ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ      ເລກທີ 1626/ກງ
ນະຄອນຫຼວງ​ວຽງຈັນ, ວັນທີ 30 ພຶດສະພາ 2019

ແຈ້ງການ

ເຖິງ: ຂະແໜງພາສີ, ຂະແໜງສ່ວນສາອາກອນ, ບັນດາຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຄຸ້ມຄອງສາງ ສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ.

  • ອີງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015 ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;
  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017;
  • ອີງຕາມດຳລັດສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ;
  • ອີງຕາມແຈ້ງການກະຊວງການເງິນ ສະບັບເລກທີ 3463/ກງ, ລົງວັນທີ 29 2018 ກ່ຽວກັບການນຳໃຊ້ໃບຕິດຕາມການເຄື່ອນຍ້າຍນ້ຳມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງບໍ 88;
  • ອີງຕາມການຄົ້ນຄວ້າ ແລະ ສະເໜີຂອງກົມສ່ວຍສາອາກອນ ສະບັບເລກທີ 2075/ກສອ, ລົງວັນທີ 28 ພຶດສະພາ 2019.

  ເພື່ອເຮັດໃຫ້ການຄຸ້ມຄອງ, ການຕິດຕາມ ແລະ ກວດກາ ສາງສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ຖືກຕ້ອງຕາມລະບຽບກົດໝາຍ ແລະ ເປັນເງື່ອນໄຂເອື້ອອຳນວຍໃນການດຳເນີນທຸລະກິດ, ການເກັບພັນທະພາສີ, ອາກອນປະເພດຕ່າງໆ ເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທ່ວງທັນກັບເວລາ ແລະ ກົດໝາຍທີ່ກຳນົດ.

ກະຊວງການເງິນ ອອກແຈ້ງການ ດັ່ງນີ້:

1. ບັນດາຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດຂາອອກ-ຂາເຂົ້າຢູ່ພາຍໃນປະເທດ ທີ່ນຳເຂົ້າ ສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ, ເພື່ອຈຳໜ່າຍຂາຍຍົກ-ຂາຍຍ່ອຍ ລວມທັງບັນດາຫົວໜ່ວຍທຸລະກິດທີ່ດຳເນີນການຜະລິດປຸງແຕ່ງຕ່າງໆ ຕ້ອງໄດ້ມີລະບົບສາງສິນຄ້າເປັນຂອງຕົນເອງ. ສຳລັບ ສິນຄ້າຕ້ອງໄດ້ກວດນັບສິນຄ້າຢູ່ໃນສາງຢ່າງເປັນປົກກະຕິ ແລະ ຕ້ອງໄດ້ຖືບັນຊີສາງດ້ວຍລະບົບບັນທຶກດ້ວຍມື ຫຼື ລະບົບເອເລັກໂຕຣນິກ ທີ່ສາມາດກວດສອບໄດ້ທຸກເວລາ, ລາຍລະອຽດໃນການຈັດຕັ້ງປະຕິບັດ ມີດັ່ງນີ້:

1.1. ສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ເວລານຳອອກຈາກດ່ານພາສີ ຫຼື ສາງບ່ອນນຳເຂົ້າຕ້ອງມີໃບແຈ້ງພາສີເປັນລາຍລະອຽດ ແລະ ມີເອກະສານກ່ຽວຂ້ອງຄັດຕິດ ແລະ ຜ່ານການກວດກາຂອງເຈົ້າໜ້າທີ່ພາສີກ່ອນຈະນຳອອກຈາກດ່ານພາສີ ດ້ວຍຫຼາຍຮູບແບບຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງກົດໝາຍວ່າດ້ວຍພາສີ ເຖິງວ່າສິນຄ້າດັ່ງກ່າວນັ້ນ ຈະຖືກຍົກເວັ້ນ ຫຼື ເກັບພາສີ ກໍ່ຕາມ;

1.2. ການເຄື່ອນຍ້າຍສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ທຸກຄັ້ງຕ້ອງໄດ້ລະບຸເປົ້າໝາຍສາງສິນຄ້າທີ່ຈະເປັນບ່ອນລົງຢ່າງຈະແຈ້ງ ໂດຍມີເອກະສານການເຄື່ອນຍ້າຍ ດັ່ງນີ້:

  • ນ້ຳມັນເຊື້ອໄຟ ແລະ ອາຍແກັສ:
    • ການເຄື່ອນຍ້າຍທີ່ບໍ່ແມ່ນການຂາຍ ທຸກຄັ້ງທີ່ເຄື່ອນຍ້າຍຈາກສາງຫາສາງ, ແຂວງຫາແຂວງ, ແຂວງຫາເມືອງ, ເມືອງຫາເມືອງ ຫຼື ເມືອງຫາແຂວງ ຕ້ອງມີໃບເຄື່ອນຍ້າຍດ້ວຍຕົນເອງ (ບໍ 88), ໃບສັ່ງຈ່າຍສິນຄ້າອອກສາງ, ໃບເກັບເງິນ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ;
    • ນ້ຳມັນເຊື້ອໄຟທີ່ນຳເຂົ້າເພື່ອຂາຍ ແລະ ເຄື່ອນຍ້າຍ ຕ້ອງມີສຳເນົາໃບແຈ້ງພາສີຂາເຂົ້າ ຄັດຕິດຊ້ອນທ້າຍທຸກຄັ້ງໃສ່ແບບຟອມ ບໍ 88 ແລະ ກໍລະນີ ນ້ຳມັນເຊື້ອໄຟທີ່ຊື້-ຂາຍຢູ່ພາຍໃນປະເທດ ເພື່ອເຄື່ອນຍ້າຍຕ້ອງປະກອບໃບເກັບເງິນອາກອນມູນຄ່າເພີ່ມ, ສັນຍາຊື້-ຂາຍ (ຖ້າມີ) ຄັດຕິດຊ້ອນທ້າຍທຸກຄັ້ງໃສ່ແບບຟອມ ບໍ 88;
  • ສິນຄ້າອຸປະໂພກ, ບໍລິໂພກ ແລະ ສິນຄ້າອື່ນໆ:
    • ການເຄື່ອນຍ້າຍທີ່ບໍ່ແມ່ນການຂາຍ ທຸກຄັ້ງທີ່ເຄື່ອນຍ້າຍຈາກສາງຫາສາງ, ແຂວງຫາແຂວງ, ແຂວງຫາເມືອງ, ເມືອງຫາເມືອງ ຫຼື ເມືອງຫາແຂວງ ຕ້ອງມີສຳເນົາໃບແຈ້ງພາສີຂາເຂົ້າຄັດຕິດໃສ່ແບບຟອມການເຄື່ອນຍ້າຍຂອງຂະແໜງສ່ວຍສາອາກອນ ກຳນົດ; ກໍລະນີສິນຄ້າທີ່ຊື້ຢູ່ພາຍໃນປະເທດ ເພື່ອເຄື່ອນຍ້າຍໄປຂາຍຕໍ່ ຕ້ອງປະກອບໃບເກັບເງິນອາກອນມູນຄ່າເພີ່ມໃສ່ແບບຟອມການເຄື່ອນຍ້າຍຂອງຂະແໜງສ່ວຍສາອາກອນ ກຳນົດ;
    • ສິນຄ້າທີ່ນຳເຂົ້າ ເພື່ອສົ່ງອອກຕໍ່ປະເທດທີສາມ (ສິນຄ້າຜ່ານແດນ) ແມ່ນໃຫ້ນຳເອົາສິນຄ້າເຂົ້າສາງພາສີປະຈຳດ່ານ ເພື່ອກວດກາ, ພາຍຫຼັງເຈົ້າໜ້າທີ່ພາສີກວດກາ ແລະ ອອກໃບແຈ້ງພາສີແລ້ວ ໃຫ້ສາມາດຂົນສົ່ງສິນຄ້າອອກໄປປະເທດທີສາມໂດຍກົງ, ຊຶ່ງບໍ່ຈຳເປັນຕ້ອງໄດ້ນຳເອົາສິນຄ້າດັ່ງກ່າວລົງສາງຢູ່ພາຍໃນປະເທດອີກ ແຕ່ຕ້ອງມີການຄຸ້ມຄອງຂອງຂະແໜງພາສີຕາມລະບຽບການ ແລະ ກົດໝາຍ, ກໍລະນີຫາກມີການຈຳໜ່າຍພາຍໃນປະເທດ ເຈົ້າໜ້າທີ່ສ່ວຍສາອາກອນຈະມີການຄິດໄລ່ເກັບພັນທະຕ່າງໆຄືນ ພ້ອມທັງປັບໄໝຕາມລະບຽບການ ແລະ ກົດໝາຍ;

1.3 ສິນຄ້າທີ່ນຳເຂົ້າ ແລະ ຊື້ຢູ່ພາຍໃນປະເທດຕ້ອງເອົາເຂົ້າສາງບໍລິສັດກ່ອນ, ບໍ່ອະນຸຍາດໃຫ້ເອົາສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ໄປຈຳໜ່າຍໂດຍກົງໃຫ້ກັບລູກຄ້າ ໂດຍບໍ່ຜ່ານລະບົບສາງ, ຖ້າພົບເຫັນຈະຖືກດຳເນີນຄະດີຕາມກົດໝາຍ;

1.4. ຫົວໜ່ວຍທຸລະກິດໃດ ຫາກບໍ່ມີລະບົບສາງສິນຄ້າເປັນຂອງຕົນເອງ ແມ່ນບໍ່ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ, ສຳລັບມາດຕະຖານຂອງສາງສິນຄ້າ ແມ່ນຕ້ອງໄດ້ປະຕິບັດຕາມເງື່ອນໄຂຂອງກິດຈະການທີ່ຂະແໜງການກ່ຽວຂ້ອງອະນຸຍາດ;

1.5. ທຸກຄັ້ງທີ່ມີການນຳເຂົ້າສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ມາລົງສາງ ບໍລິສັດຕ້ອງແຈ້ງເຈົ້າໜ້າທີ່ສ່ວນສາອາກອນບ່ອນຕົນຂຶ້ນກັບ ຫຼື ບ່ອນສາງຕັ້ງຢູ່ ພ້ອມທັງ ຄັດຕິດເອກະສານທີ່ກ່ຽວກັບການນຳເຂົ້າດັ່ງກ່າວ ເພື່ອກວດກາຄວາມຖືກຕ້ອງ;

1.6. ບໍລິສັດນຳເຂົ້າສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ຕ້ອງລາຍງານບັນຊີສາງ (ພ້ອມທັງສຳເນົາເອກະສານກ່ຽວກັບສິນຄ້າໃນສາງ) ເປັນແຕ່ລະເດືອນ ໃຫ້ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ແລະ ບ່ອນສາງຕັ້ງຢູ່ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ເພື່ອຕິດຕາມກວດກາຄືນ;

1.7. ກໍລະນີ ຫາກມີການແຈ້ງ ຂໍຫັກ ຫຼື ຂໍຄືນເງິນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ຫຼື ອາດມີອາກອນມູນຄ່າເພີ່ມຍົກໄປຫັກຕໍ່ ຕ້ອງມີການກວດກາສາງສິນຄ້າ ແລະ ມີບົດບັນທຶກຢັ້ງຢືນການກວດນັບສາງຈາກເຈົ້າໜ້າທີ່ສ່ວຍສາອາກອນ ຈຶ່ງອະນຸຍາດໃຫ້ຍົກໄປຫັກຕໍ່ ຫຼື ຂໍຄືນໄດ້;

2. ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງພາສີ ມີດັ່ງນີ້:

  1. ກວດກາບັນດາເງື່ອນໄຂສຳລັບຫົວໜ່ວຍທຸລະກິດທີ່ດຳເນີນການນຳເຂົ້າ-ສົ່ງອອກສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ຕ້ອງປະຕິບັດ ດັ່ງນີ້:
  2. ໃບອະນຸຍາດດຳເນີນທຸລະກິດທີ່ສາມາດນຳເຂົ້າ-ສົ່ງອອກໄດ້ຕາມປະເພດທຸລະກິດທີ່ໄດ້ຮັບອະນຸຍາດ;
  3. ໃບຢັ້ງຢືນການມອບພັນທະອາກອນ ຫຼື ໃບທະບຽນອາກອນປະຈຳປີ;
  4. ສຳລັບຫົວໜ່ວຍທຸລະກິດນ້ຳມັນເຊື້ອໄຟ ແລະ ອາຍແກັສ ຕ້ອງມີບົດບັນທຶກກວດກາສະຖານທີ່ຕັ້ງຂອງສາງເກັບມ້ຽນສິນຄ້າທີ່ຢັ້ງຢືນຈາກຂະແໜງການກ່ຽວຂ້ອງ. ພາຫະນະໃນການເຄື່ອນຍ້າຍນ້ຳມັນເຊື້ອໄຟ ແລະ ອາຍແກັສ ຕ້ອງໄດ້ມາດຖານ ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ;
  5. ເວລາອອກໃບແຈ້ງພາສີທຸກຄັ້ງ ໃຫ້ກຳນົດສາງສິນຄ້າປາຍທາງ ແລະ ແຈ້ງລາຍລະອຽດ ກ່ຽວກັບການນຳເຂົ້າສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ຂອງແຕ່ລະບໍລິສັດ ເພື່ອໃຫ້ເຈົ້າໜ້າທີ່ສ່ວຍສາອາກອນຕິດຕາມ ແລະ ກວດກາສິນຄ້າລົງສາງ ແລະ ການປະຕິບັດພັນທະຕ່າງໆໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍກຳນົດ;
  6. ປະຕິບັດໜ້າທີ່ອື່ນຕາມກົດໝາຍ, ລະບຽບການກຳນົດ ແລະ ການມອບພັນທະຂອງຂັ້ນເທິງ.

3. ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງສ່ວຍສາອາກອນ ມີດັ່ງນີ້:

   ຂະແໜງສ່ວຍສາອາກອນດຳເນີນການ, ຕິດຕາມ, ກວດກາສາງສິນຄ້າທົ່ວໄປ, ສາງນ້ຳມັນເຊື້ອໄຟ ແລະ ອາຍແກັສ ຢູ່ພາຍໃນປະເທດ ລວມທັງການເຄື່ອນຍ້າຍສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ຈາກດ່ານຕ່າງໆ ໄປຍັງສາງສິນຄ້າ, ຈາກສາງສິນຄ້າສະຖານທີ່ໜຶ່ງໄປອີກສະຖານທີ່ໜຶ່ງ, ຈາກສາງສິນຄ້າແຂວງໜຶ່ງໄປແຂວງອື່ນ ແລະ ກວດກາສິນຄ້າໃນສາງຂອງຫົວໜ່ວຍທຸລະກິດຢ່າງເປັນປົກກະຕິ ໃນການກວດກາແຕ່ລະຄັ້ງຕ້ອງມີບົດບັນທຶກຮ່ວມກັນຢ່າງລະອຽດ, ລວມທັງການກວດກາຕາມຄວາມສ່ຽງທີ່ຈະເກີດມີການລັກລອບສິນຄ້າເພື່ອຫຼົບຫຼີກການເສຍພາສີ-ອາກອນ ທີ່ໄດ້ປະເມີນໄວ້ໃຫ້ທ່ວງທັນກັບເວລາດ້ວຍຮູບແບບການກວດກາ ດັ່ງນີ້:

3.1. ການກວດກາລະບົບປົກກະຕິ ແມ່ນໄດ້ແຈ້ງໃຫ້ຮູ້ລ່ວງໜ້າ ໂດຍປະຕິບັດການກວດກາສາງສິນຄ້າຕາມແຜນການໜຶ່ງຄັ້ງຕໍ່ເດືອນ ແລະ ຕາມການເຄື່ອນໄຫວຕົວຈິງໃນແຕ່ລະຄັ້ງ;

3.2. ການກວດກາແບບກະທັນຫັນແມ່ນບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ ເປັນການກວດກາແບບຮີບດ່ວນ ແລະ ນອກແຜນການຢູ່ສາງສິນຄ້າ ຫຼື ເສັ້ນທາງລະຫວ່າງບ່ອນເຄື່ອນຍ້າຍສິນຄ້າ ຫຼື ສະຖານທີ່ເປົ້າໝາຍໃດໜຶ່ງເມື່ອເຫັນວ່າມີຄວາມຈຳເປັນຕ້ອງໄດ້ກວດກາຍ້ອນມີຄວາມສົງໃສຈະມີການເຊື່ອງອຳຈຳນວນສິນຄ້າທັງມົດ ຫຼື ສ່ວນໃດໜຶ່ງ ແລະ ອື່ນໆ ທີ່ຈະເປັນສາເຫດໃນການຫຼົບຫຼີກການເສັຍພັນທະຕ່າງໆ ໂດຍບໍ່ຕ້ອງແຈ້ງໃຫ້ເຈົ້າຂອງຫົວໜ່ວຍທຸລະກິດຮູ້ລ່ວງໜ້າ;

3.3. ໃຫ້ກົມສ່ວຍສາອາກອນ ສ້າງເປັນລະບົບປະສານງານ ແລະ ມອບໝາຍໜ້າທີ່ຄວາມຮັບຜິດຊອບ ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຈະແຈ້ງ ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ລາຍງານຜົນຂອງການຈັດຕັ້ງປະຕິບັດ ໃຫ້ລັດຖະມົນຕີກະຊວງການເງິນໄດ້ຮັບຊາບ ເປັນແຕ່ລະງວດ, 6 ເດືອນ ແລະ ປີ;

3.4. ໃຫ້ສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ, ບັນດາແຂວງ ສະຫຼຸບລາຍງານຜົນການຄຸ້ມຄອງ ແລະ ກວດກາສາງສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ໃຫ້ກົມສ່ວຍສາອາກອນ ເປັນປົກກະຕິ;

3.5. ໃຫ້ສ່ວຍສາອາກອນປະຈຳເມືອງ ສືບຕໍ່ຕິດຕາມກວດກາຈົດເລກມິດເຕີຂອງຕູ້ຈ່າຍນ້ຳມັນ (ຫົວຈ່າຍ) ນຳແຕ່ລະປ້ຳເປັນທີ່ຕັ້ງຢູ່ໃນເມືອງຂອງຕົນ ເປັນແຕ່ລະເດືອນເພື່ອຄິດໄລ່ເກັບອາກອນລາຍໄດ້ ຫຼື ອາກອນມູນຄ່າເພີ່ມຕາມໂຄງສ້າງລາຄາໃນແຕ່ລະໄລຍະ ພ້ອມທັງຄິດໄລ່ອາກອນປະເພດຕ່າງໆຈາກກິດຈະການອື່ນ (ກິດຈະການສໍາຮອງ) ພາຍໃນປໍ້ານໍ້າມັນເຊື້ອໄຟ ແລະ ໃຫ້ສະຫຼຸບລາຍງານໃຫ້ສ່ວຍສາອາກອນປະຈໍານະຄອນຫຼວງ/ແຂວງຂອງຕົນ ເພື່ອສັງລວມ ແລະ ລາຍງານຕໍ່ກົມສ່ວຍສາອາກອນ ໂດຍແຍກໃຫ້ເຫັນເປັນແຕ່ລະບໍລິສັດ ແຍກປະເພດສິນຄ້າຢ່າງລະອຽດໃນແຕ່ລະເດືອນຢ່າງເປັນປົກກະຕິ ເພື່ອສົມທຽບ ແລະ ກວດກາຄືນ (ຕາມແບບຟອມທີ່ໄດ້ກຳນົດໄວ້);

4. ການຮ່ວມມືກັນໃນການກວດກາຂອງຂະແໜງພາສີ ແລະ ຂະແໜງສ່ວຍສາອາກອນ

4.1. ສຳລັບສິນຄ້າ ທີ່ບໍ່ສາມາດກວດກາຢູ່ດ່ານພາສີບ່ອນນຳເຂົ້າໄດ້ ເນື່ອງຈາກ ເປັນສິນຄ້າທີ່ມີຄວາມສ່ຽງຄວາມເສຍຫາຍດ້ານຄຸນນະພາບ ແລະ ປະລິມານ ແມ່ນໃຫ້ ກວດກາ ຢູ່ສາງສິນຄ້າພາຍໃນ ໂດຍໃຫ້ເຈົ້າໜ້າທີ່ທັງສອງພາກສ່ວນປະສານສົມທົບ ແລະ ຮ່ວມກັນກວດກາ, ຮູບແບບ ແລະ ວິທີການກວດກາ ແມ່ນໃຫ້ຫຼຸດຜ່ອນການກວດກາຕາມເສັ້ນທາງ ໂດຍຫັນມາກວດກາຢູ່ສາງຂອງຜູ້ປະກອບການ;

4.2. ໃນກໍລະນີສິນຄ້າ ໄດ້ຜ່ານການກວດກາ ແລະ ອອກໃບແຈ້ງພາສີແລ້ວ ມອບໃຫ້ຂະແໜງສ່ວຍສາອາກອນເປັນຜູ້ກວດກາ, ຖ້າມີຂໍ້ມູນບໍ່ຈອດກັນ ຫຼື ບໍ່ຄືກັນ, ເຈົ້າໜ້າທີ່ພາສີ ຄິດໄລ່ພັນທະບໍ່ຖືກຕ້ອງ ແລະ ອື່ນໆ ໃຫ້ທັງສອງພາກສ່ວນປະສານສົມທົບກັນ ເພື່ອຄິດໄລ່ພັນທະຄືນ;

4.3. ໃຫ້ທັງສອງຂະແໜງ ແຕ່ງຕັ້ງຄະນະປະສານງານ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ມີການແລກປ່ຽນດ້ານເຕັກນິກວິຊາການ, ການສະໜອງຂໍ້ມູນຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ.

5. ມາດຕະການຕໍ່ຜູ້ລະເມີດ

5.1. ກໍລະນີກວດກາພົບເຫັນສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ທີ່ຫົວໜ່ວຍທຸລະກິດບໍ່ມີເອກະສານຢັ້ງຢືນຖືກຕ້ອງ, ຫຼົບຫຼີກເຊື່ອງອຳຈຳນວນສິນຄ້າ ແລະ ການກວດນັບສິນຄ້າໃນສາງ ຫາກພົບເຫັນວ່າມີຈຳນວນສິນຄ້າຕົວຈິງບໍ່ຖືກກັບບັນຊີ ທີ່ສະຫຼຸບລາຍງານຕໍ່ຂະແໜງສ່ວຍສາອາກອນ ຈະຄິດໄລ່ພັນທະຕ່າງໆຄືນ, ພ້ອມດ້ວຍປັບໄໝ ແລະ ປະຕິບັດມາດຕະການຕາມກົດໝາຍວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ;

5.2. ຖ້າບໍລິສັດນຳເຂົ້າສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ບໍ່ມີສາງສິນຄ້າ ເປັນຂອງຕົນທີ່ໄດ້ມີການດຳເນີນທຸລະກິດຜ່ານມາແລ້ວ ແມ່ນໃຫ້ຢຸດຕິການນຳເຂົ້າເປັນການຊົ່ວຄາວກ່ອນພາຍໃນ 3 ເດືອນ ນັບແຕ່ມື້ອອກແຈ້ງການສະບັບນີ້ ຖ້າຄົບກຳນົດເວລາແລ້ວຍັງບໍ່ມີສາງສິນຄ້າຕາມກຳນົດແມ່ນສາມາດຕໍ່ເວລາໄດ້ອີກ 3 ເດືອນ ເພື່ອປັບປຸງ ແລະ ຖ້າຄົບກຳນົດເວລາຄັ້ງທີ່ສອງແລ້ວຍັງບໍ່ມີສາງສິນຄ້າ ແມ່ນໃຫ້ຍົກເລີກການອະນຸຍາດໃຫ້ນຳເຂົ້າ, ຈົນກວ່າຈະມີສາງສິນຄ້າເປັນຂອງຕົນເອງ ຈຶ່ງສະເໜີຂໍອະນຸຍາດນຳເຂົ້າ ຕາມລະບຽບການ.

6. ໃຫ້ຂະແໜງພາສີ, ຂະແໜງສ່ວຍສາອາກອນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງປະສານສົມທົບແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ແລະ ຕິດຕາມ, ກວດກາຕາມພາລະບົດບາດຂອງຂະແໜງການກ່ຽວຂ້ອງ.

    ດັ່ງນັ້ນ ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Notification on the management of warehouses, Petroleum and Gas No 1626/MOF, date 30 May 2019 PDF
2 ແຈ້ງການ ການຄຸ້ມຄອງສາງ ສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.