ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ        ເລກທີ:1043/ກວຕ

ນະຄອນຫຼວງວຽງຈັນ,ວັນທີ: 08 JUN 2018

ຂໍ້ຕົກລົງ
ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນຊາໃບມອນ

  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ(ສະບັບປັບປຸງ) ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014;
  • ອີງຕາມບົດບັນທຶກກອງປະຊຸມ ຄະນະກຳມະການສະພາມາດຕະຖານແຫ່ງຊາດ, ສະບັບເລກທີ 0008/ສມຊ-ພມ, ລົງວັນທີ 24 ເມສາ 2018;
  • ອີງຕາມການສະເໜີຂອງປະທານສະພາມາດຕະຖານແຫ່ງຊາດ ສະບັບເລກທີ 0009/ກວຕ-ສມຊ, ລົງວັນທີ 24 ເມສາ 201

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ມາດຕາ 1. ເຫັນດີຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດ ກ່ຽວກັບຜະລິດຕະພັນຊາໃບມອນ ສະບັບ ມລ 435-2018 ຢ່າງເປັນທາງການ.

ມາດຕາ 2. ໃຫ້ຫ້ອງການ, ກົມ, ສະຖາບັນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຈົ່ງຮັບຊາບ ແລະ ຈັດຕັ້ງປະຕິບັດ   ຂໍ້ຕົກລົງສະບັບນີ້ຢ່າງເດັດຂາດ.

ມາດຕາ 3. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນຊາໃບມອນ ເລກທີ 1043/ກວຕ, ລົງວັນທີ 08 ມິຖຸນາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.