ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອານາເຂດພາສີ
ມາດຕາ 3. ການປ່ຽນແປງອັດຕາພາສີໃນກໍລະນີຈໍາເປັນ
ມາດຕາ 4. ມູນຄ່າແຈ້ງພາສີຂາເຂົ້າ
ມາດຕາ 5. ການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ
ມາດຕາ 6. ວິທີເສຍພາສີ ແລະ ພັນທະອື່ນໆ
ມາດຕາ 7. ການນໍາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີ
ມາດຕາ 8. ການກວດກາຄືນການແຈ້ງເສຍພາສີ
ມາດຕາ 9. ການສະເໜີຄືນກ່ຽວກັບການແຈ້ງພາສີ
ມາດຕາ 10. ການນໍາເຂົ້າເພື່ອວາງສະແດງ, ສຶກສາ, ທົດລອງ
ມາດຕາ 11. ການນໍາເອົາວັດຖຸສິ່ງຂອງເຂົ້າມາຜະລິດ, ປະກອບ, ດັດແປງເພື່ອສົ່ງອອກ
ມາດຕາ 12. ການນໍາເຂົ້າຊົ່ວຄາວສໍາລັບກົນຈັກໜັກ
ມາດຕາ 13. ການນໍາເຂົ້າຊົ່ວຄາວພາຫະນະທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາ
ມາດຕາ 14. ການນຳເຂົ້າເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫລ່, ເຄື່ອງໃຊ້ຫ້ອງການຊົ່ວຄາວ
ມາດຕາ 15. ການນຳເຂົ້າພາຫະນະເພື່ອທ່ອງທ່ຽວຢ້ຽມຢາມ
ມາດຕາ 16. ການຍົກເວັ້ນພາສີ ແລະ ພັນທະອື່ນໆທົ່ວໄປ
ມາດຕາ 17. ການຍົກເວັ້ນ ຫຼື ງົດເກັບພາສີທາງທູດ ແລະ ອົງການຈັດຕັ້ງສາກົນ
ມາດຕາ 18. ການຍົກເວັ້ນພາສີ ຫຼື  ຫຼຸດຜ່ອນຕາມນະໂຍບາຍສົ່ງເສີມການລົງທຶນ
ມາດຕາ 19. ການປັບໄໝຜູ້ກະທໍາຜິດສະຖານເບົາລະດັບທີໜຶ່ງ
ມາດຕາ 20. ການປັບໄໝຕໍ່ພາຫະນະທີ່ບັນທຸກສິນຄ້າຜິດກົດໝາຍ
ມາດຕາ 21. ໂຄງປະກອບການຈັດຕັ້ງຂອງລັດຖະການພາສີ
ມາດຕາ 22. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 23. ການຈັດຕັ້ງປະຕິບັດ
ມາດຕາ 24. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ   ເລກທີ 362/ນຍ
ນະຄອນຫຼວງວຽງຈັນ, ລົງວັນທີ 19 ຕຸລາ 2007

ດໍາລັດ
ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ

  • ອີງຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປລາວ ສະບັບເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;
  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບປັບປຸງໃໝ່ ເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005;
  • ອີງຕາມການສະເໜີຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 2372/ກງ, ລົງວັນທີ 2/10/2007.

ນາຍົກລັດຖະມົນຕີອອກດໍາລັດ:

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ວາງອອກ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ກ່ຽວກັບຫຼັກການ, ນະໂຍບາຍ, ລະບຽບການ ແລະ ມາດຕະການລະອຽດໃນການສົ່ງອອກ-ນໍາເຂົ້າ, ການຜ່ານແດນ ແລະ ການຈໍລະຈອນສິນຄ້າ, ເຄື່ອງຂອງຢູ່ພາຍໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍສະເພາະທີ່ນອນຢູ່ໃນ ລະບອບງົດເກັບພາສີ ຫຼື ສິນຄ້າທີ່ບໍ່ທັນໄດ້ປະກອບເອກະສານແຈ້ງພາສີ, ເພື່ອເປັນການຊຸກຍູ້, ສົ່ງເສີມການຜະລິດ, ການບໍລິການ, ການປະຕິບັດນະໂຍບາຍສົ່ງເສີມ, ປົກປ້ອງການຜະລິດສິນຄ້າ ແລະ ການດໍາເນີນທຸລະກິດຢູ່ພາຍໃນປະເທດ, ຊຸກຍູ້ການສົ່ງອອກ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດແນໃສ່ເຮັດໃຫ້ເສດຖະ ກິດພາຍໃນປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງເປັນການປະຕິບັດພັນທະເຂົ້າງົບປະມານແຫ່ງລັດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ໃຫ້ສອດຄ່ອງກັບລະບຽບຂອງສາກົນທີ່ ສປປລາວ ໄດ້ຮ່ວມລົງນາມ ຫຼື ເຂົ້າເປັນພາຄີຂອງສັນຍາ ແລະ ສົນທິສັນຍາ ຕ່າງໆ. ຂ້າງເທິງ

ມາດຕາ 2. ອານາເຂດພາສີ
   ອານາເຂດພາສີ ແມ່ນຜືນແຜ່ນດິນອັນຄົບຖ້ວນຂອງ ສປປລາວ ຊຶ່ງກວມທັງເຂດນ່ານຟ້າ, ນ່ານນໍ້າຊາຍແດນຕິດກັບຕ່າງປະເທດ ທີ່ຮັບຮູ້ຕາມກົດໝາຍສາກົນ ເພື່ອກໍານົດຂອບເຂດການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ພາສີຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 5 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005.
   ໃນການປະຕິບັດພັນທະ ກໍລະນີທີ່ລັດຖະບານ ສປປລາວ ໄດ້ຮ່ວມລົງນາມໃນຂໍ້ຕົກລົງວ່າດ້ວຍການອໍານວຍຄວາມສະດວກ, ການຂົນສົ່ງສິນຄ້າ ແລະ ຄົນ ຂ້າມແດນກັບບັນດາປະເທດຕ່າງໆ ລຸ່ມແມ່ນໍ້າຂອງໃນການຮ່ວມກັນກວດກາສິນຄ້າ, ເຄື່ອງຂອງ ແລະ ຄົນຢູ່ຈຸດດຽວ, ຄັ້ງດຽວແມ່ນອະນຸຍາດໃຫ້ເຈົ້າໜ້າທີ່ພາສີຂອງ ສປປລາວ ອອກໄປປະຕິບັດໜ້າທີ່ ນອກອານາເຂດພາສີຂອງ ສປປລາວ ເພື່ອປະຕິບັດວຽກງານຮ່ວມກັນ ກັບເຈົ້າໜ້າທີ່ພາສີຂອງປະເທດຄູ່ຮ່ວມລົງນາມ ໃນຂໍ້ຕົກລົງ ແລະ ອະນຸຍາດໃຫ້ເຈົ້າໜ້າທີ່ພາສີຂອງ ປະເທດຄູ່ຮ່ວມລົງນາມໃນຂໍ້ຕົກລົງ ເຂົ້າມາປະຕິບັດວຽກງານຮ່ວມກັນ ກັບເຈົ້າໜ້າທີ່ພາສີຂອງ ສປປລາວ ເຊັ່ນດຽວກັນ ໃນສະຖານທີ່ທີ່ທັງສອງຝ່າຍໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 3. ການປ່ຽນແປງອັດຕາພາສີ ໃນກໍລະນີຈໍາເປັນ
   ໃນກໍລະນີມີຄວາມຈໍາເປັນຮີບດ່ວນ ຕ້ອງໄດ້ປ່ຽນແປງອັດຕາພາສີ, ລັດຖະບານສາມາດສະເໜີຫຼຸດ ຫຼື ເພີ່ມອັດຕາພາສີ, ປ່ຽນແປງອັດຕາພາສີທີ່ກໍານົດໄວ້ ໃນປຶ້ມສາລະບານອັດຕາພາສີ ຊຶ່ງເກັບຕາມອັດຕາສ່ວນຮ້ອຍ ຂອງມູນຄ່າແຈ້ງພາສີ ມາເປັນການເກັບຕາມອັດຕາເດັດຖານ (ໝາຍເຖິງການກໍານົດຄ່າພາສີ ແລະ ພັນທະອື່ນໆ ເປັນຈໍານວນເງິນຕໍ່ຫົວໜ່ວຍສິນຄ້າ, ເຄື່ອງຂອງ) ຕໍ່ຄະນະປະຈໍາສະພາແຫ່ງຊາດ ຕາມທີ່ກໍານົດໄວ້ໃນມາດຕາ 6 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005.
   ອັດຕາພາສີທີ່ກໍານົດໄວ້ໃນປຶ້ມສາລະບານອັດຕາພາສີ ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຫຼື ອົງການປົກຄອງທຸກຂັ້ນປ່ຽນແປງອັດຕາພາສີ ຈະດ້ວຍວິທີໃດກໍຕາມເຊັ່ນ: ຫຼຸດ ຫຼື ເພີ່ມອັດຕາພາສີໂດຍກົງ, ຕົກລົງຍົກເວັ້ນ, ຫຼຸດ ຫຼື ເພີ່ມມູນຄ່າແຈ້ງ, ປະລິມານ, ບໍລິມາດ, ນໍ້າໜັກຕໍ່ສິນຄ້າ, ເຄື່ອງຂອງທີ່ຕ້ອງ ເສຍພາສີ ແລະ ພັນທະອື່ນໆຕາມລະບຽບກົດໝາຍໂດຍເດັດຂາດ, ຖ້າເກີດເປັນຜົນເສຍຫາຍແກ່ຜົນປະໂຫຍດຂອງຊາດກໍຄືລາຍຮັບງົບປະມານ ແຫ່ງລັດຈະຖືວ່າ ເປັນການສໍ້ລາດບັງຫຼວງ ແລະ ຈະຖືກປະຕິບັດວິໄນ ຫຼື ລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 4. ມູນຄ່າແຈ້ງພາສີຂາເຂົ້າ
   ການກໍານົດມູນຄ່າແຈ້ງພາສີສໍາລັບສິນຄ້າ, ເຄື່ອງຂອງນໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ແມ່ນການກໍານົດຫຼັກການ ກ່ຽວກັບການປະເມີນມູນຄ່າສິນຄ້າ, ເຄື່ອງຂອງນໍາເຂົ້າ ເພື່ອຈຸດປະສົງໃນການແຈ້ງພາສີ.
   ມູນຄ່າແຈ້ງພາສີສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າມາ ສປປລາວ ຈະຖືກກໍານົດມູນຄ່າແຈ້ງພາສີ ໂດຍໃຫ້ສອດຄ່ອງກັບວິທີການດັ່ງລຸ່ມນີ້:

(1). ມູນຄ່າແຈ້ງພາສີສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າຕ້ອງແມ່ນມູນຄ່າຊື້-ຂາຍຊຶ່ງແມ່ນລາຄາຊື້-ຂາຍສິນຄ້າທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຕ້ອງຊໍາລະ ສໍາລັບສິນຄ້າ, ເຄື່ອງຂອງນໍາເຂົ້າ.
(2). ຖ້າວ່າມູນຄ່າແຈ້ງສິນຄ້າ, ເຄື່ອງຂອງນໍາເຂົ້າບໍ່ສາມາດກໍານົດໄດ້ ພາຍໃຕ້ຂໍ້ (1) ຂ້າງເທິງນັ້ນ, ມູນຄ່າແຈ້ງພາສີຕ້ອງແມ່ນມູນຄ່າຊື້-ຂາຍສິນຄ້າ, ເຄື່ອງຂອງ ນໍາເຂົ້າທີ່ຄືກັນ.
(3). ຖ້າວ່າມູນຄ່າແຈ້ງສິນຄ້າ, ເຄື່ອງຂອງນໍາເຂົ້າບໍ່ສາມາດກໍານົດໄດ້ ພາຍໃຕ້ຂໍ້ (1) ແລະ ຂໍ້ (2) ຂ້າງເທິງນັ້ນ, ມູນຄ່າແຈ້ງພາສີ ຕ້ອງແມ່ນມູນຄ່າຊື້-ຂາຍສິນຄ້າ, ເຄື່ອງຂອງນໍາເຂົ້າທີ່ຄ້າຍຄືກັນ.
(4). ຖ້າວ່າມູນຄ່າແຈ້ງສິນຄ້າ, ເຄື່ອງຂອງນໍາເຂົ້າບໍ່ສາມາດກໍານົດໄດ້ ພາຍໃຕ້ຂໍ້ (1), (2) ຫຼື (3) ຂ້າງເທິງນັ້ນ, ມູນຄ່າແຈ້ງພາສີຕ້ອງອີງໃສ່ວິທີຫັກລົບຄ່າ ໃຊ້ຈ່າຍບາງຢ່າງອອກຈາກລາຄາສິນຄ້າ, ເຄື່ອງຂອງຢູ່ ສປປລາວ.
(5). ຖ້າວ່າມູນຄ່າແຈ້ງສິນຄ້າ, ເຄື່ອງຂອງນໍາເຂົ້າບໍ່ສາມາດກໍານົດໄດ້ ພາຍໃຕ້ຂໍ້ (1), (2), (3) ຫຼື (4) ຂ້າງເທິງນັ້ນ, ມູນຄ່າແຈ້ງພາສີຕ້ອງອີງໃສ່ວິທີການໃຊ້ ລາຄາຄໍານວນ ມູນຄ່າການຜະລິດສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າ.
(6). ຖ້າວ່າມູນຄ່າແຈ້ງສິນຄ້າ, ເຄື່ອງຂອງນໍາເຂົ້າບໍ່ສາມາດກໍານົດໄດ້ ໂດຍອີງໃສ່ວິທີການຕ່າງໆທີ່ກ່າວມາຂ້າງເທິງນັ້ນ, ບົນພື້ນຖານຂໍ້ມູນຂ່າວສານທີ່ມີຢູ່ ສປປລາວ.
   1. ໃນ 6 ວິທີການດັ່ງກ່າວ ຕ້ອງນໍາມາປະຕິບັດຢ່າງຕໍ່ເນື່ອງ ຕາມລໍາດັບແຕ່ (1) ເຖິງ (6), ສ່ວນວິທີການທີ (4) ແລະ (5) ສາມາດສະຫຼັບການນໍາໃຊ້ ວິທີໃດກ່ອນ ຫຼືຶ ຫຼັງກໍໄດ້ຖ້າວ່າມີການຮ້ອງຂໍຂອງຜູ້ນໍາເຂົ້າ.
   ລັດຖະມົນຕີວ່າການກະຊວງການເງິນ ຈະເປັນຜູ້ອອກບົດແນະນໍາລະອຽດກ່ຽວກັບ ການຈັດຕັ້ງປະຕິບັດມາດຕານີ້ ພ້ອມທັງອອກລະບຽບການຕ່າງຫາກ ໃນການກໍານົດລາຄາຕໍ່າສຸດ ສໍາລັບບາງຊະນິດສິນຄ້າ, ເຄື່ອງຂອງໃນແຕ່ລະໄລຍະທີ່ເຫັນວ່າມີຜົນກະທົບ ແລະ ມີຄວາມສ່ຽງສູງຕໍ່ການກວດກາ ແລະ ຄຸ້ມຄອງ. ຂ້າງເທິງ

ມາດຕາ 5. ການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ
   ພື້ນຖານການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ນັ້ນ ຕ້ອງເປັນເງິນກີບແບບທະວີຄູນ ໂດຍຖືເອົາສະກຸນເງິນໂດລາສະຫະລັດ ຄູນໃຫ້ອັດຕາຂາຍຂອງທະນາຄານໃນວັນບັນທຶກໃບແຈ້ງພາສີ ເປັນລາຍລະອຽດຄູນໃຫ້ອັດຕາພາສີ ແລະ ພັນທະອື່ນໆຕາມທີ່ກໍານົດໄວ້ ໃນປຶ້ມສາລະບານອັດຕາພາສີ ແລະ ກົດໝາຍວ່າດ້ວຍ ສ່ວຍສາອາກອນ.
   ເພື່ອສະດວກໃນການສັງລວມຕົວເລກສະຖິຕິ ແລະ ຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ, ການປັດຕົວເລກ ຫຼື ການມົນຕົວເລກໃຫຍ່ໃຫ້ປະຕິບັດດັ່ງນີ້ຄື:

  • ຕົວເລກລາຄາເງິນຕາຕ່າງປະເທດ ຖ້າມີເລກເສດບໍ່ໃຫ້ມີການປັດ, ໃຫ້ຮັກສາເລກເສດໄວ້ຫຼັງຈຸດ 2 ຕົວເລກ.
  • ຕົວເລກມູນຄ່າແຈ້ງພາສີເປັນເງິນກີບ ຖ້າເປັນເລກເສດໃຫ້ປັດເປັນຕົວເລກມົນ ຄື: ແຕ່ 1 ຫາ 50 ໃຫ້ປັດເປັນ 50, ແຕ່ 51 ຫາ 99 ໃຫ້ປັດເປັນ 100.
  • ຕົວເລກຄ່າພາສີ-ອາກອນ ໃຫ້ປັດເປັນເລກມົນຫົວຮ້ອຍ ຄື: ແຕ່ 1 ຫາ 99 ໃຫ້ປັດເປັນ 100. ຂ້າງເທິງ

ມາດຕາ 6. ວິທີເສຍພາສີ ແລະ ພັນທະອື່ນໆ
   ພາຍຫຼັງທີ່ເຈົ້າໜ້າທີ່ພາສີ ໄດ້ບັນທຶກໃບແຈ້ງພາສີເປັນລາຍລະອຽດ ຄ່າພາສີ ແລະ ພັນທະອື່ນໆຕ້ອງຊໍາລະໃຫ້ຄົບຖ້ວນໂດຍທັນທີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 23 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005.
   ໃນກໍລະນີຜູ້ແຈ້ງພາສີຊໍາລະຄ່າພາສີ ແລະ ພັນທະອື່ນໆ ບໍ່ທັນຕາມກໍານົດເວລາທີ່ກ່າວມາຂ້າງເທິງນີ້ ຕ້ອງໄດ້ເສຍຄ່າປັັບໃໝເທົ່າກັບ 0,1% ຂອງຄ່າພາສີ ແລະ ພັນທະອື່ນໆຕໍ່ວັນທີ່ມີການຊັກຊ້າ ແຕ່ສູງສຸດບໍ່ໃຫ້ເກີນເຈັດວັນ ໂດຍບໍ່ນັບວັນພັກລັດຖະການ, ຖ້າກາຍກໍານົດດັ່ງກ່າວສິນຄ້າ, ເຄື່ອງຂອງຈະຕົກຢູ່ໃນການຄວບຄຸມ ສະເພາະຂອງເຈົ້າໜ້າທີ່ພາສີ ແລະ ປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ່້ໃນມາດຕາ 42 ຂອງກົດໝາຍວ່າດ້ວຍພາສີ. ຂ້າງເທິງ

ມາດຕາ 7. ການນໍາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີ
   ການນໍາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2 ຂອງມາດຕາ 25 ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຕ້ອງປະຕິບັດຢ່າງເຂັ້ມງວດ ຄືດັ່ງນີ້:

  1. ຜູ້ນໍາເຂົ້າ ຫາກມີຈຸດປະສົງຂໍອະນຸຍາດນໍາເຂົ້າສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີກ່ອນການເສຍພາສີ ແລະ ພັນທະອື່ນໆກໍໄດ້ຕ້ອງປະກອບ ໃບແຈ້ງພາສີຄໍ້າປະກັນ ພ້ອມທັງຄັດຕິດເອກະສານອະນຸຍາດກ່ຽວກັບການນໍາເຂົ້າສິນຄ້າ, ເຄື່ອງຂອງໃຫ້ຄົບຖ້ວນ ແລ້ວຍື່ນຕໍ່ລັດຖະການພາສີບ່ອນນໍາເຂົ້າ ສິນຄ້າ, ເຄື່ອງຂອງພິຈາລະນາອະນຸມັດຕາມລະບຽບການ ແລະ ວາງເງິນຄໍ້າປະກັນເທົ່າກັບຮ້ອຍຊາວສ່ວນຮ້ອຍຂອງຄ່າພາສີ ແລະ ພັນທະອື່ນໆທີ່ຈະຕ້ອງ ຊໍາລະ.
    - ສະເພາະການນໍາເຂົ້າຕາມລະບອບຍົກເວັ້ນ ຫຼື ງົດເກັບພາສີ ຂອງອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ພະນັກງານອົງການຈັດຕັ້ງສາກົນ ຫຼື ຜູ້ທີ່ໄດ້ຮັບອະພິສິດທາງການທູດ ອາດຈະອະນຸຍາດໃຫ້ຄໍ້າປະກັນດ້ວຍ ການຈັດຕັ້ງ, ນິຕິບຸກຄົນ ຫຼື ບຸກຄົນທີ່ເຊື່ອຖືກໍໄດ້.
  2. ພາຍຫຼັງທີ່ລັດຖະການພາສີໄດ້ພິຈາລະນາອະນຸມັດ ແລະ ວາງເງິນຄໍ້າປະກັນເປັນທີ່ຮຽບຮ້ອຍແລ້ວ ເຈົ້າໜ້າທີ່ພາສີຈະທໍາການກວດກາສິນຄ້າ, ເຄື່ອງຂອງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 24 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຜູ້ນໍາເຂົ້າຕ້ອງນໍາເອົາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີໂດຍທັນທີ.
  3. ພາຍໃນກໍານົດເຈັດວັນ ນັບແຕ່ວັນທີ່ໄດ້ບັນທຶກໃບແຈ້ງພາສີຄໍ້າປະກັນເປັນຕົ້ນໄປ ໂດຍບໍ່ນັບວັນພັກລັດຖະການ ເຈົ້າຂອງສິນຄ້າ, ເຄື່ອງຂອງຕ້ອງປະກອບ ໃບແຈ້ງພາສີເປັນລາຍລະອຽດ (ບ.40,...) ຍື່ນຕໍ່ເຈົ້າໜ້າທີ່ພາສີຈຸດບ່ອນນໍາເຂົ້າ ເພື່ອຊໍາລະຄ່າພາສີ ແລະ ພັນທະອື່ນໆ, ໃນກໍລະນີມີການ ຄໍ້າປະກັນດ້ວຍເງິນ ກໍຈະຖືກໄລ່ລຽງສົ່ງຄືນ ແລະ ຖືວ່າໃບແຈ້ງພາສີຄໍ້າປະກັນກໍຈະສິ້ນສຸດລົງ. ເມື່ອກາຍກໍານົດເວລາດັ່ງກ່າວລັດຖະການພາສີ ຈະຮັກສາເງິນຄໍ້າປະກັນນັ້ນໄວ້ຕື່ມອີກ ພາຍໃນຊາວສາມວັນບໍ່ນັບວັນພັກລັດຖະການ ນັບແຕ່ວັນໝົດກໍານົດຂອງໃບແຈ້ງພາສີຄໍ້າປະກັນເປັນຕົ້ນໄປ, ພາຍໃນຊາວສາມວັນຖ້າເຈົ້າຂອງສິນຄ້າ, ເຄື່ອງຂອງມາປະກອບໃບແຈ້ງພາສີເປັນລາຍລະອຽດ ເພື່ອສະສາງໃບແຈ້ງພາສີຄໍ້າປະກັນ, ນອກຈາກປະຕິບັດຕາມລະບຽບການ ຂອງພາສີ ຫຼື ເສຍພາສີ ແລະ ພັນທະອື່ນໆ ຄົບຖ້ວນຕາມລະບຽບການແລ້ວ ຍັງຈະຕ້ອງຊໍາລະຄ່າປັບໃໝເທົ່າກັບ 0,01% ຕໍ່ວັນຂອງຄ່າພາສີ ແລະ ພັນທະອື່ນໆທີ່ມີການຊັກຊ້າ ນັບແຕ່ວັນໝົດກໍານົດ ໃນໃບແຈ້ງພາສີຄໍ້າປະກັນເປັນຕົ້ນໄປ. ຖ້າກາຍກໍານົດຊາວສາມວັນ ລັດຖະການພາສີຈະມອບເງິນຄໍ້າປະກັນ ເທົ່າກັບຄ່າພາສີ ແລະ ພັນທະອື່ນໆ ເຂົ້າງົບປະມານແຫ່ງລັດໂດຍທັນທີ. ສ່ວນເງິນຄໍ້າປະກັນທີ່ຍັງເຫຼືອ ຈະຄິດໄລ່ຄ່າປັບໃໝຕາມລະບຽບການ. ຂ້າງເທິງ

ມາດຕາ 8. ການກວດກາຄືນການແຈ້ງເສຍພາສີ
   ທຸກໆການແຈ້ງພາສີຈະຕ້ອງຢູ່ພາຍໃຕ້ການກວດກາຄືນຂອງລັດຖະການພາສີຕາມທີ່ກໍານົດໄວ້ ໃນມາດຕາ 28 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005. ສະນັ້ນຜູ້ສົ່ງອອກ-ນໍາເຂົ້າ ຫຼື ຕົວແທນທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຕ້ອງເປັນຜູ້ຮັບຜິດຊອບໂດຍກົງຕໍ່ທຸກໆຂໍ້ມູນ ທີ່ຕົນເອງໄດ້ແຈ້ງລົງ ໃນໃບແຈ້ງພາສີເປັນລາຍລະອຽດເຊັ່ນ: ຕົ້ນກໍາເນີດ, ລະຫັດສິນຄ້າ, ມູນຄ່າແຈ້ງພາສີ, ອັດຕາພາສີ-ອາກອນຂາເຂົ້າ, ຄ່າພາສີ ແລະ ພັນທະອື່ນໆ ຫຼື ຂໍ້ມູນຕ່າງໆກ່ຽວກັບການສົ່ງອອກ-ນໍາເຂົ້າ ສິນຄ້າ, ເຄື່ອງຂອງທີ່ຕົນໄດ້ລົງລາຍເຊັນຢັ້ງຢືນ ແລະ ຍື່ນຕໍ່ເຈົ້າໜ້າທີ່ພາສີເພື່ອກວດກາ ແລະ ບັນທຶກ ໃບແຈ້ງພາສີເປັນລາຍລະອຽດ ຕາມທີ່ກໍານົດໄວ້ໃນໝວດທີ 1, 2, 3 ແລະ 4, ພາກທີ III ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ແລ້ວນັ້ນ. ເພື່ອເຮັດໃຫ້ຂັ້ນຕອນການແຈ້ງພາສີມີຄວາມສະດວກ ແລະ ວ່ອງໄວໃນການນໍາເອົາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີ, ເຈົ້າໜ້າທີ່ພາສີປະຈໍາດ່ານສົ່ງອອກ-ນໍາເຂົ້າ ຈະຮັບເອົາຂໍ້ມູນການແຈ້ງເບື້ອງຕົ້ນ ຕາມເອກະສານປະກອບທີ່ຜູ້ແຈ້ງພາສີໄດ້ແຈ້ງໄວ້ເທົ່ານັ້ນ, ແຕ່ບໍ່ໝາຍຄວາມວ່າ ເຈົ້າໜ້າທີ່ພາສີ ປະຈໍາດ່ານຮັບຮອງຄວາມຖືກຕ້ອງຂອງຂໍ້ມູນ ໃນໃບແຈ້ງພາສີເປັນລາຍລະອຽດດັ່ງກ່າວ. ເພາະສະນັ້ນ ທຸກໆໃບແຈ້ງພາສີເປັນລາຍລະອຽດ ຈະຖືກກວດກາຄືນໂດຍລັດຖະການພາສີ ພາຍໃນກໍານົດເວລາສາມປີ ນັບແຕ່ວັນໄດ້ບັນທຶກໃບແຈ້ງພາສີ ເປັນລາຍລະອຽດເປັນຕົ້ນໄປ. ການກວດກາຄືນຂອງເຈົ້າໜ້າທີ່ພາສີ ສາມາດດໍາເນີນການກວດກາຢູ່ຕາມສໍານັກງານ ຂອງຜູ້ດໍາເນີນທຸລະກິດຂາເຂົ້າ-ຂາອອກ, ສະຖານທີ່ ເກັບມ້ຽນສິນຄ້າ, ໂຮງຈັກໂຮງງານ, ຫ້າງຮ້ານຈໍາໜ່າຍສິນຄ້າ, ເຄື່ອງຂອງຂອງບຸກຄົນ, ນິຕິບຸກຄົນ ຫຼື ຜູ້ບໍລິການແຈ້ງພາສີ, ຜູ້ຮັບສົ່ງ, ເຈົ້າຂອງສິນຄ້າ, ເຄື່ອງຂອງຕົວຈິງ ເພື່ອກວດກາປຶ້ມບັນຊີ, ເອກະສານ, ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ແລະ ສິນຄ້າ, ເຄື່ອງຂອງຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 26, 27, 28 ແລະ 67 ຂອງກົດໝາຍ ວ່າດ້ວຍພາສີ.
   ຖ້າຜົນການກວດກາຂອງລັດຖະການພາສີ ມີຂໍ້ມູນຫຼັກຖານຢັ້ງຢືນຢ່າງໜັກແໜ້ນວ່າ ຂໍ້ມູນຂ້າງເທິງທີ່ຜູ້ສົ່ງອອກ-ນໍາເຂົ້າ ຫຼື ຕົວແທນທີ່ໄດ້ແຈ້ງໄວ້ບໍ່ຖືກຕ້ອງ ຕາມຄວາມຈິງ ຊຶ່ງມີຜົນສະທ້ອນຕໍ່ຄ່າພາສີ ແລະ ພັນທະອື່ນໆ, ລັດຖະການພາສີຈະແຈ້ງຜົນຂອງການກວດກາ ແລະ ຄິດໄລ່ຄືນໃໝ່ ໃຫ້ຜູ້ສົ່ງອອກ-ນໍາເຂົ້າ ຫຼື ຕົວແທນເປັນລາຍລັກອັກສອນ ໂດຍມີກໍານົດເວລາເພື່ອເຂົ້າມາຊໍາລະ ຄ່າພາສີິ ແລະ ພັນທະອື່ນໆທີ່ຜິດດ່ຽງ ພ້ອມທັງຄ່າປັບໃໝໜຶ່ງເທົ່າຂອງຄ່າພາສີ ແລະ ພັນທະອື່ນໆທີ່ຖືກຫຼີກລ່ຽງ, ເຊື່ອງອໍາຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ຫາກບໍ່ມີຜົນສະທ້ອນຕໍ່ຄ່າພາສີ ແລະ ພັນທະອື່ນໆ ຈະໄດ້ປັບໃໝຕັກເຕືອນແຕ່ 150.000-5.000.000 ກີບ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງດໍາລັດສະບັບນີ້.
   ໃນກໍລະນີຜູ້ກະທໍາຜິດບໍ່ປະຕິບັດຕາມແຈ້ງການ ຂອງລັດຖະການພາສີ ຈະຖືກນໍາໃຊ້ມາດຕະການເພີ່ມເຕີມ ທີ່ໄດ້ກໍານົດໄວ້ໃນມາດຕາ 59, 67, 92 ແລະ 93 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005. ຂ້າງເທິງ

ມາດຕາ 9. ການສະເໜີຄືນກ່ຽວກັບການແຈ້ງພາສີ
   ຜູ້ແຈ້ງພາສີ ມີສິດສະເໜີຄືນກ່ຽວກັບການແຈ້ງພາສີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ໃນເມື່ອມີຂໍ້ຂັດແຍ່ງກ່ຽວກັບ ການກໍານົດແຫຼ່ງກໍາເນີດສິນຄ້າ, ລະຫັດສິນຄ້າ ແລະ ມູນຄ່າພາສີ ຫຼື ກ່ຽວກັບຜົນຂອງການກວດກາ ແລະ ການຄິດໄລ່ຄ່າຜິດດ່ຽງ ລວມທັງການປັບໃໝອື່ນໆ ໂດຍເຈົ້າໜ້າທີ່ພາສີ, ຜູ້ແຈ້ງພາສີ ມີສິດສະເໜີຄືນຕໍ່ຫົວໜ້າກົມພາສີ ຢ່າງເປັນລາຍລັກອັກສອນຕາມແບບຟອມທີ່ກໍານົດໄວ້ຂອງ ພາສີພ້ອມທັງຕິດຄັດຂໍ້ມູນທີ່ກ່ຽວຂ້ອງ ແລະ ຫຼັກຖານທີ່ເຊື່ອຖືໄດ້ພ້ອມທັງສະເໜີວິທີການແກ້ໄຂ ພາຍໃນກໍານົດສາມສິບວັນ ນັບແຕ່ວັນໄດ້ບັນທຶກໃບແຈ້ງພາສີ ເປັນລາຍລະອຽດ ຫຼື ວັນໄດ້ຮັບແຈ້ງຂອງຜົນການກວດກາ ຫຼື ການຄິດໄລ່ຜິດດ່ຽງຈາກລັດຖະການພາສີ.
  2. ຫົວໜ້າກົມພາສີຈະພິຈາລະນາ ແລະ ໃຫ້ຄໍາຕົກລົງຢ່າງຊ້າບໍ່ໃຫ້ເກີນສາມສິບວັນ ນັບແຕ່ວັນທີ່ໄດ້ລົງທະບຽນຮັບເອກະສານສະເໜີເປັນຕົ້ນໄປ. ລະບຽບການ ແກ້ໄຂແມ່ນອີງຕາມວິທີການພິສູດຂໍ້ມູນຫຼັກຖານ ທາງດ້ານເຕັກນິກວິຊາການ ທີ່ໄດ້ກໍານົດໄວ້ໃນລະບຽບການ, ຖ້າການສະເໜີມີຫຼັກຖານຖືກຕ້ອງ ແລະ ພຽງພໍກໍຈະໄດ້ຮັບການພິຈາລະນາແກ້ໄຂ, ໃນກໍລະນີບໍ່ສາມາດແກ້ໄຂໄດ້ ຕາມການສະເໜີຫົວໜ້າກົມພາສີ ຈະແຈ້ງຕອບຢ່າງເປັນລາຍລັກອັກສອນ ພ້ອມທັງອະທິບາຍເຫດຜົນຢ່າງລະອຽດ ເພື່ອສະເໜີຂັ້ນເທິງຕໍ່ໄປ.
  • ໃນກໍລະນີຜູ້ແຈ້ງພາສີບໍ່ຍິນຍອມ ຕໍ່ການຕົກລົງຂອງຫົວໜ້າກົມພາສີ ມີສິດສະເໜີຢ່າງເປັນລາຍລັກອັກສອນຕໍ່ ລັດຖະມົນຕີວ່າການກະຊວງການເງິນ ພາຍໃນກໍານົດສາມສິບວັນ ນັບແຕ່ໄດ້ຮັບຄໍາຕົກລົງຂອງຫົວໜ້າກົມພາສີເປັນຕົ້ນໄປ.
  1. ລັດຖະມົນຕີວ່າການກະຊວງການເງິນຈະພິຈາລະນາ ແລະ ໃຫ້ຄໍາຕົກລົງກ່ຽວກັບການສະເໜີດັ່ງກ່າວພາຍໃນກໍານົດສາມສິບວັນ ນັບແຕ່ວັນລົງທະບຽນ ການສະເໜີເປັນຕົ້ນໄປ. ຜູ້ແຈ້ງພາສີບໍ່ເຫັນດີຕໍ່ຄໍາຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສາມາດຍື່ນຄໍາຮ້ອງຟ້ອງຕໍ່ສານ ພາຍໃນກໍານົດສິບຫ້າວັນ ຫຼັງຈາກໄດ້ຮັບແຈ້ງການກ່ຽວກັບຄໍາຕົກລົງດັ່ງກ່າວ ເປັນຕົ້ນໄປ. ຂ້າງເທິງ

ມາດຕາ 10. ການນໍາເຂົ້າເພື່ອວາງສະແດງ, ສຶກສາ, ທົດລອງ
   ການນໍາເອົາສິນຄ້າ, ເຄື່ອງຂອງຈາກຕ່າງປະເທດເຂົ້າມາໃນ ສປປລາວ ເປັນການຊົ່ວຄາວເພື່ອວາງສະແດງ, ການສຶກສາ ແລະ ການທົດລອງຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 39 ຂໍ້ 3.(ຂ) ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຕ້ອງປະຕິບັດຕາມ ລະບຽບການດັ່ງນີ້:

  1. ສໍາລັບສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າມາເພື່ອຮັບໃຊ້ການວາງສະແດງ, ການສຶກສາ, ການທົດລອງທີ່ບໍ່ມີລັກສະນະທາງການຄ້າ. ກ່ອນຈະນໍາເອົາສິນຄ້າ, ເຄື່ອງຂອງດັ່ງກ່າວເຂົ້າມາ ສປປລາວ ຕ້ອງມີເອກະສານຢັ້ງຢືນ ແລະ ການຄໍ້າປະກັນຈາກການຈັດຕັ້ງທີ່ກ່ຽວຂ້ອງພ້ອມແຈ້ງລາຍການສິນຄ້າ, ເຄື່ອງຂອງ ລົງໃນແບບຟອມ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ພາສີພິຈາລະນາ. ເມື່ອສິ້ນສຸດການວາງສະແດງ ຕ້ອງໄດ້ນໍາອອກຄືນໂດຍທັນທີຕາມຈໍານວນ ແລະ ສະພາບເດີມ ໃນເວລາທີ່ໄດ້ກໍານົດໄວ້ ແລະ ໃນສັນຍາຄໍ້າປະກັນ.
  2. ສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າມາງານວາງສະແດງ ເພື່ອຈໍາໜ່າຍຕ້ອງແຈ້ງລາຍການສິນຄ້າ, ເຄື່ອງຂອງລົງໃນແບບຟອມທີ່ທາງການພາສີກໍານົດ ເພື່ອແຈ້ງຕໍ່ ເຈົ້າໜ້າທີ່ພາສີກວດກາ ແລະ ຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ ແລ້ວວາງເງິນຄໍ້າປະກັນເທົ່າກັບຈໍານວນເງິນ ທີ່ຄິດໄລ່ ແລະ ບວກເພີ່ມ 20%. ພາຍຫຼັງເຈົ້າໜ້າທີ່ພາສີທໍາການກວດກາ ແລະ ອະນຸມັດແລ້ວຕ້ອງນໍາເອົາສິນຄ້າ, ເຄື່ອງຂອງດັ່ງກ່າວ ພ້ອມເອກະສານໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາງານ ວາງສະແດງ ຫຼື ລັດຖະການພາສີບ່ອນທີ່ໃກ້ສຸດ ເພື່ອຕິດຕາມກວດກາ ແລະ ຄຸ້ມຄອງ.
       ເມື່ອສິ້ນສຸດງານວາງສະແດງ ຖ້າມີການຈໍາໜ່າຍສິນຄ້າ, ເຄື່ອງຂອງ ຕ້ອງໄດ້ແຈ້ງພາສີເປັນລາຍລະອຽດ ຕໍ່ເຈົ້າໜ້າທີ່ພາສີທີ່ປະຈໍາຢູ່ໃນສະຖານທີ່ຈັດງານ ຫຼື ຫ້ອງການພາສີບ່ອນໃກ້ສຸດ ເພື່ອຊໍາລະຄ່າພາສີ ແລະ ພັນທະອື່ນໆຢ່າງຄົບຖ້ວນ; ແລ້ວນໍາເອົາເອກະສານ ພ້ອມຫຼັກຖານຢັ້ງຢືນການເສຍພາສີ ແລະ ພັນທະອື່ນໆພ້ອມທັງສິນຄ້າ, ເຄື່ອງຂອງ ໃນກໍລະນີທີ່ຈໍາໜ່າຍບໍ່ໝົດ ໄປແຈ້ງຕໍ່ເຈົ້າໜ້າທີ່ປະຈໍາດ່ານ ຈຸດບ່ອນນໍາເຂົ້າ ເພື່ອໄລ່ລຽງຖອນເງິນຄໍ້າປະກັນຄືນ. ຂ້າງເທິງ

ມາດຕາ 11. ການນໍາເອົາວັດຖຸສິ່ງຂອງເຂົ້າມາຜະລິດ, ປະກອບ, ດັດແປງເພື່ອສົ່ງອອກ
   ການນໍາເຂົ້າວັດຖຸສິ່ງຂອງດັ່ງກ່າວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂໍ້ 3 (ຄ) ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຕ້ອງປະຕິບັດຕາມລະບຽບການດັ່ງນີ້:

  1. ການນໍາເອົາວັດຖຸດິບເຂົ້າມາໃນ ສປປລາວ ເພື່ອທໍາການຜະລິດເພື່ອສົ່ງອອກ ຕາມຂໍ້ຜູກພັນຂອງຜູ້ສັ່ງຊື້ຜະລິດຕະພັນ ຢູ່ຕ່າງປະເທດ, ຜູ້ນໍາເຂົ້າຕ້ອງປະກອບ ໃບແຈ້ງພາສີເປັນລາຍລະອຽດ ຕາມລະບອບນໍາເຂົ້າຊົ່ວຄາວ (ບ50) ຍື່ນຕໍ່ເຈົ້າໜ້າທີ່ພາສີບ່ອນດ່ານນໍາເຂົ້າ ໂດຍຄັດຕິດແຜນການນໍາເຂົ້າ, ແຜນການຜະລິດ, ສູດຄິດໄລ່ສິ້ນເປືອງການຜະລິດ ທີ່ຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ແລະ ສັນຍາຄໍ້າປະກັນນໍາ ລັດຖະການພາສີ. ການນໍາເຂົ້າດັ່ງກ່າວແມ່ນຈະໄດ້ງົດເກັບພາສີ ແລະ ພັນທະອື່ນໆພາຍໃນກໍານົດຫົກເດືອນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງເຈົ້າໜ້າທີ່ພາສີ.
       ເມື່ອຄົບກໍານົດຫົກເດືອນ ຜູ້ນໍາເຂົ້າບໍ່ສາມາດປຸງແຕ່ງເປັນຜະລິດຕະພັນສົ່ງອອກໄດ້ນັ້ນ ສາມາດຕໍ່ອາຍຸຕື່ມອີກໄດ້ບໍ່ເກີນສາມເດືອນ ແຕ່ຕ້ອງວາງເງິນ ຄໍ້າປະກັນນໍາລັດຖະການພາສີເສຍກ່ອນ ແລະ ຕ້ອງປະຕິບັດຕາມລະບຽບການລຸ່ມນີ້:
  • ຕ້ອງມາແຈ້ງຕໍ່ລັດຖະການພາສີ ເພື່ອວາງເງິນຄໍ້າປະກັນຕາມຈໍານວນເງິນທີ່ໄດ້ຄິດໄລ່ ໄວ້ໃນໃບແຈ້ງພາສີເປັນລາຍລະອຽດ (ບ.50) ໃນເວລານໍາເຂົ້າ, ຈໍານວນເງິນດັ່ງກ່າວລັດຖະການພາສີ ຈະຮັກສາໄວ້ໃນບັນຊີລໍຖ້າ;
  • ຖ້າມາແຈ້ງຊັກຊ້າຈະໄດ້ເສຍຄ່າປັບໃໝ 0,01% ຕໍ່ວັນຂອງຄ່າພາສີ ແລະ ພັນທະອື່ນໆທີ່ໄດ້ຄິດໄລ່ໄວ້ ໃນໃບແຈ້ງພາສີເປັນລາຍລະອຽດ (ບ.50) ສໍາລັບເງິນຄ່າປັບໃໝ ຈະໄດ້ມອບເຂົ້າງົບປະມານຕາມລະບຽບການ;
  • ພາຍໃນກໍານົດສາມເດືອນ ຫາກມີການສົ່ງຜະລິດຕະພັນອອກ ເງິນຄໍ້າປະກັນຈະຖືກໄລ່ລຽງສົ່ງຄືນ ຕາມຈໍານວນສົ່ງອອກຕົວຈິງໃຫ້ແກ່ເຈົ້າຂອງ, ຫາກຄົບກໍານົດສາມເດືອນບໍ່ສົ່ງອອກ, ຈໍານວນເງິນດັ່ງກ່າວຈະຖືກມອບເຂົ້າງົບປະມານແຫ່ງລັດ ຢ່າງຄົບຖ້ວນໂດຍທັນທີ;
  • ຖ້າບໍ່ມາແຈ້ງ ຫຼື ມີການຊື້-ຂາຍ ຫຼື ນໍາໃຊ້ບໍ່ຖືກເປົ້າໝາຍ ນອກຈາກເສຍພາສີ ແລະ ພັນທະອື່ນໆແລ້ວ ຍັງຈະໄດ້ເສຍຄ່າປັບໃໝໜຶ່ງເທົ່າ ຂອງຄ່າພາສີ ແລະ ພັນທະອື່ນໆ, ຖານລະເມີດລະບຽບການນໍາເຂົ້າຊົ່ວຄາວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ເລກທີ 05/ສພຊ ລົງວັນທີ 20.05.2005.
  1. ການນໍາເອົາວັດຖຸສິ່ງຂອງເຂົ້າມາໃນ ສປປລາວ ເພື່ອປະກອບເປັນຜະລິດຕະພັນສົ່ງອອກ ຜູ້ນໍາເຂົ້າຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດຕາມລະບອບ ນໍາເຂົ້າຊົ່ວຄາວ (ບ.50) ຍື່ນຕໍ່ເຈົ້າໜ້າທີ່ພາສີບ່ອນດ່ານນໍາເຂົ້າ ໂດຍຄັດຕິດແຜນການນໍາເຂົ້າ, ແຜນການຜະລິດ, ຈໍານວນລາຍການສິ້ນສ່ວນ ເພື່ອປະກອບເປັນຫົວໜ່ວຍຜະລິດຕະພັນ ຕາມການກໍານົດຂອງຂະແໜງການທີ່ກ່ຽວຂ້ອງ ແລະ ສັນຍາຄໍ້າປະກັນນໍາລັດຖະການພາສີ. ການນໍາເຂົ້າດັ່ງກ່າວ ແມ່ນຈະໄດ້ງົດເກັບພາສີ ແລະ ພັນທະອື່ນໆ ພາຍໃນກໍານົດຫົກສິບວັນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງເຈົ້າໜ້າທີ່ພາສີ.
       ເມື່ອຄົບກໍານົດຫົກສິບວັນຜູ້ນໍາເຂົ້າບໍ່ສາມາດ ປະກອບເປັນຜະລິດຕະພັນສົ່ງອອກໄດ້ນັ້ນ ສາມາດຕໍ່ອາຍຸຕື່ມອີກໄດ້ ແຕ່ບໍ່ໃຫ້ເກີນສາມສິບວັນ ແຕ່ຕ້ອງວາງເງິນ ຄໍ້າປະກັນນໍາລັດຖະການພາສີ ເສຍກ່ອນ ແລະ ຕ້ອງປະຕິບັດຕາມລະບຽບການລຸ່ມນີ້:
  • ຕ້ອງມາແຈ້ງຕໍ່ລັດຖະການພາສີ ເພື່ອວາງເງິນຄໍ້າປະກັນຕາມຈໍານວນເງິນ ທີ່ໄດ້ຄິດໄລ່ໄວ້ ໃນໃບແຈ້ງພາສີເປັນລາຍລະອຽດ ໃນເວລານໍາເຂົ້າ, ຈໍານວນເງິນ ດັ່ງກ່າວລັດຖະການພາສີ ຈະຮັກສາໄວ້ໃນບັນຊີລໍຖ້າ;
  • ຖ້າມາແຈ້ງຊັກຊ້າຈະໄດ້ເສຍຄ່າປັບໃໝ 0,01% ຕໍ່ວັນຂອງຄ່າພາສີ ແລະ ພັນທະອື່ນໆທີ່ໄດ້ຄິດໄລ່ໄວ້ ໃນໃບແຈ້ງພາສີເປັນລາຍລະອຽດ (ບ.50) ສໍາລັບເງິນຄ່າປັບໃໝ ຈະໄດ້ມອບເຂົ້າງົບປະມານຕາມລະບຽບການ;
  • ພາຍໃນກໍານົດສາມສິບວັນ ຫາກມີການສົ່ງຜະລິດຕະພັນອອກ ເງິນຄໍ້າປະກັນຈະຖືກໄລ່ລຽງສົ່ງຄືນ ຕາມຈໍານວນສົ່ງອອກຕົວຈິງໃຫ້ແກ່ເຈົ້າຂອງ, ຫາກຄົບກໍານົດສາມສິບວັນບໍ່ສົ່ງອອກ, ຈໍານວນເງິນດັ່ງກ່າວຈະຖືກມອບເຂົ້າງົບປະມານແຫ່ງລັດ ຢ່າງຄົບຖ້ວນໂດຍທັນທີ;
  • ຖ້າບໍ່ມາແຈ້ງ ຫຼື ມີການຊື້-ຂາຍ ຫຼື ນໍາໃຊ້ບໍ່ຖືກເປົ້າໝາຍນອກຈາກເສຍພາສີ ແລະ ພັນທະອື່ນໆແລ້ວ ຍັງຈະໄດ້ເສຍຄ່າປັບໃໝໜຶ່ງເທົ່າ ຂອງຄ່າພາສີ ແລະ ພັນທະອື່ນໆ, ຖານລະເມີດລະບຽບການນໍາເຂົ້າຊົ່ວຄາວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ເລກທີ 05/ສພຊ ລົງວັນທີ 20.05.2005.
  1. ການນໍາເອົາວັດຖຸສິ່ງຂອງເຂົ້າມາເພື່ອດັດແປງ ຫຼື ສ້ອມແປງແລ້ວນໍາອອກຄືນ ຕ້ອງມີການອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຕ້ອງເຮັດສັນຍາ ຄໍ້າປະກັນນໍາລັດຖະການພາສີ ເພື່ອອະນຸຍາດນໍາເຂົ້າຕາມລະບອບຊົ່ວຄາວ ຊຶ່ງມີກໍານົດສີ່ສິບຫ້າວັນໂດຍງົດເກັບພາສີ ແລະ ພັນທະອື່ນໆ ແລະ ຢູ່ພາຍໃຕ້ ການຄຸ້ມຄອງຂອງເຈົ້າໜ້າທີ່ພາສີ.
       ເມື່ອຄົບກໍານົດເວລາດັ່ງກ່າວ ແລ້ວຜູ້ນໍາເຂົ້າບໍ່ສາມາດດັດແປງ ຫຼື ສ້ອມແປງສົ່ງອອກຄືນໄດ້ນັ້ນ ສາມາດຕໍ່ອາຍຸຕື່ມອີກໄດ້ ແຕ່ບໍ່ໃຫ້ເກີນສາມສິບວັນ ແຕ່ຕ້ອງວາງເງິນຄໍ້າປະກັນນໍາລັດຖະການພາສີເສຍກ່ອນ ແລະ ຕ້ອງປະຕິບັດຕາມລະບຽບການລຸ່ມນີ້:
  • ຕ້ອງມາແຈ້ງຕໍ່ລັດຖະການພາສີ ເພື່ອວາງເງິນຄໍ້າປະກັນຕາມຈໍານວນເງິນທີ່ໄດ້ຄິດໄລ່ໄວ້ ໃນໃບແຈ້ງພາສີເປັນລາຍລະອຽດ ຂອງລະບອບຊົ່ວຄາວ ໃນເວລານໍາເຂົ້າ, ຈໍານວນເງິນດັ່ງກ່າວລັດຖະການພາສີ ຈະຮັກສາໄວ້ໃນບັນຊີລໍຖ້າ;
  • ຖ້າມາແຈ້ງຊັກຊ້າຈະໄດ້ເສຍຄ່າປັບໃໝ 0,01% ຕໍ່ວັນຂອງຄ່າພາສີ ແລະ ພັນທະອື່ນໆທີ່ໄດ້ຄິດໄລ່ໄວ້ ໃນໃບແຈ້ງພາສີເປັນລາຍລະອຽດ (ບ.50) ສໍາລັບເງິນຄ່າປັບໃໝ ຈະໄດ້ມອບເຂົ້າງົບປະມານຕາມລະບຽບການ;
  • ພາຍໃນກໍານົດສາມສິບວັນ ຫາກມີການສົ່ງຜະລິດຕະພັນອອກ ເງິນຄໍ້າປະກັນຈະຖືກໄລ່ລຽງສົ່ງຄືນ ຕາມຈໍານວນສົ່ງອອກຕົວຈິງໃຫ້ແກ່ເຈົ້າຂອງ, ຫາກຄົບກໍານົດສາມສິບວັນບໍ່ສົ່ງອອກ, ຈໍານວນເງິນດັ່ງກ່າວຈະຖືກມອບເຂົ້າງົບປະມານແຫ່ງລັດ ຢ່າງຄົບຖ້ວນໂດຍທັນທີ;
  • ຖ້າບໍ່ມາແຈ້ງ ຫຼື ມີການຊື້-ຂາຍ ຫຼື ນໍາໃຊ້ບໍ່ຖືກເປົ້າໝາຍນອກຈາກເສຍພາສີ ແລະ ພັນທະອື່ນໆແລ້ວ ຍັງຈະໄດ້ເສຍຄ່າປັບໃໝໜຶ່ງເທົ່າ ຂອງຄ່າພາສີ ແລະ ພັນທະອື່ນໆ, ຖານລະເມີດລະບຽບການນໍາເຂົ້າຊົ່ວຄາວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ ລົງວັນທີ 20.05.2005. ຂ້າງເທິງ

ມາດຕາ 12. ການນໍາເຂົ້າຊົ່ວຄາວສໍາລັບກົນຈັກໜັກ
   ການນໍາເຂົ້າຊົ່ວຄາວກົນຈັກໜັກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂໍ້ 3 (ງ) ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ ລົງວັນທີ 20.05.2005, ແມ່ນຜູ້ທີ່ມີເງື່ອນໄຂເຊັ່ນ:
   ບັນດາບໍລິສັດທີ່ໄດ້ຮັບໂຄງການປະມູນສາກົນ ໃນບ້ວງເງິນຊ່ວຍເຫຼືອ, ກູ້ຢືມ ຫຼື ບໍລິສັດຂອງຕ່າງປະເທດ ທີ່ມີສັນຍາກັບລັດຖະບານ ສປປລາວ ໃນການສໍາປະທານ, ສໍາຫຼວດອອກແບບ, ກໍ່ສ້າງ ຫຼື ພັດທະນາໂຄງການ ສາມາດນໍາເອົາກົນຈັກໜັກເຊັ່ນ: ລົດດຸດ, ລົດກວາດ, ລົດຍົກ, ລົດເຄຣນ, ລົດຈົກ, ລົດຕັກ, ລົດໂລ, ລົດດ້າມ, ລົດຊີແຕ໊ກ, ລົດລາກແກ່ ແລະ ລົດວິຊາສະເພາະອື່ນໆ ເຂົ້າມາໃນ ສປປລາວ ເປັນການຊົ່ວຄາວ ຕາມອາຍຸຂອງສັນຍາທີ່ເຊັນກັບລັດຖະບານ, ແຜນແມ່ບົດຂອງ ໂຄງການ, ຂະໜາດຂອງທຶນ, ບໍລິມາດວຽກຂອງໂຄງການ, ສັນຍາກັບຂະແໜງກ່ຽວຂ້ອງ ໂດຍມີກໍານົດເວລາທີ່ແນ່ນອນ ຕາມກົດໝາຍແລ້ວແມ່ນບໍ່ເກີນ 02 ປີ ໃນກໍານົດສັນຍາດັ່ງກ່າວຈະຖືກງົດເກັບພາສີ ແລະ ພັນທະອື່ນໆ ແຕ່ຕ້ອງປະຕິບັດຕາມລະບຽບການລຸ່ມນີ້:

  • ຜູ້ນໍາເຂົ້າ ຕ້ອງປະກອບເອກະສານອະນຸຍາດຂ້າງເທິງ ຢ່າງຄົບຖ້ວນ.
  • ຕ້ອງເຮັດສັນຍາຄໍ້າປະກັນນໍາລັດຖະການພາສີ ວ່າຈະນໍາໃຊ້ຢູ່ໃນໂຄງການທີ່ອະນຸຍາດ ແລະ ນໍາອອກຄືນພາຍໃນກໍານົດເວລາ ຕາມຈໍານວນ ແລະ ສະພາບເດີມ.
  • ຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດ (ບ.50) ຍື່ນຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ ເພື່ອພິຈາລະນາອະນຸຍາດ.
       ກ່ອນໝົດອາຍຸສັນຍາຄໍ້າປະກັນ ຖ້າຜູ້ນໍາເຂົ້າມີຈຸດປະສົງຢາກຂໍຕໍ່ອາຍຸຂອງສັນຍາຄໍ້າປະກັນ ຕ້ອງຍື່ນໃບສະເໜີຢ່າງເປັນລາຍລັກອັກສອນພ້ອມຄັດຕິດ ຄໍາເຫັນ ດີຈາກຂະແໜງການກ່ຽວຂ້ອງ ຕໍ່ລັດຖະການພາສີເພື່ອພິຈາລະນາ. ຖ້າລັດຖະການພາສີອະນຸຍາດໃຫ້ຕໍ່ຜູ້ນໍາເຂົ້າຕ້ອງວາງເງິນຄໍ້າປະກັນຕາມລະບຽບການ ແຕ່ຈະໄດ້ຄິດໄລ່ຫັກອັດຕາສ່ວນຫຼຸດຕາມອາຍຸການນໍາເຂົ້າຊົ່ວຄາວ; ພື້ນຖານທີ່ຈະນໍາມາຄິດໄລ່ອັດຕາສ່ວນຫຼຸດ ແມ່ນອີງໃສ່ລວມຍອດຄ່າພາສີ  ແລະ ພັນທະອື່ນໆທີ່ຄິດໄລ່ໄວ້ໃນໃບແຈ້ງພາສີ ເປັນລາຍລະອຽດ (ບ.50) ເວລານໍາເຂົ້າ. ຈໍານວນເງິນຄໍ້າປະກັນລັດຖະການພາສີ ຈະຮັກສາໄວ້ໃນບັນຊີລໍຖ້າ ຕາມກໍານົດເວລາທີ່ອະນຸຍາດ ແລະ ກໍຈະຖືກໄລ່ລຽງສົ່ງຄືນໃນເວລານໍາອອກ. ຖ້າການຍື່ນໃບສະເໜີຂໍຕໍ່ອາຍຸສັນຍາຄໍ້າປະກັນ ມີການຊັກຊ້າ ຈະໄດ້ເສຍຄ່າປັບໃໝ 0,01% ຕໍ່ວັນຂອງຄ່າພາສີ ແລະ ພັນທະອື່ນໆທີ່ມີການຊັກຊ້າ. ສໍາລັບເງິນຄ່າປັບໃໝຈະໄດ້ມອບເຂົ້າງົບປະມານ ຕາມລະບຽບການ.
       ລາຍລະອຽດຂອງຕາຕະລາງຄິດໄລ່ອັດຕາສ່ວນຫຼຸດເພື່ອວາງເງິນຄໍ້າປະກັນ ແລະ ການໄລ່ລຽງສົ່ງຄືນໃນເວລານໍາອອກດັ່ງນີ້:
    ກ. ຕາຕະລາງຄິດໄລ່ອັດຕາສ່ວນຫຼຸດ ເພື່ອວາງເງິນຄໍ້າປະກັນ

ອາຍຸການນໍາເຂົ້າຊົ່ວຄາວ

ເປີເຊັນສ່ວນຫຼຸດ

ນັບແຕ່ 03 ເດືອນລົງມາ

40%

ເກີນ 03 ເດືອນ ຫາ 06 ເດືອນ

35%

ເກີນ 06 ເດືອນ ຫາ 01 ປີ

25%

ເກີນ 01 ປີ ຫາ 01 ປີ 06 ເດືອນ

15%

ເກີນ 01 ປີ 06 ເດືອນ ຫາ 02 ປີ

10%

ເກີນ 02 ປີ

ບໍ່ໃຫ້ຫັກສ່ວນຫຼຸດ

ຂ. ຕາຕະລາງໄລ່ລຽງສົ່ງຄືນເງິນຄໍ້າປະກັນ ໃນເວລານໍາອອກ

ໄລຍະການຕໍ່ອະນຸຍາດ

ອັດຕາຄິດໄລ່ສົ່ງຄືນ

ໄລຍະການອະນຸຍາດ 03 ເດືອນລົງມາ

90%

ໄລຍະການອະນຸຍາດເກີນ 03 ເດືອນ ຫາ 06 ເດືອນ

80%

ໄລຍະເກີນ 06 ເດືອນ ຫາ 01 ປີ

70%

ໄລຍະເກີນ 01 ປີ ຫາ 01 ປີ 06 ເດືອນ

65%

ໄລຍະເກີນ 01 ປີ 06 ເດືອນ ຫາ 02 ປີ

55%

ໄລຍະເກີນ 02 ປີ ຫາ 03 ປີ

45%

ໄລຍະເກີນ 03 ປີ ຫາ 04 ປີ

35%

ໄລຍະເກີນ 04 ປີ ຫາ 05 ປີ

25%

ຖ້າເກີນ 05 ປີ ຂຶ້ນໄປ

ບໍ່ໄດ້ສົ່ງຄືນຄ່າພາສີ ແລະ ພັນທະອື່ນໆ

   ກ່ອນໝົດອາຍຸສັນຍາຄໍ້າປະກັນ ແຕ່ຜູ້ນໍາເຂົ້າໄດ້ຮັບໂຄງການໃໝ່ ທີ່ມີສັນຍາກັບລັດຖະບານມີຈຸດປະສົງ ຢາກໂອນກົນຈັກໜັກຈາກໂຄງການເກົ່າໄປຮັບໃຊ້ ໂຄງການໃໝ່ຕ້ອງຍື່ນໃບສະເໜີຢ່າງເປັນລາຍລັກອັກສອນຕໍ່ລັດຖະການພາສີ ເພື່ອພິຈາລະນາຕາມລະບຽບການດັ່ງນີ້:

  1. ໃນກໍລະນີ ມີການວາງເງິນຄໍ້າປະກັນ ຕ້ອງໄດ້ໄລ່ລຽງສະສາງເງິນຄໍ້າປະກັນ ຕາມຕາຕະລາງ ຂ ຂາດຕົວເສຍກ່ອນ.
  2. ເສຍຄ່າປັບໃໝຕາມມາດຕາ 51 ຂອງກົດໝາຍວ່າດ້ວຍພາສີ
  3. ຕ້ອງເຮັດສັນຍາຄໍ້າປະກັນນໍາລັດຖະການພາສີ ວ່າຈະນໍາໃຊ້ຢູ່ໃນໂຄງການທີ່ອະນຸຍາດ ແລະ ນໍາອອກຄືນພາຍໃນກໍານົດເວລາຕາມຈໍານວນ ແລະ ສະພາບເດີມ.
  4. ວາງເງິນຄໍ້າປະກັນ ຕາມຕາຕະລາງ ກ ຂ້າງເທິງນັ້ນ.
  5. ເອກະສານອະນຸຍາດຈາກຂະແໜງການກ່ຽວຂ້ອງ.
  6. ລັດຖະການພາສີ ຈະໄດ້ພິຈາລະນາອອກເອກະສານ ອະນຸຍາດໃຫ້ຕາມລະບຽບການ. ຂ້າງເທິງ

ມາດຕາ 13. ການນໍາເຂົ້າຊົ່ວຄາວພາຫະນະ ທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາ
   ການນໍາເຂົ້າຊົ່ວຄາວພາຫະນະ ທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂໍ້ 3 (ງ) ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ແມ່ນຜູ້ທີ່ມີເງື່ອນໄຂ ເຊັ່ນ:
   ບັນດາບໍລິສັດທີ່ໄດ້ຮັບໂຄງການປະມູນສາກົນ ໃນບ້ວງເງິນຊ່ວຍເຫຼືອ, ກູ້ຢືມ ຫຼື ບໍລິສັດຂອງຕ່າງປະເທດ ທີ່ມີສັນຍາກັບລັດຖະບານ ສປປລາວ ໃນການສໍາປະທານ, ສໍາຫຼວດ, ກໍ່ສ້າງ ຫຼື ພັດທະນາໂຄງການ ທີ່ໄດ້ຮັບອະນຸຍາດນໍາເຂົ້າພາຫະນະຮັບໃຊ້ການຜະລິດທາງອ້ອມ ຫຼື ຮັບໃຊ້ບໍລິຫານເຊັ່ນ: ປະເພດລົດເກັງ, ລົດຈິບ, ລົດກະບະ, ລົດຕູ້, ລົດບັສ ແລະອື່ນໆຕາມລະບຽບການນໍາເຂົ້າຊົ່ວຄາວທີ່ມີກໍານົດເວລາອັນແນ່ນອນ ຕາມກົດໝາຍແລ້ວແມ່ນບໍ່ເກີນ 02 ປີ ແຕ່ໃນກໍລະນີເປັນ ໂຄງການໄລຍະຍາວ ສາມາດພິຈາລະນາໃຫ້ນໍາໃຊ້ເກີນກໍານົດດັ່ງກ່າວໂດຍອີງຕາມອາຍຸສັນຍາຂອງໂຄງການ. ການນໍາເຂົ້າຊົ່ວຄາວສໍາລັບພາຫະນະດັ່ງກ່າວນີ້ຈະຕ້ອງໄດ້ປະຕິບັດຕາມລະບຽບການລຸ່ມນີ້:

  • ຜູ້ນໍາເຂົ້າຕ້ອງປະກອບເອກະສານອະນຸຍາດຈາກຂະແໜງການກ່ຽວຂ້ອງຢ່າງຄົບຖ້ວນ.
  • ຕ້ອງເຮັດສັນຍາຄໍ້າປະກັນນໍາລັດຖະການພາສີວ່າຈະນໍາໃຊ້ຢູ່ໃນໂຄງການທີ່ອະນຸຍາດ ແລະ ນໍາອອກຄືນພາຍໃນກໍານົດເວລາຕາມຈໍານວນ ແລະ ສະພາບເດີມ.
  • ຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດຍື່ນຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ ເພື່ອເສຍພາສີ ແລະ ພັນທະອື່ນໆຕາມລະບຽບການກໍານົດ.

   ກ່ອນວັນສິ້ນສຸດສັນຍາຄໍ້າປະກັນ ຜູ້ນໍາເຂົ້າຕ້ອງນໍາເອົາພາຫະນະ ພ້ອມເອກະສານທີ່ກ່ຽວຂ້ອງໄປຍັງດ່ານພາສີ ເພື່ອປະກອບໃບແຈ້ງພາສີເປັນລາຍລະອຽດ ຍື່ນຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ ພິຈາລະນາອະນຸຍາດນໍາພາຫະນະອອກຄືນ, ພາຍຫຼັງທີ່ເຈົ້າໜ້າທີ່ພາສີໄດ້ບັນທຶກຜົນການກວດກາ ແລະ ຢັ້ງຢືນວ່າພາຫະນະ ດັ່ງກ່າວໄດ້ສົ່ງອອກ ຈາກດິນແດນ ສປປລາວ ແລ້ວ ຜູ້ນໍາເຂົ້າສາມາດນໍາເອົາເອກະສານດັ່ງກ່າວໄປຍື່ນຕໍ່ລັດຖະການພາສີທີ່ດ່ານຂຶ້ນກັບ ເພື່ອໄລ່ລຽງ ຖອນເງິນຄ່າພາສີ ແລະ ພັນທະອື່ນໆ ພາຍໃນກໍານົດຊາວເອັດວັນ ຕາມອັດຕາຄິດໄລ່ສົ່ງຄືນ ທີ່ກໍານົດໄວ້ໃນຕາຕະລາງລຸ່ມນີ້:
ກ. ການນໍາເຂົ້າລົດທີ່ມີສະພາບເຕັກນິກໃໝ່ 100%

ໄລຍະການນໍາໃຊ້ຢູ່ ສປປລາວ

ອັດຕາຄິດໄລ່ສົ່ງຄືນ

ໄລຍະ 06 ເດືອນລົງມາ (183 ວັນ)

90% ຂອງຄ່າພາສີ ແລະ ພັນທະອື່ນໆທີ່ໄດ້ມອບ

ໄລຍະເກີນ 06 ເດືອນ ເຖິງ 01 ປີ

80%           -‘’-

ໄລຍະເກີນ 01 ເດືອນ ເຖິງ 02 ປີ

70%           -‘’-

ໄລຍະເກີນ 02 ເດືອນ ເຖິງ 03 ປີ

55%           -‘’-

ໄລຍະເກີນ 03 ເດືອນ ເຖິງ 04 ປີ

45%           -‘’-

ໄລຍະເກີນ 04 ເດືອນ ເຖິງ 05 ປີ

35%           -‘’-

ຖ້າເກີນ 05 ປີຂຶ້ນໄປ

ບໍ່ໄດ້ສົ່ງຄືນຄ່າພາສີ ແລະ ພັນທະອື່ນໆ

ຂ. ການນໍາເຂົ້າລົດເກົ່າທີ່ໃຊ້ແລ້ວ

ໄລຍະການນໍາໃຊ້ຢູ່ ສປປລາວ

ອັດຕາຄິດໄລ່ສົ່ງຄືນ

ໄລຍະ 06 ເດືອນລົງມາ (183 ວັນ)

50% ຂອງຄ່າພາສີ ແລະ ພັນທະອື່ນໆທີ່ໄດ້ມອບ

ໄລຍະເກີນ 06 ເດືອນ ເຖິງ 01 ປີ

40%         -‘’-

ໄລຍະເກີນ 01 ເດືອນ ເຖິງ 02 ປີ

30%         -‘’-

ໄລຍະເກີນ 02 ເດືອນ ເຖິງ 03 ປີ

20%         -‘’-

ຖ້າເກີນ 03 ປີຂຶ້ນໄປ

ບໍ່ໄດ້ສົ່ງຄືນຄ່າພາສີ ແລະ ພັນທະອື່ນໆ

   ຫຼັງຈາກລັດຖະການພາສີ ໄດ້ສົ່ງເງິນຄ່າພາສີ ແລະ ພັນທະອື່ນໆ ໃຫ້ຜູ້ນໍາເຂົ້າເປັນທີ່ຮຽບຮ້ອຍແລ້ວ ສັນຍາຄໍ້າປະກັນກໍຈະສິ້ນສຸດລົງ.
   ໃນກໍລະນີ ຜູ້ນໍາເຂົ້າບໍ່ປະຕິບັດຕາມສັນຍາທີ່ເຊັນໄວ່້ ນໍາລັດຖະການພາສີ ໂດຍບໍ່ນໍາເອົາພາຫະນະອອກຄືນ ຕາມເວລາທີ່ທາງການກໍານົດໃຫ້ ເງິນຄ່າພາສີ ແລະ ພັນທະອື່ນໆ ທີ່ເສຍໄວ້ໃນເວລານໍາເຂົ້າ ຈະຖືກມອບເຂົ້າງົບປະມານໃນທັນທີ ແລະ ຍັງຈະຕ້ອງດໍາເນີນຄະດີ ຖານລະເມີດລະບຽບການນໍາເຂົ້າຊົ່ວຄາວພ້ອມທັງຖືກ ປັບໃໝໜຶ່ງເທົ່າຂອງຄ່າພາສີ ແລະ ພັນທະອື່ນໆ ທີ່ໄດ້ເສຍໃນເວລານໍາເຂົ້າ ຊຶ່ງລະບຽບການດັ່ງກ່າວໄດ້ກໍານົດໄວ້ໃນມາດຕາ 52 ຂອງກົດໝາຍ ວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຫຼື ມາດຕະການອື່ນໆທີ່ລະບຽບກົດໝາຍກໍານົດໄວ້. ຂ້າງເທິງ

ມາດຕາ 14. ການນຳເຂົ້າເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫລ່, ເຄື່ອງໃຊ້ຫ້ອງການຊົ່ວຄາວ
   ການນໍາເຂົ້າເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫລ່, ເຄື່ອງໃຊ້ຫ້ອງການຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 39 ຂໍ້ 3(ງ) ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ແມ່ນຕ້ອງປະຕິບັດຕາມດັ່ງນີ້:

  1. ການນຳເຂົ້າເຄື່ອງຈັກ, ເຄື່ອງມື, ອຸປະກອນຮັບໃຊ້ການຜະລິດ, ສຳຫຼວດອອກແບບ, ກໍ່ສ້າງ ຫຼື ພັດທະນາໂຄງການ ຈະອະນຸຍາດສະເພາະວັດຖຸສິ່ງຂອງ ທີ່ມີອາຍຸການໃຊ້ງານ ແລະ ຕະຫລອດໄລຍະອາຍຸການຂອງໂຄງການ ແລະ ສາມາດນຳອອກຄືນໄດ້ຕາມຈຳນວນ ແລະ ສະພາບເດີມຕາມສັນຍາ ຄ້ຳປະກັນເທົ່ານັ້ນເຊັ່ນ: ອຸປະກອນຫ້ອງທົດລອງ, ເຄື່ອງປັ່ນໄຟຟ້າ, ປ້ຳນ້ຳ, ເຄື່ອງມືຊ່າງ, ເຄື່ອງສຳລອງໄຟ, ຖັງບັນຈຸນ້ຳ, ຖັງບັນຈຸນ້ຳມັນ, ຖັງຕົ້ມຢາງ, ປ້ຳລົມ, ເຄື່ອງຕັດເຫຼັກ,ເລື່ອຍ, ເຄື່ອງເຈຍ, ເຫຼັກແມ່ແບບໂຄງເຫຼັກນັ່ງຮ້ານ ແລະ ອື່ນໆ.
       ສ່ວນວັດຖຸສິ່ງຂອງ, ວັດຖຸອຸປະກອນຮັບໃຊ້ໃນການກໍ່ສ້າງ ແລະ ສ້ອມແປງບໍ່ອະນຸຍາດນໍາເຂົ້າລະບອບຊົ່ວຄາວ ແລະ ໃຫ້ເສຍພາສີພັນທະອື່ນໆ ຕາມລະບຽບການເນື່ອງຈາກການໃຊ້ງານ ໃນໂຄງການນັ້ນໝົດໄປ ຫຼື ຫຼຸ້ຍຫ້ຽນໝົດໄປຈາກສະພາບເດີມ ແລະ ບໍ່ສາມາດກວດກາຢັ້ງຢືນໄດ້ຕາມຈຳນວນ ແລະ ສະພາບເດີມເພື່ອສົ່ງອອກຄືນໄດ້ນັ້ນເຊັ່ນ: ເຫຼັກເສັ້ນ, ຊີມັງ, ທູບຈອດ, ຫີນເຈຍ, ນ້ຳມັນລໍ່ລື້ນທຸກຊະນິດ, ນ້ຳມັນເຊື້ອໄຟອື່ນໆ.
  1. ການນຳເຂົ້າເຄື່ອງອາໄຫລ່ ສຳລັບປ່ຽນຖ່າຍເຄື່ອງອາໄຫລ່ ສໍາລັບປ່ຽນຖ່າຍອະນຸຍາດນໍາເຂົ້າສະເພາະ ແຕ່ເຄື່ອງອາໄຫລ່ທີ່ມີອາຍຸການນຳໃຊ້ຍາວນານ  ແລະ ບໍ່ມີການຫຼຸ້ຍຫ້ຽນຈາກສະພາບເດີມໝົດໄປເຊັ່ນ: ຕີນຂີ້ເຂັບລົດດຸດ, ລົດຈົກ, ລົດຕັກ, ໜ່ວຍຈັກລົດ ເພື່ອປ່ຽນຖ່າຍລົດທີ່ເປ່ເພ, ມີລົດເກດ, ລົດດຸດ, ຈານໄຖ, ບ່ວງຈົກ ແລະ ເຄື່ອງອາໄຫລ່ຢູ່ພາຍນອກ ທີ່ສາມາດກວດກາຢັ້ງຢືນໄດ້ ໃນເວລານຳອອກຄືນເທົ່ານັ້ນ.
       ສ່ວນເຄື່ອງອາໄຫລ່ທີ່ນໍາໃຊ້ແລ້ວໝົດໄປ ຫຼື ຫຼຸ້ຍຫຽ້ນໝົດໄປຕາມສະພາບເດີມທີ່ບໍ່ສາມາດນໍາອອກຄືນຕາມຈໍານວນ ແລະ ສະພາບເດີມໃນເວລານໍາເຂົ້າ ໄດ້ເນື່ອງຈາກການໃຊ້ງານໃນໂຄງການນັ້ນເຊັ່ນ: ຢາງຕີນລົດເຄື່ອງອາໄຫລ່ສຳລັບປ່ຽນຖ່າຍໃນເຄື່ອງຈັກ, ອຸປະກອນ ແລະ ອື່ນໆແມ່ນບໍ່ອະນຸຍາດ ນຳເຂົ້າຕາມລະບຽບຊົ່ວຄາວ ແລະ ໃຫ້ເສຍພາສີ ແລະ ພັນທະອື່ນໆຕາມລະບຽບການ.
  2. ການນຳເຂົ້າເຄື່ອງໃຊ້ຫ້ອງການ ແລະ ເຄື່ອງໃນຄົວເຮືຶອນ.
    ການນຳເຂົ້າເຄື່ອງໃຊ້ຫ້ອງການ ແລະ ເຄື່ອງໃຊ້ໃນຄົວເຮືອນຈະອະນຸຍາດໃຫ້ນຳເຂົ້າຕາມລະບອບນຳເຂົ້າຊົ່ວຄາວໄດ້ ສະເພາະວັດຖຸສິ່ງຂອງທີ່ມີອາຍຸການ ໃຊ້ງານຍາວນານ ແລະ  ສາມາດນຳອອກຄືນຕາມຈຳນວນໄດ້ ແລະ ສະພາບເດີມໄດ້ເຊັ່ນ:
  • ເຄື່ອງໃຊ້ຫ້ອງການ, ຄອມພິວເຕີ, ຈັກອັດເອກະສານ, ຈັກພິມດີດ, ເຄື່ອງແຟັກເອກະສານ, ຕູ້ເອກະສານ
  • ເຄື່ອງໃຊ້ຄົວເຮືອນ: ຕູ້ໃສ່ເຄື່ອງນຸ່ງ, ໂຕະ, ຕັ່ງ, ຕຽງນອນທີ່ເຮັດຈາກເຫຼັກ ຫຼື ໄມ້, ຊຸດເຄື່ອງປັບອາກາດທຳຄວາມເຢັນ, ຕູ້ເຢັນ, ຕູ້ແຊ່ແຂງ, ພັດລົມ, ເຕົາອົບໄຟຟ້າ, ເຕົາແກັດ, ເຄື່ອງຈັກຊັກຜ້າ ແລະອື່ນໆ.

   ສ່ວນວັດຖຸສິ່ງຂອງທີ່ໃຊ້ແລ້ວໝົດໄປ ຫຼື ຫຼຸ້ຍຫ້ຽນໝົດໄປຈາກສະພາບເດີມ ທີ່ບໍ່ສາມາດນໍາອອກຄືນຕາມຈໍານວນ ແລະ ສະພາບເດີມຄືກັບເວລານໍາເຂົ້າເບື້ອງຕົ້ນ ແມ່ນບໍ່ສາມາດນຳເຂົ້າໄດ້ຕາມລະບຽບຊົ່ວຄາວ ແລະ ໃຫ້ເສຍພາສີ ແລະ ພັນທະອື່ນໆຕາມລະບຽບການ.
   ໃນກໍລະນີຜູ້ນໍາເຂົ້າບໍ່ປະຕິບັດໄດ້ຕາມລະບຽບສັນຍາທີ່ເຊັນໄວ້ນໍາລັດຖະການພາສີ ໂດຍບໍ່ນໍາເອົາເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫລ່, ເຄື່ອງໃຊ້ຫ້ອງການ ອອກຄືນຕາມວັນເວລາທີ່ກໍານົດ ໃນສັນຍາຄ້ຳປະກັນຈະຕ້ອງໄດ້ເສຍພາສີ ຫຼື ພັນທະອື່ນໆຄົບຖ້ວນຕາມລະບຽບການ ຖານລະເມີດລະບຽບການ ນຳເຂົ້າຊົ່ວຄາວ ພ້ອມທັງປັບໄໝໜຶ່ງເທົ່າຂອງຄ່າພາສີ ແລະ ພັນທະອື່ນໆດັ່ງທີ່ໄດ້ກຳນົດໄວ້ໃນ ມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ຫຼື ມາດຕະການອື່ນທີ່ລະບຽບກົດໝາຍກຳນົດໄວ້. ຂ້າງເທິງ

ມາດຕາ 15. ການນຳເຂົ້າພາຫະນະ ເພື່ອທ່ອງທ່ຽວຢ້ຽມຢາມ
   ຜູ້ເດີນທາງເຂົ້າມາຊົ່ວຄາວໃນ ສປປລາວ ຕາມທີ່ກໍານົດໄວ້ໃນມາດຕາ 39 ຂໍ້ 6 ຂອງກົດໝາຍວ່າດ້ວຍພາສີສະບັບເລກທີ 05/ສພຊ ລົງວັນທີ 20/05/2005 ທີ່ນຳພາຫະນະເຂົ້າມາເພື່ອທ່ອງທ່ຽວ, ຢ້ຽມຢາມ ຫຼື ພົວພັນວຽກງານຢູ່ ສປປລາວ ຈະຕ້ອງງົດເກັບພາສີ ຫຼື ພັນທະອື່ນ ແລະ ຕ້ອງນຳເຂົ້າຕາມດ່ານພາສີສາກົນ ເທົ່ານັ້ນ ແລະ ຕ້ອງຈ່າຍຄ່າທຳນຽມ ແລະ ພັນທະອື່ນໆ ຕາມລະບຽບການ ແລະ ເງື່ອນໄຂລຸ່ມນີ້:

  • ຕ້ອງມີປື້ມອະນຸຍາດລົດຂົນສົ່ງລະຫວ່າງປະເທດ.
  • ຕ້ອງແຈ້ງລາຍລະອຽດລົງໃນແບບຟອມທີ່ລັດຖະການພາສີກຳນົດໄວ້.

   ພ້ອມທັງຕິດຄັດເອກະສານທີ່ຈໍາເປັນ (ເຊັ່ນ: ໃບປະກັນໄພ, ໃບກວດກາວະພາບເຕັກນິກຂອງລົດ, ໃບທະບຽນລົດ) ຢື່ນຕໍ່ເຈົ້າຫນ້າທີ່ພາສີເພື່ອພິຈາລະນາອະນຸມັດ.
+ ສໍາລັບຜູ້ຂັບຂີ່ທີ່ຖືໜັງສືຜ່ານແດນຖາວອນສາມາດນໍາພາຫະນະໄປມາຢູ່ ສປປລາວ ໄດ້ບໍ່ເກີນ 30 ວັນຖ້າມີຄວາມຈໍາເປັນ  ແລະ ມີເຫດຜົນພຽງພໍສາມາດຕໍ່ອາຍຸ ສູງສຸດໄດ້ບໍ່ເກີນ 30 ວັນ ແລະ ຕ້ອງນໍາອອກຄືນຕາມດ່ານສາກົນເທົ່ານັ້ນ.
+ ສໍາລັບຜູ້ຂັບຂີ່ທີ່ຖືບັດຜ່ານແດນຊົ່ວຄາວສາມາດໃຊ້ພາຫະນະໄປມາຢູ່ ສປປ ລາວ ໄດ້ບໍ່ເກີນ 7 ວັນຖ້າມີຄວາມຈໍາເປັນ ແລະ ມີເຫດຜົນພຽງພໍສາມາດຕໍ່ອາຍຸ ໄດ້ສູງສຸດບໍ່ເກີນເຈັດວັນ ໂດຍມີຂອບເຂດການນຳໃຊ້ຕາມລັດຖະບານໄດ້ກຳນົດ ແລະ ຕ້ອງນໍາອອກຄືນໄດ້ ສະເພາະຕາມດ່ານສາກົນຢູ່ແຂວງທີ່ນຳເຂົ້າເທົ່ານັ້ນ.

  • ໃນກໍລະນີທີ່ມີການຂໍຕໍ່ອາຍຸ ຜູ້ຂັບຂີ່ຕ້ອງນຳເອົາພາຫະນະ ແລະ ໃບແຈ້ງພາສີສຳລັບພາຫະນະນຳເຂົ້າ ເພື່ອສະເໜີຕໍ່ດ່ານພາສີບ່ອນນຳເຂົ້າຫ້ອງການດ່ານພາສີ ປະຈຳເຂດ ແລະ ບັນດາດ່ານພາສີທີ່ໃກ້ສຸດ ຫຼື ກົມພາສີ ແຕ່ຕ້ອງມີການຄ້ຳປະກັນຈາກການຈັດຕັ້ງ, ນິຕິບຸກຄົນ ຫຼື ບຸກຄົນທີ່ເຊື່ອຖືໄດ້ ເພື່ອພິຈາລະນາ.

   ເມື່ອກາຍກໍານົດເວລາອະນຸຍາດທີ່ກໍານົດໄວ້ໃນໃບແຈ້ງພາສີ  ສໍາລັບພາຫະນະນໍາເຂົ້າແຕ່ຜູ້ຂັບຂີ່ນໍາເອົາພາຫະນະອອກຄືນບໍ່ທັນພາຍໃນກໍານົດເວລາທີ່ ອະນຸຍາດໃຫ້ ໂດຍບໍ່ເຈດຕະນາລະເມີດຊື່ງມີເອກະສານຢັ້ງຢືນເຊື່ອຖືໄດ້ຈະໄດ້ຈ່າຍຄ່າພັນທະເພີ່ມເທົ່າກັບ 5 ໂດລາສະຫະລັດຕໍ່ວັນ ນັບແຕ່ວັນທີ່ກາຍກໍານົດ ຈົນຮອດວັນແຈ້ງອອກຄືນ ຍົກເວັ້ນກໍລະນີເກີດເຫດສຸດວິໃສ, ຖ້າມີເຈດຕະນາລະເມີດຈະຖືກປັບໄໝ 10 ໂດລາສະຫະລັດຕໍ່ວັນ.
   ໃນກໍລະນີ ມີການລະເມີດລະບຽບການນໍາເຂົ້າຊົ່ວຄາວດັ່ງກ່າວ  ເມື່ອເຈົ້າຫນ້າທີ່ພາສີກວດພົບເຫັນເຊັ່ນ: ການລັກຂາຍ, ແລກປ່ຽນ, ຊວດຈໍາ ຫຼື ໂອນໃຫ້ ຜູ້ອື່ນນຳໃຊ້ບໍລິການໃຫ້ເຊົ່າ, ຂົນສົ່ງໂດຍສານ, ຂົນສົ່ງສິນຄ້າ, ເຄື່ອງຂອງ ແລະອື່ນໆ ພາຫະນະດັ່ງກ່າວຈະຖືກຢືດເພື່ອດໍາເນີນຄະດີໃນການສົ່ງພາຫະນະ ອອກນອກປະເທດ, ຖ້າບໍ່ສາມາດສົ່ງພາຫະນະອອກນອກປະເທດໄດ້ນັ້ນ ພາຫະນະດັ່ງກ່າວຈະຕົກເປັນຂອງລັດ ແລະ ນຳອອກມາປະມູນຂາຍໄດ້ ຕາມລະບຽບການ ທີ່ໄດ້ກຳກົດໄວ້ໃນມາດຕາ 41 ແລະ 42 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005. ຂ້າງເທິງ

ມາດຕາ 16. ການຍົກເວັ້ນພາສີ ແລະ ພັນທະອື່ນໆທົ່ວໄປ
   ການຍົກເວັ້ນທົ່ວໄປແມ່ນໄດ້ກໍານົດໄວ້ ໃນມາດຕາ 43 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ເຊີ່ງການກໍານົດ ລາຍລະອຽດ ກ່ຽວກັບສິນຄ້າເຄື່ອງຂອງທີ່ໄດ້ຮັບນະໂຍບາຍ ກ່ຽວກັບການຍົກເວັ້ນພາສີ ແລະ ພັນທະອື່ນໆມີດັ່ງນີ້:

  • ສຳລັບສະບຽງອາຫານບາງຊະນິດຂອງຜູ້ເດີນທາງ, ຂອງຜູ້ທ່ອງທ່ຽວຕ້ອງຢູ່ໃນບໍລິມາດ ແລະ ປະລິມາດທີ່ຈຳເປັນໃຫ້ແກ່ການດຳລົງຊິວິດ ສຳລັບ 3 ວັນ ຂອງແຕ່ລະຄົນເທົ່ານັ້ນ ແລະ ສະບຽງອາຫານທີ່ປອດເຊື້ອໂລກ;
  • ເຄື່ອງປະດັບເອ້ຢ້ອງທີ່ຕິດຕົວຜູ້ໂດຍສານ;
  • ເຫຼົ້າບໍ່ໃຫ້ເກີນ 1 ລິດ ແລະ ເຫຼົ້າແວງບໍ່ໃຫ້ເກີນ 2 ລິດ;
  • ຢາສູບໜຶ່ງຕຸດ (200 ກອກ) ຫຼື ຢາສູບຊິກກາ 50 ກອກ ຫຼື ໃບຢາສູບ 250 ກຣາມ;
  • ຫົວນ້ຳຫອມ ແລະ ນ້ຳຫອມບໍ່ເກີນຢ່າງລະໜຶ່ງຊະນິດ;
  • ກ້ອງຖ່າຍຮູບ ຫຼື ກ້ອງຖ່າຍວີດີໂອທີ່ໃຊ້ແລ້ວໜຶ່ງອັນ ພ້ອມດ້ວຍຟິມ 10 ມ້ວນ;
  • ລົດຍູ້ສຳລັບເດັກອ່ອນທີ່ໃຊ້ແລ້ວບໍ່ເກີນ 2 ຄັນ;
  • ຄອມພິວເຕີສ່ວນຕົວທີ່ໃຊ້ແລ້ວໜຶ່ງໜ່ວຍ;
  • ໂທລະສັບມືຖືທີ່ໃຊ້ແລ້ວບໍ່ເກີນສອງໜ່ວຍ;
  • ສິນຄ້າ, ເຄື່ອງຂອງຕ່າງໆທີ່ບໍ່ມີລັກສະນະທາງການຄ້າ ແລະ ມີມູນຄ່າບໍ່ເກີນ 50 ໂດລາສະຫະລັດ;
  • ວັດຖຸສິ່ງຂອງທີ່ໄດ້ຈາກການສຶບທອດມູນມໍລະດົກທີ່ນຳເຂົ້າມາ ສປປ ລາວ ຊື່ງມີໃບຢັ້ງຢືນມອບກຳມະສິດຈາກເຈົ້າຂອງມູນມໍລະດົກ ໂດຍມີການຢັ້ງຢືນ ຢ່າງເປັນທາງການຂອງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງທີ່ປະເທດຜູ້ກ່ຽວມີພູມລຳເນົາຕັ້ງຢູ່ ຈະໄດ້ຮັບພິຈະລະນາຍົກເວັ້ນພາສີ ແລະ ພັນທະອື່ນໆສ່ວນການນຳ ເຂົ້າພາຫະນະ ທີ່ຂັບເຄື່ອນດ້ວຍແຮງຈັກເຊັ່ນ: ລົດຈັກ, ລົດເກັງ, ລົດຈິບ, ລົດກະບະ, ລົດຕູ້, ລົດຂົນສົ່ງ ແລະອື່ນໆຕ້ອງເສຍພາສີ ຕາມພັນທະອື່ນໆຕາມລະບຽບການ:
  • ນ້ຳມັນເຊື້ອໄຟຄ້າງຖັງສະເພາະລົດຂົນສົ່ງ, ລົດໂດຍສານທີ່ມາຈາກຕ່າງປະເທດ ບໍ່ເກີນ 200 ລິດ,ລົດໂອໂຕສ່ວນບຸກຄົນ ຫຼື ລົດຄ້າຍຄືບໍ່ເກີນ 80 ລິດ ຕໍ່ຄັນຕໍ່ຖັງ.
  • ເຄື່ອງຂອງສ່ວນຕົວບາງຊະນິດ ແລະ ບາງຈຳນວນ (ນອກຈາກພາຫະນະທີ່ຂັບເຄື່ອນດ້ວຍແຮງຈັກ) ຂອງນັກຮຽນ, ນັກສຶກສາ, ລັດຖະກອນ ແລະ ນັກການທູດລາວ ທີ່ນຳເຂົ້າມາພາຍຫຼັງສິ້ນສຸດການສຶກສາ ແລະ ຫນ້າທີ່ຢູ່ຕ່າງປະເທດ ຈະໄດ້ຮັບການຍົກເວັ້ນພາສີ ແລະ ພັນທະອື່ນໆຊະນິດລະໜຶ່ງຢ່າງ, ນອກຈາກພາຫະນະທີ່ຂັບເຄື່ອນດ້ວຍແຮງຈັກເຊັ່ນ: ລົດຈັກ, ລົດເກັງ, ລົດຈິບ, ລົດກະບະ, ລົດຕູ້, ລົດຂົນສົ່ງ ແລະອື່ນໆຕ້ອງໄດ້ເສຍພາສີຕາມພັນທະ ອື່ນໆຕາມລະບຽບການ.
  • ການຊ່ວຍເຫຼືອເພື່ອມະນຸດສະທຳ ແຕ່ຕ້ອງຜ່ານຂະແໜງການກ່ຽວຂ້ອງ.
  • ຂອງຂວັນ, ເຄື່ອງຊ່ວຍເຫຼືອ, ກູ້ຢືມ ຫຼື ຊໍາລະໜີ້ສິນຈາກຕ່າງປະເທດ ໃຫ້ແກ່ລັດຖະບານ ສປປ ລາວ.
  • ເຄື່ອງຮັບໃຊ້ ແລະ ພາຫະນະວິຊາສະເພາະ ສຳລັບໃຊ້ເຂົ້າໃນວຽກງານປ້ອງຊາດ, ປ້ອງກັນຄວາມສະຫງົບ-ເຄື່ອງອັນຈຳເປັນບາງຊະນິດທາງສາດສະໜາ ທີ່ບໍ່ຂັດກັບນະໂຍບາຍຂອງລັດວາງອອກ ແລະ ບໍ່ສົ່ງຜົນສະທ້ອນເຖິງເສດຖະກິດ ແລະ ສັງຄົມຂອງຊາດ ແຕ່ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ກະຊວງການເງິນເປັນຜູ້ກຳນົດລະອຽດກ່ຽວກັບ ລາຍການສິນຄ້າ, ເຄື່ອງຂອງທີ່ຖືກຍົກເວັ້ນພາສີເປັນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 17. ການຍົກເວັ້ນ ຫຼື ງົດເກັບພາສີທາງທູດ ແລະ ອົງການຈັດຕັ້ງສາກົນ
   ວັດຖຸອຸປະກອນ, ເຄື່ອງຂອງຮັບໃຊ້ຂອງບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກໍານົດໄວ້ໃນມາດຕາ 45 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ20/05/2005 ຈະໄດ້ການຍົກເວັ້ນພາສີ ແລະ ງົດເກັບພາສີ ແລະ ພັນທະອື່ນໆ ຕາມການອະນຸມັດຂອງກະຊວງການຕ່າງປະເທດແຫ່ງ ສປປ ລາວ ໂດຍສອດຄ່ອງກັບສົນທິສັນຍາແຫ່ງກຸງວຽນນາ ວ່າດ້ວຍການພົວພັນການທູດ ສະບັບເລກທີ 18/04/1961 ແລະ ສັນຍາທີ່ເຊັນກັນລະຫວ່າງລັດຖະບານ ສປປ ລາວ ກັບອົງການຈັດຕັ້ງຕ່າງໆຂອງຕ່າງປະເທດເຊັ່ນ: ເຄື່ອງຂອງ, ພາຫະນະທີ່ຮັບໃຊ້ໃນວຽກທາງການຂອງສະ ຖານທູດ ແລະ ອົງການຈັດຕັ້ງສາກົນ. ເຄື່ອງຂອງ ເພື່ອໃຊ້ສ່ວນຕົວຂອງນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານຕ່າງປະເທດ ຫຼື ສະມາຊິກຄອບຄົວ ລວມທັງເຄື່ອງຂອງທີ່ໃຊ້ໃນການຕັ້ງຄອບຄົວ.
   ການງົດເກັບພາສີຕາມລະບຽບການແລ້ວ ແມ່ນມີກໍານົດບໍ່ເກີນ 02 ປີ ແຕ່ສາມາດຕໍ່ໄດ້ຄັ້ງລະ 02ປີ ຫຼື ຕາມການອະນຸມັດຂອງກະຊວງການຕ່າງປະເທດ. ເມື່ອໝົດກຳນົດດັ່ງກ່າວ ຫຼື ໝົດຫນ້າທີ່ຢູ່ ສປປ ລາວ ຕ້ອງນໍາອອກຄືນຕາມຈຳນວນ ແລະ ສະພາບເດີມ, ທຸກໆການມອບໂອນ ຫຼື ປ່ຽນກຳມະສິດ ຕ້ອງຂໍອະນຸຍາດຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ. ສ່ວນການຂາຍ ຫຼື ມອບໂອນ ໃຫ້ບຸກຄົນທົ່ວໄປຕ້ອງເສຍພາສີ ແລະ ພັນທະອື່ນຕາມມູນຄ່າຂອງພາຫະນະ ແລະ ເຄື່ອງຂອງທີ່ຍັງເຫຼືອ ແລະ ຕາມອັດຕາພາສີ ແລະ ພັນທະອື່ນໆ ໃນວັນທີ່ໄດ້ບັນທຶກ ໃນໃບແຈ້ງພາສີເປັນລາຍລະອຽດ ຂອງເຈົ້າຫນ້າທີ່ພາສີ. ຂ້າງເທິງ

ມາດຕາ 18. ການຍົກເວັ້ນພາສີ ຫຼື  ຫຼຸດຜ່ອນ ຕາມນະໂຍບາຍສົ່ງເສີມການລົງທຶນ
   ການນໍາເຂົ້າສິນຄ້າ, ເຄື່ອງຂອງ ຕາມນະໂຍບາຍສົ່ງເສີມການລົງທືນພາຍໃນ ແລະ ຕ່າງປະເທດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 44 ຂອງກົດໝາຍ ວ່າດ້ວຍພາສີສະບັບ ເລກທີ 05/ສພຊ, ລົງວັນທີ 20/05/2005 ຊື່ງການອອກໃບຍົກເວັ້ນ ຫຼື ຫຼຸດຜ່ອນ ຈະອີງໃສ່ລະບຽບກົດໝາຍວ່າດ້ວຍ ການສົ່ງເສີມການລົງທືນພາຍໃນ ແລະ ຕ່າງປະເທດ ແລະ ຢູ່ພາຍໃຕ້ການຄຸ້ມຄອງກວດກາຂອງເຈົ້າຫນ້າທີ່ພາສີ.
   ສິນຄ້າ, ເຄື່ອງຂອງນໍາເຂົ້າຕາມນະໂຍບາຍຍົກເວັ້ນ ຫຼື ຫຼຸດຜ່ອນ ເພື່ອການສົ່ງເສີມການລົງທືນຫ້າມຊື້-ຂາຍ, ໂອນແລກປ່ຽນ, ຊວດຈໍາ ເວັ້ນເສຍຈະໄດ້ ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ແຕ່ຕ້ອງເສຍພາສີໃຫ້ຄົບຖ້ວນຕາມລະບຽບການ. ຖ້າຫາກມີການໂອນ,ຊື້-ຂາຍແລກປ່ຽນ, ຊວດຈຳໂດຍບໍ່ໄດ້ຮັບອະນຸ ຍາດຕ້ອງໄດ້ເສຍພາສີ ແລະ ພັນທະອື່ນໃຫ້ຄົບຖ້ວນຕາມລະບຽບການ ພ້ອມທັງເສຍຄ່າປັບໄໝ ໜຶ່ງເທົ່າຂອງຄ່າພາສີ ແລະ ພັນທະອື່ນໆ ດັ່ງກຳນົດໄວ້ໃນ ມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ເລກທີ 05/ສພຊ, ລົງວັນທີ 20/05/2005. ຂ້າງເທິງ

ມາດຕາ 19. ການປັບໄໝຜູ້ກະທໍາຜິດສະຖານເບົາລະດັບທີໜຶ່ງ
   ຜູ້ກະທໍາຜິດທາງພາສີໂດຍເຈດຕະນາ ແຕ່ບໍ່ມີຜົນສະທ້ອນເຖິງຄ່າພາສີ ແລະ ພັນທະອື່ນໆຕາມທີ່ກໍານົດໄວ້ໃນມາດຕາ 51 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ຈະຖືກສຶກສາອົບຮົມ ແລະ ກ່າວເຕື່ອນພ້ອມທັງປັບໄໝ ຕາມມູນຄ່າລວມຄ່າພາສີ ແລະ ພັນທະອື່ນຕໍ່ໜຶ່ງຄະດີ ຕາມມູນຄ່າທີ່ໄດ້ກຳນົດໄວ້ດັ່ງລຸ່ມນີ້:

  1. ການປັບໄໝສຳລັບສິນຄ້າທົ່ວໄປ :
  • ລວມຄ່າພາສີ ແລະ ພັນທະອື່ນໆແຕ່ 10,000,000 ກີບ ລົງມາເສຍຄ່າປັບໄໝເທົ່າ 150,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆແຕ່ 10,000,000 ກີບ ຫາ 20,000,000 ກີບ ເສຍຄ່າປັບໄໝເທົ່າກັບ 200,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 20,000,000 ກີບ ຫາ 30,000,000 ກີບ ເສຍຄ່າປັບໄໝເທົ່າກັບ 300,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 30,000,000 ກີບ ຫາ 40,000,000 ກີບ ເສຍຄ່າປັບໄໝເທົ່າກັບ 400,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 40,000,000 ກີບ ຫາ 50,000,000 ກີບ ເສຍຄ່າປັບໄໝເທົ່າກັບ 500,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 50,000,000 ກີບ ຫາ 60,000,000 ກີບ ເສຍຄ່າປັບໄໝ ເທົ່າກັບ 600,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 60,000,000 ກີບ ຫາ 70,000,000 ກີບ ເສຍຄ່າປັບໄໝເທົ່າກັບ 700,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 70,000,000 ກີບ ຫາ 80,000,000 ກີບ ເສຍຄ່າປັບໄໝເທົ່າກັບ 800,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 80,000,000 ກີບ ຫາ 90,000,000 ກີບ ເສຍຄ່າປັບໄໝເທົ່າກັບ 900,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 90,000,000 ກີບ ຫາ 100,000,000 ກີບ ເສຍຄ່າປັບໄໝເທົ່າກັບ 1,000,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 100,000,000 ກີບ ຫາ 150,000,000 ກີບ ເສຍຄ່າປັບໄໝເທົ່າກັບ 1,500,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 150,000,000 ກີບ ຫາ 200,000,000 ກີບ ເສຍຄ່າປັບໄໝເທົ່າກັບ 2,000,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 200,000,000 ກີບ ຫາ 250,000,000 ກີບ ເສຍຄ່າປັບໄໝເທົ່າກັບ 2,500,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 250,000,000 ກີບ ຫາ 300,000,000 ກີບເສຍຄ່າປັບໄໝເທົ່າກັບ 3,000,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 350,000,000 ກີບ ຫາ 400,000,000 ກີບ ເສຍຄ່າປັບໄໝເທົ່າກັບ 3,500,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 400,000,000 ກີບ ຫາ 450,000,000 ກີບ ເສຍຄ່າປັບໄໝເທົ່າກັບ 4,000,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 450,000,000 ກີບ ຫາ 500,000,000 ກີບ ເສຍຄ່າປັບໄໝເທົ່າກັບ 4,500,000 ກີບ.
  • ລວມຄ່າພາສີ ແລະ ພັນທະອື່ນໆເກີນ 500,000,000 ກີບ ຂື້ນໄປເສຍຄ່າປັບໄໝເທົ່າກັບ 5,000,000 ກີບ.
  1. ການປັບໄໝສຳລັບພາຫະນະ

ປະເພດລົດນຳເຂົ້າແບບ CKD ແລະ CBU

ຈຳນວນເງິນ

ລົດຈັກທຸກຊະນິດ

150,000 ກີບ/ຄັນ

ລົດຈັກສາມລໍ້ ແລະ ສີ່ລໍ້

200,000 ກີບ/ຄັນ

ລົດບັນທຸກ

600,000 ກີບ/ຄັນ

ລົດກົນຈັກໝັກ

400,000 ກີບ/ຄັນ

ລົດຕູ້

800,000 ກີບ/ຄັນ

ລົດບັສ 24 ບ່ອນນັ່ງລົງມາ

1,000,000 ກີບ/ຄັນ

ລົດບັສ ເກີນ 24 ບ່ອນນັ່ງຂື້ນໄປ

1,200,000 ກີບ/ຄັນ

ລົດກະບະ

1,100,000 ກີບ/ຄັນ

ລົດຈິບ

1,200,000 ກີບ/ຄັນ

ລົດເກງ

1,500,000 ກີບ/ຄັນ

ຂ້າງເທິງ

ມາດຕາ 20. ການປັບໄໝຕໍ່ພາຫະນະທີ່ບັນທຸກສິນຄ້າຜິດກົດໝາຍ
   ປະເພດພາຫະນະທີ່ບັນທຸກສິນຄ້າຜິດກົດໝາຍ ວ່າດ້ວຍພາສີ ແລະ ທີ່ກໍານົດໄວ້ໃນມາດຕາ 52, 53 ແລະ 54 ຈະຕ້ອງຖືກປັບໄໝຕາມກໍລະນີລຸ່ມນີ້:

  • ກໍລະນີຮ່ວມມືກັບເຈົ້າຫນ້າທີ່ພາສີ ຈະຖືກປັບໄໝເປັນຈຳນວນເງິນ ຄັນລະ 500,000 ກີບ.
  • ກໍລະນີລົບກວນ, ສ້າງຄວາມຫຍຸ້ງຍາກ ຫຼື ບໍ່ໃຫ້ຄວາມຮ່ວມມືຕໍ່ເຈົ້າຫນ້າທີ່ພາສີ ຈະຖືກປັບໄໝເປັນເງິນຄັນລະ 1,500,000 ກີບ.
  • ກໍລະນີກະທຳຜິດຕາມຄວາມຜິດທີ່ກຳນົດໄວ້ ໃນມາດຕາ 54 ຂອງກົດໝາຍວ່າດ້ວຍພາສີ ຈະຖືກປັບໄໝຄັນລະ 5,000,000 ກີບ.
  • ກໍລະນີກະທໍາຜິດຊ້ຳຈະຖືກປັບໄໝຕາມທະວີຄູນ ຂອງການກະທຳຜິດ. ຂ້າງເທິງ

ມາດຕາ 21. ໂຄງປະກອບການຈັດຕັ້ງຂອງລັດຖະການພາສີ
   ລັດຖະການພາສີແມ່ນການຈັດຕັ້ງໜຶ່ງທີ່ຂື້ນກັບ ກະຊວງການເງິນ ເຊິ່ງມີລະບົບການຈັດຕັ້ງແຕ່ສູນກາງຮອດທ້ອງຖິ່ນ ແລະ ມີກົງຈັກການຈັດຕັ້ງຄື:

  • ຂັ້ນສູນກາງເອີ້ນວ່າ: ກົມພາສີ;
  • ຂັ້ນທ້ອງຖິ່ນຂື້ນກັບກົມພາສີປະກອບມີ: ພາສີປະຈໍາເຂດ, ດ່ານພາສີຊາຍແດນ, ໜ່ວຍພາສີເຄື່ອນທີ່ ແລະ ປ້ອມພາສີ.
    ສ່ວນການປະກອບ ແລະ ແຕ່ງຕັ້ງບຸກຄະລາກອນ ໃນແຕ່ລະຕໍາແໜ່ງງານແມ່ນ ອີງໃສ່ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍອົງການປົກຄອງທ້ອງຖິ່ນ, ລະບອບລັດຖະກອນແຫ່ງ ສປປ ລາວ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 22. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
   ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 89 ຂອງກົດຫມາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005. ເຈົ້າຫນ້າທີ່ພາສີ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທີ່ປະກອບສ່ວນ ດ້ວຍຄວາມສ່ຽງເຂົ້າໃນການຕ້ານ ແລະ ສະກັນກັ້ນການລັກລອບສິນຄ້າ ຫຼົບຫຼີກພາສີ, ການຄ້າຂາຍເຖື່ອນດ້ວຍການໃຫ້ຂໍ້ມູນຂ່າວສານ, ເຂົ້າຮ່ວມການຈັບກຸມ, ທາງກົງ ແລະ ທາງອ້ອມກ່ຽວກັບການລະເມີດລະບຽບກົດຫມາຍຂອງພາສີ ຈະໄດ້ຮັບຄ່າຕອບແທນໃນຮູບການບຳເນັດ ຫຼື ວັດຖຸອື່ນ ຫຼື ຄຳຍ້ອງຍໍຊົມເຊີຍ, ຫຼຽນໄຊ, ຫຼຽນກ້າຫານ, ເລື່ອນຊັ້ນ, ເລື່ອນຂັ້ນ ຫຼື ໄດ້ຮັບການອຸດໜຸນເບິ່ງແຍງ ໃນກໍລະນີເສຍອົງຄະ ຫຼື ເສຍຊິວິດໃນການປະຕິບັດຫນ້າທີ່.
   ຈໍານວນເງິນທີ່ໄດ້ຮັບຈາກການປັບໄໝ ແລະ ຂາຍເຄື່ອງຢືດອະນຸຍາດໃຫ້ຫັກໄວ້ 40% ເພື່ອເປັນຄັງບໍາເນັດ ແລະ ຈັດແບ່ງຕາມລະບຽບການ, ສ່ວນ 60% ແມ່ນມອບເຂົ້າງົບປະມານແຫ່ງລັດ ຢ່າງຄົບຖ້ວນ.
   ມອບໃຫ້ກະຊວງການເງິນເປັນຜູ້ກໍານົດລະບຽບການລະອຽດ ໃນການຈັດຕັ້ງປະຕິບັດ. ຂ້າງເທິງ

ມາດຕາ 23. ການຈັດຕັ້ງປະຕິບັດ
   ກະຊວງການເງິນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ມີຫນ້າທີ່ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຕາມຫນ້າທີ່ຂອງໃຜລາວຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 24. ຜົນສັກສິດ
   ດໍາລັດສະບັບນີ້ປ່ຽນແທນດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 01/ນຍ, ລົງວັນທີ 01 ມັງກອນ 1995 ແລະ ມີຜົນສັກສິດພາຍຫຼັງສາມສິບວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ທຸກຂໍ້ກໍານົດ ແລະ ກົດລະບຽບ ທີ່ຂັດກັບດໍາລັດສະບັບນີ້ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ບົວສອນ ບຸບບຜາວັນ

 

# ຫົວຂໍ້ ດາວໂຫຼດ
1 Decree on the Implementation Of the Customs Law No. 362/PMO, dated 19 October 2007 PDF
2 ດໍາລັດ ວ່າດ້ວຍ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍພາສີ ເລກທີ 362/ນຍ, ລົງວັນທີ 19 ຕຸລາ 2007 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.