ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ         ເລກທີ 0118/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 31 ມັງກອນ 2020

ຄຳແນະນຳ
ກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

  •  ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  •  ອີງ​ຕາມ ດຳລັດວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;
  •  ອີງຕາມ ໜັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ ສະບັບ​ເລກທີ 6100/ກຂອ.ຄຄ, ລົງ​ວັນ​ທີ 18 ທັນວາ 2019.

       ເພື່ອຜັນຂະຫຍາຍເນື້ອໃນຂອງໝວດທີ 2 ຂອງດໍາລັດວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010 ແລະ ​​​ເພື່ອກຳນົດໃຫ້​​ແທດ​ເໝາະ​ກັບສະພາບ​ຕົວຈິງໃນປະຈຸບັນ, ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ເຮັດໃຫ້ວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ ສປປ ລາວ ໄດ້ຮັບສິດທິພິເສດ ຖືກຈັດຕັ້ງປະຕິບັດຢ່າງເປັນເອກະພາບ ​ແລະ ​ໄດ້​ຮັບປະສິດທິຜົນສູງ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳ:

  1. ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນ ການຢັ້ງຢືນວ່າສິນຄ້ານັ້ນໄດ້ກຳເນີດຂຶ້ນ ຫຼື ຜ່ານຂະບວນການຜະລິດຢູ່ ສປປ ລາວ ເພື່ອຈຸດປະສົງໃນການຂໍສິດທິພິເສດຕາມເງື່ອນໄຂຂອງລະບຽບແຫຼ່ງກຳເນີດສິນຄ້າຂອງປະເທດຜູ້ໃຫ້ສິດທິພິເສດ. ​ໃນ​ກໍລະນີປະເທດຜູ້ນຳເຂົ້າທີ່ໃຫ້ສິດທິພິເສດທາງການຄ້າ ຫາກບໍ່ຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ບໍລິສັດ/ໂຮງງານ, ຜູ້ຜະລິດ, ຜູ້ສົ່ງອອກ ບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໝາຍເຖິງ ບໍລິສັດ/ໂຮງງານ, ຜູ້ຜະລິດ, ຜູ້ສົ່ງອອກ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບສິດ.

ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ປະກອບມີ ສອງ ຂັ້ນຕອນຄື ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ແລະ ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍມີລາຍລະອຽດ ດັ່ງນີ້:

  1. ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (Confirmation of Product Eligibility: CPE)

1.1  ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແມ່ນ ເອກະສານຮັບຮອງວ່າສິນຄ້າໄດ້ເກີດຂຶ້ນ ຫຼື ຜ່ານຂະບວນການຜະລິດໃນ ສປປ ລາວ ​ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບແຫຼ່ງກຳເນີດສິນຄ້າ​​ທີ່​ໄດ້​ຮັບສິດ​ທິ​ພິ​ເສດ.

      ການ​ອອກ​ໃບ CPE ​ແມ່ນເພື່ອນຳໃຊ້ເປັນບ່ອນອີງໃນການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ (Certificate of Origin under the Preferential Scheme: CO) ແລະ ​ຕ້ອງ​ໄດ້ອອກ​ໃຫ້​ທຸກ​ລາຍ​ການ​ສິນຄ້າ​ທີ່​ຈະ​ສົ່ງ​ອອກທີ່​ນຳ​ໃຊ້​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​, ບໍ່ວ່າ​ສິນ​ຄ້າ​ນັ້ນຈະ​ເປັນ​ສິນຄ້າທີ່​ໄດ້​ມາ ຫຼື ຜະລິດ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ ສປປ ລາວ ທັງໝົດ (Wholly Obtained or Produced Goods) ​ຫຼື ສິນຄ້າ​ທີ່​ໄດ້​ມາ ຫຼື ຜະລິດ​ໂດຍ​ບໍ່​ໄດ້​ນໍາ​ໃຊ້​ວັດຖຸ​ດິບ​ພາຍ​ໃນ ສປປ ລາວ ທັງໝົດ (Not Wholly Obtained or Produced Goods).

1.2  ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດຂໍການຮັບຮອງການໄດ້ແຫຼ່ງກຳເນີດຂອງສິນຄ້ານຳ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ. ເອກະສານປະກອບເພື່ອຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ     ມີດັ່ງນີ້:  

  1. ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໃບແຈ້ງລາຄານຳເຂົ້າ (Import Invoice);
  3. ໜັງສື​ຮັບຮອງ​ລາຍ​ລະອຽດ, ຂັ້ນ​ຕອນ​ການ​ຜະລິດ, ຕົ້ນ​ທຶນ ​ແລະ ລາຄາ​ສິນຄ້າ ແລະ ແຜນວາດຂະບວນການຜະລິດ ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  4. ເອກະສານຢັ້ງຢືນການໄດ້ມາ ຫຼື ການນຳເຂົ້າວັດຖຸດິບ;
  5. ໃບ​ແຈ້ງ​ຂີດ​ຄວາມ​ສາມາດ​ໃນ​ການ​ສົ່ງ​ອອກ​ປະຈຳ​ປີ;
  6. ໃບ​ແຈ້ງ​ແບບຢ່າງ​ລາຍ​ເຊັນ​ຂອງ​ບໍລິສັດ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  7. ໃບ​ທະບຽນວິ​ສາ​ຫະກິດ ແລະ/ຫຼື ໃບອະນຸຍາດດໍາເນີນທຸລະກິດທີ່ກ່ຽວຂ້ອງ ສະ​ບັບ​ສຳ​ເນົາ;
  8. ໃບ​ຢັ້ງຢືນ​ການມອບ​ພັນທະ​ອາກອນປະຈຳ​ປີ ສະ​ບັບ​ສຳ​ເນົາ.

1.3  ພາຍຫຼັງສຳ​ເລັດ​ການ​ກວດກາ​ຄວາມ​ຖືກຕ້ອງ​ທາງ​ດ້ານ​ເອກະສານ​ປະກອບ​ຕ່າງໆຂ້າງ​ເທິງ​ແລ້ວ, ເຈົ້າໜ້າທີ່​​ຢັ້ງຢື​ນ​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ ​​ຕ້ອງລົງກວດ​ກາໂຮງງານ ​ເພື່ອ​ເບິ່ງ​ຂະ​ບວນການ​ຜະລິດ​ຕົວ​ຈິງ ຫຼື ບ່ອນເກັບໄວ້​ຂອງ​ສິນຄ້າ​ດັ່ງກ່າວ ໂດຍທັນທີ, ຊ້າສຸດບໍ່ໃຫ້ກາຍ ສາມ ວັນລັດຖະການ ເພື່ອ​ຮັບປະກັນ​ຄວາມ​ຖືກຕ້ອງ​ສອດຄ່ອງ​ກັບ​ລະບຽບ​ແຫຼ່ງກຳເນີ​ດສິນຄ້າ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ນັ້ນໆ. ການເກັບກຳຂໍ້ມູນຕົວຈິງຢູ່ໂຮງງານແມ່ນ ໃຫ້ເກັບກຳຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ.

1.4  ກຳນົດເວລາໃນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແມ່ນພາຍໃນ ສາມ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ; ແລະ ​ພາຍຫຼັງ​ທີ່​​ສຳ​ເລັດ​ການ​ລົງ​ເບິ່ງ​ຂະ​ບວນ​ການ​ຜະ​ລິດ​ຕົວ​ຈິງຂອງ​ ບໍ​ລິ​ສັດ/ໂຮງ​ງານ.

1.5  ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແມ່ນອອກໃຫ້ ໜຶ່ງໃບ ຕໍ່ ໜຶ່ງລາຍການສິນຄ້າ ຕາມລະຫັດພາສີຍ່ອຍ​ໃນລະດັບ ຫົກ ຕົວເລກ ໂດຍສອດຄ່ອງກັບສາລະບານສິນຄ້າ​ ແລະ ອັດຕາພາສີຂອງ ສປປ ລາວ ບົນພື້ນຖານລະບົບເອກະພາບອາຊຽນ. ຖ້າເງື່ອນໄຂການໄດ້ແຫຼ່ງກໍາເນີດສິນຄ້າມີການປ່ຽນແປງ ຫຼື ​ມີ​​ລາຍການ​ສິນຄ້າໃໝ່​ສົ່ງ​ອອກ, ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຕ້ອງຂໍການຮັບຮອງສິນຄ້າ​ໄດ້​ແຫຼ່ງກຳ​ເນີ​ດຄືນໃໝ່      ໂດ​ຍປະຕິບັດ​ຕາມ​ຂໍ້ 1.2, 1.3 ແລະ 1.4 ໂລແມັງ I ຂອງ​ຄຳ​ແນະນຳ​ສະບັບ​​ນີ້.

1.6  ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ມີອາຍຸການນຳໃຊ້ ໜຶ່ງ ປີ. ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຕ້ອງຂໍຕໍ່ການຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ກ່ອນໝົດອາຍຸການນຳໃຊ້ ໜຶ່ງ ເດືອນ ໂດຍປະຕິບັດຕາມຂໍ້ 1.2, 1.3 ແລະ 1.4 ໂລແມັງ I ຂອງຄຳແນະນຳສະບັບນີ້.

  1. ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການອອກໃບ CO ທີ່ ສປປ ລາວ ນໍາໃຊ້ໃນປະຈຸບັນນີ້ມີທັງໝົດ ສາມ ຮູບແບບ ຄື ​ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດແບບປົກກະຕິ (Manual), ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າດ້ວຍຕົນເອງ (Self-Certification). ​

ສໍາລັບ​ການອອກໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຜ່ານທາງລະບົບເອເລັກໂຕຣນິກ ​ແລະ ການຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າດ້ວຍຕົນເອງ​ ແມ່ນ​ມີ​ນິຕິກຳ​ສະ​ເພາະ.

2.1  ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ

  1. ​ປົກ​ກະ​ຕິ ຕ້ອງປະກອບ​ເອກະສານ​ຄົບ​ຖ້ວນ ແລະ ຖືກ​ຕ້ອງ ດັ່ງນີ້:
  1. ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ສຳເນົາໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ຫຼື ໃບຢັ້ງຢືນການໄດ້ມາຂອງສິນຄ້າ;
  3. ໃບ CO ທີ່ຕື່ມຂໍ້ມູນແລ້ວ;
  4. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສິນຄ້າສົ່ງອອກ (Export Invoice and Packing List);
  5. ໃບແຈ້ງພາສີເປັນລາຍລະອຽດ;
  6. ສຳເນົາໃບຂົນສົ່ງ.

ສຳລັບສຳ​ເນົາເອກະສານປະກອບ ຕ້ອງໄດ້ເຊັນ ແລະ ຈ້ຳກາຮັບຮອງໂດຍ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

ກຳນົດເວລາໃນການອອກໃບ CO ແມ່ນພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

ກໍລະນີຂົນສົ່ງທາງອາກາດ ຫຼື ຂົນສົ່ງໂດຍບໍ່ຜ່ານປະເທດທີສາມ ຜູ້ຂໍໃບ CO ສາມາດສົ່ງໃບແຈ້ງພາສີເປັນລາຍລະອຽດ ແລະ ໃບຂົນສົ່ງໃຫ້ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໄດ້ພາຍໃນ ຫ້າ ວັນລັດຖະການ ນັບແຕ່ວັນອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ.

ຄ່າທຳນຽມໃນການອອກໃບ CO ແມ່ນ ໃຫ້ປະຕິບັດຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ.

2.2  ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດໃນກໍລະນີເສຍຫາຍ ຫຼື ຖືກທຳລາຍ

        ກໍລະນີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າເສຍຫາຍ ຫຼື ຖືກທຳລາຍ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດນຳເອົາ ໃບ CO ສະບັບສຳເນົາ ມາຂໍຢັ້ງຢືນນຳ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫຼື ສະເໜີອອກໃບ CO ຄືນ​ໃໝ່ ໂດຍປະຕິບັດ ດັ່ງນີ້:

ກ. ການນຳເອົາໃບ CO ສະບັບສຳເນົາ ມາຂໍຢັ້ງຢືນນຳ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຕ້ອງປະກອບເອກະສານ ດັ່ງນີ້:

  1. ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໃບ CO ສະບັບສໍາເນົາ;
  3. ໜັງສືຢັ້ງຢືນການເສຍຫາຍ ຫຼື ຖືກທຳລາຍ ຈາກຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

ກໍານົດເວລາໃນການຢັ້ງຢືນໃບ CO ສະບັບສໍາເນົາ ແມ່ນພາຍໃນ ໜຶ່ງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

ຂ. ການສະເໜີອອກໃບ CO ຄືນໃໝ່ ຕ້ອງປະກອບມີເອກະສານ ດັ່ງນີ້:

  1. ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໃບ ​​CO ທີ່ຕື່ມຂໍ້ມູນແລ້ວ;
  3. ໃບ ​​CO ສະບັບສໍາເນົາ. ໃນກໍລະນີທີ່ໃບ ​​CO ສະບັບສໍາເນົາເສຍຫາຍ ຫຼື ຖືກທໍາລາຍ ຈະຕ້ອງມີໃບຢັ້ງຢືນຈາກບໍລິສັດ/ໂຮງງານ;
  4. ໜັງສືຢັ້ງຢືນການເສຍຫາຍ ຫຼື ຖືກທຳລາຍ ຈາກຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

ກໍານົດເວລາໃນການຂໍອອກໃບ ​​CO ຄືນ​ໃໝ່ ແມ່ນພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

ຄ່າທຳນຽມໃນການອອຫໃບ CO ແມ່ນ ໃຫ້ປະຕິບັດຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ.

2.3  ການອອກ​ໃບ CO ກໍລະນີດັດແກ້ຂໍ້ມູນ

ການດັດແກ້ຂໍ້ມູນໃນໃບ ​​CO ແມ່ນດັດແກ້ໃນກໍລະນີທີ່ມີຂໍ້ຜິດພາດຈາກເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫຼື ຈາກຜູ້ຂໍຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍປະຕິບັດຕາມຂັ້ນຕອນ ດັ່ງນີ້:

ກ. ການດັດແກ້ຂໍ້ມູນໃນໃບ CO ທີ່ເກີດຈາກຄວາມຜິດພາດຂອງເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ຕ້ອງໃຫ້ເຈົ້າໜ້າທີ່ເຊັນ ແລະ ຈ້ຳກາຢັ້ງຢືນຄວາມຖືກຕ້ອງໃສ່ໃນຈຸດທີ່ດັດແກ້ນັ້ນ ແລະ ບໍ່ໄດ້ເສຍຄ່າທຳນຽມໃນການຢັ້ງຢືນດັ່ງກ່າວ.

ຂ. ການດັດແກ້ຂໍ້ມູນໃນໃບ CO ທີ່ເກີດຈາກ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ຜູ້ຂໍໃບ CO ສະເໜີຫາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງ​ກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ເພື່ອອອກສະບັບໃໝ່ ໂດຍປະກອບເອກະສານ ດັ່ງນີ້:

  1. ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໃບ CO ທີ່ຕື່ມຂໍ້ມູນແລ້ວ;
  3. ໃບ CO ສະບັບຕົ້ນ ແລະ ສະບັບສໍາເນົາ;
  4. ເອກະສານອື່ນໆທີ່ຕິດພັນກັບການດັດແກ້ຕາມແຕ່ລະກໍລະນີ.

ສຳລັບການເສຍຄ່າທໍານຽມ ແມ່ນ ໃຫ້​ປະຕິບັດ​ຄື​ກັນ​ກັບກໍລະນີ​ອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ.

2.4  ການຊື້ແບບພິມໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

         ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດຊື້ແບບ​ພິມໄດ້ ບໍ່ເກີນ 50 ຊຸດ/ຄັ້ງ/ແບບພິມ. ກ່ອນ​ການ​ສະ​ເໜີ​ຂໍ​ຊື້​ແບບ​ພິມ​ຄັ້ງ​ຕໍ່​ໄປ ຕ້ອງ​ໄດ້​ຄັດ​ຕິດ​ບົດສະຫຼຸບ​​ແບບ​ພິມທີ່​ຖືກ​ນຳ​ໃຊ້ ແລະ/ຫຼື ​ບໍ່​ໄດ້​​ນຳ​ໃຊ້ ທີ່​ໄດ້​ຊື້​ໄປ​ໃນ​ຄັ້ງ​ທີ່​ຜ່ານ.

ຄ່າແບບພິມແມ່ນ ໃຫ້ປະຕິບັດຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ.

2.5  ການຕື່ມຂໍ້ມູນໃສ່ແບບພິມໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການຕື່ມຂໍ້ມູນໃສ່ໃບ CO, ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ​ຕ້ອງປະຕິບັດ ດັ່ງນີ້:

  1. ຂໍ້ມູນທີ່ຕື່ມໃສ່ໃບ CO ຕ້ອງກົງກັບຂໍ້ມູນຂອງເອກະສານທີ່ປະກອບ ແລະ ບໍ່ໃຫ້ພິມກາຍເສັ້ນຂີດຂັ້ນຂອງແຕ່ລະຫ້ອງ;
  2. ພາສາທີ່ໃຊ້ຕ້ອງເປັນພາສາອັງກິດໂຕພິມໃຫຍ່ (Capital Letter);
  3. ໃບ CO ທີ່ຕື່ມຂໍ້ມູນແລ້ວ ຕ້ອງສະອາດ, ໂຕໜັງສືຈະແຈ້ງດີ, ບໍ່ມີຮອຍລຶບ, ຂີດຂ້າ ຫຼື ຕື່ມໃສ່ບ່ອນໃດບ່ອນໜຶ່ງ;
  4. ການຕື່ມຂໍ້ມູນ ແມ່ນໃຫ້ພິມແຖວຕໍ່ແຖວໂດຍບໍ່ໃຫ້ປະຫວ່າງໄວ້. ກໍລະນີສຸດແຖວຊ່ອງ​ຫວ່າງ​ທີ່​ບໍ່​ໄດ້​ນຳ​ໃຊ້​ ໃຫ້​ຂີດ​ເສັ້ນຈົນສຸດແຖວ ເພື່ອ​ບໍ່​ໃຫ້​ສາ​ມາດເພີ່ມ​ຕື່ມຂໍ້​ມູນ​ໃສ່​ໄດ້.

2.6  ການໃສ່ເລກທີຂອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການໃສ່ເລກທີຂອງໃບ CO ໂດຍຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ໃສ່ ແປດ ຕົວເລກ ຊຶ່ງຂຶ້ນຕົ້ນດ້ວຍເລກລະຫັດຂອງປີ ສອງ ຕົວເລກທ້າຍ, ຕາມດ້ວຍເລກລະຫັດຂອງຫ້ອງການ​ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ສອງ ຕົວເລກ ແລະ ເລກລໍາດັບ ສີ່ ຕົວເລກ. ສຳລັບໃບ CO ບາງປະເພດທີ່ຕ້ອງໄດ້ໃສ່ລະຫັດປະເທດ ຫຼື ຕົວອັກສອນຫຍໍ້ ແມ່ນໃຫ້ເພີ່ມໃສ່ທາງໜ້າຂອງ ເລກລະຫັດ ແປດ ຕົວເລກນັ້ນ. ການໃສ່ເລກທີີຂອງໃບ CO ສາມາດໃຊ້ຈັກພິມດີດ ຫຼື ກາຈ້ຳເລກທີ.

  1. ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ປະກອບດ້ວຍ:

  1. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ;
  2. ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ແຂວງ, ເຂດເສດຖະກິດພິເສດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງ ຫຼື ພາກສ່ວນອື່ນທີ່ຖືກມອບໝາຍໃຫ້ຢັ້ງຢືນແຫຼ່ງກຳເນີດ ສິນຄ້າໄດ້.

ພາກສ່ວນທີ່ອອກໃບ CO ຕ້ອງຜ່ານການຝຶກອົບຮົມ ແລະ ໄດ້ຮັບໃບຢັ້ງຢືນຈາກ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

  1. ສິດ ແລະ ໜ້າທີ່ຂອງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດພິເສດ ແລະ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດພິເສດ

1. ສິດ ແລະ ໜ້າທີ່ຂອງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດພິເສດ

         1.1 ກົມການນຳເຂົ້າ ແລະ ສົ່ງອອກ ເປັນເສນາທິການໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຄຸ້ມຄອງການຢັ້ງຢືນແຫຼ່ງກຳເນີດສິນຄ້າ. ນອກຈາກສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໃວ້ໃນ ມາດຕາ 18 ຂອງ​ດຳລັດວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010, ກົມການນຳເຂົ້າ ແລະ ສົ່ງອອກ ຍັງມີສິດ ແລະ ໜ້າທີ່ສະເພາະດັ່ງນີ້:

  1. ຄົ້ນຄວ້າ ແລະ ສະເໜີລັດຖະມົນຕີ ມອບໝາຍໃຫ້ພາກສ່ວນທີ່ມີເງື່ອນໄຂ ແລະ ໄດ້​ຜ່ານ​ການ​ຝຶກ​ອົບ​ຮົມ​ຈາກ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າໃນຂອບເຂດທົ່ວປະເທດ;
  2. ຄົ້ນຄວ້າ ແລະ ພິຈາລະນາ ອອກໃບ CPE ໃຫ້​ທຸກ ບໍລິສັດ/ໂຮງງານ ​ແລະ ທຸກ​ລາຍການ​ສິນຄ້າ​ທີ່​ນຳ​ໃຊ້​ສິດທິ​ພິ​ເສດ​;
  3. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະ​ເມີນການຈັດ​ຕັ້ງ​ປະຕິບັດວຽກງານ​ການ​ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຢ່າງ​ເປັນ​ປະຈຳ​ໃນ​ແຕ່ລະ​ປີ;
  4. ເປັນຈຸດປະສານງານກັບຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ພາກສ່ວນອື່ນທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດໃນການປະຕິບັດວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ;
  5. ພົວພັນ ແລະ ຮ່ວມມືກັບສາກົນ ລວມທັງການເຈລະຈາກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າ;
  6. ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຕາມການມອບໝາຍຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍສອດຄ່ອງກັບຄຳແນະນຳສະບັບນີ້ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ;
  7. ເກັບຄ່າທຳນຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ;
  8. ເປັນຜູ້ສັ່ງພິມແບບພິມໃບ CO ທຸກປະເພດ, ພ້ອມທັງສົ່ງໃຫ້ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດອື່ນໃນຂອບເຂດທົ່ວປະເທດຕາມການສະເໜີຂໍສັ່ງພິມ;
  9. ສັງລວມແບບຢ່າງລາຍເຊັນ ​ແລະ ກາ​ປະ​ທັບຂອງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດໃນຂອບເຂດທົ່ວປະເທດ ແລະ ສົ່ງ​ໃຫ້​ເຈົ້າໜ້າທີ່​ປະ​ເທດ​ນຳ​ເຂົ້າ​ທີ່​ກ່ຽວຂ້ອງ​ເປັນ​ປະຈໍາ​ໃນ​ແຕ່   ລະປີ;
  10. ສັງ​ລວມລາຍ​ລະອຽດ ​ແລະ ຂໍ້​ມູນ​ຂອງ​ບໍລິສັດ​ທີ່ຂໍອອກໃບ CO ໃນຂອບເຂດທົ່ວປະເທດ​ຢ່າງ​ເປັນ​ປະຈຳ​ໃນ​ແຕ່ລະ​ປີ;
  11. ເກັບຮັກສາສຳເນົາເອກະສານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ຄົບຊຸດ ຢ່າງໜ້ອຍ    ສາມ ປີ;
  12. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມລະບຽບກົດໝາຍ ແລະ ຕາມການມອບໝາຍຂອງຂັ້ນເທິງ.

1.2 ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ແຂວງ, ເຂດເສດຖະກິດພິເສດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງ ຫຼື ພາກສ່ວນອື່ນທີ່ຖືກມອບໝາຍເປັນຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຕາມການມອບໝາຍຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍສອດຄ່ອງກັບຄຳແນະນຳສະບັບນີ້ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ;
  2. ຄົ້ນຄວ້າ ແລະ ພິຈາລະນາ ອອກໃບ CPE ໃຫ້​ທຸກ ບໍລິສັດ/ໂຮງງານ ​ແລະ ທຸກ​ລາຍການ​ສິນຄ້າ​ທີ່​ນຳ​ໃຊ້​ສິດທິ​ພິ​ເສດ​;
  3. ສະເໜີຂໍສັ່ງພິມແບບພິມໃບ CO ນຳ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ຕິດພັນກັບການສັ່ງພິມ ໂດຍຄັດຕິດໃບສະຫຼຸບແບບພິມໃບ CO ທີ່ພິມຜິດ ແລະ ບໍ່ໄດ້ນໍາໃຊ້ມາພ້ອມ.
  4. ສັງລວມແບບຢ່າງລາຍເຊັນ ແລະ ກາປະທັບ ຂອງຫ້ອງການຕົນ​ແລ້​ວສົ່ງ​ໃຫ້ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ພາຍ​​ໃນ​ວັນ​ທີ 01 ຕຸລາ ຂອງ​ແຕ່ລະ​ປີ​ຢ່າງ​ເປັນ​ປົກກະຕິ;
  5. ເກັບ​ຄ່າ​ທຳ​ນຽມ ແລະ ຄ່າ​ບໍ​ລິ​ການ ​ຕາມ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ຄ່າ​ທຳ​ນຽມ ແລະ ຄ່າ​ບໍ​ລິ​ການ​ ທີ່​ໄດ້​ປະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ;
  6. ສັງລວມ ແລະ ວິໄຈຂໍ້ມູນສະຖິຕິການສົ່ງອອກທີ່ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ເພື່ອລາຍງານຂັ້ນເທິງ ແລະ ເຜີຍແຜ່ຢ່າງເປັນປົກກະຕິ;
  7. ສັງ​ລວມລາຍ​ລະອຽດ ​ແລະ ຂໍ້​ມູນ​ຂອງ​ບໍລິສັດ​ທີ່ຂໍອອກໃບ CO ໃຫ້ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ     ຊ້າ​ສຸດ​​ບໍ່​ໃຫ້ກາຍ​ວັນ​ທີ 31 ທັນວາ ຂອງ​ແຕ່ລະ​ປີຢ່າງ​ເປັນ​ປົກກະຕິ;
  8. ເກັບຮັກສາສຳເນົາເອກະສານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ຄົບຊຸດ ຢ່າງໜ້ອຍ    ສາມ ປີ;
  9. ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຕາມການສະເໜີ;
  10. ປະ​ເມີນ​ການຈັດ​ຕັ້ງ​ປະຕິບັດວຽກງານ​ການ​ອອກ​ໃບ CO, ໃບ CPE, ການ​ເກັບ​ກຳ​ສະຕິຖິ ແລະ ການ​ເກັບກຳຂໍ້​ມູນ​ລາຍ​ລະອຽດຂອງ​ບໍລິສັດ​​ໃນ​ແຕ່ລະ​ປີ ​ແລ້ວ​ລາຍ​ງານ​ໃຫ້ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ກ່ອນວັນ​ທີ 10 ມັງກອນ ຂອງ​​ປີຖັດ​ໄປ ​ຢ່າງ​ເປັນ​ປົກກະຕິ;
  11. ສະເໜີໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຈັດຝຶກອົບຮົມ ແລະ ເຜີຍແຜ່ວຽກງານແຫຼ່ງກຳເນີດສິນຄ້າຕາມຄວາມເໝາະສົມ;
  12. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.
  1. ສິດ ແລະ ໜ້າທີ່ຂອງຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

         ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ສະເໜີຂໍການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ນຳຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ບ່ອນທີ່ຕົນມີການຜະລິດ/ເກັບຊື້ ຫຼື ອີງ​ໃສ່ຄວາມ​ສະດວກ​ຂອງ​ຕົນ;
  2. ສະເໜີຂໍການຮັບຮອງສິນຄ້າໄດ້ແຫຼ່ງກຳເນີດນຳຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ;
  3. ສະເໜີ ຫຼື ຮ້ອງຟ້ອງເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ກ່ຽວກັບ ການປະຕິບັດໜ້າທີ່ເມື່ອເຫັນວ່າມີພຶດຕິກຳທີ່ບໍ່ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ;
  4. ສະໜອງເອກະສານ ແລະ ຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງໃນເວລາສະເໜີຂໍການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ;
  5. ໃຫ້ຄວາມຮ່ວມມື ແລະ ສະໜອງເອກະສານ ຫຼື ຂໍ້ມູນທີ່ກ່ຽວຂ້ອງກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຂອງຕົນໃຫ້ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນເວລາມີຄວາມຈຳເປັນຕາມການສະເໜີ;
  6. ເກັບຮັກສາສຳເນົາໃບ CO ແລະ ເອກະສານກ່ຽວຂ້ອງ ຄົບຊຸດ ຢ່າງໜ້ອຍ ສາມ ປີ;
  7. ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ການ​ກວດກາ​ເອກະສານ​ຂອງ​ເຈົ້າໜ້າທີ່​ປະ​ເທດ​ປາຍທາງ​ຜູ້ນຳ​ເຂົ້າໂດຍ​ສະ​ເພາະ​ໃນ​ກໍລະນີ​ເກີດ​ບັນຫາ​ທີ່​ບໍ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການສົ່ງ​ອອກ​ຂອງ​ຕົນ​ຕາມ​ແຕ່ລະ​ໄລຍະ;
  8. ສຶກສາຄົ້ນຄ້ວາລະບຽບແຫຼ່ງກຳເນີດສິນຄ້າ ແລະ ລະບຽບການທີ່ກ່ຽວຂ້ອງອື່ນໆ;
  1. ມາດຕະການຕໍ່ຜູ້ລະເມີດ

1. ມາດຕະການຕໍ່ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

 ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫາກມີພຶດຕິກໍາ ເຊັ່ນ ແກ່ຍາວເວລາເກີນກຳນົດເວລາທີ່ໄດ້ລະບຸໄວ້ໃນຄຳແນະນຳສະບັບນີ້ ດ້ວຍເຫດຜົນບໍ່ພຽງພໍເພື່ອຮຽກຮ້ອງເອົາຜົນປະໂຫຍດຈາກຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍບໍ່ຖືກຕ້ອງຕາມລະບຽບຫຼັກການ ຫຼື ການສົມຮູ້ຮ່ວມຄິດກັບຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າປອມແປງເອກະສານ ແລະ ອື່ນໆ ຈະຖືກປະຕິບັດມາດຕະການຕ່າງໆດັ່ງນີ້: ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ຍົກຍ້າຍໜ້າທີ່, ປົດຕຳແໜ່ງ ຫຼື ຖືກໄລ່ອອກຈາກລັດຖະກອນ ຕາມແຕ່ລະກໍລະນີການກະທຳຜິດສະຖານເບົາ ຫຼື ໜັກ. ຖ້າວ່າການລະເມີດນັ້ນຫາກເປັນການກະທຳຜິດທາງອາຍາ ແມ່ນຈະຖືກດຳເນີນຄະດີຕາມກົດໝາຍອາຍາ.

2. ມາດຕະການຕໍ່ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫາກມີພຶດຕິກຳ ເຊັ່ນ ການປອມແປງເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ປອມແປງໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ, ການແຈ້ງຂໍ້ມູນບໍ່ຖືກຕ້ອງຕາມຄວາມເປັນຈິງ, ການລັກລອບເອົາສິນຄ້າທີ່ບໍ່ໄດ້ແຫຼ່ງກຳເນີດມາຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ອື່ນໆ ແມ່ນຈະຖືກປະຕິບັດມາດຕະການຕ່າງໆດັ່ງນີ້: ກ່າວເຕືອນ, ສຶກສາອົບຮົມ, ຖືກລົບລ້າງໃບ CPE ຫຼື ໃບ CO, ຖອນສິດໃນການຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫຼື ໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຕາມແຕ່ລະກໍລະນີການກະທຳຜິດສະຖານເບົາ ຫຼື ໜັກ. ຖ້າວ່າການລະເມີດນັ້ນຫາກເປັນການກະທຳຜິດທາງອາຍາ ແມ່ນຈະຖືກດຳເນີນຄະດີຕາມກົດໝາຍອາຍາ.

  1. ການຈັດຕັ້ງປະຕິບັດ

ມອບ​ໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ປະສານກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຊີ້ນຳທຸກຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບການ.

  1.  ຜົນສັກສິດ

       ຄຳ​ແນະນຳສະບັບນີ້ ມີ​​ຜົນ​ສັກ​ສິດ ພາຍຫຼັງລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ ເປັນຕົ້ນໄປ.

       ຄຳ​ແນະນຳສະບັບນີ້ ປ່ຽນແທນ ຄຳແນະນຳກ່ຽວກັບການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດທິ​ພິ​ເສດ ສະບັບເລກທີ 2225/ອຄ.ກຂອ, ລົງວັນທີ 05 ທັນວາ 2014 ແລະ ເລີ່ມຈັດຕັ້ງປະຕິບັດມາດຕະການຕ່າງໆຕາມຄຳແນະນຳສະບັບໃໝ່ນີ້ ນັບແຕ່ວັນທີ 14 ກຸມພາ 2020 ເປັນຕົ້ນໄປ.

ລັດຖະມົນຕີ 
ນ ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 The instructions on verifying the origin of preferential goods No. 0118 / MOIC.DIMEX on 31 January 2020 PDF
2 ຄໍາແນະນໍາ ກ່ຽວກັບການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເລກທີ 0118/ອຄ.ກຂອ ວັນທີ 31 ມັງກອນ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.