ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ              ເລກທີ 0045 /ອຄ.ກທຄວ
ນະຄອນຫຼວງວຽງຈັນ, ວັນທີ 18 ມັງກອນ 2019

ຄໍາແນະນໍາ
ກ່ຽວກັບການອອກອະນຸຍາດດໍາເນີນທຸລະກິດ ໃນກິດຈະການອຸດສາຫະກໍາ ແລະ ການຄ້າ

- ອີງຕາມ ດຳລັດ  ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017.
- ອີງຕາມ ຄໍາສັ່ງ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018.
- ອີງຕາມ  ຂໍ້ຕົກລົງ  ວ່າດ້ວຍ ການຂຶ້ນທະບຽນວິສາຫະກິດ ສະບັບເລກທີ  0023/ອຄ.ກທຄວ, ລົງວັນທີ 09  ມັງກອນ 2019.

ເພື່ອຜັນຂະຫຍາຍເນື້ອໃນ ຂໍ້ 1.2 ຂອງ ຄໍາສັ່ງຂອງນາຍົກລັດຖະມົນຕີ, ເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການ ປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການ ຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ໃຫ້ປະກົດຜົນເປັນຈິງ ແລະ ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ກ່ຽວກັບການອອກໃບອະນຸຍາດ ດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ຕາມເງື່ອນໄຂໃໝ່ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ.   

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄຳ ແນະນຳ:

1. ຫຼັກການ ການອອກໃບອະນຸຍາດດໍາເນີນທຸລະກິດ ໃນກິດຈະການອຸດສາຫະກໍາ ແລະ ການຄ້າ

ກິດຈະການ ອຸດສາຫະກຳ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດຳເນີນທຸລະກິດ ແມ່ນ  ກິດຈະການ ອຸດສາຫະກຳ ແລະ ຫັດຖະກຳ, ການຄ້າພາຍໃນ, ການນໍາເຂົ້າ ແລະ ສົ່ງອອກ ໂດຍແມ່ນກົມກອງກ່ຽວຂ້ອງຄົ້ນຄວ້າກຳນົດລາຍການກິດຈະການ ແລ້ວ ນຳສະເໜີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາຮັບຮອງ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມອບສິດໃຫ້ກົມກ່ຽວຂ້ອງ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ພິຈາລະນາ ອອກໃບອະນຸຍາດດໍາເນີນທຸລະກິດ ຕາມການ ແບ່ງຂັ້ນພິຈາລະນາ ທີ່ກຳນົດໃນ ຂໍ້ 3 ຂອງຄໍາແນະນໍາສະບັບນີ້.  

2. ເນື້ອໃນ ແລະ ການປ່ຽນແປງເນື້ອໃນ ໃບອະນຸຍາດດໍາເນີນທຸລະກິດ

ເນື້ອໃນ ແລະ ຮູບແບບໃບອະນຸຍາດດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດຕາມການກຳນົດຂອງກົມກ່ຽວຂ້ອງ ໂດຍສອດຄ່ອງຕາມ ທີ່ກຳນົດໃນມາດຕາ 17 ຂອງຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09   ມັງກອນ 2019.

ການປ່ຽນແປງເນື້ອໃນ ໃບອະນຸຍາດດຳເນີນທຸລະກິດ ແມ່ນ ວິສາຫະກິດສາມາດສະເໜີຕໍ່ພາກສ່ວນອອກໃບອະນຸຍາດດຳ ເນີນທຸລະກິດໄດ້ໂດຍກົງ, ການປ່ຽນແປງໃນແຕ່ລະຄັ້ງ ໃຫ້ກົມກ່ຽວຂ້ອງນຳສົ່ງໃບອະນຸຍາດສະບັບປ່ຽນແປງໃໝ່ ສະບັບກາແດງ 1 ສະບັບ ສົ່ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ອອກໃບທະບຽນວິສາຫະກິດໃຫ້ ພາຍໃນ 5 ວັນລັດຖະການ ນັບແຕ່ວັນ ອອກໃບອະນຸຍາດສະບັບປ່ຽນແປງໃໝ່ເປັນຕົ້ນໄປເພື່ອເກັບກຳຂໍ້ມູນ ແລະ ປ້ອນເຂົ້າຖານຂໍ້ມູນວິສາຫະກິດ.

3.​ ການ ແບ່ງ ຂັ້ນ ພິຈາລະນາ ອອກ ໃບອະນຸຍາດດຳເນີນທຸລະ ກິດ  

ການພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດ ປະກອບມີ 3 ຂັ້ນ ຄື:

3.1 ຂັ້ນສູນກາງ ແມ່ນ ກົມອຸດ ສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມການນຳຂົ້າ-ສົ່ງອອກ;
3.2 ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການ ຄ້າແຂວງ, ນະຄອນຫຼວງ;
3.3 ຂັ້ນເມືອງ  ແມ່ນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ.

ລາຍລະອຽດ ການແບ່ງຂັ້ນພິຈາລະນາ ການອອກໃບອະນຸຍາດດຳເນີນທຸລະກິດ ໄດ້ກຳນົດໃນ ຂໍ້ຕົກລົງ ວ່າດ້ວຍການຮັບ ຮອງກິດຈະການອຸດສາຫະກຳ ແລະ ການຄ້າ ທີ່ຕ້ອງຂໍໃບອະນຸຍາດດຳເນີນທຸລະກິດ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ວາງອອກໃນແຕ່ລະໄລຍະ.  

4. ຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ

         ຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຢູ່ແຕ່ລະຂັ້ນ ໃຫ້ມີການແຕ່ງຕັ້ງເປັນ ລາຍລັກອັກສອນ ຄືດັ່ງນີ້:

4.1 ຂັ້ນສູນກາງ ແມ່ນຄະນະກົມຂອງກົມກ່ຽວຂ້ອງ ໂດຍມີຂໍ້ຕົກລົງຂອງຫົວໜ້າກົມ ແຕ່ງຕັ້ງຜູ້ມີສິດເຊັນໃບອະນຸຍາດ ດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ;
4.2 ຂັ້ນແຂວງ ແມ່ນຄະນະພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍມີຂໍ້ຕົກລົງຂອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແຕ່ງຕັ້ງໃຫ້ເປັນຜູ້ມີ ສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ;
4.3 ຂັ້ນເມືອງ ແມ່ນ ຄະນະຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ໂດຍມີຂໍ້ຕົກລົງຂອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ.  

5. ຂັ້ນຕອນ ແລະ ກໍານົດເວລາ ການພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດ

ການຂໍໃບອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ໃຫ້ປະຕິບັດຕາມຂັ້ນຕອນ ແລະ ກຳນົດເວລາ ດັ່ງນີ້:

5.1 ປະກອບເອກະສານ ຕາມທີ່ກໍານົດໃນ ຂໍ້ 6  ຂອງຄຳແນະນຳສະບັບນີ້ ສະເໜີຕໍ່ກົມ ຫຼື ພະແນກອຸດສາຫະກຳ  ແລະ ການ ຄ້າແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ຕາມການແບ່ງຂັ້ນ ພິຈາລະນາ ທີ່ກໍານົດໃນ ຂໍ້ 3 ຂອງບົດແນະນຳສະບັບນີ້;
5.2 ພາຍຫຼັງໄດ້ຮັບເອກະສານແລ້ວ ຕ້ອງກວດກາຄວາມຖືກຕ້ອງຂອງເອກະສານ ແລ້ວແຈ້ງຕອບຜູ້ຍື່ນຄຳຮ້ອງ ໃນທັນທີ ຕາມແຕ່ລະກໍລະນີ ດັ່ງນີ້:

5.2.1 ເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕ້ອງມອບໃບຮັບເອກະສານ ໃຫ້ຜູ້ຍື່ນຄຳຮ້ອງ. ໃບມອບຮັບເອກະສານ ຕ້ອງປະກອບດ້ວຍ ວັນເວລາມື້ຮັບເອກະສານ ແລະ ມື້ນັດໝາຍມາຮັບເອົາໃບອະນຸຍາດດຳເນີນທຸລະກິດ, ສໍາລັບມື້ນັດໝາຍໃຫ້ມາຮັບໃບອະນຸຍາດດຳເນີນທຸລະກິດນັ້ນ ຊ້າສຸດບໍ່ໃຫ້ເກີນ 10 ວັນ ລັດຖະການ ນັບແຕ່ມື້ອອກ ໃບຮັບເອກະສານເປັນຕົ້ນໄປ;
5.2.2 ເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ  ຕ້ອງແຈ້ງໃຫ້ຜູ້ຍື່ນຄຳຮ້ອງທັນທີ ແລະ ແນະນຳໃຫ້ນຳໄປປັບປຸງ ແກ້ໄຂ ໂດຍຊີ້ໃຫ້ເຫັນຈະແຈ້ງ ຈຸດທີ່ຕ້ອງປັບປຸງແກ້ໄຂ ແລະ ລົງລາຍເຊັນຜູ້ແນະນຳ ໃນເອກະສານແນະນຳດັ່ງກ່າວ. ພາຍຫຼັງປັບປຸງແກ້ໄຂສຳເລັດຄົບຖ້ວນ ແລະ ຖືກຕ້ອງແລ້ວ ແມ່ນປະຕິບັດຕາມຂັ້ນຕອນ ແລະ ກໍານົດເວລາຕາມທີ່ບົ່ງໄວ້ໃນ ຂໍ້ 5.2.1 ຂອງຄຳແນະນຳສະບັບນີ້.    

5.3 ພາຍຫຼັງ ອອກໃບ ອະນຸຍາດ ດໍາ ເນີນ ທຸລະ ກິດ ແລ້ວ ໃຫ້ພາກສ່ວນອອກໃບອະນຸຍາດ ສົ່ງ ສະບັບກາແດງ 1 ສະບັບ ໃຫ້ ພາກສ່ວນອອກໃບທະບຽນວິສາຫະກິດ ຂອງວິສາຫະກິດດັ່ງກ່າວ ພາຍໃນ 5 ວັນລັດຖະການ ນັບແຕ່ວັນອອກໃບອະ ນຸຍາດເປັນຕົ້ນໄປ ເພື່ອເກັບກຳຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນວິສາຫະກິດ;
5.4 ໃນກໍລະນີ ບໍ່ເຫັນດີ  ຕ້ອງແຈ້ງໃຫ້ຜູ້ຍື່ນຄຳຮ້ອງ ເປັນລາຍລັກອັກສອນ  ພາຍໃນ 10 ວັນ ລັດຖະການ ນັບແຕ່ມື້ໄດ້ຮັບ ເອກະສານ ໂດຍຊີ້ແຈງລະອຽດເຫດຜົນທີ່ບໍ່ເຫັນດີ ແລະ ແຈ້ງໃຫ້ພາກສ່ວນອອກທະບຽນວິສາຫະກິດຂອງວິສາຫະກິດ ດັ່ງກ່າວ ເພື່ອຊາບ ແລະ ຕິດຕາມ.

6. ເອກະສານປະກອບ ສະເໜີອອກໃບອະນຸຍາດດຳເນີນທຸລະກິດ

ການສະເໜີອອກໃບອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ປະກອບມີ ເອກະສານ ຄືດັ່ງນີ້:

6.1 ໃບ ຄໍາ ຮ້ອງ ຂໍ ອະນຸຍາດດໍາ ເນີນ ທຸລະ ກິດ  ຕາມແບບພີມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມການນໍາເຂົ້າ ແລະ ສົ່ງອອກ ກຳນົດ ຕາມກິດຈະການພາຍໃຕ້ຄວາມຮັບຜິດຊອບຂອງກົມ;
6.2 ໃບ ທະບຽນ ວິ ສາ ຫະກິດ ສະບັບກາແດງ ຫຼື ສຳ ເນົາ 1 ສະບັບ;
6.3 ໜັງສືແນະນຳ ການຂໍອະນຸຍາດດຳເນີນທຸລະກິດ ທີ່ອອກໂດຍພາກສ່ວນອອກໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳ ເນົາ 1 ສະບັບ.

7. ອາຍຸ ແລະ ການຕໍ່ອາຍຸຂອງ ໃບອະນຸຍາດ ດຳເນີນທຸລະກິດ

ໃບອະນຸຍາດດຳເນີນທຸລະກິດ ໃນກິດຈະການ ທີ່ບໍ່ຈຳເປັນຕ້ອງຕິດຕາມດ້ານເຕັກນິກ ແລະ ປະເມີນການເຄື່ີອນໄຫວ ເປັນ ແຕ່ລະໄລຍະ ແມ່ນອອກຄັ້ງດຽວຕະຫຼອດໄລຍະການເຄື່ອນໄຫວຂອງວິສາຫະກິດດັ່ງກ່າວ. ສຳລັບກິດຈະການທີ່ຈຳເປັນຕ້ອງຕິດຕາມ ດ້ານເຕັກນິກ ແລະ ປະເມີນການເຄື່ີອນໄຫວເປັນແຕ່ລະໄລຍະ ແມ່ນມີອາຍຸການນຳໃຊ້ ຕາມເຫດຜົນຄວາມຈຳເປັນຂອງແຕ່ລະກິດ ຈະການ.    

ສຳລັບໃບອະນຸຍາດດຳເນີນທຸລະກິດ ທີ່ມີອາຍຸການນຳໃຊ້ ກ່ອນວັນໝົດອາຍຸ 30 ວັນ ຕ້ອງຍື່ນຄຳຮ້ອງ ຕໍ່ພາກສ່ວນ ທີ່ອອກໃບໃຫ້ນັ້ນເພື່ອຂໍຕໍ່ອາຍຸການນຳໃຊ້.  

ເອກະສານປະກອບ ສະເໜີຕໍ່ອາຍຸການນຳໃຊ້ໃບອະນຸຍາດດຳເນີນທຸລະກິດ ປະກອບມີ: 

  1. ໃບ ຄໍາ ຮ້ອງ ຂໍ ອະນຸຍາດດໍາ ເນີນ ທຸລະ ກິດ  ຕາມແບບພີມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມ ການນໍາເຂົ້າ ແລະ ສົ່ງອອກ ກຳນົດ ຕາມກິດຈະການພາຍໃຕ້ຄວາມຮັບຜິດຊອບຂອງກົມ;
  2. ໃບອະນຸຍາດດຳເນີນທຸລະກິດ ສະບັບຕົ້ນ;
  3. ສຳເນົາໃບຢັ້ງຢືນການເສຍອາກອນປະຈຳປີ ຂອງປີຜ່ານມາ.

8. ໜ້າທີ່ ແລະ ພັນທະ ຂອງວິສາຫະກິດ ທີ່ດໍາເນີນທຸລະກິດໃນກິດຈະການອຸດສາຫະກໍາ ແລະ ການຄ້າ

ວິສາຫະກິດ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດໃນກິດຈະການອຸດສາຫະກໍາ ແລະ ການຄ້າ ຕ້ອງປະຕິບັດໜ້າທີ່ ແລະ ພັນທະ ດັ່ງນີ້:

8.1 ເຄື່ອນໄຫວທຸລະກິດ ໃຫ້ຖືກຕ້ອງຕາມທີ່ລະບຸໃນໃບອະນຸຍາດດໍາເນີນທຸລະກິດ;
8.2 ສະຫຼຸບລາຍງານ ການເຄື່ອນໄຫວທຸລະກິດ ໃຫ້ພາກສ່ວນອອກໃບອະນຸຍາດດຳເນີນທະລະກິດ ຢ່າງເປັນປົກກະຕິ;
8.3 ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.  

9. ການຄຸ້ມຄອງ ແລະ ການຕິດຕາມ ການດໍາເນີນທຸລະກິດ

ພາກສ່ວນອອກໃບອະນຸຍາດດໍາເນີນທຸລະກິດ ພາຍຫຼັງອອກໃບອະນຸຍາດແລ້ວ ຕ້ອງເປັນເຈົ້າການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວທຸລະກິດ ໃນກິດຈະການ ທີ່ຕົນໄດ້ອອກໃບອະນຸຍາດໃຫ້ນັ້ນ.

10. ການຈັດຕັ້ງປະຕິບັດ

ມອບໃຫ້ ກົມ ອຸດສາຫະກໍາ ແລະ ຫັດຖະ ກໍາ, ກົມການຄ້າພາຍໃນ, ກົມການນໍ້າເຂົ້າ ແລະ ສົ່ງອອກ, ພະ ແນ ກອຸດສາຫະກໍາ ແລະ ການ ຄ້າ ແຂວງ, ນະຄອນຫຼວງ , ຫ້ອງການ ອຸດສາຫະກໍາ ແລະ ການ ຄ້າ ເມືອງ, ນະ ຄອນ  ພ້ອມ ກັນຈັດ ຕັ້ງ ປະຕິບັດ ຄໍ າ ແນະ ນໍາ ສະບັບ ນີ້ ໃຫ້ ໄດ້ ຮັບ ຜົນ ດີ ແລະ ໃຫ້ສະຫຼຸບລາຍ ງານ ການ ອອກ ໃບ ອະນຸຍາດ ດໍາ ເນີນ ທຸລະ ກິດ ໃຫ້ຂັ້ນເທິງ ຢ່າງ ເປັນ ປົກກະຕິ ປະ ຈໍາ 6 ເດືອນ ແລະ ປະຈຳ ປີ. ໃນ ການຈັດ ຕັ້ງ ປະຕິບັດ ຫາກ ພົບ ຄວາມ ຫຍຸ້ງຍາກ ໃຫ້ ລາຍ ງານ ຂັ້ນ ເທິງ ເພື່ອ ພິຈາລະນາ ປັບປຸງແກ້ໄຂ.

11. ຜົນສັກສິດ

ຄຳແນະນຳສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ໄດ້ພີມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ  ວັນ ລັດຖະການ ໂດຍຈະເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ກຸມພາ 2019 ເປັນຕົ້ນໄປ. ສຳລັບວິສາຫະກິດ ທີ່ຂຶ້ນທະບຽນວິສາຫະກິດ ກ່ອນ ການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ແມ່ນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ, ໃນເວລາມີການປ່ຽນແປງ ເນື້ອໃນທະບຽນວິສາຫະກິດ ແມ່ນ ໃຫ້ປະຕິບັດ ຕາມເງື່ອນໄຂໃໝ່ ທີ່ກຳນົດໃນຄຳແນະນຳ ສະບັບນີ້.

ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Instruction on Business Operation License for Business Activities in Industry and Commerce Sector No. 0045/MOIC.ERMD, dated 18 January 2019 PDF
2 ຄຳແນະນຳ ກ່ຽວກັບການອອກອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ເລກທີ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.