ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ        ເລກທີ 0725/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 06 ສິງຫາ 2020

ຂໍ້ຕົກລົງ

ວ່າດ້ວຍການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ

 

  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 230/ນຍ, ລົງວັນທີ 27 ກໍລະກົດ 2017;
  • ອີງ​ຕາມ ດຳລັດ ວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;
  • ອີງຕາມ ໜັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ, ສະບັບເລກທີ 1848/ກຂອ.ຄຄ, ລົງວັນທີ 09 ມິຖຸນາ 2020.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສົ່ງອອກສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າແນໃສ່​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກງານດັ່ງກ່າວໃຫ້ຖືກ​ຕ້ອງ, ສອດຄ່ອງກັບ​ກົດ​ໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ສາກົນ.

ມາດຕາ 2 ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ

ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແມ່ນຜູ້ສົ່ງອອກສິນຄ້າເປັນຜູ້ດຳເນີນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຕາມລະບຽບແຫຼ່ງກຳ ເນີດສິນຄ້າຂອງບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບຕ່າງໆທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໝາຍເຖິງ ຜູ້ສົ່ງອອກສິນຄ້າສາມາດນໍາໃຊ້ໃບແຈ້ງລາຍລະ ອຽດແຫຼ່ງກໍາເນີດສິນຄ້າ (Statement on Origin) ໃນການສົ່ງສິນຄ້າອອກແຕ່ລະຄັ້ງຕາມລະບຽບແຫຼ່ງກໍາເນີດສິນຄ້າຂອງບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າ;
  2. ໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Certificate of Certified
  3. ໝາຍເຖິງ ໃບຢັ້ງຢືນການໄດ້ຮັບສິດເປັນຜູ້ສົ່ງອອກທີ່ໄດ້ເງື່ອນໄຂໃນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຊຶ່ງອອກໂດຍຫ້ອງການ​ຄຸ້ມ​ຄອງການຈັດ​ຕັ້ງ​ປະຕິບັດວຽກ​ງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ;
  4. ລະບົບການລົງທະບຽນເປັນຜູ້ສົ່ງອອກ (Registered Exporter System: REX) ໝາຍ​ເຖິງ ຜູ້ສົ່ງອອກທີ່ລົງທະບຽນນຳຫ້ອງການຄຸ້ມຄອງການຈັດ​ຕັ້ງ​ປະຕິບັດວຽກ​ງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ເພື່ອຂໍ​ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໂດຍຜ່ານເວັບໄຊ https://ec.europa.eu/taxation_customs/registered-exporter system_en;
  5. ໃບແຈ້ງລາຍລະອຽດແຫຼ່ງກຳັນດານດັ່ງກ່າວມີປະສິດຕິຈິກ 2015 ເນີດສິນຄ້າ (Statement on Origin) ໝາຍເຖິງ ເອກະສານຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສິດທິພິເສດທາງການຄ້າ ຊຶ່ງສາມາດເຮັດໄດ້ຈາກໃບແຈ້ງລາຄາ (Invoice) ແລະ ໃບຫຸ້ມຫໍ່ (Packing List) ໂດຍການລະບຸລາຍລະອຽດຂອງການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຂອງຜູ້ສົ່ງອອກດ້ວຍຕົນເອງຕາມທີ່ກໍານົດໄວ້ໃນລະບຽບລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ຕໍ່ເຈົ້າໜ້າທີ່ພາສີຂອງບັນດາປະເທດປາຍທາງ ເພື່ອຂໍນໍາໃຊ້ສິດໃນການຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນຳເຂົ້າພາຍໃຕ້ລະ ບົບສິດທິພິເສດທາງການຄ້າ.

ມາດຕາ 4 ຂອບ​ເຂດ​ການ​ນຳ​ໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າຂອງບັນດາປະເທດ ທີ່ນໍາໃຊ້ການຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບ REX.

ໝວດທີ 2

ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ

ມາດຕາ 5 ຂັ້ນຕອນການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າດ້ວຍຕົນເອງ

ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າຂອງບັນດາປະເທດ ມີຂັ້ນຕອນ ດັ່ງນີ້:

  1. ສະໝັກລົງທະບຽນ (Pre - Application) ຜ່ານເວັບໄຊຂອງສະຫະພາບເອີຣົບ;
  2. ຂໍສິດເປັນຜູ້ຢັ້ງ​ຢືນ​ແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;
  3. ລົງທະບຽນໃນລະບົບ REX.

ມາດຕາ 6 ເງື່ອນໄຂຂອງຜູ້ຂໍສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ຜູ້ທີ່ສາມາດຂໍສິດຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າດ້ວຍຕົນເອງ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ເປັນຜູ້ສົ່ງອອກສິນຄ້າທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  2. ໄດ້ສະໝັກລົງທະບຽນ (Pre - Application) ຜ່ານເວັບໄຊຂອງສະຫະພາບເອີຣົບ.
  3. ໄດ້ລົງທະບຽນໃນລະບົບ REX.

ມາດຕາ 7 ເອກະສານປະກອບຂໍສິດເປັນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

ຜູ້ສົ່ງອອກທີ່ມີຈຸດປະສົງຂໍສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕ້ອງປະກອບເອກະສານສະເໜີຫາ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ດັ່ງນີ້:

  1. ໃບສະເໜີ ຕາມແບບພິມທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ກໍານົດໄວ້;
  2. ໃບສະໝັກເພື່ອລົງທະບຽນ (Pre - Application) ຜ່ານເວັບໄຊ https://ec.europa.eu/taxation _customs/registered-exportersystem_en;
  3. ໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດສິນຄ້າ (Confirmation of Product Eligibility: CPE).

 

ມາດຕາ 8 ການພິຈາລະນາອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບ

ນີ້, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ດຳເນີນການກວດກາເອກະສານ ແລະ ອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ຜູ້ຮ້ອງຂໍພາຍໃນກຳນົດເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.

ຖ້າເຫັນວ່າ ເອກະສານປະກອບຫາກມີເນື້ອໃນບໍ່ຄົບຖ້ວນ ແລະ ບໍ່ຖືກຕ້ອງ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍພາຍໃນກຳ ນົດເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານ ເພື່ອໃຫ້ຜູ້ຮ້ອງຂໍແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ໃນກໍລະນີທີ່ບໍ່ສາມາດອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕ້ອງໄດ້ແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍພາຍໃນກຳນົດເວລາ ສອງ ວັນລັດຖະການ ນັບແຕ່ວັັນໄດ້ຮັບເອກະສານເປັນຕົ້ນໄປ.

ມາດຕາ 9 ການລົງທະບຽນໃນລະບົບ REX

ພາຍຫຼັງອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະ ບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງປ້ອນຂໍ້ມູນຂອງຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງເຂົ້າໃນລະບົບ REX ແລະ ແຈ້ງໃຫ້ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຊາບພາຍຫຼັງສໍາເລັດການລົງທະບຽນ.

ມາດຕາ 10 ການດໍາເນີນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ

ໃນການສົ່ງອອກສິນຄ້າແຕ່ລະຄັ້ງ ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ຕ້ອງມີໃບແຈ້ງລາຍລະອຽດແຫຼ່ງກຳັນດານດັ່ງກ່າວມີປະສິດຕິຈິກ 2015 ເນີດສິນຄ້າັນດານດັ່ງກ່າວມີປະສິດຕິຈິກ 2015  ເພື່ອຂໍຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີຂາເຂົ້ານຳປະເທດປາຍທາງ ຊຶ່ງໃບແຈ້ງລາຍລະອຽດແຫຼ່ງກຳັນດານດັ່ງກ່າວມີປະສິດຕິຈິກ 2015 ເນີດສິນຄ້າແມ່ນໃຊ້ປ່ຽນແທນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແບບພິມ ເອ (Form A).

ໝວດທີ 3

ສິດ ແລະ ພັນທະຂອງຜູ້ສົ່ງອອກ

ມາດຕາ 11  ສິດຂອງ ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ

ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ມີສິດ ດັ່ງ​ນີ້:

  1. ສາມາດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ໄປບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າ ທີ່ນໍາໃຊ້ການຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບ REX;
  2. ໄດ້ຮັບສິດຕາມທີ່ກຳນົດໄວ້ຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ມາດຕາ 12 ພັນທະຂອງຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ

ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ມີພັນທະ ດັ່ງນີ້:

  1. ປະຕິບັດຕາມເງື່ອນໄຂຂອງຜູ້ທີ່ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ;
  2. ເກັບຮັກສາເອກະສານທີ່ກ່ຽວຂ້ອງກັບການຜະລິດສິນຄ້າ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າຄົບຊຸດຢ່າງໜ້ອຍ ສາມ ປີ ນັບແຕ່ປີອອກຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ເພື່ອເປັນຂໍ້ມູນອ້າງອີງໃນເວລາຖືກກວດສອບ ຫຼື ຊັກຖາມຄືນມາໃນກໍລະນີມີການກວດສອບຄືນແຫຼ່ງກຳເນີດສິນຄ້າ ທີ່ສົງໄສກ່ຽວກັບຂະບວນການ ແລະ ຂັ້ນຕອນຂອງການຜະລິດສິນຄ້າ ຕ້ອງໃຫ້ຄວາມຮ່ວມມືໃນການອະທິບາຍ - ຊີ້ແຈງ ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນບ່ອນອີງໃນການພິຈາລະນາແກ້ໄຂບັນຫາ;
  3. ລາຍງານສະຖິຕິການສົ່ງອອກສິນຄ້າພາຍໃຕ້ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໃຫ້ຫ້ອງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ຢ່າງເປັນປົກກະຕິໃນແຕ່ລະເດືອນ ແລະ ປີ ໂດຍຊ້າສຸດບໍ່ໃຫ້ກາຍວັນທີ 10 ຂອງເດືອນຖັດໄປ. ກໍລະນີມີການດັດແກ້ ຫຼື ລົບລ້າງ  Statement on Origin ທີ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ພາສີຂາເຂົ້າແລ້ວ ແມ່ນໃຫ້ສັງລວມ ແລະ ລາຍງານກ່ຽວກັບ Statement on Origin ທີ່ໄດ້ດັດແກ້ ຫຼື ລົບລ້າງນັ້ນຄືນ;
  4. ປະຕິບັດພັນທະອື່ນໆ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 4

ຂໍ້ຫ້າມ

ມາດຕາ 13 ຂໍ້ຫ້າມສໍາລັບຜູ້ສົ່ງອອກ ທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ

ຫ້າມຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ມີພຶດຕິກຳ ດັ່ງນີ້:

  1. ແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
  2. ປອມແປງເອກະສານ ຫຼື ນໍາໃຊ້​ເອກະສານ​ປອມ;
  3. ລັກລອບເອົາສິນຄ້າທີ່ບໍ່ໄດ້ເງື່ອນໄຂແຫຼ່ງກຳເນີດສິນຄ້າມາຂໍສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ;
  4. ມີພຶດຕິກຳອື່ນທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ມາດຕາ 14 ຂໍ້ຫ້າມສໍາລັບພະນັກງານຂອງຫ້ອງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ

ຫ້າມພະນັກງານ ຂອງຫ້ອງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ມີພຶດຕິກໍາ ດັ່ງນີ້:

  1. ກົດໜ່ວງຖ່ວງດຶງຫຼື ​ແກ່ຍາວ​ໃນ​ການ​ພິຈາລະນາເອກະສານ;
  2. ສວຍໃຊ້ອໍານາດໜ້າທີ່ເພື່ອຮຽກ​ເອົາຜົນປະໂຫຍດສ່ວນຕົວ, ພັກພວກ ແລະ ຍາດຕິພີ່ນ້ອງ;
  3. ສົມຮູ້ຮ່ວມຄິດ, ປິດ​ບັງ, ປົກ​ປ້ອງ ​ໃຫ້​ຄວາມ​ຮ່ວມ​ມື​ແກ່​ຜູ້​ກະທໍາ​ຄວາມ​ຜິດ, ປອມແປງເອກະສານ ຫຼື ​ນໍາໃຊ້​ເອກະສານ​ປອມ;
  4. ມີພຶດຕິກໍາອື່ນທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ໝວດທີ 5

ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ມາດຕາ 15  ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

ຫ້ອງການຄຸ້ມຄອງການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະ

ບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແມ່ນມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຄຸ້ມ​ຄອງວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຢ່າງ​ລວມສູນ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງວຽກງານດັ່ງກ່າວ.

ມາດຕາ 16  ສິດ ແລະ ໜ້າທີ່ ຂອງກົມການນຳເຂົ້າ ແລະ ສົ່ງອອກ

ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ກົມການນຳເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສ້າງນະໂຍບາຍ, ນິຕິກໍາ ແລະ ລະບຽບການ ກ່ຽວກັບວຽກງານງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສິດທິພິເສດທາງການຄ້າ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
  2. ໂຄສະນາ, ເຜີຍແຜ່, ແນະນໍາການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ໃຫ້ສັງຄົມຢ່າງທົ່ວເຖິງ;
  3. ເປັນເຈົ້າການໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ກ່ຽວກັບວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ຜ່ານລະບົບ REX;
  4. ຄັດເລືອກ ຜູ້ສົ່ງອອກທີ່ມີເງື່ອນໄຂ ແລະ ແນະນໍາການລົງທະບຽນ ເພື່ອຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;
  5. ດຳເນີນການລົງທະບຽນໃຫ້ຜູ້ສົ່ງອອກ ເປັນຜູ້ສົ່ງອອກໃນລະບົບ REX;
  6. ພິຈາລະນາການມອບສິດ, ຕິດຕາມການນຳໃຊ້ລະບົບ REX, ຕັກເຕືອນ, ໂຈະ ຫຼື ຖອນ ໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;
  7. ລົງຕິດຕາມ ແລະ ກວດກາຂະບວນການຜະລິດສິນຄ້າຢູ່ ບໍລິສັດ/ໂຮງງານ ສຳລັບສິນຄ້າທີ່ສົ່ງອອກພາຍໃຕ້ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໂດຍບໍ່ຈຳເປັນແຈ້ງກ່ອນລ່ວງໜ້າ;
  8. ສະໜອງຂໍ້ມູນ, ດັດແກ້, ຍົກເລີກ ການລົງທະບຽນເປັນຜູ້ສົ່ງອອກໃນລະບົບ REX;
  9. ສະຫຼຸບ ແລະ ລາຍງານ ກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງໃຫ້ຄະນະນໍາກະຊວງ ແລະ ຄະນະກຳມາທິການ ຂອງສະຫະພາບເອີຣົບ ເປັນແຕ່ລະໄລຍະ.

ໝວດທີ 6

ບົດບັນຍັດສຸດທ້າຍ

ມາດຕາ 17 ການຈັດຕັ້ງປະຕິບັດ

ມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້​ໃຫ້ໄດ້ຮັບປະສິດທິຜົນສູງ.

ມາດຕາ 18 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີ​​ຜົນ​ສັກ​ສິດພາຍຫຼັງລົງລາຍເຊັນ ແລະ ໄດ້ລົງ​​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ສິບຫ້າວັນ.        

ຂໍ້ຕົກລົງສະບັບນີ້ ປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນ

ເອງ ພາຍໃຕ້ໂຄງການທົດລອງ ຂອງສະຫະພາບເອີຣົບ, ສະບັບເລກທີ 0087/ອຄ.ກຂອ, ລົງວັນທີ 19 ມັງກອນ 2017.

ລັດຖະມົນຕີ​

ນ ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on Self Certificate of Origin through the registration system as an exporter under Trade Preference, No. 0725/MOIC.DIMEX, dated 06 August 2020. PDF
2 ຂໍ້ຕົກລົງ ວ່າດ້ວຍການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນ ເປັນຜູ້ສ່ົງອອກພາຍໃຕ້ສິດທິພິເສດທາງການຄ້າ, ເລກທີ 0725/ອຄ.ກຂອ, ລົງວັນທີ 06 ສິງຫາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.