ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການແຂວງ           ເລກທີ 713/ຫວຂ.ບກ
ບໍ່ແກ້ວ, ວັນທີ 4 ສິງຫາ 2020 

ແຈ້ງການ

ເຖິງ: ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກການທີ່ກ່ຽວຂ້ອງ ຫ້ອງວ່າການເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ບັນດາຜູ້ປະກອບການ, ຫົວໜ່ວຍທຸລະກິດ ທີ່ກ່ຽວຂ້ອງກັບ ການຜະລິດ ແລະ ການຄ້າຂາຍໝູ ລວມທັງຜູ້ບໍລິໂພກພາຍໃນແຂວງ.

ເລື່ອງ: ກ່ຽວກັບການໂຈະຊົ່ວຄາວ ການນຳເຂົ້າ ໝູຊີ້ນ, ໝູພໍ່ພັນແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດຈາກ ແຂວງຫຼວງນຳ້ທາ ຫຼື ຜ່ານແຂວງ ຫຼວງນຳ້ທາ ແລະ ປະເທດໄທ.

  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2020.
  • ອີງຕາມ ທິດຊີ້ນຳຂອງທ່ານ ເຈົ້າແຂວງ ແຂວງບໍ່ແກ້ວ ຄັ້ງວັນທີ 2 ກໍລະກົດ 2020.
  • ອີງຕາມ ການປະສານສົມທົບກັບແຂວງຫຼວງນຳ້ທາ (ຂະແໜງລ້ຽງສັດ ແລະ ການປະມົງ) ທາງໂທລະສັບ ຄັ້ງວັນທິ 2 ກໍລະກົດ 2020 ກ່ຽວກັບການລະບາດຂອງພະຍາດອະຫິວາໝູອາຟຼິກາ.

   ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການ ໃຫ້ໂຈະຊົ່ວຄາວ ການນຳເຂົ້າໝູຊີ້ນ, ໝູພໍ່ພັນແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດຈາກ ແຂວງຫຼວງນຳ້ທາ ຫຼື ຈາກບັນດາແຂວງພາຍໃນ ແລະ ຕ່າງປະເທດ (ສປຈີນ, ສສ ຫວຽດນາມ) ຜ່ານແຂວງຫຼວງນຳ້ທາ ແລະ ຈາກປະເທດໄທ ເຂົ້າມາແຂວງບໍ່ແກ້ວ ເນື່ອງຈາກວ່າ ປະຈຸບັນ ນີ້ມີການແຜ່ລະບາດຮ້າຍແຮງຂອງພະຍາດອະຫິວາໝູອາຟຼິກາ ທີ່ ສປ ຈີນ, ສສ ຫວຽດນາມ, ປະເທດໄທ, ພະມ້າ ແລະ ໃນປະຈຸບັນກຳລັງມີການລະບາດຢູ່ແຂວງ ຫຼວງນຳ້ທາ.

   ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດດົ່ງກ່າວມາສູ່ ແຂວງບໍ່ແກ້ວ ພວກເຮົາ ເຊິ່ງຈະສ້າງຄວາມ ເສຍຫາຍຢ່າງມະຫາສານ ຕໍ່ເສດຖະກິດຂອງແຂວງ ແລະ ຈະເປັນຜົນກະທົບໂດຍກົງຢ່າງໃຫຍ່ຫຼວງ ຕໍ່ຜູ້ປະກອບການລ້ຽງໝູ ພ້ອມນີ້ຈະມີຜົນກະທົບຕໍ່ການສະໜອງສະບຽງອາຫານ ຕໍ່ຜູ້ບໍລິໂພກຊີ້ນໝູດ້ວຍ. ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ຊີ້ນຳຂະແໜງລ້ຽງສັດ ແລະ ການປະມົງ ແລະ ເຈົ້າໜ້າທີ່ປະຈຳດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃຫ້ເຂັ້ມງວດກວດກາບໍ່ໃຫ້ມີການລັກລອບນຳເຂົ້າໝູຊີ້ນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກບັນດາແຂວງ, ປະເທດໃກ້ຄຽງ ທີ່ໄດ້ກ່າວມາຂ້າງເທິງຢ່າງເຂັ້ມງວດ, ຫາກເຈົ້າໜ້າທີ່ກວດພົບເຫັນເປັນລົດຕ່າງໝູມີຊີວິດ ແມ່ນຕ້ອງສົ່ງກັບຄືນຕົ້ນທາງ, ຫາກແມ່ນຜະລິດຕະພັນກ່ຽວກັບໝູ ແມ່ນໃຫ້ຍຶດ ແລະ ທຳລາຍກັບທີ່ ພ້ອມປັບໄໝ ແລະ ສຶກສາອົບຮົມຕາມລະບຽບການ.

   ຖ້າຜູ້ປະກອບການຈະນຳເຂົ້າໝູພໍ່ແມ່ພັນ, ໝູຊີ້ນ, ໝູນ້ອຍ ແລະ ຜະລິດຕະພັນໝູ ແມ່ນຕ້ອງໄດ້ຮັບອະນຸຍາດ ຈາກກົມລ້ຽງສັດ ແລະ ການປະມົງ ແລະ ຕ້ອງມີໃບຢັ້ງຢືນທີ່ມາຂອງໝູຈາກຂອບເຂດທີ່ປອດພະຍາດໝູ ອອກໃຫ້ ໂດຍກົມລ້ຽງສັດ ແລະ ການປະມົງ, ຕ້ອງມີໃບຢັ້ງຢືນມາດຕະຖານຟາມຕົ້ນທາງ, ມີໃບຢັ້ງຢືນສຸຂະພາບຜົນກວດ ບໍ່ພົບເຊື້ອຂອງພະຍາດ FMD, ASF, ແລະ PRRS ຈາກຫ້ອງວິໄຈ ພາກລັດເທົ່ານັ້ນ.

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ຫົວໜ້າຫ້ອງການແຂວງບໍ່ແກ້ວ

ບຸນທອງ ແສງສີກອງ

ບ່ອນນຳສົ່ງ:

  1. ພະແນກກະສິກຳ ແລະ ປ່າໄມ້ ເພື່ອຈັດຕັ້ງປະຕິບັດ     1 ສະບັບ
  2. ຫ້ອງການກະສິກຳ ແລະ ປ່າໄມ້ເມືຶອງ ເພື່ອຈັດຕັ້ງປະຕິບັດ  1 ສະບັບ
  3. ດ່ານສາກົນແລະດ່ານປະເພນີ ເພື່ອຈັດຕັ້ງປະຕິບັດ    1 ສະບັບ
  4. ຜູ້ປະກອບການ ເພື່ອຊາບ      1 ສະບັບ
  5. ຜູ້ຈັດສັນຕະຫຼາດ ເພື່ອຊາບ    1 ສະບັບ
  6. ພະແນກການຄ້າແຂວງ ເພື່ອຊາບ   1 ສະບັບ
  7. ພະແນກການເງິນ ເພື່ຶອຊາຍ     1 ສະບັບ
  8. ຫ້ອງວ່າການແຂວງ ເພື່ອຊ່ວຍຊີ້້ນຳ  1 ສະບັບ

 

# ຫົວຂໍ້ ດາວໂຫຼດ
1 Announcement on the temporary suspension to import pork, sow and boar pigs, young pigs and all kinds of pork products to Luangnamtha Province or transit through Luangnamtha Province and Thailand, No. 713 /PO.BK, dated 04 August 2020. PDF
2 ແຈ້ງການ ກ່ຽວກັບ ການໂຈະຊົ່ວຄາວ ການນໍາເຂົ້າ ໝູຊີ້ນ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດຈາກ ແຂວງຫຼວງນໍ້າທາ ຫຼື ຜ່ານແຂວງ ຫຼວງນໍ້າທາ ແລະ ປະເທດໄທ, ເລກທີ 713/ຫວຂ.ບກ, ລົງວັນທີ 04 ສິງຫາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.