ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ບັນຊີເງິນຝາກສະເພາະຂອງກົມພາສີ
ມາດຕາ 3. ການຄຸ້ມຄອງເງິນຄໍ້າປະກັນ
ມາດຕາ 4. ການຄຸ້ມຄອງເງິນຄ່າພາສີ ແລະ ພັນທະອື່ນໆ
ມາດຕາ 5. ການໄລ່ລຽງສົ່ງຄືນເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆ
ມາດຕາ 6. ການຈັດຕັ້ງປະຕິບັດ
ມາດຕາ 7. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ           ເລກທີ 0153 /ກງ
ນະຄອນຫຼວງວຽງຈັນ, ລົງວັນທີ 29 ມັງກອນ 2009

ຄໍາແນະນໍາ
ຂອງລັດຖະມົນຕີວ່າການກະຊວງການເງິນ
ວ່າດ້ວຍການຄຸ້ມຄອງ, ການສົ່ງຄືນເງິນຄໍ້າປະກັນ
ຄ່າພາສີ ແລະ ພັນທະອື່ນໆສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າຊົ່ວຄາວ

ລັດຖະມົນຕີວ່າການກະຊວງການເງິນອອກຄໍາແນະນໍາ:

ມາດຕາ 1. ຈຸດປະສົງ
   ຄໍາແນະນໍາສະບັບນີ້ວາງອອກ ເພື່ອຈັດຕັ້ງປະຕິບັດມາດຕາ 39 ຂໍ້ “ງ” ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005; ມາດຕາ 12 ແລະ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19.10.2007 ກ່ຽວກັບຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆ ສໍາລັບການນໍາເຂົ້າຊົ່ວຄາວ ທີ່ມີການຄໍ້າປະກັນຂອງຜູ້ແຈ້ງພາສີ ເພື່ອແນໃສ່ຮັບປະກັນໃຫ້ແກ່ການຄຸ້ມຄອງ, ການໄລ່ລຽງສົ່ງ ເງິນຄືນໃຫ້ມີຄວາມຮັດກຸມ, ເປັນເອກະພາບ ແລະ ເຂັ້ມງວດໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 2. ບັນຊີເງິນຝາກສະເພາະຂອງກົມພາສີ
   ເພື່ອຮັບປະກັນໃນການຄຸ້ມຄອງ, ການໄລ່ລຽງ ແລະ ການສົ່ງຄືນເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆ ສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າໃນລະບອບຊົ່ວຄາວ, ກົມພາສີຕ້ອງນໍາສະເໜີຂໍອະນຸມັດ ຈາກລັດຖະມົນຕີວ່າການກະຊວງການເງິນ ເພື່ອຂໍເປີດບັນຊີເງິນຝາກສະເພາະຢູ່ທະນາຄານ ໂດຍກໍານົດໃຫ້ເປັນເລກບັນຊີດຽວ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນໃນການມອບ-ຖອນເງິນຂອງຜູ້ນໍາເຂົ້າ. ຂ້າງເທິງ

ມາດຕາ 3. ການຄຸ້ມຄອງເງິນຄໍ້າປະກັນ
   ການຄຸ້ມຄອງເງິນຄໍ້າປະກັນ ສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າໃນລະບອບຊົ່ວຄາວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ແລະ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007, ໃຫ້ປະຕິບັດຕາມລະບຽບການດັ່ງລຸ່ມນີ້:

ກ. ໜ້າທີ່ຂອງກົມພາສີ ແລະ ທະນາຄານ

  1. ກົມພາສີມີໜ້າທີ່ຄຸ້ມຄອງ, ຕິດຕາມບັນຊີເງິນຝາກສະເພາະ ສໍາລັບເງິນຄໍ້າປະກັນດັ່ງກ່າວ ໂດຍມີບັນຊີຕິດຕາມການຮັບ, ການໄລ່ລຽງ, ການສົ່ງຄືນ ແລະ ສະຫຼຸບການເຄື່ອນໄຫວບັນຊີ ຕາມລະບຽບການໄດ້ກໍານົດໄວ້.
  2. ທະນະຄານມີໜ້າທີ່ຄຸ້ມຄອງບັນຊີເງິນຝາກສະເພາະຂອງກົມພາສີ ຕາມລະບຽບກົດໝາຍຂອງທະນາຄານ. ຂ້າງເທິງ

ຂ. ໜ້າທີ່ຂອງຜູ້ນໍາເຂົ້າ
   ຜູ້ນໍາເຂົ້າຕ້ອງປະກອບໃບແຈ້ງພາສີ ເປັນລາຍລະອຽດຕາມລະບອບຊົ່ວຄາວ ພ້ອມຄັດຕິດສັນຍາຄໍ້າປະກັນ ແລະ ເອກະສານອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງຢ່າງຄົບຖ້ວນ ແລະ ຕ້ອງຮັບຜິດຊອບນໍາເງິນຄໍ້າປະກັນ ໄປມອບເຂົ້າບັນຊີສະເພາະຂອງກົມພາສີຢູ່ທະນາຄານ, ສໍາລັບການນໍາເຂົ້າຊົ່ວຄາວຕາມ ມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ແມ່ນໃຫ້ກໍານົດເວລາການໄລ່ລຽງຖອນເງິນຄໍ້າປະກັນ ໃນເວລາສິ້ນສຸດສັນຍາ ຄໍ້າປະກັນ. ຂ້າງເທິງ

ມາດຕາ 4. ການຄຸ້ມຄອງເງິນຄ່າພາສີ ແລະ ພັນທະອື່ນໆ
   ການຄຸ້ມຄອງເງິນຄ່າພາສີ ແລະ ພັນທະອື່ນໆທີ່ຜູ້ແຈ້ງພາສີໄດ້ເສຍພາສີ ແລະ ພັນທະອື່ນໆ ສໍາລັບການນໍາເຂົ້າພາຫະນະຊົ່ວຄາວທີ່ມີບ່ອນນັ່ງແຕ່ 30 ບ່ອນ ນັ່ງລົງມາຂອງບັນດາບໍລິສັດ ທີ່ໄດ້ຮັບໂຄງການປະມູນສາກົນ ທີ່ນໍາເຂົ້າມາຮັບໃຊ້ໂຄງການ ໃນໄລຍະເວລາໃດໜຶ່ງ ຕາມທີ່ກໍານົດໄວ້ໃນ ມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/1/2007, ໃຫ້ປະຕິບັດຕາມລະບຽບການດັ່ງລຸ່ມນີ້:

ກ. ໜ້າທີ່ຂອງກົມພາສີ ແລະ ທະນາຄານ

  1. ກົມພາສີຕ້ອງຄຸ້ມຄອງ, ຕິດຕາມບັນຊີເງິນຝາກສະເພາະ ສໍາລັບເງິນຄ່າພາສີ ແລະ ພັນທະອື່ນໆ ໂດຍມີບັນຊີຕິດຕາມການຮັບ, ການໄລ່ລຽງ, ການສົ່ງຄືນ ແລະ ສະຫຼູບການເຄື່ອນໄຫວບັນຊີ ຕາມລະບຽບການໄດ້ກໍານົດໄວ້.
  2. ທະນາຄານມີໜ້າທີ່ຄຸ້ມຄອງ ບັນຊີເງິນຝາກສະເພາະຂອງກົມພາສີ ຕາມລະບຽບກົດໝາຍຂອງທະນາຄານ. ຂ້າງເທິງ

ຂ. ໜ້າທີ່ຂອງຜູ້ນໍາເຂົ້າ
   ຜູ້ນໍາເຂົ້າຕ້ອງປະກອບໃບແຈ້ງພາສີ ເປັນລາຍລະອຽດຕາມລະບອບຊົ່ວຄາວ ພ້ອມຄັດຕິດສັນຍາຄໍ້າປະກັນ ແລະ ເອກະສານອະນຸຍາດຈາກຂະແໜງການທີ່ ກ່ຽວຂ້ອງຢ່າງຄົບຖ້ວນ ແລະ ຕ້ອງຮັບຜິດຊອບນໍາເງິນຄໍ້າປະກັນ ໄປມອບເຂົ້າບັນຊີສະເພາະຂອງກົມພາສີຢູ່ທະນາຄານ; ໃຫ້ກໍານົດເວລາການໄລ່ລຽງຖອນເງິນ ຄ່າພາສີ ແລະ ພັນທະອື່ນໆຄືນໃນເວລາສິ້ນສຸດສັນຍາຄໍ້າປະກັນ. ຂ້າງເທິງ

ມາດຕາ 5. ການໄລ່ລຽງສົ່ງຄືນເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆ
   ຜູ້ນໍາເຂົ້າໄດ້ນໍາເອົາພາຫະນະອອກຈາກດິນແດນ ສປປ ລາວ ແລ້ວ, ມີຈຸດປະສົງຂໍໄລ່ລຽງຖອນເງິນຄ່າພາສີ ແລະ ພັນທະອື່ນໆຄືນ ໃຫ້ປະຕິບັດຕາມລະບຽບການດັ່ງນີ້ :

  1. ພາຍຫຼັງຜູ້ນໍາເຂົ້າໄດ້ນໍາເອົາພາຫະນະສົ່ງອອກຈາກ ສປປ ລາວ ແລ້ວ, ຜູ້ນໍາເຂົ້າຕ້ອງເຮັດໃບສະເໜີ, ພ້ອມເອກະສານປະກອບທີ່ເປັນສະບັບເດີມເຊັ່ນ: ໃບແຈ້ງພາສີເປັນລາຍລະອຽດສົ່ງອອກ, ໃບແຈ້ງພາສີເປັນລາຍລະອຽດສັນຍາຄໍ້າປະກັນ, ໃບຮັບເງິນ ຫຼື ໃບມອບແຊັກ ແລະ ໃບແຈ້ງປະເພດເງິນສະບັບຕົ້ນ ຂອງທະນາຄານຍື່ນຕໍ່ດ່ານພາສີບ່ອນນໍາເຂົ້າ ເພື່ອໄລ່ລຽງຂໍຖອນເງິນຄ່າພາສີ ແລະ ພັນທະອື່ນໆ ພາຍໃນກໍານົດຊາວເອັດວັນຕາມຕາຕະລາງ ແລະ  ທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007.
  2. ພາຍຫຼັງທີ່ດ່ານພາສີບ່ອນສົ່ງອອກ ໄດ້ຮັບໃບສະເໜີຂໍຖອນເງິນຄ່າພາສີ ແລະ ພັນທະອື່ນໆຈາກຜູ້ນໍາເຂົ້າ, ດ່ານພາສີຕ້ອງໄລ່ລຽງຕາມຕາຕະລາງ ກ ຫຼື ຂ ທີ່ໄດ້ກໍານົດໄວ້ ໃນ ມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007, ແລ້ວສະເໜີເປັນລາຍລັກອັກສອນຕາມແບບ ຟອມຂອງກົມພາ ສີເພື່ອຂໍອະນຸມັດຈ່າຍເງິນສົ່ງຄືນ ແລະ ສັ່ງມອບເຂົ້າງົບປະມານ ຈາກຫົວໜ້າກົມພາສີພາຍໃນກໍານົດບໍ່ເກີນເຈັດວັນ (ບໍ່ນັບວັນພັກລັດຖະການ).
  3. ພາຍຫຼັງກົມພາສີໄດ້ຮັບການສະເໜີ ຂໍອະນຸມັດຈ່າຍເງິນສົ່ງຄືນຄ່າພາສີ ແລະ ພັນທະອື່ນໆຈາກດ່ານພາສີ ຕ້ອງສ້າງແຜນສະເໜີຂໍອະນຸມັດຈ່າຍຈາກບັນຊີສະເພາະ ຢູ່ທະນາຄານພາຍໃນກໍານົດຫ້າວັນ (ບໍ່ນັບວັນພັກລັດຖະການ).
  4. ພາຍຫຼັງທະນາຄານໄດ້ຮັບການສະເໜີ ຂໍອະນຸມັດຈ່າຍຈາກບັນຊີສະເພາະຂອງກົມພາສີ, ທະນາຄານຕ້ອງພິຈາລະນາເບີກຈ່າຍ ໃຫ້ຜູ້ນໍາເຂົ້າພາຍໃນກໍານົດຫ້າວັນ (ບໍ່ນັບວັນພັກລັດຖະການ). ຂ້າງເທິງ

ມາດຕາ 6. ການຈັດຕັ້ງປະຕິບັດ.
   ມອບໃຫ້ຫົວໜ້າກົມພາສີ, ຜູ້ອໍານວຍການທະນາຄານ ຈັດຕັ້ງຜັນຂະຫຍາຍຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ, ໃຫ້ບັນດາພະແນກການທີ່ກ່ຽວຂ້ອງກົມພາສີ, ພາສີປະຈໍາເຂດ, ສາຂາທະນາຄານປະຈໍາແຂວງ, ເມືອງ, ບັນດາດ່ານພາສີໃນຂອບເຂດທົ່ວປະເທດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງມີໜ້າທີ່ຈັດຕັ້ງປະຕິບັດແນະນໍາ ສະບັບນີ້ຕາມໜ້າທີ່ຄວາມຮັບຜິດຊອບຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 7 ຜົນສັກສິດ.
   ຄໍາແນະນໍາສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, ທຸກຄໍາແນະນໍາ ແລະ ລະບຽບການທີ່ຂັດກັບຄໍາແນະນໍາສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີວ່າກນກະຊວງການເງິນ
ສົມດີ ດວງດີ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Finance Ministerial Instruction on Management of Refund for Security of Duty and Taxes for Temporary Importation No. 0153/MOF PDF
2 ຄຳແນະນຳ ຂອງລັດຖະມົນຕີວ່າການ ກະຊວງການເງິນ ວ່າດ້ວຍ ການຄຸ້ມຄອງ, ການສົ່ງຄືນ ເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆ ສຳລັບສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າຊົ່ວຄາວ ເລກທີ 0153/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.