ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງໂຍທາທິການ ແລະ ຂົນສົ່ງ

ເລກທີ: 2525 /ຍທຂ

ນະຄອນຫຼວງວຽງຈັນ, ວັນທີ: 30 ມັງກອນ 2023

 

ຄໍາແນະນໍາ

ກ່ຽວກັບການຄຸ້ມຄອງການຂົນສົ່ງສິນຄ້າ, ຕູ້ສິນຄ້າ ແລະ ເອກະສານ

ຂົນສົ່ງສິນຄ້າດ້ວຍລະບົບຄຸ້ມຄອງການຂົນສົ່ງຂ້າມແດນ ເອເລັກໂຕຣນິກ

(Cross Border Transport Management “CBTM”)

 

- ອີງຕາມ ກົດໝາຍ ວ່າດ້ວຍການຂົນສົ່ງຫຼາຍຮູບແບບ ສະບັບເລກທີ 28/ສພຊ, ລົງວັນທີ 18 ທັນວາ 2012;

- ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກ

  ທີ 677/ນຍ, ລົງວັນທີ 21 ທັນວາ 2021;

- ອີງຕາມ ແຈ້ງການ ຂອງຫ້ອງການສໍານັກງານນາຍົກລົດຖະມົນຕີ ສະບັບເລກທີ 701/ຫສນຍ, ລົງວັນທີ

  23 ພຶດສະພາ 2022.

ລັດຖະມົນຕີ ອອກຄໍາແນະນໍາ:

 

  1. ຈຸດປະສົງ

            ຄໍາແນະນໍາສະບັບນີ້ ກໍານົດ ຫຼັກການ, ວິທີການ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການຂົນສົ່ງສິນຄ້າຕູ້ສິນຄ້າ ແລະ ພາຫະນະຂົນສົ່ງສິນຄ້າຜ່ານດ່ານສາກົນທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດ ດ້ວຍການໃຊ້ລະບົບ CBTM ໃຫ້ມີຄວາມສະດວກ, ວ່ອງໄວ, ສອດຄ່ອງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໂດຍການບັນທຶກ, ເກັບຮັກສາ ແລະ ລາຍງານ ຂໍ້ມູນການຂົນສົ່ງທາງລະບົບເອເລັກໂຕຣນິກ ຫຼື ພິມເອກະສານຈາກລະບົບ.

 

  1. ການອະທິບາຍຄໍາສັບ

          ຄໍາສັບທີ່ນໍາໃຊ້ໃນຄໍາແນະນໍາສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ລະບົບ CBTM ໝາຍເຖິງ ລະບົບ Web-Based Application ຂອງສະມາຄົມ LITFA ທີ່ມີຖານຂໍ້ມູນແບບລວມສູນ, ຊຶ່ງນໍາໃຊ້ສໍາລັບການບັນທຶກ ຂໍ້ມູນການເຂົ້າ-ອອກ, ການຮັກສາສິນຄ້າ, ຕູ້ສິນຄ້າ ແລະ ເອກະສານຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ, ຊຶ່ງສາມາດເຂົ້ານໍາໃຊ້ໄດ້ ໂດຍຜ່ານໂທລະສັບມືຖື (Smart Phone), ຄອມພິວເຕີ, ອຸປະກອນແທບເລັດ ແລະ ອຸປະກອນເອເລັກໂຕຣນິກອື່ນໆ;
  2. ຄິວອາໂຄດ (Quick Response Code “QR Code”) ຂອງ CBTM ໝາຍເຖິງ ສັນຍາລັກເປັນຮູບສີ່ຫຼ່ຽມ ຫຼື ຮູບອື່ນໆ ຊຶ່ງນໍາໃຊ້ໃນການເກັບຂໍ້ມູນ ແລະ ຕິດຕາມກ່ຽວກັບສິນຄ້າ, ຕູ້ບັນຈຸສິນຄ້າ, ບ່ອນເກັບຮັກສາ ແລະ ຜູ້ຄໍ້າປະກັນຢູ່ ສປປ ລາວ;
  3. ອານາເຂດພາສີ ໝາຍເຖິງ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ ທີ່ໄດ້ກໍານົດຂອບເຂດການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ. ເຈົ້າໜ້າທີ່ພາສີ ສາມາດປະຕິບັດໜ້າທີ່ຂອງຕົນນອກອານາເຂດພາສີຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ;
  4. ການເຄື່ອນໄຫວໃນວົງລັດສະໝີພາສີ ໝາຍເຖິງ ການເຄື່ອນໄຫວ ໃນຂອບເຂດວົງລັດສະໝີ 30 ກິໂລແມັດ ຂອງດ່ານຊາຍແດນ ຫຼື ຫ້ອງການ ພາສີ ທີ່ເປັນບໍລິເວນສໍາລັບການປະຕິບັດວຽກງານວິຊາສະເພາະໃນການຄວບຄຸມຕິດຕາມ, ກວດກາ ຂອງເຈົ້າໜ້າທີ່ພາສີ ແລະ ລັດຖະການພາສີ ແຕ່ລະຂັ້ນ;
  5. ແບບຟອມເອກະສານເອເລັກໂຕຣນິກ ໝາຍເຖິງ ແບບຟອມຕ່າງໆທີ່ໄດ້ຖືກພັດທະນາ ແລະ ພິມອອກຈາກລະບົບ CBTM ພາຍຫຼັງທີ່ຜູ້ປະກອບການໄດ້ປ້ອນຂໍ້ມູນເຂົ້າໃນລະບົບ;
  6. ໃບຂົນສົ່ງລວມຂອງສິນຄ້າ (Cargo Manifest) ໝາຍເຖິງ ບັນຊີສິນຄ້າທີ່ບັນທຸກມາທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດ ຊຶ່ງມີສິນຄ້າ ຂາເຂົ້າ, ຂາອອກ ແລະ ຜ່ານດ່ານ;
  7. ໃບອະນຸຍາດຜ່ານຊົ່ວຄາວ ສໍາລັບຕູ້ບັນຈຸສິນຄ້າ ແລະ ຕູ້ເປົ່າ Container Temporary Admission Document (ໃບ TAD) ໝາຍເຖິງ ເອກະສານຕິດຕາມການເຂົ້າມາຂອງ ຕູ້ບັນຈຸສິນຄ້າ ແລະ ຕູ້ເປົ່າ ການເກັບຮັກສາ ແລະ ການນໍາໃຊ້ຕູ້ບັນຈຸສິນຄ້າໂດຍຜູ້ປະກອບການຕ່າງໆໃນການເຄື່ອນໄຫວຂົນສົ່ງສິນຄ້າໃນອານາເຂດພາສີລາວ ດ້ວຍການບັນທຶກການເຄື່ອນໄຫວກິດຈະການຕ່າງໆຜ່ານຈຸດກວດກາແຕ່ລະໄລຍະຕົ້ງແຕ່ມື້ເຂົ້າ ຈົນຮອດມື້ອອກຈາກ ຊາຍແດນ ສປປ ລາວ;
  8. ໃບອະນຸຍາດຕິດຕາມການແລ່ນລົດບັນທຸກຂົນສົ່ງສິນຄ້າ (ໃບກໍາກັບເສັ້ນທາງ/ໃບ TRB (Truck Routing Bill) ໝາຍເຖິງ ເອກະສານທີ່ໃຊ້ສໍາລັບການຕິດຕາມການແລ່ນລົດບັນທຸກຂົນສົ່ງສິນຄ້າຂອງຕ່າງປະເທດ ທີ່ໄດ້ຮັບອະນຸຍາດເຂົ້າມາສົ່ງສິນຄ້າ ຫຼື ຮັບສິນຄ້າຢູ່ພາຍໃນປະເທດ (ນອກເຂດດ່ານພາສີສາກົນ) ຊຶ່ງ ໃບ TRB ດັ່ງກ່າວຕ້ອງອອກໃນລະບົບ CBTM ແລະ ຖືກຮັບຮອງເປັນແຕ່ລະຖ້ຽວ, ສາມາດກວດສອບດ້ວຍເລກທີ ຫຼື QR Code ຜ່ານມືຖື;
  9. ໃບສັ່ງມອບເອກະສານ-ສິນຄ້າ Delivery Order (ໃບ DO, ອອກໃນລະບົບ CBTM) ໝາຍເຖິງ ເອກະສານມອບສິດການແຈ້ງພາສີ ເພື່ອນໍາສິນຄ້າອອກຈາກດ່ານພາສີສາກົນໃຫ້ແກ່ຜູ້ປະກອບການ ຫຼື ຕົວແທນທີ່ຖືກມອບໝາຍ;
  10. ຜູ້ປະກອບການ (Operator) ໝາຍເຖິງ ຫົວໜ່ວຍທຸລະກິດໃນ ສປປ ລາວ ທີ່ລົງທະບຽນເປັນສະມາຊິກ ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ສປປ ລາວ (LITFA) ເປັນຕົ້ນຜູ້ປະກອບການຂົນສົ່ງໂລຈິສຕິກ, ຈັດສົ່ງ, ລະບົບສາງ, ທ່າບົກ, ລານເກັບມ້ຽນຕູ້ສິນຄ້າ, ສະຖານີຂົນສົ່ງສິນຄ້າ, ຜູ້ບໍລິການແຈ້ງພາສີ ແລະ ຜູ້ປະກອບການນໍາເຂົ້າ-ສົ່ງອອກ.

 

  1. ເງື່ອນໄຂໃນການຈັດຕັ້ງປະຕິບັດຂັ້ນຕອນຄຸ້ມຄອງໃຫ້ລົດຂົນສົ່ງສິນຄ້າຕ່າງປະເທດ ຜ່ານເຂົ້າຊົ່ວຄາວໃນ ອານາເຂດພາສີລາວ

ການຈັດຕັ້ງປະຕິບັດຂັ້ນຕອນຄຸ້ມຄອງໃຫ້ລົດຂົນສົ່ງສິນຄ້າຕ່າງປະເທດ ຜ່ານເຂົ້າຊົ່ວຄາວໃນ ອານາເຂດພາສີລາວຕ້ອງມີເງື່ອນໄຂ ດັ່ງນີ້:

  1. ຜູ້ຂົນສົ່ງສິນຄ້າ ຕ້ອງເປັນສະມາຊິກຂອງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ສປປ ລາວ (LITFA) ຕາມປະເພດທີ່ໄດ້ຮັບອະນຸມັດ ແລະ ໄດ້ເສຍຄ່າບໍາລຸງສະມາຄົມຄົບຖ້ວນພາຍໃນໄຕມາດໜຶ່ງ (ສໍາລັບສະມາຊິກເກົ່າ) ຫຼື ຖ້າເປັນສະມາຊິກສາມັນໃໝ່ແມ່ນພາຍຫຼັງໄດ້ຮັບການອະນຸມັດເປັນສະມາຊິກສາມັນ ແລະ ເສຍຄ່າລົງທະບຽນ ແລະ ຄ່າບໍາລຸງສະມາຄົມ ຢ່າງຄົບຖ້ວນ;
  2. ຜູ້ຂົນສົ່ງສິນຄ້າ ເປັນຄູ່ສັນຍາກັບບໍລິສັດຂົນສົ່ງຕ່າງປະເທດ ທີ່ໄດ້ອະນຸຍາດການດໍາເນີນທຸລະກິດການຂົນສົ່ງຢ່າງຖືກຕ້ອງ ແລະ ມີເອກະສານຢັ້ງຢືນການເປັນຜູ້ຄໍ້າປະກັນໃຫ້ແກ່ຄູ່ສັນຍາຕາມແບບຟອມຂໍ້ຕົກລົງ LITFA ໃນລະບົບ CBTM;
  3. ຜູ້ຂົນສົ່ງສິນຄ້າຮັບຜິດຊອບຄ່າໃຊ້ຈ່າຍ, ຄ່ານໍາໃຊ້ລະບົບ ແລະ ຄ່າພັນທະອື່ນ ທີ່ອອກໂດຍສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ສປປ ລາວ (LITFA);
  4. ພະນັກງານຜູ້ຂົນສົ່ງສິນຄ້າຕ້ອງໄດ້ຜ່ານຝຶກອົບຮົມການນໍາໃຊ້ລະບົບ CBTM, ຜ່ານສອບເສັງ ແລະ ມີລະຫັດເຂົ້າລະບົບເປັນຂອງຕົວເອງ;
  5. ຜູ້ຂົນສົ່ງສິນຄ້າຮັບຜິດຊອບອອກເອກະສານຂົນສົ່ງໃນນາມຜູ້ຂົນສົ່ງຕ່າງປະເທດ ແລະ ຮັບຜິດຊອບໃນການຄໍ້າປະກັນການຂົນສົ່ງພ້ອມທັງປະກັນໄພ ໃນແຕ່ລະຖ້ຽວ;
  6. ຜູ້ຂົນສົ່ງສິນຄ້າບໍ່ຖືກດໍາເນີນຄະດີ ຫຼື ບໍ່ຖືກສານຕັດສິນລົງໂທດ ຕັດສິນສະລະພາບ ກ່ຽວກັບການດໍາເນີນທຸລະກິດການຂົນສົ່ງສິນຄ້າ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

 

  1. ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ທີ່ໄດ້ຮັບອະນຸຍາດຄໍ້າປະກັນລົດຂົນສົ່ງສິນຄ້າຕ່າງປະເທດ ຜ່ານເຂົ້າມາຊົ່ວຄາວໃນອານາເຂດພາສີລາວ

ຜູ້ທີ່ໄດ້ຮັບອະນຸຍາດຄໍ້າປະກັນລົດຂົນສົ່ງສິນຄ້າຕ່າງປະເທດ ຜ່ານເຂົ້າມາຊົ່ວຄາວໃນອານາເຂດພາສີລາວ ມີໜ້າທີ່ ແລະ ຄວາມຮັບຜິດຊອບ ດັ່ງນີ້:

  1. ຮັບຜິດຊອບຕໍ່ໜ້າກົດໝາຍໃນການໄກເກ່ຍຄະດີ ແລະ ຊໍາລະສະສາງຄວາມເສຍຫາຍທາງແພ່ງ ແລະ ອາຍາແທນລົດຂົນສົ່ງຕ່າງປະເທດ ທີ່ບໍລິສັດ ຜູ້ປະກອບການ ຜູ້ຄໍ້າປະກັນ ໃນກໍລະນີມີອຸປະຕິເຫດ ຫຼື ການລະເມີດລະບຽບການຕ່າງໆ ໃນອານເຂດພາສີລາວ ເຊັ່ນ: ຄ່າທໍານຽມ, ຄ່າປັບໃໝຢູ່ເກີນອາຍຸ ອອກນອກເສັ້ນທາງ, ນໍ້າໜັກເກີນ, ລະເມີດກົດຈະລາຈອນ ຂອງລົດບັນທຸກສິນຄ້າ, ຕູ້ບັນຈຸສິນຄ້າ ແລະ ອື່ນໆ ຕາມລະບຽບການ ຂອງ ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງອື່ນໆທີ່ກ່ຽວຂ້ອງ ໃນແຕ່ລະໄລຍະ;
  2. ຮັບຜິດຊອບ ແລະ ຮັບປະກັນ ການຊໍາລະຄ່າທໍານຽມທີ່ເກີດຂື້ນຕາມກົດໝາຍ ແລະ ລະບຽບກໍານົດໄວ້, ຈ່າຍທຸກຄ່າທໍານຽມ, ອາກອນຕິດພັນ (ອມພ ແລະ ອກລ ພາກບັງຄັບ ເປັນຕົ້ນ) ແລະ ຄ່າບໍລິການທີ່ກ່ຽວຂ້ອງ ໃນການ ປະຕິບັດສັນຍາ ແລະ ການບໍລິການຂອງ LITFA;
  3. ຮັບປະກັນ ຄຸ້ມຄອງລົດຂົນສົ່ງສິນຄ້າໃຫ້ຢູ່ໃນເສັ້ນທາງກໍານົດ, ຈຸດຂື້ນ-ລົງສິນຄ້າທີ່ກໍານົດ ແລະ ການເຂົ້າ-ອອກ ຂອງພາຫະນະຕ່າງປະເທດ ໃຫ້ສອດຄ່ອງ ກັບ ຄໍາແນະນໍາສະບັບນີ້ຢ່າງເຂັ້ມງວດ;
  4. ຖ້າຫາກສະມາຊິກຜູ້ໄດ້ຮັບມອບສິດບໍ່ສາມາດປະຕິບັດຕາມຂໍ້ກໍານົດ ແລະ ເງື່ອນໄຂດັ່ງກ່າວ, ທາງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ລະຫວ່າງປະເທດ ຂອງ ສປປ ລາວ, ສາມາດຍົກເລີກຂໍ້ຕົກລົງໄດ້ທຸກເວລາ.

 

  1. ການດໍາເນີນການຄຸ້ມຄອງຕູ້ສິນຄ້າ, ນໍາເຂົ້າ, ເກັບຮັກສາ ແລະ ສົ່ງອອກ

ການຄຸ້ມຄອງຕູ້ສິນຄ້າ, ນໍາເຂົ້າ, ເກັບຮັກສາ ແລະ ສົ່ງອອກໃຫ້ປະຕິບັດດັ່ງນີ້:

  1. ຕູ້ສິນຄ້າຂອງຜູ້ປະກອບການທີ່ໄດ້ລົງທະບຽນຖືກຕ້ອງມາກ່ອນແລ້ວ ແລະ ມີອາຍຸການໃຊ້ງານທີ່ນໍາໃຊ້ໄດ້ຢູ່ຕາມເງື່ອນໄຂການຂົນສົ່ງສາກົນ ແມ່ນໃຫ້ປະຕິບັດຄືພາຫະນະ;
  2. ຕູ້ສິນຄ້າສ່ວນຕົວ (ທີ່ບໍ່ໄດ້ລົງທະບຽນມາກ່ອນ ຫຼື ໝົດອາຍຸການໃຊ້ງານ) ແມ່ນຕ້ອງໄດ້ມາລົງທະບຽນໃນລະບົບ CBTM ກ່ອນໂດຍການໃຊ້ລະຫັດຕູ້ສະເພາະຂອງຜູ້ປະກອບການເພື່ອຕິດຕາມການເຂົ້າມາຂອງ ຕູ້ບັນຈຸສິນຄ້າ ແລະ ຕູ້ເປົ່າ ການເກັບຮັກສາ ແລະ ການນໍາໃຊ້ຕູ້ບັນຈຸສິນຄ້າໂດຍຜູ້ປະກອບການຕ່າງໆໃນການເຄື່ອນໄຫວຂົນສົ່ງສິນຄ້າໃນອານາເຂດພາສີລາວ;
  3. ການເກັບຮັກສາຕູ້ສິນຄ້າເປົ່າແມ່ນໃຫ້ເກັບຢູ່ໃນເຂດທ່າບົກ ຫຼື ລະບົບສາງ ທີ່ໄດ້ຮັບການອະນຸຍາດຈາກກົມຂົນສົ່ງ, ກົມພາສີ ແລະ ດໍາເນີນການຄຸ້ມຄອງດ້ວຍລະບົບ CBTM;
  4. ສະຖານທີ່ເກັບມ້ຽນຕູ້ທີ່ຖືກຮັບຮອງເປັນລະບົບສາງຕາມກົດໝາຍພາສີແມ່ນໃຫ້ຖືເອົາໄລຍະເວລາສູງສຸດຂອງລະບົບສາງເປັນໄລຍະເວລາສູງສຸດຂອງການເກັບຮັກສາຕູ້ ( ຖ້າເກີນໃຫ້ປະຕິບັດຕາມລະບຽບການຂອງພາສີ).

 

  1. ການເກັບກໍາຂໍ້ມູນ ແລະ ຄຸ້ມຄອງສະຖິຕິການຂົນສົ່ງ

ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງເປັນຄະນະຄຸ້ມຄອງ ຖືກແຕ່ງຕັ້ງໂດຍຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ເປັນຜູ້ຄຸ້ມຄອງການເກັບກໍາຂໍ້ມູນສະຖິຕິການຂົນສົ່ງ ໂດຍມີການເກັບກໍາຂໍ້ມູນກ່ຽວກັບການພັດທະນາ, ການລົງທຶນ, ການດໍາເນີນທຸລະກິດ, ລວມທັງຂໍ້ມູນສະຖິຕິອື່ນທີ່ສໍາຄັນ ດ້ວຍລະບົບ CBTM ເພື່ອຮັບປະກັນການລາຍງານ ຢ່າງຖືກຕ້ອງ ແລະ ທັນເວລາ.

 

  1. ການເກັບລາຍຮັບ

ອະນຸຍາດໃຫ້ LITFA ເກັບຄ່າບໍລິການ ການນໍາໃຊ້ລະບົບ CBTM ຕາມການອະນຸມັດຂອງ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອເປັນຄ່າ ບໍາລຸງຮັກສາ CBTM ໃຫ້ສາມາດນໍາໃຊ້ ແລະ ຄຸ້ມຄອງໄດ້ຍືນຍົງ.

 

  1. ຜູ້ນໍາໃຊ້ລະບົບ User ID

ຜູ້ນໍາໃຊ້ລະບົບ User ID ຢູ່ໃນລະບົບ CBTM ໄດ້ກໍານົດການຄຸ້ມຄອງ ໄວ້ 3 ລະດັບ ດັ່ງນີ້:

  1. User ID ຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;
  2. User ID ຂອງດ່ານສາກົນ;
  3. User ID ຂອງຜູ້ປະກອບການ.

 

  1. ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ

          ມອບໃຫ້ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ກອງເລຂາຄະນະອໍານວຍຕວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ເຊື່ອມຊຶມ, ແນະນໍາ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ມີປະສິດທິຜົນ.

 

          ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ຢ່າງເຂັ້ມງວດ.

         

          ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດການທາງລັດຖະການ.

 

ລັດຖະມົນຕີ

ວຽງສະຫວັດ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 Notification on the Cross Border Transport Management, No. 2525/MPWT, date 30 January 2023. PDF
2 ຄໍາແນະນໍາ ກ່ຽວກັບການຄຸ້ມຄອງການຂົນສົ່ງສິນຄ້າ, ຕູ້ສິນຄ້າ ແລະ ເອກະສານ ຂົນສົ່ງສິນຄ້າດ້ວຍລະບົບຄຸ້ມຄອງການຂົນສົ່ງຂ້າມແດນ ເອເລັກໂຕຣນິກ, ເລກທີ 2525/ຍທຂ, ລົງວັນທີ 30 ມັງກອນ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.