ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ           ເລກທີ 49 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 18 ກໍລະກົດ 2014

ກົດໝາຍ
ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ)

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1(ປັບປຸງ) ຈຸດປະສົງ

ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານມາດຕະຖານ ແລະ ລະບຽບການເຕັກຕິກສຳລັບຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງແວດລ້ອມ ເພື່ອຊຸກຍູ້, ສົ່ງເສີມ ແລະ ຮັບປະກັນວຽກງານການຜະລິດ, ການບໍລິການ, ການເຄື່ອນໄຫວເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີຄຸນນະພາບ, ປະສິດຕິພາບ, ມີຄວາມຍຸຕິທຳ ແລະ ປັກປ້ອງສິດ, ຜົນປະໂຫຽດອັນຊອບທຳ, ຄວາມປອດໄພຂອງຜູ້ບໍລິໂພກ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ມາດຕາ 2(ປັບປຸງ) ມາດຕະຖານ

ມາດຕະຖານ ແມ່ນ ຄຸນລັກສະນະສະເພາະຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາທີ່ກ່ຽວຂ້ອງກັບມາດຕະຖານ ເພື່ອຕີລາຄາ, ຈັດແບ່ງປະເພດ ແລະ ຈັດລະດັບຄຸນນະພາບຂອງສິ່ງດັ່ງກ່າວ ຊຶ່ງຖືກກຳນົດ ແລະ ຮັບຮອງເອົາໂດຍອົງການມາດຕະຖານໃດໜຶ່ງທີ່ຖືກຍອມຮັບບົນພື້ນຖານຄວາມເປັນເອກະພາບ.

ມາດຕາ 3(ປັບປຸງ) ການອະທິບາຍຄໍາສັບ

ຄໍາສັບ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1.   ມາດຕະຖານ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງໂດຍອົງການມາດຕະຖານສາກົນ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້;

2.  ມາດຕະຖານພາກພື້ນ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງ ໂດຍອົງການມາດຕະຖານພາກພື້ນ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້;

3.  ມາດຕະຖານຕ່າງປະເທດ ໝາຍເຖິງ ມາດຕະຖານແຫ່ງຊາດຂອງປະເທດໃດໜຶ່ງ ທີ່ຖືກຮັບຮອງ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້;

4.  ກາໝາຍມາດຕະຖານ ໝາຍເຖິງ ກາໝາຍຢັ້ງຢືນຜະລິດຕະພັນ, ລະບົບຄຸ້ມຄອງ ຫຼື ລະບົບຮັບຮອງ ທີ່ກຳນົດຂຶ້ນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ອົງການຈັດຕັ້ງອື່ນທີ່ໄດ້ຮັບການມອບໝາຍ;

5.  ວຽກງານມາດຕະຖານ ໝາຍເຖິງ ການເຄື່ອນໄຫວທີ່ມີຂັ້ນຕອນໃນການສ້າງ, ການປະກາດໃຊ້, ການຈັດຕັ້ງປະຕິບັດມາດຕະຖານ ແລະ ການເຄື່ອນໄຫວອື່ນທີ່ພົວພັນເຖິງມາດຕະຖານ;

6.  ຂະບວນການ ໝາຍເຖິງ ຂັ້ນຕອນຂອງການຜະລິດ, ການກໍ່ສ້າງ, ການບໍລິການ, ສິ່ງແລດລ້ອມ ແລະ ການເຄຶ່ອນໄຫວວຽກງານອື່ນ;

7.  ການຢັ້ງຢືນ ໝາຍເຖິງ ຂັ້ນຕອນການຮັບຮູ້ຢ່າງເປັນທາງການ ໂດຍອົງການທີ່ມີສິດຢັ້ງຢືນຢູ່ຂະແໜງການຕ່າງໆ ກ່ຽວກັບຄວາມສອດຄ່ອງທາງດ້ານຄຸນນະພາບກັບມາດຕະຖານ ແລະ ລະບຽບການເຕັກນິກ;

8.  ການຢັ້ງຢືນຜະລິດຕະພັນ ໝາຍເຖິງ ຂັ້ນຕອນການຮັບຮູ້ຢ່າງເປັນທາງການ ໂດຍອົງການທີ່ມີສິດຢັ້ງຢືນຢູ່ຂະແໜງການຕ່າງໆ ກ່ຽວກັບຄວາມສອດຄ່ອງທາງດ້ານຄຸນນະພາຍ ຂອງຜະລິດຕະພັນ ແລະ ສິນຄ້າກັບມາດຕະຖານ;

9.  ການຢັ້ງຢືນລະບົບຄຸ້ມຄອງ ໝາຍເຖິງ ການຮັບຮູ້ຢ່າງເປັນທາງການ ໂດຍອົງການທີ່ມີສິດຢັ້ງຢືນຢູ່ຂະແໜງການຕ່າງໆ ກ່ຽວກັບຄວາມສອດຄ່ອງຂອງລະບົບຄຸ້ມຄອງຄຸນນະພາບ, ລະບົບຄຸ້ມຄອງສິ່ງແວດລ້ອມ ຫຼື ລະບົບຄຸ້ມຄອງອື່ນ ກັບມາດຕະຖານແຫ່ງຊາດ ຫຼື ມາດຕະຖານສາກົນ;

10.  ໃບຢັ້ງຢືນ ໝາຍເຖິງ ເອກະສານຮັບຮູ້ກ່ຽວກັບການຢັ້ງຢືນຜະລິດຕະພັນ, ສິນຄ້າ, ການບໍລິການ, ສິ່ງແວດລ້ອມ, ລະບົບ, ຄວາມສອດຄ່ອງ ແລະ ການຢັ້ງຢືນອື່ນ ເຊັ່ນ ໃບຢັ້ງຢືນຜະລິດຕະພັນ, ໃບຢັ້ງຢືນລະບົບ ແລະ ໃບຢັ້ງຢືນຄວາມສອດຄ່ອງ;

11.  ການປະເມີນຄວາມສອດຄ່ອງ ໝາຍເຖິງ ການເຄື່ອນໄຫວວຽກງານໃດໜຶ່ງທີ່ພົວພັນໂດຍກົງ ຫຼື ທາງອ້ອມ ກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດມາດຕະຖານ, ລະບຽບການເຕັກນິກ ແລະ ລະບຽບການກົດໝາຍທີ່ກ່ຽວຂ້ອງ;

12.  ສິນຄ້າ ໝາຍເຖິງ ວັດຖຸສິ່ງຂອງ ເພື່ອທຳການແລກປ່ຽນ ແລະ ຊື້ຂາຍ;

13.  ຜະລິດຕະພັນ ໝາຍເຖິງ ວັດຖຸໃດໜຶ່ງທີ່ຜ່ານຂະບວນການຜະລິດ, ປຸງແຕ່ງ;

14.  ບຸກຄົນທີສາມ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກຮັບຮູ້ໂດຍບໍ່ຂຶ້ນກັບຜູ່ສະໜອງ ແລະ ຜູ່ບໍລິໂພກ;

15.  ຜູ່ສະໜອງ ໝາຍເຖິງ ຜູ່ຜະລິດ, ຈຳໜ່າຍ, ຜູ່ຂາຍ, ຜູ່ບໍລິການ;

16.  ຜູ່ບໍລິໂພກ ໝາຍເຖິງ ຜູ່ຊື້, ຜູ່ຊົມໃຊ້.

ມາດຕາ 4(ປັບປຸງ) ນະໂຍບາຍ ກ່ຽວກັບວຽກງານມາດຕະຖານ

ລັດ ເອົາໃຈໃສ່ສົ່ງເສີມການນຳໃຊ້ມາດຕະຖານຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງແວດລ້ອມ, ການປະຕິບັດລະບຽບການເຕັກນິກຢ່າງກວ້າງຂວາງ ລວມທັງວຽກງານຄົ້ນຄ້ວາວິໄຈ ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານມາດຕະຖານ.

ລັດ ແລະ ສັງຄົມເອົາໃຈໃສ່ກໍ່ສ້າງພື້ນຖານທາງວັດຖຸ-ເຕັກນິກ ເປັນຕົ້ນ ສູນທົດລອງ ຫຼື ຫ້ອງທົດລອງ, ສູນຝຶກອົບຮົມ ເພື່ອຮັບປະກັນຄວາມອາດສາມາດໃນການຄຸ້ມຄອງວຽກງານມາດຕະຖານ.

ລັດ ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ເປັນຕົ້ນ ການຜະລິດຂະໜາດນ້ອຍ ແລະ ກາງ ລວມທັງເສດຖະກິດຄອບຄົວໃນການປັບປຸງຄຸນນະພາບຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ແລະ ສິ່ງແວດລ້ອມໃຫ້ໄດ້ຕາມມາດຕະຖານສາກົນ, ພາກພື້ນ, ຕ່າງປະເທດ, ມາດຕະຖານແຫ່ງຊາດ ເພື່ອຮັບປະກັນໃຫ້ສາມາດແຂ່ງຂັນຢູ່ຕະຫຼາດພາຍໃນ ແລະ ສາກົນ.

ລັດ ສົ່ງເສີມວຽກງານມາດຕະຖານດ້ວຍການເພີ່ມຄວາມອາດສາມາດໃນການຄຸ້ມຄອງ, ນຳໃຊ້ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ແຮງງານຢ່າງປະຢັດ, ສົມເຫດສົມຜົນ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະແນໃສ່ປົກປ້ອງຜູ່ບໍລິໂພກ, ຮັບປະກັນຄວາມຍຸຕິທຳໃນສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ລັດ ຊຸກຍູ້, ສົ່ງເສີມ, ອຳນວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງຂອງລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ມາລົງທຶນໃນ ສປປ ລາວ ເຂົ້າຮ່ວມການເຄື່ອນໄຫວວຽກງານມາດຕະຖານ ເປັນຕົ້ນ ການສ້າງ ແລະ ການນຳໃຊ້ມາດຕະຖານ, ການຄຸ້ມຄອງ ແລະ ກວດກາວຍກງານດັ່ງກ່າວຢ່າງຖືກຕ້ອງ, ກ້ວາງຂວາງ ແລະ ເປັນເຈົ້າການ.

ມາດຕາ 5(ປັບປຸງ) ຫຼັກການພື້ນຖານກ່ຽວກັບວຽກງານມາດຕະຖານ

ວຽກງານມາດຕະຖານ ຕ້ອງປະຕິບັດຕາມຫຼັການພື້ນຖານ ດັ່ງນີ້:

1.  ຍົກສູງຄຸນນະພາບ ແລະ ປະສິດຕິພາບທາງດ້ານເສດຖະກິດ-ສັງຄົມ, ສົ່ງເສີມການແຂ່ງຂັນທາງດ້ານຄຸນນະພາບຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ແລະ ການປົກປັກຮັກສາສິ່ງແວດລ້ອມ ຢູ່ ຕະຫຼາດພາຍໃນ ແລະ ສາກົນ;

2.  ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ແລະ ຮັບປະກັນສຸຂານາໄມ, ສຸຂະພາບຄວາມປອດໄພຂອງຜູ່ບໍລິໂພກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ຜົນປະໂຫຽດ, ຊີວິດການເປັນຢູ່ຂອງຜູ່ບໍລິໂພກ ແລະ ພາກສ່ວນທີ່ກ່ຽວຂ້ອງ;

3.  ຮັບປະກັນການເປີດກວ້າງ, ຄວາມຍຸຕິທຳ, ຄວາທມສະເໝີພາບ ແລະ ຄວາມໂປ່ງໃສ, ສາມາດກວດສອບໄດ້ ຫຼີກເວັ້ນການຈຳແນກ, ການສ້າງອຸປະສັກຕໍ່ການຜະລິດ, ທຸລະກິດ ການຄ້າ ແລະ ການບໍລິການ;

4.  ຮັບປະກັນຄວາມສອດຄ່ອງ ກັບມາດຕະຖານສາກົນ, ສະພາບຄວາມເປັນຈິງ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດ;

5.  ຮັບປະກັນໃຫ້ຜູ່ຜະລິດ, ຜູ່ຈຳໜ່າຍ, ຜູ່ຂາຍ ແລະ ຜູ່ບໍລິກນດຳເນີນບົນພື້ນຖານມາດຕະຖານທີ່ກຳນົດໄວ້.

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນໍາໃຊ້ສໍາລັບການເຄື່ອນໄຫວວຽກງານມາດຕະຖານ ເປັນຕົ້ນ ການສ້າງ, ການປະກາດໃຊ້ ແລະ ການນຳໃຊ້ມາດຕະຖານ ແລະ ລະບຽບການເຕັກຕິກໃນຂົງເຂດຜະລິດຕະພັນທຸລະກິດ ການຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາອື່ນ ທີ່ກ່ຽວຂ້ອງກັບວຍກງານມາດຕະຖານ.

ມາດຕາ 7 ການຮ່ວມມືສາກົນ

ລັດ ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ ກ່ຽວກັບວຽກງານມາດຕະຖານ ດ້ວຍການຍາດແຍ່ງການຊ່ວຍເຫຼືອ, ການຄົ້ນຄວ້າວິທະຍາສາດ, ເຕັກນິກຮ່ວມກັນ, ການແລກປ່ຽນບົດຮຽນ, ການສ້າງ ແລະ ຍົກລະດັບຄວາມສາມາດຂອງບຸກຄະລາກອນ ແລະ ອື່ນໆ ບົນພື້ນຖານຫຼັກການຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ສະເໜີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຽດ ແລະ ປະຕິບັດລວມທັງແກ້ໄຂຂໍ້ຂັດແຍ່ງ ຕາມສັນຍາສາກົນ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ປະເພດມາດຕະຖານແຫ່ງຊາດ

ມາດຕາ 8(ປັບປຸງ) ປະເພດມາດຕະຖານແຫ່ງຊາດລາວ

ປະເພດມາດຕະຖານແຫ່ງຊາດລາວ ຕົ້ນຕໍ ມີ ດັ່ງນີ້:

1.  ມາດຕະຖານແຫ່ງຊາດລາວ ກ່ຽວກັບຜະລິດຕະພັນ ແລະ ສິນຄ້າ;

2.  ມາດຕະຖານແຫ່ງຊາດລາວ ກ່ຽວກັບການບໍລິການ;

3.  ມາດຕະຖານແຫ່ງຊາດລາວ ກ່ຽວກັບສິ່ງແວດລ້ອມ.

ມາດຕາ 9 ມາດຕະຖານແຫ່ງຊາດລາວ ກ່ຽວກັບຜະລິດຕະພັນ ແລະ ການຄ້າ

ມາດຕະຖານແຫ່ງຊາດລາວ ກ່ຽວກັບຜະລິດຕະພັນ ແລະ ສິນຄ້າ ແມ່ນ ການກຳນົດຄຸນລັກສະນະສະເພາະຂອງຜະລິດຕະພັນ ແລະ ການຄ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ່ສະໜອງ ແລະ ຜູ່ບໍລິໂພກ.

ຜະລິດຕະພັນ ແລະ ສິນຄ້າ ທີຜະລິດ ແລະ ນຳໃຊ້ຢູ່ພາຍໃນຕ້ອງສອດຄ່ອງກັບມາດຕະຖານແຫ່ງຊາດລາວ.

ຜະລິດຕະພັນ ແລະ ສິນຄ້າ ທີ່ສົ່ງອອກ ແລະ ນຳເຂົ້າຕ້ອງໃຫ້ໄດ້ຕາມມາດຕະຖານທີ່ໄດ້ກຳນົດໄວ້.

ມາດຕາ 10 ເນື້ອໃນມາດຕະຖານແຫ່ງຊາດລາວ ກ່ຽວກັບຜະລິດຕະພັນ ແລະ ສິນຄ້າ

ມາດຕະຖານແຫ່ງຊາດລາວ ກ່ຽວກັບຜະລິດຕະພັນ ແລະ ສິນຄ້າ ປະກອບດ້ວຍຄຳສັບເຕັກນິກ, ສັນຍາລັກ, ຄຸນລັກສະນະທາງຊີວະ-ເຄມີ, ວັດຖຸ ແລະ ຄຸນລັກສະນະອື່ນ, ວິທີການຜະລິດ, ວິທີການທົດສອບ, ການຫຸ້ມຫໍ່, ກາໝາຍ, ສະຫຼາກຜະລິດຕະພັນ ແລະ ສິນຄ້າ.

ມາດຕາ 11 ມາດຕະຖານແຫ່ງຊາດລາວ ກ່ຽວກັບການບໍລິການ

ມາດຕະຖານແຫ່ງຊາດລາວ ກ່ຽວກັບການບໍລິການ ແມ່ນ ການກຳນົດລະບົບການເຄື່ອນໄຫວທີ່ພົວພັນກັບຫຼາຍຂອດ ແລະ ຫຼາຍຂົງເຂດວຽກງານ ເຊັ່ນ ການຕິດຕັ້ງ ແລະ ກຳນົດເວລາຮັບປະກັນຜະລິດຕະພັນ ແລະສິນຄ້າ, ການບໍລິການດ້ານການທ້ອງທ່ຽວ, ໂຮງແຮມ: ຮ້ານອາຫານ, ການຂົນສົ່ງ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການອື່ນ ເພື່ອຮັບປະກັນປະສິດທິພາບ, ປະສິດທິຜົນ ແລະ ຄວາມວ່ອງໄວຂອງການບໍລິການ.

ມາດຕະຖານແຫ່ງຊາດລາວ ກ່ຽວກັບການບໍລິການແຕ່ລະດ້ານ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ ໂດຍແມ່ນພາກສ່ວນທີ່ກ່ຽວຂ້ອງເປັນຜູ່ຮັບຜິດຊອບ ຕາມພາລະບົດບາດຂອງຕົນ.

ມາດຕາ 12 ມາດຕະຖານແຫ່ງຊາດລາວ ກ່ຽວກັບການບໍລິການ

ມາດຕະຖານແຫ່ງຊາດລາວ ກ່ຽວກັບການບໍລິການປະກອບດ້ວຍເນື້ອໃນ ດັ່ງນີ້:

1.  ລະບົບການຄຸ້ມຄອງຂະບວນການ;

2.  ການຄ້ມຄອງເອກະສານ;

3.  ການຈັດຕັ້ງ, ບຸກຄະລາກອນ ແລະ ສິ່ງອຳນວຍຄວາມສະດວກ;

4.  ຂັ້ນຕອນການບໍລິການທີ່ກະທັດຮັດ ແລະ ວ່ອງໄວ;

5.  ລະບົບການກວດກາພາຍໃນ;

6.  ການປ້ອງກັນ ແລະ ກນແກ້ໄຂບັນຫາ ກ່ຽວກັບການບໍລິການ;

7.  ເນື້ອໃນອື່ນກ່ຽວກັບການບໍລິການ.

ມາດຕາ 13(ປັບປຸງ) ມາດຕະຖານແຫ່ງຊາດລາວ ກ່ຽວກັບສິ່ງແວດລ້ອມ

ມາດຕະຖານແຫ່ງຊາດລາວ ກ່ຽວກັບສິ່ງແວດລ້ອມ ແມ່ນ ການກຳນົດບັນທັດຖານ ຫຼື ຂອບເຂດການອະນຸຍາດ ໃນການປ່ອຍມົນລະພິດ ຊຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊີວິດຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ທຳການຜະລິດ, ທຸລະກິດການຄ້າ, ການບໍລິການຕ້ອງເອົາໃຈໃສ່ປະຕິບັດຕາມມາດຕະຖານ ແລະ ລະບຽບກົດໝາຍກ່ຽວກັບສິ່ງແວດລ້ອມ.

ມາດຕະຖານແຫ່ງຊາດລາວ ກ່ຽວກັບສິ່ງແວດລ້ອມໄດ້ກຳນົດລະອຽດໄວ້ໃນລະບຽບການຕ່າງຫາກ ໂດຍແມ່ນຂະແໜງການທີ່ກ່ຽວຂ້ອງເປັນຜູ່ຮັບຜິດຊອບ ຕາມພາລະບົດບາດຂອງຕົນ.

ມາດຕາ 14 ເນື້ອໃນມາດຕະຖານແຫ່ງຊາດລາວ ກ່ຽວກັບສິ່ງແວດລ້ອມ

ມາດຕະຖານແຫ່ງຊາດລາວ ກ່ຽວກັບສິ່ງແວດລ້ອມ ປະກອບດ້ວຍເນື້ອໃນ ດັ່ງນີ້:

1.  ລະດັບ, ຂອບເຂດການປ່ອຍນ້ຳເປື້ອນ, ຄວັນ, ເສດນ້ຳມັນ, ເສດເຄມີ ແລະ ສິ່ງເສດເຫຼືອອື່ນທີ່ເປັນມົນລະພິດ;

2.   ລະດັບ, ຂອບເຂດຄວາມສັ່ນສະເທືອນ, ສຽງ, ແສງ, ສີ, ລັງສີ, ກິ່ນ;

3.   ເນື້ອໃນອື່ນກ່ຽວກັບ ສິ່ງແວດລ້ອມ.

ມາດຕາ 15 ການນຳໃຊ້ຄຳສັບເຕັກນິກ

ການນຳໃຊ້ຄຳສັບເຕັກນິກໃນການສ້າງມາດຕະຖານ ແນໃສ່ອະທິບາຍໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ, ເປັນເອກະພາບ ແລະ ໃຫ້ສອດຄ່ອງກັບຄຳສັບເຕັກນິກທີ່ນຳໃຊ້ໃນມາດຕະຖານສາກົນ (ISO) ທີ່ໄດ້ກຳນົດໄວ້.

ພາກທີ III
ມາດຕະຖານ, ລະບຽບການເຕັກນິກ ແລະ ກົດການປະຕິບັດ

ໝວດທີ 1
ມາດຕະຖານແຫ່ງຊາດລາວ

ມາດຕາ 16(ປັບປຸງ) ມາດຕະຖານແຫ່ງຊາດລາວ

ມາດຕະຖານແຫ່ງຊາດລາວ ແມ່ນ ມາດຕະຖານ ທີ່ສະພາມາດຕະຖານແຫ່ງຊາດ ໄດ້ຮັບຮອງເອົາ ແລະ ປະກາດໃຊ້ໂດຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ມາດຕະຖານແຫ່ງຊາດ ເປັນມາດຕະຖານຮັບໃຊ້ການເຄື່ອນໄຫວວຽກງານມາດຕະຖານ ຢູ່ ສປປ ລາວ.

ມາດຕະຖານແຫ່ງຊາດລາວ ມີຊື່ຫໍ້ຽເປັນພາສາລາວວ່າ “ມລ” ແລະ ມີຊື່ເປັນພາສາອັງກິດວ່າ “Lao Standard-LS”.

ມາດຕາ 17 ຫຼັກການ ການສ້າງມາດຕະຖານແຫ່ງຊາດລາວ

ການສ້າງມາດຕະຖານແຫ່ງຊາດລາວ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

1.   ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ບົດຮຽນທີ່ກ້າວໜ້າທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພົດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;

2.   ສຶກສາຄົ້ນຄ້ວາວິໄຈ ແລະ ສົມທຽບໃສ່ມາດຕະຖານຕ່າງປະເທດ, ພາກພື້ໜ ແລະ ສາກົນ ເພື່ອເປັນພື້ນຖານໃນການສ້າງ ໂດຍໃຫ້ສອດຄ່ອງກັບຈຸດພິເສດ ແລະ ສະພາບຕົວຈິງຂອງປະເທດ;

3.   ຮັບປະກັນຄວາມສອດຄ່ອງກັບມາດຕະຖານຕ່າງປະເທດ, ພາກພື້ນ ແລະ ສາກົນ;

4.   ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ສັນຍາສາກົນ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 18 ການສ້າງມາດຕະຖານແຫ່ງຊາດລາວ

ນອກຈາກຫຼັກການທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍສະບັບນີ້ແລ້ວການສ້າງມາດຕະຖານແຫ່ງຊາດລາວ ຍັງຕ້ອງອີງໃສ່:

1.   ຜົນສຳເລັດຂອງການຄົ້ນຄວ້າວິໄຈວິທະຍາສາດ, ເຕັກໂນໂລຊີ ແລະ ເຕັກນິກທີ່ກ້າວໜ້າ;

2.   ບົດຮຽນ, ຈຸດພິເສດ ແລະ ສະພາບຕົວຈິງຂອງປະເທດ;

3.   ຜົນຂອງການຕີລາຄາກ່ຽວກັບການກວດກາ, ການທົດສອບ, ການຢັ້ງຢືນຄຸນນະພາບ ແລະ ປະສິດທິພາບຂອງວຽກງານຂອງຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 19(ໃໝ່) ລະບຽບການກະກຽມ, ການຮັບຮອງ ແລະ ການນຳໃຊ້ມາດຕະຖານແຫ່ງຊາດລາວ

ການກະກຽມ, ການຮັບຮອງ ແລະ ການນຳໃຊ້ມາດຕະຖານແຫ່ງຊາດລາວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18, 20, 21, ແລະ 22 ຂອງກົດໝາຍສະບັບນີ້ໃຫ້ປະຕິບັດ ດັ່ງນີ້:

1.    ຮັບຮອງເອົາຫຼັກການປະຕິບັດທີ່ດີສຳລັບການກະກຽມ, ການຮັບຮອງ ແລະ ການນຳໃຊ້ມາດຕະຖານຕາມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງສັນຍາຂອງອົງການການຄ້າໂລກວ່າດ້ວຍສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ;

2.  ປະຕິບັດມາດຕະຖານແບບສະມັກໃຈ;

3.  ບໍ່ສ້າງສິ່ງກີດຂວາງທີ່ເປັນອຸປະສັກໂດຍບໍ່ຈຳເປັນຕໍ່ການຄ້າ;

4.    ປະຕິບັດຢ່າງໜ້ອຍໃຫ້ເທົ່າທຽມກັນ ລະຫວ່າງ ຜະລິດຕະພັນ ແລະ ສິນຄ້າທີ່ນຳເຂົ້າກັບຜະລິດຕະພັນ ແລະ ສິນຄ້າຢູ່ພາຍໃນປະເທດ ແລະ ລະຫວ່າງຜະລິດຕະພັນ ແລະ ສິນຄ້າທີ່ນຳເຂົ້າຈາກປະເທດຕ່າງໆ;

5.  ໃຫ້ມາດຕຖານແຫ່ງຊາດລາວ ກົມກຽວກັບມາດຕະຖານສາກົນ ຖ້າເປັນໄປໄດ້;

6.    ມີການເຂົ້າຮ່ວມຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຢ່າງເຕັມສ່ວນ ໂດຍອີງຕາມຄວາມເໝາະສົມ ແລະ ຄວາມຈຳກັດທາງດ້ານຊັບພະຍາກອນໃນການກະກຽມມາດຕະຖານສາກົນທີ່ດຳເນີນໂດຍອົງການສ້າງມາດຕະຖານສາກົນທີ່ກ່ຽວຂ້ອງ ກ່ຽວກັບມາດຕະຖານທີ່ຕົນໄດ້ຮັບຮອງເອົາແລ້ວ ຫຼື ຄາດວ່າຈະຮັບຮອງເອົາ ເພື່ອສ້າງຄວາມເປັນເອກະພາບທາງດ້ານມາດຕະຖານ ໃຫ້ກວ້າງຂວາງເທົ່າທີ່ເປັນໄປໄດ້;

7.    ນຳໃຊ້ມາດຕະຖານ ໂດຍອີງໃສ່ເງື່ອນໄຂການນຳໃຊ້ຜະລິດຕະພັນ ແລະ ສິນຄ້າຫຼານກວ່າຮູບແບບ ຫຼື ຮູບປະພັນຂອງຜະລິດຕະພັນ ແລະ ສິນຄ້າ ໃນກໍລະນີທີ່ເຫັນວ່າມີຄວາມເໝາະສົມ.

ມາດຕາ 20(ໃໝ່) ຂັ້ນຕອນການສ້າງມາດຕະຖານແຫ່ງຊາດລາວ

ການສ້າງມາດຕະຖານແຫ່ງຊາດລາວ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

1.  ການສະເໜີສ້າງມາດຕະຖານແຫ່ງຊາດລາວ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ສະພາມາດຕະຖານແຫ່ງຊາດ ທີ່ມີຈຸດປະສົງສ້າງມາດຕະຖານແຫ່ງຊາດລາວ ຕ້ອງຍື່ນຄຳສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາການສະເໜີສ້າງມາດຕະຖານແຫ່ງຊາດລາວ ໂດຍອີງໃສ່ຫຼັກການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ແລະ 18 ຂອງກົດໝາຍສະບັບນີ້. ໃນກໍລະນີການສະເໜີດັ່ງກ່າວ ໄດ້ຖືກຮັບຮອງແລ້ວກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງມອບໃຫ້ຄະນະກຳມະທິການເຕັກນິກແຫ່ງຊາດ ທີ່ກ່ຽວຂ້ອງເປັນຜູ່ຮ່າງມາດຕະຖານ.

2.  ການຮ່າງມາດຕະຖານແຫ່ງຊາດລາວ

ຄະນະກຳມະການເຕັກນິກແຫ່ງຊາດທີກ່ຽວຂ້ອງຕ້ອງຄົ້ນຄວ້າ ແລະ ຮ່າງມາດຕະຖານແຫ່ງຊາດລາວ ໂດຍປະສານສົມທົບກັບຜູ່ສະເໜີສ້າງ, ຜູ່ສະໜອງ ແລະ ຜູ່ບໍລິໂພກ. ເມື່ອເຫັນວ່າມີຄວາມຈຳເປັນຄະນະກຳມະທິການເຕັກນິກແຫ່ງຊາດ ສາມາດນຳໃຊ້ຜູ່ຊ່ຽວຊານຕ່າງປະເທດ ຄາມຄວາມເໝາະສົມ.

ຄະນະກຳມະທິການເຕັກນິກແຫ່ງຊາດ ຕ້ອງນຳເອົາຮ່າງມາດຕະຖານແຫ່ງຊາດລາວ ລົງໃນເວັບໄຊຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສື່ສິ່ງພິມອື່ນຢ່າງໜ້ອຍ ຫົກສິບວັນ ເພື່ອຮັບເອົາຄຳເຫັນຈາກສາທາລະນະຊົນ.

ຄະນະກຳມະທິການເຕັກນິກແຫ່ງຊາດ ຕ້ອງກວດກາ ແລະ ປັງປຸງຮ່າງມາດຕະຖານແຫ່ງຊາດລາວ ບັນພື້ນຖານຄຳເຫັນທີ່ມີເຫດຜົນທາງດ້ານວິຊາການ, ຈາກນັ້ນຄະນະກຳມະທິການເຕັກນິກແຫ່ງຊາດ ຈຶ່ງນຳສະເໜີຮ່າງມາດຕະຖານແຫ່ງຊາດລາວຕໍ່ສະພາມາດຕະຖານແຫ່ງຊາດ ເພື່ອພິຈາລະນາຮັບຮອງ.

3.  ການຮັບຮອງມາດຕະຖານແຫ່ງຊາດລາວ

ມາດຕະຖານແຫ່ງຊາດລາວ ຈະຖືກຮັບຮອງທາງດ້ານຫຼັກການຈາກສະພາມາດຕະຖານແຫ່ງຊາດ ດ້ວຍຄະແນນສຽງເຫັນດີຢ່າງໜ້ອຍ ສອງສ່ວນສາມ ຂອງຈຳນວນສະມາຊິກສະພາມາດຕະຖານແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ, ຈາກນັ້ນສະພາມາດຕະຖານແຫ່ງຊາດ ຈຶ່ງນຳສະເໜີມາດຕະຖານແຫ່ງຊາດລາວດັ່ງກ່າວ ຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.

ມາດຕາ 21(ປັບປຸງ) ຜົນບັງຄັບປະຕິບັດມາດຕະຖານແຫ່ງງຊາດລາວ

ມາດຕະຖານແຫ່ງຊາດລາວ ມີຜົນບັງຄັບປະຕິບັດພາຍໃນ ຫົກສິບວັນ ນັບແຕ່ວັນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ປະກາດໃຊ້ເປັນຕົ້ນໄປ ແລະ ຕ້ອງລົງໃນເວັບໄຊຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສື່ສິ່ງພິມອື່ນ.

ມາດຕາ 22 ການນຳໃຊ້ມາດຕະຖານແຫ່ງຊາດລາວ

ການນຳໃຊ້ມາດຕະຖານແຫ່ງຊາດລາວ ໃຫ້ປະຕິບັດຕາມຄວາມສະໝັກໃຈຂອງພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ຜູ່ສະໝອງ ແລະ ຜູ່ບໍລິໂພກ ເວັ້ນເສັຍແຕ່ລະບຽບກົດໝາຍ ແລະ ລະບຽບການເຕັກນິກໄດ້ກຳນົດໃຫ້ນຳໃຊ້ແບບບັງຄັບ ເຊັ່ນ ຜະລິດຕະພັນ, ສິນຄ້າຍຸດທະສາດ, ການບໍລິການ ແລະ ສິ່ງແວດລ້ອມ ຊຶ່ງເປັນເປົ້າໝາຍຄຸ້ມຄອງ ແລະ ບັງຄັບໃຊ້ ທີ່ພົວພັນເຖິງຄວາມປອດໄພ, ສຸຂານາໄມ, ສຸຂະພາບ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ມາດຕາ 23(ໃໝ່) ການປັບປຸງ, ການຍົກເລີກມາດຕະຖານແຫ່ງຊາດລາວ

ການປັບປຸງ, ການຍົກເລີກມາດຕະຖານແຫ່ງຊາດລາວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 39 ຂໍ້ 5 ຂອງກົດໝາຍສະບັບນີ້ ສະພາມາດຕະຖານແຫ່ງຊາດ ໂດຍປະສານສົມທົບກັບຄະນະກຳມະທິການເຕັກນິກແຫ່ງຊາດທີ່ກ່ຽວຂ້ອງ ເພື່ອທັບທວນການປັບປຸງ, ການຍົກເລີກມາດຕະຖານແຫ່ງຊາດລາວ ໃນທຸກຫ້າປີ ຫຼື ໄວກວ່ານັ້ນ ຖ້າຫາກມີຄວາມຈຳເປັນ ແລ້ວນຳສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາ.

ໝວດທີ 2
ລະບຽບການເຕັກນິກ

ມາດຕາ 24 ລະບຽບການເຕັກນິກ

ລະບຽບການເຕັກນິກ ແມ່ນ ເອກະສານກຳນົດສະເພາະທາງດ້ານເຕັກນິກຂອງຜະລິດຕະພັນ ແລະ ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາອື່ນທີ່ກ່ຽວຂ້ອງ ເພື່ອຮັບໃຊ້ການຄຸ້ມຄອງ ແລະ ກວດກາ, ຮັບປະກັນຄວາມປອດໄພ, ສຸຂານາໄມ, ສຸຂະພາບຂອງຄົນ, ສັດພືດ, ສິ່ງແວດລ້ອມ, ສິດ ແລະ ຜົນປະໂຫຽດອັນຊອບທຳຂອງຜູ່ບໍລິໂພກ, ປົກປັກຮັກສາສິ່ງແວດລ້ອມ, ຜົນປະໂຫຽດ ແລະ ຄວາມໝັ້ນຄົງຂອງຊາດ.

ມາດຕາ 25 ເນື້ອໃນລະບຽບການເຕັກນິກ

ເນື້ອໃນລະບຽບການເຕັກນິກ ປະກອບດ້ວຍ ການກຳນົດລະດັບ, ຂອບເຂດ, ຄຸນລັກສະນະສະເພາະທາງດ້ານເຕັກນິກ, ຄຳສັບເຕັກນິກ, ສັນຍາລັກ, ການຫຸ່ມຫໍ່, ເຄື່ອງໝາຍ ແລະ ສະຫຼາກ ຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງແວດລ້ອມ.

ລະບຽບການເຕັກນິກນຳໃຊ້ ເພື່ອຄຸ້ມຄອງ ແລະ ກວດກາທາງດ້ານເຕັກນິກ ກ່ຽວກັບການຜະລິດ, ທຸລະກິດການຄ້າ ແລະ ການບໍລິການ ໂດຍສອດຄ່ອງກັບມາດຕະຖານ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 26(ໃໝ່) ລະບຽບ ການກະກຽມ, ການຮັບຮອງ, ການພິມເຜີຍແຜ່ ແລະ ການນຳໃຊ້ລະບຽບການເຕັກນິກ

ການກະກຽມ, ການຮັບຮອງ, ການພິມເຜີຍແຜ່ ແລະ ການນຳໃຊ້ລະບຽບການເຕັກນິກ ຕ້ອງປະຕິບັດຕາມລະບຽບການຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສອດຄ່ອງກັບຄຳແນະນຳການປະຕິບັດລະບຽບການທີ່ດີ, ນະໂຍບາຍ ກ່ຽວກັບມາດຕະຖານ ແລະ ຄວາມສອດຄ່ອງຂອງອາຊຽນລວມທັງຂໍ້ຕົກລົງກ່ຽວກັບສິ່ງກີດຂວາງດ້ານເຕັກນິກ ຕໍ່ການຄ້າຂອງອົງການການຄ້າໂລກ, ນອກນັ້ນຍັງຕ້ອງປະຕິບັດຢ່າງເປັນເອກະພາບໃນບັນດາອົງການຈັດຕັ້ງ ແລະ ຂະແໜງການທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.

ມາດຕາ 27(ໃໝ່) ການສ້າງການຮັບຮອງ ແລະ ການພິມເຜີຍແຜ່ລະບຽບການເຕັກນິກ

ກະຊວງ, ອົງການທີ່ກ່ຽວຂ້ອງປະສານສົມທົບກັບອົງການປົກຄອງແຂວງ, ນະຄອນ ໃນການສ້າງລະບຽບການເຕັກນິກ ໂດຍແຕ່ງຕັ້ງຄະນະວິຊາການເຕັກນິກຈາກກະຊວງ, ອົງການທີ່ກ່ຽວຂ້ອງດັ່ງກ່າວ ເພື່ອຄົ້ນຄ້ວາສ້າງຮ່າງລະບຽບການເຕັກນິກ.

ຫຼັງຈາກຄະນະວິຊາການເຕັກນິກດັ່ງກjkວ ໄດ້ຮ່າງລະບຽບການເຕັກນິກສຳເລັດໃນເບື້ອງຕົ້ນແລ້ວ ຕ້ອງໄດ້ເອົາລົງໃນເວັບໄຊ ແລະ ສື່ສິ່ງພິມອື່ນ ເພື່ອໃຫ້ສາທາລະນະຊົນ ເປັນຕົ້ນ ຜູ່ສະໜອງ ແລະ ຜູ່ບໍລິໂພກປະກອບຄຳເຫັນຢ່າງໜ້ອຍ ຫົກສິບວັນ ພ້ອມດຽວກັນນັ້ນຕ້ອງສົ່ງຮ່າງລະບຽບການດັ່ງກ່າວໃຫ້ອົງການການຄ້າໂລກ ແລະ ອົງການຈັດຕັ້ງສາກົນຕາມທີ່ໄດ້ກຳນົດໄວ້ໃນສັນຍາສາກົນ ແລະ ສົນທິສັນຍາທີ່ກ່ຽວຂ້ອງ ຊຶ່ງ ສປປ ລາວ ເປັນພາຄີ.

ໃນກໍລະນີເກີດເຫດຈຳເປັນຮີບດ່ວນ ຊຶ່ງຈະສ້າງຜົນກະທົບທີ່ໃຫ່ຽຫຼວງໃຫ້ແກ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ, ສິ່ງແວດລ້ອມ ແລະ ຄວາມໝັ້ນຄົງຂອງຊາດນັ້ນ ການສ້າງລະບຽບການເຕັກນິກບໍ່ຈຳເປັນຕ້ອງໄປຕາມຂັ້ນຕອນທີ່ໄດ້ກຳນົດໄວ້ຂ້າງເທິງນີ້ ແຕ່ຕ້ອງແຈ້ງໃຫ້ອົງການການການຄ້າໂລກ ແລະ ອົງການຈັດຕັ້ັ້ງສາກົນທີ່ກ່ຽວຂ້ອງຮັບຊາບໄວເທົ່າທີ່ຄວນ.

ກະຊວງ ແລະ ອົງການທີ່ກ່ຽວຂ້ອງດັ່ງກ່າວ ຕ້ອງຮັບຮອງ, ປະກາດໃຊ້, ພິມເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດລະບຽບການເຕັກນິກ.

ມາດຕາ 28(ປັບປຸງ) ຫຼັກການສ້າງລະບຽບການເຕັກນິກ

ກາສ້າງລະບຽບການເຕັກນິກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ຕ້ອງສອດຄ່ອງກັບຫຼັກການ, ລະບຽບກົດໝາຍທີ່ກ່ຽວຂ້ອງ ສປປ ລາວ ແລະ ສັນຍາສາກົນ, ສົນທິສັນຍາ ທີ ສປປ ລາວ ເປັນພາຄີ;

2. ຕ້ອງອີງໃສ່ເນື້ອໃນການສ້າງມາດຕະຖານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງກົດໝາຍສະບັບນີ້;

3. ຮັບປະກນັການປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ, ສະກັດກັ້ນ ການຕົວະຍົວະຫຼອກລວງ, ປົກປ້ອງຄວາມໝັ້ນຄົງຂອງຊາດ ແລະ ຮັບປະກັນຄຸນນະພາບ, ຄວາມປອດໄພຂອງສິນຄ້າ;

4.   ຕ້ອງບໍ່ໃຫ້ເປັນອຸປະສັກທີ່ບໍ່ຈຳເປັນຕໍ່ການຄ້າ;

5. ຕ້ອງປະຕິບັດຢ່າງໜ້ອຍໃຫ້ເທົ່າທຽມກັນລະຫວ່າງຜະລິດຕະພັນ ແລະ ສິນຄ້າທີ່ນຳເຂົ້າຈາກປະເທດຕ່າງໆ;

6. ຮັບປະກັນ ການນຳໃຊ້ມີວິທີທີ່ແທດເໝາະກັບຕົວຈິງ ໃນການບັນລຸຈຸດປະສົງທີ່ຊອບທຳ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການສ້າງ ແລະ ການຈັດຕັ້ງປະຕິບັດ ແລະ ຫຼີກເວັ້ນຜົນສະທ້ອນທີ່ອາດເກີດຂຶ້ນ;

7. ຮັບປະກັນ ການນຳໃຊ້ຜະລິດຕະພັນ ແລະ ສິນຄ້າ ໃຫ້ເປັນບ່ອນອີງບ່ອນອີງຫຼາຍກວ່າຮູບແບບ ຫຼື ຮູບປະພັນ ຂອງຜະລິດຕະພັນ ແລະ ສິນຄ້າ ໃນກໍລະນີທີ່ເຫັນວ່າມີຄວາມເໝາະສົມ;

8. ຮັບປະກັນ ຄວາມສອດຄ່ອງຂອງລະບຽບການເຕັກນິກ ກັບກົດການປະຕິບັດ ຊຶ່ງຕ້ອງປະຕິບັດຕາມຂັ້ນຕອນຂອງການປະເມີນຄວາມສອດຄ່ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 53 ແລະ 54 ຂອງກົດໝາຍສະບັບນີ້.

ນອກຈາກ ຈະອີງໃສ່ມາດຕະຖານສາກົນ ແລະ ມາດຕະຖານແຫ່ງຊາດລາວແລ້ວ ການສ້າງລະບຽບການເຕັກນິກ ຍັງຕ້ອງອີງໃສ່ຫຼັກຖານທາງດ້ານເຕັກນິກ ແລະ ວິທະຍາສາດອີກດ້ວຍ.

ມາດຕາ 29(ໃໝ່) ການສ້າງລະບຽບການເຕັກນິກ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການສ້າງລະບຽບການເຕັກນິກ ເພື່ອຄວາມເປັນເອກະພາບໃນການກະກຽມ, ການຮັບຮອງ, ການພິມເຜີຍແຜ່, ການນຳໃຊ້ ແລະ ການທົບທວນທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ສອດຄ່ອງກັບສົນທິສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ, ຂໍ້ຕົກລົງ ກ່ຽວກັບສິ່ງກີດຂວາງດ້ານເຕັກນິກ ຕໍ່ການຄ້າຂອງການການຄ້າໂລກ, ບົດແນະນຳຂອງອາຊຽນວ່າດ້ວຍ ຫຼັກການປະຕິບັດທີ່ດີດ້ານລະບຽບກົດໝາຍ ແລະ ນະໂຍບາຍຂອງອາຊຽນວ່າດ້ວຍມາດຕະຖານ ແລະ ຄວາມສອດຄ່ອງ ທັງໃຫ້ນຳໃຊ້ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 30(ປັບປຸງ) ການປະກາດໃຊ້ລະບຽບການເຕັກນິກ

ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຜູ່ປະກາດໃຊ້ລະບຽບການເຕັກນິກ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ຊຶ່ງມີຜົນສັກສິດຫຼັງຈາກ ໜຶ່ງຮ້ອຍແປດສິບວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ມາດຕາ 31(ປັບປຸງ) ຜົນບັງຄັບໃຊ້ລະບຽບການເຕັກນິກ

ລະບຽບການເຕັກນິກ ມີຜົນບັງຄັບໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງເປັນຕົ້ນ ຜູ່ສະໜອງ ແລະ ຜູ່ບໍລິໂພກ.

ມາດຕາ 32(ໃໝ່) ຄວາມຮັບຜິດຊອບຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃນການສ້າງ ແລະ ນຳໃຊ້ລະບຽບການເຕັກນິກ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີຄວາມຮັບຜິດຊອບໃນການສ້າງ ແລະ ນຳໃຊ້ລະບຽບການເຕັກນິກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 28 ຂອງກົດໝາຍສະບັບນີ້ ດັ່ງນີ້:

1. ໃຫ້ການຊ່ວຍເຫຼືອດ້ານວິຊາການແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດທັງ ຢູ່ ສູນກາງ ແລະ ທ້ອງຖິ່ນ;

2. ສະໜອງຂໍ້ມູນດ້ານວິຊາການ, ມາດຕະຖານ, ຂັ້ນຕອນການປະເມີນຄວາມສອດຄ່ອງຂອງພາກພື້ນ ແລະ ສາກົນທີ່ກ່ຽວຂ້ອງກັບລະບຽບການເຕັກນິກຕາມການສະເໜີ;

3. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມສອດຄ່ອງກັບກົດໝາຍສະບັບນີ້, ສັນຍາສາກົນ ແລະ ສົນທິສັນຍາ ທີ ສປປ ລາວ ເປັນພາຄີ;

4. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສົ່ງເສີມການສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈ ກ່ຽວກັບຈຸດປະສົງ ແລະ ຂະບວນການນຳໃຊ້ລະບຽບການເຕັກນິກ;

ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຊຶ່ງອອກລະບຽບການເຕັກນິກອາດຈະປັບປຸງ ຫຼື ຍົກເລີກລະບຽບການດັ່ງກ່າວ ໂດຍອີງຕາມຄວາມຈຳເປັນ ເຊັ່ນ ຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ໝວດທີ 3
ກົດການປະຕິບັດ

ມາດຕາ 33(ໃໝ່) ກົດປະຕິບັດ (Code of Practice)

ກົດການປະຕິບັດ ແມ່ນ ຄຳແນະນຳການປະຕິບັດຕົວຈິງ ກ່ຽວກັບຂັ້ນຕອນການອອກແບບ, ການຜະລິດ, ການຕິດຕັ້ງ, ການບຳລຸງຮັກສາ ຫຼື ການນຳໃຊ້ອຸປະກອນ, ໂຄງສ້າງ, ຜະລິດຕະພັນ ແລະ ສິນຄ້າ ເພື່ອໃຫ້ໄດ້ຄຸນນະພາບ ແລະ ມີຄວາມປອດໄພ.

ມາດຕາ 34(ໃໝ່) ເນື້ອໃນກົດການປະຕິບັດ

ເນື້ອໃນກົດປະຕິບັດ ປະກອບດ້ວຍ ຄຳແນະນຳກ່ຽວກັບວິທີການ, ຂັ້ນຕອນການນຳໃຊ້ມາດຕະການ ແລະ ລະບຽບການເຕັກນິກ ເຂົ້າສູ່ພາກປະຕິບັດຕົວຈິງໃນການຜະລິດ, ທຸລະກິດການຄ້າ ແລະ ການບໍລິການ.

ມາດຕາ 35(ໃໝ່) ຫຼັກການສ້າງກົດການປະຕິບັດ

ການສ້າງກົດການປະຕິບັດ ຕ້ອງສອດຄ່ອງກັບມາດຕະຖານ, ລະບຽບການເຕັກນິກ ແລະ ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ສັນຍາສາກົນ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 36(ໃໝ່) ການສ້າງ, ການຮັບຮອງ, ການປະກາດໃຊ້, ການນຳໃຊ້, ການພິມເຜີຍແຜ່ກົດການປະຕິບັດ

ການສ້າງ, ການຮັບຮອງ, ການປະກາດໃຊ້, ການນຳໃຊ້ ແລະ ກາພິມເຜີຍແຜ່ກົດການປະຕິບັດໃຫເປະຕິບັດດັ່ງດຽວກັນກັບລະບຽບການເຕັກນິກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 29, 30, 31, ແລະ 32 ຂອງກົດໝາຍສະບັບນີ້.

ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຜູ່ອອກກົດການປະຕິບັດ ແລະ ອາດຈະປັບປຸງ ຫຼື ຍົກເລີກກົດການປະຕິບັດນັ້ນ ໂດຍອີງຕາມຄວາມຈຳເປັນ ເຊັ່ນ ຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ພາກທີ IV
ການຈັດຕັ້ງທີ່ຮັບຜິດຊອບວຽກງານສ້າງມາດຕະຖານແຫ່ງຊາດລາວ

ມາດຕາ 37 ການຈັດຕັ້ງທີ່ຮັບຜິດຊອບວຽກງານສ້າງມາດຕະຖານແຫ່ງຊາດລາວ

ການຈັດຕັ້ງທີ່ຮັບຜິດຊອບວຽກງານສ້າງມາດຕະຖານແຫ່ງຊາດລາວ ມີ ດັ່ງນີ້:

1.  ສະພາມາດຕະຖານແຫ່ງຊາດ;

2.  ຄະນະກຳມະການເຕັກນິກແຫ່ງຊາດ.

ມາດຕາ 38(ປັບປຸງ) ທີ່ຕັ້ງ ແລະ ພາລະບົດບາດຂອງສະພາມາດຕະຖານແຫ່ງຊາດ

ສະພາມາດຕະຖານແຫ່ງຊາດ ຖືກສ້າງຕັ້ງຂຶ້ນໂດຍລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດໃນການພິຈາລະນາ ແລະ ຮັບຮອງເອົາມາດຕະຖານແຫ່ງຊາດລາວແລ້ວນຳສະເໜີຕໍ່ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາປະກາດໃຊ້.

ມາດຕາ 39(ປັບປຸງ) ສິດ ແລະ ໜ້າທີ່ ຂອງສະພາມາດຕະຖານແຫ່ງຊາດ

ສະພາມາດຕະຖານແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄ້ວານະໂຍບາຍ, ລະບຽບການ, ແຜນງານ, ໂຄງການ ແລະ ກິດຈະກຳຕ່າງໆ ກ່ຽວກັບງຽກງານມາດຕະຖານ ເພື່ອນຳສະເໜີຕໍ່ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາ;

2. ຄົ້ນຄ້ວາຫຼັກການ, ວິທີການ ແລະ ຂັ້ນຕອນ ກ່ຽວກັບການສ້າງ ແລະ ການຮັບຮອງມາດຕະຖານແຫ່ງຊາດລາວ ລວມທັງການຈັດຕັ້ງປະຕິບັດ;

3. ກຳນົດ, ຜະລິດຕະພັນ, ສິນຄ້າ, ການບໍລິການ ແລະ ສິ່ງແວດລ້ອມທີ່ເປັນບູລິມະສິດ ເພື່ອສ້າງມາດຕະຖານແຫ່ງຊາດລາວ;

4. ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານມາດຕະຖານ ຕາມການລາຍງານຂອງຄະນະກຳມະທິການເຕັກນິກແຫ່ງຊາດທີ່ກ່ຽວຂ້ອງ;

5. ຄົ້ນຄ້ວາກ່ຽວກັບການຮັບຮອງ, ການປັບປຸງ ແລະ ການຍົກເລີກມາດຕະຖານແຫ່ງຊາດລາວ, ກາໝາຍມາດຕະຖານແຫ່ງຊາດລາວ ແລະ ການຢັ້ງຢືນຄວາມສອດຄ່ອງ ຕາມການສະເໜີຂອງຄະນະກຳມະການເຕັກນິກແຫ່ງຊາດທີ່ກ່ຽວຂ້ອງ ແລ້ວນຳສະເໜີຕໍ່ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາ;

6. ປະກອບຄຳເຫັນໃສ່ຮ່າງກາໝາຍຢັ້ງຢືນປະເພດຕ່າງໆ ແລະ ບັນຫາອື່ນທີ່ພົວພັນເຖິງວຽກງານມາດຕະຖານ;

7. ເຂົ້າຮ່ວມ ກອງປະຊຸມ ແລະ ການເຄື່ອນໄຫວວຽກງານມາດຕະຖານ ຢູ່ ພາຍໃນ ແລະ ຕ່າງປະເທດຕາມການມອບໝາຍ ຫຼື ການແຕ່ງຕັ້ງຂອງກະຊວງ, ຂະແໜງການບ່ອນຕົນສັງກັດ ຕາມການສະເໜີຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;

8.   ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 40 ໂຄງປະກອບຂອງສະພາມາດຕະຖານແຫ່ງຊາດ

ສະພາມາດຕະຖານແຫ່ງຊາດ ປະກອບດ້ວຍ ຜູ່ຕາງໜ້າຈາກບັນດາກະຊວງ, ອົງການ, ສະຖາບັນການສຶກສາ, ສະມາຄົມວິຊາຊີບ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ່ສະໜອງ ແລະ ຜູ່ບໍລິໂພກ.

ສະພາມາດຕະຖານແຫ່ງຊາດ ມີ ປະທານ, ຮອງປະທານຈຳນວນໜຶ່ງ, ກຳມະການ ແລະ ກົງຈັກຊ່ວຍວຽກ.

ສຳລັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາມາດຕະຖານແຫ່ງຊາດ ລວມທັງກົງຈັກຊ່ວຍວຽກໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 41(ປັບປຸງ) ປະທານ, ຮອງປະທານ ແລະ ກຳມະການ ຂອງສາພາມາດຕະຖານແຫ່ງຊາດ

ປະທານ, ຮອງປະທານ ແລະ ກຳມະການ ຂອງສາພາມາດຕະຖານແຫ່ງຊາດ ຕ້ອງມີຄຸນວຸດທິ ແລະ ປະສົບການໃນການບໍລິຫານວຽກງານ ແລະ ຖືກແຕ່ງຕັ້ງໂດຍລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕາມກາສະເໜີຂອງສະພາມາດຕະຖານແຫ່ງຊາດ ບົນພື້ນຖານມະຕິຂອງກອງປະຊຸມສະພາດັ່ງກ່າວ.

ສິດ ແລະ ໜ້າທີ່ ຂອງທານ, ຮອງປະທານ ແລະ ກຳມະການ ຂອງສາພາມາດຕະຖານແຫ່ງຊາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 42(ປັບປຸງ) ຄະນະກຳມະການເຕັກນິກແຫ່ງຊາດ

ຄະນະກຳມະການເຕັກນິກແຫ່ງຊາດ ຖືກສ້າງຕັ້ງຂຶ້ນໂດຍສະພາມາດຕະຖານແຫ່ງຊາດ ເພື່ອຊ່ວຍວຽກໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ກ່ຽວກັບວຽກງານມາດຕະຖານ.

ຄະນະກຳມະການເຕັກນິກແຫ່ງຊາດ ປະກອບດ້ວຍ ນັກວິຊາການທີ່ກ່ຽວຂ້ອງຈາກບັນດາກະຊວງ,  ອົງການ, ສະຖາບັນການສຶກສາ, ສະມາຄົມວິຊາຊີບ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ່ສະໜອງ ແລະ ຜູ່ບໍລິໂພກ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ.

ຄະນະກຳມະການເຕັກນິກແຫ່ງຊາດ ມີ ຫົວໜ້າ, ຮອງຫົວໜ້າ ແລະ ກຳມະການ ຊຶ່ງຖືກແຕ່ງຕັ້ງ ໂດຍປະທານສະພາມາດຕະຖານແຫ່ງຊາດ.

ມາດຕາ 43(ປັບປຸງ) ສິດ ແລະ ໜ້າທີ່ ຂອງຄະນະກຳມະການເຕັກນິກແຫ່ງຊາດ

ຄະນະກຳມະການເຕັກນິກແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ປະກອບຄຳເຫັນ ແລະ ສ້າງຮ່າງມາດຕະຖານ ແລະ ເອກະສານຄູ່ມືເຕັກນິກ;

2.   ເຂົ້າຮ່ວມ ຄົ້ນຄ້ວາ ແລະ ຕີລາຄາ ກ່ຽວກັບການຢັ້ງຢືນປະເພດຕ່າງໆ;

3. ເຂົ້າຮ່ວມ ກອງປະຊຸມ ແລະ ການເຄື່ອນໄຫວວຽກງານມາດຕະຖານ ຢູ່ ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍຂອງກະຊວງ, ຂະແໜງການບ່ອນຕົນສັງກັດ;

4.   ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ;

5. ສະຫຼຸບ, ລາຍງານ ການເຄື່ອນໄຫວກ່ຽວກັບວຽກງານມາດຕະຖານ ຕໍ່ສະພາມາດຕະຖານແຫ່ງຊາດ ຢ່າງເປັນປົກກະຕິ;

6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 44(ປັບປຸງ) ການແຕ່ງຕັ້ງຜູ່ຕາງໜ້າ

ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງແຕ່ງຕັ້ງຜູ່ຕາງໜ້າ ຫຼື ນັກວິຊາການ ຂອງຕົນເພື່ອປະກອບເຂົ້າ ສະພາມາດຕະຖານແຫ່ງຊາດ ຫຼື ຄະນະກຳມະການເຕັກນິກແຫ່ງຊາດ ຕາມການສະເໜີຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີບໍ່ໃຫ້ເກີນ ສາມສິບວັນ ນັບແຕ່ວັນໄດ້ຮັບຄຳສະເໜີນັ້ນ ເປັນຕົ້ນໄປ.

ພາກທີ V
ສອດຄ່ອງທາງດ້ານ
ມາດຕະຖານ, ລະບຽບການເຕັກນິກ ແລະ ການປະເມີນຄວາມສອດຄ່ອງ

ໝວດທີ 1
ຄວາມສອດຄ່ອງທາງດ້ານມາດຕະຖານ ແລະ ລະບຽບການເຕັກນິກ

ມາດຕາ 45 ຄວາມສອດຄ່ອງທາງດ້ານມາດຕະຖານ ແລະ ລະບຽບການເຕັກນິກ

ຄວາມສອດຄ່ອງ ແມ່ນ ຄວາມກົມກຽວ, ຄວາມຖືກຕ້ອງຕາມມາດຕະຖານ ແລະ ລະບຽບການເຕັດນິກທີ່ຕິດພັນກັບຄວາມປອດໄພ ແລະ ຄຸນນະພາບ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ແລະ ສິ່ງແວດລ້ອມ.

ມາດຕາ 46(ປັບປຸງ) ຫຼັກການປະເມີນຄວາມສອດຄ່ອງ

ການປະເມີນຄວາມສອດຄ່ອງ ຕ້ອງດຳເນີນໃຫ້ຖືກຕ້ອງຕາມຂັ້ນຕອນ, ຫຼັກການ ແລະ ລະບຽບການຂອງພາກພື້ນ ແລະ ສາກົນ ຫຼື ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 47 ອົງການປະເມີນຄວາມສອດຄ່ອງ

ອົງການປະເມີນຄວາມສອດຄ່ອງ ແມ່ນ ການຈັດຕັ້ງໜຶ່ງ ທີ່ສ້າງຂຶ້ນໃນແຕ່ລະຂະແໜງການຂອງລັດ ແລະ ພາກສ່ວນເອກະຊົນທີ່ກ່ຽວຂ້ອງ, ມີພາລະບົດບາດໃນການຕີລາຄາ ແລະ ປະເມີນຄວາມກົມກຽວ, ຄວາມສອດຄ່ອງຂອງການຈັດຕັ້ງປະຕິບັດມາດຕະຖານ ແລະ ລະບຽບການເຕັກນິກ.

ໂຄງປະກອບການຈັດຕັ້ງ, ບຸກຄະລາກອນ, ສິດ ແລະ ໜ້າທີ່ຂອງອົງການປະເມີນຄວາມສອດຄ່ອງໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 48 ຮູບການ ການປະເມີນຄວາມສອດຄ່ອງ

ການປະເມີນຄວາມສອດຄ່ອງ ມີຮູບການຕົ້ນຕໍ ດັ່ງນີ້:

1.  ການປະເມີນຄວາມສອດຄ່ອງດ້ວຍຕົນເອງ;

2.  ການປະເມີນຄວາມສອດຄ່ອງດ້ວຍຄວາມສະໝັກໃຈ;

3.  ການປະເມີນຄວາມສອດຄ່ອງແບບບັງຄົບ.

ມາດຕາ 49 ການປະເມີນຄວາມສອດຄ່ອງດ້ວຍຕົນເອງ

ການປະເມີນຄວາມສອດຄ່ອງດ້ວຍຕົນເອງທາງດ້ານມາດຕະຖານ ໃຫ້ດຳເນີນໂດຍບຸກຄົນ, ນິຕິບຸກຄົນ ຊຶ່ງຕ້ອງປະຕິບັດໃຫ້ສອດຄ່ອງກັບຂັ້ນຕອນ, ຫຼັກການ ແລະ ລະບຽບການ ທີ່ໄດ້ກຳນົດໄວ້ແລ້ວແຈ້ງໃຫ້ອົງການປະເມີນຄວາມສອດຄ່ອງຂອງຂະແໜງການທີ່ກ່ຽວຂ້ອງຂອງລັດ ເພື່ອຢັ້ງຢືນ.

ມາດຕາ 50 ການປະເມີນຄວາມສອດຄ່ອງດ້ວຍຄວາມສະໝັກໃຈ

ການປະເມີນຄວາມສອດຄ່ອງດ້ວຍຄວາມສະໝັກໃຈທາງດ້ານມາດຕະຖານ ໃຫ້ດຳເນີນໂດຍອົງການປະເມີນຄວາມສອດຄ່ອງຂອງຂະແໜງການຂອງລັດ ດ້ວຍການທົດສອບ, ການກວດກາ, ການຢັ້ງຢືນແລ້ວແຈ້ງຄວາມສອດຄ່ອງກັບມາດຕະຖານ ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີມານັ້ນ.

ມາດຕາ 51 ການປະເມີນຄວາມສອດຄ່ອງແບບບັງຄັບ

ການປະເມີນຄວາມສອດຄ່ອງແບບບັງຄັບທາງດ້ານລະບຽບການເຕັກນິກ ໃຫ້ດຳເນີນໂດຍອົງການປະເມີນຄວາມສອດຄ່ອງ ຂອງຂະແໜງການຂອງລັດ ດ້ວຍການກວດສອບ, ການກວດກາ, ການຢັ້ງຢືນຜະລິດຕະພັນ, ສິນຄ້າ, ການບໍລິກການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາອື່ນທີ່ກ່ຽວຂ້ອງກັບລະບຽບການເຕັກນິກ.

ໝວດທີ 2
ການປະເມີນຄວາມສອດຄ່ອງ

ມາດຕາ 52(ໃໝ່) ການປະເມີນຄວາມສອດຄ່ອງ

ການປະເມີນຄວາມສອດຄ່ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 46, 49, 50 ແລະ 51 ຂອງກົດໝາຍສະບັບນີ້ ປະກອບດ້ວຍທຸລະກິດຈະກຳທີ່ຕິດພັນກັບເງື່ອນໄຂໃນການກຳນົດໂດຍທາງກົງ ຫຼື ທາງອ້ອມກ່ຽວກັບມາດຕະຖານ ຫຼື ລະບຽບການເຕັກນິກ ທີ່ຕ້ອງໄດ້ປະຕິບັດ.

ການປະເມີນຄວາມສອດຄ່ອງ ປະກອບດ້ວຍການກວດສອບ, ການກວດກາ, ການຕິດຕາມເຝົ້າລະວັງຕະຫຼາດ, ການຢັ້ງຢືນຜະລິດຕະພັນ ແລະ ສິນຄ້າ, ການຢັ້ງຢືນລະບົບຄຸ້ມຄອງຄຸນນະພາບ ແລະ ການຮັບຮອງ.

ການປະເມີນຄວາມສອດຄ່ອງສະເພາະໃດໜຶ່ງ ອາດລວມເອົາໜຶ່ງ ຫຼື ຫຼາຍກິດຈະກຳທີ່ໄດ້ກ່າວມາຂ້າງເທິງນີ້.

ມາດຕາ 53(ໃໝ່) ລະບຽບການກ່ຽວກັບຂັ້ນຕອນການປະເມີນຄວາມສອດຄ່ອງ

ຂັ້ນຕອນການປະເມີນຄວາມສອດຄ່ອງ ຕ້ອງດຳເນີນຕາມມາດຕະຖານແຫ່ງຊາດລາວ, ຄຳແນະນຳຂອງພາກພື້ນ, ສາກົນ, ເງື່ອນໄຂຂອງສັນຍາສາກົນ, ສົນທິສັນຍາ ແລະ ສອງຝ່າຍ ທີ່ ສປປ ລລາວ ເປັນພາຄີ.

ຂັ້ນຕອນການປະເມີນຄວາມສອດຄ່ອງ ຕ້ອງປະຕິບັດ ດັ່ງນີ້:

1.    ການກະກຽມ, ຮັບຮອງ ແລະ ນຳໃຊ້ຕ້ອງປະຕິບັດຢ່າງໜ້ອຍເທົ່າທຽມກັນ ລະຫວ່າງຜະດລິດຕະພັນ ແລະ ສິນຄ້າທີ່ນຳເຂົ້າກັບຜະລິດຕະພັນ ແລະ ສິນຄ້າ ຢູ່ພາຍໃນປະເທດ ແລະ ລະຫວ່າງຜະລິດຕະພັນ ແລະ ສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ;

2.    ມາດຕະຖານ, ລະບຽບການເຕັກນິກ ແລະ ຄຳແນະນຳຕ່າງໆທີ່ກ່ຽວຂ້ອງ ໃຫ້ນຳໃຊ້ເມື່ອມີຄວາມຈຳເປັນ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງຂັ້ນຕອນການປະເມີນຄວາມສອດຄ່ອງ, ເວັ້ນເສັຍແຕ່ຂັ້ນຕອນເຫຼົ່ານັ້ນ ຫາກບໍ່ແທດເໝາະກັບການນຳໃຊ້ຢູ່ ສປປ ລາວ;

3.    ການຂໍອະນຸຍາດ, ການຢັ້ງຢືນ ແລະ ການຮັບຮອງຕ້ອງໃຫ້ມີຈຳນວນໜ້ອຍທີ່ສຸດເພື່ອບັນລຸວັດຖຸປະສົງຂອງລະບຽບການເຕັກນິກ;

4.    ຂໍ້ມູນສະເພາະ ເພື່ອການປະເມີນຄວາມສອດຄ່ອງ ແລະ ກຳນົດຄ່າທຳນຽມ ແລະ ຄ່າບໍລິການ ແມ່ນມີຄວາມຈຳເປັນ;

5.    ຂໍ້ມູນທີ່ຕິດພັນກັບການປະເມີນຄວາມສອດຄ່ອງ ເພື່ອປົກປ້ອງຜົນປະໂຫຽດທາງການຄ້າທີ່ຖືກຕ້ອງນັ້ນ ຕ້ອງຮັກສາເປັນຄວາມລັບ;

6.    ຂະແໜງການທີ່ກ່ຽວຂ້ອງຕ້ອງເຂົ້າຮ່ວມຢ່າງເຕັມສ່ວນ ໂດຍອີງຕາມຄວາມເໝາະສົມ ແລະ ຄວາມຈຳກັດທາງດ້ານຊັບພະຍາກອນໃນການກະກຽມຄຳແນະນຳ ແລະ ຂໍ້ສະເໜີສຳລັບຂັ້ນຕອນການປະເມີນຄວາມສອດຄ່ອງທີ່ດຳເນີນໂດຍອົງການສ້າງມາດຕະຖານສາກົນທີ່ກ່ຽວຂ້ອງ ເພື່ອສ້າງຄວາມເປັນເອກະພາບກັນ;

7.    ກນພິມເຜີຍແຜ່ຂັ້ນຕອນດັ່ງກ່າວທີ່ໄດ້ຖືກຮັບຮອງແລ້ວນັ້ນ ຕ້ອງດຳເນີນຢ່າງທັນການເພື່ອໃຫ້ພາກສ່ວນອື່ນທີ່ສົນໃຈ, ປະເທດສະມາຊິກອາຊຽນ ແລະ ອົງການການຄ້າໂລກສາມາດເຂົ້າເຖິງຂໍ້ມູນໄດ້ຫ

8.    ຂັ້ນຕອນດັ່ງກ່າວ ຕ້ອງໃຫ້ສອດຄ່ອງກັບການປະຕິບັດລະບຽບກນເຕັກນິກຂອງ ສປປ ລາວ ໃນກໍລະນີບໍ່ມີຂັ້ນຕອນການປະເມີນຄວາມສອດຄ່ອງຂອງສາກົນ ຫຼື ພາກພື້ນທີ່ກ່ຽວຂ້ອງ;

9.    ຜົນ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງຂອງປະເທດອື່ນ ເປັນທີ່ຍອມຮັບສຳລັບ ສປປ ລາວ;

10.  ຂັ້ນຕອນການປະເມີນຄວາມສອດຄ່ອງສຳລັບລະບຽບການເຕັກນິກທ້ອງຖິ່ນ ໃຫ້ສອດຄ່ອງກັບຂັ້ນຕອນການປະເມີນຄວາມສອດຄ່ອງແຫ່ງຊາດ;

11.  ຂັ້ນຕອນດັ່ງກ່າວ ຕ້ອງບໍ່ຖືກກະກຽມ, ຮັບຮອງ ແລະ ນຳໃຊ້ ເພື່ອສ້າງສິ່ງກີດຂວາງທີ່ບໍ່ຈຳເປັນຕໍ່ການຄ້າ ແລະ ຕ້ອງຖືກດຳເນີນຢ່າງໄວ ແລະ ໂປ່ງໃສ;

12.  ຂັ້ນຕອນການປະເມີນຄວາມສອດຄ່ອງມີຜົນຈັດຕັ້ງປະຕິບັດຢ່າງໜ້ອຍ ຮ້ອຍແປດສິບວັນ ນັບແຕ່ວັນໄດ້ລົງໃນຈົດໝາຍເຫດທາງລັດຖະການເປັນຕົ້ນໄປ.

ມາດຕາ 54(ໃໝ່) ການກຳນົດຂັ້ນຕອນການປະເມີນຄວາມສອດຄ່ອງ

ການກຳນົດຂັ້ນຕອນການປະເມີນຄວາມສອດຄ່ອງ ຕາມທີ່ໄດ້ບົ່ງໄວ້ໃນມາດຕາ 49, 50 ແລະ 51 ຂອງກົດໝາຍສະບັບນີ້ ໃຫ້ປະຕິບັດ ດັ່ງນີ້:

1. ການປະເມີນຄວາມສອດຄ່ອງດ້ວຍຕົນເອງ ໂດຍຜູ່ສະໜອງ ຫຼື ຜູ່ຜະລິດ ຊຶ່ງເອີ້ນວ່າບຸກຄົນທີໜຶ່ງ;

2. ການປະເມີນຄວາມສອດຄ່ອງ ໂດຍຜູ່ຊື້ ຫຼື ນິຕິບຸກຄົນ ຊຶ່ງເອີ້ນວ່າ ບຸກຄົນທີສອງໂດຍໄດຮັບການເຫັນດີຈາກຜູ່ສະໜອງ;

3. ການປະເມີນຄວາມສອດຄ່ອງ ທີ່ດຳເນີນໂດຍນິຕິບຸກົນ ຫຼື ກນຈັດຕັ້ງອິດສະລະເອີ້ນວ່າບຸກຄົນທີ່ສາມ ຊຶ່ງບໍ່ແມ່ນຜູ່ສະໜອງ ຫຼື ຜູ່ຜະລິດ, ຜູ່ຊື້ ຫຼື ຜູ່ໃຊ້ບໍລິການ;

4.   ການປະເມີນຄວາມສອດຄ່ອງສຳລັບມາດຕະຖານ ດຳເນີນດ້ວຍຄວາມສະໝັກໃຈ;

5. ການປະເມີນຄວາມສອດຄ່ອງສຳລັບລະບຽບການເຕັກນິກນຳໃຊ້ແບບບັງຄັບ ພາຍໃຕ້ການຊີ້ນຳຂອງອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ດ້ວຍການນຳໃຊ້ຫ້ອງທົດລອງ ທີ່ໄດ້ຮັບການຮັບຮອງຕາມການຮຽກຮ້ອງ ຖ້າບໍ່ມີຄວາມພໍໃຈຕໍ່ຜົນຂອງການປະເມີນຄວາສອດຄ່ອງ ກໍສາມາດສະເໜີຕໍ່ກະຊວງວິທະຍາດ ແລະ ເຕັກໂນໂລຊີ, ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ ກໍສາມາດຟ້ອງຕໍ່ສານປະຊາຊົນ;

6. ການປະເມີນຄວາມສອດຄ່ອງ ຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມຂໍ້ຕົກລົງຮັບຮູ້ ຊຶ່ງກັນ ແລະ ກັນ, ສັນຍາຫຼາຍຝ່າຍ, ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 55(ປັບປຸງ) ການຄັດຄ້ານ ການປະເມີນຄວາມສອດຄ່ອງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ເຫັນດີ ກ່ຽວກັບການປະເມີນຄວາມສອດຄ່ອງຂອງອົງການປະເມີນຄວາມສອດຄ່ອງ ມີສິດຄັດຄ້ານດ້ວຍການສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພິຈາລະນາແກ້ໄຂ, ຖ້າບໍ່ເຫັນດີນຳການແກ້ໄຂຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍສາມາດຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາຕາມລະບຽບກົດໝາຍ.

ພາກທີ VI
ລະບົບຄຸ້ມຄອງ ແລະ ທົດສອບ

ໝວດທີ 1
ລະບົບຄຸ້ມຄອງ

ມາດຕາ 56 ປະເພດ ລະບົບຄຸ້ມຄອງ

ລະບົບຄຸ້ມຄອງ ແບ່ງອອກເປັນ ສີ່ ປະເພດ ດັ່ງນີ້:

1.  ລະບົບຄຸ້ມຄອງຄວາມປອດໄພອງອາຫານ;

2.  ລະບົບຄຸ້ມຄອງຄຸນນະພາບ;

3.  ລະບົບຄຸ້ມຄອງສິ່ງແວດລ້ອມ;

4.  ລະບົບຄຸ້ມຄອງອື່ນ.

ມາດຕາ 57 ລະບົບຄຸ້ມຄອງຄວາມປອດໄພຂອງອາຫານ

ລະບົບຄຸ້ມຄອງຄວາມປອດໄພຂອງອາຫານ ແມ່ນ ການເຄື່ອນໄຫວຂອງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຊີ້ນຳ, ຕິດຕາມ, ຄວບຄຸມ ແລະ ກວດກາ ຂະບວນການລວມທັງການຄຸ້ມຄອງການຜະລິດອາຫານໃຫ້ສະອາດ ແລະ ການກຳຈັດສານພິດ, ສານຕົກຄ້າງ, ເຊື້ອພະຍາດ ແລະ ສິ່ງປົນເປື້ອນໃນອາຫານຢ່າງເປັນລະບົບ ຕາມມາດຕະຖານ ແລະ ລະບຽບກົດໝາຍ ກ່ຽວກັບອາຫານເພື່ອຮັບປະກັນສຸຂານາໄມ, ສຸຂະພາບ ແລະ ຄວາມປອດໄພ ຂອງຜູ່ບໍລິໂພກ.

ມາດຕາ 58 ລະບົບຄຸ້ມຄອງຄຸນນະພາບ

ລະບົບຄຸ້ມຄອງຄຸນນະພາບ ແມ່ນ ການປະສານງານພາຍໃນ ຂອງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການເຄື່ອນໄຫວ ຊີ້ນຳ, ຕິດຕາມ, ຄວບຄຸມ ແລະ ກວດກາຂະບວນການຢ່າງເປັນລະບົບ ເພື່ອຮັບປະກັນຄວາມສອດຄ່ອງ, ຄຸນນະພາບ ແລະ ຄວາມປອດໄພຂອງຂະບານການດັ່ງກ່າວ.

ມາດຕາ 59 ລະບົບຸ້ມຄອງສິ່ງແວດລ້ອມ

ລະບົບຄຸ້ມຄອງສິ່ງແວດລ້ອມ ແມ່ນ ກນເຄື່ອນໄຫວຂອງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງຊີ້ນຳ, ຕິດຕາມ, ຄວບຄຸມ ແລະ ກວດກາຂະບວນການ ລວມທັງການຄຸ້ມຄອງ ແລະ ການຈຳກັດມົນລະພິດຢູ່ໃນຂະບວນການຢ່າງເປັນລະບົບ ເພື່ອໃຫ້ສາມາດປະຕິບັດໄດ້ຕາມມາດຕະຖານ ແລະ ລະບຽບກົດໝາຍກ່ຽວກັບສິ່ງແວດລ້ອມ.

ມາດຕາ 60 ລະບົບຄຸ້ມຄອງອື່ນ

ລະບົບຄຸ້ມຄອງອື່ນ ຊຶ່ງມີລະບົບຄຸ້ມຄອງການຜະລິດ, ທຸລະກິດການຄ້າ, ການກໍ່ສ້າງ, ການຂົນສົ່ງ, ການສື່ສານ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການອື່ນ ໃຫ້ປະຕິບັດຕາມລະບຽບກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ມາດຕະຖານຂອງລະບົບຄຸ້ມຄອງຕ່າງປະເທດ, ພາກພື້ນ ແລະ ສາກົນ.

ໝວດທີ 2
ລະບົບທົດສອບ

ມາດຕາ 61 ລະບົບທົດສອບ

ລະບົບທົດສອບ ປະກອບດ້ວຍ

1.  ການເກັບຕົວຢ່າງ;

2.  ການທົດລອງ;

3.  ການຕີລາຄາ ຜົນຂອງການທົດລອງ.

ມາດຕາ 62 ການເກັບຕົວຢ່າງ

ການເກັບຕົວຢ່າງຜະລິດຕະພັນ ຫຼື ສິນຄ້າ ເພື່ອນຳມາທັດລອງ ຕ້ອງປະຕິບັດຕາມວິທີການເກັບ, ການັຮກສາ ແລະ ການນຳສົ່ງທີ່ໄດ້ກຳນົດໄວ້ໃນມາດຕະຖານຂອງການຜະລິດຕະພັນ ຫຼື ສິນຄ້ານັ້ນ.

ມາດຕາ 63 ການທົດລອງ

ການທົດລອງ ແມ່ນ ການເອົາຕົວຢ່າງຜະລິດຕະພັນ, ສິນຄ້າ ເພື່ອທຳການວິໄຈ ແລະ ວິເຄາະແລ້ວນຳມາທົດລອງຕົວຈິງ ດ້ວຍການນຳໃຊ້ວິທີການ ແລະ ເຄື່ອງມື ທີ່ຖືກຍອມຮັບຈາກຂະແໜງການ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ເພື່ອໃຫ້ຮູ້ຜົນ, ຄຸນລັກສະນະຂອງຜະລິດຕະພັນ, ສິນຄ້ານັ້ນ.

ມາດຕາ 64 ການຕີລາຄາຜົນຂອງການທົດລອງ

ການຕີລາຄາຜົນຂອງການທົດລອງ ໃຫ້ດຳເນີນຕາມຫຼັກການ ແລະ ຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນມາດຕະຖານທີ່ກ່ຽວຂ້ອງ.

ຜົນຂອງການທົດລອງ ຕ້ອງໄດ້ຮັບການຢັ້ງຢືນ ແລະ ເຫັນດີຈາກຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ແລະ ໃຫ້ປະຕິບັດຕາມແບບພິມລາຍງານຜົນທີ່ໄດ້ກຳນົດໄວ້.

ພາກທີ VII
ການຮັບຮອງ ແລະ ການຢັ້ງຢືນ

ໝວດທີ 1
ການຮັບຮອງ

ມາດຕາ 65 ການຮັບຮອງ

ການຮັບຮອງ ແມ່ນ ການຮັບຮູ້ຢ່າງເປັນທາງການຈາກອົງການທີກ່ຽວຂ້ອງ ກ່ຽວກັບຄວາມສາມາດໃນການຮັບຮອງກິດຈະການໃດໜຶ່ງ ເຊັ່ນ ການຮັບຮອງ ລະບົບຄຸນນະພາບ, ລະບົບສິ່ງແວດລ້ອມ, ລະບົບຫ້ອງທົດລອງ, ລະບົບກວດສອບ ແລະ ຄວາມອາດສາມາດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ.

ໃນການອອກໃບຢັ້ງຢືນ, ການກວດກາ, ການກວດທຽບ ແລະ ການທົດສອບນັ້ນ ຕ້ອງໃຫ້ມີສູນທົດລອງ ຫຼື ຫ້ອງທົດລອງ.

ມາດຕາ 66(ໃໝ່) ອົງການຮັບຮອງແຫ່ງຊາດ

ອົງການຮັບຮອງແຫ່ງຊາດ ແມ່ນ ອົງການທີ່ຮັບຮູ້ຢ່າງເປັນທາງການ ກ່ຽວກັບຄວາມສາມາດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃນການປະຕິບັດວຽກງານການທົດສອບ ແລະ ການຢັ້ງຢືນຄຸນນະພາບ.

ອົງການຮັບຮອງແຫ່ງຊາດຖືກສ້າງຕັ້ງຂຶ້ນໂດຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດ ຮັບຮອງ, ຕໍ່ອາຍຸ, ໂຈະ, ຖອນ ຫຼື ຍົກເລີກການຮັບຮອງ ຫ້ອງທົດລອງ, ອົງການປະເມີນຄວາມສອດຄ່ອງ ແລະ ອົງການຢັ້ງຢືນ.

ອົງການຮັບຮອງແຫ່ງຊາດ ປະກອບດ້ວຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ ຂະແໜງການອຸດສາຫະກຳ ແລະ ການຄ້າ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບຸກຄົນ ແລະ ນິຕິບຸກຄົນອື່ນທີ່ມີຄວາມຊຳນານງານສະເພາະດ້ານ.

ອົງການຮັບຮອງແຫ່ງຊາດ ຂຽນຫໍ້ຽເປັນພາສາລາວວ່າ “ອຮຊ” ແລະ ເປັນພາສາອັງກິດວ່າ “Lao National Accredition Bureau-LNAB”.

ມາດຕາ 67(ໃໝ່) ສິດ ແລະ ໜ້າທີ່ຂອຶງອົງການຮັບຮອງແຫ່ງຊາດ

ອົງການຮັບຮອງແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ຮັບຮອງຢ່າງເປັນທາງການກ່ຽວກັບຄວາມສາມາດດ້ານເຕັກນິກ ທີ່ສອດຄ່ອງກັບມາດຕະຖານ, ຂັ້ນຕອນ ແລະ ບົດແນະນຳກ່ຽວກັບການຮັບຮອງຂອງສາກົນ ກ່ຽວກັບຫ້ອງທົດລອງ ແລະ ສອບທຽບ, ອົງການຢັ້ງຢືນຄຸ້ມຄອງຄຸນນະພາບ, ອົງການກວດກາ, ອົງການປະມີນຄວາມສອດຄ່ອງ ແລະ ອົງການທີ່ມີຄວາມຊຳນານໃນດ້ານການທົດສອບ;

2.  ປະຕິບັດຕາມມາດຕະຖານສາກົນ ISO/IEC 17011;

3.    ໃຫ້ການບໍລິການໃນການຮັບຮອງຫ້ອງທົດລອງ, ອົງການຢັ້ງຢືນ, ອົງການກວດກາ ແລະ ອົງການປະເມີນຄວາມສອດຄ່ອງໂດຍອີງຕາມມາດຕະຖານສາກົນ ISO/IEC ແລະ ເອກະສານແນະນຳທີ່ເໝາະສົມທີ່ອອກໂດຍອົງການຮັບຮອງຫຫ້ອງທັດລອງສາກົນ (ILAC) ແລະ ສະພາການຮັບຮອງສາກົນ (IAF);

4.    ອອກລະບຽບການ, ບົດແນະນຳ ແລະ ເອກະສານອື່ນກ່ຽວກັບການກຳນົດເງື່ອນໄຂໃນການຮັບຮອງ ແລະ ການຕໍ່ອາຍຸການຮັບຮອງ;

5.    ເຂົ້າຮ່ວມການເຄື່ອນໄຫວນຳເອົາການປະເມີນຄວາມສອດຄ່ອງພາກພື້ນ ແລະ ສາກົນ ແລະ ສ້າງຄູ່ມື, ບົດແນະນຳກ່ຽວກັບຂັ້ນຕອນການປະເມີນຄວາມສອດຄ່ອງ ຢູ່ ສປປ ລາວ;

6.    ເຂົ້າຮ່ວມເຈລະຈາກັບອົງການຮັບຮອງຂອງພາກພື້ນ ແລະ ສາກົນ ເພື່ອບັນລຸສັນຍາການຮັບຮູ້ ຊຶ່ງກັນ ແລະ ກັນ ແລະ ຮັບຮູ້ຂັ້ນຕອນການປະເມີນຄວາມສອດຄ່ອງຂອງປະເທດອື່ນ;

7.    ຕິດຕາມກວດກາຫ້ອງທົດລອງ, ອົງການກວດກາ, ອົງການປະເມີນຄວາມສອດຄ່ອງ ແລະ ອົງການຢັ້ງຢືນ ທີ່ໄດ້ຮັບການຮັບຮອງໂດຍສອດຄ່ອງກັບມາດຕະຖານ ແລະ ການປະຕິບັດຂອງສາກົນ;

8.  ໂຈະ, ຖອນ ຫຼື ຍົກເລີກດານຮັບຮອງ ໃນກໍລະນີມີການລະເມີດ;

9.    ປະສານມສົມທົບ ແລະ ດຳເນີນການປຽບທຽບລະຫວ່າງຫ້ອງທົດລອງ ຢູ່ ພາຍໃນປະເທດດ້ວຍກັນ;

10.  ຄຸ້ມຄອງ ແລະ ຂຶ້ນທະບຽນຫ້ອງທົດລອງ ແລະ ອົງການຢັ້ງຢືນ ທີ່ໄດ້ຮັບການຮັບຮອງ;

11.  ຊ່ວຍເຫຼືອທາງດ້ານວິຊາການກ່ຽວກັບການປະເມີນຄວາມສອດຄ່ອງ ໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ສົ່ງເສີມການສ້າງຈິດສຳນຶກ ກ່ຽວກັບການປະເມີນຄວາມສອດຄ່ອງ;

12.  ສະຫຼຸບ, ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງຕົນ ຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ;

13.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ 68 ສູນທົດລອງ, ຫ້ອງທົດລອງ

ເພື່ອຮັບປະກັນໃຫ້ແກ່ການຢັ້ງຢືນຜະລິດຕະພັນ, ສິນຄ້າ ມີຄວາມຈຳເປັນຕ້ອງໄດ້ສ້າງຕັ້ງ, ປັບປຸງ ສູນທັດລອງ, ຫ້ອງທົດລອງ ແລະ ປະກອບພາຫະນະ, ອຸປະກອນ ແລະ ບຸກຄະລາກອນທີ່ມີຄຸນນະພາບ.

ສູນທົດລອງ, ຫ້ອງທົດລອງ ຕ້ອງຖືກຮັບຮອງ ຫຼື ຮັບຮູ້ ຈາກອົງການຮັບຮອງທີ່ກ່ຽວຂ້ອງທັງຢູ່ພາຍໃນ ແລະ ຕ່າງປະເທດ.

ສິດ ແລະ ໜ້າທີ່ຂອງສູນທົດລອງ, ຫ້ອງທົດລອງ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ 2
ການຢັ້ງຢືນ

ມາດຕາ 69(ໃໝ່) ອົງການຢັ້ງຢືນ

ອົງການຢັ້ງຢືນ ແມ່ນ ການຈັດຕັ້ງທີ່ຖືກສ້າງຕັ້ງຢູ່ຂະແໜງການທີ່ກ່ຽວຂ້ອງໂດຍໄດ້ຮັບການຮັບຮອງຈາກອົງການຮັບຮອງແຫ່ງຊາດ ຫຼື ອົງການໃຫ້ການຮັບຮອງທີ່ຖືກຮັບຮູ້ຈາກພາກພື້ນ ຫຼື ສາກົນ.

ການຈັດຕັ້ງ, ການເຄື່ອນໄຫວດ ສິດ ແລະ ໜ້າທີ່ຂອງອົງການຢັ້ງຢືນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 70(ໃໝ່) ການຢັ້ງຢືນ

ການຢັ້ງຢືນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 72 ແລະ 73 ຂອງກົດໝາຍສະບັບນີ້ໃຫ້ດຳເນີນໂດຍຫ້ອງທົດລອງການກວດສອບ ແລະ ການສອບທຽບ. ສຳລັບການຢັ້ງຢືນກາຄຸ້ມຄອງຄຸນນະພາບ ແລະ ການຢັ້ງຢືນຜູ່ກວດກາ ແລະ ຄວາມຊຳນານງານນັ້ນໃຫ້ດຳເນີນໂດຍອົງການຢັ້ງຢືນທີ່ກ່ຽວຂ້ອງ.

ຂັ້ນຕອນການປະເມີນຄວາມສອດຄ່ອງ ທແລະ ການຢັ້ງຢືນຄວາມສອດຄ່ອງໃຫ້ປະຕິບັດແລລສະໝັກໃຈເວັ້ນເສັຍແຕ່ລະບຽບການເຕັກນິກທີໄດ້ກຳນົດຂັ້ນຕອນການນຳໃຊ້ກາໝາຍຢັ້ງຢືນແບບບັງຄັບ.

ອົງການຢັ້ງຢືນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 69 ຂອງກົດໝາຍສະບັບນີ້ ມີຄວາມຮັບຜິດຊອບໂດຍກົງຕໍ່ຄວາມສອດຄ່ອງໃນການຢັ້ງຢືນຂອງຕົນ. ໃນກໍລະນີບໍ່ສອດຄ່ອງນັ້ນອົງການຢັ້ງຢືນ ຕ້ອງໂຈະ, ຖອນ ຫຼື ຍົກເລີກການຢັ້ງຢືນດັ່ງກ່າວ. ບຸກຄົນດ ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ຮັບການຢັ້ງຢືນມີສິດຂໍຄັດຄ້ານການໂຈະ, ການຖອນ ຫຼື ການຍົກເລີກການຢັ້ງຢືນຕໍ່ອົງການທີ່ໄດ້ໃຫ້ການຢັ້ງຢືນນັ້ນ. ຖ້າຫາກບໍ່ໄດ້ຮັບການແກ້ໄຂຜູ່ທີ່ຖືກໂຈະ, ຖອນ ຫຼື ຍົກເລີກໃບຢັ້ງຢືນນັ້ນກໍມີສິດຍື່ນຄຳສະເໜີດັ່ງກ່າວຕໍ່ອົງການຮັບຮອງແຫ່ງຊາດ ຫຼື ຮ້ອງຟ້ອງຕໍ່ສານປະຊາຊົນ.

ມາດຕາ 71 ປະເພດການຢັ້ງຢືນ

ການຢັ້ງຢືນ ມີ ສອງປະເພດ ດັ່ງນີ້:

1.  ການຢັ້ງຢືນຜະລິດຕະພັນ;

2.  ການຢັ້ງຢືນລະບົບຄຸ້ມຄອງ.

ການຢັ້ງຢືນແຕ່ລະປະເພດ ມີກາໝາຍຢັ້ງຢືນສະເພາະຂອງຕົນ ຊຶ່ງໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາທ 72 ການຢັ້ງຢືນຜະລິດຕະພັນ

ການຢັ້ງຢືນຜະລິດຕະພັນ ໃຫ້ດຳເນີນຕາມຂັ້ນຕອນ ແລະ ມາດຕະຖານທີ່ໄດ້ກຳນົດໄວ້ ໂດຍຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ຫຼັກການຂອງສາກົນທີ່ກ່ຽວຂ້ອງຕາມເງື່ອນໄຂ ແລະ ຄວມສາມາດຕົວຈິງ.

ການຢັ້ງຢືນຜະລິດຕະພັນ ໃຫ້ດຳເນີນໂດຍຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ຮັບມອບໝາຍຢ່າງເປັນທາງການ.

ຜະລິດຕະພັນທີ່ຖືກຕ້ອງຮັບຮອງວ່າໄດ້ມາດຕະຖານແລ້ວນັ້ນ ຕ້ອງມີການກາໝາຍຢັ້ງຢືນ.

ມາດຕາ 73(ປັບປຸງ) ກາໝາຍຢັ້ງຢືນຜະລິດຕະພັນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ່ພິຈາລະນາປະກາດໃຊ້ກາໝາຍຢັ້ງຢືນຜະລິດຕະພັນຕາມການສະເໜີຂອງສະພາມາດຕະຖານແຫ່ງຊາດ.

ການປະກາດໃຊ້ກາໝາຍຢັ້ງຢືນຜະລິດຕະພັນນັ້ນ ຕ້ອງພິມລົງໃນເວັບໄຊທາງການ ແລະ ວາລະສານທາງການ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີສິດປັບປຸງ ຫຼື ຍົກເລີກກາໝາຍຢັ້ງຢືນຜະລິດຕະພັນທີ່ປະກາດໃຊ້ແລ້ວ ຕາມການສະເໜີຂອງສະພາມາດຕະຖານແຫ່ງຊາດ.

ມາດຕາ 74(ປັບປຸງ) ການຮັບຮອງຂໍການໝາຍຢັ້ງຢືນຜະລິດຕະພັນ

ຜູ່ສະໜອງ ມີສິດຍື່ນຄຳຮ້ອງຂໍກາໝາຍຢັ້ງຢືນຜະລິດຕະພັນ ຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພິຈາລະນາຕາມຂັ້ນຕອນທີ່ໄດ້ກຳນົດໄວ້.

ມາດຕາ 75(ປັບປຸງ) ການນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນ

ຜູ່ສະໜອງ ມີສິດນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນ ເມື່ອໄດ້ຮັບອະນຸຍາດຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຜະລິດຕະພັນ ຫຼື ສິນຄ້າໄດ້ມາດຕະຖານ ຕາມທີ່ໄດ້ກຳນົດໄວ້.

ກາໝາຍຢັ້ງຢືນຜະລິດຕະພັນ ທີ່ຕິດໃສ່ຜະລິດຕະພັນ, ສະຫຼາກຜະລິດຕະພັນ, ພາຊະນະບັນຈຸ, ເຄື່ອງຫຸ້ມຫໍ່ຜະລິດຕະພັນ ແລະ ສິ່ງມັດຜູກ ຖືວ່າແມ່ນການນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນ.

ການໂຄສະນາ, ການອ້າງເຖິງກາໝາຍຢັ້ງຢືນຜະລິດຕະພັນ ຈະຖືກດຳເນີນດ້ວຍວິທີການໃດກໍຕາມ ເພື່ອສະແດງວ່າຜະລິດຕະພັນ ຫຼື ສິນຄ້ານັ້ນໄດ້ມາດຕະຖານ ກໍຖືວ່າແມ່ນການນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນເຊັ່ນດຽວກັນ.

ມາດຕາ 76(ປັບປຸງ) ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງອອກລະບຽບການ ກ່ຽວກັບການນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄົບ ສຳລັບຜະລິດຕະພັນທີ່ມີລັກສະນະຍຸດທະສາດ, ທີ່ພົວພັນກັບຄວາມສະຫງົບ, ຄວາມປອດໄພ, ສຸຂານາໄມ, ສຸຂະພາບ, ສິ່ງແວດລ້ອມ ແລະ ສິນຄ້າທີ່ເປັນເປົ້າໝາຍຄຸ້ມຄອງໂດຍປະສານສົມທົບກັບຂະແໜງການ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສະພາມາດຕະຖານແຫ່ງຊາດ.

ການນຳໃຊ້ການໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ ມີຜົນສັກສິດພາຍຫຼັງ ເກົ້າສິບວັນ ນັບແຕ່ວັນໄດ້ປະກາດໃຊ້ລະບຽບການກ່ຽວກັບການນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນເປັນຕົ້ນໄປ ຊຶ່ງຕ້ອງຈັດພິມລົງໃນຈົດໝາຍເຫດທາງລັດຖະການ, ວາລະສານທາງການ.

ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບທີ່ນຳໃຊ້ແລ້ວນັ້ນ ສາມາດປ່ຽແປງ ຫຼື ຍົກເລີກໄດ້.

ມາດຕາ 77(ປັບປຸງ) ການຄັດຄ້ານເນື້ອໃນລະບຽບການ ກ່ຽວກັບການນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ

ຜູ່ສະໜອງທີ່ບໍ່ເຫັນດີຕໍ່ເນື້ອໃນລະບຽບການ ກ່ຽວກັບການນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ ມີສິດຄັດຄ້ານດ້ວຍການສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພິຈາລະນາແກ້ໄຂ, ຖ້າບໍ່ເຫັນດີນຳການແກ້ໄຂຂອງກະຊວງດັ່ງກ່າວ ກໍສາມາດຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາຕາມລະບຽບກົດໝາຍ.

ມາດຕາ 78 ການຢັ້ງຢືນລະບົບຄຸ້ມຄອງ

ການຢັ້ງຢືນລະບົບຄຸ້ມຄອງ ແມ່ນ ການຮັບຮູ້ຂອງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການເຄື່ອນໄຫວຊີ້ນຳ, ຕິດຕາມ, ຄວບຄຸມ ແລະ ກວດກາຂະບວນການຂອງຜູ່ສະໜອງ ຢ່າງເປັນລະບົບ ເພື່ອໃຫ້ມີຄຸນນະພາບ ແລະ ປະສິດທິພາບ.

ມາດຕາ 79 ຂັ້ນຕອນການຢັ້ງຢືນລະບົບຄຸ້ມຄອງ

ການຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດ ໃຫ້ປະຕິບັດຕາມຂັ້ນຕອນ ທີ່ຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງກຳນົດ ໂດຍໃຫ້ສອດຄ່ອງກັບມາດຕະຖານພາກພື້ນ ແລະ ສາກົນ.

ມາດຕາ 80 ຂະແໜງການທີ່ຢັ້ງຢືນລະບົບຄຸ້ມຄອງ

ຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຊຶ່ງຢັ້ງຢືນລະບົບຄຸ້ມຄອງຢູ່ ສປປ ລາວ ຕ້ອງໄດ້ຖືກຮັບຮອງຈາກອົງການຮັບຮອງໃດໜຶ່ງທີ່ຖືກຮັບຮູ້ຈາກພາກພື້ນ ຫຼື ສາກົນ ເພື່ອຮັບປະກັນຄວາມສາມາດໃນການຢັ້ງຢືນລະບົບຄຸ້ມຄອງເປັນແຕ່ລະໄລຍະ.

ມາດຕາ 81(ປັບປຸງ) ການຂໍການຢັ້ງຢືນລະບົບຄຸ້ມຄອງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັກຕັ້ງ ທີ່ຕ້ອງການໃຫ້ຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດ ຕ້ອງຍື່ນຄຳຮ້ອງ ຕໍ່ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອພິຈາລະນາຢັ້ງຢືນໃຫ້ແກ່ຕົນ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້.

ມາດຕາ 85(ປັບປຸງ) ກາໝາຍຢັ້ງຢືນລະບົບຄຸ້ມຄອງ

ກາໝາຍຢັ້ງຢືນລະບົບຄຸ້ມຄອງ ແມ່ນ ສັນຍາລັກ ເພື່ອໃຊ້ເປັນຫຼັກຖານໃນການຢັ້ງຢືນລະບົບຄຸ້ມຄອງຕ່ງໆ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 71 ຂອງກົດໝາຍສະບັບນີ້.

ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ໃຫ້ການຢັ້ງຢືນ ຕ້ອງກຳນົດກາໝາຍຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດ ແຕ່ຕ້ອງສົ່ງໃຫ້ສະພາມາດຕະຖານແຫ່ງຊາດ ມີຄຳເຫັນເສັຍກ່ອນ ຈຶ່ງສາມາດປະກາດໃຊ້ຢ່າງເປັນທາງການ.

ມາດຕາ 83 ປະເພດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ກາໝາຍຢັ້ງຢືນລະບົບຄຸ້ມຄອງທ ແບ່ງອອກເປັນປະເພດ ດັ່ງນີ້:

1.  ກາໝາຍຢັ້ງຢືນລະບົບຄຸ້ມຄອງຄວາມປອດໄພຂອງອາຫານ;

2.  ກາໝາຍຢັ້ງຢືນຄວາມປອດໄພຂອງຄຸນນະພາບ;

3.  ກາໝາຍຢັ້ງຢືນລະບົບຄຸ້ມຄອງສິ່ງແວດລ້ອມ;

4.  ກາໝາຍຢັ້ງຢືນລະບົບຄຸ້ມຄອງອື່ນ.

ມາດຕາ 84(ປັບປຸງ) ການປະກາດໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງ

ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ຊຶ່ງອອກກາໝາຍຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດເປັນຜູ່ປະກາດໃຊ້ກາໝາຍດັ່ງກ່າວ ພາຍຫຼັງທີ່ໄດ້ຮັຍການເຫັນດີຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ການປະກາດໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດ ຕ້ອງພິມລົງໃນເວັບໄຊທາງການ ແລະ ວາລະສານທາງການ.

ການປັບປຸງ ຫຼື ການຍົກເລີກ ກາໝາຍຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດທີ່ປະກາດໃຊ້ແລ້ວສາມາດດຳເນີນໂດຍຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ພາຍຫຼັງໄດ້ຮັບການເຫັນດີຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ກາໝາຍທີ່ເອົາມານຳໃຊ້ເປັນກາໝາຍຢັ້ງຢືນລະບົບຄຸ້ມຄອງນັ້ນ ບໍ່ແມ່ນກາໝາຍແບບດຽວກັນ ຫຼື ຄ້າຍຄືກັບກັບເຄື່ອງໝາຍການຄ້າທີ່ນຳໃຊ້ສຳລັບສິນຄ້າ ຫຼື ການບໍລິການ ຊຶ່ງໄດ້ຈັດທະບຽນແລ້ວ.

ມາດຕາ 85 ການນຳໃຊ້ໃບອະນຸຍາດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ເຈົ້າຂອງໃບອະນຸຍາດ ຈະມີສິດນຳໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດໄດ້ ກໍຕໍ່ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ມາດຕາ 86(ປັບປຸງ) ການຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ການຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງໃສ່ພາຊະນະບັນຈຸ, ເຄື່ອງຫຸ່ມຫໍ່, ສະຫຼາກຜະລິດຕະພັນ, ສິນຄ້າ, ທຸກຮູບການໂຄສະນາສາມາດປະຕິບັດໄດ້ກໍຕໍ່ເມື່ອໄດ້ຮັບອະນຸຍາດຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີເສັຍກ່ອນ.

ທຸກການກະທຳກ່ຽວກັບການຂາຍຜະລິດຕະພັນ ຫຼື ສິນຄ້າໂດຍອ້າງເຖິງກາໝາຍຢັ້ງຢືນລະບົບຄຸ້ມຄອງທາງກົງ ຫຼື ທາງອ້ອມ ເພື່ອສະແດງໃຫ້ເຫັນວ່າຜະລິດຕະພັນ ແລະ ສິນຄ້າໄພດ້ສອດຄ່ອງກັບມາດຕະຖານແລ້ວນັ້ນ ກໍໃຫ້ຖືວ່າໄດ້ຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງເຊັ່ນດຽວກັນ.

ໝວດທີ 3
ການໂຈະການນຳໃຊ້, ການຖອນ ຫຼື ການຍົກເລີກ ໃບຢັ້ງຢືນ

ມາດຕາ 87(ປັບປຸງ) ການໂຈະການນຳໃຊ້, ການຖອນ ຫຼື ການຍົກເລີກ ໃບຢັ້ງຢືນ

ສະພາມາດຕະຖານແຫ່ງຊາດ ມີສິດພິຈາລະນະ ແລະ ສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການໂຈະການນຳໃຊ້, ການຖອນ ຫຼື ການຍົກເລີກໃບຢັ້ງຢືນຕາມຂົງເຂດຂອງຕົນ ຖ້າເຫັນວ່າມີຫຼັກຖານກ່ຽວກັບການລະເມີດເນື້ອໃນ ແລະ ເງື່ອນໄຂການນຳໃຊ້ຢັ້ງຢືນນັ້ນ.

ມາດຕາ 88 ເງື່ອນໄຂການໂຈະການນຳໃຊ້ໃບຢັ້ງຢືນ

ເງື່ອນໄຂການໂຈະການນຳໃຊ້ໃບຢັ້ງຢືນ ມີດັ່ງນີ້:

1.  ຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງແວດລ້ອມ ບໍ່ສອດຄ່ອງກັບມາດຕະຖານ ແລະ ລະບຽບການເຕັກນິກ ທີ່ໄດ້ກຳນົດໄວ້;

2.  ການປ່ຽນຊື່ ແລະ ການໃຫ້ຜູ່ອື່ນນຳໃຊ້ໃບຢັ້ງຢືນໂດຍບໍ່ໄດ້ຮັບອະນຸຍາດ;

3.  ການກະທຳອື່ນທ່ເປັນການລະເມີດລະບຽບກົດໝາຍກ່ຽວກັບໃບຢັ້ງຢືນ.

ມາດຕາ 89 ເງື່ອນໄຂການຖອນ ຫຼື ການຍົກເລີກໃບຢັ້ງຢືນ

ເງື່ອນໄຂການຖອນ ຫຼື ການຍົກເລີກໃບຢັ້ງຢືນ ມີ ດັ່ງນີ້:

1.  ຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງແວດລ້ອມ ທີ່ສ້າງຜົນສະທ້ອນອັນບໍ່ດີຢ່າງຮ້າຍແຮງ;

2.  ການປອມແປງໃບຢັ້ງຢືນ;

3.  ການບໍ່ປ່ຽນແປງພາຍຫຼັງທີ່ຖືກໂຈະແລ້ວ;

4.  ການກະທຳອື່ນທີ່ເປັນການລະເມີດລະບຽບກົດໝາຍຢ່າງຮ້າຍແຮງກ່ຽວກັບໃບຢັ້ງຢືນ.

ມາດຕາ 90(ປັບປຸງ) ການຄັດຄ້ານການໂຈະການນຳໃຊ້, ການຖອນ ຫຼື ການຍົກເລີກ ໃບຢັ້ງຢືນ

ຜູ່ເປັນເຈົ້າຂອງມີສິດຄັດຄ້ານການໂຈະການນຳໃຊ້, ການຖອນ ຫຼື ການຍົກລີກ ໃບຢັ້ງຢືນຂອງຕົນດ້ວຍການສະເໜີຢ່າງເປັນລາຍລັກອັກສອນຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງການ ແລະ ພາກສ່ວນທີ່ກ່ຽຂ້ອງ ຊຶ່ງອອກໃບຢັ້ງຢືນນັ້ນ ເພື່ອພິຈາລະນາແກ້ໄຂ.

ການຈັດຕັ້ງທີ່ໄດ້ຮັບຄຳເໜີນັ້ນ ຕ້ອງໄດ້ພິຈາລະນາແກ້ໄຂພາຍໃນ ສມສິບວັນ ນັບແຕ່ວັນໄດ້ຮັບຄຳສະເໜີເປັນຕົ້ນໄປ ຖ້າບໍ່ພໍໃຈຕໍ່ການແກ້ໄຂນັ້ນແລ້ວ ຜູ່ກ່ຽວກໍມີສິດຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາຕາມລະບຽບກົດໝາຍ.

ພາກທີ VIII
ສິດ ແລະ ພັນທະຂອງຜູ່ສະໜອງ ແລະ ຜູ່ບໍລິໂພກ

ໝວດທີ 1
ສິດ ແລະ ພັນທະຂອງຜູ່ສະໜອງ

ມາດຕາ 91 (ປັບປຸງ) ສິດຂອງຜູ່ສະໜອງ

ຜູ່ສະໜອງ ມີສິດ ດັ່ງນີ້:

1.  ເຄື່ອນໄຫວການຜະລິດ, ທຸລະກິດການຄ້າ ແລະ ການບໍລິການ ທີ່ພົວພັນເຖິງວຽກງານມາດຕະການ;

2.  ນຳໃຊ້ໃບຢັ້ງຢືນທີ່ຕົນໄດ້ຮັບຕາມລະບຽບການ;

3.  ໂຄສະນາກ່ຽວກັບຄຸນນະພາບຂອງຜະລິດຕະພັນ, ສິນຄ້າ ແລະ ການບໍລິການທີ່ໄດ້ຮັບການຢັ້ງຢືນຄວາມສອດຄ່ອງກັບມາດຕະຖານທີ່ກ່ຽວຂ້ອງ;

4.  ໂອນໃບຢັ້ງຢືນຂອງຕົນໃຫ້ຜູ່ອື່ນນຳໃຊ້ຕາມການອະນຸຍາດຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ;

5.  ຮ້ອງທຸກຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຽດຂອງຕົນ;

6.  ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 92 ພັນທະຂອງຜູ່ສະໜອງ

ຜູ່ສະໜອງ ມີ ພັນທະ ດັ່ງນີ້:

1.  ຮັບປະກັນການຜະລິດ, ຜະລິດຕະພັນ, ສິນຄ້າ, ການຈຳໜ່າຍ, ການຄ້າຂາຍ ແລະ ການບໍລິການ ລວມທັງສະຖານທີ່ການຜະລິດ ແລະ ການບໍລິການໃຫ້ມີຄຸນນະພາບ ແລະ ຄວາມປອດໄພຕາມມາດຕະຖານທີ່ໄດ້ກຳນົດໄວ້ ແລະ ການປົກປັກຮັກສາສິ່ງແວດລ້ອມ;

2.  ກຳນົດລາຄາຜະລິດຕະພັນ, ສິນຄ້າ, ການບໍລິການຢ່າງສົມເຫດສົມຜົນບົນພື້ນຖານລະບຽບກົດໝາຍ;

3.  ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ໝວດທີ 2
ສິດ ແລະ ພັນທະຂອງຜູ່ບໍລິໂພກ

ມາດຕາ 93 ສິດ ຂອງຜູ່ບໍລິໂພກ

ຜູ່ບໍລິໂພກ ມີ ສິດ ດັ່ງນີ້:

1.  ເລືອກເຟັ້ນຜະລິດຕະພັນ, ສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບຕາມຄວາມຕ້ອງການຂອງຕົນ;

2.  ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບຄຸນນະພາບ, ລາຄາ ແລະ ຄຳແນະນຳໃນການນຳໃຊ້ສິນຄ້າ ແລະ ການບໍລິການ;

3.  ໄດ້ຮັບການຮັບຮອງຄວາມປອດໄພ, ສຸຂະພາບ ແລະ ສະພາບແວດລ້ອມ ໃນການບໍລິໂພກຜະລິດຕະພັນ, ສິນຄ້າ ແລະ ການບໍລິການ;

4.  ແນະນຳ, ກ່າວເຕືອນຜູ່ສະໜອງ ເມື່ອເຫັນວ່າ ຜະລິດຕະພັນ, ສິນຄ້າ ແລະ ການບໍລິການ ຫາກບໍ່ສອດຄ່ອງກັບມາດຕະຖານ, ລະບຽບການເຕັກນິກ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ;

5.  ຮ້ອງທຸກຕໍ່ຂະແໜງການ ຫຼື ພາກສ່ວນທີ່ກ່ຽວຂ້ອງກັບຜະລິດຕະພັນ, ສິນຄ້າ ແລະ ການບໍລິການທີ່ບໍ່ໄດ້ຄຸນນະພາບ ແລະ ມາດຕະຖານ;

6.  ແຈ້ງ ຫຼື ລາຍງານຂໍ້ມູນ ກ່ຽວກັບການລະເມີດມາດຕະຖານ, ລະບຽບເຕັກນິກ ແລະ ສິ່ງແວດລ້ອມ ທີ່ພົບເຫັນ;

7.  ເຂົ້າຮ່ວມການເຄື່ແອນໄຫວວຽກງານມາດຕະຖານ ເປັນຕົ້ນ ການສ້າງມາດຕະຖານ, ລະບຽບກົດໝາຍ ແລະ ການປັບປຸງຄຸນນະພາບຂອງຜະລິດຕະພັນ, ສິນຄ້າ ແລະ ການບໍລິການ;

8.  ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 94 ພັນທະຂອງຜູ່ບໍລິໂພກ

ຜູ່ບໍລິໂພກ ມີ ພັນທະ ດັ່ງນີ້:

1.  ເຂົ້າຮ່ວມໃນອົງການຈັດຕັ້ງຂອງຜູ່ບໍລິໂພກ ເພື່ອປົກປ້ອງສິດ ແລະ ຜົນປະໂຫຽດອັນຊອບທຳຂອງຕົນ;

2.  ບໍ່ສ້າງມົນລະພິດ ຕໍ່ສິ່ງແວດລ້ອມ ໃນການນຳໃຊ້ຜະລິດຕະພັນ, ສິນຄ້າ ແລະ ເຂົ້າຮ່ວມຂະບວນການປົກປັກຮັກສາສິ່ງແວດລ້ອມ;

3.  ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ພາກທີ IX
ຂໍ້ຫ້າມ

ມາດຕາ 95(ປັບປຸງ) ຂໍ້ຫ້າມສຳລັບຜູ່ສະໜອງ

ຫ້າມຜູ່ສະໜອງ ມີ ພຶດຕິກຳ ດັ່ງນີ້:

1.  ນຳໃຊ້ກາໝາຍຢັ້ງຢືນ ໂດຍບໍ່ໄດ້ຮັບອະນຸຍາດ;

2.  ນຳໃຊ້ກາໝາຍແບບດຽວກັນກັບເຄື່ອງໝາຍການຄ້າທີ່ໄດ້ຈັດທະບຽນແລ້ວ;

3.  ນຳໃຊ້ກາໝາຍຢັ້ງຢືນ ເພື່ອຈົດທະບຽນ ເປັນເຄື່ອງໝາຍການຄ້າ;

4.  ນຳໃຊ້ຄຳສັບມາດຕະຖານແຫ່ງຊາດລາວ ຫຼື ຄຳສັບ ແລະ ເຄື່ອງໝາຍອື່ນທີ່ຄ້າຍຄືກັນກັບກາໝາຍທີ່ພາໃຫ້ເຂົ້າໃຈຜິດກັບກາໝາຍມາດຕະຖານແຫ່ງຊາດລາວ ໂດຍບໍ່ໄດ້ຮັບອະນຸຍາດ;

5.  ຈົດທະບຽນເຄື່ອງໝາຍການຄ້າທີ່ນຳໃຊ້ຄຳສັບວ່າມາດຕະຖານໂດຍບໍ່ໄດ້ຮັບອະນຸຍາດ;

6.  ສ້າງມົນລະພິດຕໍ່ສິ່ງແວດລ້ອມ;

7.  ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ຂັດຂວາງການປະຕິບັດວຽກງານ ແລະ ໃຫ້ສິນບົນແກ່ເຈົ້າໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານມາດຕະຖານ;

8.  ໂຄສະນາຜະລິດຕະພັນ, ສິນຄ້າ ແລະ ການບໍລິການເກີນຄວາມເປັນຈິງ;

9.  ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 96 ຂໍ້ຫ້າມສຳລັບຜູ່ບໍລິໂພກ

ຫ້າມຜູ່ບໍລິໂພກ ມີ ພຶດຕິກຳ ດັ່ງນີ້:

1.   ສົ່ງເສີມຜະລິດຕະພັນ, ສິນຄ້າ ແລະ ການບໍລິການທີ່ບໍ່ໄດ້ຄຸນນຸພາບ ແລະ ບໍ່ມີມູນຄວາມຈິງ;

2.   ໂຄສະນາໃສ່ຮ້າຍປ້າຍສີ  ຫຼື ການກະທຳທີ່ກໍ່ຄວາມເສັຍຫາຍໃຫ້ແກ່ຜູ່ສະໜອງ;

3.   ສ້າງມົນລະພິດຕໍ່ສິ່ງແວດລ້ອມຫ

4.   ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 97 ຂໍ້ຫ້າມສຳລັບເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານມາດຕະຖານ

ຫ້າມເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານມາດຕະຖານ ມີ ພຶດຕິກຳ ດັ່ງນີ້:

1.  ຂາດຄວາມຮັບຜິດຊອບ ແລະ ປະລະໜ້າທີ່;

2.  ປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທຳ ຫຼື ລຳອຽງຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ;

3.  ຂໍເອົາ, ທວງເອົາ, ຮັບສິນບົນ, ສວຍໃຊ້ໜ້າທີ່ຕຳແໜ່ງ, ສິດອຳນາດ ເພື່ອຜົນປະໂຫຽດສ່ວນຕົວ, ຄອບຄົວ ຫຼື ຍາດພີ່ນ້ອງ;

4.  ປອມແປງເອກະສານ;

5.  ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 98 ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ

ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີ ພຶດຕິກຳ ດັ່ງນີ້:

1. ສວຍໃຊ້ການເຄື່ອນໄຫວວຽກງານມາດຕະຖານ ເພື່ອສ້າງອຸປະສັກກີດຂວາງ, ແຊກແຊງເຂົ້າໃນວຽກງານຂອງຜູ່ສະໜອງ;

2.  ຊ່ວຍເຫຼືອ, ປົກປ້ອງຜູ່ສະໜອງ ທີ່ມີການລະເມີດລະບຽບກົດໝາຍ;

3. ປົກປິດ, ເຊື່ອງອຳ ການກະທຳທີ່ເປັນການລະເມີດລະບຽບກົດໝາຍຂອງຜູ່ສະໜອງ;

4. ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ຂັດຂວາງການປະຕິບັດວຽກງານ ຫຼື ໃຫ້ສິນບົນແກ່ເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານມາດຕະຖານ;

5.  ເປັນສື່ກາງໃຫ້ສິນບົນ ແລະ ຮັບສິນບົນຈາກຜູ່ສະໜອງ;

6.  ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ X
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 99 ຫຼັກການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານມາດຕະຖານ ຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

1.  ສະເໝີພາບ;

2.  ເປັນທຳ, ໂປ່ງໃສ, ສາມາດກວດສອບໄດ້;

3.  ວ່ອງໄວ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ.

ມາດຕາ 100 ຮູບການແກ້ໄຂຂໍ້ຂັດແຍ່ງ

ຂໍ້ຂັດແບ່ງກ່ຽວກັບວຽກງານມາດຕະຖານ ສາມາດແກ້ໄຂດ້ວຍຮູບການໃດໜຶ່ງ ດັ່ງນີ້:

1.  ການປະນີປະນອມ ແລະ ການໄກ່ເກັ່ຍ;

2.  ການແກ້ໄຂທາງດ້ານບໍລິຫານ;

3.  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງາງດ້ານເສດຖະກິດ;

4.  ການຮ້ອງຟ້ອງຕໍ່ສານປະຊາຊົນ;

5.  ການແກ້ໄຂຂໍຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 101 ການປະນີປະນອມ ແລະ ການໄກ່ເກັ່ຍ

ໃນກໍລະນີມີການຂັດແຍ່ງກ່ຽວກັບວຽກງານມາດຕະຖານ ໃຫ້ຄູ່ກໍລະນີພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນ ດ້ວຍການປຶກສາຫາລື, ການປະນີປະນອມ ແລະ ການໄກ່ເກັ່ຍ ເພື່ອເຮັດໃຫ້ຂໍ້ຂັດແຍ່ງນັ້ນສິ້ນສຸດລົງ.

ມາດຕາ 102 ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີມີຂໍຂັດແຍ່ງ ກ່ຽວກັບວຽກງານມາດຕະຖານ ຄູ່ກໍລະນີ ມີສິດສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມຄວາມຮັບຜິດຊອບຂອງຕົນ.

ມາດຕາ 103 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານມາດຕະຖານ ຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງ ນັ້ນ ໂດຍຜ່ານອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມການຕົກລົງກັນ.

ມາດຕາ 104 ການຮ້ອງຟ້ອງຕໍ່ສານປະຊາຊົນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານມາດຕະຖານ ຄູ່ກໍລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ຕາມລະບຽບກົດໝາຍ.

ມາດຕາ 105 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານມາດຕະຖານ ທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງນັ້ນ ໃຫ້ອີງໃສ່ກົດໝາຍພາຍໃນປະເທດ ຫຼື ສັນຍາທີ່ໄດ້ຕົກລົງຮ່ວມກັນ ຫຼື ສັນຍາສາກົນ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

ພາກທີ XI
ການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານ

ໝວດທີ 1
ການຄຸ້ມຄອງວຽກງານມາດຕະຖານ

ມາດຕາ 106(ປັບປຸງ) ອົງການຄຸ້ມຄອງວຽກງານມາດຕະຖານ

ລັດຖະບານ ຄຸ້ມຄອງວຽກງານມາດຕະຖານຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະແໜງການຊັບພະຍາກອນທຳມະຊາດ ແລະ ຂົນສົ່ງ, ກະສິກຳ ແລະ ປ່າໄມ້, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ການເງິນ, ສຶກສາທິການ ແລະ ກິລາ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານມາດຕະຖານ.

ອົງການຄຸ້ມຄອງວຽກງານມາດຕະຖານ ປະກອບດ້ວຍ:

1.  ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;

2.  ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ;

3.  ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ, ເທດສະບານ.

ໃນກໍລະນີຈຳເປັນ ອາດສ້າງຕັ້ງໜ່ວຍວິຊາການມາດຕະຖານ ປະຈຳບ້ານຂຶ້ນກໍໄດ້.

ມາດຕາ 107(ປັບປຸງ) ສິດ ແລະ ໜ້າທີ່ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ໃນການຄຸ້ມຄອງວຽກງານມາດຕະຖານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄ້ວາຍຸດທະສາດ, ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນການກ່ຽວກັບວຽກງານມາດຕະຖານ ເພື່ອສະເໜີລັດຖະບານພິຈາລະນາ;

2. ອອກລະບຽບການ, ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານມາດຕະຖານ;

3. ສ້າງຕັ້ງພື້ນຖານວັດຖຸເຕັກນິກ ເພື່ອການທົດສອບ ແລະ ການຢັ້ງຢືນຄຸນນະພາບ;

4. ຄຸ້ມຄອງ, ຕິດຕາມເຝົ້າລະວັງຜະລິດຕະພັນ ແລະ ສິນຄ້າໃນຕະຫຼາດ, ສູນການຄ້າ ເພື່ອຮັບປະກັນໃຫ້ຜູ່ບໍລິໂພກໄດ້ຮັບຄວາມເປັນທຳ ແລະ ຖືກຕ້ອງຕາມລະບຽບກົດໝາຍ;

5. ສ້າງຖານຂໍ້ມູນ, ລະບົບຄຸ້ມຄອງຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່ ເພື່ອສ້າງຈິດສຳນຶກໃຫ້ແກ່ສັງຄົມ ກ່ຽວກັບວຽກງານມາດຕະຖານ;

6. ຊີ້ນຳການຈັດຕັ້ງປະຕິບັດວຽກງານມາດຕະຖານໃນຂອບເຂດທົ່ວປະເທດ;

7. ຈັດຕັ້ງການຈົດທະບຽນ ແລະ ໃຫ້ການບໍລິການກ່ຽວກັບວຽກງານມາດຕະຖານ;

8.  ອອກ, ໂຈະ ຫຼື ຖອນ ໃບຢັ້ງຢືນກ່ຽວກັບວຽກງານມາດຕະຖານ;

9. ພິຈາລະນາ ແລະ ດຳເນີນການແກ້ໄຂຄຳສະເໜີກ່ຽວກັບວຽກງານມາດຕະຖານ;

10.  ສ້າງ ແລະ ຍົກລະດັບພະນັກງານທັງພາກລັດ ແລະ ເອກະຊົນກ່ຽວກັບວຽກງານມາດຕະຖານ;

11.  ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ, ຄຸ້ມຄອງວຽກງານມາດຕະຖານ;

12.  ພົວພັນ ແລະ ຮ່ວມມືສາກົນກ່ຽວກັບວຽກງານມາດຕະຖານ;

13.  ສະຫຼບ, ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານມາດຕະຖານໃຫ້ລັດຖະບານຢ່າງເປັນປົກກະຕິ;

14.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ກ່ຽວກັບວຽກງານມາດຕະຖານຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 108(ປັບປຸງ) ສິດ ແລະ ໜ້າທີ່ຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ

ໃນການຄຸ້ມຄອງວຽກງານມາດຕະຖານ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.   ຜັນຂະຫຽາຍແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນການກ່ຽວກັບວຽກງານມາດຕະຖານ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນລະບຽບການຂອງຕົນແລ້ວຈັດຕັ້ງປະຕິບັດ;

2.   ອອກລະບຽບການ, ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານມາດຕະຖານ ຢູ່ທ້ອງຖິ່ນຂອງຕົນ;

3.   ສ້າງຕັ້ງພື້ນຖານວັດຖຸເຕັກນິກ ເພື່ອການທົດສອບ ແລະ ການຢັ້ງຢືນຄຸນນະພາບຕາມການມອບໝາຍ;

4.   ສ້າງລະບົບຂໍ້ມູນຂ່າວສານ, ໂຄສະນາ ເພື່ອສ້າງຈິດສຳນຶກກ່ຽວກັບມາດຕະຖານພາຍໃນທ້ອງຖິ່ນຂອງຕົນ;

5.   ຄຸ້ມຄອງ, ຕິດຕາມເຝົ້າລະວັງຜະລິດຕະພັນ ແລະ ສິນຄ້າໃນຕະຫຼາດ, ສູນການຄ້າ ເພື່ອຮັບປະກັນໃຫ້ຜູ່ບໍລິໂພກໄດ້ຮັບຄວາມເປັນທຳ ແລະ ຖືກຕ້ອງຕາມລະບຽບກົດໝາຍ;

6.   ອອກ, ໂຈະ ຫຼື ຖອນ ໃບຢັ້ງຢືນກ່ຽວກັບວຽກງານມາດຕະຖານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;

7.   ພິຈາລະນາ ແລະ ດຳເນີນການແກ້ໄຂຄຳສະເໜີກ່ຽວກັບວຽກງານມາດຕະຖານຂອບເຂດຄວາມຮັບຜິດຊອບຂອງຕົນ;

8.   ສະເໜີສ້າງ ແລະ ຍົກລະດັບພະນັກງານທັງພາກລັດ ແລະ ເອກະຊົນກ່ຽວກັບວຽກງານມາດຕະຖານ;

9.   ປະສານສົມທົບກັບບັນດາຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ທ້ອງຖິ່ນຕົນເພື່ອຈັດຕັ້ງຄຸ້ມຄອງວຽກງານມາດຕະຖານ;

10.  ພົວພັນ ແລະ ຮ່ວມມືສາກົນກ່ຽວກັບວຽກງານມາດຕະຖານຕາມການມອບໝາຍ;

11.  ສະຫຼບ, ລາຍງານການຈັດຕັ້ງປະຕິບັດວຽກງານມາດຕະຖານໃຫ້ອົງການປົກຄອງແຂວງ, ນະຄອນ ແລະ ກະຊວງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງເປັນປົກກະຕິ;

12.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ກ່ຽວກັບວຽກງານມາດຕະຖານຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 109(ໃໝ່) ສິດ ແລະ ໜ້າທີ່ຂອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ

ໃນການຄຸ້ມຄອງວຽກງານມາດຕະຖານ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.  ຈັດຕັ້ງປະຕິບັດ ແຜນການ, ໂຄງການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຂອງຂັ້ນເທິງກ່ຽວກັບວຽກງານມາດຕະ;

2.   ເຜີຍແຜ່ ລະບຽບກົດໝາຍກ່ຽວກັບວຽກງານມາດຕະຖານ;

3.   ຄຸ້ມຄອງ, ຕິດຕາມການຈັດຕັ້ງປະຕິບັດວຽກງານມາດຕະຖານ;

4.   ສະໜອງຂໍ້ມູນຂ່າວສານ, ສະເໜີສ້າງພື້ນຖານໂຄງລ່າງທາງດ້ານວັດຖຸເຕັກນິກກ່ຽວກັບວຽກງານມາດຕະຖານ;

5.   ສະເໜີສ້າງ, ບຳລຸງ ແລະ ຍົກລະດັບ ພະນັກງານ ກ່ຽວກັບວຽກງານມາດຕະຖານ;

6.   ຄຸ້ມຄອງ, ຕິດຕາມເຝົ້າລະວັງຜະລິດຕະພັນ ແລະ ສິນຄ້າໃນຕະຫຼາດ, ສູນການຄ້າ ເພື່ອຮັບປະກັນໃຫ້ຜູ່ບໍລິໂພກໄດ້ຮັບຄວາມເປັນທຳ ແລະ ຖືກຕ້ອງຕາມລະບຽບກົດໝາຍ;

7.   ພິຈາລະນາ ແລະ ແກ້ໄຂຄຳສະເໜີຂອງພາກສ່ວນຕ່າງໆກ່ຽວກັບວຽກງານມາດຕະຖານ;

8.   ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງຜະລິດຕະພັນ ແລະ ສິນຄ້າໃນກໍລະນີທີ່ມີຄວາມຈຳເປັນ;

9.   ປະມີນຜົນ, ສະຫຼບ, ລາຍງານການຈັດຕັ້ງປະຕິບັດວຽກງານມາດຕະຖານໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;

10.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 110 ສິດ ແລະ ໜ້າທີ່ຂອງພາກສ່ວນອື່ນທີ່ກ່ຽວຂ້ອງ

ຂະແໜງການ ແລະ ພາກສ່ວນອື່ນ ເປັນຕົ້ນ ຂະແໜງການສຶກສາ ແລະ ກິລາ, ສາທາລະນະສຸກ, ອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ກະສິກຳ ແລະ ປ່າໄມ້, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ການເງິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະລັງງານ ແລະ ບໍ່ແຮ່, ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ປະສານສົມທົບ ແລະ ຮ່ວມມືກັບຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການຄຸ້ມຄອງວຽກງານມາດຕະຖານ ໃຫ້ມີປະສິດທິພາບ.

ໝວດທີ 2
ການກວດກາວຽກງານມາດຕະຖານ

ມາດຕາ 111(ປັບປຸງ) ອົງການກວດກາວຽກງານມາດຕະຖານ

ອົງການກວດກາວຽກງານມາດຕະຖານ ປະກອບດ້ວຍ:

1.  ອົງການກວດກາພາຍໃນ ຊຶ່ງແມ່ນອົງປະການດຽວກັນກັບອົງການຄຸ້ມຄອງວຽກງານມາດຕະຖານ ຕາມ່ໄດ້ກນົດໄວ້ມາດຕາ 106 ຂອງກົດໝາຍສະບັບນີ້;

2.  ອົງການກວດກາພາຍນອກ ຊຶ່ງມີສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ປະຊາຊົນ.

ມາດຕາ 112 ສິດ ແລະ ໜ້າທີ່ ຂອງອົງການກວດກາພາຍໃນ

ອົງການກວດກາພາຍໃນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.  ກວດກາການປະຕິບັດນະໂຍບາຍ ແລະ ລະບຽບການກ່ຽວກັບວຽກງານມາດຕະຖານ;

2.  ກວດກາຄຸນນະພາບຂອງຜະລິດຕະພັນ, ສິນຄ້າພາຍໃນ ແລະ ສິນຄ້ານຳເຂົ້າທີ່ຈໍລະຈອນ ຢູ່ ທ້ອງຕະຫຼາດ, ສະຖານທີ່ຈຳໜ່າຍ, ຮ້ານຄ້າ, ສາງເກັບມ້ຽນ ແລະ ສະຖານທີ່ການຜະລິດ;

3.  ເກັບຕົວຢ່າງຂອງຜະລິດຕະພັນ ຫຼື ສິນຄ້າ ຫຼື ວັດຖຸທີ່ນຳເຂົ້າໃນການຜະລິດ, ດຳເນີນທຸລະກິດການຄ້າ, ການບໍລິການ ແລະ ວັດຖຸອື່ນ ເພື່ອທຳການກວດກາ;

4.  ກວດກາສະຖານທີ່, ຕຶກອາຄານທີ່ມີສ່ວນພົວພັນກັບການຜະລິດ, ການປຸງແຕ່ງ ຫຼື ການປັບປຸງຜະລິດຕະພັນ ແລະ ສິນຄ້າ;

5.  ກວດກາເອກະສານ ລວມທັງໃບຢັ້ງຢືນທີ່ພົວພັນກັບການຄຸ້ມຄອງຄຸນນະພາບ ຂອງຜະລິດຕະພັນ, ສິນຄ້າທີ່ຈໍລະຈອນ, ນຳເຂົ້າ ແລະ ສົ່ງອອກ;

6.  ສອບຖາມບຸກຄົນ ຫຼື ການຈັດຕັ້ງຕາມສະຖານທີ່ການຜະລິດ, ການບໍລິການ, ສະຖານທີ່ຄ້າຂາຍ ແລະ ບ່ອນອື່ນໆ ກ່ຽວກັບຄຸນນະພາບຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ແລະ ສິ່ງແວດລ້ອມ;

7.  ກວດກາທາງດ້ານບໍລິຫານໃນການຕິດຕາມ ແລະ ຕີລາຄາການຈັດຕັ້ງປະຕິບັດລະບຽບກົດໝາຍ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ເພື່ອຮັບປະກັນຄວາມສອດຄ່ອງກັບມາດຕະຖານ ແລະ ລະບຽບການເຕັກນິກ;

8.  ດຳເນີນການກວດກາຕາມການມອບໝາຍ ແລະ ລະບຽບກົດໝາຍທີ່ໄດ້ກຳນົດໄວ້.

ມາດຕາ 113 ສິດ ແລະ ໜ້າທີ່ ຂອງອົງການກວດກາພາຍນອກ

ອົງການກວດກາພາຍນອກ ມີ ສິດ ແລະ ໜ້າທີ່ກວດກາການຈັດຕັ້ງປະຕິບັດວຽກງານມາດຕະຖານຂອງອົງການກວດກາພາຍໃນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ 114 ຮູບການການກວດກາວຽກງານມາດຕະຖານ

ການກວດກາວຽກງານມາດຕະຖານ ມີ ສາມຮູບການ ດັ່ງນີ້:

1.  ການກວດກາຕາມແຜນການປົກກະຕິ;

2.  ການກວດການອກແຜນການ ໂດຍມີການແຈ້ງລ່ວງໜ້າ;

3.  ການກວດກາແບບກະທັນຫັນ.

ການກວດກາຕາມແຜນການປົກກະຕິ ແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາແນ່ນອນ.

ການກວດການອກແຜນການໂດຍມີການແຈ້ງລ່ວງໜ້າ ແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງງແຈ້ງໃຫ້ຜູ່ຖືກກວດກາຊາບລ່ວງໜ້າ.

ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ່ຖືກກວດກາຊາບລ່ວງໜ້າ.

ໃນການກວດກາຕ້ອງປະຕິບັດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ພາກທີ XII
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 155 ນະໂຍບາຍຕໍ່ຜູ່ມີຜົນງານ

ບຸກຄົນ, ນິຕິບຸກົຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການປະກອບສ່ວນຢ່າງຕັ້ງໜ້າ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 116 ມາດຕະການຕໍ່ຜູ່ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກງານມາດຕະຖານຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 117(ປັບປຸງ) ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານມາດຕະຖານເປັນຄັ້ງທຳອິດໂດຍບໍ່ເຈດຕະນາ ແລະ ກໍ່ຄວາມ ເສັຍຫາຍທີ່ມີມູນຄ່າຕ່ຳກວ່າ 500.000ກີບ (ຫ້າແສນ ກີບ) ຈະຖືກຕັກເຕືອນ, ສຶກສາອົບຮົມ.

ມາດຕາ 118(ປັບປຸງ) ມາດຕະການທາງວິໄນ

ພະນັກງານ ແລະ ເຈົ້າໜ້າທີ່ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານມາດຕະຖານແລະ ຂໍ້ຫ້າມທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍແຕ່ບໍ່ມີຄວາມຈິງລາຍງານ, ຫຼົບຫຼັກຈາກຄວາມຜິດ ຈະຖືກລົງວິໄນຕາມແຕ່ລະກໍລະນີ ດັ່ງນີ້:

1. ຕິຕຽນ, ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ໃນສຳນວນເອກະສານຊີວະປະຫວັດຂອງຜູ່ກ່ຽວ;

2.  ປົດຕຳແໜ່ງ ຫຼື ຍົກຍ້າຍ ໄປຮັບໜ້າທີ່ອື່ນທີ່ມີຕຳແໜ່ງກວ່າເກົ່າ;

3.  ໃຫ້ອອກຈາກລັດຖະບານໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ່ຖືກລົງວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຢ່າງຄົບ ຖ້ວນ.

ມາດຕາ 119 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານມາດຕະຖານໂດຍເຈຕະນາ ແລະ ລະເມີດໂດຍບໍ່ເຈຕະນາເປັນຄັ້ງທີສອງ ຊຶ່ງບໍ່ເປັນການກຳທຳຜິດທາງອາຍາຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສັຍຫາຍ.

ມາດຕາ 120 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ກໍ່ຄວາມເສັຍຫາຍໃຫ້ແກ່ຜູ່ອື່ນ ເນື່ອງມາຈາກການຜະລິດ, ການນຳເຂົ້າ, ການສົ່ງອອກ, ການບໍລິການ, ການເກັບຮັກສາ ແລະ ການຈຳໜ່າຍຜະລິດຕະພັນ ຫຼື ສິນຄ້າທີ່ບໍ່ມີຄຸນນະພາບ, ໝົດອາຍຸ, ບໍ່ຖືກຕ້ອງຕາມມາດຕະຖານ ແລະ ການລະເມີດອື່ນທາງແພ່ງຈິຕ້ອງໃຊ້ແທນຄ່າເສັຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 121(ປັບປຸງ) ມາດຕະການທາງອາຍາ

ບຸກຄົນທີ່ໄດ້ປອມແປງ, ຕົວະຍົວະຫຼອກລວງ ກ່ຽວກັບຄຸນນະພາບຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ຫຼື ສິ່ງແວດລ້ອມ ຊຶ່ງກໍ່ຄວາມເສັຍຫາຍແກ່ຜູ່ອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 5.000.000 ກີບ.

ໃນກໍລະນີທີ່ການຜະລິດນັ້ນຫາກເຮັດໃຫ້ຜູ່ອື່ນໄດ້ຮັບບາດເຈັບສາຫັດ, ເສັຍອົງຄະ ຫຼື ເສັຍຊີວິດກໍຈະຖືກລົງໂທດຕັດອິດສະລະພາບແຕ່ ສາມປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 15.000.000 ກີບ.

ໃນກໍລະນີທີ່ມີການເສັຍຊີວິດຫຼາຍຄົນ ກໍຈະຖືກລົງໂທດຕັດອິດສະລະພາບແຕ່ ຫ້າປີ ຫາ ຊາວປີ ຫຼື ຕະຫຼອດຊີວິດ ແລະ ຈະຖືກປັບໃໝ ແຕ່ 15.000.000 ກີບ ຫາ 30.000.000 ກີບ.

ສຳລັບການກະທຳອື່ນທີ່ເປັນການກະທຳຜິດທາງອາຍາ ກໍຈະຖືກລົງໂທດ ຕາມກົດໝາຍອາຍາ.

ມາດຕາ 122 ມາດຕະການໂທດເພີ່ມ

ນອກຈາກໂທດຕົ້ນຕໍ ທີ່ໄດ້ກຳນົດໄວ້ໃນມາດຕາ 121 ຂອງກົດໝາຍສະບັບນີ້ ຜູ່ກະທຳຜິດອາດຈະຖືກປະຕິບັດມາດຕະການໂທດເພີ່ມ ເຊັ່ນ ການໂຈະ, ການຖອນ ຫຼື ຍົກເລີກການຢັ້ງຢືນ, ການຮິບວັດຖຸສິ່ງຂອງມາເປັນຂອງລັດ.

ພາກທີ XIII
ບົດບັນຍັດສຸດທ້າຍ

ມາດຕາ 123 ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ່ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 54 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍ ເຫດທາງລັດຖະການ ສິບຫ້າວັນ.

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍມາດຕະຖານ ສະບັບເລກທີ 13/ສພຊ, ລົງວັນທີ 26 ທັັນວາ 2007.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

(ເຊັນ ແລະ ປະທັບຕາ)
ປານີ ຢາທໍ່ຕູ້

 

# ຫົວຂໍ້ ດາວໂຫຼດ
1 Standard Law (Amended) No. 49/NA, dated 18th July 2014. PDF
2 ກົດໝາຍ ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ມາດຕະຖານນ້ຳມັນກາຊວນ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ມາດຕະຖານນ້ຳມັນກະຊວນ (ມລ 07-2016)
  1. ກົດໝາຍ ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014
  2. ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນນ້ຳມັນກາຊວນ ເລກທີ 0534/ກວຕ, ລົງວັນທີ 03 ມິຖຸນາ 2016
9999-12-31 ALL
2 ມາດຕະຖານ ນ້ຳມັນແອັດຊັງ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ມາດຕະຖານນ້ຳມັນແອັດຊັງ (ມລ 06-2016)
  1. ກົດໝາຍ ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014
  2. ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນນ້ຳມັນແອັດຊັງ ເລກທີ 0536/ກວຕ, ລົງວັນທີ 03 ມິຖຸນາ 2016
9999-12-31 ALL
3 ມາດຕະຖານ ຊາໃບມອນ ມາດຕະຖານແຫ່ງຊາດ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມາດຕະຖານ ຊາໃບມອນ
  1. ກົດໝາຍ ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014
  2. ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນຊາໃບມອນ ເລກທີ 1043/ກວຕ, ລົງວັນທີ 08 ມິຖຸນາ 2018
9999-12-31 ALL
4 ມາດຕະຖານ ເຫຼັກໂຄງສ້າງຮູບປະພັນແບບຂຶ້ນຮູບເຢັນ ມາດຕະຖານແຫ່ງຊາດ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມາດຕະຖານ ເຫຼັກໂຄງສ້າງຮູບປະພັນແບບຂຶ້ນຮູບເຢັນ
  1. ກົດໝາຍ ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014
  2. ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນເຫຼັກໂຄງສ້າງຮູບປະພັນແບບຂຶ້ນຮູບເຢັນ ເລກທີ 1044/ກວຕ, ລົງວັນທີ 08 ມິຖຸນາ 2018
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.