ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງສາທາລະນະສຸກ

ເລກທີ 1540/ສທ

ນະຄອນຫຼວງວຽງຈັນ, ວັນທີ 25 ທັນວາ 2020

 

ຄໍາແນະນໍາ

ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລກທີ 96/ນຍ, ລົງວັນທີ 9 ມີນາ 2017;
  • ອີງຕາມ ດຳລັດວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ສະບັບເລັກທີ 472/ນຍ, ລົງວັນທີ 30 ທັນວ່າ 201;
  • ອີງຕາມ ໜັງສືສະເໜີ ຂອງກົມອະນາໄມ ແລະ ສົ່ງເສີ່ມສຸຂະພາບ ສະບັບເລກທີ 734/ກອສ, ລົງວັນທີ 23 ທັນວາ 2020.

   ເພື່ອຜັນຂະຫຍາຍເນື້ອໃນ ດໍາລັດວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວອາຫານສັໍາລັບ ເດັກອ່ອນ ແລະ ເດັກນ້ອຍ ສະບັບເລກທີ 472/ນຍ, ລົງວັນທີ 30 ທັນວາ 2019 ໃຫ້ເປັນອັນລະອຽດ, ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະ ແລະ ຮັບປະກັນ ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ລັດຖະມົນຕີ ອອກຄຳແນະນຳ

I. ບົດບັນຍັນທົ່ວໄປ

  1. ຈຸດປະສົງ

   ຄຳແນະນຳສະບັບນີ້ ແນະນຳ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍສະເພາະ ພະນັກງານສະທາລະນະສຸກ ທີ່ເຮັດວຽກຢູ່ໃນລະບົບການຮັກສາສຸຂະພາບ ແລະ ຜູ້ດຳເນີນທຸລະກິດ ກ່ຽວກັບ ຜະລິດຕະພັນ ແລະ ອຸປະກອນ ອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍຜະລິດ ຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫາສໍາລັບເດັກອ່ອນ ແລະ ເດັກນ້ອຍ ສະບັບເລກທີ 472/ນຍ, ລົງວັນທີ 30  ທັນວາ 2019 ແນ່ໃສ່ເຮັດໃຫ້ເດັກອ່ອນ ແລະ ເດັກນ້ອຍ ມີສຸຂະພາບດີ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

  1. ການອະທິບາຍຄຳສັບ
  1. ກົດລະຫັດອາຫານສາກົນ ໝາຍເຖິງ ບັນດາມາດຕະຖານ, ຄຳແນະນຳ, ກົດລະຫັດຂອງພາກປະຕິບັດທີ່ຮັບຮອງ ໂດຍຄະນະກຳມະການກົດລະຫັດອາຫານສາກົນ, ມາດຕະຖານດ້ານອາຫານ ຂອງອົງການ ອະນະໄມໂລກ ແລະ ອົງການອາຫານ ແລະ ການກະເສດ ທີ່ໄດ້ກຳນົດ ເພື່ອປົກປ້ອງສຸຂະພາບ ຂອງຜູ້ຊົມໃຊ້ ແລະ ມີຄວາມຍຸຕິທຳ ຂອງການຄ້າດ້ານອາຫານ;
  2. ຊຸມຊົນ ໝາຍເຖິງ ສະຖານທີ່ພັກອາໄສ, ສາທາລະນະ ແລະ ເອກະຊົນ ທີ່ຄົນຢູ່ຮ່ວມກັນຈຳນວນຫຼາຍ ເປັນຕົ້ນ ສູນການຄ້າ, ຕະຫຼາດ, ຮ້ານຄ້າຂາຍເຄື່ອງຍ່ອຍ, ສະໜາມບິນ, ສະຖານີລົດເມ ຫຼື ລົດໂດຍສານ, ສະຖານທີ່ຈອດລົດ, ໂຮງງານ ຫຼື ບໍລິສັດ, ສະຖານທີ່ການສຶກສາ, ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ເດີ່ນເດັກຫຼີ້ນ;
  3. ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກູົນ ຫຼືການຈັດຕັ້ງ ທີ່ຊື້ ຫຼື ນຳໃຊ້ສິນຄ້າ ແລະ ບໍລິການຢ່າງຖືກຕ້ອງໂດຍບໍ່ມີຈຸດປະສົງທາງການຄ້າ;
  4. ຜະລິດຕະພັນອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໝາຍເຖິງຜະລິດຕະພັນທີ່ໃຊ້ຄວບຄູ່ກັບ ນ້ຳນົມແມ່ ຫຼືໃຊ້ແທນນ້ຳນົມແມ່ ສໍາລັບເດັກອ່ອນ ແລະ ເດັກນ້ອຍ  ແຕ່ມື້ເກີດ ຫາ ອາຍຸສາມສິບຫົກເດືອນ ເປັນຕົ້ນ ນົມຜົງສູດສໍາລັບລ້ຽງເດັກອ່ອນ, ນົມຜົງສໍາລັບລ້ຽງເດັກນ້ອຍ ຫຼື ນົມຜົງສູດສໍາລັບການຈະເລີນເຕີບໂຕ;
  5. ເຕົ້ານົມທຽມ ໝາຍເຖິງ ເຕົ້ານົມຢາງ, ເຕົ້ານົມແກ້ວ ຫຼື ເຕົ້ານົມທຸກປະເພດ ທີ່ນຳມາໃຊ້ໃນການໃຫ້ອາຫາເດັກອ່ອນ ແລະ ເດັກນ້ອຍ ຍົກເວັ້ນ ເຕົ້ານົມແມ່;
  6. ການສົ່ງເສີມການຂາຍດ້ວຍການຈັບຄູ່ສິນຄ້າ ໝາຍເຖິງ ຮູບແບບ ຫຼື ຮູບການ ທາງກດ້ານການຕະຫຼາດຂອງຜູ້ດຳເນີນທຸລະກິດ ເພື່ອດຶງດູດຜູ້ບໍລິໂພກດ້ວຍວີທີ ເອົາຜະລິດຕະພັນອື່ນ ຈັບຄູ່ກັບຜະລິດຕະພັນ ແລະ ອຸປະກອນອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ, ການຫຸ່ມຫໍ່, ການສ້າງຍີ່ຫໍ້ ແລະ ການຕິດສະຫຼາກ ກ່ຽວກັບຜະລິດຕະພັນ ແລະ ອຸປະກອນອາຫານ ສໍາລັກເດັກອ່ອນ ແລະ ເດັກນ້ອຍ ໃຫ້ຄ້າຍຄືກັບຜະລິດຕະພັນອື່ນ ຫຼືໃກ້ຄຽງກັບຍີ່ຫໍ້ອື່ນ, ການສ້າງກິດຈະກຳການສົ່ງເສີມການຜະລິດຕະພັນໃດໜຶ່ງ ແລ້ວຈັບຄູ່ກັບຜະລິດຕະພັນ ແລະ ອຸປະກອນອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  7. ລະບົບການຮັກສາສຸຂະພາບ ໝາຍເຖິງ ຕາໜ່າງການບໍລິການດ້ານສຸຂະພາບ ສໍາລັບ ແມ່, ແມ່ຍິງຖືພາ, ເດັກອ່ອນ ແລະ ເດັກນ້ອຍ ທີ່ມີສ່ວນຮ່ວມ ຂອງອົງການລັດ, ອົງການທີ່ບໍ່ຂື້ນກັບລັດຖະບານ, ນິຕິບຸກຄົນ, ການຈັດຕັ້ງ ຫຼື ບຸກຄົນ ໂດຍທາງກົງ ຫຼື ທາງອ້ອມ;
  8. ການຕະຫຼາດ ໝາຍເຖິງ ຮູບແບບ ຫຼື ວີີທີການໃດໜຶ່ງ ທີ່ເປັນການສະໜັບສະໜູນ, ການໂຄສະນາ ແລະ ການເຜີຍແຜ່ ຂໍ້ມູນ ຂ່າວສານ ໃນການຂາຍ ຫຼື ການຈຳໜ່າຍ ກ່ຽວກັບຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໂດຍທາງກົງ ຫຼື ທາງອ້ອມ ລວມທັງ ຈັບຄູ່ສິນຄ້າ ແລະ ການຕະຫຼາດ ທາງອອນໄລ.
  1. ຂອບເຂດການນຳໃຊ້

   ຄໍາແນະນໍາສະບັບນີ້ ນໍາໃຊ້ສໍາບັບນີ້ ບຸກຄົນ, ນິຕິບຸກຄົນ ແລະ ຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນໂດຍທາງກົງ ຫຼື ທາງອ້ອມ ທີ່ກ່ຽວກັບດຳລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ຢູ່ ສປປ ລາວ.

II. ບັນດານິຕິກຳ ທີ່ກ່ຽວຂ້ອງກັບວຽກງານຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ

   ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ສະບັບເລກທີ 472/ນຍ, ລົງວັນທີ 30 ທັນວາ 2019 ແລະ ຄໍາແນະນໍາສະບັບນີ້ ໃຫ້ອີງໃສ່ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ດັ່ງນີ້:

  1. ກົດໝາຍວ່າດ້ວຍອາຫານ;
  2. ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ;
  3. ກົດໝາຍວ່າດ້ວຍ ການອະນາໄມ ແລະ ສົ່ງເສີມສຸຂະພາບ;
  4. ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້;
  5. ກົດໝາຍວ່າດ້ວຍ ສື່ມວນຊົນ;
  6. ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ຕັ້ງຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງ ອາຫານ ແລະ ຢາ;
  7. ນິຕິກຳອື່ນ ທີ່ກ່ຽວຂ້ອງກັບວຽກງານຜະລິດດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບ ເດັກອ່ອນ ແລະ ເດັກນ້ອຍ.

III. ການລ້ຽງລູກດ້ວຍນົມແມ່ ແລະ ຜະລິດຕະພັນອອກ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ

  1. ການຄຸ້ມຄອງ ຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່

1.1 ການຄຸ້ມຄອງຂໍ້ມູນຂ່າວສານ

  1. ກະຊວງສາທາລະນະສຸກ ຮັບຜິດຊອບການສະໜອງ ຂໍ້ມູນ ຂ່າວສານ ແລະ ຊຸມຊົນ ແລະ ພະນັກງານ ສາທາລະນະສຸກ ທີ່ເຮັດວຽກຢູ່ໃນລະບົບການຮັກສາສຸຂະພາບ ກ່ຽວກັບການປຸງແຕ່ງ ແລະ ນຳໃຊ້ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  2. ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຊື່ງແມ່ນສູນໂພຊະນາການ ແລະ  ສູນສື່ສານເພື່ອສຸຂະພາບ ແລະ ສຸຂາສຶກສາ ຮັບຜິດຊອບປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນ ການລ້ຽງລູກດ້ວຍນ້ຳນົມແມ່ ໂດຍໂຄສະນາ, ສຸຂະສຶກສາ, ເຜີຍແຜ່ ຄວາມອັນຕະລາຍຂອງຜະລິດຕະພັນອາຫານ ແລະ ອຸປະກອບກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ລວມທັງສ່ວນປະສົມ, ເຕົ້ານົມທຽມ ແລະ ຫົວນົມຢາງທັງໝົດ ຫຼື ບາງສ່ວນໂດຍຜ່ານສື່ສານມວນຊົນ;
  3. ກະຊວງສາທາລະນະສຸກ ໂດຍຜ່ານກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ ແລະ ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ດຳເນີການຢ່າງຕໍ່ເນື່ອງ ໃນການຊຸກຍູ້, ຕິດຕາມ ແລະ ກວດກາ ບັນດາກະຊວງ, ອົງການຂັ້ນສູນກາງ, ອົງການປົກປ້ອງທ້ອງຖີ່ນ ແລະ ພາກສວນອື່ນທີ່ກ່ຽວຂ້ອງ ໃນການໂຄສະນາ, ເຜີຍແຜ່ ໃຫ້ຖືກຕ້ອງ ກ່ຽວກັບຂໍ້ດີຂອງການລ້ຽງລູກດ້ວຍນ້ຳແມ່ ແລະ ຜົນຮ້າຍ ຂອງການລ້ຽງລູກດ້ວຍ ຜະລິດຕະພັນອາຫານ, ການນຳໃຊ້ອຸປະກອນກ່ຽວກັບອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ລວມທັງຕິດຕາມ, ກວດກາຂໍ້ມູນ ຂ່າວສານ ກ່ຽວກັບ ການຜະລິດ, ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ການຂາຍຍົກ, ຂາຍຍ່ອຍ, ການຊ່ວຍເຫຼືອ, ການຕິດສະຫຼາກ, ການໂຄສະນາ ແລະ ອື່ນໆ ຂອງຜູ້ປະກອບການ;
  4. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທີ່ຈະໂຄສະນາ, ເຜີຍແຜ່, ໃຫ້ຄວາມຮູ້ກ່ຽວກັບຄຸນປະໂຫຍດຂອງການລ້ຽງລູກດ້ວຍນ້ຳນົມແມ່ ແລະ ຜົນຮ້າຍຂອງການລ້ຽງລູກດ້ວຍຜະລິດຕະພັນອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ຫຼືຂໍ້ມູນ ຂ່າວສານອື່ນ ໃຫ້ແກ່ພະນັກງານສາທາລະນະສຸກ, ຊຸມຊົນ ແລະ ສັງຄົມ ໂດຍຜ່ານສື່ສານມວນຊົນ ທັງພາຍໃນ ແລະ ອ້ອມຂ້າງ ສະຖານທີ່ບໍລິການສຸຂະພາບ ຫຼື ສະຖານທີ່ຂາຍຍ່ອຍ ແລະ ສະຖານທີ່ອື່ນ ຕ້ອງໄດ້ຮັບອະນຸຍາດດ້ານເນື້ອໃນ, ຮູບການ, ວີທີການ ຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ສົມທົບກັບ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ;
  5. ການສ້າງ, ໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວຜະລິດຕະພັນອາຫານ ແລະອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໃດໜຶ່ງ ຕ້ອງໄດ້ຂໍອະນຸຍາດ ຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຈຶ່ງສາມາດດຳເນີນການໄດ້. ສໍາລັບການຂໍອະນຸຍາດນັ້ນ ຕ້ອງໄດ້ປະຕິບັດຕາມແຕ່ລະກໍລະນີ ຫຼື ຮູບແບບ ຂອງການໂຄສະນາ ເຜີຍແຜ່.

    1.2 ການໂຄສະນາ ເຜີຍແຜ່

   ການໂຄສະນາ ເຜີຍແຜ່ ຂໍ້ມູນ ຂ່າວສານ ຜ່ານສື່ມວນຊົນ ກ່ຽວກັບຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ຕ້ອງມີເນື້ອໃນ ດັ່ງນີ້:

  1. ມີເຕັກນິກ ແລະວິທະຍາສາດ, ບໍ່ໃຫ້ມີຮູບພາບ ແລະ ເນື້ອໃນ ທີ່ມີລັກສະນະດຶງດູດ, ຈູງໃຈ;
  2. ມີຄຳກ່າວອ້າງ ຫຼື ຂໍ້ມູນ ຂ່າວສານ ທີ່ມີມູນຄວາມຈິງ, ບໍ່ເກີນຄວາມເປັນຈິງ ຫຼື ຄຸນປະໂຫຍດ ຂອງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  3. ພິມຕົວອັກສອນ ເປັນພາສາລາວ ແລະ ອະທິບາຍ ຢ່າງຈະແຈ້ງ;
  4. ຫຼິກລ້ຽງຄຳສັບ ທີ່ຈະເຮັດໃຫ້ບຸກຄົນ ເກີດຄວາມເຊື່ອ ຫຼື ເຂົ້າໃຈຜິດ ກ່ຽວກັບຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ຫຼື ກ່າວອ້າງຄຸນຄ່າເທົ່າທຽມກັນກັບນົມແມ່ ຫຼື ສູງກວ່ານ້ຳນົມແມ່ໃນການລ້ຽງເດັກອ່ອນ ແລະ ເດັກນ້ອຍ;
  5. ບໍ່ໃຫ້ມີ ຊື່ຍີ່ຫໍ້ ຫຼື ສັນຍາລັກ ຂອງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ແລະ ຜູ້ເປັນຕົວແທນໂຄສະນາ, ເຜີຍແຜ່ ຫຼື ຕົວແທນການຈຳໜ່າຍ;
  6. ອະທິບາຍ ເຖິງຜົນປະໂຫຍດ ແລະ ຄຸນຄ່າ ໃນການລ້ຽງລູກດ້ວຍນ້ຳນົມແມ່ ສູງກວ່າການລ້ຽງລູກດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໃຫ້ລະອຽດຈະແຈ້ງ;
  7. ອະທິບາຍ ການລ້ຽງລູກດ້ວຍນ້ຳນົມແມ່ ຕັ້ງແຕ່ມື້ເກີດ ແລະ ຮັກສາ ການລ້ຽງລູກດ້ວຍນ້ຳນົມແມ່ ຢ່າງດຽວ ແລະ ຕະຫຼອດໄປ ໃຫ້ລະອຽດຈະແຈ້ງ;
  8. ອະທິບາຍ ຄວາມຫຍຸ້ງຍາກ ໃນການເອົາລູກມາລ້ຽງດ້ວຍນ້ຳນົມແມ່ຄືນ ຖ້າລ້ຽງລູກດ້ວຍຜະລິດຕະພັນອາຫານທົດແທນນ້ຳນົມແມ່ ໃຫ້ລະອຽດຈະແຈ້ງ;
  9. ອະທິບາຍ ການເລີ່ມລ້ຽງລູກ ດ້ວຍອາຫານເສີມ ນັບແຕ່ອາຍຸ 6 ເດືອນເປັນຕົ້ນໄປ ໃຫ້ລະອຽດຈະແຈ້ງ;
  10. ອະທິບາຍ ເຖິງຜົນກະທົບທາງລົບ ຖ້າລ້ຽງລູກດ້ວຍຜະລິດຕະພັນອາຫານ ທົດແທນນ້ຳນົມແມ່, ການນຳໃຊ້ເຕົ້ານົມທຽມ ແລະ ຫົວແວ້ດູດ ລວມທັງການໃຫ້ອາຫານເສີມກ່ອນກຳນົດ ໃຫ້ລະອຽດແຈ້ງ;
  11. ອະທິບາຍ ເຖິງການລ້ຽງລູກດ້ວຍອາຫານເສີມ ທີ່ສາມາດປຸງແຕ່ໄດ້ງ່າຍດ່າຍ ພາຍໃນບ້ານ ໂດຍນຳໃຊ້ເຄື່ອງປຸງ ທີ່ມີໃນບ້ານ ໃຫ້ລະອຽດຈະແຈ້ງ.
  1. ການບໍ່ອະນຸຍາດໃຫ້ສົ່ງເສີມ ແລະ ບໍລິຈາກ ກ່ຽວກັບຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະບໍ່ໄດ້ຮັບອະນຸຍາດໃຫ້ ສົ່ງເສີມ ການຜະລິດ, ການໂຄສະນາ, ເຜີຍແຜ່, ການຈຳໜ່າຍ, ການຊື້-ຂາຍ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ດ້ວຍວີທີການໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ ທີ່ເປັນການຈູງໃຈ, ຊວນເຊື່ອ, ຊວນຊື້ ໃຫ້ແກ່ ຜູ້ຊົມໃຊ້, ພະນັກງານສາທາລະນະສຸກ ທີ່ເຮັດວຽກຢູ່ໃນລະບົບຮັກສາສຸຂະພາບ ເພື່ອຜົນປະໂຫຍດທາງດ້ານການເງິນ ຫຼື ຜົນປະໂຫຍດທີ່ເປັນວັດຖຸ ແລະ ຜົນປະໂຫຍດອື່ນ ເປັນຕົ້ນ ການສະເໜີໃຫ້ຂອງຂວັນ, ການບໍລິຈາກ, ການແຈກຢາຍ, ການເປັນສະມາຊິກ, ເງີນທືນການສຶກສາ ແລະ ກະສິກຳ, ກິດຈະກຳສົ່ງເສີມ ໃນງານສໍາມະນາ, ງານມະຫາກຳເທດສະການ, ງານບຸນ, ກິລາ, ການສະໜັບສະໜູນ ທີ່ເປັນການການລະເມີດ ແລະ ການກະທຳຜິດ ທາງດ້ານກົດໝາຍ ເປັນຕົ້ນ ການບິດເບືອນຂໍ້ມູນ ຂ່າວສານ, ການໃຫ້ສີນບົນ ແລະ ຮັບສີນບົນ, ການສໍ້ໂກງ ເພື່ອຜົນປະໂຫຍດສ່ວນຕົວ.

   ສໍາລັບ ການອະນຸຍາດ ໃຫ້ມີການບໍລິຈາກ ຫຼື ແຈກຢາຍ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບ ອາຫານສໍາລັບ ເດັກອ່ອນ ແລະ ເດັກນ້ອຍໂດຍທາງກົງ ຫຼື ທາງອ້ອມ ໃຫ້ແກ່ສະຖານະການພິເສດໃນເຂດ ຫຼື ພື້ນທີ່ ອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ. ສາທາລະນະສຸກ. ການບໍລິຈາກດັ່ງກ່າວ ຕ້ອງກຳນົດ ເຫດຜົນ,ເງື່ອນໄຂ, ກຳນົດເວລາ, ແລະ ສາມາດກວດສອບໄດ້ ໃນທຸກກິດຈະກຳ ຂອງການບໍລິິຈາກ ແລະ ຕ້ອງບໍ່ມີຂໍ້ຜູກພັນ ຫຼື ເງື່ອນໄຂໃດໆ.

  1. ການກຳນົດລັກສະນະ ຂອງສະຫຼາກຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ.

   ເນື້ອໃນສະຫຼາກ ຂອງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ນອກຈາກປະຕິບັດ ຕາມກົດລະຫັດອາຫານສາກົນ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລ້ວ, ຕ້ອງໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ໂດຍແມ່ນກົມອາຫານ ແລະ ຢາ ເປັນຜູ້ຄົ້ນຄວ້າ ແລະ ນຳສະເໜີ ລວມທັງການອະນຸມັດການຫຸ້ມຫໍ່ ແລະ ການຕິດສະຫຼາກ. ສໍາລັບຂັ້ນຕອນ ແລະ ວິທີການ ການອະນຸມັດ ໃຫ້ປະຕິບັດ ຕາມຂໍ້ຕົກລົງການຂື້ນທະບຽນອາຫານ.

 3.1 ສິ່ງທີ່ບໍ່ໃຫ້ກໍານົດໃນສະຫຼາກ

   ເພື່ອຮັບປະກັນການ ໃຫ້ເນື້ອໃນ ສະຫຼາກ ແລະ ການຫຸ້ມຫໍ່ ຜະລິດຕະພັັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໃຫ້ໄດ້ຕາມມາດຕະຖານ ຂອງກົດລະຫັດອາຫານສາກົນ, ກົດໝາຍ ແລະ ລະບຽບການ ທີີ່ກ່ຽວຂ້ອງແລ້ວ ຕ້ອງມີລັກສະນະ ການພີມ, ຮູບພາບ, ຮູບແຕ້ມ ແລະ ເຮັດສິ່ງໃດໜຶ່ງ ທີ່ເປັນການດຶງດູດ, ການຊວນເຊື່ອ ຫຼື ຊວນຊື້ ດັ່ງນີ້:

  1. ຮູບເດັກອ່ອນ ຫຼື ເດັກນ້ອຍ ຮ່ວມກັນກັບ ແມ່, ພໍ່, ອ້າຍເອື້ອຍນ້ອງ, ພໍ່ເຖົ້າແມ່ເຖົ້າ, ພໍ່ປູ່ແມ່ຍ່າ,ພີ່ນ້ອງຄົນອື່ນໆ, ຄົນດູແລເດັກ ຫຼື ຄອບຄົວ;
  2. ຮູບພາບ ຫຼື ຮູບແຕ້ມ ຂອງເດັກອ່ອນ; ເດັກອ່ອນ, ບຸກຄົນ, ຕົວສະເເດງເປັນສັດ ຫຼື ຕົວສະແດງ ທີ່ສະເເດງເປັນຕົວແທນ ຂອງພໍ່ແມ່, ອ້າຍເອື້ອຍນ້ອງ ຫຼື ຄອບຄົວ ທີ່ກຳລັງຖື ຫຼືມີເຕົ້ານົມທຽມ ຫຼື ພາຊະນະບັນຈຸອາຫານໃດໜຶ່ງ ທີ່ມີລັກສະນະຄ້າຍຄືອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  3. ເຕົ້ານົມທຽມ ຫຼື ພາຊະນະໃດໜຶ່ງ ທີ່ມີລັກສະນະຄ້າຍຄື ອຸປະກອນກ່ຽວກັບສໍາລັບເດັກອ່ອນ ແລະ ເດັກນ້ອຍ ທີ່ບັນຈຸສານສີຂາວ;
  4. ຮູບພາບ ຫຼື ຮູບແຕ້ມ ຂອງເດັກອ່ອນ ແລະ ເດັກນ້ອຍ  ແລະ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານ ຢູ່ໃນຮູບພາບດຽວກັນ;
  5. ຮູບພາບ ຫຼື ຮູບແຕ້ມ ຂອງເດັກອ່ອນ ແລະ ເດັກນ້ອຍ ແລະ ບຸກຄົນໃດໜຶ່ງ ທີ່ຕິດຢູ່ນຳຍີ່ຫໍ້ຂອງຜະລິດຕະພັນ;
  6. ພາຊະນະໃດໜຶ່ງ ທີ່ຄ້າຍຄືກັບ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍເປັນຕົ້ນ ເຕົ້ານົມທຽມ, ຫົວນົມຢາງ, ແວ້ດູດ ທີ່ນຳໃຊ້ໃຫ້ອາຫານເດັກອ່ອນ ແລະ ເດັກນ້ອຍ;
  7. ວາງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວອາຫານສໍາລັບເດັກອ່ອນ ແລະເດັກນ້ອຍ ບ່ອນທີ່ເຫັນແຈ້ງ, ໃກ້ກັບສິນຄ້າທີ່ສໍາຄັນ ຫຼືທີ່ນິຍົມ;
  8. ພິມ ໃສ່ພາຊະນະ ທີ່ຜະລິດຈາກ ແກ້ວ, ຢາງ ຫຼື ວັດຖຸທີ່ຄ້າຍຄື ແລະ ສາມາດນຳໃຊ້ ຄ້າຍຄືກັບອຸປະກອນອາຫານສໍາລັບເດັກອ່ອນ ເພື່ອການໂຄສະນາ;
  9. ເຕົ້ານົມທຽມ, ຫົວນົມຢາງ, ແວ້ດູດ ຫຼື ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  10. ຂໍ້ຄວາມ, ຄຳເວົ້າ, ຄຳສັບ ຫຼື ປະໂຫຍກຄໍາເວົ້າ ໃດໜຶ່ງທີ່ອ້າງວ່າໄດ້ຮັບການຮັບຮອງ ໂດຍອົງການຈັດຕັ້ງ ຫຼື ສູນການວິໄຈ ຈາກຜູ້ຊ່ຽວຊານ;
  11. ການໃສ່ສີ, ການອອກແບບ, ຊື່, ຄຳຂວັນ, ຕຸກກະຕາ ຫຼື ສັນຍາລັກ ທີ່ເປັນອັນດຽວ ຫຼື ຄ້າຍຄືກັນກັບຜະລິດຕະພັນໃດໜຶ່ງ;
  12. ຂໍ້ຄວາມ, ຄຳເວົ້າ, ຄຳສັບ ຫຼື ປະໂຫຍກຄຳເວົ້າ, ຮູບພາບ ໃດໜຶ່ງ ທີ່ຍົກສູງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ຫຼື ມີລັກສະນະ ທີ່ຈະທຳລາຍ, ບໍ່ສົ່ງເສີມ ຫຼື ຂັັດຂວາງ ການລ້ຽງລູກດ້ວຍນ້ໍານົມແມ່ ຫຼື ສ້າງຄວາມເຊື່ອວ່າ ຜະລິດຕະພັນດັ່ງກ່າວ ມີຄຸນຄ່າທຽບເທົ່າ ຫຼື ສູງກວ່ານ້ຳນົມແມ່;
  13. ຂໍ້ຄວາມ, ຄຳເວົ້າ, ຄຳສັບ, ປະໂຫຍກຄຳເວົ້າ ຫຼື ການແນະນຳ ໃດໜຶ່ງ ທີ່ເປັນການສົ່ງເສີມໃຫ້ອາຫານແກ່ລູກ ໂດຍນຳໃຊ້ ເຕົ້ານົມທຽມ, ຫົວນົມຢາງ, ແວ້ດູດ ຫຼື ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  14. ເປັນອົງປະກອບ ສ່ວນໃດສ່ວນໜຶ່ງ ທີ່ໂຄສະນາຈັບແບບຄູ່ສິນຄ້າ ເປັນຕົ້ນ ການນຳໃຊ້ຊື່ຍີ່ຫໍ້, ການອອກແບບການຫຸ້ມຫໍ່, ຮູບແບບສີ, ຕຸກກະຕາ, ສັນຍາລັກ ທີ່ຄ້າຍຄືກັບນົມຜົງສູດສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ ຫຼື ນົມຜົງສູດສໍາລັບເດັກນ້ອຍ ໂດຍຜູ້ປະກອບການດ່ຽວກັນ;
  15. ການກ່າວອ້າງ ທີ່ບໍ່ມີຂໍ້ມູນຄວາມຈິງ, ຕົວະຍົົວະຫຼອກລວງ ຫຼື ເຮັດໃຫ້ເຂົ້າໃຈຜິດດ້ານໂພຊະນາການ ຫຼື ການກ່າວອ້າງ ກ່ຽວກັບສຸຂະພາບ ທີ່ຂັດກັບລະບຽບການກ່ຽວກັບອາຫານ.

3.2 ສິ່ງທີ່ໃຫ້ກໍານົດໃນສະຫຼາກ

   ເພື່ອຮັບປະກັນການ ໃຫ້ເນື້ອໃນ ແລະ ຕິດສະຫຼາກ ແລະ ຫຸ້ມຫໍ່ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໃຫ້ໄດ້ຕາມມາດຕະຖານ ຂອງກົດລະຫັດສາກົດ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງແລ້ວ ຕ້ອງໃຫ້ມີລັກສະນະ ການພິມ ຂໍ້ຄວາມ, ຄຳເວົ້າ, ຄຳສັບ, ປະໂຫຍກຄຳເວົ້າ ຫຼື ຄຳແນະນຳ ທີ່ເປັນພາສາລາວ ແລະ ເນື້ອໃນ ດັ່ງນີ້:

  1. ມີຂໍ້ສັງເກດ ທີ່ສໍາຄັນ ຫຼື ຄໍາເຕືອນ ທີ່ມີຄວາມໝາຍ ຄືກັນ ຫຼື ຄ້າຍຄືກັນກັບກົດລະຫັດອາຫານສາກົນ ແລະ ລັດຖະບານກຳນົດ;
  2. ການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນມີຄຸນຄ່າດີທີ່ສຸດ;
  3. ບໍ່ມີສິ່ງໃດສາມາດທົດແທນນໍ້ານົມແມ່ໄດ້;
  4. ການນໍາໃຊ້ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ຈະເຮັດໃຫ້ກະຜະລິດນໍ້ານົມແມ່ຫຼຸດລົງ;
  5. ຄວາມຈຳເປັນ ໃນການປຸງແຕ່ງ ແລະ ການນໍາໃຊ້ ກ່ຽວກັບ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍຈາກໜ່ວຍງານ ຫຼື ພະນັກງານສາທາລະນະສຸກ ທີ່ຖືກຕ້ອງ;
  6. ຄຳແນະນຳ ໃນການປຸງແຕ່ງ ແລະ ວິທີການນຳໃຊ້ ກ່ຽວກັບ ຜະລິດຕະພັນອາຫານ ແລະ ອຸປະກອນອາຫານສໍາລັບເດັອ່ອນ ແລະ ເດັກນ້ອຍ ຕ້ອງໃຊ້ຂໍ້ຄວາມ, ຄຳເວົ້າ, ຄຳສັບ, ປະໂຫຍກຄຳເວົ້າ ຫຼື ຄຳແນະນຳ ທີ່ເໝາະສົມ ແລະ ເຂົ້າໃຈງ່າຍ;
  7. ມີຄຳເຕືອນ, ຄຳແນະນຳທີ່ກ່ຽວກັບການນຳໃຊ້ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ລວມທັງລະບຸອາຍຸຂອງເດັກ ແລະ ຄວາມອັນຕະລາຍຕໍ່ສຸຂະພາບ ຂອງການປຸງແຕ່ງທີ່ບໍ່ຖືກຕ້ອງ;
  8. ເງື່ອນໄຂ ຂອງການເກັບຮັກສາທີ່ຈຳເປັນ ທັງກ່ອນ ແລະ ຫຼັງ ເປີດຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ຕ້ອງຄໍານຶງເຖິງອຸນຫະພູມ ແລະ ສະພາບອາກາດ;
  9. ຄວາມເປັນອັນຕະລາຍຕໍ່ສຸຂະພາບ ຈາກການນຳໃຊ້ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ລວມທັງມີຜົນທົດແທນນ້ຳນົມແມ່ ທີ່ອາດມີຈຸລິນຊີເຊື້ອພະຍາດ;
  10. ລະບຸເປັນຕົວເລກ ຂອງວັນເດືອນປີ ຜະລິດ, ໝົດອາຍຸ, ເລກທີກຳກັບຊຸດຜະລິດຂອງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  11. ລະບຸສ່ວນປະກອບ ຫຼື ສ່ວນປະສົມ ຂອງຜະລິດຕະພັນອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ພ້ອມກັບລາຍການທີ່ໄດ້ວິເຄາະ ກ່ຽວກັບຄຸນຄ່າທາງດ້ານໂພຊະນາການ ແລະ ຕົ້ນກຳເນີດການຜະລິດ ແລະ ບໍ່ໃຫ້ມີແຜນພູມ ທີ່ສະແດງໃຫ້ເຫັນການປຽບທຽບກັບນ້ຳນົມແມ່;
  12. ຊື່ ແລະ ທີຢູ່ ສະຖານທີການຜະລິດ.
  1.  ສະຫຼາກ ສໍາລັບນົມຜົງສູດສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ ແລະ ນົມຜົງສູດສໍາລັບເດັກນ້ອຍ

   ສະຫຼາກສໍາລັບ ນົມຜົງສູດສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ ແລະ ນົມຜົງສູດສໍາລັບເດັກນ້ອຍ ລວມທັງນົມຜົງສູດສໍາລັບການຈະເລີນເຕີບໂຕ, ອາຫານເສີມ ຫຼື ອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍອື່ນ ຕ້ອງລະບຸເປັນພາສາລາວ ແລະ ໃຫ້ລັກສະນະ ການພິມ ຂໍ້ຄວາມ, ຄຳເວົ້າ, ຄຳສັບ, ປະໂຫຍກຄຳເວົ້າ ຫຼື ຄຳແນະນຳ, ເນື້ອໃນ ແລະ ຂະໜາດດັ່ງຕໍ່ໄປນີ້:

  1. ໃຫ້ມີຂໍ້ສັງເກດທີ່ສໍາຄັນ ແລະ ຄຳອະທິບາຍ ທີ່ເບິ່ງເຫັນ ແລະ ເຂົ້າໃຈ ໄດ້ຢ່າງງ່າຍດາຍ ແລະ ຈະແຈ້ງ, ຕົວອັກສອນ ຕ້ອງເປັນສີເຂັ້ມ ແລະ ລະບຸດ້ານລຸ່ມ ເຊັ່ນ ການລ້ຽງລູກດ້ວຍນົມແມ່ ແມ່ນວິທີທີ່ງ່າຍ ແລະ ເປັນວິທີທີ່ດີ ທີ່ສຸດໃນການລ້ຽງເດັກອ່ອນ ແລະເດັກນ້ອຍ, ນ້ຳນົມແມ່ ແມ່ນມີຄວາມສໍາຄັນຕໍ່ ການຈະເລີນເຕີບໂຕ ຢ່າງມີສຸຂະພາບແຂງແຮງ ແລະ ການພັດທະນາການຂອງເດັກອ່ອນ ແລະ ເດັກນ້ອຍ, ມີພູມຕ້ານທານ ຫຼື ພູມຄຸ້ມກັນ ຕໍ່ກັບການເກີດພະຍາດ ເຊັ່ນ ພະຍາດຖອກທ້ອງ, ພະຍາດອັກເສບປອດ ແລະ ອື່ນໆ ລວມທັງການກຳນົດຂະໜາດຕົວອັກສອນ ບໍ່ໃຫ້ຫຼຸດໜຶ່ງສ່ວນສາມ(1/3) ແລະ ຂະໜາດຄວາມສູງ ຂອງຕົວອັກສອນ ຕ້ອງບໍ່ໃຫ້ຫຼຸດ 2 ມິນລິແມັດ (2​ ມມ);
  2. ມີຄຳສັບທີ່ວ່າ “ຄຳເຕືອນ” ໃຫ້ເຮັດເປັນອັກສອນສີເຂັ້ມ ແລະ ລະບຸຂໍ້ຄວາມທີ່ວ່າ, ກ່ອນທີ່ຈະຕັດສິນໃຈໃຫ້ອາຫານເສີມ ຫຼື ແທນການລ້ຽງລູກດ້ວຍນ້ຳນົມແມ່ ດ້ວຍຜະລິດຕະພັນນີ້, ກະລຸນາຂໍຄຳແນະນຳ ຈາກຜູ້ຊ່ຽວຊານດ້ານສຸຂະພາບ ຫຼື ທ່ານໝໍ ກ່ອນຈະນຳໃຊ້, ເພື່ອສຸຂະພາບຂອງລູກທ່ານ ດັ່ງນັ້ນທ່ານຕ້ອງໄດ້ປະຕິບັດຕາມຄຳແນະນຳ ໃນການປຸງແຕ່ງທຸກຄັ້ງ ດ້ວຍຄວາມເອົາໃຈໃສ່ ແລະ ຖືກຕ້ອງ, ຖ້າທ່ານນຳໃຊ້ເຕົ້ານົມທຽມ, ລູກທ່ານອາເຈະປະຕະເສດການກິນນົມຈາກເຕົ້ານົມແມ່ ຊື່ງບໍ່ເປັນຜົນດີ ຕໍ່ສຸຂະພາບ ຂອງລູກທ່ານ,  ຖ້າໃຫ້ອາຫານເສີມຈາກຈອກຈະຖືວ່າຖືກຫຼັກອະນາໄມກວ່າ  ລວມທັງກໍານົດ ຂະໜາດຕົວອັກສອນ ບໍ່ໃຫ້ຫຼຸດໜຶ່ງສ່ວນສາມ​ (1/3) ຂອງຂະໜາດຕົວອັກສອນ ໃນຊື່ຜະລິດຕະພັນ ແລະ ຂະໜາດຄວາມສູງ ຂອງຕົວອັກສອນ ຕ້ອງບໍ່ໃຫ້ຫຼຸດ 1,5 ມິນລິແມັດ (1,5);
  3. ຕ້ອງມີຄຳເຕືອນທີ່ຈະແຈ້ງ ຜະລິດຕະພັນ ນົມຜົງສູດສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ ແລະ ນົມຜົງສູດສໍາລັບເດັກນ້ອຍ ບໍ່ແມ່ນຜະລິດຕະພັນ ທີ່ອະເຊື້ອ ແລະ ອາດຈະມີຈຸລີນຊີເຊື້ອພະຍາດ ຊື່ງຕ້ອງໄດ້ປຸງແຕ່ງ ແລະ ນຳໃຊ້ ຢ່າງຖືກຕ້ອງ ແລະ ເໝາະສົມ;
  4. ລະບຸ ອາຍຸຂອງເດັກ, ວັນທີເດືອນປີ ຜະລິດ, ໝົດອາຍຸ ເປັນຕົວເລກ, ເລກທີກຳກັບຊຸດຜະລິດ ຂອງຜະລິດຕະພັນ ນົມຜົງສູດສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ ແລະ ນົມຜົງສູດສໍາລັບເດັກນ້ອຍ ລວມທັງນົມຜົງສູດສໍາລັບການຈະເລີນເຕີບໂຕ, ອາຫານເສີມ ຫຼື ອາຫານອື່ນ ສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  5. ລ້ຽງລູກດ້ວຍນ້ຳນົມແມ່ ແລະ ສຶບຕໍ່ ຈົນອາຍຸຂອງລູກ ເຖິງອາຍຸສອງປີ ຫຼື ຫຼາຍກວ່ານັ້ນ;
  6. ບໍ່ຄວນໃຫ້ລ້ຽງລູກດ້ວຍ ນົມຜົງສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ ແລະ ນົມຜົງສູດສໍາລັບເດັກນ້ອຍ ລວມທັງ ນົມຜົງສູດສໍາລັບການຈະເລີນເຕີບໂຕ, ອາຫານເສີມ ຫຼື ອາຫານອື່ນ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ກ່ອນອາຍຸ 6 ເດືອນ;
  7. ວິທີປຸງແຕ່ງ ນົມຜົງສູດສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ ແລະ ນົມຜົງສູດສໍາລັບເດັກນ້ອຍ ລວມທັງ ນົມຜົງສູດສໍາລັບການຈະເລິນເຕີບໂຕ, ອາຫານເສີມ ຫຼື ອາຫານອື່ນ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ແລະປຸງແຕ່ງຜະລິດຕະພັນດັ່ງກ່າວ ໜຶ່ງຄັ້ງ ຕໍ່ ການກິນນົມເທື່ອໜຶ່ງ ໂດຍໃຫ້ຕົ້ມນ້ຳກ່ອນ ແລະ ຫຼັງຈາກນັ້ນປະໄວ້ ໃຫ້ນ້ຳເຢັນລົງ ແຕ່ອຸນຫະພູມບໍ່ໃຫ້ຕໍ່າກວ່າ 70 ອົງສາ;
  8. ນົມທີ່ປຸງແຕ່ງ ແລ້ວເຫຼືອຈາກເດັກກີນ ຕ້ອງຖີ້ມທັນທີ ຫລັງຈາກກີນນົມແລ້ວ ທຸກຄັ້ງ;
  9. ລະບຸສ່ວນປະກອບ ຫຼື ສ່ວນປະສົມ ແລະ ທາດໂປຼຕີນ ຂອງຜະລິດຕະພັນ ນົມຜົງສໍາລັບເດັກອ່ອນ, ນົມຜົງສູດຕໍ່ເນື່ອງ, ນົມຜົງສູດສໍາລັບເດັກນ້ອຍ ລວມທັງ ນົມຜົງສູດສໍາລັບການຈະເລີນເຕີບໂຕ, ອາຫານເສີມ ຫຼື ອາຫານອື່ນ ສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  10. ສະຫຼາກນົມຜົງສູດຕໍ່ເນື່ອງ ຫ້າມໃຊ້ ສໍາລັບເດັກອ່ອນ ທີ່ມີອາຍຸຕໍ່າກວ່າ 6 ເດືອນ  ຫຼື ນຳໃຊ້ເປັນເປັນແຫຼ່ງໂພຊະນາການພຽງຢ່າງດ່ຽວຂອງເດັກອ່ອນ ຕ້ອງມີຂະໜາດຕົວອັກສອນ ໜຶ່ງສ່ວນສາມ (1/3) ຂອງຂະໜາດຂອງຕົວອັກສອນໃນຊື່ຜະລິດຕະພັນ ແລະ  ຂະໜາດຄວາມສູງຂອງຕົວອັກສອນທຸກຄັ້ງຕ້ອງບໍ່ໃຫ້ຫຼຸດ 1,5 ມິນລິແມັດ​ (1,5 ມມຝ;
  11. ສະຫຼາກນົມຜົງສູດສໍາລັບເດັກນ້ອຍ ຫ້າມໃຊ້ ສໍາລັບເດັກອ່ອນທີ່ອາຍຸຕໍ່າກວ່າ​ 12 ເດືອນ ຫຼື ນໍາໃຊ້ເປັນແຫຼ່ງໂພຊະນາການພຽງຢ່າງດຽວຂອງເດັກອ່ອນ ແລະ ເດັກນ້ອຍ ຕ້ອງມີຂະໜາດຕົວອັກສອນ ໜຶ່ງສ່ວນສາມ (1/3) ຂອງຂະໜາດຂອງຕົວອັກສອນໃນຊື່ຜະລິດຕະພັນ ແລະ  ຂະໜາດຄວາມສູງຂອງຕົວອັກສອນທຸກຄັ້ງຕ້ອງບໍ່ໃຫ້ຫຼຸດ 1,5 ມິນລິແມັດ​ (1,5 ມມ);
  12. ຕາຕະລາງແນະນຳ ການໃຫ້ນົມທີ່ສະແດງເຖິງອັດຕາສ່ວນຂອງນົມ ທີ່ຈະໃຫ້ລູກກິນເໝາະສົມ ແລະສອດຄ່ອງກັບຫຼັກການແນະນຳກ່ຽວກັບການໃຫ້ອາຫານ ຂອງອົງການອະນາໄມໂລກໃນແຕ່ລະໄລຍະ;
  13. ນົມບໍ່ມີໄຂມັນ, ນົມໄຂມັນຕໍ່າ ຫຼື ນົມສູດ ໃນຮູບແບບຜົງ ຫຼື ແຫຼວ ຕ້ອງລະບຸວ່າ “ຜະລິດຕະພັນນີ້ຫ້າມນຳໃຊ້ແຫຼ່ງໂພຊະນາການສໍາລັບເດັກອ່ອນ” ຊື່ງຂໍ້ຄວາມນີ້ຕ້ອງມີຂະໜາດຕົວອັກສອນ ໜຶ່ງສ່ວນສາມ (1/3) ຂອງຂະໜາດຂອງຕົວອັກສອນໃນຊື່ຜະລິດຕະພັນ ແລະ  ຂະໜາດຄວາມສູງຂອງຕົວອັກສອນທຸກຄັ້ງຕ້ອງບໍ່ໃຫ້ຫຼຸດ 1,5 ມິນລິແມັດ​ (1,5 ມມ);
  14. ນົມຂຸ້ນຫວານ ຕ້ອງລະບຸວ່າ “ຜະລິດຕະພັນນີ້ ຫ້າມໃຊ້ເພື່ອລ້ຽງເດັກອ່ອນ” ຕ້ອງມີຂະໜາດຕົວອັກສອນ ໜຶ່ງສ່ວນສາມ (1/3) ຂອງຂະໜາດຂອງຕົວອັກສອນໃນຊື່ຜະລິດຕະພັນ ແລະ  ຂະໜາດຄວາມສູງຂອງຕົວອັກສອນທຸກຄັ້ງຕ້ອງບໍ່ໃຫ້ຫຼຸດ 1,5 ມິນລິແມັດ​ (1,5 ມມ);
  1. ສະຫຼາກສໍາລັບແວ້ດູດ

    ສະຫຼາກສໍາລັບແວ້ດູດ  ຕ້ອງມີ ຕ້ອງລະບຸເປັນພາສາລາວ ແລະ ໃຫ້ພິມຂໍ້ຄວາມ, ຄຳເວົ້າ, ຄຳສັບ, ປະໂຫຍກຄຳເວົ້າ ຫຼື ຄຳແນະນຳ ແລະ ເນື້ອໃນວ່າ  “ ການນຳໃຊ້ແວ້ດູດສາມາດລົບກວນການລ໊ຍງລູກດ້ວຍນົມແມ່  ” ຊື່ງຂໍ້ຄວາມນີ້ຕ້ອງມີຂະໜາດຕົວອັກນ ໜຶ່ງສ່ວນສາມ (1/3) ຂອງຂະໜາດຂອງຕົວອັກສອນໃນຊື່ຜະລິດຕະພັນ ແລະ  ຂະໜາດຄວາມສູງຂອງຕົວອັກສອນທຸກຄັ້ງຕ້ອງບໍ່ໃຫ້ຫຼຸດ 1,5 ມິນລິແມັດ​ (1,5 ມມ).

  1. ສະຫຼາກ ຫຼື ເອກະສານແນະນຳສໍາລັບເຕົ້ານົມທຽມ ຫຼື ຫົວນົມຢາງ

   ສະຫຼາກສໍາລັບເຕົ້ານົມທຽມ ຫຼື ຫົວນົມຢາງ ຕ້ອງລະບຸເປັນພາສາລາວ ແລະ ໃຫ້ມີລັກສະນະ ການພິມຂໍ້ຄວາມ, ຄຳເວົ້າ, ຄຳສັບ, ປະໂຫຍກຄຳເວົ້າ ຫຼື ຄຳແນະນຳ ແລະ ມີເນື້ອໃນດັ່ງຕໍ່ໄປນີ້:

  1. ໃຫ້ມີ “ຂໍ້ສັງເກດທີ່ສໍາຄັນ ແລະ ຄຳອະທິບາຍ” ທີ່ເບີ່ງເຫັນ ແລະ ເຂົ້າໃຈ ໄດ້ຢ່າງງ່າຍດ່າຍ ແລະ ຈະແຈ້ງ, ຕົວອັກສອນຕ້ອງມີສີເຂັ້ມ ແລະ ລະບຸໄວ້ດ້ານລຸ່ມ ເຊັ່ນ “ການລ້ຽງລູກດ້ວຍນ້ໍານົມແມ່ ແມ່ນດີທີ່ສຸດ; ນ້ຳນົມແມ່ເປັນອາຫານທີທີທີ່ສຸດ ສໍາລັບການຈະເລີນເຕີບໂຕ ຢ່າງມີສຸຂະພາບແຂງແຮງ ແລະ ພັດທະນາການຂອງເດັກອ່ອນ ແລະ ເດັກນ້ອຍ; ມີ່ພູມຕ້ານທານ ຫຼື ພູມຄຸ້ມກັນ ຕໍ່ກັບການເກີດພະຍາດ ເປັນຕົ້ນ ພະຍາດຖອກທ້ອງ, ພະຍາດປອດອັກເສບ ແລະ ອື່ນໆ” ລວມທັງການກໍານົດ ຂະໜາດຕົວອັກສອນ ບໍ່ໃຫ້ຫຼຸດໜຶ່ງສ່ວນສາມ (1/3)  ແລະ ຂະໜາດຄວາມສູງ ຂອງຕົວອັກອນ ຕ້ອງບໍ່ໃຫ້ຫຼຸດ 2 ມິນລິແມັດ (2 ມມ);
  2. ໃຫ້ມີ ຂໍ້ສັງເກດ ແລະ ຄຳອະທິບາຍ ທີ່ສໍາຄັນຕໍ່ສຸຂະພາບຂອງລລູກທ່ານ ທີ່ທ່ານຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບການທຳຄວາມສະອາດ ແລະ ຂ້າເຊືອຢ່າງຖືກຕ້ອງ; ຖ້າທ່ານນຳໃຊ້ເຕົ້ານົມທຽມ ລູກຂອງທ່ານອາດຈະບໍ່ຕ້ອງການດູດນົມແມ່ອີກຕໍ່ໄປ ລວມທັງ ການກຳນົດ ຂະໜາດຕົວອັກສອນ ບໍ່ໃຫ້ຫຼຸດໜຶ່ງສ່ວນສາມ (1/3) ແລະ ຂະໜາດຄວາມສູງ ຂອງຕົວອັກສອນ ຕ້ອງບໍ່ໃຫ້ຫຼຸດ 2 ມິນລິແມັດ (2 ມມ),
  3. ວິທີການທຳຄວາມສະອາດ ແລະ ການຂ້າເຊື້ອ ຕ້ອງພິມ ເປັນຕົວອັກສອນ ແລະ ໃຊຮູບພາບ, ຮູບແຕ້ມ ໃຫ້ເຫັນໄດ້ ຢ່າງຈະແຈ້ງ ແລະ ເຂົ້າໃຈງ່າຍ;
  4. ອະທິບາຍ ເຖິງການປ້ອນນົມດ້ວຍຈອກ ແມ່ນຖືກສຸຂະອະນາໄມຫຼາຍກວ່າການໃຫ້ນົມດ້ວຍເຕົ້ານົມທຽມ

IV. ຄວາມຮັບຜິດຊອບ ຂອງບັນດາກົມ ແລະ ຂະແໜງອື່ນທີ່ກ່ຽວຂ້ອງ

  1. ຄວາມຮັບຜິດຊອບ ຂອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ

   ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເປັນຈຸດປະສານງານຫຼັກ ໃນການຈັດຕັ້ງປະຕິບັດ ຄຳແນະນຳການຈັດຕັ້ງປະຕິ ດຳລັດ ວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ມີຄວາມຮັບຜິດຊອບ ດັ່ງນີ້:

  1. ໂຄສະນາ ເຜີຍແຜ່ ດຳລັດວ່າດ້ວຍຜະລິດຕະພັນອາຫານເດັກອ່ອນ ແລະ ອຸປະກອນອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ແລະ ຄຳແນະນຳ ການຈັັັດຕັ້ງປະຕິບັດ ດຳລັດວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ແລະ ບັນດາຂໍ້ມູນຂ່າວສານ ກ່ຽວກັບການປົກປ້ອງ ສົ່ງເສີມ ແລະ ສະໜັບສະໜູນ ການລ້ຽງລູກດ້ວຍນ້ຳນົມແມ່ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ແລະ ຊຸມຊົນ;
  2. ກຳນົດສະຖານທີ່ ຈຳໜ່າຍ, ຊື້ຂາຍ, ແຈກຢາຍ ຜະລິດຕະພັນອາຫານເດັກອ່ອນ ແລະ ອຸປະກອນອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໃຫ້ເໝາະສົມ;
  3. ຄົ້ນຄວ້າ, ວາງແຜນ, ເກັບກຳຂໍ້ມູນ, ປະເມີນຜົນ, ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວ ຂອງການຄຸ້ມຄອງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັັບເດັກອ່ອນ ແລະ ເດັກນ້ອຍ;
  4. ຄຸ້ມຄອງ, ວາງແຜນ ແລະ ກວດກາ ວຽກງານຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  5. ໃຫ້ການເຝິກອົບຮົມ ກ່ຽວກັບ ການຕິດຕາມ, ກວດກາ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  6. ປະສານສົມທົບ ແລະ ຮ່ວມມື ກັບອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດ ກ່ຽວກັບຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ແລະ ຄຳແນະນຳສະບັບນີ້;
  7. ຮັບຄຳຮ້ອງທຸກ ຫຼື ການລາຍງານ ກ່ຽວກັບການລະເມີດດຳລັດ ພ້ອມທັງຄົ້ນຄວ້າ ວິທີແກ້ໄຂ ແລະ ມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍ ແລະ ລະບຽບການ;
  8. ມີຄວາມຮັບຜິດຊອບອື່ນ ຕາມກົດໝາຍ.
  1. ຄວາມຮັບຜິດຊອບ ຂອງກົມອາຫານ ແລະ ຢາ ( ກອຢ)

   ກົມອາຫານ ແລະ ຢາ ມີຄວາມຮັບຜິດຊອບ ດັ່ງນີ້:

  1. ຕິດຕາມ ແລະ ກວດກາ ວຽກງານຜະລິດຕະພັນ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ໂດຍແມ່ນສະພາະ ຄຸນນະພາບ ແລະ ຄວາມປອດໄພຂອຜະລິດຕະພັນອາຫານ ລວມທັງ ສະຫຼາກສິນຄ້າ ຂອງຫົວໜ່ວນທຸລະກິດ ຂາຍຍົກ ແລະ ຂາຍຍ່ອຍ;
  2. ຄຸ້ມຄອງການໂຄສະນາຂອງຜູ້ດຳເນີນທຸລະກິດ ກ່ຽວກັບຜະລິດຕະພັນອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ໂດຍປະສານ ສົມທົບ ແລະ ຮ່ວມມື ກັບບັນດາກົມພາຍໃນກະຊວງສາທາລະນະສຸກ, ບັນດາກະຊວງ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສືກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນອື່ນທີ່ຕິດພັນກັບຊຸມຊົນ;
  3. ສະເໜີ ໂຈະ ຫຼື ຍົກເລີກ ກ່ຽວກັບ ການນຳເຂົ້າ, ການຜະລິດ ແລະ ການຈຳໜ່າຍ ຜະລິດຕະພັນອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ທີ່ມີການລະເມີດກົດໝາຍ, ດຳລັດ ແລະ ຄຳແນະນຳສະບັັບນີ້;
  4. ກວດສອບ ແລະ ຢັ້ງຢືນຄຸນນະພາບ ຜະລິດຕະພັນອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ກ່ອນການອະນຸມັດ ການນຳເຂົ້າ, ການບໍລິຈາກ ຫຼື ການຊ່ວຍເຫຼືອ ແລະ ອື່ນໆ;
  5. ມີຄວາມຮັບຜິດຊອບອື່ນ ຕາມກົດໝາຍ.
  1. ຄວາມຮັບຜິດຊອບ ຂອງກົົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ (ກປຟ)

   ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ມີຄວາມຮັບຜິດຊອບ ດັ່ງນີ້:

  1. ຕິດຕາມ ແລະ ກວດກາ ກ່ຽວກັບ ການຂາຍ, ການມີ ແລະ ການນໍາໃຊ້ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ທີ່ຢູ່ພາຍໃນ ແລະອ້ອມຂ້າງສະຖານທີ່ບໍລິການ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  2. ຕິດຕາມ ແລະ ກວດາ ພຶດຕະກຳ ຂອງພະນັກງານສາທາລະນະສຸກ ທີ່ເຮັດວຽກຢູ່ໃນລະບົບການຮັກສາສຸຂະພາບ, ຜູ້ຊົມໃຊ້ ແລະ ຜູ້ດຳເນີນທຸລະກິດ ກ່ຽວກັບຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  3. ປະສານສົມທົບ ແລະ ຮ່ວມມືກັບບັນດາກົມທີ່ກ່ຽວຂ້ອງພາຍໃນກະຊວງສາທາລະນະສຸກ;
  4. ຄວາມຮັບຜິດຊອບອື່ນ ຕາມກົດໝາຍ
  1. ຄະນະວິຊາການຮັບຜິດຊອບຈັດຕັ້ງປະຕິບັດ

   ຄະນະວິຊາການຮັບຜິດຊອບຈັດຕັ້ງປະຕິບັດ ແມ່ນພາຍໃຕ້ການຊີ້ນຳ ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງອາຫານ ແລະ ຢາ ສະບັບເລກທີ 51/ນຍ, ລົງວັນທີ 3 ສິງຫາ 2018. ກະຊວງສາທາລະນະສຸກ ຕ້ອງແຕ່ງຕັ້ງຄະນະວິຊາການ ພາຍຫຼັງຄຳແນະນຳສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຊຶ່ງປະກອບດ້ວຍ ວິຊາການຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ສູນໂພຊະນາການ, ສູນສື່ສານເພື່ອສຸຂະພາບ,​ ສຸຂະສຶກສາ, ສູນສຸຂະພາບ ແມ່ ແລະ ເດັກ, ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ ແລະ ສູນວິໄຈອາຫານ ແລະ ຢາ, ກົມປິ່ນປົ່ວ ແລະ ຟື້ນຟູໜ້າທີ່ການ, ກົມຈັງຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ວິຊາການຈາກບັນດາກະຊວງ ແລະ ອົງການອື່ນ ທີ່ກ່ຽວຂ້ອງ.

   ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະວິຊາການຮັບຜິດຊອບຈັດຕັ້ງປະຕິບັດ ມີດັ່ງນີ້:

  1. ຮັບປະກັນໃຫ້ມີການຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ສະບັບເລກທີ 472/ນຍ, ລົງວັນທີ  30 ທັນວາ 2019 ແລະ ຄໍາແນະນໍາສະບັບນີ້ ໂດຍປະສານສົມທົບກັບບັນດາກະຊວງ, ອົງການ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງ;
  2. ຕ້ອງໄດ້ຕິດຕາມ ແລະ ກວດກາ ວຽກງານຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ຢ່າງເປັນປົກກະຕິ;
  3. ສະເໜີໃຫ້ມີການປັບໃໝ່, ໂຈະ, ຍົກເລີກ ຫຼື ຖອນ ໃບອະນຸຍາດດຳເນີນທຸລະກິດ ແລະ ມາດຕະການລົງວິໄນຕໍ່ຜູ້ລະເມີດ ຕາມກົດໝາຍ ແລະ ລະບຽບການ;
  4. ທຸກການລະເມີດທີ່ມີການ ປັບໃໝ,​ ສະເໜີ ໂຈະ , ຍົກເລີກ ຫຼື ຖອນ ໃບອະນຸຍາດດໍາເນີນທຸລະກິດ ແລະ ມາດຕະການລົງວິໄນ ຕ້ອງໄດ້ລາຍງານໃຫ້ ຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງອາຫານ ແລະ ຢາ ຮັບຊາບຢ່າງທັນການ;
  5. ປະສານສົມທົບ ແລະ ຮ່ວມມື ກັບອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ;
  6. ຈັດກອງປະຊຸມ ປະຈຳໄຕມາດ ທົບທວນ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໂດຍສະເພາະຈຳນວນ ແລະ ລັກສະນະຂອງການລະເມີດ ທີ່ໄດ້ລາຍງານຜ່ານສາຍດ່ວນປົກປ້ອງຜູ້ບໍລິໂພກ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບ ລວມທັງການນຳໃຊ້ມາດຕະການ ແລະ ສະຫຼຸບລາຍງານໃຫ້ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຮັບຊາບ.

V. ບົດບັນຍັດສຸດທ້າຍ

  1. ການຈັດຕັ້ງປະຕິບັດ

   ມອບໃຫ້ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເປັນເຈົ້າການ ແລະ ປະສານສົມທົບ ກັບຂະແໜງອື່ນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ.

  1. ຜົນສັກສິດ

   ຜູ້ດຳເນີນທຸລະກິດ ຫຼື ຜູ້ປະກອບການ ກ່ຽວກັບຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ທີ່ໄດ້ຮັບໃບອະນຸຍາດ ກ່ອນຄຳເເນະນຳສະບັບນີ້ ຕ້ອງປັບປຸງການດຳເນີນທຸລະກິດຂອງຕົນ ໃຫ້ສອດຄ່ອງກັບດຳລັດ ແລະ ຄຳແນະນຳສະບັບນີ້.

ລັດຖະມົນຕີ

ຮສ ດຣ ບຸນກອງ ສີຫາວົງ

 

# ຫົວຂໍ້ ດາວໂຫຼດ
1 Guidelines in implementing the Decree on food products and feeding tools for infants and children, No.1540/MOH, dated 25 December 2020 PDF
2 ຄໍາແນະນໍາ ການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ, ເລກທີ 1540/ສທ, ລົງວັນທີ 25 ທັນວາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.