ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ      ເລກທີ 0415/ກງ
ນະຄອນຫຼວງ​ວຽງຈັນ, ວັນທີ 10 ກຸມພາ 2020

ຂໍ້ຕົກລົງ

ວ່າດ້ວຍ ການເກັບຄ່າທຳນຽມ ສຳລັບສິນຄ້າ, ເຄື່ອງຂອງ ນຳເຂົ້າເພື່ອສົ່ງອອກຕໍ່

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 09133/ກພສ, ລົງວັນທີ 19 ພະຈິກ 2019 ກ່ຽວກັບການສະເໜີພິຈາລະນາປັບອັດຕາການເກັບຄ່າທຳນຽມ ບາງປະເພດສິນຄ້າ, ເຄື່ອງຂອງ ສຳລັບການນຳເຂົ້າເພື່ອສົ່ງອອກຕໍ່;
  • ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 109/ຫສນຍ, ລົງວັນທີ 28 ມັງກອນ 2020 ວ່າດ້ວຍ ທິດຊີ້ນຳກ່ຽວກັບການຮັບຮອງເອົາຂໍ້ຕົກລົງວ່າດ້ວຍການເກັບຄ່າທຳນຽມສຳລັບສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ ຂອງ ກະຊວງການເງິນ.

ລັດຖະມົນຕີກະຊວງການເງິນ ຕົກລົງ:

ມາດຕາ 1 ກຳນົດ ອັດຕາຄ່າທຳນຽມໃນການອອກໜັງສືອະນຸມັດສຳລັບການນຳເຂົ້າສິນຄ້າ, ເຄື່ອງຂອງເພື່ອສົ່ງອອກຕໍ່ໂດຍບັນດາຜູ້ປະກອບການນຳເຂົ້າ-ສົ່ງອອກທີ່ມີເງື່ອນໄຂຄົບຖ້ວນ ແລະ ໄດ້ຮັບອະນຸຍາດ ແລະ ເພື່ອຕອບສະໜອງຕໍ່ນະໂຍບາຍຂອງ ສປປ ລາວ ໃນການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລມາເປັນປະເທດທີ່ເປັນສູນກາງເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ ແລະ ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແນໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

ມາດຕາ 2 ການກຳນົດປະເພດສິນຄ້າ, ເຄື່ອງຂອງ ແລະ ອັດຕາຄ່າທຳນຽມແບບເດັດຖານ

  ກົມພາສີ, ກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດຈັດເກັບຄ່າທຳນຽມການນຳເຂົ້າເພື່ອສົ່ງອອກຕໍ່ແບບເດັດຖານ ສຳລັບປະເພດສິນຄ້າ, ເຄື່ອງຂອງທີ່ຢູ່ໃນບັນຊີຄຸ້ມຄອງຂອງລັດຖະບານ ດັ່ງນີ້:

ກ. ປະເພດຢາສູບທຸກຊະນິດ ທຸກຍີ່ຫໍ້:

ລຳດັບ

ປະເພດຢາສູບ

ອັດຕາຄ່າທຳນຽມ

1

ຢາສູບເປັນຊອງ, 20ກອກX10ຊອງX50ຕຸດ/ແກັດ

17 USD/ແກັດ

2

ຢາສູບເປັນຊອງ, 20ກອກX10ຊອງX25ຕຸດ/ແກັດ

10 USD/ແກັດ

3

ຢາສູບຊີກາ

15 USD/ແກັດ

4

ຢາເສັ້ນ

0.5 USD/ກລ

ຂ. ປະເພດເຄື່ອງດື່ມທີ່ມີທາດເຫຼົ້າ:

ລຳດັບ

ປະເພດເຄື່ອງດື່ມທີ່ມີທາດເຫຼົ້າ

ອັດຕາຄ່າທຳນຽມ

1

ເຫຼົ້າວິສະກີ້, ເຫຼົ້້າໂກຍັກ, ເຫຼົ້້າແວງ, ເຫຼົ້າໂວດກາ, ເຫຼົ້າໝາວໄຖ (MAOTAI), ເຫຼົ້າໂຊຈູ, ເຫຼົ້້າສາເກ ແລະ ເຫຼົ້າອື່ນໆ ເກີນ 0.5% ໂດຍປະລິມານ

1 USD/ລິດ

2

ເບຍທີ່ມີທາດເຫຼົ້າບໍ່ເກີນ 5.00% ໂດຍປະລິມານ

0.3 USD/ລິດ

3

ເບຍທີ່ມີທາດເຫຼົ້າເກີນ 5.00% ແຕ່ບໍ່ເກີນ 10.00% ໂດຍປະລິມານ

0.5 USD/ລິດ

4

ເບຍທີ່ມີທາດເຫຼົ້າເກີນ 10.00% ໂດຍປະລິມານ

0.7 USD/ລິດ

ຄ. ປະເພດນ້ຳມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນທຸກຊະນິດ ເຊັ່ນ: ນ້ຳມັນເຄື່ອງ, ນ້ຳມັນໄຮໂດຣລິກ, ນ້ຳມັນເບຣກ, ນ້ຳມັນໜຽວ (ກໍລະນີໄດ້ຮັບອະນຸຍາດ) ໃຫ້ເກັບໃນອັດຕາ 0.25 USD/ລິດ/ກລ.

ງ. ປະເພດພາຫະນະ ທຸກຊະນິດ ທຸກຍີ່ຫໍ້ (ກໍລະນີໄດ້ຮັບອະນຸຍາດ):

ລຳດັບ

ປະເພດພາຫະນະ

ອັດຕາຄ່າທຳນຽມ

1

ລົດ 04 ລໍ້ ທີ່ມີຄວາມແຮງບໍ່ເກີນ 3,000 ຊີຊີ

800 USD/ຄັນ

2

ລົດ 04 ລໍ້ ທີ່ມີຄວາມແຮງເກີນ 3,000 ຊີຊີ

1,500 USD/ຄັນ

3

ລົດຈັກເປັນຄັນ (CBU)

15 USD/ຄັນ

4

ລົດຈັກເປັນສິ້ນສ່ວນຄົບຊຸດສົມບູນ (CKD)

2 USD/ຄັນ

5

ພາຫະນະກົນຈັກໜັກ ເຊັ່ນ: ລົດດຸດ, ລົດຕັກ, ລົດເກດ, ລົດໂລ, ໂຟກລິບ ແລະ ພາຫະນະທີ່ຄ້າຍຄຽງ

300 USD/ຄັນ

ຈ. ປະເພດສັດມີຊີວິດ:

ລຳດັບ

ປະເພດສັດມີຊີວິດ

ອັດຕາຄ່າທຳນຽມ

1

ຄວາຍ

23 USD/ໂຕ

2

ງົວ

18 USD/ໂຕ

3

ໝູ ນ້ຳໜັກບໍ່ເກີນ 5 ກິໂລກຣາມ

7 USD/ໂຕ

4

ໝູ ນ້ຳໜັກເກີນ 5 ກິໂລກຣາມ

10 USD/ໂຕ

5

ມ້າ

30 USD/ໂຕ

6

ແບ້

10 USD/ໂຕ

7

ແກະ

12 USD/ໂຕ

ມາດຕາ 3 ການກຳນົດປະເພດສິນຄ້າ, ເຄື່ອງຂອງ ແລະ ອັດຕາຄ່າທຳນຽມແບບທຽບຖານ

  ປະເພດສິນຄ້າ, ເຄື່ອງຂອງ ທີ່ບໍ່ນອນໃນມາດຕາ 02 ຂ້າງເທິງ ແມ່ນໃຫ້ປະຕິບັດການເກັບຄ່າທຳນຽມ ແບບທຽບຖານ ດັ່ງນີ້:

  • ປະເພດສິນຄ້າ, ເຄື່ອງຂອງທີ່ມີອັດຕາພາສີປົກກະຕິ ແຕ່ 5% ຫາ 10% ໃຫ້ເກັບໃນອັດຕາ 2%;
  • ປະເພດສິນຄ້າ, ເຄື່ອງຂອງທີ່ມີອັດຕາພາສີປົກກະຕິ ແຕ່ 11% ຫາ 20% ໃຫ້ເກັບໃນອັດຕາ 4%;
  • ປະເພດສິນຄ້າ, ເຄື່ອງຂອງທີ່ມີອັດຕາພາສີປົກກະຕິ ແຕ່ 21% ຫາ 40% ໃຫ້ເກັບໃນອັດຕາ 6% ຂອງມູນຄ່າແຈ້ງພາສີຮອດຊາຍແດນບ່ອນນຳເຂົ້າສິນຄ້າ, ເຄື່ອງຂອງ (ລາຄາ CIF).

ມາດຕາ 4 ມອບໃຫ້ ກົມພາສີ ເປັນຜູ້ຄົ້ນຄວ້າ ແລະ ກຳນົດຖານມູນຄ່າແຈ້ງພາສີສຳລັບສິນຄ້າ, ເຄື່ອງຂອງ ນຳເຂົ້າ ເພື່ອສົ່ງອອກຕໍ່ ໃນມາດຕາ 3 ໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ພາກພື້ນ ໃນແຕ່ລະໄລຍະ.

  ໃນກໍລະນີທີ່ມີການສະເໜີຂໍນຳເຂົ້າເພື່ອສົ່ງອອກຕໍ່ປະເພດສັດມີຊີວິດ ທີ່ບໍ່ໄດ້ກຳນົດໃນ ມາດຕາ 2 ຂໍ້ (ຈ) ຂ້າງເທິງແມ່ນມອບໃຫ້ກົມພາສີ ຄົ້ນຄວ້າ ແລະ ນຳສະເໜີກະຊວງການເງິນພິຈາລະນາ ເປັນແຕ່ລະກໍລະນີ.

ມາດຕາ 5 ສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າເພື່ອສົ່ງອອກຕໍ່ ຈະບໍ່ຖືກເກັບອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ແຕ່ຕ້ອງໄດ້ເສຍອາກອນກຳໄລ ຕາມກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍວ່າດ້ວຍອາກອນລາຍໄດ້. ການນຳເຂົ້າແຕ່ລະຄັ້ງຕ້ອງໄດ້ເຮັດສັນຍາກັບກົມພາສີ ຫຼື ກອງຄຸ້ມຄອງພາສີ ທີ່ໄດ້ຮັບອະນຸຍາດບົນພື້ນຖານອັດຕາເກັບທີ່ເປັນເອກະພາບໃນຂອບເຂດທົ່ວປະເທດ. ສຳລັບສິນຄ້າທີ່ກຳນົດໄວ້ໃນມາດຕາ 2 ຂໍ້ (ກ), ຂໍ້ (ຂ), ຂໍ້ (ຄ) ແລະ ຂໍ້ (ງ) ຕ້ອງໄດ້ມີການຄ້ຳປະກັນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 6 ຫ້າມເດັດຂາດບໍ່ໃຫ້ນຳເອົາສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ ມາຂາຍຢູ່ພາຍໃນປະເທດ. ໃນກໍລະນີມີການ ຫຼົບຫຼີກ, ເຊື່ອງອຳ ຫຼື ບໍ່ປະຕິບັດຕາມຂໍ້ຜູກພັນສັນຍາ ຈະໄດ້ມີການດຳເນີນຄະດີຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກຳນົດຢ່າງເຂັ້ມງວດ ຫຼື ອາດຈະຖືກຍົກເລີກຂໍ້ຜູກພັນສັນຍາທັນທີ ແລະ/ຫຼື ຮິບເງິນມັດຈຳມອບເຂົ້າງົບປະມານແຫ່ງລັດຕາມກົດໝາຍ ແລະ ລະບຽບການກຳນົດ.

ມາດຕາ 7 ຄ່າທຳນຽມສຳລັບບາງປະເພດສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ ແມ່ນໃຫ້ເກັບຢູ່ດ່ານພາສີບ່ອນນຳເຂົ້າສິນຄ້າ, ເຄື່ອງຂອງ, ໂດຍອີງຕາມສັນຍາທີ່ໄດ້ເຊັນກັບກົມພາສີ ຫຼື ກອງຄຸ້ມຄອງພາສີ ຫຼື ດ່ານພາສີຊາຍແດນ. ການຄິດໄລ່ແມ່ນເປັນສະກຸນເງິນໂດລາສະຫະລັດ (USD) ແຕ່ມອບເຂົ້າເປັນລາຍຮັບງົບປະມານແຫ່ງລັດເປັນສະກຸນເງິນກີບ ໂດຍອີງຕາມອັດຕາແລກປ່ຽນລາຄາຂາຍເງິນໂດລາສະຫະລັດ ໃນແຕ່ລະໄລຍະ.

ມາດຕາ 8 ສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ ຈະຕ້ອງຖືກເກັບມ້ຽນໃນສາງສິນຄ້າສະເພາະເພື່ອລໍຖ້າສົ່ງອອກຕໍ່ໄປຕ່າງປະເທດເທົ່ານັ້ນ. ຫ້າມບໍ່ໃຫ້ນຳສິນຄ້າດັ່ງກ່າວເຂົ້າຮ້ານປອດພາສີ ຫຼື ສາງອື່ນໆຢ່າງເດັດຂາດ.

ມາດຕາ 9 ມອບໃຫ້ກົມພາສີ ຈັດຕັ້ງເຜີຍແຜ່, ແນະນຳ ແລະ ຊີ້ນຳບັນດາພະແນກອ້ອມຂ້າງ, ກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນ ພ້ອມກັນຈັດຕັ້ງຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 10 ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ແລະ ນຳໃຊ້ໄດ້ນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງ 15 ວັນ ນັບແຕ່ວັນທີ່ພິມລົງຈົດໝາຍເຫດທາງລັດຖະການເປັນຕົ້ນໄປ ແລະ ປ່ຽນແທນ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍ ການເກັບຄ່າທຳນຽມເດັດຖານສຳລັບສິນຄ້າ, ເຄື່ອງຂອງນຳເຂົ້າເພື່ອສົ່ງອອກຕໍ່ ສະບັບເລກທີ 0462/ກງ, ລົງວັນທີ 11 ມີນາ 2003.

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Agreement on the fees of import goods for exporting, No 0415/MOF, dated 10 February 2020 PDF
2 ຂໍ້ຕົກລົງ ວ່າດ້ວຍ ການເກັບຄ່າທໍານຽມ ສໍາລັບສິນຄ້າ, ເຄື່ອງຂອງນໍາເຂົ້າເພື່ອສົ່ງອອກຕໍ່ ເລກທີ 0415/ກງ, ລົງວັນທີ 10 ກຸມພາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.