ສສ ຫວຽດນາມ ຈະຢຸດຕິຊົ່ວຄາວການນໍາເຂົ້າຊົ່ວຄາວ, ການສົ່ງອອກຕໍ່ ໄມ້ທ່ອນ, ໄມ້ຕັບ ໃນກຸ່ມລະຫັດພາສີ HS: 44.03 ; 44.77 ເພື່ອສົ່ງອອກໄປຕໍ່ປະເທດທີສາມ ຕາມບັນຊີສິນຄ້ານໍາເຂົ້າ-ສົ່ງອອກຂອງ ສສ ຫວຽດນາມ ທີ່ຄັດຕິດແຈ້ງການສະບັບເລກທີ 65/2017/TT-BCT, ລົງວັນທີ 27 ເດືອນ 06 ປີ 2017 ຂອງກະຊວງການເງິນ ຕາມແຈ້ງການສະບັບເລກທີ 44/2018/TT-BCT, ລົງວັນທີ 15 ເດືອນ 11 ປີ 2018.

ຂໍ້ມູນພາບ: https://sommaipmc.wordpress.com ແລະ http://stockcargo.eu

 

ແຈ້ງການສະບັບເລກທີ 44/2018/TT-BCTແຈ້ງໃຫ້ຮູ້ວ່າເລີ່ມແຕ່ວັນທີ 01 ເດືອນ 01 ປີ 2019 ແມ່ນຈະເລີ່ມຢຸດຕິການອະນຸຍາດນໍາເຂົ້າ, ສົ່ງອອກຕໍ່ ປະເພດສິນຄ້າດັ່ງກ່າວ ຈົນຮອດວັນທີ 24 ເດືອນ 10 ປີ 2023. ດັ່ງນັ້ນ, ຈິ່ງແຈ້ງໃຫ້ບັນດາພາກທຸລະກິດ, ຫ້ອງການ, ອົງການຄຸ້ມຄອງ ຫຼື ອົງການຈັດຕັ້ງຕ່າງໆ ຮັບຊາບ ແລະ ຈັດຕັ້ງປະຕິບັດ. ແຈ້ງການສະບັບດັ່ງກ່າວ ແມ່ນສອດຄ່ອງກັບແນວທາງນະໂຍບາຍຂອງ ລັດຖະບານ ແຫ່ງ ສປປ ລາວ ເຊິ່ງນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ສະບັບເລກທີ 15/ນຍ, ລົງວັນທີ ວັນທີ 13 ເດືອນ 05 ປີ 2016 ໃນນັ້ນ, ໄດ້ລະບຸຢ່າງຊັດເຈນ ແມ່ນໃຫ້ຢຸດຕິການສົ່ງອອກ ໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫຼື ເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ແລະ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກຈາກປ່າທຳມະຊາດ ໄປຕ່າງປະເທດ ໃນທຸກກໍລະນີຢ່າງເດັດຂາດລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດຜ່ານແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ; ໃຫ້ປຸງແຕ່ງເປັນຜະລິດຕະພັນສຳ ເລັດຮູບ ຕາມມາດຖານທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.