ອີງຕາມແຈ້ງການຈາກສະຖານທູດລາວ ປະຈໍາ ໂຕກຽວ, ປະເທດຍີ່ປຸ່ນ ສະບັບເລກທີ 169/ສລຕ.ຫກ.20, ລົງວັນທີ 26 ສິງຫາ 2020, ກ່ຽວກັບການຫ້າມນໍາເຂົ້າຜະລິດຕະພັນຊີ້ນສັດທຸກປະເພດ ສໍາລັບຊາວຕ່າງຊາດ ທີ່ຈະເດີນທາງເຂົ້າປະເທດຍີ່ປຸ່ນ ຖ້າບໍ່ໄດ້ຮັບອະນຸຍາດ (Without Declaration). ກໍລະນີພົບເຫັນການຝ່າຝືນ ຈະຖືກຈັບກຸມ ແລະ ປັບໄໝ 03-05 ລ້ານເຢັນ ຫຼື ຖືກຈໍາຄຸກ 03 ປີ.

        ຜະລິດຕະພັນສັດທີ່ເກືອດຫ້າມມີດັ່ງນີ້:

  • ຫ້າມນໍາເຂົ້າຜະລິດຕະພັນສັດ ທີ່ບໍ່ມີໃບຢັ້ງຢືນການກວດກາຈາກ ປະເທດຍີ່ປຸ່ນ ເຊັ່ນ: ຊີ້ນ ໝູ, ແຮມໝູ, ໄສ້ອົ່ວຊີ້ນໝູ, ເບຄອນ ແລະ ອື່ນໆ;
  • ຫ້າມບໍ່ໃຫ້ຜູ້ທີ່ກ່ຽວຂ້ອງ ເຊັ່ນ: ຄອບຄົວ ແລະ ໝູ່ເພື່ອນ ສົ່ງຜະລິດຕະພັນສັດທາງໄປສະນີ;
  • ໃນກໍລະນະທີ່ໄດ້ຮັບຜະລິດຕະພັນຂອງຊີ້ນສັດ ຈາກໄປສະນີທີ່ຍັງບໍ່ໄດ້ຮັບການກວດສອບພັດສະດຸນັ້ນ ແມ່ນໃຫ້ແຈ້ງຫາ ສູນກັກກັນສັດ ທີ່ຢູ່ໃກ້ບ້ານສຸດ ໂດຍຮີບດ່ວນ;

         ອຸປະກອນ ແລະ ເຄື່ອງນຸ່ງຕ້ອງມີຄວາມສະອາດ ແລະ ປາດສະຈາກສິ່ງເປີເປື້ອນ:

  • ຫ້າມນຳເອົາເຄື່ອງນຸ່ງ, ເຄື່ອງນຸ່ງເຮັດວຽກ, ເກີບບູດ ທີ່ເປີເປື້ອນຈາກຕ່າງປະເທດ;
  • ຜູ້ທີ່ສໍາພັດກັບສັດຈາກຕ່າງປະເທດ ຫຼື ມີແຜນທີ່ຈະເຂົ້າໄປຟາມສັດຢູ່ ຍີ່ປຸ່ນ ແມ່ນຕ້ອງໄດ້ຕິດຕໍ່ພົວພັນນໍາ ໜ່ວຍງານກັກກັນສັດ ທີ່ໃກ້ກັບຊ່ອງຮັບກະເປົາ;
  • ຫ້າມສໍາພັດສັດກ່ອນເດີນທາງເຂົ້າ ຍີ່ປຸ່ນ ແລະ ຫຼັງເຂົ້າມາຢູ່ ຍີ່ປຸ່ນ ພາຍໃນ 1 ອາທິດ.

ທ່ານສາມາດຄົ້ນຫາຂໍ້ມູນ ທີ່ກ່ຽວຂ້ອງກັບການເກີດຫ້າມນໍາເຂົ້າຜະລິດຕະພັນພືດ ແລະ ສັດ ເຂົ້າປະເທດຍີ່ປຸ່ນ:

  • ກະຊວງ ກະສິກໍາ, ປ່າໄມ້ ແລະ ປະມົງ ແຫ່ງ ປະເທດຍີ່ປຸ່ນ (Ministry of Agriculture, Forestry and Fisheries)

https://www.maff.go.jp/aqs/english/

  • ສູນກັກກັນສັດ ແຫ່ງ ປະເທດຍີ່ປຸ່ນ (Animal Quarantine Service)

https://www.maff.go.jp/aqs/english/contactus.html

  • ການນໍາເຂົ້າຜະລິດຕະພັນສັດຈາກຕ່າງປະເທດ ເຂົ້າ ປະເທດຍີ່ປຸ່ນ (Bringing animal products into Japan from overseas)

https://www.maff.go.jp/aqs/english/product/import.html

  • ສື່ສິ່ງພີມ (PR materials)

https://www.maff.go.jp/aqs/topix/pamphlet.html#en

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.