ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ປະທານປະເທດ ເລກທີ 207 /ປປທ
ນະຄອນຫຼວງວຽງຈັນ, ວັນທີ 06 ສິງຫາ 2018
ລັດຖະດຳລັດ
ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ)
- ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ໝວດທີ VI ມາດຕາ 67 ຂໍ້ 1;
- ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ, ສະບັບເລກທີ 089/ສພຊ, ລົງວັນທີ 20 ມິຖຸນາ 2018 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ);
- ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ, ສະບັບເລກທີ 09/ຄປຈ, ລົງວັນທີ 18 ກໍລະກົດ 2018.
ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:
ມາດຕາ 1 ປະກາດໃຊ້ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ).
ມາດຕາ 2 ລັດຖະດໍາລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.
ປະທານປະເທດ ແຫ່ງ ສປປ ລາວ
ບຸນຍັງ ວໍລະຈິດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ສະພາແຫ່ງຊາດ ເລກທີ 089/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 20/06/2018
ມະຕິ
ຂອງກອງປະຊຸມສະພາແຫ່ງຊາດ
ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ)
ອີງຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 53 ຂໍ້ 1 ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ ປີ 2015) ມາດຕາ 11 ຂໍ້ 1.
ພາຍຫຼັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຄົ້ນຄ້ວາພິຈາລະນາຢ່າງກ້ວາງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ໃນວາລະກອງປະຊຸມ ຕອນເຊົ້າ, ວັນທີ 20 ມີິຖຸນາ 2018.
ກອງປະຊຸມສະພາແຫ່ງຊາດ ຕົກລົງ:
ມາດຕາ 1 ຮັບຮອງເອົາກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
ມາດຕາ 2 ມະຕິສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ປະທານສະພາແຫ່ງຊາດ
ປານີ ຢາທໍ່ຕູ້
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ສະພາແຫ່ງຊາດ ກທີ 48 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 20 ມິຖຸນາ 2018
ກົດໝາຍ
ວ່າດ້ວຍອາກອນມູນຄ່າເພີ່ມ
(ສະບັບປັບປຸງ)
ພາກທີ I
ບົດບັນຍັດທົ່ວໄປ
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານອາກອນມູນຄ່າເພີ່ມ ເພື່ອໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ, ສົ່ງເສີມ, ການຜະລິດ, ການດຳເນີນທຸລະກິດ, ການລົງທຶນ, ການສົ່ງອອກ, ການສະໜອງ ສິນຄ້າ ແລະ ການບໍລິການ ແນ່ໃສ່ເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ, ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ 2 (ປັບປຸງ) ອາກອນມູນຄ່າເພີ່ມ
ອາກອນມູນຄ່າເພີ່ມ ແມ່ນ ອາກອນທີ່ເກັບ ຕາມມູນຄ່າ ສິນຄ້າ ແລະ ການບໍລິການ ທີ່ເພີ່ມຂື້ນຈາກການນຳສິນຄ້າ, ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ເຊິ່ງຜູ້ຊົມໃຊ້ສຸດທ້າຍ ເປັນຜູ້ເສຍ.
ມາດຕາ 3 (ປັບປຸງ) ການອະທິບາຍຄຳສັບ
ຄຳສັບທີ່ນຳມາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
- ສິນຄ້າ ໝາຍເຖິງ ສິ່ງທີ່ບໍ່ມີຕົວຕົນ ຫຼື ມີຕົວຕົນ ຊຶ່ງສາມາດເຄື່ອນຍ້າຍໄດ້ ຫຼື ບໍ່ສາມາດເຄື່ອນຍ້າຍໄດ້ ແລະ ຊັບສົມບັດອື່ນທີ່ໃຊ້ເຂົ້າໃນການຜະລິດ, ການສະໜອງ, ການແລກປ່ຽນ ແລະ ການບໍລິການ;
- ການສົ່ງອອກ ໝາຍເຖິງ ການສົ່ງສິນຄ້າອອກຈາກ ສປປ ລາວ ໄປຕ່າງປະເທດ ລວມທັງການສົ່ງອອກໄປເຂດເສດຖະກິດພິເສດ;
- ການນຳເຂົ້າ ໝາຍເຖິງ ການນຳເອົາສິນຄ້າຈາກຕ່າງປະເທດເຂົ້າມາ ສປປ ລາວ ລວມທັງການນຳເຂົ້າສິນຄ້າຈາກເຂດເສດຖະກິດພິເສດ;
- ການສະໜອງສິນຄ້າ ໝາຍເຖິງ ການມອບ, ການໂອນສິດຊົມໃຊ້ສິນຄ້າ, ສິນຄ້າ, ໃຫ້ແກ່ຜູ້ອື່ນໂດຍໄດ້ຮັບຄ່າຕອບແທນເປັນເງິນ ຫຼື ຜົນປະໂຫຍດອື່ນ ລວມທັງການໃຫ້ລ້າ ແລະ ການຊົມໃຊ້ດ້ວຍຕົນເອງ;
- ການສະໜອງການບໍລິການ ໝາຍເຖິງ ການເຄື່ອນໄຫວທຸລະກິດ ທີ່ເປັນການສະໜອງແຮງງານໃຫ້ແກ່ຜູ້ອື່ນ ຫຼື ຕົນເອງ ທີ່ບໍ່ແມ່ນການສະໜອງສິນຄ້າ ໂດຍໄດ້ຮັບຄ່າບໍລິການ ເປັນເງິນ ຫຼື ຜົນປະໂຫຍດອື່ນ ເປັນຄ່າຕອບແທນ ຊຶ່ງອາກລວມທັງວັດຖຸປະກອນ ແລະ ພາຫະນະຮັບໃຊ້;
- ຜູ້ເສຍອາກອນມູນຄ່າເພີ່ມ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າສິນຄ້າ ຫຼື ຊື້ສິນຄ້າ ແລະ ການບໍລິການ ເພື່ອຊົມໃຊ້ເອງຢູ່ ສປປ ລາວ;
- ຜູ້ຈ່າຍອາກອນມູນຄ່າເພີ່ມ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ໄດ້ຈ່າຍອາກອນມູນຄ່າເພີ່ມ ຈາກການນຳເຂົ້າສິນຄ້າ, ຊື້ສິນຄ້າ ແລະ ການບໍລິການ ເພື່ອສະໜອງໃຫ້ຜູ້ອື່ນ ຫຼື ຕົນເອງ;
- ອາກອນມູນຄ່າເພີ່ມສົ້ນອອກ ໝາຍເຖິງ ຈຳນວນເງິນອາກອນມູນຄ່າເພີ່ມ ທີ່ຄິດໄລ່ເກັບຈາກການສະໜອງ ສິນຄ້າ ແລະ ການບໍລິການ ຊື່ງຈ່າຍໂດຍຜູ້ຊື້ສິນຄ້າ ຜູ້ຊົມໃຊ້ການບໍລິການ;
- ອາກອນມູນຄ່າເພີ່ມສົ້ນເຂົ້າ ໝາຍເຖິງ ຈຳນວນເງິນອາກອນມູນຄ່າເພີ່ມ ທີ່ຜູ້ມອບອາກອນມູນຄ່າເພີ່ມ ໄດ້ຈ່າຍ ຈາກການນຳເຂົ້າສິນຄ້າ ຫຼື ການຊື້ສິນຄ້າ ແລະ ການບໍລິການຢູ່ພາຍໃນປະເທດ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວທຸລະກິດ;
- ໄລຍະແຈ້ງການ ແລະ ການມອບອາກອນມູນຄ່າເພີ່ມ ໝາຍເຖິງ ໄລຍະທີ່ຜູ້ມອບອາກອນມູນຄ່າເພີ່ມ ຕ້ອງແຈ້ງ ແລະ ມອບອາກອນມູນຄ່າເພີ່ມທັງໝົດ ທີ່ຕິດພັນກັບການເຄື່ອນໄຫວດຳເນີນທຸລະກິດໃນໄລຍະນັ້ນ;
- ຜູ້ບໍ່ມີພູມລຳເນົາ ໝາຍເຖິງ ຜູ້ບໍ່ມີທີ່ຢູ່ຖາວອນໃນການດຳລົງຊິວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ;
- ເລືອດຄົນ ໝາຍເຖິງ ຜະລິດຕະພັນ ຈາກເລືອດຄົນ ແລະ ນ້ຳເລືອດ ທີ່ໄດ້ຮັບຢັ້ງຢືນການແພດວ່າມີຄູນນະພາບ;
- ການຂົນສົ່ງຜ່ານແດນສາກົນ ໝາຍເຖິງ ການບໍລິການຂົນສົ່ງ ຜູ້ໂດຍສານ, ສິນຄ້າ ແລະ ເຄື່ອງຂອງຜ່ານແດນ ສປປ ລາວ;
- ລັດຖະການສ່ວຍສາອາກອນ ໝາຍເຖິງ ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ ແລະ ສ່ວຍສາອາກອນປະຈຳເມືອງ, ເທດສະບານ, ນະຄອນ;
- ຫ້ອງການສ່ວຍສາອາກອນ ໝາຍເຖິງ ບ່ອນເຮັດວຽກຂອງພະນັກງານ-ລັດຖະກອນສ່ວຍສາອາກອນແຕ່ລະຂັ້ນ;
- ເຈົ້າໜ້າທີ່ສ່ວຍສາອາກອນ ໝາຍເຖິງພະນັກງານສ່ວຍສາອາກອນ ທີ່ຖືກແຕ່ງຕັ້ງໃຫ້ໄປເຄື່ອນໄຫວ ແລະ ປະຕິບັດໜ້າທີ່ຢູ່ສະຖານທີ່ສະເພາະ ຫຼື ວຽກງານໃດໜຶ່ງ.
ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບອາກອນມູນຄ່າເພີ່ມ
ລັດວາງນະໂຍບາຍກ່ຽວກັບອາກອນມູນຄ່າເພີ່ມ ເພື່ອຊຸກຍູ້ ສົ່ງເສີມ ການຜະລິດສິນຄ້າ ແລະ ການບໍລິການ, ການລົງທຶນມີການຂະຫຍາຍຕົວຕໍ່ເນື່ອງ, ພັດທະນາລະບົບ ການຈັດເກັບ ແລະ ການແຈ້ງມອບອາກອນມູນຄ່າເພີ່ມ ໃຫ້ມີຄວາມສະດວກ, ທັນສະໄໝ ແລະ ຮັບປະກັນຄວາມຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້.
ລັດ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃນການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ໃຫ້ຂະແໜງການຂອງລັດ ດ້ວຍການປະກອບ ບຸກຄະລາກອນ, ງົບປະມານ, ໂຄງລ່າງພື້ນຖານ, ພາຫະນະ ແລະ ວັດຖຸປະກອນຮັບໃຊ້ທີ່ຈຳເປັນ ຕາມຄວາມສາມາດໃນແຕ່ລະໄລຍະ.
ລັດ ສ້າງສະພາບແວດລ້ອມທີ່ດີ, ເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ໃນການແຈ້ງ ແລະ ມອບອາກອນມູນຄ່າເພີ່ມ.
ມາດຕາ 5 (ປັບປຸງ) ຫຼັກການກ່ຽວກັບວຽກງານອາກອນມູນຄ່າເພີ່ມ
ໃນການເຄື່ອນໄຫວວຽກງານອາກອນມູນຄ່າເພີ່ມ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
- ຄຸ້ມຄອງລວມສູນລະບົບພື້ນຖານຂອງອາກອນມູນຄ່າເພີ່ມ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ;
- ສົ່ງເສີມການຜະລິດສິນຄ້າ, ການບໍລິການ, ການລົງທຶນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ;
- ຮັບປະກັນຄວາມທັນສະໄໝ, ບໍລິການສະດວກ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ ແລະ ກວດສອບໄດ້;
- ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ;
- ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ມາດຕາ 6 ພັນທະຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ລ້ວນແຕ່ມີພັນທະເສຍອາກອນມູນຄ່າເພີ່ມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.
ມາດຕາ 7 ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດ, ຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ.
ມາດຕາ 8 ການຮ່ວມມືສາກົນ
ລັດ ເປີດກ້ວາງ ແລະ ສົ່ງເສີມ ໃຫ້ມີການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານອາກອນມູນຄ່າເພີ່ມ ດ້ວຍການແລກປ່ຽນຂໍ້ມູນ ຂ່າວສານ, ບົດຮຽນ, ເຕັກນິກ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບທາງດ້ານວິຊາການ, ປະຕິບັດສົນທິສົນຍາ ແລະ ສັນຍາສາກົນ ທີ່ ສປປ ລາວເປັນພາຄີ.
ພາກທີ II
ລະບົບພື້ນຖານຂອງອາກອນມູນຄ່າເພີ່ມ
ມາດຕາ 9 (ໃໝ່) ລະບົບພື້ນຖານຂອງອາກອນມູນຄ່າເພີ່ມ
ລະບົບພື້ນຖານຂອງອາກອນມູນຄ່າເພີ່ມ ມີດັ່ງນີ້:
- ການເກັບອາກອນມູນຄ່າເພີ່ມ;
- ການຄິດໄລ່ອາກອນມູນຄ່າເພີ່ມ;
- ການຫັກ ແລະ ການສົ່ງຄືນ ອາກອນມູນຄ່າເພີ່ມ;
- ການແຈ້ງ ແລະ ການມອບ ອາກອນມູນຄ່າເພີ່ມ;
- ການເຂົ້າ-ອອກລະບົບອາກອນມູນຄ່າເພີ່ມ;
- ການຖືບັນຊີ ແລະ ການອອກໃບເກັບເງິນ;
- ການກວດກາ ແລະ ການຄຸ້ມຄອງອາກອນມູນຄ່າເພີ່ມຄ້າງມອບ.
ໝວດທີ 1
ການເກັບອາກອນມູນຄ່າເພີ່ມ
ມາດຕາ 10 (ປັບປຸງ) ຜູ້ເກັບອາກອນມູນຄ່າເພີ່ມ
ຜູ້ເກັບອາກອນມູນຄ່າເພີ່ມ ປະກອບມີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ, ເຈົ້າໜ້າທີ່ພາສີ ແລະ ຜູ້ຊື້ການສະໜອງ ສິນຄ້າ ແລະ ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ຫຼື ມີພູມລຳເນົາ ແຕ່ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດຕາມກົດໝາຍຂອງ ສປປ ລາວ.
ມາດຕາ 11 (ປັບປຸງ) ກິດຈະກໍາທີ່ຖືກເກັບອາກອນມູນຄ່າເພີ່ມ
ກິດຈະກຳທີ່ຖືກເກັບອາກອນມູນຄ່າເພີ່ມ ມີດັ່ງນີ້:
- ການນຳເຂົ້າສິນຄ້າ;
- ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ໂດຍ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ;
- ການສະໜອງການບໍລິການ ຢູ່ ສປປ ລາວ ໂດຍຜູ້ ບໍ່ມິພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ;
- ການສະໜອງບໍລິການ ຢູ່ເຂດນອກເສດຖະກິດພິເສດ ໃນ ສປປ ລາວ ຂອງວິສາຫະກິດ ທີ່ຈົດທະບຽນສ້າງຕັ້ງຢຸ່ໃນເຂດເສດຖະກິດພິເສດ;
- ການສະໜອງ ສິນຄ້າ ແລະ ການບໍລິການ ຜ່ານລະບົບເອເລັກໂຕນິກ.
ມາດຕາ 12 (ປັບປຸງ) ກິດຈະກໍາ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ
ກິດຈະກຳ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ ມີດັ່ງນີ້:
- ສຳລັບສິນຄ້າທີ່ນຳເຂົ້າ
- 1 ແນວພັນພຶດທຸກປະເພດ, ແນວພັນສັດ, ນ້ຳເຊື້ອສັດ, ວັກຊິນກັນພະຍາດ, ອຸປະກອນ ແລະ ນ້ຳຢາ (ໄນໂຕຣເຈນແຫຼວ) ເພື່ອເກັບຮັກສາ ວັກຊິນກັນພະຍາດ ແລະ ນ້ຳເຊື້ອສັດ, ຫົວອາຫານສັດ, ວັດຖຸດີິບຮັບໃຊ້ການຜະລິດຫົວອາຫານສັດ ແລະ ການຜະລິດວັກຊິນ;
1.2. ວັດຖຸດິບທີ່ນຳໃຊ້ເຂົ້າໃນການຜະລິດຝຸ່ນ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ຝຸ່ນຊິວະພາບ, ຝຸ່ນວິທະຍາສາດ, ຢາປາບສັດຕູພືດ ທີ່ບໍ່ເປັນອັນຕະລາຍຕໍ່ລະບົບນິເວດ, ສຸຂະພາບ ແລະ ຊິວິດ ຂອງຄົນ ແລະ ສັດ;
1.3. ວັດຖຸປະກອນ ແລະ ເຄື່ອງກົນຈັກ ຮັບໃຊ້ວຽກກະສິກ
1.4. ວັດຖຸດິບ, ແຮ່ທາດ, ວັດຖຸປະກອນ ແລະ ຊິ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດ ເພື່ອສົ່ງອອກ;
1.5. ວັດຖຸປະກອນ ທີ່ບໍ່ສາມາດ ສະໜອງ ຫຼື ຜະລິດໄດ້ ໃນ ສປປ ລາວ ແລະ ພາຫະນະກົນຈັກ ເພື່ອເປັນຊັບສົມບັດຄົງທີ່ ແລະ ຮັບໃຊ້ການຜະລິດໂດຍກົງ
1.6. ເຄມີເພື່ອການຄົ້ນຄ້ວາ, ທົດລອງ, ການວິໄຈວິທະຍາສາດ ຂອງອົງການຈັດຕັ້ງລັດ;
1.7. ສະແຕັມອາກອນ ຫຼື ສະແຕັມໄປສະນີ;
1.8. ເຮືອບິນ ແລະ ວັດຖຸປະກອບຮັບໃຊ້ການຂົນສົ່ງທາງອາກາດ ທັງພາຍໃນ ແລະ ຕ່າງປະເທດ;
1.9. ນໍ້າມັນເຊື້ອໄຟ ແລະ ນ້ຳມັນອື່ນ ເພື່ອຮັບໃຊ້ການບໍລິການຂົນສົ່ງສາກົນທາງອາກາດ;
1.10. ສິນຄ້າ ເພື່ຶອນຳໃຊ້ໃນວຽກງານທາງລັດຖະການຂອງສະຖານເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນທີ່ປະຈຳຢູ່ ສປປ ລາວ ຕາມຂໍ້ຕົກລົງ, ສັນຍາສາກົນ ແລະ ຕາມການອະນຸຍາດຂອງກະຊວງທີ່ກ່ຽວຂ້ອງ;
1.11. ປື້ມ ແບບຮຽນ, ແບບສອນ, ອຸປະກອນທີ່ທັນສະໄໝ ເພື່ອຮັບໃຊ້ການຮຽນ ການສອນ, ຮັບໃຊ້ໃນຫ້ອງຄົ້ນຄ້ວາ ແລະ ທົດລອງ ທີ່ໄດ້ຮັບອະນຸຍາດຈາກກະຊວງທີ່ກ່ຽວຂ້ອງ
1.12. ຄໍາແທ່ງ ເພື່ອຄ້ຳປະກັນການພີມທະນະບັດ, ການນຳເຂົ້າທະນະບັດ ແລະ ການນຳເຂົ້າເຈ້ຍ ຫຼື ໂລຫະ ເພື່ອພີມທະນະບັດ ໂດຍທະນາຄານ ແຫ່ງ ສປປ ລາວ ຫຼື ຜູ້ໄດ້ຮັບມອບສິດຈາກທະນາຄານແຫ່ງ ສປປ ລາວ;
1.13. ຢາປິ່ນປົວສັດ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງການຂອງສັດ
1.14. ຢາພື້ນເມືອງ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງຄົນ, ເລືອດຄົນ,ເຄື່ອງຄ້ຳຊູ, ລໍ້ຮັບໃຊ້ຄົນເຈັບ, ຄົນພິການ ແລະ ຜູ້ສູງອາຍຸ;
1.15. ເຄື່ອງມື, ອຸປະກອນການແພດ, ເຄື່ອງວິເຄາະຕ່າງໆ ເພື່ອຮັບໃຊ້ບໍລິການສັງຄົມຂອງບັນດາໂຮງໝໍ, ສຸກສາລາ;
1.16. ຍານພາຫະນະຮັບໃຊ້ວຽກງານວິຊາສະເພາະ, ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ ເປັນຕົ້ນ ລົດດັບເພີງ, ລົດຮັບສົ່ງຄັນເຈັບ, ລົດສ້ອມແປງ, ລົດຖ່າຍທອດໂທລະພາບ, ວິທະຍຸ ແລະ ລົດວິຊາສະເພາະອື່ນ ຂອງຂະແໜງການລັດ ແລະ ອົງການຈັດຕັ້ງສັງຄົມ;
1.17. ລົດຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍົກເວັ້ນລົດຮັບໃຊ້ວຽກງານບໍລິຫານ
1.18. ເຄື່ອງຮັບໃຊ້ບາງປະເພດ ແລະ ຂອງຂັວນ ຂອງນັກສຶກສາ, ພະນັກດງານ-ລັດຖະກອນ, ນັກການທູດ ທີ່ສຳເລັດວຽກງານຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດທີ່ມີຈຸດປະສົງຍົກຍ້າຍມາຢູ່ ສປປ ລາວ ແບບຖາວອນ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ຍົກເວັ້ນວັດຖຸສິ່ງຂອງທີ່ໄດ້ຈາກການສືບທອດມູນມໍລະດົກ;
1.19. ສິນຄ້າ ເພື່ອສະໜອງໃຫ້ແກ່ໂຄງການຊ່ວຍເຫຼືອລ້າ ຊຶ່ງໄດ້ກຳນົດໄວໃນສັນຍາ, ຂໍ້ຜູກພັນ ທີ່ລັດຖະບານເຊັນກັບຕ່າງປະເທດ.
- ສໍາລັບການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ:
2.1. ພືດກະສິກຳທີ່ຍັງບໍ່ທັນໄດ້ຮັບການປຸງແຕ່ງ ຫຼື ຜ່ານການປຸງແຕ່ງຂັ້ນຕົ້ນ ເປັນຕົ້ນການຝານ, ການບົດ, ການສິເອົາເປືອກອອກ, ການເອົາເມັດອອກ;
2.2. ສັດທຸກປະພດທີ່ມີຊິວິດ ຫຼື ບໍ່ມີຊິວິດ ທັງເປັນໂຕ ຫຼື ເປັນຊິ້ນສ່ວນ ທີ່ຍັງບໍ່ທັນໄດ້ປຸງແຕ່ງ ຫຼື ໄດ້ປຸງແຕ່ງຂັ້ນຕົ້ນ ເພື່ອເຮັດໃຫ້ຢູ່ໃນສະພາບສົດ ຫຼື ບໍ່ໃຫ້ເນົ່າເປື່ອຍ;
2.3. ການບໍລິການ ປູກຕົ້ນໄມ້ໃຫ້ເປັນປ່າ, ຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ເປັນຢາ;
2.4. ແນວພັນພຶດທຸກປະເພດ, ແນວພັນສັດ, ຫົວອາຫານສັດ, ຢາວັກຊິນ, ວັດຖຸດິບ ຮັບໃຊ້ການຜະລິດຫົວອາຫານສັດ ແລະ ການຜະລິດຢາວັກຊິນ;
2.5. ວັດຖຸດິບ ທີ່ນຳໃຊ້ເຂົ້າໃນການຜະລິດຝຸ່ນ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ຝຸຸ່ນຊິວະພາບ, ຝຸ່ນວິທະຍາສາດ, ຢາປາບສັດຕູ້ພືດ ທີ່ບໍ່ເປັນອັນຕະລາຍຕໍ່ລະບົບນິເວດ, ສຸຂະພາບ ແລະ ຊິວິດຂອງຄົນ ແລະ ສັດ;
2.6. ສິນຄ້າໃນເຮືອບິນທີ່ບໍລິການຂົນສົ່ງສາກົນທາງອາກາດ;
2.7. ວັດຖຸປະກອນ ແລະ ເຄື່ອງກົນຈັກ ຮັບໃຊ້ວຽກງານກະສິກຳ;
2.8. ວັດຖຸດິບ ອຸປະກອນ ແລະ ຊິ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດ ເພື່ອສົ່ງອອກ;
2.9. ສະແຕັມອາກອນ ຫຼື ສະແຕັມໄປສະນີ;
2.10. ການຂົນສົ່ງຜ່ານແດນສາກົນ;
2.11. ປື້ມ ແບບຮຽນ, ແບບສອນ, ອຸປະກອນທີ່ທັນສະໄໝ ເພື່ອຮັບໃຊ້ການຮຽນ ການສອນ, ຮັບໃຊ້ໃນຫ້ອງຄົ້ນຄ້ວາ ແລະ ທົດລອງ ທີ່ໄດ້ຮັບອະນຸຍາດຈາກກະຊວງທີ່ກ່ຽວຂ້ອງ;
2.12. ໜັງສືພີມ, ວາລະສານການເມືອງ ການບໍລິການ ລາຍການໂທລະພາບ, ວິທະຍຸກະຈາຍສຽງ ທີ່ເຜີຍແຜ່ແນວທາງ, ນະໂຍບາຍ ແລະ ຮັບໃຊ້ໜາ້ທີ່ການເມືອງຂອງລັດ ບໍ່ມີລັກສະນະທຸລະກິດ;
2.13. ການບໍລິການກ່ຽວກັບການສຶກສາ ແລະ ກິລາ ເປັນຕົ້ນ ໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊິີບ, ວິທະຍາໄລ, ວິທະຍາຄານ ແລະ ມະຫາວິທະຍາໄລ, ໂຮງຮຽນສອນກິລາ ແລະ ກາຍຍະກຳ;
2.14. ດອກເບ້ຍເງິນຝາກ, ດອກເບ້ຍເງິນກູ້, ລາຍຮັບຈາກການໂອນເງິນ, ກຳໄລຈາກອັດຕາແລກປ່ຽນ ແລະ ທຸລະກຳທາງດ້ານການເງິນອື່ນ ຈາກການເຄື່ອນໄຫວຂອງທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ;
2.15. ຜົນຕອບແທນທີ່ໄດ້ຈາກການລົງທຶນໃນຫຼັກຊັບ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ, ການບໍລິການຂອງຕະຫຼາດຫຼັກຊັບ, ການບໍລິການຂອງສູນຮັບຝາກຫຼັກຊັບ, ການບໍລິການຂອງສະຖາບັນສື່ກາງດ້ານຫຼັກຊັບ ທີ່ໃຫ້ບໍລິການໃນຂົງເຂດວຽກງານຫຼັກຊັບ ແລະ ການບໍລິການອື່ນໃນຂົງເຂດວຽກງານຫຼັກຊັບ;
2.16. ກິດຈະການປະກັນໄພ ສຸຂະພາບ, ຊິວິດ, ສັດລ້ຽງ ແລະ ຕົ້ນໄມ້ປູກ;
2.17. ການບໍລິການ ກວດ, ປິ່ນປົວ ແລະ ວິໄຈ ພະຍາດ ຄົນ ແລະ ສັດ;
2.18. ຢາປິ່ນປົວສັດ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງສັດ;
2.19. ຢາພື້ນເມືອງ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງຄົນ, ເລືອດຄົນ, ເຄື່ອງຄ້ຳຊູ, ລໍ້ຮັບໃຊ້ ຄົນເຈັບ, ຄົນພິການ ແລະ ຜູ້ອາຍຸສູງ;
2.20. ເຄື່ອງມື, ອຸປະກອນການເພດ, ເຄື່ອງວິເຄາະຕ່າງໆ ໃຫ້ແກ່ບັນດາໂຮງໝໍ, ສຸກສາລາ, ເພື່ອຮັບໃຊ້ບໍລິການສັງຄົມ;
2.21. ສິນຄ້າ ແລະ ການບໍລິການ ໃຫ້ແກ່ໂຄງການຊ່ວຍເຫຼືອລ້າ ຊື່ງໄດ້ກຳນົດໄວ້ໃນສັນຍາ, ຂໍ້ຜູກພັນ ທີ່ລັດຖະບານເຊັນກັບຕ່າງປະເທດ.
ກະຊວງການເງິນ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກຳນົດບັນຊີລະອຽດກ່ຽວກັບ ສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ.
ມາດຕາ 13 (ໃໝ່) ສະຖານທີ່ສະໜອງ ສິນຄ້າ ແລະ ການບໍລິການ ທີ່ຖືກອາກອນມູນຄ່າເພີ່ມ
ສະຖານທີ່ສະໜອງ ສິນຄ້າ ແລະ ການບໍລິການ ທີ່ຖືກເກັບອາກອນມູນຄ່າເພີ່ມ ແມ່ນ ບ່ອນສະໜອງສິນຄ້າ ແລະ ບໍລິການ ທີ່ເກີດຂື້ນໃນດິນແດນຂອງ ສປປ ລາວ ຊຶ່ງມີ ດັ່ງນີ້:
- ສະຖານທີ່ສະໜອງສິນຄ້າ:
1.1. ຢູ່ບ່ອນສິນຄ້າທີ່ມີຕົວຈິງໃນເວລາສະໜອງ ສຳລັບການສະໜອງສິນຄ້າ ທີ່ບໍ່ມີການຂົນສົ່ງ;
1.2. ຢູ່ບ່ອນການຂົນສົ່ງສິນຄ້າເລີ່ມຕົ້ນ ສຳລັບການສະໜອງສິນຄ້າ ທີ່ບໍ່ມີການຂົນສົ່ງໂດຍຜູ້ສະໜອງເອງ ຫຼື ໃນນາມຜູ້ສະໜອງ ໂດຍຜູ້ຊື້ ຫຼື ໃນນາມຜູ້ຊື້;
1.3. ຢູ່ບ່ອນສິນຄ້າຖືກຕິດຕັ້ງ ຫຼື ປະກອບ ສຳລັບການສະໜອງສິນຄ້າ ທີ່ມີການຕິດຕັ້ງ ຫຼື ປະກອບໂດຍຜູ້ສະໜອງເອງ ຫຼື ໃນນາມຜູ້ສະໜອງ;
1.4. ຢູ່ ສປປ ລາວ ສໍາລັບສິນຄ້າທີ່ຖືກຂາຍຢູ່ຕ່າງປະເທດ ໂດຍຜູ້ມອບອາກອນມູນຄ່າເພີ່ມ ກ່ອນຖືກຂົນສົ່ງ ແລະ ຖືກນຳເຂົ້າມາ ສປປ ລາວ ໂດຍຜູ້ມອບເອງ ຫຼື ໃນນາມຜູ້ມອບ ໃຫ້ຜູ້ຊື້ທີ່ມີພູມລຳເນົາ ຫຼື ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ;
1.5. ຢູ່ ສປປ ລາວສຳລັບການສະໜອງສິນຄ້າຕົວຈິງຢູ່ ສປປ ລາວ ແຕ່ຖືກຂົນສົ່ງໄປຕ່າງປະເທດ ຫຼື ໄປເຂດເສດຖະກິດພິເສດ ໂດຍຜູ້ສະໜອງ ຫຼື ຜູ້ຊື້ເອງ;
1.6. ຢູ່ ສປປ ລາວ ສໍາລັບການສະໜອງສິນຄ້າ ກ່ອນການແຈ້ງເສຍພາສີຂາເຂົ້າ ໂດຍຜູ້ນຳເຂົ້າ.
2. ສະຖານທີ່ສະໜອງການບໍລິການ:
ສະຖານທີ່ສະໜອງການບໍລິການ ແມ່ນຢູ່ ສປປ ລາວ ຊຶ່ງມີກໍລະນິດັ່ງນີ້:
2.1. ຢູ່ບ່ອນຜູ້ຮັບການສະໜອງບໍລິການ ທີ່ມີພູມລຳເນົາ ແລະ ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ;
2.2. ຢູ່ບ່ອນການບໍລິການທີ່ປຶກສາ ພົວພັນກັບຂໍ້ມູນ ຢູ່ ສປປ ລາວ ເຖິງວ່າຜູ້ຮັບການສະໜອງການບໍລິການ ຈະມີພູມລຳເນົາ ແລະ ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ຫຼື ບໍ່ ກໍ່ຕາມ;
2.3. ຢູ່ບ່ອນການບໍລິການ ທີ່ຕິດພັນໂດຍກົງກັບອະສັງຫາຣິມະຊັບຕັ້ງຢູ່ ສປປ ລາວ ເຊັ່ນ ການອອກແບບ, ການກໍ່ສ້າງ, ການບຳລົງຮັກສາ, ການສ້ອບແປ້ງ, ການບໍລິການ ແລະ ການເຄື່ອນໄຫວອື່ນ;
2.4. ຢູ່ບ່ອນການບໍລິການໃຫ້ເຊົ່າສິນຄ້າ ຫຼື ຊັບສິນຂອງວິສາຫະກິດ ທີ່ສາມາດເຄື່ອນຍ້າຍໄດ້ ເຊັ່ນ ລົດ, ເຮືອ, ເຮືອບິນ ຂອງຜູ້ມອບອາກອນມູນຄ່າເພີ່ມ ຖ້າວ່າສິນຄ້ານັ້ນຖືກນຳໃຊ້ຕົວຈິງຢູ່ ສປປ ລາວ;
2.5. ຢູບ່ອນບໍລິການຂົນສົ່ງໂດຍສານ ແລະ ສິນຄ້າ ຖ້າວ່າການເຄື່ອນໄຫວຕົວຈິງຫາກເກີດຂື້ນຢູ່ ສປປ ລາວ;
2.6. ຢູ່ບ່ອນການບໍລິການກິດຈະກຳທາງດ້ານ ວັດທະນາທຳ, ສິນລະປະກຳ, ກິລາ, ວິທະຍາສາດ, ການສຶກສາ, ບັນເທີງ ຫຼື ຄ້າຍຄືກັນ ລວມເຖິງການສະໜອງການບໍລິການໃຫ້ຜູ້ຈັດງານທີ່ກ່ຽວຂ້ອງກັບກິດຈະກຳເຫຼົ່ານັ້ນ;
2.7. ຢູ່ບ່ອນການບໍລິການ ດ້ານໄປສະນີ ແລະ ໂທລະຄົມມະນາຄົມ ຖ້າວ່າບ່ອນສະໜອງການບໍລິການດັ່ງກ່າວ ຫາກຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ເຖິງວ່າຜູ້ຮັບການສະໜອງການບໍລິການຈະຢູ່ພາຍໃນ ຫຼື ຢູ່ຕ່າງປະເທດກໍຕາມ;
2.8. ຢູ່ບ່ອນການບໍລິການທ່ອງທ່ຽວ ທີ່ຂາຍໃນລາຄາລວມເອົາຄ່າບໍລິການຫຼາຍຢ່າງ.
ໝວດທີ 2
ການຄິດໄລ່ອາກອນມູນຄ່າເພີ່ມ
ມາດຕາ 14 (ປັບປຸງ) ວິທີຄິດໄລ່ອາກອນມູນຄ່າເພີ່ມ
ວິທີຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ເອົາພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ ຄູນອັດຕາອາກອນມູນຄ່າເພີ່ມ.
ມາດຕາ 15 (ປັບປຸງ) ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ
ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ ມີ ດັ່ງນີ້:
- ລາຄາຊື້-ຂາຍຕົວຈິງຮອດຊາຍແດນ ບວກພາສີຂາເຂົ້າ ບວກອາກອນຊົມໃຊ້ (ຖ້າມີ) ສຳລັບການນຳເຂົ້າສິນຄ້າ;
- ມູນຄ່າການສະໜອງ ສິນຄ້າ ແລະ ການບໍລິການ ບວກອາກອນຊົມໃຊ້ ( ຖ້າມີ) ແຕ່ບໍ່ລວມອາກອນມູນຄ່າເພີ່ມ ສຳລັບການສະໜອງ ສິນຄ້າ ແລະ ການບໍລິການ ພາຍໃນປະເທດ;
- ມູນຄ່າການຊື້ການບໍລິການຕົວຈິງ ທີ່ບໍ່ລວມອາກອນມູນຄ່າເພີ່ມ ສຳລັບການສະໜອງການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ;
- ມູນຄ່າຊື້ສິນຄ້າ ແລະ ການບໍລິການຕົວຈິງ ທີ່ບໍ່ລວມອາກອນມູນຄ່າເພີ່ມ ສຳລັບການສະໜອງສິນຄ້າ ແລະ ການບໍລິການ ຈາກຜູ້ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ
- ລາຄາຊື້-ຂາຍຕົວຈິງຮອດຊາຍແດນ ບວກພາສີຂາເຂົ້າ ບວກອາກອນຊົມໃຊ້ (ຖ້າມີ) ບວກກຳໄລລວມ ສຳລັບຜູ້ບໍ່ຢູ່ໃນລະບົບອາກອນມູນຄ່າເພີ່ມ;
- ມູນຄ່າການສະໜອງ ສິນຄ້າ ແລະ ການບໍລິການ ຕາມຕົວຈິງ ຫຼື ທ້ອງຕະຫຼາດ ບວກອາກອນຊົມໃຊ້ (ຖ້າມີ) ສຳລັບ ການຜູ້ຊົມໃຊ້ເອງ, ແລກປ່ຽນ ຫຼື ໃຫ້ລ້າ;
- ມູນຄ່າການສະຫນອງ ສິນຄ້າ ແລະ ການບໍລິການຕົວຈິງ ບວກອາກອນຊົມໃຊ້ (ຖ້າມີ) ສຳລັບການສະໜອງສິນຄ້າ ແລະ ການບໍລິການ ຜ່ານລະບົບເອເລັກໂຕຣນິກ.
ໃນກໍລະນິຜູ້ມອບອາກອນມູນຄ່າເພີ່ມມີລາຍຮັບສຳຮອງ ກໍໃຫ້ລວມເຂົ້າພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມອັນດຽວ.
ຖ້າວ່າລາຍຮັບຈາກການດຳເນີນທຸລະກິດ ຫາກເປັນເງິນຕາຕ່າງປະເທດ ກໍໃຫ້ຄິດໄລ່ເປັນກີບ ຕາມອັດຕາແລກປ່ຽນທາງການຂອງ ສປປ ລາວ ໃນເວລານັ້ນ.
ມາດຕາ 16 ການດັດແກ້ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ
ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ ຈະຖືກດັດແກ້ຕາມແຕ່ລະກໍລະນີ ດັ່ງນີ້:
- ລູກຄ້າສົ່ງສິນຄ້າ ຫຼື ຄ່າບໍລິການຄືນ ບາງສ່ວນ ຫຼື ທັງໝົດ;
- ຜູ້ມອບອາກອນມູນຄ່າເພີ່ມຍົກເລີກການຊື້ສິນຄ້າ ຫຼື ການບໍລິການຕາມພາຍຫຼັງ;
- ຜູ້ມອບອາກອນມູນຄ່າເພີ່ມ ໄດ້ມີການຫຼຸດ ຫຼື ເພີ່ມລາຄາສິນຄ້າ ຫຼື ການບໍລິການຕາມພາຍຫຼັງ;
ການດັດແກ້ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ ຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ເທິງນີ້ ຈະຖືກປະຕິບັດໄດ້ ກໍ່ຕໍ່ເມື່ອຜູ້ສະໜອງໄດ້ອອກໃບເກັບເງິນທີ່ມີອາກອນມູນຄ່າເພີ່ມ ແລະ ໄດ້ແຈ້ງມອບຈຳນວນເງິນອາກອນມູນຄ່າເພີ່ມ ຕາມກົດໝາຍ.
ມາດຕາ 17 (ປັບປຸງ) ອັດຕາອາກອນມູນຄ່າເພີ່ມ
ອັດຕາອາກອນມູນຄ່າເພີ່ມ ມີ ດັ່ງນີ້:
- ອັດຕາ ສິບ ສ່ວນຮ້ອຍ (10%) ສໍາລັບການນຳເຂົ້າສິນຄ້າ, ການສະໜອງ ສິນຄ້າ ແລະ ການບໍລິການ ທີ່ຖືກເກັບອາກອນມູນຄ່າເພີ່ມຢູ່ພາຍໃນ ສປປ ລາວ;
- ອັດຕາ ສູນ ສ່ວນຮ້ອຍ (0%) ສໍາລັບການສົ່ງສິນຄ້າໄປປະເທດຕ່າງໆ.
ມາດຕາ 18 ການຄິດໄລ່ ແລະ ເກັບອາກອນມູນຄ່າເພີ່ມ
ການຄິດໄລ່ ແລະ ເກັບອາກອນມູນຄ່າເພີ່ມ ໃຫ້ປະຕິບັດຕາມແຕ່ລະກໍລະນີ ດັ່ງນີ້:
- ການນຳເຂົ້າສິນຄ້າຈາກຕ່າງປະເທດ ໃຫ້ຄິດໄລ່ ແລະ ເກັບໃນເວລາແຈ້ງພາສີເຂົ້າ;
- ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ໃຫ້ຄິດໄລ່ ແລະ ເກັບໃນເວລາການສະໜອງສິນຄ້າ ແລະ ການບໍລິການ;
- ສິນຄ້າ ແລະ ການບໍລິການ ທີ່ຊົມໃຊ້ດ້ວຍຕົນເອງ ຫຼື ການໃຫ້ລ້າ ໃຫ້ຄິດໄລ່ ແລະ ເກັບໃນເວລາມີການນຳໃຊ້ຕົວຈິງ ຫຼື ໃນເວລາທີ່ມີການໂອນ ຫຼື ມອບກຳມະສິດ;
- ການຊື້ການບໍລິການຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ມີພູມລຳເນົາ ຫຼື ມີພູມລຳເນົາແຕ່ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ໃຫ້ຫັກ ແລະ ເກັບເງິນອາກອນມູນຄ່າເພີ່ມໄວ້ໃນເວລາມີການເບີກຈ່າຍເງິນໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງດັ່ງກ່າວ.
ມາດຕາ 19 ກໍານົດເວລາຄິດໄລ່ເກັບອາກອນມູນຄ່າເພີ່ມຄືນ
ເຈົ້າໜ້າທີ່ສ່ວຍສາອາກອນ ສາມາດຄິດໄລ່ເກັບອາກອນມູນຄ່າເພີ່ມຄືນຢ້ອນຫຼັງໄດ້ ພາຍໃນເວລາ ສາມປີ ນັບແຕ່ວັນໄດ້ສະໜອງ ສິນຄ້າ ແລະ ການບໍລິການ ທີ່ມີອາກອນມູນຄ່າເພີ່ມເກີດຂື້ນ ຫາກເຫັນວ່າມີຫຼັກຖານຢັ້ງຢືນຊັດເຈນ ແລະ ຂໍ້ມູນພຽງພໍ.
ອາກອນມູນຄ່າເພີ່ມທີ່ຄິດໄລ່ເກັບຄືນນັ້ນ ຕ້ອງມອບພາຍໃນເວລາ ສິບຫ້າ ວັນ ນັບແຕ່ວັນທີ່ລັດຖະການສ່ວຍສາອາກອນ ໄດ້ອອກເອກະສານຄິດໄລ່ທາງການ ເປັນຕົ້ນໄປ.
ໝວດທີ 3
ການຫັກ ແລະ ການສົ່ງຄືນ ອາກອນມູນຄ່າເພີ່ມ
ມາດຕາ 20 (ໃໝ່) ການຫັກອາກອນມູນຄ່າເພີ່ມ
ການຫັກອາກອນມູນຄ່າເພີ່ມ ແມ່ນ ການຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ຄືນໃຫ້ຜູ້ມອບອາກອນມູນຄ່າເພີ່ມ.
ມາດຕາ 21 ຜູ້ມີສິດຫັກອາກອນມູນຄ່າເພີ່ມສົ້ນເຂົ້າ
ຜູ້ມີສິດຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ແມ່ນ ຜູ້ມອບອາກອນມູນຄ່າເພີ່ມທີ່ປະຕິບັດຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ກຳນົດໄວ້ໃນມາດຕາ 22 ແລະ 23 ຂອງກົດໝາຍສະບັບນີ້.
ມາດຕາ 22 (ປັບປຸງ) ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ອະນຸຍາດໃຫ້ຫັກ
ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ອະນຸຍາດໃຫ້ຫັກ ແມ່ນ ອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ຕິດພັນໂດຍກົງກັບ ສິນຄ້າ ແລະ ການບໍລິການ ທີ່ນຳໃຊ້ເຂົ້າໃນການຜະລິດ, ການດຳເນີນທຸລະກິດ ຫຼື ການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ.
ມາດຕາ 23 (ປັບປຸງ) ເງື່ອນໄຂການຫັກອາກອນມູນຄ່າເພີ່ມສົ້ນເຂົ້າ
ເງື່ອນໄຂການຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ມີ ດັ່ງນີ້:
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ມີການແຈ້ງມອບອາກອນມູນຄ່າເພີ່ມເປັນປົກກະຕິແຕ່ລະເດືອນ;
- ເອກະສານຢັ້ງຢືນການຂໍຫັກ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນ ໃບເກັບເງິນ, ໃບຮັບເງິນ, ໃບແຈ້ງມີເອກະສານຢັ້ງຢືນອື່ນ;
- ອາກອນມູນຄ່າເພີ່ມສົ້ນເຂົ້າ ຕ້ອງເລີ່ມຫັກໃນເດືອນທີ່ມີອາກອນມູນຄ່າເພີ່ມສົ້ນເຂົ້າເກີດຂື້ນຖ້າຫັກບໍ່ໝົດພາຍໃນສາມເດືອນ ແມ່ນສາມາດຂໍຄືນເປັນເງິນໄດ້;
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ມີລາຍຮັບທຸລະກິດປະຈຳປີ ບໍ່ເກີນ ສີ່ຮ້ອຍລ້ານ ກີບ ໃຫ້ຫັກອາກອນມູນຄ່າເພີ່ມສົ້ນເຂົ້າແບບກຳນົດ ໂດຍກະຊວງການເງິນ ເປັນຜູ້ວາງອອກ.
ສຳລັບ ການຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ຂອງກິດຈະກຳກ່ຽວກັບຊັບພະຍາກອນທຳມະຊາດ ແລະ ພະນັກງານໄຟຟ້ານັ້ນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 24 (ປັບປຸງ) ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ
ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ ແມ່ນ ອາກອນມູນຄ່າເພີ່ມທີ່ໄດ້ຈ່າຍໃນເວລານຳເຂົ້າ ສິນຄ້າ, ຊື້ສິນຄ້າ ແລະ ບໍລິການ ຕາມແຕ່ລະກໍລະນີ ດັ່ງນີ້:
- ອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ຕິດພັນກັບການສະໜອງ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ;
- ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ໄດ້ຮັບການຫັກ ຫຼື ສົ່ງຄືນແລ້ວ;
- ອາກອນມູນຄ່າເພີ່ມສົ້ນເຂົ້າ ຈາກການປະຕິບັດບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 22 ແລະ 23 ຂອງກົດໝາຍສະບັບນີ້;
- ອາກອນມູນຄ່າເພີ່ມສົ້ນເຂົ້າຂອງສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ນຳໃຊ້ໂດຍກົງເຂົ້າໃນການດຳເນີນທຸລະກິດ ຊຶ່ງຕິດພັນກັບລາຍຈ່າຍຂອງຜູ້ມອບອາກອນມູນຄ່າເພີ່ມ ມີ ດັ່ງນີ້:
- ລາຍຈ່າຍທີ່ຕິດພັນກັບການຊື້ ສິນຄ້າ ແລະ ການບໍລິການ ທີ່ບໍ່ເປັນການດຳເນີນທຸລະກິດໂດຍກົງ ເປັນຕົ້ນ ການຈັດງານລ້ຽງ, ງານສ້າງສັນ, ງານປະເພນີ, ສາສະໜາ, ສິ່ງຫຼຸຫຼາ, ຟູມເຟືອຍ, ການພັກຜ່ອນ, ການເຕັ້ນລຳ ຫຼື ບັນເທິງ, ການຕີກ໊ອບ ແລະ ກິລາ ອື່ນໆ, ຂອງຂັວນ, ລາງວັນ;
- ລາຍຈ່າຍນອກທຸູລະກິດ ແລະ ລາຍຈ່າຍສ່ວນຕົວຂອງເຈົ້າຂອງທຸລະກິດ, ຜູ້ຖືຮຸ້ນ, ຂາຮຸ້ນ ແລະ ພະນັກງານຂອງຕົນ;
- ລາຍຈ່າຍຂອງທຸລະກິດ ທີ່ບໍ່ມີເອກະສານຢັ້ງຢືນ ຫຼື ມີເອກະສານຢັ້ງຢືນ ແຕ່ບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ;
- ລາຍຈ່າຍທີ່ຕິດພັນກັບອັດຕາສ່ວນທີ່ບໍ່ເປັນລາຍຈ່າຍ ກ່ອນການຄິດໄລ່ອາກອນກຳໄລເປັນຕົ້ນ ຄ່າເດີນທາງ, ຄ່າຮັບແຂກ, ຄ່າໂທລະສັບ ແລະ ຄ່າໂຄສະນາ;
- ລາຍຈ່າຍທີ່ຕິດພັນກັບຊັບສົມບັດຄົງທີ່ ທີ່ບໍ່ໄດ້ຈົດ ຫຼື ໄດ້ຈົດເປັນຊັບສິນຂອງວິສາຫະກິດ ແຕ່ບໍ່ໄດ້ນຳໃຊ້ເຂົ້າໃນການດຳເນີນທຸລະກິດທັງໝົດ ຫຼື ບາງສ່ວນ ເຊັ່ນ ເອົາໃຫ້ຜູ້ຖືຮຸ້ນ, ຜູ້ອຳນວຍການ, ຜູ້ຈັດການ ຫຼື ພະນັກງານ ນຳໃຊ້ສ່ວນຕົວ ຫຼື ມີເກີນຄວາມຕ້ອງການໃນການດຳເນີນທຸລະກິດ;
- ລາຍຈ່າຍທີ່ຕິດພັນກັບ ໄຟຟ້າ, ນ້ຳປະປາ, ນ້ຳມັນເຊື້ອໄຟ, ອາຍແກັດ ສະເພາະອັດຕາສ່ວນທີ່ບໍ່ໄດ້ນຳໃຊ້ໂດຍກົງເຂົ້າໃນການດຳເນີນທຸລະກິດ;
- ລາຍຈ່າຍທີ່ຕິດພັນກັບ ຄອມພີວເຕີ, ໂນດບຸກ, ແທັບເລັດ, ໂທລະສັບມືຖື ທີ່ຈົດ ຫຼື ບໍ່ຈົດເປັນຊັບສິນຂອງຜູ້ມອບອາກອນມູນຄ່າເພີ່ມ;
- ສິນຄ້າ ທີ່ນຳໃຊ້ສ່ວນຕົວ ເຊັ່ນ ຢາສູບ, ເຄື່ອງດື່ມທີ່ມີທາດເຫຼົ້າ, ອາຫານ ແລະ ເຄື່ອງດື່ມທຸກຊະນິດ ແລະ ຜະລິດຕະພັນອື່ນ.
ມາດຕາ 25 (ປັບປຸງ) ຜູ້ມີສິດຂໍອາກອນມູນຄ່າເພີ່ມຄືນ
ຜູ້ມີສິດຂໍອາກອນມູນຄ່າເພີ່ມຄືນ ມີ ດັ່ງນີ້:
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ສົ່ງອອກສິນຄ້າ ຕາມກິດຈະກຳທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງກົດໝາຍສະບັບນີ້ ໄປຕ່າງປະເທດ ຫຼື ເຂດເສດຖະກິດພິເສດ;
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ຄວບກິດຈະການ, ແຍກກິດຈະການ, ຢຸດເຊົາ ຫຼື ລົ້ມລະລາຍ ຕາມກົດໝາຍ;
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຊຶ່ງໄດ້ໄລ່ລຽງເປັນແຕ່ລະເດືອນ ແຕ່ຫັກອາກອນມູນຄ່າເພີ່ມເຂົ້າບໍ່ໝົດ ພາຍໃນເວລາ ສາມເດືອນ ນັບແຕ່ເດືອນທີ່ມີອາກອນມູນຄ່າເພີ່ມເກີດຂື້ນ;
- ອົງການຈັດຕັ້ງສາກົນ, ສະຖານເອັກອັກຄະລັດຖະທູດ, ສະຖານກົງສູນ ແລະ ນັກການທູດຕາມການຢັ້ງຢືນຂອງກະຊວງການຕ່າງປະເທດ;
- ຜູ້ໂດຍສານ ແລະ ນັກທ້ອງທ່ຽວຕ່າງປະເທດ ຊື້ສິນຄ້າຢູ່ ສປປ ລາວ ແລະ ນຳສິນຄ້າດັ່ງກ່າວໄປຊົມໃຊ້ຢູ່ຕ່າງປະເທດ ໂດຍຜ່ານດ່ານສະໜາມບິນສາກົນ ຂອງ ສປປ ລາວ;
- ບຸກຄົນ, ນິຕິບຸກຄົນ ທີ່ໄດ້ມອບອາກອນມູນຄ່າເພີ່ມ ເກີນກວ່າທີ່ກຳນົດໄວ້ໃນກົດໝາຍ.
ມາຕາດ 26 (ປັບປຸງ) ອາກອນມູນຄ່າເພີ່ມທີ່ອະນຸຍາດໃຫ້ສົ່ງຄືນ
ອາກອນມູນຄ່າເພີ່ມທີ່ອະນຸຍາດໃຫ້ສົ່ງຄືນ ມີ ດັ່ງນີ້:
- ອາກອນມູນຄ່າເພີ່ມສົ້ນເຂົ້າ ຂອງກິດຈະກຳທີ່ກຳນົດໄວ້ໃນມາດຕາທີ່ 11 ຂອງກົດໝາຍສະບັບນີ້ ສຳລັບສິນຄ້າທີ່ສົ່ອອກໄປຕ່າງປະເທດ;
- ອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ຍັງເຫຼືອໃນເວລາຄວບກິດຈະການ, ແຍກກິດຈະການ, ຢຸດເຊົາກິດຈະການ, ຫຼື ລົ້ມລະລາຍ ຕາມກົດໝາຍ;
- ອາກອນມູນຄ່າເພີ່ມສົ້ນເຂົ້າ ຊຶ່ງໄດ້ໄລ່ລຽງເປັນແຕ່ລະເດືອນ ແຕ່ບໍ່ຫັກໝົດ ພາຍໃນເວລາ ສາມເດືອນ ນັບແຕ່ເດືອນທີ່ມີອາກອນມູນຄ່າເພີ່ມຂື້ນ;
- ອາກອນມູນຄ່າເພີ່ມທີ່ມອບເກີນ;
- ອາກອນມູນຄ່າເພີ່ມທີ່ຕິດພັນກັບການຊື້ສິນຄ້າ ຢູ່ພາຍໃນປະເທດ ຂອງອົງການຈັດຕັ້ງສາກົນ, ສະຖານເອກອັກຄະລັດຖະທູດ, ສະຖານກົງສູນ ແລະ ນັກການທູດ;
- ອາກອນມູນຄ່າເພີ່ມທີ່ຕິດພັນກັບການຊື້ສິນຄ້າຢູ່ ສປປ ລາວ ຂອງນັກທ່ອງທ່ຽວ ແລະ ຜູ້ໂດຍສານຂາອອກ ຊາວຕ່າງປະເທດ ເພື່ອໄປຊົມໃຊ້ຢູ່ຕ່າງປະເທດ.
ວິທີການ, ຂັ້ນຕອນ ແລະ ເງື່ອນໄຂ ການສົ່ງຄືນອາກອນມູນຄ່າເພີ່ມ ສຳລັບ ຂໍ້ທີ 5 ແລະ ຂໍ້ທີ 6 ຂອງມາດຕານີ້ ໄດ້ກຳນົດໄວ້ໃນລະບຽບການຕ່າງໆ.
ມາດຕາ 27 (ປັບປຸງ) ເງື່ອນໄຂຂອງການສົ່ງຄືນອາກອນມູນຄ່າເພີ່ມ
ການສົ່ງຄືນອາກອນມູນຄ່າເພີ່ມ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ມີການສົ່ງອອກສິນຄ້າໄປຕ່າງປະເທດ ຕ້ອງ:
- ຖືບັນຊີຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີ;
- ນຳໃຊ້ໃບເກັບເງິນຖືກຕ້ອງຕາມລະບຽບການກ່ຽວກັບໃບເກັບເງິນ;
- ມີສັນຍາຊື້-ຂາຍທີ່ກ່ຽວຂ້ອງ, ເອກະສານຢັ້ງຢືນການສົ່ງອອກຢ່າງຖືກຕ້ອງ ແລະ ຄົບຖ້ວນ;
- ຊຳລະຜ່ານລະບົບທະນາຄານ ຢູ່ ສປປ ລາວ;
- ແຈ້ງ ແລະ ມອບອາກອນມູນຄ່າເພີ່ມ ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ;
2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ມີການຄວບກິດຈະການ, ແຍກກິດຈະກຳ, ຢຸດເຊົາກິດຈະກຳ ຕ້ອງ:
- ມິສັນຍາຮ່ວມທຸລະກິດ ພ້ອມດ້ວຍເອກະສານຢັ້ງຢືນການຄວບ, ການແຍກກິດຈະການ ຈາກຂະແໜງການທີ່ກ່ຽວຂ້ອງ;
- ມີເອກະສານຢັ້ງຢືນການມອບພັນທະອາກອນ ທີ່ຖືກຕ້ອງ ແລະ ຄົບຖ້ວນ ພ້ອມດ້ວຍເອກະສານຢັ້ງຢືນການຢຸດເຊົາກິດຈະການຂອງຂະແໜງການທີ່ກ່ຽວຂ້ອງ;
3. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ມີການລົ້ມລະລາຍ ຕ້ອງມີເອກະສານ ແລະ ຄຳຕັດສິນຂອງສານກ່ຽວກັບການລົ້ມລະລາຍຂອງວິສາຫະກິດຕົນ.
ສໍາລັບການສົ່ງຄືນອາກອນມູນຄ່າເພີ່ມສົ້ນເຂົ້າ ຂອງກິດຈະກຳກ່ຽວກັບຊັບພະຍາກອນທຳມະຊາດ ແລະ ພະລັງງານໄຟຟ້າ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ການຄົ້ນຄ້ວາ ແລະ ພິຈາລະນາການສົ່ງຄືນອາກອນມູນຄ່າເພີ່ມ ໃຫ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງຂອງຂະແໜງສ່ວຍສາອາກອນ.
ມາດຕາ 28 (ປັບປຸງ) ການຂໍຄືນອາກອນມູນຄ່າເພີ່ມ
ການຂໍຄືນອາກອນມູນຄ່າເພີ່ມ ໃຫ້ດຳເນີນໄປແຕ່ລະເດືອນ ແລະ ບໍ່ໃຫ້ເກີນ ສາມເດືອນ ນັບແຕ່ວັນທີ່ມີອາກອນມູນຄ່າເພີ່ມສົ້ນເຂົ້າ ເກີດຂື້ນ:
1. ຂໍຄືນເປັນແຕ່ລະເດືອນ ນັບແຕ່ເດືອນທີ່ມີອາກອນມູນຄ່າເພີ່ມສົ້ນເຂົ້າເກີດຂື້ນ ສຳລັບຜູ້ມອບອາກອນມູນຄ່າເພີ່ມ ທີ່ມີການສົ່ງອອກສິນຄ້າ, ການສະໜອງສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ປົກກະຕິ ແລະ ຕໍ່ເນື່ອງ;
- ຂໍຄືນອາກອນມູນຄ່າເພີ່ມ ກໍລະນີທີ່ມີການຄວບກິດຈະການ, ແຍກກິດຈະການ, ຢຸດເຊົາກິດຈະການ ຫຼື ລົ້ມລະລາຍ ແຕ່ບໍ່ໃຫ້ເກີນ ສາມເດືອນ ພາຍຫຼັງມີການຕົກລົງຈາກຂະແໜງການທີ່ກ່ຽວຂ້ອງເປັນລາຍລັກອັກສອນ ເປັນຕົ້ນໄປ.
ມາດຕາ 29 (ປັບປຸງ) ອາກອນມູນຄ່າເພີ່ມທີ່ບໍ່ອະນຸຍາດໃຫ້ສົ່ງຄືນ
ອາກອນມູນຄ່າເພີ່ມທີ່ບໍ່ອະນຸຍາດໃຫ້ສົ່ງຄືນ ມີ ດັ່ງນີ້
- ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ ຕາມທີ່ກຳນົດໄວ້ໃນມາດຕາ 24 ຂອງກົດໝາຍສະບັບນີ້;
- ອາກອນມູນຄ່າເພີ່ມທີ່ໃຫ້ຫັກ ຫຼື ສົ່ງຄືນ ແຕ່ປະຕິບັດເງື່ອນໄຂບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນຕາມທີ່ກຳນົດໄວ້ໃນມາດຕາ 27 ຂອງກົດໝາຍສະບັບນີ້.
ໝວດທີ 4
ການແຈ້ງ ແລະ ການມອບ ອາກອນມູນຄ່າເພີ່ມ
ມາດຕາ 30 (ປັບປຸງ) ການແຈ້ງອາກອນມູນຄ່າເພີ່ມ
ການແຈ້ງອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມຕ້ອງແຈ້ງອາກອນມູນຄ່າເພີ່ມບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ຕໍ່ລັດຖະການສ່ວຍສາອາກອນບ່ອນຕົນຂື້ນກັບ
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າສິນຄ້າຕ້ອງແຈ້ງອາກອນມູນຄ່າເພີ່ມໃນເວລາມີການນຳເຂົ້າສິນຄ້າ ພ້ອມກັບການແຈ້ງເສຍພາສີຂາເຂົ້າຢູ່ບ່ອນນຳເຂົ້າ.
ລະບຽບການ, ຂັ້ນຕອນ, ແບບພີມໃບແຈ້ງ ແລະ ແບບພີມຕາຕະລາງລາຍງານການນຳໃຊ້ໃບເກັບເງິນ ລວມທັງການແຈ້ງຜ່ານລະບົບເອັກເລັກໂຕຣນິກ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 31 (ປັບປຸງ) ການມອບອາກອນມູນຄ່າເພີ່ມ
ການມອບອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:
- ຜູ້ນຳເຂົ້າສິນຄ້າ ໃຫ້ມອບຢູ່ດ່ານບ່ອນນຳເຂົ້າສິນຄ້າ ຫຼື ຄັງເງິນແຫ່ງຊາດ ຫຼື ຢູ່ທະນາຄານທີ່ມີບັນຊີຂອງຄັງເງິນແຫ່ງຊາດ;
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມໃຫ້ມອບເປັນແຕ່ລະເດືອນ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ຢູ່ຄັງເງິນແຫ່ງຊາດ ຫຼື ຢູ່ທະນາຄານ ທີ່ມິີບັນຊີຂອງຄັງເງິນແຫ່ງຊາດ;
- ຜູ້ຊື້ການບໍລິການຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ຫຼື ຜູ້ຊື້ການບໍລິການ ຈາກຜູ້ມີພູມລຳເນົາ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ໃຫ້ປະຕິບັດ ດັ່ງນີ້:
3.1 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ໃຫ້ມອບບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ພ້ອມກັບການແຈ້ງມອບໃນແຕ່ລະເດືອນ:
3.2 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ແມ່ນບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນ່າເພີ່ມ ໃຫ້ມອບພາຍໃນເວລາ ສິບຫ້າວັນ ນັບແຕ່ວັນຊຳລະເງິນໃຫ້ແກ່ຜູ້ສະໜອງດັ່ງກ່າວ ເປັນຕົ້ນໄປ.
ມາດຕາ 32 (ປັບປຸງ) ອາກອນມູນຄ່າເພີ່ມສຳລັບຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດຢູ່ ສປປ ລາວ ແລະ ຜູ້ມີພູມລຳເນົາ ແຕ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດຢູ່ເຂດເສດຖະກິດພິເສດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຫາກໄດ້ຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ແລະ ຜູ້ມີພູມລຳເນົາ ແຕ່ຈົດທະບຽນສ້າງຕັ້ງວິສາຫະກິດຢູ່ເຂດເສດຖະກິດພິເສດ ຕ້ອງຄິດໄລ່ອາກອນມູນຄ່າເພີ່ມ ໃນເວລາທີ່ມີການຊຳລະເງິນ ໃຫ້ແກ່ຜູ້ສະໜອງການບໍລິການດັ່ງກ່າວ ໂດຍໃຫ້ມອບອາກອນມູນຄ່າເພີ່ມໃນເວລາແຈ້ງມອບອາກອນປົກກະຕິ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 31 ຂໍ້ 2 ຂອງກົດໝາຍສະບັບນີ້.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ແມ່ນບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຫາກໄດ້ຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ແລະ ຜູ້ມີພູມລຳເນົາ ແຕ່ຈົດທະບຽນສ້າງຕັ້ງວິສາຫະກິດຢູ່ເຂດເສດຖະກິດພິເສດນັ້ນ ຕ້ອງຄິດໄລ່ ແລະ ມອບອາກອນມູນຄ່າເພີ່ມ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນໄດ້ຊຳລະເງິນໃຫ້ແກ່ຜູ້ສະໜອງດັ່ງກ່າວ.
ໃນກໍລະນີ ການສະໜອງບໍລິການ ຫາກມີການນຳໃຊ້ສິນຄ້ານຳເຂົ້າ ແຕ່ບໍ່ທັນຖືກຄິດໄລ່ເກັບອາກອນມູນຄ່າເພີ່ມເທື່ອ ຕ້ອງໄດ້ຄິດໄລ່ເກັບຄືນ.
ມາດຕາ 33 (ປັບປຸງ) ອາກອນມູນຄ່າເພີ່ມທີ່ຕ້ອງມອບ ຫຼື ຍົກໄປຫັກໃນເດືອນຖັດໄປ
ອາກອນມູນຄ່າເພີ່ມທີ່ຕ້ອງມອບ ຫຼື ຍົກໄປຫັກໃນເດືອນຖັດໄປ ແມ່ນ ຜົນລົບລະຫວ່າງອາກອນມູນຄ່າເພີ່ມສົ້ນອອກ ແລະ ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ສາມາດຫັກໄດ້ ໃນກໍລະນີອາກອນມູນຄ່າເພີ່ມສົ້ນອອກ ຫາກຫຼາຍກວ່າອາກອນມູນຄ່າເພີ່ມສົ້ນເຂົ້າ ໃຫ້ຖືວ່າມີອາກອນມູນຄ່າເພີ່ມທີ່ຕ້ອງມອບຕື່ມ, ໃນກໍລະນີອາກອນມູນຄ່າເພີ່ມສົ້ນອອກ ຫາກໜ້ອຍກວ່າອາກອນມູນຄ່າເພີ່ມສົ້ນເຂົ້າ ໃຫ້ຖືວ່າມີອາກອນມູນຄ່າເພີ່ມ ທີ່ຕ້ອງໄດ້ຍົກໄປຫັກໃນເດືອນຖັດໄປ.
ໝວດທີ 5
ການເຂົ້າ, ການອອກ ລະບົບອາກອນມູນຄ່າເພີ່ມ
ມາດຕາ 34 (ປັບປຸງ) ການເຂົ້າໃນລະບົບອາກອນມູນຄ່າເພີ່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂື້ນທະບຽນວິສາຫະກິດ, ຮັບອະນຸຍາດລົງທຶນ ຈາກຂະແໜງການກ່ຽວຂ້ອງ ແລະ ໄດ້ຮັບເລກປະຈຳຕົວຜູ້ເສຍອາກອນ ຕ້ອງໄດ້ເຂົ້າໃນລະບົບອາກອນມູນຄ່າເພີ່ມຍົກເວັ້ນຈຸນລະວິສາຫະກິດ.
ມາດຕາ 35 (ໃໝ່) ການອອກຈາກລະບົບອາກອນມູນຄ່າເພີ່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຈະຖືກອອກຈາກລະບົບ ໃນກໍລະນີ ຍຸບເລີກ, ລົ້ມລະລາຍ ຫຼື ຢຸດເຊົາກິດຈະການຖາວອນ.
ໝວດທີ 6
ການຖືບັນຊີ ແລະ ການອອກໃບເກັບເງິນ
ມາດຕາ 36 (ປັບປຸງ) ການຖືບັນຊີ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມຕ້ອງຖືບັນຊີ ຕາມກົດໝາຍວ່າດ້ວຍການບັນຊີ.
ຂໍ້ມູນຢັ້ງຢືນການລົງບັນຊີ, ເອກະສານບັນຊີ ຕ້ອງເກັບຮັກສາໄວ້ພາຍໃນເວລາ ສິບປີ ແລະໃຫ້ນຳສະເໜີໄດ້ທຸກເວລາ ຖ້າຫາກມີການກວດກາຂອງເຈົ້າໜ້າທີ່ສ່ວຍສາອາກອນ ຫຼື ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ.
ມາດຕາ 37 ການອອກໃບເກັບເງິນ
ການອອກໃບເກັບເງິນ ແມ່ນ ການອອກເອກະສານຢັ້ງຢືນ ການບັກທຶກບັນຊີ, ການສະໜອງ ສິນຄ້າ ແລະ ການບໍລິການ, ການຈ່າຍອາກອນມູນຄ່າເພີ່ມໃນເວລາຊື້, ການເກັບອາກອນມູນຄ່າເພີ່ມໃນເວລາສະໜອງ, ການຫັກ ແລະ ການຂໍຄືນອາກອນມູນຄ່າເພີ່ມ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມ ທຸກຄັ້ງທີ່ມີການສະໜອງ ສິນຄ້າ ແລະ ການບໍລິການ ຕ້ອງອອກໃບເກັບເງິນໃຫ້ແກ່ຜູ້ຊື້ ໃຫ້ຖືກຕ້ອງຕາມລະບຽບການກ່ຽວກັບໃບເກັບເງິນ.
ການອອກໃບເກັບເງິນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 38 (ປັບປຸງ) ມາດຕະຖານການລາຍງານການເງິນ ແລະ ການນຳໃຊ້ໃບເກັບເງິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຕ້ອງຖືບັນຊີຕາມມາດຕະຖານການບັນຊີ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການບັນຊີ ແລະ ການນຳໃຊ້ໃບເກັບເງິນທີ່ຖືກຕ້ອງ ຕາມລະບຽບການກ່ຽວກັບໃບເກັບເງິນ ທີ່ປະກາດໃຊ້ໃນແຕ່ລະໄລຍະ.
ໝວດທີ 7
ການກວດກາ ແລະ ການຄູ້ມຄອງອາກອນມູນຄ່າເພີ່ມຄ້າງມອບ
ມາດຕາ 39 (ປັບປຸງ) ການກວດກາ
ການກວດກາ ແມ່ນ ແນ່ໃສ່ຮັບປະກັນການປະຕິບັດພັນທະຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
ການກວດກາ ສາມາດດຳເນີນ ດັ່ງນີ້:
- ການກວດກາເອກະສານບັນຊີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຢູ່ຫ້ອງການສ່ວຍສາອາກອນ;
- ກວດກາບັນຊີກັບທີ່ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຢູ່ ສຳນັກງານ, ສາຂາ ຫຼື ຕົວແທນຈຳໜ່າຍ ລວມທັງສາງສິນຄ້າ, ສະຖານທີ່ການຜະລິດ, ການສະໜອງ ສິນຄ້າ ແລະ ການບໍລິການ;
- ກວດກາສິນຄ້າຕົວຈິງ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ຢູ່ສະຖານທີທີ່ກ່ຽວຂ້ອງ ເຊັ່ນ ຢູ່ສາງ, ບ່ອນເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ.
ການກວດກາ ສາມາດດຳເນີນຕາມຮູບການປົກກະຕິ, ແຈ້ງໃຫ້ຮູ້ລ່ວງໜ້າ ຫຼື ກະທັນຫັນ.
ຜູ້ຖືກກວດກາ ຕ້ອງໃຫ້ຄວາມຮ່ວມມືໃນການກວດກາຂອງເຈົ້າໜ້າທີ່, ພາຍຫຼັງສຳເລັດການກວດກາທຸກຄັ້ງແລ້ວ ເຈົ້າໜ້າທີ່ກວດກາ ຕ້ອງເຮັດບົດບັນທຶກກວດກາເປັນລາຍລັກອກສອນ ໂດຍຊ້ອງໜ້າຜູ້ດຳເນີນທຸລະກິດທີ່ຖືກກວດກາ, ຫຼັງຈາກນັ້ນຕ້ອງອ່ານ ຫຼື ໃຫ້ຜູ້ກ່ຽວອ່ານເອງບົດບັນທຶກດັ່ງກ່າວ ແລ້ວໃຫ້ລົງລາຍເຊັນໄວ້ເປັນຫຼັກຖານ.
ໃນການກວດການັ້ນ ເຈົ້າໜ້າທີ່ກວດກາຕ້ອງປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.
ມາດຕາ 40 ການຄຸ້ມຄອງອາກອນມູນຄ່າເພີ່ມຄ້າງມອບ
ການຄຸ້ມຄອງອາກອນມູນຄ່າເພີ່ມຄ້າງມອບ ມີ ດັ່ງນີ້:
- ອາກອນມູນຄ່າເພີ່ມຈາກການແຈ້ງມອບທີ່ບໍ່ທັນໄດ້ມອບ;
- ອາກອນມູນຄ່າເພີ່ມຈາກການກວດກາ ຫຼື ກໍລະນີອື່ນທີ່ຜູ້ມອບອາກອນມູນຄ່າເພີ່ມບໍ່ທັນໄດ້ມອບ.
ການຄຸ້ມຄອງອາກອນມູນຄ່າເພີ່ມຄ້າງມອບ ດຳເນີນດ້ວຍການບັນທຶກຕາມເປົ້າໝາຍ, ຈຳນວນອາກອນມູນຄ່າເພີ່ມທີ່ຄ້າງມອບ, ເລັ່ງທວງ ແລະ ເກັບເຂົ້າງົບປະມານໃຫ້ຄົບຖ້ວນ.
ພາກທີ III
ສິດ ແລະ ໜ້າທີ່ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ
ມາດຕາ 41 (ປັບປຸງ) ສິດ ແລະ ໜ້າທີ່ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ
ສິດ ແລະ ໜ້າທີ່ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ມີ ດັ່ງນີ້:
- ສິດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ:
- 1 ໄດ້ຮັບການສະໜອງຂໍ້ມູນ ຂ່າວສານ, ການຊີ້ແຈງ, ການອະທິບາຍ ແລະ ໃຫ້ຄຳແນະນຳກ່ຽວກັບອາກອນມູນຄ່າເພີ່ມ;
- 2 ໄດ້ຮັບການຮັກສາຄວາມລັບ ກ່ຽວກັບຂໍ້ມູນຂອງຜູ້ມອບອາກອນມູນຄ່າເພີ່ມ;
- 3 ໄດ້ຮັບເງິນອາກອນມູນຄ່າເພີ່ມທີ່ມອບເກີນນັ້ນຄືນ ຕາມກົດໝາຍ;
- 4 ຮ້ອງທຸກ ກ່ຽວກັບການກະທຳຂອງເຈົ້າໜ້າທີ່ພະນັກງານສ່ວຍສາອາກອນ ຫຼື ການຈັດຕັ້ງທີ່ບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບກົດໝາຍ;
- 5 ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
- ໜ້າທີ່ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ:
- 1 ຄິດໄລ່, ແຈ້ງ ແລະ ມອບອາກອນມູນຄ່າເພີ່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
- 2 ຮັບຜິດຊອບຕໍ່ການແຈ້ງ, ການຄິດໄລ່, ການເກັບ, ການຂໍຫັກ, ການຂໍຄືນອາກອນມູນຄ່າເພີ່ມ ໃຫ້ຊັດເຈນ ແລະ ຖືກຕ້ອງຕາມຄວາມຈິງ;
- 3 ລາຍງານບັນຊີເງິນຝາກຂອງຕົນຢູ່ ຄັງເງິນ, ທະນາຄານ ແລະ ສະຖາບັນການເງິນອື່ນ ໃຫ້ແກ່ຂະແໜງການສ່ວຍສາອາກອນ;
- 4 ລາຍງານມູນຄ່າອາກອນມູນຄ່າເພີ່ມ ທີ່ໄດ້ຮັບການຍົກເວັ້ນ ແລະ ອັດຕາ ສູນ ສ່ວນຮ້ອຍ ຕາມກົດໝາຍ ແລະ ຕາມການຕົກລົງຂອງລັດຖະບານ;
- 5 ຖືບັນຊີ ແລະ ນຳໃຊ້ໃບເກັບເງິນ ຕາມກົດໝາຍ ແລະ ລະບຽບການ;
- 6 ສະໜອງເອກະສານບັນຊີ, ໃບເກັບເງິນ, ໃບຢັ້ງຢືນຖານະການເງິນ ແລະ ເອກະສານອື່ນ ທີ່ພົວພັນກັບການຄິດໄລ່ ແລະ ການກວດກາບັນຊີ ໃຫ້ແກ່ຂະແໜງສ່ວຍສາອາກອນ ຕາມລະບຽບການ;
- 7 ປະຕິບັດຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຂອງຂະແໜງການສ່ວຍສາອາກອນ ໃນການມອບອາກອນມູນຄ່າເພີ່ມຄ້າງມອບ ແລະ ຄ່າປັບໃໝ, ຖ້າຫາກຍັງບໍ່ເອົາໃຈໃສ່ ແລະ ບໍ່ໃຫ້ຄວາມຮ່ວມມື ກໍ່ຕ້ອງຍິນຍອມໃຫ້ຍຶດ ຫຼື້ ອາຍັດຊັບສິນທີ່ຕົນມີ ຊຶ່ງມີມູນຄ່າເທົ້າກັບຈຳນວນເງິນອາກອນມູນຄ່າເພີ່ມທີ່ຕົນຄ້າງມອບ;
- 8 ຮັກສາ ແລະ ເກັບມ້ຽນເອກະສານການບັນຊີ ຕາມກົດໝາຍ;
- 9 ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 42 ສິດ ແລະ ໜ້າທີ່ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
- ຕິດຕາມ, ກວດກາ, ການຄິດໄລ່, ການເກັບ, ການຫັກ, ການມອບ ແລະ ການສົ່ງຄືນອາກອນມູນຄ່າເພີ່ມຂອງລັດຖະການສ່ວຍສາອາກອນ;
- ໄດ້ຮັບການປົກປ້ອງ ແລະ ຮັກສາຄວາມລັບກ່ຽວກັບອາກອນມູນຄ່າເພີ່ມ ຕາມກົດໝາຍ;
- ສະໜອງຂໍ້ມູນ ກ່ຽວກັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ລະບົບອາກອນມູນຄ່າເພີ່ມ;
- ແຈ້ງ ແລະ ລາຍງານ ການລະເມີດກົດໝາຍກ່ຽວກັບອາກອນມູນຄ່າເພີ່ມ ຕໍ່ຂະແໜງສ່ວຍສາອາກອນ;
- ຮັກສາ ແລະ ເກັບມ້ຽນເອກະສານກ່ຽວກັບອາກອນມູນຄ່າເພີ່ມ ຕາມມກົດໝາຍ;
- ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອຂະແໜງການສ່ວຍສາອາກອນ ຕາມພາລະບົດບາດຂອງຕົນ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ພາກທີ IV
ຂໍ້ຫ້າມ
ມາດຕາ 43 ຂໍ້ຫ້າມ ສຳລັບພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ
ຫ້າມພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີ ພຶດຕິກຳ ດັ່ງນີ້:
- ເປີດເຜີຍຄວາມລັບຂອງລັດ, ທາງລັດຖະການ ແລະ ຂໍ້ມູນທີ່ເປັນຄວາມລັບຂອງຜູ້ເສຍອາກອນ;
- ສ້າງຄວາມຫຍຸ້ງຍາກ, ຖ່ວງດຶງ, ແກ່ຍາວເວລາໃນການຄົ້ນຄ້ວາ, ແກ້ໄຂ ແລະ ປອມແປງເອກະສານ ກ່ຽວກັບອາກອນມູນຄ່າເພີ່ມ;
- ປະລະໜ້າທີ່ ແລະ ຂາດຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ;
- ສວຍໃຊ້ໜ້າທີ່ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່ ທວງດຶງ, ຂໍເອົາ ຫຼື ຮັບສິນບົນເພື່ອຜົນປະໂຫຍດຂອງຕົນ, ຄອບຄົວ, ຍາດພີ່ນ້ອງ, ຈຸ້ມເຈື້ອ, ພັກພວກ ຫຼື ໝູ່ຄະນະ ຊຶ່ງກໍໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
- ເກັບອາກອນມູນຄ່າເພີ່ມໂດຍບໍ່ແມ່ນໜ້າທີ່ຮັບຜິດຊອບຂອງຕົນ ຫຼື ບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງ;
- ນຳເອົາເງິນອາກອນມູນຄ່າເພີ່ມທີ່ເກັບໄດ້ໄປນຳໃຊ້ ໂດຍບໍ່ມອບເຂົ້າງົບປະມານແຫ່ງລັດ;
- ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ມາດຕາ 44 ຂໍ້ຫ້າມສຳລັບຜູ້ເສຍ ແລະ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ
ຫ້າມຜູ້ເສຍ ແລະ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ມີ ພຶດຕິກຳ ດັ່ງນີ້:
- ທຳລາຍ, ປອມແປງ ຂໍ້ມູນຫຼັກຖານ, ປົກປິດ, ເຊື່ອງອຳລາຍຮັບ ແລະ ຊຸກເຊື້ອງການກະທຳຜິດທີ່ຕິດພັນກັບການເສຍອາກອນ;
- ນຳໃຊ້ໃບເກັບເງິນທີ່ບໍ່ຖືກຕ້ອງຕາມແບບພີມຂອງກະຊວງການເງິນ ຫຼື ພີມ, ນຳໃຊ້ແບບພີມທີ່ບໍ່ໄດ້ຮັບອະນຸຍາດ;
- ໃຫ້ສິນບົນ ຫຼື ຄ່າລ້າງ, ລາງວັນ, ສົມຮູ້ຮ່ວມຄິດເອົາເງິນຂອງລັດ;
- ປອມແປງເອກະສານ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ;
- ໜິ່ນປະໝາດ, ບັງຄັບ, ນາບຂູ່, ທຳຮ້າຍຮ່າງກາຍ ພະນັກງານລັດ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ;
- ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ມາດຕາ 45 ຂໍ້ຫ້າມສຳລັບບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ
ຫ້າມບຸກຄົນ, ນີຕິບຸກຄົນ ຫຼື ການຈັດຕັ້ງອື່ນ ມີພຶດຕິກຳ ດັ່ງນີ້:
- ປະຕິເສດການສະໜອງຂໍ້ມູນ ຂ່າວສານ ກ່ຽວກັບການກະທຳຜິດ ຫຼື ການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ;
- ຮ່ວມກັນກະທຳຜິດ, ປົກປິດ ແລະ ຊຸກເຊື່ອງຜູ້ກະທຳຜິດ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ;
- ໃຫ້ ຫຼື ຮັບສິນບົນ, ຄ່າຈ້າງ ລາງວັນ, ສົມຮູ້ຮ່ວມຄິດເອົາເງິນຂອງລັດ;
- ໝິ່ນປະໝາດ, ບັງຄັບ ນາບຂູ່, ທຳຮ້າຍຮ່າງກາຍ ພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຫຼື ຜູ້ເສຍອາກອນ;
- ມີພຶດຕິກຳອື່ນ ທີ່ເປັນລະເມີດກົດໝາຍ.
າກທີ V
ການແກ້ໄຂຄຳສະເໜີ ກ່ຽວກັບອາກອນມູນຄ່າເພີ່ມ
ມາດຕາ 46 ການຍື່ນຄຳສະເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ມີສິດຢື່ນຄຳສະເໜີກ່ຽວກັບການປະຕິບັດອາກອນມູນຄ່າເພີ່ມ ທີ່ຕົນເຫັນວ່າບໍ່ຖືກຕ້ອງຕາມກົດໝາຍ. ຄຳສະເໜີຕ້ອງຍື່ນໂດຍກົງຕໍ່ລັດຖະການສ່ວຍສາອາກອນບ່ອນຕົນຂຶ້ນກັບ ພາຍໃນເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບໃບສັ່ງມອບ ຫຼື ແຈ້ງການຂອງລັດຖະການສ່ວຍສາອາກອນ ຫຼື ວັນພົບເຫັນເຫດການທີ່ຕົນເຫັນວ່າ ບໍ່ຖືກຕ້ອງນັ້ນ ເປັນຕົ້ນໄປ.
ລັດຖະການສ່ວຍສາອາກອນທີ່ໄດ້ຮັບຄຳສະເໜີ ມີສິດທວງໃຫ້ຜູ້ສະເໜີ ສະໜອງບັນດາເອກະສານ, ຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການສະເໜີນັ້ນໃຫ້ຕົນ.
ມາດຕາ 47 ການພິຈາລະນາແກ້ໄຂຄຳສະເໜີ
ລັດຖະການສ່ວຍສາອາກອນ ຕ້ອງພິຈາລະນາແກ້ໄຂພາຍໃນເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບຄຳສະເໜີນັ້ນ ເປັນຕົ້ນໄປ, ຍົກເວັ້ນກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນ ສາມາດຕໍ່ເວລານນັ້ນໄດ້ ແຕ່ບໍ່ໃຫ້ເກີນ ຫົກສິບວັນ.
ການຕົກລົງແກ້ໄຂຂອງລັດຖະການສ່ວຍສາອາກອນ ມີຜົນຫວັງຄັບປະຕິບັດສຳລັບຜູ້ດຳເນີນທຸລະກິດເວັ້ນເສຍແຕ່ຫາກຍັງບໍ່ເຫັນດີນຳການຕົກລົງແກ້ໄຂນັ້ນ ກໍມີສິດນຳສະເໜີຕໍ່ລັດຖະການສ່ວຍສາອາກອນຂັ້ນເທິງ ຖັດນັ້ນ ພາຍໃນເວລາ ຊາວວັນ ເພື່ອພິຈາລະນາແກ້ໄຂເປັນຂັ້ນສຸດທ້າຍ.
ໃນກໍລະນີ ຜູ້ມອບອາກອນມູນຄ່າເພີ່ມ ຍັງບໍ່ເຫັນດີນໍາການແກ້ໄຂຄຳສະເໜີຂອງລັດຖະການສ່ວຍສາອາກອນ ຂັ້ນສຸດທ້າຍແລ້ວ ກໍ່ມີສິດສະເໜີຕາມກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ.
ລັດຖະການສ່ວຍສາອາກອນ ຕ້ອງສົ່ງຈຳນວນອາກອນມູນຄ່າເພີ່ມ ແລະ ຄ່າປັບໃໝ ທີ່ມອບເກີນຄືນພາຍໃນເວລາ ສິບຫ້າວັນ ນັບແຕ່ວັນມີການຕົກລົງຂອງລັດຖະການສ່ວຍສາອາກອນຂັ້ນເທິງຖັດນັ້ນ ເປັນຕົ້ນໄປ.
ພາກທີ VI
ການຄຸ້ມຄອງ ແລະ ກວດກາວຽກງານອາກອນມູນຄ່າເພີ່ມ
ໝວດ 1
ການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ
ມາດຕາ 48 ອົງການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ
ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານອາກອນມູນຄ່າເພີ່ມຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງການເງິນ ເປັນຜູ້ຮັບຜິດຊອບໂດຍກົງ ຕາມຂະແໜງການສາຍຕັ້ງ ແລະ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
ອົງການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ປະກອບດ້ວຍ:
- ກະຊວງການເງິນ;
- ກົມສ່ວຍສາອາກອນ;
- ສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ;
- ສ່ວຍສາອາກອນປະຈຳ ເມືອງ, ເທດສະບານ, ນະຄອນ.
ມາດຕາ 49 ສິດ ແລະ ໜ້າທີ່ ຂອງກະຊວງການເງິນ
ໃນການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ກະຊວງການເງິນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
- ຄົ້ນຄ້ວາ, ສ້າງ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານອາກອນມູນຄ່າເພີ່ມ ເພື່ອສະເໜີລັດຖະບານພິຈາລະນາ;
- ຜັນຂະຫຍາຍນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານອາກອນມູນຄ່າເພີ່ມ ເປັນ ແຜນການ, ແຜນງານ, ໂຄງການ ແລະ ຈັດຕັ້ງປະຕິບັດ;
- ໂຄສະນາ, ເຜີຍແຜ່ ແລະ ການສຶກສາອົບຮົມ ນະໂບບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ;
- ຝຶກອົບຮົມ, ໃຫ້ຄຳແນະນຳ ແກ່ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບວຽກງານອາກອນມູນຄ່າເພີ່ມ;
- ຊີ້ນຳ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳອື່ນກ່ຽວກັບວຽກງານອາກອນມູນຄ່າເພີ່ມ ແລະ ການປະຕິບັດໜ້າທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ;
- ຊີ້ນຳ ວຽກງານວິຊາສະເພາະ, ຄຸ້ມຄອງ, ສ້າງ, ຍົກລະດັບວິຊາການໃຫ້ແກ່ບຸກຄະລາກອນ, ສະໜອງງົບປະມານ ແລະ ປະກອບພາຫະນະ, ອຸປະກອນເຕັກນິກຮັບໃຊ້ກົງຈັກອາກອນມູນຄ່າເພີ່ມ;
- ປະສານສົມທົບ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໃນການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ປະຕິບັດນະໂຍບາຍ ຫຼື ລົງວິໄນຕໍ່ພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ;
- ປະສານສົມທົບກັບອົງການຈັດຕັ້ງຂອງລັດ ແລະ ອົງການຈັດຕັ້ງອື່ນ ທີ່ກ່ຽວຂ້ອງກັບວຽກງານອາກອນມູນຄ່າເພີ່ມ;
- ແກ້ໄຂຄຳສະເໜີຂອງຜູ້ມອບອາກອນມູນຄ່າເພີ່ມ ໃນຂອບເຂດທົ່ວປະເທດ;
- ຮັບຜິດຊອບຕໍ່ລັດຖະບານ ໃນການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານອາກອນມູນຄ່າເພີ່ມ ໃນຂອບເຂດທົ່ວປະເທດ;
- ພົວພັນ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ;
- ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານກ່ຽວກັບອາກອນມູນຄ່າເພີ່ມຕໍ່ລັດຖະບານ ຢ່າງເປັນປົກກະຕິ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 50 (ປັບປຸງ) ສິດ ແລະ ໜ້າທີ່ ຂອງກົມສ່ວຍສາອາກອນ
ໃນການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ກົມສ່ວຍສາອາກອນເປັນເສນາທິການໃຫ້ກະຊວງການເງິນ ໃນການນຳໃຊ້ສິດ ແລະ ປະຕິບັດໜ້າທີ່ ຂອງກະຊວງການເງິນ ຕາມທີ່ກຳນົດໄວ້ໃນມາດຕາ 49 ຂອງກົດໝາຍສະບັບນີ້.
ມາດຕາ 51 ສິດ ແລະ ໜ້າທີ່ ຂອງສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ
ໃນການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
- ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງນະໂຍບາຍ, ຍຸດທະສາດ, ແຜນການ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ;
- ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ຈັດຕັ້ງປະຕິບັດ ນະໂຍບາຍ, ກົດໝາຍ ແລະ ລະບຽບການອື່ນ ທີ່ພົວພັນກັບວຽກງານອາກອນມູນຄ່າເພີ່ມ;
- ຝຶກອົບຮົມ, ໃຫ້ຄຳແນະນຳ ແກ່ຫົວໜ໋ວຍທຸລະກິດທີ່ກ່ຽວຂ້ອງ ກັບວຽກງານອາກອນມູນຄ່າເພີ່ມ;
- ສ້າງແຜນການເກັບລາຍຮັບຈາກອາກອນມູນຄ່າເພີ່ມປະຈຳປີຂອງ ແຂວງ, ນະຄອນຫຼວງ;
- ຮັບຜິດຊອບຕໍ່ກະຊວງການເງິນ ໃນການຄຸ້ມຄອງການຈັດຕັ້ງປະຕິບັດການເກັບອາກອນມູນຄ່າເພີ່ມໃຫ້ຄົບຖ້ວນ ຖືກຕ້ອງຕາມກົດໝາຍ;
- ຊີ້ນຳ, ຄຸ້ມຄອງ, ຕິດຕາມ ກວດກາ ການປະຕິບັດໜ້າທີ່ຂອງສ່ວຍສາອາກອນປະຈຳ ເມືອງ, ເທດສະບານ, ນະຄອນ ແລະ ພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ;
- ສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ ໂດຍປະສານສົມທົບກັບ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
- ສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ ຍ້ອງຍໍຜູ້ມີຜົນງານ ແລະ ລົງວິໄນ ຕໍ່ຜູ້ລະເມີດກົດໝາຍ ໂດຍປະສານສົມທົບ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
- ແກ້ໄຂຄຳສະເໜີຂອງຜູ້ມອບອາກອນມູນຄ່າເພີ່ມ ຕາມກົດໝາຍ;
- ພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ ຕາມການມອບໝາຍຂອງຂັ້ນເທິງ;
- ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານກ່ຽວກັບອາກອນມູນຄ່າເພີ່ມ ຕໍ່ກະຊວງການເງິນ ແລະ ອົງການປົກຄອງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ.
ມາດຕາ 52 ສິດ ແລະ ໜ້າທີ່ ຂອງສ່ວຍສາອາກອນປະຈຳ ເມືອງ, ເທດສະບານ, ນະຄອນ
ໃນການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ສ່ວຍສາອາກອນປະຈຳ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
- ຄົ້ນຄ້ວາ ແລະ ປະກອບຄຳເຫັນໃສ່ຮ່າງນະໂຍບາຍ, ຍຸດທະສາດ, ແຜນການ,ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ;
- ເຜີຍແຜ່ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການອື່ນທີ່ພົວພັນກັບວຽກງານອາກອນມູນຄ່າເພີ່ມ;
- ຝຶກອົບຮົມ, ແນະນຳ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ກັບວຽກງານອາກອນມູນຄ່າເພີ່ມ;
- ເປັນເຈົ້າການຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ເກັບອາກອນມູນຄ່າເພີ່ມ;
- ຊີ້ນຳ, ຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດໜ້າທີ່ ຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ;
- ແກ້ໄຂຄຳສະເໜີ ຂອງຜູ້ມອບອາກອນມູນຄ່າເພີ່ມ ຕາມກົດໝາຍ;
- ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານກ່ຽວກັບອາກອນມູນຄ່າເພີ່ມ ຕໍ່ສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ໝວດທີ 2
ກວດກາວຽກງານອາກອນມູນຄ່າເພີ່ມ
ມາດຕາ 53 (ປັບປຸງ) ອົງການກວດກາວຽກງານອາກອນມູນຄ່າເພີ່ມ
ອົງການກວດກາວຽກງານອາກອນມູນຄ່າເພີ່ມ ປະກອບດ້ວຍ:
- ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 48 ຂອງກົດໝາຍສະບັບນີ້.
- ອົງການກວດກາພາຍນອກ ຊື່ງແມ່ນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາລັດແຕ່ລະຂັ້ນ, ອົງການກວດສອບແຫ່ງລັດ, ແນວລາວວສ້າງຊາດ, ສະຫາພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.
ມາດຕາ 54 ສິດ ແລະ ໜ້າທີ່ ຂອງອົງການກວດກາພາຍໃນ
ອົງການກວດກາພາຍໃນ ມີ ສິດ ແລະ ໜ້າທີ່ ກວດກາຢ່າງເປັນປົກກະຕິ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ, ການນຳໃຊ້ສິດ ແລະ ການປະຕິບັດໜ້າທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນແຕ່ລະຂັ້ນ ລວມທັງການນຳໃຊ້ສິດ ແລະ ການປະຕິບັດພັນທະຂອງຜູ້ເກັບອາກອນມູນຄ່າເພີ່ມ.
ມາດຕາ 55 ສິດ ແລະ ໜ້າທີ່ ຂອງອົງການກວດກາພາຍນອກ
ອົງການກວດກາພາຍນອກ ມີ ສິດ ແລະ ໜ້າທີ່ ກວດກາປະຕິບັດໜ້ທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ ລວມທັງກວດກາປະຕິບັດອາກອນມູນຄ່າເພີ່ມ ເພື່ອເຮັດໃຫ້ວຽກງານອາກອນມູນຄ່າເພີ່ມ ມີປະສິດທິຜົນ, ມີປະສິດທິພາບ, ມີຄວາມໂປ່ງໃສ, ຍຸຕິທຳ ແລະ ກວດສອບໄດ້.
ມາດຕາ 56 ຮູບການ ການກວດກາ
ການກວດກາວຽກງານອາກອນມູນຄ່າເພີ່ມ ມີ ສາມຮູບການ ດັ່ງນີ້:
- ການກວດກາຕາມລະບົບປົກກະຕິ ຊຶ່ງແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີການກຳນົດເວລາອັນແນ່ນອນ;
- ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ;
- ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
ໃນການກວດກາວຽກງານອາກອນມູນຄ່າເພີ່ມ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ໝວດທີ 1
ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 57 ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຢ່າງມີປະສິດທິພາບ, ປະສິດທິຜົນ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບການ.
ມາດຕາ 58 ນະໂຍບາຍຕໍ່ຜູ້ມອບອາກອນມູນຄ່າເພີ່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ຈະໄດ້ຮັບການຍ້ອງຍໍ ແລະ ໄດ້ຮັບຄວາມສະດວກຢ່າງເໝາະສົມໃນການເຄື່ອນໄຫວທຸລະກິດຂອງຕົນ ຕາມກົດໝາຍ.
ໝວດທີ 2
ມາດຕະການຕໍ່ຜູ້ລະເມີດ
ມາດຕາ 59 ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບອາກອນມູນຄ່າເພີ່ມ ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັປໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື້ ໜັກ.
ຜູ້ດຳເນີນທຸລະກິດທີ່ບໍ່ເຂົ້າໃຈໃນລະບົບອາກອນມູນຄ່າເພີ່ມນັ້ນ ລັດຖະການສ່ວຍສາອາກອນ ແຈ້ງເຕືອນ ແລະ ຈົດເຂົ້າໃນລະບົບອາກອນມູນຄ່າເພີ່ມ.
ມາດຕາ 60 (ປັບປຸງ) ມາດຕະການຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບ ອາກອນມູນຄ່າເພີ່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ ຈະຖືກປະຕິບັດຕາມມາດຕະການ ຕາມແຕ່ລະກໍລະນີ ດັ່ງນີ້:
- ປັບໃໝ 500.000 ກີບຕໍ່ເດືອນ ສຳລັບການແຈ້ງມອບອາກອນມູນຄ່າເພີ່ມຊັກຊ້າ;
- ປັບໃໝ 100.000 ກີບ ຕໍ່ຄັ້ງ ສຳລັບການບໍ່ປະກອບເລກປະຈຳຕົວຜູ້ເສຍອາກອນໃສ່ໃນການແຈ້ງມອບອາກອນມູນຄ່າເພີ່ມ;
- ປັບໃໝ 3.000.000 ກີບ ຕໍ່ຄັ້ງ ສໍາລັບການບໍ່ແຈ້ງການປ່ຽນແປງຂໍ້ມູນຕ່າງໆ ເຊັ່ນ ເລກໂທລະສັບ, ທີ່ຕັ້ງວິສາຫະກິດ ແລະ ອື່ນໆ ໃສ່ໃນການແຈ້ງມອບອາກອນມູນຄ່າເພີ່ມ;
- ປັບໃໝ ສູນຈຸດໜຶ່ງ ສ່ວນຮ້ອຍ (0.1%) ຕໍ່ວັນ ຂອງຈຳນວນອາກອນມູນຄ່າເພີ່ມທີ່ຍັງຄ້າງມອບ ສຳລັບການບໍ່ມອບອາກອນມູນຄ່າເພີ່ມທີ່ຕ້ອງມອບຢູ່ໃນການແຈ້ງມອບອາກອນມູນຄ່າເພີ່ມ;
- ປັບໃໝຕາມລະບຽບການດ້ານບັນຊີ ສຳລັບການບໍ່ປະຕິບັດຕາມມາດຕະຖານຂອງບັນຊີ;
- ປະຕິບັດມາດຕະການ ຕາມລະບຽບການກ່ຽວກັບໃບເກັບເງິນ ສຳລັບການບໍ່ນຳໃຊ້ໃບເກັບເງິນ ຫຼື ນຳໃຊ້ໃບເກັບເງິນບໍ່ຖືກຕ້ອງ ຫຼື ຂຽນເນື້ອໃນໃສ່ໃບເກັບເງິນບໍ່ຖືກຕ້ອງຄົບຖ້ວນ;
- ປັບໃໝ 1.500.000 ກີບຕໍ່ເດືອນ ສຳລັບການບໍ່ແຈ້ງມອບອາກອນມູນຄ່າເພີ່ມ;
- ປັບໃໝ ຫ້າສິບ ສ່ວນຮ້ອຍ ( 50%) ຂອງຈຳນວນອາກອນມູນຄ່າເພີ່ມ ທີ່ເຮັດໃຫ້ລັດເກີດຄວາມເສຍຫາຍ ທີ່ເກີດຈາກການບໍ່ແຈ້ງ ຫຼື ແຈ້ງມອບບໍ່ຖືກຕ້ອງຕາມຄວາມເປັນຈິງ ເຊັ່ນ ບໍ່ແຈ້ງກ່ຽວກັບການ ສະໜອງ ສິນຄ້າ ແລະ ການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ ຫຼື ແຈ້ງຕ່ຳກວ່າຄວາມເປັນຈິງ, ຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ບໍ່ອະນຸຍາດໃຫ້ຫັກ ຫຼື ຫັກຫຼາຍເກີນຄວາມເປັນຈິງ, ຍົກຍອດອາກອນມູນຄ່າເພີ່ມມາຫັກຕໍ່ສູງກວ່າຄວາມຈິງ, ແຈ້ງກ່ຽວກັບການມອບລ່ວງໜ້າ ຫຼື ການມອບເກີນກົດມາຍກຳນົດ ທີ່ບໍ່ມີຄວາມຈິງ, ບໍ່ແຈ້ງກ່ຽວກັບອາກອນມູນຄ່າເພີ່ມທີ່ຄິດໄລ່ໄວ້ ຫຼື ແຈ້ງຕ່ຳກ່ວາກົດໝາຍກຳນົດ;
- ປັບໃໝ 1.000.000 ກີບ ຕໍ່ການເລັ່ງທວງໜຶ່ງຄັ້ງ ສຳລັບການບໍ່ສະໜອງເອກະສານການບັນຊີ ຫຼື ສະໜອງເອກະສານການບັນຊີທີ່ບໍ່ຖືກຕ້ອງ ແລະ/ ຫຼື ບໍ່ຄົບຖ້ວນ, ໃຫ້ຂໍ້ມູນບໍ່ຊັດເຈນ ແລະ/ຫຼື ບໍ່ຖືກຕ້ອງ;
- ປັບໃໝ 1.000.000 ກີບ ຕໍ່ການລະເມີດໜຶ່ງຄັ້ງ ສຳລັບການບໍ່ໃຫ້ຄວາມຮ່ວມມື ຫຼື ຂັດຂວາງ ການປະຕິບັດໜ້າທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ.
ມາດຕາ 61 (ປັບປຸງ) ມາດຕາຕໍ່ຜູ້ມີອາກອນມູນຄ່າເພີ່ມຄ້າງມອບ
ຜູ້ມີອາກອນມູນຄ່າເພີ່ມຄ້າງມອບ ຈະຖືກປະຕິບັດມາດຕະການ ດັ່ງນີ້:
- ປັບໃໝ ສາມສິບ ສ່ວນຮ້ອຍ (30%) ຂອງຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງມອບ ສຳລັບການເລັ່ງທວງຄັ້ງທີໜຶ່ງ;
- ປັບໃໝ ຫົກສິບ ສ່ວນຮ້ອຍ (60%) ຂອງຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງມອບ ສຳລັບການເລັ່ງທວງຄັ້ງທີສອງ;
- ປັບໃໝ ຮ້ອຍສ່ວນຮ້ອຍ (100%) ຂອງຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງມອບ ສຳລັບການເລັ່ງທວງຄັ້ງທີ່ສາມ.
ໃນກໍລະນີຜູ້ມີອາກອນມູນຄ່າເພີ່ມຄ້າງມອບ ຫາກບໍ່ປະຕິບັດຕາມມາດຕະການດັ່ງກ່າວເທິງນີ້ກໍຈະຖືກໂຈະການດຳເນີນທຸລະກິດ, ຖອນທະບຽນວິສາຫະກິດ, ຖອນໃບອະນຸຍາດລົງທຶນ, ໃບອະນຸຍາດອື່ນ ຫຼື ຈະລົງໂທດຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.
ກຳນົດເວລາຂອງການເລັ່ງທວງແຕ່ລະຄັ້ງ ແມ່ນ ສິບຫ້າວັນ ນັບແຕ່ວັນອອກໃບເລັ່ງທວງ ແລະ ສົ່ງໃຫ້ຜູ້ມອບອາກອນມູນຄ່າເພີ່ມທີ່ຍັງຄ້າງມອບອາກອນມູນຄ່າເພີ່ມ ເປັນຕົ້ນໄປ.
ມາດຕາ 62 (ປັບປຸງ) ມາດຕະການຕໍ່ພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ
ພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ທີ່ລະເມີດຂໍ້ຫ້າມຕາມທີ່ກຳນົດໄວ້ໃນມາດຕາ 43 ຂອງກົດໝາຍສະບັບນີ້ ຈະຖືກລົງວິໄນ ຕາມທີ່ກຳນົດໄວ້ໃນກົດໝາຍວາດ້ວຍພະນັກງານ-ລັດຖະກອນ ຫຼື ຖືກລົງໂທດຕາມກົດໝາຍ.
ພາກທີ VIII
ບົດບັນຍັດສຸດທ້າຍ
ມາດຕາ 63 ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ມາດຕາ 64 (ປັບປຸງ) ຜົນສັກສິດ
ກົດໝາຍສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.
ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ່ 23 ກໍລະກົດ 2014.
ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.
ປະທານສະພາແຫ່ງຊາດ
ປານີ ຢາທໍ່ຕູ້
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ກົດໝາຍ ວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 48/ສພຊ ວັນທີ 20 ມິຖຸນາ 2018 |
# | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
---|---|---|---|---|---|---|---|
1 | ຄ່າອາກອນມູນຄ່າເພີ່ມໃນເບື້ອງສົ້ນເຂົ້າ | ພັນທະທີ່ຕ້ອງຈ່າຍ | ກະຊວງ ການເງິນ | ອາກອນມູນຄ່າເພີ່ມແມ່ນເກັບຈາກສິນຄ້ານຳເຂົ້າ ແລະ ການບໍລິການ ລວມທັງສິນຄ້າທີ່ຜະລິດ ແລະ ຊົມໃຊ້ພາຍໃນທີ່ນອນໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຍົກເວັ້ນກິດຈະກໍາ ທີ່ລະບຸໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍ ມູນຄ່າເພີ່ມ. | 9999-12-31 | ALL |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.