ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ

ກົມການນຳເຂົ້າ ແລະ ສົ່ງອອກ          ເລກທີ 2790/ກຂອ.ບຂອ

                 ນະຄອນຫຼວງວຽງຈັນ, ວັນທີ 29 ພຶດສະພາ 2019

ແຈ້ງການ

 ເຖິງ: ບັນດາບໍລິສັດ ນໍາເຂົ້າ ແລະ ສົ່ງອອກຍານພາຫະນະ.
ເລື່ອງ: ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນ ຫຼວງວຽງຈັນ).

- ອີງຕາມແຈ້ງການ ຂອງ ກົມພາສີ ເລກທີ 04146/ກພສ, ລົງວັນທີ 23 ພຶດສະພາ 2019 ກ່໋ຽວກັບການນໍາໃຊ້ລະ ບົບແຈ້ງພາສີປະຕູດຽວ (Lao National Single Window) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະປະເພດພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1.

ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ ການນໍາເຂົ້າ ແລະ ສົ່ງອອກ ສິນ ຄ້າປະເພດພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ແມ່ນໃຫ້ເລີ່ມນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ແຕ່ວັນທີ 24 ພຶດສະພາ 2019 ເປັນຕົ້ນໄປ. ສໍາລັບບໍລິສັດໃດທີ່ຍັງບໍ່ທັນໄດ້ລົງທະບຽນນໍາໃຊ້ແມ່ນໃຫ້ຮີບຮ້ອນລົງທະບຽນນໍາໃຊ້ໂດຍໃຫ້ສະເໜີຫາ ບໍລິສັດ ຮ່ວມພັດພັດທະນາລະບົບແຈ້ງພາສີປະຕູດຽວ ຈໍາກັດ ເພື່ອສະໝັກຂໍຝຶກອົບຮົມ ແລະ ລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວໂດຍດາວໂຫຼດເອົາແບບຟອມໄດ້ໃນເວັບໄຊ www. prod.laonsw.net ຫຼື ເວັບໄຊ www.laotradeportal.gov.la ບໍ່ໃຫ້ກາຍວັນທີ 23 ມິຖຸນາ 2019 ແລະ ນັບແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະ ຕູດຽວ (LNSW).

ສໍາລັບການນໍາເຂົ້າ ແລະ ສົ່ງອອກດ່ານພາສີສາກົນດ່ານອື່ນແມ່ນສາມາດສືບຕໍ່ນໍາໃຊ້ລະບົບເຈັ້ຍແບບເກົ່າຈົນກວ່າຈະມີແຈ້ງການເພີ່ມເຕີມ.

       ດັ່ງນັ້ນ, ຈຶ່ງແຈ້ງມາຍັງ​ ທ່ານ ​ເພື່ອ​ຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ຫົວໜ້າກົມ
ສຸລິຍົນ ພິລາວົງ

 

 

# ຫົວຂໍ້ ດາວໂຫຼດ
1 Notification on the Launch of Lao National Single Window (LNSW) for managing the import of vehicle at International Customs Checkpoint (Lao-Thai Friendship Bridge I at Vientiane Capital) No. 2790/DIMEX.IEMD, dated 29 May 2019 PDF
2 ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນ ຫຼວງວຽງຈັນ) ເລກທີ 2790/ກຂອ.ບຂອ, ລົງວັນທີ 29 ພຶດສະພາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.