ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງໂຍທາທິການ ແລະ ຂົນສົ່ງ

ເລກທີ 260/ຍທຂ

ນະຄອນຫຼວງວຽງຈັນວັນທີ 15/05/2022

 

ແຈ້ງການ

ເຖິງ: - ທ່ານ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ບັນດາ ແຂວງທົ່ວປະເທດ;

- ບັນດາເຈົ້າຫນ້າທີ່ໆກ່ຽວຂ້ອງ;

- ຜູ້ປະກອບການຂົນສົ່ງໂດຍສານ ແລະ ສິນຄ້າ.

 

ເລື່ອງ: ມາດຕະການຜ່ອນຜັນ ການເຂົ້າ-ອອກ ສປປ ລາວ ແລະ ພາຍໃນປະເທດ ສໍາລັບການຂົນສົ່ງໂດຍສານ ແລະ ສິນຄ້າ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19.

- ອີງຕາມ ດໍາລັດ ຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງໂຍທາ  ທິການ ແລະ ຂົນສົ່ງ, ສະບັບເລກທີ 677/ນຍ, ລົງວັນທີ 21 ທັນວາ 2021.

- ອີງຕາມ ດໍາລັດ ວ່າດ້ວຍ ທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 4 ສິງຫາ 2021.

- ອີງຕາມ ແຈ້ງການ ຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 63/ນຍ, ລົງວັນທີ 17 ມັງກອນ 2022.

- ອີງຕາມ ແຈ້ງການ ຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບທິດຊີ້ນໍາມາດຕະການ ໃນການເຂົ້າ ອອກ ສປປລາວ ແລະ ການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ສະບັບ ເລກ ທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022.

 

ເພື່ອຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີກ່ຽວກັບທິດຊີ້ນໍມາດຕະການ ໃນ ການເຂົ້າ-ອອກ ສປປລາວ ແລະ ການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ແລະ ເພື່ອເຮັດໃຫ້ວຽກງານການຂົນສົ່ງໂດຍສານ ແລະ ສິນຄ້າ ທຸກຮູບແບບດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ, ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການດັ່ງນີ້:

I. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ພາຍໃນປະເທດໃຫ້ເປັນປົກກະຕິ;

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ສປປ ລາວເປັນຄູ່ພາຄີ.

- ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງປະເທດປາຍທາງ.

II. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດພາຍໃນປະເທດໃຫ້ເປັນປົກກະຕິ;

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ແລະ ຫລາຍຝ່າຍ ທີ່ ສປປ ລາວ ເປັນພາຄີ, ສໍາລັບຂາອອກແມ່ນ ໃຫ້ປະຕິບັດຕາມມາດຕະການ ຂອງປະເທດປາຍທາງ.

III. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາພາຍໃນປະເທດໃຫ້ເປັນປົກກະຕິ;

 - ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາ ລະຫວ່າງປະເທດ ໃຫ້ສອດຄ່ອງກັບກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

- ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງ ປະເທດປາຍທາງ.

IV. ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ

1. ການຂົນສົ່ງໂດຍສານທາງບົກ

-   ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກພາຍໃນປະເທດໃຫ້ເປັນປົກກະຕິ;

- ອະນຸຍາດໃຫ້ລົດສ່ວນຕົວ, ລົດໂດຍສານປະຈໍາທາງ ແລະ ລົດທ່ອງທ່ຽວລະຫວ່າງປະເທດສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ ຕາມສັນຍາສອງຝ່າຍ ແລະ ຫລາຍຝ່າຍທີ່ ສປປ ລາວ ເປັນຄູ່ພາຄີ;

- ສໍາລັບລົດສ່ວນຕົວ, ລົດໂດຍສານປະຈໍາທາງ ແລະ ລົດທ່ອງທ່ຽວຂອງລາວ ທີ່ຈະເດີນທາງອອກນອກປະເທດ ໃຫ້ປະຕິບັດຕາມມາດຕະການຂອງປະເທດປາຍທາງ.

2. ການຂົນສົ່ງສິນຄ້າພາຍໃນ

- ອະນຸຍາດໃຫ້ ການຂົນສົ່ງສິນຄ້າພາຍໃນປະເທດແມ່ນສາມາດດໍາເນີນໄດ້ຢ່າງເປັນປົກກະຕິ.

3. ການຂົນສົ່ງສິນຄ້າ ຂາເຂົ້າ, ຂາອອກ, ຜ່ານແດນ ແລະ ນໍາເຂົ້າເພື່ອສົ່ງອອກ

ກ. ສໍາລັບລົດຂົນສົ່ງສິນຄ້າປະເພດ ອຸປະໂພກ, ບໍລິໂພກ ແລະ ນໍາເຂົ້າທົ່ວໄປທີ່ເຂົ້າມາດິນແດນຂອງ ສປປ ລາວ ຕ້ອງນໍາສົ່ງສິນຄ້າໄປລົງຢູ່ຈຸດຄ່ຽນຖ່າຍຢູ່ດ່ານຊາຍແດນ, ທ່າບົກ, ສາງພາສີ ຫຼື ຈຸດທີ່ເຈົ້າຫນ້າທີ່ກໍານົດ;

ຂ. ສໍາລັບລົດຂົນສົ່ງສິນຄ້າປະເພດນ້ໍາມັນເຊື້ອໄຟ, ສິນຄ້າທາດແຫຼວ, ອາຍແກັສ, ຢາງປູທາງ, ສິນຄ້າອັນຕະລາຍ, ສິນຄ້າກະສິກໍາປະເພດບູດເນົ່າໄວ (ສັດທີ່ມີຊີວິດ, ຊີ້ນແຊ່ແຂງ, ຫມາກໄມ້ສົດ ແລະ ອື່ນໆ), ແລະ ສິນຄ້າທີ່ບໍ່ສາມາດຄ່ຽນຖ່າຍ ຫຼື ມີຄວາມສ່ຽງດ້ານຄວາມປອດໄພໃນການຄ່ຽນຖ່າຍ ແມ່ນອະນຸຍາດໃຫ້ ລົດຂົນສົ່ງຂອງຕ່າງປະເທດເຂົ້າມາຮອດປາຍທາງໄດ້. ການຂົນສົ່ງສິນຄ້າປະເພດດັ່ງກ່າວ ປະກອບມີ: ການກໍານົດເສັ້ນທາງຂົນສົ່ງ, ຕົ້ນທາງ-ປາຍທາງ ຂົນສົ່ງສິນຄ້າ, ມີຫນັງສືຢັ້ງຢືນຂອງສິນຄ້າ ຫຼື ຕົວແທນ ຢູ່ ສປປ ລາວ ຫຼື ເຈົ້າຂອງໂຄງການ;

ຄ. ລົດຂົນສົ່ງສິນຄ້າຜ່ານດິນແດນຂອງ ສປປ ລາວ ເພື່ອຈະໄປປະເທດທີ່ສາມ ຕ້ອງມາຄ່ຽນຖ່າຍສິນຄ້າໃສ່ ລົດຂົນສົ່ງຂອງລາວຢູ່ຈຸດຄ່ຽນຖ່າຍຂາເຂົ້າທີ່ເຈົ້າຫນ້າທີ່ກໍານົດ ແລ້ວໃຫ້ລົດຂົນສົ່ງຂອງລາວທີ່ເປັນຄູ່ສັນຍາຂົນສົ່ງຕໍ່ໄປດ່ານຊາຍແດນຂາອອກ;

ງ. ໃນກໍລະນີສິນຄ້າສົ່ງອອກ ຫຼື ຜ່ານແດນ ຫາກມີການບັນຈຸ, ຫຸ້ມຫໍ່ເປັນກໍລະນີພິເສດ, ມີຄວາມສ່ຽງດ້ານຄວາມປອດໄພໃນການຄ່ຽນຖ່າຍ, ເປັນວັດຖຸອັນຕະລາຍ ຊຶ່ງຕ້ອງນໍາໃຊ້ລົດຂົນສົ່ງວິຊາສະເພາະ ທີ່ ສປປ ລາວ ບໍ່ມີ ແມ່ນໃຫ້ຂໍອະນຸຍາດເປັນກໍລະນີພິເສດຈາກກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ;

ຈ. ການຂົນສົ່ງສິນຄ້າຂາອອກລະຫວ່າງປະເທດ ແລະ ຜ່ານແດນ ແມ່ນໃຫ້ປະຕິບັດຕາມມາດຕະການຂອງ ປະເທດປາຍທາງ.

ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ປະຕິບັດ ແຈ້ງການ ຂອງ ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຕິດຕາມ, ກວດກາລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ, ສະບັບເລກທີ 04718/ຍທຂ.ຫກ, 23 ກຸມພາ 2022.

V. ຄົນຂັບຍານພາຫະນະຂົນສົ່ງ (ເຮືອ, ລົດ, ຍົນ ແລະ ລົດໄຟ), ພະນັກງານ ແລະ ຜູ້ໂດຍສານ ທີ່ເດີນທາງເຂົ້າມາ ສປປ ລາວ

ການເດີນທາງເຂົ້າມາ ສປປ ລາວ ຂອງ ຄົນຂັບຍານພາຫະນະຂົນສົ່ງ (ເຮືອ, ລົດ, ຍົນ ແລະ ລົດໄຟ), ພະນັກງານ ແລະ ຜູ້ໂດຍສານ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວ ກັບທິດຊີ້ນໍາມາດຕະການໃນການເຂົ້າ-ອອກ ສປປລາວ ແລະ ການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດ ຂອງພະຍາດໂຄວິດ-19 ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022.

VI. ການຈັດຕັ້ງປະຕິບັດ  

1. ໃຫ້ບັນດາ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ/ແຂວງ, ຄະນະດ່ານສາກົນ ແລະ ຜູ້ ປະກອບການຂົນສົ່ງ ປະຕິບັດຕາມ ແຈ້ງການ ສະບັບນີ້ ຢ່າງເປັນເອກະພາບທົ່ວປະເທດ;

2. ແຈ້ງການສະບັບນີ້ ປ່ຽນແທນ ແຈ້ງການ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ກ່ຽວກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.

 

(ເຊັນແທນ) ລັດຖະມົນຕີ

ລັນ ແສງອາພອນ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ມາດຕະການຜ່ອນຜັນ ການເຂົ້າ-ອອກ ສປປ ລາວ ແລະ ພາຍໃນປະເທດ ສໍາລັບການຂົນສົ່ງໂດຍສານ ແລະ ສິນຄ້າ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19, ເລກທີ 260/ຍທຂ, ລົງວັນທີ 15 ພຶດສະພາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.