ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

 

ນາຍົກລັດຖະມົນຕີ

ເລກທີ 145/ນຍ

ນະຄອນຫຼວງວຽງຈັນ, ວັນທີ 14 ມີນາ 2023

 

ດໍາລັດ

ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ

ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ

 

  • ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021;
  • ອີງຕາມ ໜັງສືສະເໜີ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 182/ຍທຂ, ລົງວັນທີ 31 ມີນາ 2022;
  • ອີງຕາມ ໜັງສືສະເໜີ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1880/ອຄ, ລົງວັນທີ 21 ທັນວາ 2022;
  • ອີງຕາມ ໜັງສືສະເໜີ ຂອງກະຊວງພາຍໃນ ສະບັບເລກທີ 21/ພນ, ລົງວັນທີ 23 ກຸມພາ 2023.

 

ນາຍົກລັດຖະມົນຕີ ອອກດໍາລັດ:

 

 

ໝວດທີ I  

ບົດບັນຍັດທົ່ວໄປ

 

ມາດຕາ 1 ຈຸດປະສົງ

ດໍາລັດສະບັບນີ້ ກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະດັ່ງກ່າວ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການປະສານງານ, ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ກ່ຽວກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປະກອບມີ 2 ຂັ້ນຄື:      ຂັ້ນສູນກາງ ແລະ ຂັ້ນແຂວງ. ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ   ຂັ້ນສູນກາງ ຂຽນຫຍໍ້ວ່າ “ຄອຄຂ.ສ”, ເປັນພາສາອັງກິດ “National Trade and Transport Facilitation Committee: NTTFC” ແມ່ນການຈັດຕັ້ງຂອງລັດທີ່ບໍ່ປະຈໍາການ ໂດຍມີຈຸດປະສານງານລວມຢູ່ກະຊວງ     ອຸດສາຫະກໍາ ແລະ ການຄ້າ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ຊີ້ນໍາໃນການຄົ້ນຄວ້າ,    ແກ້ໄຂບັນຫາ, ຕິດຕາມ, ຊຸກຍູ້, ປະເມີນ, ສະຫຼຸບລາຍງານ ແລະ ປະສານສົມທົບ ລະຫວ່າງ ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ, ປອດໄພ ແລະ ເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

 

ສໍາລັບຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ຂຽນຫຍໍ້ວ່າ “ຄອຄຂ.ຂ”, ເປັນພາສາອັງກິດ “Provincial Trade and Transport Facilitation Committee: PTTFC” ແມ່ນການຈັດຕັ້ງຂອງລັດທີ່ບໍ່ປະຈໍາການ ໂດຍມີຈຸດປະສານງານລວມຢູ່ພະແນກອຸດສາຫະກໍາ   ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຊີ້ນໍາໃນການຄົ້ນຄວ້າ, ແກ້ໄຂບັນຫາ, ຕິດຕາມ, ຊຸກຍູ້, ປະເມີນ, ສະຫຼຸບລາຍງານ ແລະ ປະສານສົມທົບ ລະຫວ່າງ ພະແນກການ, ອົງການຂັ້ນແຂວງ, ອົງການປົກຄອງເມືອງ ກ່ຽວກັບ ວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ປອດໄພ.

 

ໝວດທີ II  

ໜ້າທີ່ ແລະ ຂອບເຂດສິດ

 

ມາດຕາ 3 ໜ້າທີ່

< >ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ມີໜ້າທີ່ດັ່ງນີ້:ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດນິຕິກໍາຂອງພັກ, ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ນາຍົກລັດຖະມົນຕີ, ລັດຖະມົນຕີ ກ່ຽວກັບວຽກງານການ      ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ຄົ້ນຄວ້າ, ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດບັນດານະໂຍບາຍ, ແຜນຍຸດທະສາດ, ແຜນດໍາເນີນງານ, ກົດໝາຍ, ລະບຽບການ, ແຜນການ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ກ່ຽວກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ຄົ້ນຄວ້າ, ປະກອບຄໍາເຫັນ, ສັງລວມ ແລະ ປັບປຸງ ລະບຽບການ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measure: NTMs) ແລະ ຂັ້ນຕອນຕ່າງໆ ລວມທັງຕາໜ່າງເສັ້ນທາງຂົນສົ່ງ, ໂຄງສ້າງລາຄາຂົນສົ່ງທຸກຮູບແບບ ແລະ ມາດຕະຖານເຕັກນິກ ຂອງຍານພາຫະນະຂົນສົ່ງທຸກປະເພດ ທີ່ກ່ຽວຂ້ອງກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ໃຫ້ສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ປອດໄພ; ປະສານສົມທົບ ກັບ ບັນດາກະຊວງ, ອົງການ, ພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາ      ແຫ່ງຊາດ ແລະ ທຸລະກິດ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຄົ້ນຄວ້າ ວິທີການ, ມາດຕະການ   ແກ້ໄຂບັນຫາ ແລະ ສິ່ງກີດຂວາງ ຕໍ່ກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;ພົວພັນ, ຮ່ວມມື ແລະ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ, ພາກພື້ນ ແລະ ສາກົນ ໃນການແລກປ່ຽນບົດຮຽນ, ຊອກຫາແຫຼ່ງທຶນ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ເພື່ອພັດທະນາວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ລະບົບເຕັກໂນໂລຊີ ແລະ ດິຈິຕ໋ອນ ທີ່ທັນສະໄໝ ເຂົ້າໃນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ລວມທັງການຊໍາລະສະສາງ ເພື່ອໃຫ້ສາມາດເຊື່ອມໂຍງກັນ ລະຫວ່າງ ພາຍໃນ ແລະ ຕ່າງປະເທດ; ປະສານສົມທົບ ກັບ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ທຸລະກິດ ຢູ່ຂັ້ນສູນກາງ ແລະ     ຂັ້ນແຂວງ ເພື່ອຍົກສູງການຮ່ວມມື ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ດີຂຶ້ນເທື່ອລະກ້າວ ພ້ອມທັງຕິດຕາມ ແລະ ປະເມີນຜົນ ໃນແຕ່ລະໄລຍະ;ສ້າງແຜນການເຄື່ອນໄຫວວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂອງຕົນ ເປັນແຕ່ລະໄລຍະ;ໂຄສະນາເຜີຍແຜ່ ແລະ ຈັດຝຶກອົບຮົມ ກ່ຽວກັບບັນດາແຜນຍຸດທະສາດ, ແຜນດໍາເນີນງານ,    ກົດໝາຍ, ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ແລະ ຜົນຂອງການແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ແກ່ພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ;ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງຕົນ ໃຫ້ແກ່ລັດຖະບານ ໃນທຸກໆໄຕມາດ ແລະ ປະຈໍາປີ;ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະບານ. 

 

< >ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ມີໜ້າທີ່ດັ່ງນີ້:ປະຕິບັດນິຕິກໍາຂອງລັດຖະບານ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ, ເຈົ້າແຂວງ,     ເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ຜັນຂະຫຍາຍ, ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດບັນດານະໂຍບາຍ, ແຜນຍຸດທະສາດ, ແຜນດໍາເນີນງານ, ກົດໝາຍ, ລະບຽບການ, ແຜນການ, ສົນທິສັນຍາ ແລະ ສັນຍາສາກົນ ກ່ຽວກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທີ່ໄດ້ວາງອອກ;ຄົ້ນຄວ້າ, ປະກອບຄໍາເຫັນ, ສັງລວມ ແລະ ປັບປຸງ ລະບຽບການ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measure: NTMs) ແລະ ຂັ້ນຕອນຕ່າງໆ ລວມທັງຕາໜ່າງເສັ້ນທາງຂົນສົ່ງ, ໂຄງສ້າງລາຄາຂົນສົ່ງທຸກຮູບແບບ ແລະ ມາດຕະຖານເຕັກນິກ ຂອງຍານພາຫະນະຂົນສົ່ງທຸກປະເພດ ທີ່ກ່ຽວຂ້ອງກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ໃຫ້ສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ປອດໄພ;ປະສານສົມທົບ ກັບ ບັນດາພະແນກການ, ອົງການຂັ້ນແຂວງ ແລະ ອົງການປົກຄອງເມືອງ,      ພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ແລະ ທຸລະກິດທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ      ວິທີການ, ມາດຕະການແກ້ໄຂບັນຫາ ແລະ ສິ່ງກີດຂວາງ ຕໍ່ກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ສອດຄ່ອງ ກັບ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ລະບົບເຕັກໂນໂລຊີ ແລະ ດິຈິຕ໋ອນ ທີ່ທັນສະໄໝ ເຂົ້າໃນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ລວມທັງການຊໍາລະສະສາງ ເພື່ອໃຫ້ສາມາດເຊື່ອມໂຍງກັນ ລະຫວ່າງ ພາຍໃນ ແລະ ຕ່າງປະເທດ;ປະສານສົມທົບ ກັບ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ທຸລະກິດ ຢູ່ຂັ້ນແຂວງ ເພື່ອຍົກສູງການຮ່ວມມື ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ດີຂຶ້ນເທື່ອລະກ້າວ ພ້ອມທັງຕິດຕາມ ແລະ ປະເມີນຜົນ ໃນແຕ່ລະໄລຍະ;ສ້າງແຜນການເຄື່ອນໄຫວວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂອງຕົນ ເປັນແຕ່ລະໄລຍະ;ໂຄສະນາເຜີຍແຜ່ ແລະ ຈັດຝຶກອົບຮົມ ກ່ຽວກັບບັນດາແຜນຍຸດທະສາດ, ແຜນດໍາເນີນງານ,       ກົດໝາຍ, ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ແລະ ຜົນຂອງການແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ແກ່ພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງ ຢູ່ຂັ້ນແຂວງ;ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງຕົນ ໃຫ້ແກ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໃນທຸກໆໄຕມາດ ແລະ ປະຈໍາປີ;ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ   ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ.ມາດຕາ 4 ຂອບເຂດສິດ

 

< >ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ມີິສິດດັ່ງນີ້:ຊີ້ນໍາບັນດາກະຊວງ, ອົງການ, ພາກລັດ ແລະ ທຸລະກິດ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຄົ້ນຄວ້າແກ້ໄຂບັນຫາ ແລະ ສິ່ງກີດຂວາງ ທີ່ກ່ຽວຂ້ອງກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;ຈັດກອງປະຊຸມ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ລະຫວ່າງຂັ້ນສູນກາງ ແລະ ຂັ້ນແຂວງ ພ້ອມທັງປຶກສາຫາລື ກັບ ພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ກ່ຽວກັບບັນຫາ, ສິ່ງທ້າທາຍ ແລະ ວິທີການ    ແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ສະເໜີຂັ້ນເທີງອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄໍາແນະນຳ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຕົກລົງ ຫຼື ລົງລາຍເຊັນ ແລະ ປະທັບຕາຂອງຕົນ;ພົວພັນ, ຮ່ວມມື ແລະ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ, ພາກພື້ນ ແລະ ສາກົນ ໃນການແລກປ່ຽນບົດຮຽນ, ຊອກຫາແຫຼ່ງທຶນ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ເພື່ອພັດທະນາວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ຄົ້ນຄວ້າ ແລະ ຮັບຮອງ ແຜນການເຄື່ອນໄຫວວຽກງານການອໍານວຍຄວາມສະດວກທາງດ້ານ   ການຄ້າ ແລະ ການຂົນສົ່ງ ຂອງຕົນ;ນໍາໃຊ້ພະນັກງານ, ງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ ທີ່ລັດ ແລະ ອົງການຈັດຕັ້ງພາຍໃນ ແລະ ສາກົນ ປະກອບໃຫ້ ເຂົ້າໃນການເຄື່ອນໄຫວວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;ປະຕິບັດສິດອື່ນ ຕາມການມອບໝາຍ ຂອງລັດຖະບານ. 

 

< >ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ມີິສິດດັ່ງນີ້:ຊີ້ນໍາບັນດາພະແນກການ, ອົງການຂັ້ນແຂວງ, ອົງການປົກຄອງເມືອງ, ພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າແກ້ໄຂບັນຫາ ແລະ ສິ່ງກີດຂວາງ ທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;ຈັດກອງປະຊຸມ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ພ້ອມທັງປຶກສາຫາລື ກັບ ພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງ ຢູ່ຂັ້ນແຂວງ ກ່ຽວກັບບັນຫາ, ສິ່ງທ້າທາຍ ແລະ ວິທີການແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ສະເໜີຂັ້ນເທີງອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄໍາແນະນຳ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຕົກລົງ ຫຼື ລົງລາຍເຊັນ ແລະ ປະທັບຕາຂອງຕົນ ໂດຍສອດຄ່ອງກັບທິດຊີ້ນໍາຂອງຂັ້ນສູນກາງ;ຄົ້ນຄວ້າ ແລະ ຮັບຮອງ ແຜນການເຄື່ອນໄຫວວຽກງານການອໍານວຍຄວາມສະດວກທາງດ້ານ   ການຄ້າ ແລະ ການຂົນສົ່ງ ຂອງຕົນ;ນໍາໃຊ້ພະນັກງານ, ງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ ທີ່ລັດ, ຂັ້ນສູນກາງ ແລະ ອົງການຈັດຕັ້ງພາຍໃນ ແລະ ສາກົນ ປະກອບໃຫ້ ເຂົ້າໃນການເຄື່ອນໄຫວວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;ປະຕິບັດສິດອື່ນ ຕາມການມອບໝາຍ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ. 

 

ໝວດທີ III  

ໂຄງປະກອບການຈັດຕັ້ງ

 

ມາດຕາ 5 ໂຄງປະກອບກົງຈັກ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ມີກົງຈັກຊ່ວຍວຽກ ໂດຍຖືເອົາກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ຂຽນຫຍໍ້ວ່າ “ກຄອຄຂ.ສ”, ເປັນພາສາອັງກິດ “National Trade and Transport Facilitation Committee Secretariat: NTTFCS”. ຄະນະກໍາມະການດັ່ງກ່າວ ປະກອບມີ 2 ໜ່ວຍງານ ຄື: 1) ໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ, ຂຽນຫຍໍ້ວ່າ “ໜ່ວຍງານ ອນຄ.ສ”, ເປັນພາສາອັງກິດ “National Trade Facilitation Working Group: NTFWG.1” ໂດຍແມ່ນຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຫົວໜ້າໜ່ວຍງານ ແລະ 2) ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ຂັ້ນສູນກາງ, ຂຽນຫຍໍ້ວ່າ “ໜ່ວຍງານ ອນຂ.ສ”, ເປັນພາສາອັງກິດ “National Transport Facilitation Working Group: NTFWG.2” ໂດຍແມ່ນຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ  ເປັນຫົວໜ້າໜ່ວຍງານ.

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ມີກົງຈັກ    ຊ່ວຍວຽກໂດຍຖືເອົາຂະແໜງການຄ້າຕ່າງປະເທດ, ພະແນກອຸດສາຫະກໍາ ແລະ ການຄ້າ ເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ, ຂຽນຫຍໍ້ວ່າ “ກຄອຄຂ.ຂ”, ເປັນພາສາອັງກິດ “Provincial Trade and Transport Facilitation Committee Secretariat: PTTFCS”. ຄະນະກໍາມະການດັ່ງກ່າວ ປະກອບມີ 2 ໜ່ວຍງານ ຄື: 1) ໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ, ຂຽນຫຍໍ້ວ່າ “ໜ່ວຍງານ ອນຄ.ຂ”, ເປັນພາສາອັງກິດ “Provincial Trade Facilitation Working Group: PTFWG.1” ໂດຍແມ່ນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ເປັນຫົວໜ້າໜ່ວຍງານ ແລະ 2) ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ຂັ້ນແຂວງ, ຂຽນຫຍໍ້ວ່າ “ໜ່ວຍງານ ອນຂ.ຂ”, ເປັນພາສາອັງກິດ “Provincial Transport Facilitation Working Group: PTFWG.2” ໂດຍແມ່ນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ເປັນຫົວໜ້າໜ່ວຍງານ.

 

ມາດຕາ 6 ໂຄງປະກອບບຸກຄະລາກອນ

6.1. ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:

  1. ທ່ານ ຮອງນາຍົກລັດຖະມົນຕີ                              ເປັນຫົວໜ້າຄະນະ;
  2. ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ                     ເປັນຮອງຫົວໜ້າຄະນະ              ທັງເປັນຜູ້ປະຈໍາການ;
  3. ທ່ານ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ            ເປັນຮອງຫົວໜ້າຄະນະ ແລະ     ທັງຊີ້ນໍາໜ່ວຍງານ ອນຂ.ສ;
  4. ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ          ເປັນຮອງຫົວໜ້າຄະນະ ແລະເປັນຫົວໜ້າ ກຄອຄຂ.ສ, ທັງຊີ້ນໍາໜ່ວຍງານ ອນຄ.ສ;
  5. ທ່ານ ຮອງລັດຖະມົນຕີ ກະຊວງການເງິນ                                  ເປັນຮອງຫົວໜ້າຄະນະ;
  6. ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້                     ເປັນຮອງຫົວໜ້າຄະນະ;
  7. ທ່ານ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ                           ເປັນຮອງຫົວໜ້າຄະນະ;
  8. ທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ                           ເປັນຄະນະ;
  9. ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ                                       ເປັນຄະນະ;
  10. ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ                                 ເປັນຄະນະ;
  11. ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ                        ເປັນຄະນະ;
  12. ທ່ານ ຮອງລັດຖະມົນຕີ ກະຊວງພາຍໃນ                                                ເປັນຄະນະ;
  13. ທ່ານ ຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ                                             ເປັນຄະນະ;
  14. ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ                              ເປັນຄະນະ;
  15. ທ່ານ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ     ເປັນຄະນະແລະ ຮອງຫົວໜ້າ ກຄອຄຂ.ສ, ທັງເປັນຫົວໜ້າໜ່ວຍງານ ອນຄ.ສ;
  16. ທ່ານ ຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ                           ເປັນຄະນະ      ແລະ ຮອງຫົວໜ້າ ກຄອຄຂ.ສ, ທັງເປັນຫົວໜ້າໜ່ວຍງານ ອນຂ.ສ.

 

6.2. ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:

  1. ທ່ານ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ;
  2. ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ     ເປັນຮອງຫົວໜ້າຄະນະ ແລະ ຜູ້ປະຈໍາການ,ທັງເປັນຫົວໜ້າ ກຄອຄຂ.ຂ ແລະ ຫົວໜ້າໜ່ວຍງານ ອນຄ.ຂ;
  3. ທ່ານ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ                     ເປັນຮອງຫົວໜ້າຄະນະ, ແລະທັງເປັນຫົວໜ້າໜ່ວຍງານ ອນຂ.ຂ;
  4. ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້                                ເປັນຮອງຫົວໜ້າຄະນະ;
  5. ທ່ານ ຫົວໜ້າພະແນກສາທາລະນະສຸກ                                     ເປັນຮອງຫົວໜ້າຄະນະ;
  6. ທ່ານ ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງວຽງຈັນ                    ເປັນຮອງຫົວໜ້າຄະນະ;
  7. ທ່ານ ຮອງຫົວໜ້າພະແນກການເງິນ                                                     ເປັນຄະນະ;
  8. ທ່ານ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ                                ເປັນຄະນະ;
  9. ທ່ານ ຮອງຫົວໜ້າພະແນກການຕ່າງປະເທດ                                             ເປັນຄະນະ;
  10. ທ່ານ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ                              ເປັນຄະນະ;
  11. ທ່ານ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ                              ເປັນຄະນະ;
  12. ທ່ານ ຮອງຫົວໜ້າພະແນກພາຍໃນ                                                      ເປັນຄະນະ;
  13. ທ່ານ ຮອງຫົວໜ້າຫ້ອງວ່າການ ຂັ້ນແຂວງ                                              ເປັນຄະນະ;
  14. ທ່ານ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງວຽງຈັນ                ເປັນຄະນະ;
  15. ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາ ຂັ້ນແຂວງ                             ເປັນຄະນະ;
  16. ທ່ານ ຫົວໜ້າຂະແໜງທີ່ກ່ຽວຂ້ອງ, ພະແນກອຸດສາຫະກໍາ ແລະ ການຄ້າ               ເປັນຄະນະ
  17. ທ່ານ ຫົວໜ້າຂະແໜງທີ່ກ່ຽວຂ້ອງ, ພະແນກໂຍທາທິການ ແລະ ຂົນສົ່ງ               ເປັນຄະນະ

 

ໝວດທີ IV  

 

ຫຼັກການ ແລະ ແບບແຜນວິທີເຮັດວຽກ

 

ມາດຕາ 7 ຫຼັກການ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ         ຂັ້ນແຂວງ ເຄື່ອນໄຫວຕາມຫຼັກການດັ່ງນີ້:

< >ທຸກການເຄື່ອນໄຫວ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ແລະ ພະນັກງານລັດຖະກອນຊ່ວຍວຽກຂອງຄະນະ ແມ່ນອີງໃສ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍ, ລະບຽບການ ແລະ ຫຼັກການລວມ ຂອງລັດຖະບານ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ;ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ຕົກລົງເປັນໝູ່ຄະນະ ກ່ຽວກັບວຽກງານລວມຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ;ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ບົນພື້ນຖານຄວາມເປັນເອກະພາບ ພ້ອມທັງເສີມຂະຫຍາຍຫົວຄິດປະດິດສ້າງ ໃນການແກ້ໄຂບັນຫາຂອງຄະນະກໍາມະການ    ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ;ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ, ລວມໝູ່, ປະຊາຊົນ ແລະ ພາກທຸລະກິດ.  

 

ມາດຕາ 8 ແບບແຜນວິທີເຮັດວຽກ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ມີແບບແຜນວິທີການເຮັດວຽກ ດັ່ງນີ້:

< >ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ, ມີການກໍານົດເວລາ ແລະ ມີຄວາມຕໍ່ເນື່ອງ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍ, ມີການຕິດຕາມກວດກາ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະໄລຍະ;ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ຂັ້ນແຂວງ ເຄື່ອນໄຫວ ວຽກງານແບບບໍ່ປະຈໍາການ ໂດຍຖືເອົາລະບອບປະຊຸມສາມັນຂອງຕົນຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ກອງປະຊຸມສາມັນຮ່ວມ ລະຫວ່າງຂັ້ນສູນກາງ ແລະ ຂັ້ນແຂວງ ຢ່າງໜ້ອຍ 1 ຄັ້ງຕໍ່ປີ ເພື່ອຊຸກຍູ້, ຕິດຕາມກວດກາ, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້-ຜົນເສຍ ແລະ ກໍານົດແຜນງານ ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ. ກໍລະນີມີຄວາມຈຳເປັນ, ສາມາດຈັດກອງປະຊຸມວິສາມັນໄດ້ ເພື່ອພິຈາລະນາແກ້ໄຂບັນຫາສຳຄັນ ແລະ ຮີບດ່ວນທີ່ຕິດພັນກັບວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;ປະສານສົມທົບກັບ ກະຊວງ, ອົງການຂັ້ນສູນກາງ ແລະ ອົງການຂັ້ນແຂວງ ທີ່ກ່ຽວຂ້ອງ ແນໃສ່ໝູນໃຊ້ກໍາລັງຂອງທຸກພາກສ່ວນ ເພື່ອພັດທະນາວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ໄດ້ຮັບຜົນດີ;ພົວພັນປະສານສົມທົບກັບພາຍໃນ ແລະ ພາຍນອກ ຢ່າງໃກ້ຊິດ ແນໃສ່ປັບປຸງສະພາບແວດລ້ອມທີ່ເອື້ອຍອໍານວຍຕໍ່ການຄ້າ ແລະ ການຂົນສົ່ງ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ; 

 

ມາດຕາ 9 ຂັ້ນຕອນການລາຍງານ ແລະ ແກ້ໄຂບັນຫາ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ມີຂັ້ນຕອນການລາຍງານ ແລະ ແກ້ໄຂບັນຫາ ດັ່ງນີ້:

< >ກໍລະນີມີບັນຫາທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ,ໃຫ້ຫົວໜ້າໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ຫຼື ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ຂັ້ນສູນກາງ, ຂັ້ນແຂວງ ເປັນເຈົ້າການປະສານສົມທົບ ກັບ ພາກສ່ວນທີ່ກ່ຽວຂ້ອງ ປຶກສາຫາລື ແລະ ຄົ້ນຄວ້າວິທີການແກ້ໄຂບັນຫາ ໃນຂອບເຂດພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນ;ຖ້າບໍ່ສາມາດຕົກລົງເປັນເອກະພາບໃນຂັ້ນໜ່ວຍງານ, ແມ່ນໃຫ້ຫົວໜ້າໜ່ວຍງານລາຍງານຕໍ່ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຫຼື ຂັ້ນແຂວງ ເພື່ອປຶກສາຫາລື ແລະ ແກ້ໄຂບັນຫາ;ຖ້າບໍ່ສາມາດຕົກລົງເປັນເອກະພາບໃນຂັ້ນກອງເລຂາ, ແມ່ນໃຫ້ຫົວໜ້າກອງເລຂາຄະນະກໍາມະການ   ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຫຼື ຂັ້ນແຂວງ ສະເໜີຕໍ່ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຫຼື ຂັ້ນແຂວງ ເພື່ອປຶກສາຫາລື ແລະ ຕັດສິນບັນຫາ; ຖ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຫຼື ຂັ້ນແຂວງ ບໍ່ສາມາດຕົກລົງຕັດສິນບັນຫາໄດ້ ໃຫ້ປະຕິບັດດັ່ງນີ້:ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ສັງລວມບັນຫາ ແລະ ລາຍງານຕໍ່ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອພິຈາລະນາແກ້ໄຂ;ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຄົ້ນຄວ້າ ແລະ ພິຈາລະນາແກ້ໄຂ. ຖ້າບໍ່ສາມາດແກ້ໄຂໄດ້, ແມ່ນໃຫ້ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ສັງລວມບັນຫາ ແລະ ລາຍງານຕໍ່ລັດຖະບານ ເພື່ອມີທິດຊີ້ນໍາ.ໝວດທີ V  

 

ບົດບັນຍັດສຸດທ້າຍ

 

ມາດຕາ 10 ງົບປະມານ ແລະ ຕາປະທັບ

 ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ມີງົບປະມານສະເພາະ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍອີງຕາມແຜນດໍາເນີນງານໃນແຕ່ລະໄລຍະ ຊຶ່ງປະກອບມີແຫຼ່ງງົບປະມານຂອງລັດຖະບານ ແລະ ພາກສ່ວນອື່ນ.

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ມີຕາປະທັບສະເພາະ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການຂອງຕົນ. ຕາປະທັບຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແມ່ນມີຕາປະທັບສະເພາະ, ສ່ວນຕາປະທັບຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສ່ົງ ຂັ້ນແຂວງ ແມ່ນໃຫ້ຖືເອົາຕາປະທັບຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

 

ມາດຕາ 11 ການຜັນຂະຫຍາຍ

< >ມອບໃຫ້ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນ    ສູນກາງ ເປັນຜູ້ອອກຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ເໝາະສົມ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານໃຫ້ໄດ້ຮັບຜົນດີ;ມອບໃຫ້ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນ   ສູນກາງ ແລະ ຂັ້ນແຂວງ ຊີ້ນໍາການແບ່ງວຽກ ແລະ ຄວາມຮັບຜິດຊອບ ພາຍໃນຄະນະ ໃຫ້ລະອຽດ ພ້ອມທັງຊີ້ນໍາການເຄື່ອນໄຫວວຽກງານ ຕາມໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ກໍານົດໃນມາດຕາ 3  ແລະ 4 ຂອງດໍາລັດສະບັບນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ;ມອບໃຫ້ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແຕ່ງຕັ້ງບຸກຄະລາກອນຂອງຕົນ ເພື່ອປະກອບເຂົ້າເປັນຄະນະ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 6 ຂອງດໍາລັດສະບັບນີ້ ແລ້ວແຈ້ງໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຊາບ. 

 

 

ມາດຕາ 12 ການຈັດຕັ້ງປະຕິບັດ

  ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ, ບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມງວດ.

 

ມາດຕາ 13 ຜົນສັກສິດ

  ດໍາລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ ແລະ ປ່ຽນແທນ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຂົນສົ່ງແຫ່ງຊາດ ເລກທີ 186/ນຍ, ລົງວັນທີ 28 ພຶດສະພາ 2018 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018.

                                                                

ນາຍົກລັດຖະມົນຕີ

ສອນໄຊ ສີພັນດອນ

# ຫົວຂໍ້ ດາວໂຫຼດ
1 Decree on the National Trade and Transport Facilitation Committee (NTTFC) Organization and Operation, No. 145/PM, date 14 March 2023. PDF
2 ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ເລກທີ 145/ນຍ, ລົງວັນທີ 14 ມີນາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.