ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມລ້ຽງສັດ ແລະ ການປະມົງ           ເລກທີ 1944/ກປລ
ນະຄອນຫຼວງວຽງຈັນ, ວັນທີ 27 JUL 2018

ແຈ້ງການ

ເຖິງ: ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ນະຄອນຫຼວງ
ເລື່ອງ: ແຈ້ງການນຳໃຊ້ແບບພິມ ສຳລັບ ການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ

- ອີງຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016;
- ອີງຕາມກົດໝາຍວ່າດ້ວຍການປະມົງ ສະບັບເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009;
- ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 3824/ກປ, ລົງວັນທີ 18 ສິງຫາ 2017;
- ອີງຕາມບົດບັນທຶກກອງປະຊູມຜ່ານຮ່າງແບບພິມ ກ່ຽວກັບຂັ້ນຕອນ ການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຄັ້ງວັນທີ 19 ມິຖຸນາ 2018.

ເພື່ອເປັນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ, ກົດໝາຍວ່າດ້ວຍການປະມົງ ແລະ ບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງໃຫ້ເປັນເອກະພາບກັນ ທັງສອດຄ່ອງຕາມເງື່ອນໄຂ ສະພາບຄວາມເປັນຈິງ ໂດຍສາມາດເຊື່ອມສານກັບກົດໝາຍ, ລະບຽບການອື່ນທີ່ກ່ຽວຂ້ອງລວມທັງລະບຽບການພາຍໃນ ແລະ ລະບຽບການສາກົນທີ່ ສປປ ລາວ ເປັນພາຄີ ໂດຍສະເພາະລະບຽບຂັ້ນຕອນ ການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ສັດ, ສັດນ້ຳ ແລະ ຜະລິດຕະພັນສັດ ແລະ ການປະມົງ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ການນຳໃຊ້ແບບພິມກ່ຽວກັບການຂໍ, ການອະນຸຍາດ ນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາກ່ອນ ແລະ ຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ກໍແມ່ນວິທີການນຶ່ງທີ່ຈະເປັນການອຳນວຍຄວາມສະດວກໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນທົ່ວໄປ ທີ່ປະກອບທຸລະກິດ ນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຊຶ່ງຈາກການຈັດຕັ້ງປະຕິບັດລະບຽບຂັ້ນຕອນດັ່ງກ່າວ ຈະເຮັດໃຫ້ເກີດຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ ແກ່ພາກລັດ ເວົ້າລວມ ເວົ້າສະເພາະແມ່ນຂະແໜງການລ້ຽງສັດ ແລະ ການປະມົງ ທັງຈະໄດ້ຮັບຄວາມຮ່ວມໄມ້ຮ່ວມມື ຈາກພາກສ່ວນທີ່ກ່ຽວຂ້ອງຕ່າງໆໃນການຈັດຕັ້ງປະຕິບັດເປັນຢ່າງດີ ດັ່ງນັ້ນ:

ກົມລ້ຽງສັດ ແລະ ການປະມົງ ອອກແຈ້ງການ ດັ່ງນີ້:

1. ອະນຸມັດໃຫ້ນຳໃຊ້ແບບພິມ ທີ່ມີທັງໝົດ 10 ແບບພິມ ຊຶ່ງປະກອບດ້ວຍ:

  1. ແບບພິມ ຂອຜ 1/Form IET 1 - ໃບຄຳຮ້ອງຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ;

  2. ແບບພິມ ຂອຜ 2/ Form IET 2 - ບົດບັນທຶກ ການກວດກາດ້ານວິຊາການກ່ຽວກັບການຂໍນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ກ່ອນການນຳເຂົ້າ; 

  3. ແບບພິມ ຂອຜ 3/ Form IET 3 - ບົດລາຍງານ; 

  4. ແບບພິມ ຂອຜ 4/ Form IET 4 - ໃບຢັ້ງຢືນການກວດກາເອກະສານ; 

  5. ແບບພິມ ຂອຜ 5/ Form IET 5 - ໃບແຈ້ງອະນຸມັດ/NOTIFICATION LETTER; 

  6. ແບບພິມ ຂອຜ 6/ Form IET 6 - ໃບຢັ້ງຢືນການກວດກາເອກະສານ/Document Inspection Certification; 

  7. ແບບພິມ ຂອຜ 7/ Form IET 7 - ໃບຢັ້ງຢືນການກວດກາ/Inspection Certification; 

  8. ແບບພິມ ຂອຜ 8/ Form IET 8 - ບົດບັນທຶກ ການຕິດຕາມກວດກາການເຄື່ອນຍ້າຍ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຫຼັງການນຳເຂົ້າ; 

  9. ແບບພິມ ຂອຜ 9/ Form IET 9 - ບົດບັນທຶກການລົງຕິດຕາມກວດກາສຸຂະພາບສັດ, ສັດນ້ຳ ໄລຍະກັກກັນ; 

  10. ແບບພິມ ຂອຜ 10/Form IET 10 - ໃບຢັ້ງຢືນສຸຂະພາບສັດ ຫຼື ສັດນ້ຳ (ໄລຍະກັກກັນ.......ວັນ).

2. ໃຫ້ນຳໃຊ້ ຂັ້ນຕອນການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ເຂົ້າ ສປປ ລາວ ຕາມແຜນວາດ 1 ທີ່ຄັດຕິດມາພ້ອມນີ້ ພ້ອມດຽວກັນກໍຕ້ອງພິມເຜີຍແຜ່ ແລະ ທຳຄວາເຂົ້າໃຈ ໃຫ້ຜູ້ປະກອບການ ແລະ ຜູ້ມີຈຸດປະສົງນຳເຂົ້າສັດ, ສັດນ້ຳ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ, ສັດນ້ຳ ແລະ ການປະມົງ ສາມາດເຂົ້າໃຈ ແລະ ປະຕິບັດຕາມຢ່າງກວ້າງຂວາງ;

3. ໃຫ້ພະແນກການກ່ຽວຂ້ອງຂອງກົມ ສົມທົບກັບ ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງ/ແຂວງ ເພື່ອຈັດຕັ້ງໂຄສະນາເຜີຍແຜ່ ບັນດານິຕິກຳຕ່າງໆ ຂອງຂະແໜງການລ້ຽງສັດ ແລະ ການປະມົງ ລວມທັງແບບພິມທີ່ກ່ຽວຂ້ອງ ໃນແຈ້ງການສະບັບນີ້ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍສະເພາະຜູ້ດຳເນີນທຸລະກິດກ່ຽວກັບການລ້ຽງສັດ, ການສັດຕະວະແພດ ແລະ ການປະມົງ ຫຼື ຜູ້ເຮັດການນຳເຂົ້າ, ສົ່ງອອກ, ຂົນສົ່ງຜ່ານສັດ, ສັດນ້ຳ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ, ສັດນ້ຳ ແລະ ການປະມົງ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ພ້ອມກັນຈັ້ດຕັ້ງປະຕິບັດຢ່າງໄດ້ຮັບຜົນດີ ແລະ ມີຄວາມເປັນເອກະພາບສູງ;

4. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງ/ແຂວງ ລົງສົມທົບ ນຳພາໜ່ວຍງານດ່ານກວດກາສັດຕະວະແພດສາກົນ ນະຄອນຫຼວງ/ແຂວງ, ໜ່ວຍງານລ້ຽງສັດ-ການປະມົງປະຈຳເມືອງ ຈັດຕັ້ງປະຕິບັດ ແລະ ນຳໃຊ້ແບບພິມ ທີ່ກຳນົດໃນແຈ້ງການສະບັບນີ້ ໂດຍການລົງສົມທົບກັບ ຫ້ອງການກະສິກຳ-ປ່າໄມ້ປະຈຳເມືອງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ;

5. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງ/ແຂວງ ພາຍຫຼັງຈັດຕັ້ງປະຕິບັດ ໃນໄລຍະນຶ່ງແລ້ວໃຫ້ສະຫຼຸບລາຍງານຜົນໄດ້ຮັບ, ຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ພະແນກກະສິກຳ-ປ່າໄມ້ ນະຄອນຫຼວງ/ແຂວງ ແລະ ກົມລ້ຽງສັດ-ການປະມົງ, ກະຊວງກະສິກຳ-ປ່າໄມ້ ຊາບເພື່ອມີວິທີປັບປຸງ ຫຼື ເສີມຂະຫຍາຍ ການຈັດຕັ້ງປະຕິບັດໃຫ້ໄດ້ດີຂຶ້ນຕື່ມອີກ;

6. ສຳລັບ ຄ່າທຳນຽມ ແລະ ຄ່າບໍລິການວິຊາການ ທີ່ຕິດພັນກັບການຈັດຕັ້ງປະຕິບັດແຈ້ງການນີ້ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ພາກທີ II ໝວດທີ VII ມາດຕາທີ 42 ຄ່າບໍລິການຂອງຂະແໜງການກະສິກຳ ແລະ ປ່າໄມ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ຫົວໜ້າກົມລ້ຽງສັດ ແລະ ການປະມົງ
ສົມພັນ ຈັນເພັງ

 

# ຫົວຂໍ້ ດາວໂຫຼດ
1 Notification on Using Application Form for Import-Export-In Transit and Imported Inspection of Animals, Aquatics, Animal-Fisheries Commodity No.1944/DLF, dated 27 July 2018 PDF
2 ແຈ້ງການ ກ່ຽວກັບ ການນຳໃຊ້ແບບພິມ ສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ເລກທີ 1944/ກລປ, ລົງວັນທີ 27 ກໍລະກົດ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.