ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ລັດຖະບານ ເລກທີ188 / ລບ
ນະຄອນຫຼວງວຽງຈັນ, ວັນທີ 07/06/2018
ດຳລັດ
ວ່າດ້ວຍ ເຂດເສດຖະກິດພິເສດ
- ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016;
- ອີງຕາມກົດໝາຍ ວ່າດ້ວຍການສົ່ງການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
- ອີງຕາມການສະເໜີ ສະບັບເລກທີ 0950/ກຜທ, ລົງວັນທີ 30 ພຶດສະພາ 2018 ຂອງກະຊວງແຜນການ ແລະ ການລົງທຶນ.
ລັດຖະບານ ອອກດຳລັດ:
ໝວດທີ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວເຂດເສດຖະກິດພິເສດ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ເພື່ອດຶງດູດການລົງທຶນ ດ້ວຍການວາງນະໂຍບາຍສົ່ງເສີມພິເສດ ແນ່ໃສ່ການລົງທຶນ ມີຄວາມສະດວກ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ, ຮັບປະກັນສິດຜົນປະໂຫຍດຂອງລັດ, ປະຊາຊົນ, ຜູ້ພັດທະນາເຂດ ແລະ ຜູ້ລົງທຶນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ຂະຫຍາຍຕັວຢ່າງຕໍ່ເນື່ອງ ແລະ ຢືນຍົງ.
ມາດຕາ 2 ເຂດເສດຖະກິດພິເສດ
ເຂດເສດຖະກິດພິເສດ ຂຽນຫຍໍ້ວ່າ “ ຂສພ ” ຂຽນເປັນພາສາອັງກິດ: Special Economic Zone “SEZ” ແມ່ນເຂດທີ່ມີກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ນຳໃຊ້ເຕັກໂນໂລຊີສູງ, ນຳໃຊ້ນະວັດຕະກຳ ໃນການຜະລິດກະສິກຳເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດຊັບພະຍາກອນທຳມະ ຊາດ ແລະ ພະລັງງານ ເພື່ອການພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.
ເຂດເສດຖະກິດພິເສດ ອາດປະກອບມີ ນິຄົມອຸດສາຫະກຳ, ເຂດພັດທະນາກະສິກຳ, ອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ.
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບຕ່າງໆ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
- ອຸດສາຫະກຳການຜະລິດ ໝາຍເຖິງ ການປຸງແຕ່ງດ້ວຍການນຳໃຊ້ເຄື່ອງຈັກ, ເຕັກໂນໂລຊີທັນສະໄໝ ແລະ ແຮງງານຄົນຢູ່ໃນໂຮງງານ ເພື່ອທຳການຜະລິດ, ການແປຮູບວັດຖຸດິບ, ວັດຖຸເຄິ່ງສຳເລັດຮູບ ຈາກສະພາບເດີມໄປສູ່ຜະລິດຕະພັນໃໝ່ສິນຄ້າ ລວມທັງການນຳເອົາຊິ້ນສ່ວນມາປະກອບໃຫ້ການເປັນຜະລິດຕະພັນໃໝ່ ທີ່ສ້າງມູນຄ່າເພີ່ມ;
- ການບໍລິການ ໝາຍເຖິງ ການພັດທະນາອຸດສາຫະກຳການທ່ອງທ່ຽວ ທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ; ການບໍລິການທາງດ້ານສາທາລະນະສຸກ, ສຶກສາ ແລະ ກິລາ-ກາຍຍະກຳ, ໂຮງຮຽນ ແລະ ການບັນເທີງ, ອະສັງຫາລິມະຊັບ, ສູນການຄ້າທັນສະໄໝ, ການບໍລິການຂົນສົ່ງ, ການທະນາຄານ ແລະ ການເງິນ;
- ຜູ້ພັດທະນາເຂດ ໝາຍເຖິງ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ແຫ່ງ ສປປ ລາວ ໃຫ້ລົງທຶນພັດທະນາລະບົບພື້ນຖານໂຄງລ່າງ ຂອງເຂດເສດຖະກິດພິເສດ;
- ຜູ້ລົງທຶນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດລົງທຶນ ເພື່ອດຳເນີນທຸລະກິດຜະລິດ, ການຄ້າ ແລະການບໍລິການ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ໃນເຂດເສດຖະກິດພິເສດ;
- ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໝາຍເຖິງ ການຈັດຕັ້ງທີ່ລັດຖະບານສ້າງຕັ້ງຂຶ້ນ ໂດຍມີພາລະບົດບາດ ສົ່ງເສີ່ມ ແລະ ຄຸ້ມຄອງການລົງທຶນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ;
- ຄະນະຄຸ້ມຄອງເຂດ ໝາຍເຖິງ ຫົວໜ່ວຍການຈັດຕັ້ງທີ່ສ້າງຂຶ້ນ ເພື່ອສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ ຊຶ່ງໄດ້ຮັບອະນຸມັດສ້າງຕັ້ງ ຢູ່ບັນດາແຂວງ, ນະຄອນຫຼວງ;
- ໜ່ວຍງານການບໍລິການການລົງທຶນປະຕູດຽວ ໝາຍເຖິງ ການຈັດຕັ້ງໜຶ່ງ ເພື່ອອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການດຳເນີນທຸລະກິດການຜະລິດ, ການຄ້າ ແລະ ການບໍລິການ ຢູ່ພາຍໃນເຂດເສດຖະກິດພິເສດ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນ.
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບເສດຖະກິດພິເສດ
ລັດຊຸກຍູ້ສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາເຂດເສດຖະກິດພິເສດ.
ລັດ ວາງນະໂຍບາຍພິເສດ ກ່ຽວກັບການລົງທຶນ, ການດຳເນີນທຸລະກິດ, ການຜະລິດ, ການບໍລິການ, ລາຍຮັບ-ລາຍຈ່າຍ, ການຄຸ້ມຄອງບໍລິຫານດ້ວຍກົນໄກປະຕູດຽວ ໃນເຂດເສດຖະກິດພິເສດ ໂດຍສະເພາະເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ເພື່ອດຶງດູດການລົງທຶນໃສ່ບັນດາຂະແໜງການ ທີ່ເປັນບຸລິມະສິດ ຂອງລັດ ໃນແຕ່ລະໄລຍະ ແນໃສ່ຍາດແຍ່ງເຕັກໂນໂລຊີ, ບົດຮຽນໃນການຄຸ້ມຄອງທຸລະກິດ, ພັດທະນາຊັບພະຍາກອນມະນຸດ, ຍົກລະຄວາມຮູ້ຄວາມສາມາດຂອງພະນັກງານ ໃນການຄຸ້ມຄອງ, ແກ້ໄຂວຽກເຮັດງານທຳ ແລະ ການຫຼຸດໂຕນກັນ ດ້ານການພັດທະນາ ຂອງປະຊາຊົນບັນດາເຜົ່າ, ສ້າງແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດ.
ມາດຕາ 5 ຫຼັກການເຄື່ອນໄຫວວຽກງານຂອງເສດຖະກິດພິເສດ
ເຂດເສດຖະກິດພິເສດ ເຄື່ອນໄຫວວຽກງານຕາມຫຼັກການພື້ນຖານ ດັ່ງນີ້:
- ເຄົາລົບ ແລະ ປະຕິບັດກົດໝາຍ, ສັນຍາພັດທະນາ ແລະ ນະໂຍບາຍສົ່ງເສີມ ຕາມດຳລັດສະບັບນີ້;
- ຮັບປະກັນການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລອ້ມ, ສົ່ງເສີມ ແລະ ອະນຸລັກວັດທະນະທຳອັນດີງາມຂອງຊາດ;
- ຄຸ້ມຄອງບໍລິຫານ ຕາມກົນໄກການບໍລິການປະຕູດຽວ;
- ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດໄພ ພາຍໃນເຂດເສດຖະກິດພິເສດ ແລະ ແຂວງ, ນະຄອນຫຼວງ ບ່ອນເຂດເສດຖະກິດພິເສດຕັ້ງຢູ່.
ມາດຕາ 6 ການປົກປ້ອງການລົງທຶນຂອງຜູ້ພັດທະນາເຂດ ແລະ ຜູ້ລົງທຶນ
ຜູ້ພັດທະນາເຂດ ແລະ ຜູ້ລົງທຶນ ຢູ່ເຂດເສດຖະກິດພິເສດ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຕົນ ຈາກລັດຖະບານ ຕາມທີ່ກຳນົດໄວ້ ໃນດຳລັດສະບັບນີ້ ແລະ ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ.
ມາດຕາ 7 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບການຄຸ້ມຄອງ ແລະ ການພັດທະນາ ເຂດເສດຖະກິດພິເສດ ໃນ ສປປ ລາວ.
ມາດຕາ 8 ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ເຕັກໂນໂລຊີ, ປະສົົບການໃນການສົ່ງເສີມ ແລະ ການຄຸ້ມຄອງລົງທຶຶນ, ການຕະຫຼາດ, ການຄ້າ, ແຮງງານ, ແຫຼ່ງທຶນ, ປະຕິບັດສົນທິສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ໝວດທີ 2
ການກຳນົດ ແລະ ການສ້າງຕັ້ງເຂດເສດຖະກິດພິເສດ
ມາດຕາ 9 ການກຳນົດເຂດເສດຖະກິດພິເສດ
ອົງການປົກຄອງທ້ອງຖິ່ນ ເປັນຜູ້ກຳນົດ ແລະ ສະເໜີເຂດເສດຖະກິດພິເສດ ຂອງຕົນ ໂດຍປະສານສົມທົບກັບຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ.
ມາດຕາ 10 ເງື່ອນໄຂການກຳນົດເຂດເສດຖະກິດພິເສດ
ໃນການກຳນົດເຂດເສດຖະກິດພິເສດ ຕ້ອງມີເງື່ອນໄຂ ດັ່ງນີ້:
- ມີວັດຖຸປະສົງ ຂອງເຂດເສດຖະກິດພິເສດ ຈະແຈ້ງ;
- ມີທີ່ຕັ້ງທີ່ເໝາະສົມ, ກຳນົດເນື້ອທີ່ ແລະ ເຂດແດນຢ່າງຈະແຈ້ງ;
- ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ;
- ສອດຄ່ອງກັບແຜນຍຸດທະສາດ ທີ່ດິນແຫ່ງຊາດ ແລະ ແຜນຍຸດທະສາດການພັດທະນາ ຂສພ.
ມາດຕາ 11 ການສ້າງຕັ້ງເຂດເສດຖະກິດພິເສດ
ລັດຖະບານ ເປັນຜູ້ພິຈາລະນາຕົກລົງ ສ້າງຕັ້ງເຂດເສດຖະກິດພິເສດ ຕາມການຄົ້ນຄວ້າ ແລະ ສະເໜີຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ.
ພາຍຫຼັງລັດຖະບານ ຕົກລົງສ້າງຕັ້ງເປັນເຂດເສດຖະກິດພິເສດແລ້ວ ຈຶ່ງກຳນົດການລົງທຶນ ແລະ ຄັດເລືອກຜູ້ພັດທະນາ.
ມາດຕາ 12 ເງື່ອນໄຂການສ້າງຕັ້ງເຂດເສດຖະກິດພິເສດ
ການສ້າງຕັ້ງເຂດເສດຖະກິດພິເສດ ນອກຈາກເງື່ອນໄຂທີ່ໄດ້ກຳນົດໄວ້ ໃນມາດຕາ 10 ຂອງດຳລັດສະບັບນີ້ ຍັງມີເງື່ອນໄຂເພີ່ມເຕີມ ດັ່ງນີ້:
- ກຳນົດອາຍຸການພັດທະນາເຂດ ທີ່ຊັດເຈນ;
- ກຳນົດແຈ້ງຜົນປະໂຫຍດຂອງລັດ, ປະຊາຊົນ, ຜູ້ພັດທະນາເຂດ ແລະ ຜູ້ລົງທຶນ;
- ກຳນົດນະໂຍບາຍສົ່ງເສີມ ທີ່ຈະແຈ້ງ;
- ຜ່ານການປະເມີນຜົນທາງດ້ານເສດຖະກິດ-ເຕັກນິກ ແລະ ສິ່ງແວດລ້ອມ-ສັງຄົມ;
- ຢູ່ພາຍໃຕ້ການຄຸ້ມຄອງຂອງລັດຖະບານ ຫຼື ອົງການປົກຄອງຂັ້ນແຂວງ.
ມາດຕາ 13 ຮູບການພັດທະນາເຂດເສດຖະກິດພິເສດ
ການລົງທຶນພັດທະນາເຂດເສດຖະກິດພິເສດ ມີສາມຮູບການ ດັ່ງນີ້:
- ລັດລົງທຶນຮ້ອຍສ່ວນຮ້ອຍ;
- ລັດຮ່ວມລົງທຶນກັບເອກະຊົນ ຫຼື ຕ່າງປະເທດ;
- ເອກະຊົນລົງທຶນຮ້ອຍສ່ວນຮ້ອຍ.
ມາດຕາ 14 ເງື່ອນໄຂຂອງຜູ້ພັດທະນາເຂດ
ຜູ້ພັດທະນາເຂດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
- ມີຖານະນິຕິບຸກຄົນ;
- ມີຖານະການເງິນທີ່ເຂັ້ມແຂງໝັ້ນຄົງ ໂດຍໄດ້ຮັບການກວດກາ ແລະ ຢັ້ງຢືນສະຖາບັນການເງິນ ພາຍໃນ ຫຼື ຕ່າງປະເທດ ທີ່ເຊື່ອຖືໄດ້;
- ມີປະສົບການ ແລະ ປະສົບຜົນສຳເລັດ ໃນການດຳເນີນທຸລະກິດ ໂດຍມີການຢັ້ງຢືນຈາກອົງການທີ່ກ່ຽວຂ້ອງ;
- ບໍ່ເຄີຍຖືກສານຕັດສິນໃກ້ລົ້ມລະລາຍ ແລະ ບໍ່ຖືກສານຕັດສິນລົງໂທດຕັດອິດສະລະພາບ ຍ້ອນການກະທຳຜິດໂດຍເຈດຕະນາ.
ມາດຕາ 15 ການສະເໜີຂໍພັດທະນາ
ຜູ້ມີຈຸດປະສົງລົງທຶນພັດທະນາເຂດເສດຖະກິດພິເສດ ຕ້ອງຍື່ນຄຳຮ້ອງພ້ອມດ້ວຍເອກະສານປະກອບ ຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ.
ໃນກໍລະນີມີຜູ້ສະເໜີຂໍພັດທະນາເຂດເສດຖະກິດພິເສດ ແຫ່ງດ່ຽວແຕ່ສອງຄົນຂຶ້ນໄປ ຕ້ອງຜ່ານການຄັດເລືອກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ.
ຜູ້ມີຈຸດປະສົງລົງທຶນພັດທະນາເຂດເສດຖະກິດພິເສດ ຕ້ອງຜ່ານການພິຈາລະນາຕາມ ສອງ ຂັ້ນຕອນ ຄື: ຂັ້ນຕອນເຊັນບົດບັນທຶກຄວາມເຂົ້າໃຈ ແລະ ຂັ້ນຕອນເຊັນສັນຍາພັດທະນາ.
ມາດຕາ 16 ເອກະສານປະກອບການສະເໜີເຊັນບົດບັນທຶກຄວາມເຂົ້າໃຈ
ການສະເໜີຂໍເຊັນບົດບັນທຶກຄວາມເຂົ້າໃຈ ປະກອບດ້ວຍເອກະສານ ດັ່ງນີ້:
- ໃບຄຳຮ້ອງ;
- ເອກະສານຢັ້ງຢືນຖານະນິຕິບຸກຄົນ;
- ເອກະສານຢັ້ງຢືນຖານະການເງິນ;
- ແຜນວາດເບື້ອງຕົ້ນ ເນື້ອດິນຂອງໂຄງການ
- ເອກະສານອື່ນ ຕາມທີ່ກຳນົດໄວ້ ໃນໃບຄຳຮ້ອງ.
ມາດຕາ 17 ການພິຈາລະນາເຊັນບົດບັດທຶກຄວາມເຂົ້າໃຈ
ພາຍຫຼັງໄດ້ຮັບຄຳຮ້ອງຖືກຕ້ອງ ແລະ ຄົບຖ້ວນແລ້ວ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດຄົ້ນຄວ້າ ໂດຍປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລ້ວລາຍງານຕໍ່ຂະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ເພື່ອພິຈາລະນາ.
ໃນກໍລະນີຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ຕົກລົງເຫັນດີແລ້ວ ກະຊວງແຜນການ ແລະ ການລົງທຶນ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອດຳເນີນການສຳຫຼວດພື້ນທີ່, ສຶກສາຂໍ່້ມູນ ແລະ ປະກອບເອກະສານ ໃຫ້ສຳເລັດພາຍໃນກຳນົດ ສິບແປດ ເດືອນ.
ມາດຕາ 18 ເອກະສານປະກອບການສະເໜີເຊັນສັນຍາພັດທະນາ
ການສະເໜີຂໍເຊັນສັນຍາພັດທະນາ ປະກອບດ້ວຍເອກະສານ ດັ່ງນີ້:
- ໃບສະເໜີຂໍພັດທະນາ.
- ໃບຢັ້ງຢືນຂອບເຂດເນື້ອທີ່ດິນລະອຽດຂອງໂຄງການ ຈາກອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ
- ແຜນແມ່ບົດການພັດທະນາໂຄງການ ແລະ ແຜນຜັງກໍ່ສ້າງເບື້ອງຕົ້ນ;
- ບົດວິພາກເສດທະກິດ-ເຕັກນິກ;
- ໃບຢັ້ງຢືນຜົນກະທົບຕໍ່ສີ່ງແວດລ້ອມ ແລະ ສັງຄົມ;
- ຮ່າງສັນຍາພັດທະນາເຂດເສດທະກິິດພິເສດ;
- ເອກະສານຕາມທີ່ກຳນົດໄວ້ໃນໃບສະເໜີຂໍພັດທະນາ.
ມາດຕາ 19 ການພິຈາລະນາເຊັນສັນຍາພັດທະນາ
ພາຍຫຼັງສຳເລັດການສຶກສາຂໍ້ມູນ, ປະກອບເອກະສານຖືກຕ້ອງ, ຄົບຖ້ວນ ແລະ ຮັບຮອງເອົາໂດຍກອງປະຊຸມຄະນະວິຊາການ ຂອງຂະແໜງການ ແລະ ທ້ອງຖີ່ນ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ລາຍງານຜົນຕໍ່ຄະນະກຳມະການສົົ່ງເສີມ ແລະ ຄຸ້ມການລົງທຶນ ຂັ້ນສູນກາງ, ເມື່ອໄດ້ຮັບການຕົກລົງເຫັນດີແລ້ວ ກະຊວງແຜນການ ແລະ ການລົງທຶນ ສະເໜີລັດຖະບານ ຂໍການອະນຸມັດ ເຊັນສັນຍາພັດທະນາ ກັບຜູ້ພັດທະນາເຂດ ແລະ ອອກໃບອະນຸຍາດລົງທຶນພັດທະນາ ຢ່າງເປັນທາງການ.
ການສະເໜີຂໍພັດທະນາເຂດເສດຖະກິດພິເສດ ເພື່ອດຳເນີນກິດຈະການ ຫຼື ຂະແໜງການອື່ນ ທີ່ບໍ່ໄດ້ກຳນົດໄວ້ໃນ ມາດຕາ 2 ວັກ 2 ຂອງດຳລັດສະບັບນີ້ ຊຶ່ງເຫັນວ່າມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ລັດຖະບານຈະໄດ້ລາຍສະພາແຫ່ງຊາດ ພິຈາລະນາຕົກລົງ.
ມາດຕາ 20 ສິດຂອງຜູ້ພັດທະນາເຂດ
ຜູ້ພັດທະນາເຂດ ມີສີດ ດັ່ງນີ້:
- ໄດ້ຮັບການສົ່ງເສີມພິເສດ ແລະ ການອຳນວຍຄວາມສະດວກ ໃນການພັດທະນາເສດຖະກິດພິເສດ ຕາມທີ່ກຳນົດໄວ້ ໃນກົດໝາຍ;
- ໄດ້ຮັບການປົກປ້ອງການລົງທຶນ ລວມທັງສິດ ແລະ ຜົນປະໂຫຍດອັນຊອບທຳ ທີ່ໄດ້ມາຈາກການລົງທຶນ ຂອງຕົນ;
- ໄດ້ຮັບຜົນປະໂຫຍດຈາກການເຊົົ່າ ຫຼື ການພັດທະນາ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ;
- ນຳໃຊ້ທີ່ດິນຕາມອາຍຸສັນຍາພັດທະນາ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
- ເປັນເຈົ້າຂອງກຳມະສິດຕໍ່ຊັບສິນຂອງຕົນ ເປັນຕົ້ນ ຕຶກ, ອາຄານ ຫຼື ສິ່ງປຸກສ້າງ ໃນທີ່ດິນໄດ້ຮັບສຳປະທານ, ມີສິດໂອນກຳມະສິດໃຫ້ຄົນພາຍໃນ ຫຼື ຕ່າງປະເທດ ຕາມກົດໝາຍ ແລະ ລະບຽບການ;
- ເປີດບັນຊີເປັນເງິນກີບ ຫຼື ເງິນຕາຕ່າງປະເທດ ຢູ່ທະນາຄານທີ່ຕັ້ງ ຢູ່ ສປປ ລາວ;
- ໄດ້ຮັບສິດອື່ນ ຕາມທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.
ມາດຕາ 21 ພັນທະຂອງຜູ້ພັດທະນາເຂດ
ຜູ້ພັດທະນາເຂດ ມີພັນທະ ດັ່ງນີ້:
- ສ້າງຕັ້ງບໍລິສັດ ເພື່ອດຳໂຄງການຕາມສັນຍາພັດທະນາ;
- ປະຕິບັດຕາມສັນຍາພັດທະນາ, ແຜນແມ່ບົດພັດທະນາ, ບົດວິພາກເສດຖະກິດ-ເຕັກນິກ, ບົດປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
- ເສຍພາສີ, ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການຢ່າງຄົບຖ້ວນ ຕາມສັນຍາພັດທະນາ, ກົດໝາຍ ແລະ ລະບຽບການ;
- ຮ່ວມມືກັບອົງການປົກຄອງທ້ອງຖິ່ນ, ສົ່ງເສີມການມີສ່ວນຮ່ວມ ໃນການພັດທະນາຂອງປະຊາຊົນ ບ່ອນເຂດເສດຖະກິດພິເສດຕັ້ງຢູ່ ແລະ ປະກອບສ່ວນພັດທະນາທ້ອງຖິ່ນດັ່ງກ່າວ;
- ສະເໜີຂໍອະນຸມັດນຳຄະນະຄຸ້ມຄອງເຂດ ຕາມລະບຽບການ ກ່ຽວກັບການລົງທຶນ ເພື່ອດຳເນີນກິດຈະການໃດໜຶ່ງຢູ່ໃນ ຂສພ;
- ຖືບັນຊີຕາມກົດໝາຍ ວ່າດ້ວຍການບັນຊີ ຂອງ ສປປ ລາວ, ໃນກໍລະນີຈຳເປັນ ກໍສາມາດນຳໃຊ້ລະບົບບັນຊີສາກົນ ແຕ່ຕ້ອງໄດ້ຮັບການເຫັນດີຈາກຂະແໜງການເງິນ ຂອງ ສປປ ລາວ;
- ສົ່ງເສີມການນຳໃຊ້ແຮງງານລາວ ໂດຍສະເພາະແຮງງານຍິງ ແລະ ຊົນເຜົ່າ; ເອົາໃຈໃສ່ໃນການພັດທະນາສີມືແຮງງານ, ຍົກລະດັບວິຊາສະເພາະ ແລະ ຖ່າຍທອດເຕັກໂນໂລຊີ ໃຫ້ແກ່ຜູ້ອອກແຮງງານລາວ;
- ປະກອບສ່ວນທາງດ້ານງົບປະມານ ໃນວຽກງານຕິດຕາມ, ກວດກາໂຄງການລົງທຶນ;
- ສະຫຼຸບລາຍງານດຳເນີນທຸລະກິດຂອງຕົນ ປະຈຳສາມເດືອນ, ຫົກເດືອນ ແລະ ປະຈຳປີ ຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ແລະ ຂະແໜງການທີ່ກ່ຽວຂ້ອງ;
- ປະຕິບັດພັນທະອື່ນ ຕາມທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.
ໝວດທີ 3
ການລົງທຶນໃນເຂດເສດຖະກິດພິເສດ
ມາດຕາ 22 ກິດຈະການລົງທຶນ
ກິດຈະການລົງທຶນໃນເຂດເສດຖະກິດພິເສດ ປະກອບມີ:
- ກິດຈະການທີ່ຄະນະຄຸ້ມຄອງເຂດ ຕ້ອງໄດ້ຂໍອະນຸມັດ;
- ກິດຈະການທີ່ຄຸ້ມຄອງເຂດ ສາມາດອະນຸມັດ.
ບັນຊີກິດຈະການທີ່ຄະນະຄຸ້ມຄອງເຂດ ຕ້ອງໄດ້ຂໍອະນຸມັດ ແລະ ກິດຈະການທີ່ຄະນະຄຸ້ມຄອງເຂດສາມາດອະນຸມັດໄດ້ກຳນົດເປັນເອກະສານຄັດຕິດ ດຳລັດສະບັບນີ້.
ມາດຕາ 23 ກິດຈະການທີ່ຄະນະຄຸ້ມຄອງເຂດ ຕ້ອງໄດ້ຂໍອະນຸມັດ
ກິດຈະການທີ່ຂະນະຄຸ້ມຄອງເຂດ ຕ້ອງໄດ້ຂໍອະນຸມັດ ປະກອບດ້ວຍ: ກິດຈະການທີ່ຕ້ອງຂໍອະນຸມັດຈາກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໂດຍສະເໜີຜ່ານ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ.
ມາດຕາ 24 ການພິຈາລະນາກິດຈະການທີ່ຕ້ອງຂໍອະນຸມັດຈາກ ຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ
ຂະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ເປັນຜູ້ພິຈາລະນາ ການສະເໜີຂໍລົງທຶນ ໃນກິດຈະການທີ່ຕ້ອງຂໍອະນຸມັດ ຕາມການສະເໜີ ຂອງຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ.
ມາດຕາ 25 ກິດຈະການທີ່ຄະນະຄຸ້ມຄອງເຂດ ສາມາດອະນຸມັດ
ກິດຈະການທີ່ຄະນະຄຸ້ມຄອງເຂດ ສາມາດອະນຸມັດໄດ້ ແມ່ນກິດຈະການທີ່ບໍ່ຢູ່ໃນບັນຊີຕ້ອງຂໍອະນຸມັດຈາກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ.
ກິດຈະການທີ່ຄະນະຄຸ້ມຄອງເຂດ ສາມາດອະນຸມັດໄດ້ ມີ ສອງ ປະເພດ ດັ່ງນີ້:
- ກິດຈະການ ທີ່ຕ້ອງຂໍຄຳເຫັນ ຈາກຂະແໜງການທີ່ກ່ຽວຂ້ອງພິຈາລະນາ ແລະ ແຈ້ງຕອບພາຍໃນ ສິບວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງ ແລະ ເອກະສານປະກອບ ຈາກຄະນະຄຸ້ມຄອງເຂດ. ຖ້າບໍ່ມີຄຳຕອບພາຍໃນ ສິບວັນ ຖືວ່າເປັນການເຫັນດີ;
- ກິດຈະການ ທີ່ບໍ່ຈຳຕ້ອງຂໍຄຳເຫັນ ຈາກຂະແໜງການທີ່ກ່ຽວຂ້ອງພິຈາລະນາ ຄະນະຄຸ້ມຄອງເຂດ ສາມາດອະນຸມັດໄດ້ເລີຍ.
ມາດຕາ 26 ການພິຈາລະນາ ກິດຈະການທີ່ຄະນະຄຸ້ມຄອງເຂດ ສາມາດອະນຸມັດ
ຄະນະຄຸ້ມຄອງເຂດຕ້ອງພິຈາລະນາ ອອກທະບຽນວິສາຫະກິດ ແລະ ໃບສົ່ງເສີມການລົງທຶນ (ກໍລະນີກິດຈະການສົ່ງເສີມ) ຢ່າງຊ້າບໍ່ໃຫ້ເກີນ ສາມ ວັນລັດຖະການ ນັບແຕ່ວັນທີ່ໄດ້ຍື່ນຄຳຮ້ອງ, ປະກອບເອກະສານປະກອບທີ່ຖືກຕ້ອງ ແລະ ຄົບຖ້ວນເປັນຕົ້ນໄປ.
ມາດຕາ 27 ການຍື່ນຄຳຮ້ອງຂໍລົງທຶນ
ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງລົງທຶນຢູ່ໃນເຂດເສດຖະກິດພິເສດ ໃຫ້ຍື່ນຄຳຮ້ອງ ຕໍ່ຄະນະຄຸ້ມຄອງເຂດ ເພື່ອພິຈາລະນາ ຕາມກົນໄກການບໍລິການປະຕູດຽວ.
ມາດຕາ 28 ເອກະສານປະກອບການຂໍລົງທຶນ
ຄຳຮ້ອງຂໍລົງທຶນໃນເຂດເສດຖະກິດພິເສດ ມີເອກະສານປະກອບ ດັ່ງນີ້:
- ຄຳຮ້ອງຂໍລົງທຶນ;
- ບົດວິພາກເສດຖະກິດ-ເຕັກນິກ ຫຼື ແຜນດຳເນີນທຸລະກິດ (ຖ້າມີຄວາມຈຳເປັນ);
- ບົດປະເມີນຜົນກະທົບເບື້ອງຕົ້ນ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ຖ້າມີຄວາມຈຳເປັນ)
- ສັນຍາສ້າງຕັ້ງບໍລິສັດ (ຖ້າເປັນການຮ່ວມທຶນ)
- ກົດລະບຽບຂອງບໍລິສັດ
- ເອກະສານຢັ້ງຢືນຖານະການເງິນ;
- ເອກະສານຢັ້ງຢືນການນຳໃຊ້ທີ່ດິນ;
- ເອກະສານຢັ້ງຢືນຖານະບຸກຄົນ, ນິຕຕິບຸກຄົນ;
- ເອກະສານອື່ນ ຕາມທີ່ໄດ້ກຳນົດໄວ້ ໃນຄຳຮ້ອງຂໍລົງທຶນ.
ມາດຕາ 29 ສິດ ແລະ ພັນທະຂອງຜູ້ລົງທຶນໃນເຂດເສດຖະກິດພິເສດ
ຜູ້ລົງທຶນໃນເຂດຖະກິດພິເສດ ມີສິດໄດ້ຮັບນະໂຍບາຍພິເສດ ແລະ ປະຕິບັດພັນທະ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ສິດ ແລະ ພັນທະອື່ນ ຂອງຜູ້ລົງທຶນ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍທີ່ວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍທີ່ກ່ຽວຂ້ອງ.
ໝວດທີ 4
ການສ້າງຕັ້ງຄະນະຄຸ້ມຄອງເຂດ
ມາດຕາ 30 ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ
ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແມ່ນກົງຈັກການຈັດຕັ້ງໜຶ່ງ ທີ່ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ມີຖານະເທົ່າກັບພະແນກ ຂັ້ນແຂວງ ປະກອບມີຂະແໜງການ, ໜ່ວຍງານ ແລະ ວິຊາການຈຳນວນໜຶ່ງ.
ແຂວງ, ນະຄອນຫຼວງ ທີ່ໄດ້ຮັບອະນຸຍາດສ້າງຕັ້ງເຂດເສດຖະກິດພິເສດ ມີຄະນະຄຸ້ມຄອງເຂດ ຄະນະໜຶ່ງເປັນຜູ້ຄຸ້ມຄອງ ແລະ ບໍລິຫານເຂດເສດຖະກິດພິເສດ ເພື່ອເປັນໃຈກາງປະສານງານ ອຳນວຍຄວາມສະດວກແກ່ການພັດທະນາ ແລະ ການລົງທຶນຢູ່ໃນເຂດ.
ມາດຕາ 31 ການແຕ່ງຕັ້ງຄະນະຄຸ້ມຄອງເຂດ
ຄະນະຄຸ້ມຄອງເຂດເສດຖະກິດພິເສດ ມີຫົວໜ້າຄຸ້ມຄອງເຂດ ແລະ ຮອງຫົວໜ້າຄຸ້ມຄອງເຂດຈຳນວນໜຶ່ງ.
ຫົວໜ້າຄຸ້ມຄອງເຂດ ມີຕຳແໜງບໍລິຫານເທົ່າຫົວໜ້າພະແນກ ຂັ້ນແຂວງ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງໂດຍລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພາຍຫຼັງທີ່ໄດ້ຮັບການຮັບຮອງ ຈາກສະພາປະຊາຊົນ ຂັ້ນແຂວງ ແລະ ນະຄອນຫຼວງ ບົນພື້ນຖານການປະສານສົມທົບ ແລະ ຄວາມເປັນເອກະພາບເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ບ່ອນເຂດເສດຖະກິດພິເສດ ຕັ້ງຢູ່.
ຮອງຫົວໜ້າຄະນະຄຸ້ມຄອງເຂດ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໂດຍການປຶກສາຫາລືກັບເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ບ່ອນເຂດເສດຖະກິດພິເສດ ຕັ້ງຢູ່.
ດ້ານວຽກງານວິຊາການ, ງົບມະມານ, ບຸກຄະລາກອນ ຂອງຄະນະຄຸ້ມຄອງເຂດ ແມ່ນຂຶ້ນກັບກະຊວງແຜນການ ແລະ ການລົງທຶນ.
ໝວດທີ 5
ການຄຸ້ມຄອງວຽກງານໃນເຂດເສດຖະກິດພິເສດ ຂອງຄະນະຄຸ້ມຄອງເຂດ
ມາດຕາ 32 ການບໍລິການການລົງທຶນປະຕູດຽວ
ຄະນະຄຸ້ມຄອງເຂດ ສ້າງຕັ້ງໜ່ວຍງານບໍລິການການລົງທຶນປະຕູດຽວຢູ່ເຂດ, ເພື່ອປະສານສົມທົບກັບຂະການທີ່ກ່ຽວຂ້ອງ, ອຳນວຍຄວາມສະດວກ ໃກ້ແກ່ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ຕາມສິດ ແລະ ໜ້າທີ່ຂອງຕົນ ເປັນຕົ້ນ;
- ການຢັ້ງຢືນສິດນຳໃຊ້ທີ່ດິນ ແລະ ອະສັງຫາລິມຫະຊັບ;
- ການອອກທະບຽນວິສາຫະກິດ ແລະ ເລກປະຈຳຕົວຂອງຜູ້ເສຍອາກອນ;
- ການອະນຸມັດຄວັດຕາປະທັບ, ການນຳເຂົ້າ-ສົ່ງອອກ;
- ການຄຸ້ມຄອງແຮງງານ, ການເຂົ້າ-ອອກ ສປປ ລາວ ຂອງຜູ້ພັດທະນາເຂດ ແລະ ຜູ້ລົງທຶນ;
- ການແຈ້ງເສຍອາກອນ, ແຈ້ງພາສີການນຳເຂົ້າ-ສົ່ງອອກ, ການເກັບຄ່າທຳນຽມ, ຄ່າບໍລິການຕ່າງໆຕາມກົດໝາຍ ແລະ ລະບຽບການ;
- ການຢັ້ງຢືນແຫຼ່ງກຳເນີດສິນຄ້າ;
- ການອອກໃບອະນຸຍາດປຸກສ້າງ, ໃບຢັ້ງຢືນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
- ການອະນຸຍາດອື່ນ ທີ່ຕິດພັນກັບການລົງທຶນ;
- ການບໍລິການອື່ນ ຕາມກົດໝາຍ ແລະ ລະບຽບການ.
ມາດຕາ 33 ການຮັກສາຄວາມສະຫງົບ
ຄະນະຄຸ້ມຄອງເຂດ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ບ່ອນເຂດເສດຖະກິດພິເສດຕັ້ງຢູ່ ເພື່ອຮັບການຮັບປະກັນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນ ແລະ ອ້ອມຮອບເຂດ ຕາມກົດໝາຍ ແລະ ລະບຽບການ.
ສຳຫຼັບເຂດເສດພິເສດໃດໜຶ່ງ ທີ່ເຫັນວ່າມີຄວາມຈຳເປັນສ້າງຕັ້ງໜ່ວຍງານປ້ອງກັນຄວາມສະຫງົບ ນັ້ນໃຫ້ຄະນະຄຸ້ມຄອງເຂດ ລາຍງານເຈົ້າແຂວງ, ເຈົ້າຄອງນະຄອງຫຼວງ ເພື່ອສະເໜີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພິຈາລະນາ.
ມາດຕາ 34 ການເກັບກຳຂໍ້ມູນສະຖິຕິ
ຄະນະຄຸ້ມຄອງເຂດຕ້ອງມີລະບົບຕິດຕາມ, ເກັບກຳຂໍ້ມູນກ່ຽວກັບການພັດທະນາ, ການລົງທຶນ, ການດຳເນີນທຸລະກິດລວມທັງຂໍ້ມູນສະຖິຕິອື່ນ ທີ່ສຳຄັນ ເພື່ອຮັບປະກັນການລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ຢ່າງຖືກຕ້ອງ ແລະ ທັນເວລາ.
ມາດຕາ 35 ການເກັບລາຍງານ
ຄະນະຄຸ້ມຄອງເຂດ ປະສານສົມທົບກັບຂະແໜງການເງິນ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນ, ວ່ອງໄວ ແລະ ໂປ່ງໃສ ພ້ອມທັງສະຫຼຸບລາຍງານຜົນໄດ້ຮັບ ໃນແຕ່ລະໄລຍະ ໃຫ້ພາກສ່ວນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ.
ມາດຕາ 36 ການພັດທະນາສີມືແຮງງານ
ຜູ້ພັດທະນາ ແລະ ຜູ້ລົງທຶນ ຕ້ອງມີແຜນພັດທະນາສີມືແຮງງານທ້ອງຖິ່ນ ແລະ ຊຸມຊົນອ້ອມຂ້າງ ໃນທຸກລະດັບ ໂດຍສະເພາະສ້າງພະນັກງານບໍລິຫານ, ນາຍຊ່າງສີມື, ເຕັກນິກ,ວິສາວະກອນ ໃຫ້ເພີ່ມຂຶ້ນເປັນແຕ່ລະໄລຍະ.
ຄະນະຄຸ້ມຄອງເຂດ ຮ່ວມກັບຜູ້ພັດທະນາ ແລະ ຜູ້ລົງທຶນ ສັງລວມຄວາມຕ້ອງການແຮງງານ ໃນແຕ່ລະໄລຍະ, ປະສານສົມທົບກັບຂະແໜແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການສຶກສາທິການ ແລະ ກິລາ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ເພື່ອພັດທະນາສີມືແຮງງານ ແລະ ສະໜອງໃຫ້ເຂດເສດຖະກິດພິເສດ ຕາມຄວາມຕ້ອງການ ໃນແຕ່ລະໄລຍະໃຫ້ພຽງພໍ.
ມາດຕາ 37 ການຄຸ້ມຄອງ ແລະ ການປົກປ້ອງແຮງງານ
ຄະນະ ຄຸ້ມຄອງ ເຂດເປັນເຈົ້າການປະສານສົມທົບ ກັບ ຜູ້ພັດທະນາ ແລະ ຜູ້ລົງທຶນເກັບກຳສະຖິຕິພາຍ ໃນເຂດເສດຖະກິດ ພິເສດ ໃນແຕ່ລະໄລຍະ ເພື່ອຄຸ້ມຄອງ, ປົກປ້ອງ ແລະ ສຶກສາ ອົບຮົມຜູ້ອອກແຮງງານທ້ອງຖິ່ນ ແລະ ຊຸມຊົນອ້ອມຂ້າງຕາມກົດໝາຍທີ່ກ່ຽວຂ້ອງ.
ມາດຕາ 38 ການປົກປັກຮັກສາສິ່ງແວດລ້ອມ, ວັດທະນະທຳ ແລະ ສັງຄົມ
ຄະນະ ຄຸ້ມຄອງເຂດຕິດຕາມກວດກາ ແລະ ຊຸກຍູ້ ຜູ້ພັດທະນາ ແລະ ຜູ້ລົງທຶນປົກປັກຮັກສາສິ່ງແວດລ້ອມ, ສັງຄົມ ແລະ ວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງຊາດຕາມ ທີ່ໄດ້ກຳນົດໄວ້ໃນສັນຍາພັດທະນາ, ບົດວິພາກ ເສດຖະກິດ-ເຕັກນິກ, ບົດປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກົດໝາຍ ແລະ ລະບຽບ ການ.
ມາດຕາ 39 ການປະກອບສ່ວນເຂົ້າໃນການພັດທະນາຊຸມຊົນ
ຄະນະ ຄຸ້ມຄອງເຂດຊຸກຍູ້ ຜູ້ພັດທະນາ ແລະ ຜູ້ລົງທຶນ ປະກອບສ່ວນເຂົ້າໃນການພັດທະນາຊຸມຊົນທ້ອງຖິ່ນເປັນຕົ້ນການປູກຝັງ ແລະ ລ້ຽງສັດ, ການຜະລິດເຄື່ງຫັດຖະກຳ ແລະ ອື່ນໆ.
ໝວດທີ 6
ນະໂຍບາຍສົ່ງເສີມຕໍ່ຜູ້ພັດທະເຂດ
ມາດຕາ 40 ນະ ໂຍບາຍ ສົ່ງເສີມ ດ້ານພາສີ, ສ່ວຍອາກອນ
ຜູ້ພັດທະນາເຂດໄດ້ຮັບນະໂຍບາຍດ້ານພາສີ, ສ່ວຍສາອາກອນ ດັ່ງນີ້:
- ນະໂຍບາຍ ດ້ານພາສີ, ສ່ວຍສາອາກອນກ່ຽວກັບການນຳເຂົ້າ ແລະ ສົ່ງອອກ ປະຕິບັດ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ;
- ຂະແໜງ ອຸດສາຫະກຳ ແລະ ຜະລິດ; ຂະແໜງ ບໍລິການ ການພັດທະນາ ອຸດສາຫະກຳ ທ່ອງທ່ຽວ, ການບໍລິການທາງດ້ານ ສາທາລະນະສຸກ, ສຶກສາ, ກິລາ-ກາຍຍະກຳ ແລະ ການພັດທະນາອະສັງຫາລິມະຊັບໄດ້ຮັບນະໂຍບາຍສົ່ງເສີມດ້ານອາກອນກຳໄລ ໂດຍອີງຕາມເຂດທີ່ຕັ້ງ ຄື: ເຂດ 1 ຍົກ ເວັ້ນອາກອນ ກຳໄລ ສີບຫົກປີ ແລະ ເຂດ 2 ຍົກ ເວັ້ນອາກອນ ກຳໄລ ແປດປີ, ພາຍຫຼັງ ສິ້ນສຸດ ໄລຍະຍົກເວັ້ນຈະໄດ້ ເສຍສາມສິບຫ້າ ສ່ວນຮ່ອຍ (35%) ຂອງ ອັດຕາອາກອນ ກຳໄລ ຕາມທີ່ ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ສ່ວຍສາອາກອນ;
- ການກໍ່ສ້າງເສັ້ນທາງ, ລະບົບໄຟຟ້າ, ນ້ຳປະປາ, ລະບົບບຳບັດ ນ້ຳເປື້ອນ ແລະ ກຳຈັດສິ່ງເສດເຫຼືອ ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ, ສ່ວນການກໍ່ສ້າງໂຄງລ່າງອື່ນໆ ແມ່ນໃຫ້ເສຍຫ້າສີບສ່ວນຮ້ອຍ (50%) ຂອງອັດຕາອາກອນມູນຄ່າເພີ່ມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ.
ມາດຕາ 41 ນະ ໂຍບາຍສົ່ງເສີມ ດ້ານການນຳໃຊ້ທີ່ດິນ
ຜູ້ພັດທະນາ ເຂດມີສິດນຳໃຊ້ທີ່ດິນໃນເຂດເສດຖະກິດພິເສດ ແລະ ມີສິດນຳເອົາສິດດັ່ງກ່າວໃຫ້ເຊົ່າຕໍ່, ມອບ, ໂອນໃຫ້ ຜູ້ລົງທຶນຕາມອາຍຸສັນຍາພັດທະນາ ພາຍຫຼັງທີ່ໄດ້ພັດທະນາ ສຳເລັດຢ່າງໜ້ອຍ ສີ່ສີບຫ້າ ສ່ວນຮ້ອຍ (45%) ຂອງ ແຜນພັດທະນາໃນ ແຕ່ລະໄລຍະ ຕາມທີ່ໄດ້ກຳນົດໄວ້ໃນແຜນແມ່ບົດການພັດທະນາ ໂດຍມີການຢັ້ງຢືນຂອງຄະນະຄຸ້ມຄອງເຂດ.
ມາດຕາ 42 ນະ ໂຍບາຍອື່ນ
ຜູ້ພັດທະນາ ເຂດໄດ້ຮັບນະໂຍບາຍຊ່ວຍໜູນການລົງທຶນຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ.
ຜູ້ພັດທະນາ ຈະໄດ້ຮັບນະໂຍບາຍສົ່ງເສີມເພີ່ມເຕີມບົນພື້ນຖານການເຈລະຈາ ແລະ ການຕົກລົງ ໃນສັນຍາ ໂດຍຕາມເງື່ອນໄຂ, ທີ່ຕັ້ງ, ຈຸດພິເສດ ເປັນຕົ້ນ ເຂດຫ່າງໄກສອກຫຼີກ, ກິດຈະການ ທີ່ ລັດຖະບານ ສົ່ງເສີມພິເສດ.
ໝວດທີ 7
ນະໂຍບາຍສົ່ງເສີມຕໍ່ຜູ້ລົງທຶນ
ມາດຕາ 43 ນະໂຍບາຍການສົ່ງເສີມ ດ້ານພາສີ, ສ່ວຍສາອາກອນ
ຜູ້ລົງທຶນໄດ້ຮັບນະໂຍບາຍດ້ານພາສີ, ສ່ວຍສາອາກອນ ດັ່ງນີ້:
- ນະໂຍບາຍດ້ານພາສີ, ສ່ວຍສາອາກອນ ກ່ຽວກັບ ການນຳເຂົ້າ ແລະ ສົ່ງອອກ ປະຕິບັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າ ດ້ວຍການສົ່ງເສີມການລົງ ທຶນ;
- ການລົງທຶນ ໃນກິດຈະການ ຕາມຂະແໜງການ ທີ່ໄດ້ກຳນົດໄວ້ໃນ ມາດຕາ 9 ຂອງ ກົດໝາຍ ວ່າດ້ວຍ ການສົ່ງເສີມ ການລົງທຶນ ຈະໄດ້ ຮັບການຍົກເວັ້ນອາກອນ ກຳໄລ ເພີ່ມອີກ ສອງປີ ຈາກ ໄລຍະຍົກເວັ້ນອາກອນກໍາໄລ ຕາມທີ່ໄດ້ ກຳນົດໄວ້ໃນ ມາດຕາ 11 ວັກ 2 ແລະ ວັກ 3 ຂອງ ກົດໝາຍ ວ່າດ້ວຍ ການສົ່ງເສີມ ການ ລົງທຶນ; ນອກຈາກນີ້ ສຳລັບ ການລົງທຶນ ໃນກິດຈະການຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 9 ຂໍ້ 3, 4, 5 ແລະ ຂໍ້ 6 ຂອງ ກົດໝາຍ ວ່າດ້ວຍການ ສົ່ງເສີມ ການລົງທຶນຫຼັງຈາກສິ້ນສຸດໄລຍະຍົກ ເວັ້ນອາກອນ ກຳໄລ ແລ້ວຈະ ໄດ້ ເສຍສາມສີບຫ້າສ່ວນຮ້ອຍ (35%) ຂອງ ອັດຕາອາກອນ ກຳໄລ ຕາມທີ່ ໄດ້ກຳນົດໄວ້ ໃນກົດໝາຍ ວ່າດ້ວຍ ສ່ວຍອາກອນ ພາຍໃນ ກຳນົດຫ້າປີ; ຫຼັ້ງຈາກນັ້ນໃຫ້ ເສຍອາກອນກຳໄລຕາມທີ່ ກຳນົດໄວ້ ໃນກົດໝາຍ ວ່າດ້ວຍ ສ່ວຍອາກອນ.
- ການກໍ່ສ້າງ ໂຮງງານ ເພື່ອທຳການຜະລິດສົ່ງອອກ ຕ່າງປະເທດຮ້ອຍສ່ວນຮ້ອຍ (100%) ຈະໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແລະ ໄດ້ຮັບນະໂຍບາຍສຳລັບ ການຊົມໃຊ້ ກະແສໄຟຟ້າ ແລະ ນ້ຳປະປາ ເຂົ້າໃນການຜະລິດໂດຍໃຫ້ເສຍຫ້າສິບສ່ວນຮ້ອຍ (50%) ຂອງອັດຕາອາກອນມູນຄ່າເພີ່ມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ວ່າດ້ວຍ ສ່ວຍອາກອນມູນຄ່າເພີ່ມ.
- ສຳລັບ ການກໍ່ສ້າງ ແລະ ພັດທະນາ ພື້ນຖານໂຄງລ່າງຮັບໃຊ້ ການດຳເນີນ ທຸລະກິດຂອງ ຜູ້ລົງທຶນໃນຂະແໜງ ກິດຈະການ ທີ່ບໍ່ແມ່ນ ການຜະລິດເພື່ອສົ່ງອອກຮ້ອຍສ່ວນຮ້ອຍໃຫ້ ເສຍຫ້າສິບສ່ວນຮ້ອຍ (50%) ຂອງ ອັດຕາອາກອນມູນຄ່າເພີ່ມຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍສ່ວຍອາກອນມູນຄ່າເພີ່ມ.
- ການນຳເຂົ້າວັດຖຸດິບ, ວັດຖຸປະກອບ ແລະ ຊີ້ນສ່ວນ ທີ່ຮັບໃຊ້ການຜະລິດ, ການປຸງແຕ່ງ ຫຼື ປະກອບ ຢູ່ພາຍໃນ ເຂດເສດຖະກິດພິເສດ ເພື່ອເປັນສິນຄ້າ ຈຳໜ່າຍ ພາຍໃນ ປະເທດ ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບ ການກ່ຽວຂ້ອງ ກັບ ພາສີ ແລະ ສ່ວຍອາກອນ.
ນອກຈາກນີ້ຜູ້ລົງທຶນຍັງໄດ້ຮັບນະໂຍບາຍດ້ານ ອາກອນອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.
ມາດຕາ 44 ນະ ໂຍບາຍ ສົ່ງ ເສີມ ດ້ານ ການ ນຳ ໃຊ້ ທີ່ ດິນ ແລະ ອະສັງຫາລິມມະ ຊັບ
ຜູ້ລົງທຶນມີສິດໃຊ້ທີ່ດິນທີ່ຕົນໄດ້ເຊົ່າໂດຍສາມາດເອົາສິດດັ່ງກ່າວໃຫ້ຕໍ່ ຫຼື ມອບ,ໂອນໃຫ້ຜູ້ລົງທຶນອື່ນຕາມອາຍຸສັນຍາເຊົ່າແຕ່ສູງສຸດບໍ່ໃຫ້ເກີນອາຍຸສັນຍາພັດທະນາ ທີ່ເຫຼືອໂດຍ ມີການຢັ້ງຢືນ ຂອງຄະນະຄຸ້ມຄອງເຂດ.
ຜູ້ທີ່ໄດ້ກຳມະສິດໃນ ອະສັງຫາລິມະຊັບຢູ່ໃນຂສພ ແມ່ນສາມາດເປັນເຈົ້າກຳມະສິດ ໄປຕະຫຼອດ ຈົນໝົດ ອາຍຸການນຳໃຊ້ອະສັງຫາລິມະຊັບນັ້ນຊື່ງສາມາດຂາຍ, ມອບ, ໂອນ ຫຼື ສຶບທອດຕໍ່ໄດ້, ສ່ວນທີ່ດິນບອນ ອະສັງຫາລິມະຊັບນັ້ນ ຕັ້ງຢູ່ພາຍຫຼັງໝົດສັນຍາອາຍຸພັດທະນາແລ້ວ ແມ່ນກັບມາປັນຊັບສິນຂອງລັດຊື່ງເຈົ້າກຳມະສິດ ຂອງອະສັງຫາລິມະຊັບ ນັ້ນສາມາດເຊົ່າທີ່ດິນນຳລັດ ຫຼື ດ້ວຍວິທີການອື່ນ ໂດຍສອດຄ່ອງຕາມລະບຽບກົດໝາຍ.
ຄົນຕ່າງປະເທດທີ່ໄດ້ກຳມະສິດອະສັງຫາລິມະຊັບ (ສິ່ງປຸກສ້າງທີ່ຢູ່ອາໄສພາຍໃນເຂດ) ໂດຍໄດ້ມີການຊຳລະໂຕຈິງ 100,000 ໂດລາ ສະຫະລັດຂື້ນໄປ ພ້ອມດ້ວຍ ເມຍ ຫຼື ຜົວ ແລະ ລູກຈະໄດ້ຮັບນະໂຍບາຍ ວິຊາ ເຂົ້າ-ອອກ ຫຼາຍເທື່ອຄັ້ງທຳອິດເປັນເວລາສີບປີ ແລະ ສາມາດຕໍ່ໄດ້, ນອກຈາກນີ້ຍັງໄດ້ ຮັບການອຳນວຍຄວາມສະດວກອື່ນໆ ຕາມການຕົກລົງຂອງ ລັດຖະບານໃນແຕ່ລະໄລຍະ.
ສໍາລັບຄົນຕ່າງປະເທດ ທີ່ມີສັນຍາເຊົ່າອະສັງຫາລິມະຊັບ(ສິ່ງປຸກສ້າງທີ່ຢູ່ອາໄສພາຍໃນເຂດ) ຈາກເຈົ້າຂອງກຳມະສິດ ແລະ ມີກຳນົດເວລາ ຢູ່ ສປປ ລາວ ສາມເດືອນຂຶ້ນໄປ ຈະໄດ້ຮັບນະໂຍບາຍ ວີຊາ ເຂົ້າ-ອອກ ຫຼາຍເທື່ອ.
ມາດຕາ 45 ນະໂຍບາຍອື່ນ
ຜູ້ລົງທຶນໄດ້ຮັບນະໂຍບາຍ ຊ່ວຍໜູນການລົງທຶນຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ການສົ່ງເສີມ ການລົງທຶນ.
ໝວດ ທີ 8
ກົນໄກການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ
ມາດຕາ 46 ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມສຳລັບຜູ້ພັດທະນາ ເຂດ
ນະໂຍບາຍສົ່ງເສີມ ຂອງຜູ້ພັດທະນາເຂດໄດ້ກຳນົດໄວ້ໃນໃບອະນຸຍາດລົງທຶນ.
ການຈັດຕັ້ງປະຕິບັດນະໂຍບາຍ ສົ່ງເສີມ ດ້ານພາສີ, ສ່ວຍອາກອນ ມີດັ່ງນີ້:
- ຂະແໜງ ການເງີນເປັນຜູ້ຈັດຕັ້ງປະຕິບັດການໃຫ້ນະໂຍບາຍດ້ານພາສີ, ສ່ວຍອາກອນຕາມທີ່ໄດ້ກຳນົດໄວ້ໃນໃບອະນຸຍາດລົງທຶນ;
- ການຍົກເວັ້ນພາສີ, ອາກອນນຳເຂົ້າ ວັດຖຸດິບ, ອຸປະກອນ ແລະ ພາຫະນະນຳໃຊ້ການຜະລິດໂດຍກົງຂອງຜູ້ພັດທະນາເຂດຕ້ອງສະເໜີແຜນນຳເຂົ້າຕໍ່ຫ້ອງການ ສົ່ງເສີມ ແລະ ຄຸ້ມຄອງ ເຂດ ເສດຖະກິດພິເສດ ເພື່ອປະສານ ກັບ ຂະ ແໜງການກ່ຽວຂ້ອງ ພິຈາລະນາຮັບຮອງ.
- ການນຳເຂົ້າໂຕຈິງ ໃຫ້ຂະແໜງພາສີ, ອາກອນ ເປັນຜູ້ຈັດຕັ້ງປະຕິບັດຕາມແຜນນຳເຂົ້າທີ່ໄດ້ຮັບຮອງເອົາແລ້ວ. ໃນກໍລະນີ ທີ່ຄວາມຕ້ອງການນຳເຂົ້າເພີ່ມ ຫຼື ຫຼຸດຕາມຄວາມຈຳເປັນຕ້ອງສະເໜີຕໍ່ ຫ້ອງການ ສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ພິຈາລະນາ.
ມາດຕາ 47 ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມສຳລັບຜູ້ລົງທຶນ
ນະໂຍບາຍສົ່ງເສີມສຳລັບຜູ້ລົງທຶນ ໄດ້ກຳນົດໄວ້ໃນໃບສົ່ງເສີມການລົງທຶນ.
ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມດ້ານພາສີ, ສ່ວຍອາກອນມີດັ່ງນີ້:
1. ຂະແໜງການເງີນເປັນຜູ້ຈັດຕັ້ງປະຕິບັດການ ໃຫ້ນະໂຍບາຍດ້ານພາສີ, ສ່ວຍອາກອນຕາມທີ່ໄດ້ກຳນົດໄວ້ ໃນໃບສົ່ງເສີມການລົງທຶນ;
2. ການຍົກເວັ້ນພາສີ, ອາກອນນຳເຂົ້າວັດຖຸດິບ, ອຸປະກອນ ແລະ ພາຫະນະນຳໃຊ້ການຜະລິດໂດຍກົງຂອງຜູ້ລົງທຶນ ຕ້ອງສະເໜີແຜນນຳເຂົ້າປະຈຳປີ ຕໍ່ຄະນະຄຸມຄອງເຂດ ພິຈາລະນາຮັບຮອງ ໂດຍຜ່ານການປະສານສົມທົບກັບຂະແໜງການກ່ຽວຂ້ອງ;
3. ການນຳເຂົ້າໂຕຈິງ ໃຫ້ຂະແໜງພາສີ, ອາກອນ ເປັນຜູ້ຈັດຕັ້ງປະຕິບັດ ຕາມແຜນນຳເຂົ້າທີ່ໄດ້ຮັບຮອງເອົາແລ້ວ. ໃນກໍລະນີທີຄວາມຕ້ອງການນຳເຂົ້າເພີ່ມ ຫຼື ຫຼຸດຕາມຄວາມຈຳເປັນ ຕ້ອງສະເໜີຄະນະຄຸມຄອງພິຈາລະນາ.
ມາດຕາ 48 ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມອື່ນ
ຄະນະຄຸມຄອງເຂດ ເປັນໃຈກາງປະສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕີລາຄາຢັ້ງຢືນການປະກອບສ່ວນຂອງຜູ້ພັດທະນາເຂດ ແລະ ຜູ້ລົງທຶນ ເພື່ອລາຍງານຄະນະກຳມະການສົ່ງເສີມ ແລະ ຄຸມຄອງການລົງທຶນ ຂັ້ນແຂວງ ພິຈາລະນານະໂຍບາຍສົ່ງເສີມ, ຍ້ອງຍໍ ຫຼື ຫຼຸດຜ່ອນອັດຕາພາສີ, ອາກອນຕາມ ລະບຽບການ.
ໝວດທີ 9
ທີ່ດິນເຂດເສດຖະກິດພິເສດ
ມາດຕາ 49 ການກຳນົດທີ່ດິນເຂດເສດຖະກິດພິເສດ
ລັດ ຈັດສັນທີ່ດິນສະເພາະໜ້າດິນ ຊື່ງບໍ່ກວມເອົາຊັບສົມບັດ ແລະ ຊັບພະຍາກອນທຳມະຊາດອື່ນ ທີ່ຢູ່ໜ້າດິນ ແລະ ພື້ນດິນ ເພື່ອສ້າງຕັ້ງເຂດເສດຖະກິດພິເສດ ໂດຍສອດຄ່ອງກັບແຜນການຈັດສັນທີ່ດິນ ແຫ່ງຊາດ.
ມາດຕາ 50 ການປັກຫຼັກເຂດສຳປະທານ
ພາຍຫຼັງໄດ້ເຊັນສັນຍາພັດທະນາເຂດເສດຖະກິດພິເສດແລ້ວ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ປະສານສົມທົບກັບຂະແໜງການ, ອົງການປົກຄອງທ່ອງຖິ່ນທີ່ກ່ຽວຂ້ອງ ແລະ ຜູ້ພັດທະນາເຂດ ປັກຫຼັກເຂດສຳປະທານ ຕາມການອະນຸມັດ ຂອງລັດຖະບານ.
ມາດຕາ 51 ການອອກໃບຢັ້ງຢືນສິດນຳໃຊ້ທີ່ດິນ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກໃບຢັ້ງຢືນສິດນຳໃຊ້ທີ່ດິນ ໃຫ້ແກ່ຜູ້ພັດທະນາເຂດ.
ຄະນະຄຸມຄອງເຂດ ເປັນຜູ້ອອກໃບຢັ້ງຢືນກ່ຽວກັບການນຳໃຊ້ທີ່ດິນ ຢູ່ໃນເຂດເສດຖະກິດພິເສດ ໃຫ້ແກ່ຜູ້ລົງທຶນ
ມາດຕາ 52 ການນໍາໃຊ້ພື້ນທີ່ດິນ
ຜູ້ພັດທະນາເຂດ ແລະ ຜູ້ລົງທຶນ ນຳໃຊ້ພື້ນທີ່ດິນເຂົ້າໃນເປົ້າໝາຍການດຳເນີນທຸລະກິດໂດຍກົງ ບໍ່ໃຫ້ເກີນແປດສິບສ່ວນຮ້ອຍ (80%) ຂອງເນື້ອທີ່ທັງໝົດ, ສ່ວນທີ່ເຫຼືອ ໃຫ້ພັດທະນາເປັນພື້ນທີ່ສາທາລະນະປະໂຫຍດເປັນຕົ້ນ ສວນສາທາລະນະ, ພື້ນທີ່ສີຂຽວ.
ມາດຕາ 53 ການທົດແທນຄ່າເສຍຫາຍ
ໃນກໍລະນີການກຳນົດເຂດພື້ນທີ່ດິນ ທີ່ສ້າງຕັ້ງເປັນເຂດເສດຖະກິດພິເສດ ຫາກກວມເອົາທີ່ລັດ ໄດ້ອອກສິດນຳໃຊ້ໃຫ້ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ຕ້ອງໃຊ້ແທນຄ່າເສຍຫາຍ ຕາມສັນຍາພັດທະນາ, ກົດໝາຍ ແລະ ລະບຽບການ.
ອົງການປົກຄອງທ້ອງຖິ່ນ ບ່ອນເຂດເສດຖະກິດພິເສດຕັ້ງຢູ່ ມີໜ້າທີ່ໃນການຈັດສັນ, ສຳຫຼວດ, ແກ້ໄຂ ແລະ ປະເມີນກ່ຽວກັບບັນຫາທີ່ດິນ ເພື່ອໃຊ້ແທນຄ່າເສຍຫາຍ ຕໍ່ຜູ້ໄດ້ຮັບຜົນກະທົບຈາກໂຄງການ.
ໝວດ 10
ການຄຸມຄອງ ແລະ ການກວດກາ
ມາດຕາ 54 ອົງການຄຸ້ມຄອງວຽກງານເຂດເສດຖະກິດພິເສດ
ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານເຂດເສດຖະກິດພິເສດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
ອົງການຄຸ້ມຄອງວຽກງານເຂດເສດຖະກິດພິເສດ ປະກອບດ້ວຍ:
1. ກະຊວງແຜນການ ແລະ ການລົງທຶນ;
2. ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ;
3. ຄະນະຄຸ້ມຄອງເຂດ;
4. ອົງການປົກຄອງແຂວງ, ນະຄອນຫຼວງ;
5. ຂະແໜງການອື່ນ;
ມາດຕາ 55 ສິດ ແລະ ໜ້າທີ່ຂອງກະຊວງແຜນການ ແລະ ການລົງທຶນ
ໃນການຄຸ້ມຄອງວຽກງານເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ວາງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບເຂດເສດຖະກິດພິເສດເພື່ອສະເໜີລັດຖະບານ ພິຈາລະນາ;
2. ສ້າງແຜນການ, ອອກຂໍ້ຕົງລົງ, ຄໍາສັ່ງ ແລະ ຄໍາແນະນໍາ ກ່ຽວກັບວຽກງານເຂດເສດຖະກິດພິເສດ;
3. ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ;
4. ຄົ້ນຄວ້າກ່ຽວກັບການສ້າງຕັ້ງ ຫຼື ການຍຸບເລີກເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ເພື່ອສະເໜີຄະນະສົ່ງເສີມ ແລະ ຄຸມຄອງການລົງທຶນຂັ້ນສູນກາງ ແລະ ລັດຖະບານພິຈາລະນາ;
5. ຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ;
6. ຄົ້ນຄວ້າພິຈາລະນາຄຳສະເໜີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບການກະທຳ ຫຼື ການຕົກລົງບັນຫາ ທີ່ເປັນການລະເມີດກົດໝາຍ ກ່ຽວກັບວຽກງານເຂດເສດຖະກິດພິເສດ;
7. ຄົ້ນຄວ້າ ແລະ ສະເໜີມາດຕະການ, ວິທີການແກ້ໄຂການກະທຳທີ່ລະເມີດກົດໝາຍ ໃນການປະຕິບັດວຽກງານເຂດເສດຖະກິດພິເສດ ໃຫ້ມີຄວາມໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
8. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບເຂດເສດຖະກິດພິເສດ;
9. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານເຂດເສດຖະກິດພິເສດ;
10. ສະຫຼຸບ, ສັງລວມ, ຕີລາຄາປະເມີນຜົນ ແລະ ລາຍງານການເຄື່ອນໄຫວວຽກງານເຂດເສດຖະກິດພິເສດ ໃຫ້ລັດຖະບານຢ່າງເປັນປົກກະຕິ;
11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົກໄວ້ ໃນກົດໝາຍ, ລະບຽບການ ແລະ ຕາມການມອບ ໝາຍຂອງລັດຖະບານ.
ມາດຕາ 56 ສິດ ແລະໜ້າທີ່ ຂອງຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ
ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ມີຖານະເທົ່າກົມ ຂື້ນກັບກະຊວງແຜນການ ແລະ ການລົງທຶນ ໂດຍໄດ້ຮັບການຊີ້ນຳຈາກລັດຖະມົນຕີ, ຮອງລັດຖະມົນຕີ ຕາມການມອບໝາຍ.
ໃນການຄຸ້ມຄອງວຽກງານເຂດເສດຖະກິດພິເສດ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ເປັນເສນາທິການໃຫ້ກະຊວງແຜນການ ແລະ ການລົງທຶນ ໃນການຄົ້ນຄວ້າ, ວາງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບເຂດເສດຖະກິດພິເສດ;
2. ຄົ້ນຄວ້າອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ທາງດ້ານວິຊາການ ໃນການຈັດຕັ້ງປະຕິບັດວຽກງານເຂດເສດຖະກິດພິເສດ;
3. ຜັນຂະຫຍາຍ, ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບເຂດເສດຖະກິດພິເສດ ແລະ ຊີ້ນຳຈັດຕັ້ງປະຕິບັດ ຕາມຄວາມຮັບຜິດຊອບຂອງຕົນ;
4. ຄົ້ນຄວ້າ ກ່ຽວກັບການສ້າງຕັ້ງ ຫຼື ການຍຸບເລີກ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ ເພື່ອສະເໜີກະຊວງແຜນການ ແລະ ການລົງທຶນ ພິຈາລະນາ;
5. ຄົ້ນຄວ້າ ກ່ຽວກັບການອະນຸມັດ ແລະ ການຍົກເລີກກິດຈະການທີ່ຢູ່ໃນບັນຊີຄວບຄຸມທີ່ບໍ່ຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງຄະນະຄຸມຄອງເຂດ ເພື່ອສະເໜີຄະນະສົ່ງເສີມ ແລະ ຄຸມຄອງການລົງທຶນ ຂັ້ນສູນກາງພິຈາລະນາ;
6. ຄົ້ນຄວ້າ ປະກອບຄຳເຫັນ ກ່ຽວກັບການສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຫົວໜ້າ, ຮອງຫົວໜ້າຄະນະຄຸມຄອງເຂດ;
7. ຄົ້ນຄວ້າ ແລະ ສະເໜີມາດຕະການ, ວິທີການແກ້ໄຂ ການກະທຳທີ່ລະເມີດກົດໝາຍ ໃນການປະຕິບັດວຽກງານເຂດເສດຖະກິດພິເສດ ໃຫ້ມີຄວາມໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຕໍ່ ກະຊວງແຜນການ ແລະ ການລົງທຶນ ພິຈາລະນາ;
8. ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດວຽກງານເຂດເສດຖະກິດພິເສດ;
9. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານເສດຖະກິດພິເສດ ຕາມການມອບໝາຍ ຂອງຂັ້ນເທິງ;
10. ຮັບຄຳຮ້ອງ,ຄຳສະເໜີ ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ ກ່ຽວກັບຂໍ້ຫຍຸ້ງຍາກຕ່າງໆ ໃນການດຳເນີນທຸລະກິດ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂ;
11. ຈັດກອງປະຊຸມ ປະຈຳຫົກເດືອນ ຫຼື ໜຶ່ງປີ ຮ່ວມກັບຄະນະຄຸມຄອງເຂດ ແລະ ຜູ້ພັດທະນາ;
12. ສະຫຼຸບ, ສັງລວມ, ຕີລາຄາປະເມີນຜົນ ແລະ ລາຍງານການເຄື່ອນໄຫວວຽກງານເຂດເສດຖະກິດພິເສດ ໃຫ້ກະຊວງແຜນການ ແລະ ການລົງທຶນຢ່າງເປັນປົກກະຕິ;
13. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຂັ້ນເທິງ;
ມາດຕາ 57 ສິດ ແລະ ໜ້າທີ່ຂອງຄະນະຄຸ້ມຄອງເຂດ
ໃນການຄຸ້ມຄອງວຽກງານເຂດເສດຖະກິດພິເສດ, ຄະນະຄຸ້ມຄອງເຂດ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດສັນຍາພັດທະນາ, ແຜນແມ່ບົດການພັດທະນາເຂດ, ແຜນງານ ແລະ ໂຄງການການລົງທຶນ ໃນແຕ່ລະໄລຍະ;
2. ພິຈາລະນາອະນຸມັດ ການລົງທຶນໃນເຂດເສດຖະກິດພິເສດ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ; ອອກໃບຢັ້ງຢືນສິດນຳໃຊ້ທີ່ດິນ, ອະສັງຫາລິມະຊັບ, ສີ່ງປຸກສ້າງຕ່າງໆພາຍໃນເຂດ, ເອກະສານ ກ່ຽວກບການນຳເຂົ້າ-ສົ່ງອອກສິນຄ້າ, ວັດຖຸປະກອນຮັບໃຊ້ການຜະລິດ, ການກໍ່ສ້າງພື້ນຖານໂຄງລ່າງ; ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ; ຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ໂດຍສອດຄ່ອງກັບ ລະບຽບການ;
3. ໂຄສະນາດຶງດູດ ການພັດທະນາ ຫຼື ການລົງທຶນ ໃນເຂດເສດຖະກິດພິເສດ ລວມທັງເຜີຍແຜ່ກົດໝາຍ ແລະ ລະບຽບການ, ຂໍ້ມູນຂ່າວສານ ກ່ຽວກັບເຂດເສດຖະກິດພິເສດ;
4. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ບ່ອນເຂດເສດຖະກິດພິເສດຕັ້ງຢູ່ ເພື່ອຮັບປະກັນວຽກງານ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄຸ້ມຄອງຜູ້ຢູ່ອາໄສ ແລະ ຜູ້ອອກແຮງງານພາຍໃນເຂດ;
5. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຂໍການມອບສິດ ໃນການພິຈາລະນາອອກໃບຢັ້ງຢືນ ການມອບເລກປະຈຳຕົວຜູ້ເສຍອາກອນ ແລະ ການເກັບອາກອນ, ໃບອະນຸຍາດການປຸກສ້າງ, ໃບຢັ້ງຢືນບົດປະເມີນຜົນກະທົບດ້ານສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ, ບັດອະນຸຍາດອອກແຮງງານ, ບັດພັກເຊົາ ແລະ ເອກະສານອື່ນ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານເຂດເສດຖະກິດພິເສດ ມີຄວາມສະດວກຄ່ອງຕົວ;
6. ປະສານສົມທົບກັບຜູ້ພັດທະນາເຂດ, ຜູ້ລົງທຶນ ແລະ ອົງການປົກຄອງທ້ອງຖິ່ນ ໃນການສ້າງໂຄງການພັດທະນາ ທີ່ມີສ່ວນຮ່ວມກັບປະຊາຊົນ ແລະ ໂຄງການພື້ນຖານໂຄງລ່າງໃນເຂດເຊື່ອມຕໍ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ;
7. ຕິດຕາມການປະຕິບັດພັນທະຕ່າງໆຕາມສັນຍາ, ລາຍຮັບ-ລາຍຈ່າຍຕ່າງໆ ຂອງເຂດເສດຖະກິດພິເສດ ຕາມຂອບເຂດສິດທີ່ໄດ້ກຳນົດໄວ້ ໃນດຳລັດສະບັບນີ້;
8. ກຳນົດມາດຕະການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການພັດທະນາແບບຍືນຍົງ;
9. ຄຸ້ມຄອງຈັດສັນ ແລະ ນຳໃຊ້ທີ່ດິນ, ສີ່ງປຸກສ້າງຕ່າງໆ ຕາມລະບຽບການ;
10. ຈັດກອງປະຊຸມປະຈຳເດືອນ ເພື່ອປືກສາຫາລື ແກ້ໄຂວຽກງານຂອງຕົນ;
11. ສະຫຼຸບລາຍງານການເຄື່ອນໄຫວປະຈຳອາທິດ, ເດືອນ, ໄຕມາດ, ຫົກເດືອນ, ປີ ພ້ອມທັງສັງລວມບັນຊີ ການອະນຸມັດກິດຈະການລົງທຶນໃນເຂດ ໃຫ້ຂະແໜງການແຜນການ ແລະ ການລົງທຶນ, ອົງການປົກຄອງ ຂັ້ນແຂວງ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນແຂວງ ແລະ ຂັ້ນສູນກາງ; ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ;
ມາດຕາ 58 ສິດ ແລະ ໜ້າທີ່ອົງການປົກຄອງແຂວງ, ນະຄອນຫຼວງ
ໃນການຄຸ້ມຄອງວຽກງານເຂດເສດຖະກິດພິເສດ, ອົງການປົກຄອງແຂວງ, ນະຄອນຫຼວງບ່ອນເຂດເສດຖະກິດພິເສດ ຕັ້ງຢູ່ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
1. ໂຄສະນາ, ເຜີຍແຜ່ ນະໂຍບາຍການພັດທະນາເຂດເສດຖະກິດພິເສດ ໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ການສະໜັບສະໜູນ;
2. ຊີ້ນຳ, ຊຸກຍູ້, ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ເຂດເສດຖະກິດພິເສດ ຢູ່ແຂວງ, ນະຄອນຫຼວງຂອງຕົນ ໄດ້ເຄື່ອນໄຫວວຽກງານການພັດທະນາເຂດເສດຖະກິດພິເສດ;
3. ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາດ້ານວັດທະນະທຳ-ສັງຄົມ, ການສ້າງໂຄງການ ແລະ ການຂຶ້ນແຜນການລົງທຶນ ເພື່ອກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ການຮອງຮັບ, ການສະໜັບສະໜູນ ຫຼື ການເຊື່ອມຕໍ່ກັບເຂດເສດຖະກິດພິເສດ ໃນທ້ອງຖິ່ນ ຂອງຕົນ;
4. ສ້າງກິດຈະກຳ ທີ່ຕິດພັນກັບການພັດທະນາເຂດເສດຖະກິດພິເສດ ເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ ຮ່ວມເປັນຕົ້ນ ການສ້າງກິດຈະການປິ່ນອ້ອມ, ການຜະລິດ ແລະ ການສະໜອງວັດຖຸດິບ, ຜະລິດຕະພັນ, ສະບຽງອາຫານ ແລະ ອື່ນໆ;
5. ຈັດສັນ,ສຳຫຼວດ, ແກ້ໄຂ ແລະ ປະເມີນກ່ຽວກັບບັນຫາທີ່ດິນ ເພື່ອໃຊ້ແທນຄ່າເສຍຫາຍ ຕໍ່ຜູ້ໄດ້ຮັບຜົນກະທົບຈາກໂຄງການ;
6. ປະສານສົມທົບກັບຄະນະຄຸ້ມຄອງເຂດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ອຳນວຍຄວາມສະດວກໃນການພັດທະນາເຂດເສດຖະກິດພິເສດ;
7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດມາຍ ແລະ ລະບຽບການ.
ມາດຕາ 59 ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ
ຂະແໜງການອື່ນທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບຕາມພາລະບົດບາດຂອງຕົນ ໃນການຮ່ວມມື, ປະສານສົມທົບ, ອຳນວຍຄວາມສະດວກໃຫ້ຄະນະຄຸ້ມຄອງເຂດໃນການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ ຕາມທີ່ໄດ້ກຳນົດໄວ້ ໃນດຳລັດສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ໂດຍແຕ່ງຕັ້ງບຸກຄະລາກອນຂອງຕົນ ປະກອບເຂົ້າໃນໜ່ວຍງານບໍລິການລົງທຶນປະຕູດຽວໃນເຂດ.
ມາດຕາ 60 ການກວດກາ
ການກວດກາວຽກງານເຂດເສດຖະກິດພິເສດ ໂດຍຫຼັກການໃຫ້ປະຕິບັດຕາມທີ່ກຳນົດໄວ້ ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ.
ອົງການກວດກາພາຍໃນ ແມ່ນອົງການດຽວກັນກັບອົງການຄຸ້ມຄອງ ວຽກງານເຂດເສດຖະກິດພິເສດ ຕາມທີ່ໄດ້ກຳນົດໄວ້ ໃນດຳລັດສະບັບນີ້.
ໝວດທີ 11
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 61 ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະຕິບັດ ດຳລັດສະບັບນີ້ ເປັນຕົ້ນມາ ການພັດທະນາ, ການຄຸ້ມຄອງ ແລະ ການລົງທຶນຢູ່ໃນເຂດເສດຖະກິດພິເສດ ທີ່ມີປະສິດທິຜົນ, ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດຶງດູດ ແລະ ການຊຸກຍູ້ ການພັດທະນາເຂດເສດຖະກິດພິເສດ ຫຼື ການລົງທຶນໃນເຂດເສດຖະກິດພິເສດ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນໆ ຕາມລະບຽບການ.
ມາດຕາ 62 ມາດຕະການຕໍ່ຜູ້ລະເມີດ
ນອກຈາກມາດຕະການທີ່ໄດ້ກຳນົດໄວ້ ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລ້ວບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ລະເມີດດຳລັດສະບັບນີ້ ຍັງຈະຖືກປະຕິບັດມາດຕະການຕ່າງໆ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.
ການລະເມີດກ່ຽວກັບການບໍ່ເສຍພັນທະດ້ານພາສີ, ສ່ວຍອາກອນ, ການລະເມີດສັນຍາສຳປະທານ, ການປຸກສ້າງອາຄານ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ການລະເມີດອື່ນໆ ໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.
ໝວດທີ 12
ບົດບັນຍັດສຸດທ້າຍ
ມາດຕາ 63 ການຈັດຕັ້ງປະຕິບັດ
ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານສົມທົບກັບ ກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ດຳລັດສະບັບນີ້ ໃຫ້ມີປະສິດຕິຜົນ.
ກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ອົງການອື່ນທັງພາກລັດ ແລະ ເອກະຊົນ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ດຳລັສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 64 ຜົນສັກສິດ
ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍລັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.
ດຳລັດສະບັບນີ້ ປ່ຽນແທນດຳລັດ ວ່າດ້ວຍເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ສະບັບເລກທີ 443/ນຍ, ລົງວັນທີ 26 ຕຸລາ 2010 ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍນະໂຍບາຍເພີ່ມເຕີມຂອງການລົງທຶນ ຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ແລະ ຂພສ ໃນຂອບເຂດທົ່ວປະເທດ ສະບັບເລກທີ 73/ນຍ, ລົງວັນທີ 28 ກັນຍາ 2015.
ບັນດາເຂດເສດຖະກິດພິເສດ ທີ່ໄດ້ຮັບອະນຸຍາດ ແລະ ໄດ້ຮັບຜົນປະໂຫຍດ ພາຍໃຕ້ນິຕິກຳກ່ຽວກັບເຂດເສດຖະກິດພິເສດ ແລະ ສັນຍາທີ່ໄດ້ເຊັນກັບລັດຖະບານ ກ່ອນໜ້ານີ້ ແມ່ນບໍ່ມີການປ່ຽນແປງ ຈົນກວ່າຈະສິ້ນສຸດສັນຍາ. ຍົກເວັ້ນ ມາດຕາ 95 ແລະ ມາດຕາ 96 ຂອງດຳລັດວ່າດ້ວຍເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ສະບັບເລກທີ່ 433/ນຍ, ລົງວັນທີ 26 ຕຸລາ 2010 ແລະ ມາດຕາ 13 ຂອງຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 73/ນຍ, ລົງວັນທີ 28 ກັນຍາ 2015 ວ່າດ້ວຍນະໂຍບາຍເພີ່ມເຕີມຂອງການລົງທຶນ ຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ແລະ ຂພສ ໃນຂອບເຂດທົ່ວປະເທດ ແມ່ນໃຫ້ປະຕິບັດຕາມດຳລັດ ສະບັບນີ້.
ລັດຖະບານແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | Decree on Special Economic Zone No. 188/GoL, dated 07 June 2018 | |
2 | ດຳລັດ ວ່າດ້ວຍ ເຂດເສດຖະກິດພິເສດ ເລກທີ 188/ລບ, ລົງວັນທີ 07 ມິຖຸນາ 2018 |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.