ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ນາຍົກລັດຖະມົນຕີ            ເລກທີ 03/ນຍ
ນະຄອນຫຼວງວຽງຈັນ, ວັນທີ 10.01.2019

ດຳລັດ
ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ຂອງ ສປປ ລາວ

- ອີງຕາມກົດໝາຍ ວ່າດ້ວຍ ລັດຖະບານແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
- ອີງຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
- ອີງຕາມ ໜັງສືສະເໜີຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 2994/ກຜທ.ລທ4, ລົງວັນທີ 29 ພະຈິກ 2018.

ນາຍົກລັດຖະມົນຕີ ອອກດຳລັດ:

ມາດຕາ 1 ຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ຂອງ ສປປ ລາວ ຕາມເອກະສານຄັດຕິດ “ກ” ຂອງດຳລັດສະບັບນີ້.

ມາດຕາ 2 ບັນຊີກິດຈະການຄວບຄຸມ ແມ່ນບັນຊີປະເພດທຸລະກິດ ທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ເພື່ອຮັບປະກັນການພັດທະນາບັນດາຂະແໜງເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ຊຶ່ງການລົງທຶນໃນບັນຊີກິດຈະການຄວບຄຸມ ຕ້ອງໄດ້ຜ່ານການພິຈາລະນາ ແລະ ມີຄຳເຫັນໂດຍບັນດາຂະແໜງການທີ່ກ່ຽວຂ້ອງ, ຫຼັງຈາກນັ້ນ ຄະນະກຳມະການສົ່ງເສີມການລົງທຶນ ແລະ ຄຸ້ມຄອງການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ ເປັນຜູ້ຕົກລົງອະນຸຍາດການລົງທຶນ.

ສ່ວນບັນຊີກິດຈະການສຳປະທານ ແມ່ນບັນຊີປະເພດທຸລະກິດ ທີ່ຜູ້ລົງທຶນໄດ້ຮັບອະນຸຍາດ ໃນການສຳປະທານຈາກລັດ ເປັນຕົ້ນການສຳປະທານທີ່ດິນ, ການພັດທະນາເຂດເສດຖະກິດພິເສດ ແລະ ເຂດອຸດສາຫະກຳປຸງແຕ່ງ ເພື່ອສົ່ງອອກ, ການຂຸດຄົ້ນບໍ່ແຮ່, ການພັດທະນາແຫຼ່ງພະລັງງານ, ການສຳປະທານສາຍການບິນ ແລະ ໂທລະຄົມມະນາຄົມ.

ມາດຕາ 3 ລັດສົ່ງເສີມໃຫ້ລົງທຶນເຂົ້າໃສ່ທຸກຂະແໜງການ, ກິດຈະການທີ່ກຳນົດໃນ ແລະ ນອກ ບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ຍົກເວັ້ນກິດຈະການ ແລະ ເຂດທີ່ແຕະຕ້ອງເຖິງຄວາມໝັນຄົງ ແລະ ຄວາມສະຫງົບຂອງຊາດ, ມີຜົນສະທ້ອນອັນຮ້າຍແຮງຕໍ່ສິ່ງແວດລ້ອມ ມນປັດຈຸບັນ ແລະ ຍາວນານ, ຕໍ່ສຸຂະພາບຂອງປະຊາຊົນ ແລະ ວັດທະນະທຳອັນດີງາມຂອງຊາດ, ລວມທັງບັນຊີປະເພດທຸລະກີດທີ່ເກື້ອດຫ້າມ.

ຂັ້ນຕອນຍື່ນຄຳຮ້ອງຂໍອະນຸຍາດລົງທຶນກິດຈະການໃນບັນຊີຄວບຄຸມ: ໃຫ້ຍື່ນຄຳຮ້ອງຂໍລົງທຶນຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ແລະ ຂັ້ນແຂວງ ຕາມການແບ່ງຂັ້ນອະນຸມັດທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ “ກ” ຂອງດຳລັດສະບັບນີ້. ຫ້ອງການບໍລິການການລົງທຶນປະຕູດຽວ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າ ແລະນຳສະເໜີຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາຕົກລົງ ຕາມການແບ່ງຂັ້ນຄຸ້ມຄອງ ພາຍໃນເວລາ ຊາວຫ້າວັນ ລັດຖະການ ນັບແຕ່ວັນຫ້ອງການບໍລິການການລົງທຶນປະຕູດຽວ ໄດ້ຮັບຄຳຮ້ອງຄົບຖ້ວນເປັນຕົ້ນໄປ. ຫຼັງຈາກໄດ້ຮັບໃບອະນຸຍາດລົງທຶນແເລ້ວ ໃຫ້ວິສາຫະກິດສ່ວນບຸກຄົນ ຫຼື ນິຕິບຸກຄົນດັ່ງກ່າວ ສາມາດເຄື່ອນໄຫວການລົງທຶນຕາມກົດໝາຍ, ໃນກໍລະນີກິດຈະການລົງທຶນ ທີ່ມີກົດໝາຍ ຫລື ນິຕິກຳຂອງຂະແໜງການກຳນົດໃຫ້ມີໃບອະນຸຍາດສະເພາະ ກ່ອນການເປີດດຳເນີນທຸລະກິດ ບັນດາວິສາຫະກິດດັ່ງກ່າວ ຕ້ອງສະເໜີຂໍໃບອະນຸຍາດດັ່ງກ່າວ ຕາມນິຕິກຳທີ່ກຳນົດໄວ້.

ສ່ວນວິສາຫະກິດບຸກຄົນ ຫຼື ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍ ວ່າດ້ວຍວິສາຫະກິດ ຂອງ ສປປ ລາວ ມາແລ້ວ ຫາກຢາກຂໍອະນຸຍາດລົງທຶນ ຫຼື ດຳເນີນທຸລະກິດໃໝ່ ຫຼື ເພີ່ມກິດຈະການ ໃນກິດຈະການຄວບຄຸມ ແມ່ນໃຫ້ຍື່ນຄຳຮ້ອງໂດຍກົງຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຕາມທີ່ກຳນົດໃນຂ້າງເທິງນີ້.

ສຳລັບກິດຈະການການລົງທຶນສຳປະທານ: ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງລົງທຶນ ໃນກິດຈະການການລົງທຶນສຳປະທານ ຢູ່ ສປປ ລາວ ໃຫ້ຍື່ນຄຳຮ້ອງຂໍລົງທຶນ ຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ຫຼື ຂັ້ນແຂວງ ເພື່ອຄົ້ນຄວ້າ ແລະ ນຳສະເໜີຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ (ດັ່ງທີ່ກຳນົດໃນເອກະສານຊ້ອນທ້າຍ “ກ” ຂອງດຳລັດສະບັບນີ້) ພິຈາລະນາ ພາຍໃນເວລາ ຫົກສິບຫ້າ ວັນລັດຖະການ ນັບແຕ່ວັນນັບແຕ່ວັນຫ້ອງການບໍລິການການລົງທຶນປະຕູດຽວ ໄດ້ຮັບຄຳຮ້ອງຄົບຖ້ວນເປັນຕົ້ນໄປ.

ມາດຕາ 4 ໃຫ້ຂະແໜງການທີ່ກ່ຽວຂ້ອງ ປັບປຸງ ຫຼື ສ້າງນິຕິກຳ ກ່ຽວກັບຄວາມຕ້ອງການທາງດ້ານເອກະສານ ແລະ ຂັ້ນຕອນການພິຈາລະນາການອອກອະນຸຍາດລົງທຶນ ທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ ໃຫ້ລະອຽດຈະແຈ້ງ,​ງ່າຍດາຍ ແລະ ສົ່ງໃຫ້ຫ້ອງການບໍລິການການລົງທຶນປະຕູດຽວ ເພື່ອແຈ້ງໃຫ້ນັກລົງທຶນ.

ມາດຕາ 5 ບັນດາຂະແໜງການທີ່ກ່ຽວຂ້ອງ ສາມາດສະເໜີປັບປຸງ, ເພີ່ມ ຫຼື ຫຼຸດ ລາຍການປະເພດທຸລະກິດ ທີ່ຂະແໜງການຕົນຮັບຜິດຊອບ ໃນບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ຕາມຄວາມຈຳເປັນ ໂດຍສອດຄ່ອງກັບນະໂຍບາຍ ໃນແຕ່ລະໄລຍະ ຂອງຂະແໜງການທີ່ກ່ຽວຂ້ອງ ໂດຍສະເໜີຜ່ານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ພິຈາລະນາ ແລະ ນຳສະເໜີລັດຖະບານຮັບຮອງ.

ມາດຕາ 6 ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງໃນການຈັດຕັ້ງປະຕິບັດ, ເຜີຍແຜ່,​ ແນະນຳ, ຕິດຕາມ,​ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ດຳລັດສະບັບນີ້ ໃຫ້ໄດ້ຮັບຜົນດີ.

ມາດຕາ 7 ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນ ທຸກຂັ້ນ ຈົ່ງພ້ອມກັນຈັດຕັ້ງປະຕິບັດດຳລັດສະບັບນີ້ ຢ່າງເຂັ້ມງວດ

ມາດຕາ 8 ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, ບັນດາດຳລັດ, ຂໍ້ຕົກລົງ ແລະ ລະບຽບການຕ່າງໆກ່ອນໜ້ານີ້ ທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on the Approval of the Controlled Business List and Concession Businesses of Lao PDR No. 03/PM, dated 10 January 2019 PDF
2 ດຳລັດ ວ່າດ້ວຍ ການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ຂອງ ສປປ ລາວ ເລກທີ 03/ນຍ, ລົງວັນທີ 10 ມັງກອນ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.