທກຂອງໝໍ້ແທກນ້ຳປະປາ;

5.       ອັດຕາການໄຫຼປົກກະຕິທີ່ກຳນົດ ແມັດກ້ອນຕໍ່ຊົ່ວໂມງ ( m3/h ), ຄວາມດັນ;

6.       ຈຸດອ່ານທີ່ຊີ້ບອກປະລິມານນ້ຳປະປາ ທີ່ວັດແທກໄດ້;

7.       ເລກລະຫັດຂອງໝໍ້ແທກນ້ຳປະປາ;

8.       ປີຜະລິດ ແລະ ລະຫັດໝໍ້ແທກນ້ຳປະປາ;

9.       ຂໍ້ແນະນຳວິທີການນຳໃຊ້. ລູກສອນຊີທິດທາງການໄຫຼຂອງນ້ຳ;

10.    ຄຳແນະນຳໃນການເກັບຮັກສາ;

11.    ກາໝາຍທີ່ຢັ້ງຢືນເຖິງຄວາມຖືກຕ້ອງຂອງໝໍ້ແທກນ້ຳປະປາ;

12.    ແຮງດັນສູງສຸດໃນທໍ່ ( ໃຫ້ໃຫຍ່ກ່ວາ 10 ເທື່ອຂອງທໍ່ );

(ການລະບຸປະລິມານຄ່າກຳນົດຕ້ອງສອດຄ່ອງກັບຫົວໜ່ວຍວັດແທກຂອງ ສປປ ລາວ ທີ່ກຳນົດໄວ້).

ໝວດທີ 6

ຂໍ້ ຫ້າມ

ມາດຕາ 24 ຂໍ້ ຫ້າມ ສຳລັບ ຜູ້ ດຳ ເນີນ ທຸລະ ກິດ

                    ຜູ້ ດຳ ເນີນ ທຸລະ ກິດ ຫ້າມມີ ພຶດ ຕິ ກຳ ດັ່ງນີ້:

1.    ປອມ ແປງ ແລະ ດັດ ແກ້ອຸປະກອນ ທີ່ ກ່ຽວກັບໝໍ້ ແທກ ນ້ຳ ປະປາ;

2.    ຄອບ ຄອງ, ຕິດ ຕັ້ງ ໝໍ້ ແທກ ນ້ຳ ປະປາທີ່ ບໍ່ ໄດ້ ຜ່ານ ການ ກວດຄືນ ຫຼື ຕິດ ກາໝາຍຢັ້ງຢືນ ຈາກ ອົງການ ຄຸ້ມ ຄອງ ການ ວັດ ແທກ;

3.    ຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່ລົງກວດຄືນ ແລະ ກວດກາວຽກງານວັດແທກ, ໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດກາ;

4.    ປອມແປງເອກະສານ, ການຢັ້ງຢືນ ທີ່ກ່ຽວກັບໝໍ້ ແທກ ນ້ຳ ປະປາ;

5.    ມີ ພຶດ ຕິ ກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາ ດຕາ 25 ຂໍ້ ຫ້າມ ສຳລັບ ພະນັກງານ ແລະ ເຈົ້າໜ້າທີ່

                   ຫ້າມສຳລັບພະນັກງານ ທີ່ປະຕິບັດ ໜ້າ ທີ່ ມີດັ່ງນີ້:

1.   ຜູ້ ທີ່ ບໍ່ ໄດ້ ຮັບ ການ ແຕ່ງ ຕັ້ງລົງ ປະຕິບັດໜ້າທີ່ ໂດຍ ພາລະ ການ;

2.   ປະລະໜ້າທີ່ ໂດຍບໍ່ມີຄວາມຮັບຜິດຊອບ;

3.   ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ລໍາອຽງຕໍ່ບຸກຄົນ ຫຼື ການຈັດຕັ້ງ;

4.   ຮັບສິນບົນ ຫຼື ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;

5.   ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນ;

6.   ມີ ພຶດຕິ ກໍາອື່ນ ທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ມາດຕາ 26 ຂໍ້ ຫ້າມ ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດ ຕັ້ງ ອື່ນ

                   ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການ ຈັດ ຕັ້ງ ອື່ນ ມີ ພຶດ ຕິ ກຳດັ່ງ ນີ້:

1.    ສວຍ ໃຊ້ ການ ເຄື່ອນ ໄຫວ ວຽກ ງານ ໃນການ ປະຕິບັດ ໜ້າ ທີ່ກວດກາ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກຂອງພະນັກງານທີ່ຮັບຜິດຊອບການກວດກາ;

2.    ໂຄສະນາ, ສົ່ງ ເສີມໝໍ້ ແທກ ນ້ຳ ປະປາ ທີ່ ບໍ່ ໄດ້ ຄຸນ ນະພາ ບ;

3.    ສ້າງ ມົນລະ ພິດ ຕໍ່ ສະພາບແວດ ລ້ອມ ແລະ ສັງຄົມ;

4.    ຊ່ວຍ ເຫຼືອ ປົກ ປ້ອງ ຜູ້ ລະ ເມີດ ຂໍ້ ຕົກລົງ ສະບັບ ນີ້;

5.    ປິດບັງ ເຊື່ອງ ອໍາ ການ ກະທໍາ ທີ່ ເປັນການລະ ເມີດ ລະບຽບ ກົດໝາຍ ;

6.    ມີ ພຶດຕິ ກໍາ ອື່ນ ທີ່ ຜິດ ກັບ ລະບຽບ ກົດໝາຍ.

ໝວດທີ 7

ນະ ໂຍບາຍ ຕໍ່ຜູ້ ທີ່ ມີ ຜົນງານ ແລະ ມາດ ຕະການ ຕໍ່ຜູ້ ລະ ເມີດ

ມາດຕາ 27 ນະ ໂຍບາຍ ຕໍ່ຜູ້ ທີ່ ມີ ຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ ມີ ຜົນງານ ດີ ເດັ່ນ ໃນ ການ ຮ່ວມ ມື, ປະກອບສ່ວນ ຢ່າງ ຕັ້ງໜ້າ ເຂົ້າ ໃນ ຂະ ບວນການ ຈັດ ຕັ້ງ ປະຕິບັດ ລະບຽບກົດໝາຍທີ່ ກ່ຽວຂ້ອງ ກັບ ການ ຄຸ້ມ ຄອງ ການ ວັດ ແທກ ຫຼື ຂໍ້ ຕົກລົງ ສະບັບ ນີ້ ຈະ ໄດ້ ຮັບ ການ ຍ້ອງຍໍ ຫຼື ໄດ້ ຮັບ ການ ປະຕິບັດ ນະ ໂຍບາຍ ອື່ນ ຕາມ ລະ ບຽບກົດໝາຍ.

ມາ ດຕາ 28 ມາດ ຕະການ ຕໍ່ຜູ້ ລະ ເມີດອື່ນໆ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໃນ, ໃຊ້ ແທນທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກຕາມລະບຽບກົດໝາຍ.

ໝວດ ທີ 8

ບົດ ບັນຍັດ ສຸດ ທ້າຍ

ມາດຕາ 29 ການຈັດຕັ້ງປະຕິບັດ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ ສົມທົບກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນ.

ມາດຕາ 30 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງຈົດໝາຍ ເຫດທາງລັດຖະການສິບຫ້າວັນ. ທຸກລະບຽບການໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Management of Water Counters in Lao PDR No. 0543/MOST, dated 16 May 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ໝໍ້ແທກນ້ຳປະປາ ຢູ່ ສປປ ລາວ ສະບັບເລກທີ 0543/ກວຕ, ລົງວັນທີ 16 ພຶດສະພາ 2017 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ໝໍ້ແທກນໍ້າປະປານຳເຂົ້າຕ້ອງໄດ້ຮັບການຢັ້ງຢືນ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໝໍ້ແທກນໍ້າປະປານໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ໝໍ້ແທກນ້ຳປະປາ ຢູ່ ສປປ ລາວ ສະບັບເລກທີ 0543/ກວຕ, ລົງວັນທີ 16 ພຶດສະພາ 2017 9999-12-31 ALL
2 ໝໍ້ແທກນ້ຳປະປາທີ່ນຳເຂົ້າຕ້ອງໄດ້ຈົດທະບຽນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໝໍ້ແທກນໍ້າປະປານໍາເຂົ້າ ຕ້ອງໄດ້ຮັບການຈົດທະບຽນກັບກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ໝໍ້ແທກນ້ຳປະປາ ຢູ່ ສປປ ລາວ ສະບັບເລກທີ 0543/ກວຕ, ລົງວັນທີ 16 ພຶດສະພາ 2017 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.