ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ຄະນະກໍາມະການຊີ້ນໍາລວມ

ອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ

ເລກທີ່ 005/ຄອດສ

ນະຄອນຫຼວງວຽງຈັນ, ວັນທີ 08 ເມສາ 2022

 

ຄໍາແນະນໍາ

ກ່ຽວກັບການຈັດຕັ້ງຜັນຂະຫຍາຍບາງເນື້ອໃນຂອງຄໍາສັ່ງ ເລກທີ 12/ນຍ

ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ,

ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ.

 

- ອີງຕາມ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ສະບັບ ເລກທີ 41/ນຍ, ລົງວັນທີ 30 ເມສາ 2021.

- ອີງຕາມ ຄໍາສັ່ງ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ.

- ອີງຕາມ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລວມ ອໍານວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018;

- ອີງຕາມ ເອກະສານລາຍງານ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 006/ຄອດສ, ລົງວັນທີ 07 ກັນຍາ 2021.

 

ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະກໍາມະການຊີ້ນໍາ ລວມອໍານວຍຄວາມສະດວກທາງດ້ານການຄ້າ (ຄອຄສ) ອອກຄໍາແນະນໍາ:

1. ຈຸດປະສົງ:

ການອອກຄໍາແນະນໍາລະອຽດຕື່ມບາງຈຸດ ໃນການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກການນໍາເຂົ້າຊົ່ວຄາວ, ການຜ່ານ ແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ ເພື່ອເຮັດໃຫ້ບັນດາຂະແຫນງການຂັ້ນສູນກາງ ແລະ ອົງການ ປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ ແນໃສ່ ຫຼຸດເວລາການດໍາເນີນງານ ໃຫ້ໄດ້ຢ່າງ ຫນ້ອຍ 50%, ຄ່າໃຊ້ຈ່າຍ ແລະ ເອກະສານ ໃຫ້ໄດ້ຢ່າງຫນ້ອຍ 30%.

II. ແນະນໍາເພີ່ມເຕີມບາງຈຸດຄືດັ່ງນີ້:

1. ການອອກໃບອະນຸຍາດ ແລະ ໃບຢັ້ງຢືນ ການເຄື່ອນຍ້າຍສິນຄ້າ ພາຍໃນປະເທດ:

1.1 ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງລະບຽບການ ທີ່ຕິດພັນກັບການອອກໃບອະນຸຍາດ ແລະ ໃບຢັ້ງຢືນ ການເຄື່ອນຍ້າຍສິນຄ້າ ພາຍໃນປະເທດ, ລະຫວ່າງແຂວງ ຫາ ແຂວງ, ເມືອງ ຫາ ເມືອງ ເພື່ອຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ເອກະສານ ທີ່ບໍ່ຈໍາເປັນ ແລະ ຊ້ໍາຊ້ອນ, ລະອຽດດັ່ງນີ້:

 

1.1.1 ໄມ້ຈາກປ່າທໍາມະຊາດ ແລະ ໄມ້ປູກ ຫຼື ໄມ້ຈາກສວນຟື້ນຟູ ປະເພດໄມ້ທ່ອນ, ໄມ້ຕັບ, ໄມ້ເລື່ອຍ

ຕໍ່ໄມ້, ປູດໄມ້, ຖ່ານໄມ້, ໄມ້ເຄິ່ງສໍາເລັດຮູບ ແລະ ໄມ້ສໍາເລັດຮູບ ແມ່ນໃຫ້ກໍານົດການແບ່ງຂັ້ນ ຄຸ້ມຄອງ, ຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການອອກໃບອະນຸຍາດ, ໃບຢັ້ງຢືນ ການເຄື່ອນຍ້າຍ ຢ່າງລະອຽດ.

1.1.2 ສັດ ແລະ ຜະລິດຕະພັນສັດ (ງົວ, ຄວາຍ, ມ້າ, ຫມູ, ສັດປີກ, ແກະ, ແບ້ ແລະ ອື່ນໆ), ສັດນໍ້າ ້ ແລະ ຜະລິດຕະພັນສັດນໍ້າ (ປາ, ກຸ້ງ, ປຸ, ຫອຍ, ກົບ ແລະ ອື່ນໆ) ແມ່ນໃຫ້ມີລະບຽບການຢ່າງຊັດເຈນ ວ່າກໍລະນີໃດຕ້ອງມີໃບອະນຸຍາດເຄື່ອນຍ້າຍ ແລະ ກໍລະນີໃດ ສາມາດເຄື່ອນຍ້າຍໄດ້ ເລີຍ. ສໍາລັບພືດ ແລະ ຜະລິດຕະພັນພືດ (ເຂົ້າ, ກາເຟ, ຫມາກຖົ່ວ, ມັນຕົ້ນ, ສາລີ, ຫມາກໄມ້, ພືດ ຜັກ ແລະ ອື່ນໆ) ແມ່ນສາມາດເຄື່ອນຍ້າຍໄດ້ເລີຍ. ໃນກໍລະນີ ທີ່ມີການລະບາດຂອງພະຍາດສັດ ຫຼື ສັດຕູພືດ ແມ່ນບໍ່ອະນຸຍາດໃຫ້ເຄື່ອນຍ້າຍ ຢ່າງເດັດຂາດ.

1.1.3 ເຄື່ອງປ່າຂອງດົງທີ່ເປັນຢາ (ຊັບພະຍາກອນທໍາມະຊາດ ທີ່ເປັນຢາ) ແມ່ນໃຫ້ກໍານົດບັນຊີຄຸ້ມຄອງ

ໃຫ້ລະອຽດ ພ້ອມທັງປັບປຸງຂັ້ນຕອນ, ເອກະສານປະກອບ ສໍາລັບການອອກໃບອະນຸຍາດ, ໃບຢັ້ງ ຢືນ ການເຄື່ອນຍ້າຍພາຍໃນ ແລະ ສົ່ງອອກ ແມ່ນໃຫ້ມີຄວາມເປັນເອກະພາບ ແລະ ບໍ່ຊ້ໍາຊ້ອນ ກັນ ລະຫວ່າງ ຂະແຫນງການ ກະສິກໍາ ແລະ ປ່າໄມ້ ແລະ ຂະແຫນງການສາທາລະນະສຸກ ເພື່ອຄວາມຊັດເຈນ ໃຫ້ແກ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ.

2. ການອອກໃບອະນຸຍາດ ແລະ ໃບຢັ້ງຢືນ ການສົ່ງອອກໄມ້:

 2.1 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງສົມທົບກັບ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງລະບຽບການ, ກົນໄກ ແລະ ຂັ້ນຕອນ ໃນການອອກໃບ ອະນຸຍາດຢັ້ງຢືນ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ແນໃສ່ຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍລົງ, ລະອຽດດັ່ງນີ້:

2.1.1 ຂັ້ນຕອນການຍື່ນຂໍອະນຸຍາດ, ການແຕ່ງຕັ້ງຄະນະກໍາມະການລົງກວດກາ, ການຫນີບກົ່ວຕູ້ສິນຄ້າ

ແລະ ການເຊັນບົດບັນທຶກ ຈົນເຖິງ ການອອກໃບອະນຸຍາດ, ໃບຢັ້ງຢືນ ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ຈາກປ່າທໍາມະຊາດ ແລະ ຈາກສວນປູກ ຫຼື ສວນຟື້ນຟູ ແມ່ນໃຫ້ຂະແຫນງການ ອຸດສາຫະກໍາ ແລະ ການຄ້າ ແລະ ຂະແຫນງການກະສິກໍາ ແລະ ປ່າໄມ້ ປຶກສາຫາລື ແບ່ງຄວາມຮັບຜິດຊອບກັນ ໃຫ້ສໍາເລັດ ໂດຍໄວ.

2.1.2 ຜະລິດຕະພັນ ເຄື່ອງເຟີນິເຈີໄມ້ ແລະ ເຄື່ອງຫັດຖະກໍາໄມ້ ທີ່ມີການຊື້-ຂາຍ ຢູ່ງານວາງສະແດງ, ຫ້າງຮ້ານ, ຕະຫຼາດທາງເອເລັກໂຕຼນິກ (Electronic Marketplace) ແລະ ອື່ນໆ ແມ່ນໃຫ້ ຄົ້ນຄວ້າ ແລະ ປັບປຸງລະບຽບ ແລະ ກົນໄກ ເພື່ອສົ່ງເສີມການສົ່ງອອກ ໂດຍການຫຼຸດຜ່ອນຂັ້ນ ຕອນ ແລະ ເອກະສານທີ່ບໍ່ຈໍາເປັນ ສໍາລັບການອອກໃບອະນຸຍາດ ແລະ ໃບຢັ້ງຢືນ ການສົ່ງອອກຂອງຂະແຫນງການທີ່ກ່ຽວຂ້ອງ.

2.2 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ປັບປຸງລະບຽບການ, ກົນໄກ ແລະ ຂັ້ນຕອນໃນການສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແນໃສ່ຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍລົງ ລະອຽດດັ່ງນີ້:

2.2.1 ການຂໍອະນຸຍາດສົ່ງອອກ ແມ່ນໃຫ້ຍື່ນໃບສະເຫນີ ຫາ ກະຊວງພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມ

ຄອງບໍ່ແຮ) ຫຼື ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນຫຼວງວຽງຈັນ ຕາມການແບ່ງຂັ້ນຄຸ້ມຄອງ.

2.2.2 ການສົ່ງອອກຕົວຈິງ (ກ່ອນເອົາແຮ່ທາດຂຶ້ນລົດ) ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການແຕ່ງຕັ້ງຄະນະກໍາມະການ ລົງກວດກາ, ຫນີບກົ່ວຕູ້ສິນຄ້າ ແລະ ເຊັນບົດບັນ ທຶກການກວດກາຮ່ວມກັນ ຊຶ່ງປະກອບມີຜູ້ຕາງຫນ້າ ຈາກພະແນກພະລັງງານ ແລະ ບໍ່ແຮ່ ແລະ ພະແນກການເງິນ ພາກສ່ວນລະ 01 ທ່ານ ເທົ່ານັ້ນ ເຂົ້າຮ່ວມເປັນຄະນະ.

2.2.3 ສ້າງ ແລະ ປັບປຸງ ບົດບັນທຶກການກວດກາຮ່ວມກັນ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດ

ທົ່ວປະເທດ.

3. ການດໍາເນີນການກວດກາຢູ່ດ່ານ:

3.1 ໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງກົນໄກການ ກວດກາ ຜະລິດຕະພັນໄມ້ ແລະ ຜະລິດຕະພັນແຮ່ທາດ ໃນເວລາມາຮອດດ່ານບ່ອນສົ່ງອອກ, ລະອຽດດັ່ງນີ້:

3.1.1 ໃຫ້ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ກວດກາບັນດາເອກະສານປະກອບການແຈ້ງພາສີ ຕາມເຕັກນິກວິຊາສະເພາະ ແລະ ນໍາໃຊ້ເຄື່ອງມືທັນສະໄຫມ ເຊັ່ນ: ລະບົບ ASYCUDA, ສະແກນເນີ, ຊິງຊັ່ງ ແລະ ອື່ນໆ ໂດຍສົມທຽບກັບ ຈໍານວນ, ບໍລິມາດ ແລະ ນ້ໍາຫນັກ ລະຫວ່າງ ຊິງຊັ່ງຕົ້ນທາງ ແລະ ຊິງຊັ່ງປາຍທາງ.

3.1.2 ກໍລະນີມີຄວາມສົງໄສ ຫຼື ແຫຼ່ງຂ່າວທີ່ຫນ້າເຊື່ອຖື ກ່ຽວກັບການລັກລອບສິນຄ້າ ທີ່ບໍ່ໄດ້ຮັບອະນຸຍາດ ໃຫ້ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ດໍາເນີນການກວດກາສິນຄ້າຕົວຈິງ. ການກວດກາສິນຄ້າຕົວ ຈິງ ແຕ່ລະຄັ້ງ ຕ້ອງມີບົດບັນທຶກ ແລະ ລາຍງານຜົນການກວດກາ ຫາ ຂະແຫນງການສາຍຕັ້ງຂອງຕົນ ເພື່ອພິຈາລະນາ.

3.1.3 ຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນການກວດກາສິນຄ້າຕົວຈິງ ເຊັ່ນ: ການເປີດຕູ້ສິນຄ້າ, ການແກະກົ່ວ, ການຍົກຍໍ ຫຼື ການຄ່ຽນຖ່າຍສິນຄ້າ ໃຫ້ປະຕິບັດຕາມແຕ່ລະກໍລະນີຄື: ຖ້າພົບເຫັນການລັກລອບ ໃຫ້ເຈົ້າຂອງສິນຄ້າ ຫຼື ຜູ້ສົ່ງອອກ ເປັນຜູ້ຮັບຜິດຊອບ ແລະ ຖືກດໍາເນີນຄະດີຕາມກົດຫມາຍ ແລະ ລະບຽບການ. ຖ້າບໍ່ພົບເຫັນການລັກລອບ ແມ່ນໃຫ້ເຈົ້າຫນ້າທີ່ ຫຼື ຂະແຫນງການທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບ ແລະ ດໍາເນີນຕາມຂັ້ນຕອນການແຈ້ງພາສີ.

3.2 ໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ແລະ ຂັ້ນຕອນການດໍາເນີນການກວດກາ ຮ່ວມກັນ ລະຫວ່າງຫນ່ວຍງານທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານສາກົນ ຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນຮ່ວມກັນ ເພື່ອຮັບ ປະກັນຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

3.3 ໃຫ້ກະຊວງການເງິນ ສືບຕໍ່ພັດທະນາລະບົບແຈ້ງພາສີແບບອັດຕະໂນມັດ (ASYCUDA) ແລະ ລະບົບແຈ້ງພາສີແບບປະຕູດຽວແຫ່ງຊາດລາວ (Lao National Single Window: LNSW) ເປັນແຕ່ລະໄລຍະ ພ້ອມທັງຊຸກຍູ້ ແລະ ຂະຫຍາຍການນໍາໃຊ້ລະບົບດັ່ງກ່າວ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃນການອອກອະນຸຍາດ, ການຢັ້ງຢືນ ການເກັບຄ່າທໍານຽມ, ຄ່າບໍລິການ ແລະ ການກວດປ່ອຍສິນຄ້າຢູ່ດ່ານສາກົນ ໃຫ້ຫຼາຍຂຶ້ນ ເທື່ອລະກ້າວ.

3.4 ໃຫ້ກະຊວງພາຍໃນ ເປັນເຈົ້າການສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງປ້ອງກັນ ຄວາມສະຫງົບ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ຕິດຕາມກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດດໍາລັດ ວ່າ ດ້ວຍດ່ານຊາຍແດນ ແລະ ສະຫນາມບິນສາກົນ ເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ໂດຍສະເພາະແມ່ນ ກົງຈັກການຈັດຕັ້ງ, ຕໍາແຫນ່ງງານ, ບຸກຄະລາກອນ, ການກວດກາເອກະສານ ແລະ ສິນຄ້ານໍາເຂົ້າ-ສົ່ງອອກ ຂອງ ບັນດາຂະແຫນງການທີ່ປະຈໍາດ່ານ.

 

4. ການຕັ້ງຈຸດກວດກາຕາມເສັ້ນທາງ:

4.1 ໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງລະບຽບການ ທີ່ຕິດພັນກັບການກວດກາເອກະສານ ທີ່ພົວພັນກັບລົດ ແລະ ການຂັບຂີ່ ເຊັ່ນ: ໃບຂັບຂີ່, ໃບ ທະບຽນລົດ, ໃບຢັ້ງຢືນມາດຕະຖານເຕັກນິກລົດ ແລະ ໃບເສຍຄ່າທໍານຽມທາງປະຈໍາປີ ຕາມກົດຫມາຍຈະລາຈອນ ທາງບົກ ແລະ ກົດລະບຽບການສັນຈອນ ໂດຍບໍ່ໃຫ້ກວດກາສິນຄ້າ ແລະ ບໍ່ໃຫ້ຮຽກຮ້ອງເກັບຄ່າທໍານຽມໃດໆ. ກໍລະນີມີຄວາມສົງໃສ ຫຼື ມີແຫຼ່ງຂ່າວທີ່ຫນ້າເຊື່ອຖື ກ່ຽວກັບການລັກລອບເຄື່ອນຍ້າຍຢາເສບຕິດ, ອາວຸດເສິກ ແລະ ອື່ນໆ ທີ່ຕິດພັນກັບການປ້ອງກັນຄວາມສະຫງົບ, ຄວາມຫມັ້ນຄົງຂອງຊາດ ສາມາດກວດກາຕາມພາລະບົດບາດໄດ້.

4.2 ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະເມີນຄືນການຈັດຕັ້ງ ປະຕິບັດວຽກງານກວດການໍ້າຫນັກ ແລະ ຂະຫນາດຂອງລົດບັນທຸກ ຂອງສະຖານີຕິດຊັ່ງນ້ໍາຫນັກ ແນໃສ່ຫຼຸດຜ່ອນ ເວລາ ແລະ ຄ່າໃຊ້ຈ່າຍ ສໍາລັບການຂົນສົ່ງສິນຄ້າ ທີ່ບໍ່ຈໍາເປັນ ແລະ ຊ້ໍາຊ້ອນກັນ ຄື: ໃຫ້ມີໃບຢັ້ງຢືນການກວດກາ ຕິດຊັ່ງນ້ໍາຫນັກ ຈາກເຈົ້າຫນ້າທີ່ປະຈໍາສະຖານີຕິດຊັ່ງນ້ໍາຫນັກ ທີ່ໄດ້ຮັບອະນຸຍາດ ເທົ່ານັ້ນ ແລະ ບໍ່ໃຫ້ສະຖານີຕິດຊັ່ງ ລະຫວ່າງທາງ ດໍາເນີນການກວດກາຕິດຊັ່ງຊໍ້າຊ້ອນຄືນອີກ ຍົກເວັ້ນກໍລະນີສົງໄສວ່າ ມີການເພີ່ມນ້ໍາຫນັກ ລະຫວ່າງ ທາງ. ນອກຈາກນີ້ແມ່ນໃຫ້ຄົ້ນຄວ້າ ແລະ ປັບປຸງລະບຽບການ ກ່ຽວກັບການນໍາໃຊ້ລະບົບທັນສະໄຫມ ເຂົ້າໃນການ ກວດກາຕິດຕາມນໍ້າຫນັກລົດບັນທຸກ, ການປັບໄຫມ ແລະ ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດທີ່ຂົນສົ່ງນ້ໍາຫນັກເກີນ ໃຫ້ມີຄວາມເປັນເອກະພາບກັນ.

4.3 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ແນະນໍາເຈົ້າຫນ້າທີ່ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ເຊັ່ນ: ເຈົ້າຫນ້າທີ່ກວດກາ ການຄ້າ, ເຈົ້າຫນ້າທີ່ສືບສວນ-ສອບສວນ ແລະ ປາບປາມການລັກລອບຫນີພາສີ, ເຈົ້າຫນ້າທີ່ສ່ວຍສາອາກອນ, ເຈົ້າຫນ້າ ທີ່ປ່າໄມ້ ແລະ ເຈົ້າຫນ້າທີ່ອື່ນ ກ່ຽວກັບການຕັ້ງຈຸດກວດກາຕາມເສັ້ນທາງ ເພື່ອສະກັດກັ້ນການລັກລອບເຄື່ອນຍ້າຍ ສິນຄ້າທີ່ບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຂອງຄົນ, ພືດ ແລະ ສັດ ດັ່ງນີ້:

4.3.1 ໃນກໍລະນີມີຄວາມຈໍາເປັນ ສາມາດຕັ້ງຈຸດກວດກາສະເພາະກິດຊົ່ວຄາວ ຢູ່ຕາມເສັ້ນທາງ ແຕ່ຕ້ອງ

ໄດ້ຮັບການອະນຸມັດຈາກ ທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ເສຍກ່ອນ, ໃຫ້ກໍານົດເວລາຊັດເຈນ. ຖ້າຈຸດກວດກາສະເພາະກິດໃດ ທີ່ບໍ່ໄດ້ຮັບອະນຸມັດ ແມ່ນໃຫ້ຍຸບເລີກ.

4.3.2 ໃນກໍລະນີມີຄວາມສົງໄສ ຫຼື ແຫຼ່ງຂ່າວ ທີ່ຫນ້າເຊື່ອຖື ແບບຮີບດ່ວນ ສາມາດກວດກາແບບສະເພາະກິດ ເຄື່ອນທີ່ຊົ່ວຄາວ.

4.3.3 ການກວດກາແຕ່ລະຄັ້ງ ຕ້ອງບໍ່ສ້າງອຸປະສັກໃຫ້ແກ່ການເຄື່ອນຍ້າຍສິນຄ້າ, ບໍ່ໃຫ້ກວດກາສິນຄ້າ ທີ່

ບໍ່ຕິດພັນກັບຫນ້າວຽກຂອງຕົນ ແລະ ບໍ່ໃຫ້ເກັບຄ່າທໍານຽມໃດໆ ທີ່ບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການທີ່ວາງອອກ.

4.3.4 ພາຍຫຼັງສໍາເລັດການກວດກາ ໃຫ້ລາຍງານຜົນການກວດກາ ຫາ ທ່ານ ເຈົ້າແຂວງ, ເຈົ້າຄອງ

ນະຄອນຫຼວງວຽງຈັນ ແລະ ຂະແຫນງການສາຍຕັ້ງຂອງຕົນ ເພື່ອຊາບ.

4.4 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ປະຈໍາການ ຄະນະກໍາມະການອໍານວຍຄວາມ ສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ຂັ້ນແຂວງ ເປັນເຈົ້າການຕິມຕາມ ແລະ ຊຸກຍູ້ ການຜັນຂະຫຍາຍແຈ້ງ ການສະບັບນີ້ ແລ້ວລາຍງານຕໍ່ລັດຖະບານ ເປັນແຕ່ລະໄລຍະ.

 

III. ວິທີຈັດຕັ້ງປະຕິບັດ:

1. ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງ ເຜີຍແຜ່ ກ່ຽວກັບການຈັດຕັ້ງຜັນຂະຫຍາຍບາງເນື້ອໃນຂອງຄໍາສັ່ງ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການ ເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນດີ.

2. ໃຫ້ບັນດາກະຊວງກ່ຽວຂ້ອງ ທີ່ໄດ້ຮັບການມອບຫມາຍນໍາເອົາຄໍາແນະນໍາສະບັບນີ້ ໄປຈັດຕັ້ງປະຕິບັດ ເປັນອັນລະອຽດ ຕາມແຕ່ລະຫນ້າວຽກທີ່ຕິດພັນກັບຂະແຫນງການຕົນ ໃຫ້ມີຜົນສ ໍາເລັດເປັນຢ່າງດີ.

3. ມອບໃຫ້ກອງເລຂາ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ແລ້ວລາຍງານຫົວຫນ້າຄະນະກໍາມະການຊີ້ນໍາ ລວມອໍານວຍຄວາມ ສະດວກທາງດ້ານການຄ້າ (ຄອຄສ) ເພື່ອຊາບ ແລະ ມີທິດຊີ້ນໍາ ເປັນປົກກະຕິ.

4. ໃນການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ຫາກພົບເຫັນຄວາມຫຍຸ້ງຍາກ ໃຫ້ພາກສ່ວນກ່ຽວຂ້ອງ ລາຍງານຕໍ່ກອງເລຂາ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອລາຍງານຂໍທິດຊີ້ນໍາຕໍ່ ຫົວຫນ້າ ຄະນະກໍາມະການຊີ້ນໍາ ລວມອໍານວຍຄວາມສະດວກທາງດ້ານການຄ້າ (ຄອຍສ) ຕາມຂັ້ນຕອນ ເພື່ອແກ້ໄຂໃຫ້ທັນ ເວລາ.

5. ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ຮອງນາຍົກລັດຖະມົນຕີ,

ຫົວຫນ້າຄະນະກໍາມະການຊີ້ນໍາລວມ

ອໍານວຍຄວາມສະດວກທາງດ້ານການຄ້າ

 

ສອນໄຊ ສີພັນດອນ

# ຫົວຂໍ້ ດາວໂຫຼດ
1 Guidelines on the implementation of some contents of the Order No.12/PM on the facilitation of import-export, temporary import, transit and movement of goods in the Lao PDR, No. 005/NTFC, date 08 April 2022 PDF
2 ຄໍາແນະນໍາ ກ່ຽວກັບການຈັດຕັ້ງຜັນຂະຫຍາຍບາງເນື້ອໃນຂອງຄໍາສັ່ງ ເລກທີ 12/ນຍ ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ, ເລກທີ 005/ຄອຄສ, ລົງວັນທີ 08 ເມສາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.