ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກໍາ ແລະ ການຄ້າ

ເລກທີ 0752/ອຄ

ນະຄອນຫຼວງວຽງຈັນ, ວັນທີ 23 ພຶດສະພາ 2023

 

ຂໍ້ຕົກລົງ

ວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ

 

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ດຳລັດວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011;
  • ອີງຕາມ ມະຕິລັດຖະບານ ເລກທີ 08/ລບ, ລົງວັນທີ 29 ກໍລະກົດ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 55/ສພຊ, 56/ສພຊ, 58/ສພຊ ແລະ 62/ສພຊ ລົງວັນທີ 08 ກໍລະກົດ 2022
  • ອີງຕາມ ໜັງສືສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 1160/ກຂອ, ລົງວັນທີ 03 ພຶດສະພາ 2023.

 

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

 

ໝວດທີ່ 1

ບົດບັນຍັດທົ່ວໄປ

 

ມາດຕາ 1 ຈຸດປະສົງ

      ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ ສປປ ລາວ ເພື່ອຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແບບລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ເຮັດໃຫ້ການຄ້າເຂົ້າສູ່ລະບົບ, ຮັບປະກັນການຄຸ້ມຄອງລາຍຮັບ ແລະ ການຊໍາລະເປັນເງິນຕາຈາກການນຳເຂົ້າ ແລະ ສົ່ງອອກສິນຄ້າ, ສົ່ງເສີມການຜະລິດສິນຄ້າພາຍໃນທີ່ມີທ່າແຮງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

 

ມາດຕາ 2 ການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ

ການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ແມ່ນເກັບກຳຂໍ້ມູນຜູ້ດໍາເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ ສິນຄ້າ ທີ່ລັດຖະບານຄຸ້ມຄອງລາຍຮັບ ແລະ ການຊໍາລະຈາກການນໍາເຂົ້າ ແລະ ສົ່ງອອກ ເປັນອັນສະ ເພາະ ແລະ ມີຜົນກະທົບໄວຕໍ່ຊິວິດການເປັນຢູ່ຂອງປະຊາຊົນ.

 

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ໝາຍເຖິງ ວິສາຫະກິດ ແລະ ຜູ້ຄ້າຕ່າງປະເທດ ທີ່ໄດ້ຮັບອະນຸ ຍາດໃຫ້ດໍາເນີນທຸລະກິດນຳເຂົ້າ ແລະ ສົ່ງອອກສິນຄ້າ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ;
  2. ສິນຄ້າ ໝາຍເຖິງ ຜະລິດຕະພັນທີ່ມີມູນຄ່າທາງເສດຖະກິດ ຊຶ່ງຖືກນຳເຂົ້າ ແລະ ສົ່ງອອກ ເພື່ອຈຸດປະສົງການຜະລິດ, ປຸງແຕ່ງ, ຊົມໃຊ້ ແລະ ຈຳໜ່າຍ ຕາມທີ່ໄດ້ກຳນົດໄວ້ໃນປຶ້ມສາລະບານສິນຄ້າ ແລະ ອັດຕາພາສີ ລະບົບເອກະພາບ.

 

ມາດຕາ 4 ຂອບເຂດການນໍາໃຊ້

       ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ ສປປ ລາວ.

 

ໝວດທີ 2

ຂັ້ນຕອນການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ

 

ມາດຕາ 5 ການສະເໜີຂໍລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ

ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ຕ້ອງໄດ້ລົງທະບຽນ ນຳກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາ ຫະກຳ  ແລະ ການຄ້າ ຈຶ່ງສາມາດດໍາເນີນການນໍາເຂົ້າ ຫຼື ສົ່ງອອກ ສິນຄ້າທີ່ລັດຄຸ້ມຄອງໄດ້ໂດຍມີເອກະສານປະກອບດັ່ງນີ້:

  1. ໃບສະເໜີ ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ກຳນົດ;
  2. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນສິດທາງດ້ານການຄ້າຂອງຜູ້ຄ້າຕ່າງປະເທດ (ສຳລັບຜູ້ຄ້າ ຕ່າງປະເທດ);
  3. ສຳເນົາໃບອະນຸຍາດດໍາເນີນທຸລະກິດ ສຳລັບກິດຈະການທີ່ຕ້ອງຂໍໃບອະນຸຍາດດຳເນີນທຸລະກິດ.

 

ມາດຕາ 6 ການພິຈາລະນາອອກໃບລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ

       ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະ ບັບນີ້, ກົມການນຳເຂົ້າ ແລະ ສົ່ງອອກ ຕ້ອງພິຈາລະນາອອກໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ພາຍໃນ ສາມ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານ.

       ກໍລະນີເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຜູ້ກວດກາເອກະສານ ຕ້ອງແຈ້ງໃຫ້ຜູ້ສະເໜີຊາບໂດຍທັນທີ ພ້ອມທັງເຫດຜົນທີ່ຕ້ອງປັບປຸງແກ້ໄຂມາໃໝ່ ຫຼື ແຈ້ງຕອບເປັນລາຍລັກອັກສອນ ພາຍໃນ ສາມ ວັນລັດຖະການ.

       

ມາດຕາ 7 ອາຍຸ ແລະ ການຕໍ່ອາຍຸ ໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ  

           ໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ມີອາຍຸການນໍາໃຊ້ 1 ປີ ແລະ ສາມາດຕໍ່ໄດ້.

ການສະເໜີຕໍ່ອາຍຸໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ປະກອບເອກະສານຍື່ນຕໍ່ ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ສາມສິບ (30) ວັນກ່ອນວັນໝົດອາຍຸ ດັ່ງນີ້:

  1. ໃບສະເໜີ ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ກຳນົດ;
  2. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນສິດທາງດ້ານການຄ້າຂອງຜູ້ຄ້າຕ່າງປະເທດ (ສຳລັບຜູ້ຄ້າຕ່າງປະເທດ);
  3. ສຳເນົາໃບອະນຸຍາດດໍາເນີນທຸລະກິດ ສຳລັບກິດຈະການທີ່ຕ້ອງຂໍໃບອະນຸຍາດດຳເນີນທຸລະກິດ;
  4. ໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ.

 

 

ມາດຕາ 8 ການດັດແກ້ ແລະ ການອອກ ໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ຄືນໃໝ່

  ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ທີ່ມີຈຸດປະສົງຂໍດັດແກ້ເນື້ອໃນ ໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ເປັນຕົ້ນ ຂໍ້ມູນວິສາຫະກິດ ແລະ ລາຍການສິນຄ້າ ໃຫ້ສະເໜີຫາ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍປະກອບເອກະສານ ຕາມທີ່ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ພ້ອມຄັດຕິດໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ມາພ້ອມ.

ກໍລະນີ ໃບລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ເສຍຫາຍ ຫຼື ສູນຫາຍ, ຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ສາມາດສະເໜີຫາ ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຂໍອອກໃບລົງທະບຽນຄືນໃໝ່ ໂດຍປະກອບເອກະສານ ຕາມທີ່ໄດ້ລະບຸໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ພ້ອມທັງຄັດຕິດໃບແຈ້ງເສຍຫາຍຢັ້ງຢືນຈາກຂະແໜງການປ້ອງກັນຄວາມສະຫງົບ.

 

ມາດຕາ 9 ການໂຈະ ຫຼື ຖອນ ໃບລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ

ໃບລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ຈະຖືກ ໂຈະ ຫຼື ຖອນ ຕາມກໍລະນີ ດັ່ງນີ້:

  1. ຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ບໍ່ປະຕິບັດຕາມພັນທະທີ່ລະບຸໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້;
  2. ຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ລະເມີດຂໍ້ຫ້າມທີ່ລະບຸໄວ້ໃນມາດຕາ 16 ຂອງຂໍ້ຕົກລົງສະບັບນີ້;
  3. ຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ສະເໜີຂໍຍົກເລິກການດຳເນີນກິດຈະການ ດ້ວຍຄວາມສະໝັກໃຈ.

 

ໝວດທີ” 3

ສິດ ແລະ ພັນທະ ຂອງຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ

 

ມາດຕາ 10 ສິດຂອງຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ

ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ມີສິດດັ່ງນີ້:

  1. ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ຕາມທີ່ໄດ້ລະບຸໄວ້ໃນໃບລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າ;
  2. ສະເໜີ ດັດແກ້ເນື້ອໃນ, ຕໍ່ອາຍຸ, ໂຈະ ແລະ ຖອນ ໃບຢັ້ງຢືນເປັນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ;
  3. ສະເໜີຂໍຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກ່ຽວກັບວຽກງານທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ;
  4. ສະເໜີຮ້ອງທຸກ ຫຼື ລາຍງານການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຫຼື ການເຄື່ອນໄຫວຂອງຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຕໍ່ໜ່ວຍງານກວດກາຂອງພາກສ່ວນກ່ຽວຂ້ອງ;
  5. ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

 

ມາດຕາ 11 ພັນທະຂອງຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ

ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ມີພັນທະດັ່ງນີ້:

  1. ດຳເນີນການຊໍາລະການຄ້າ ແລະ ການບໍລິການກັບຕ່າງປະເທດ ຕາມກົດໝາຍ ແລະ ລະບຽບການ
  2.  
  3. ແຈ້ງເສຍພາສີ ແລະ ອາກອນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
  4. ມີລະບົບບັນທຶກ ຕິດຕາມສິນຄ້າ ທີ່ ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ;
  5. ເກັບສຳເນົາເອກະສານອະນຸຍາດນຳເຂົ້າ ແລະ ສົ່ງອອກ ສິນຄ້າ ແລະ ເອກະສານຢັ້ງຢືນການຊໍາລະສະສາງຜ່ານບັນຊີທະນາຄານທຸລະກິດ ຢູ່ ສປປ ລາວ ຄົບຊຸດ;
  6. ລາຍງານ ແລະ ສະໜອງຂໍ້ມູນກ່ຽວກັບການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ໃຫ້ກົມການນຳເຂົ້າ

ແລະ ສົ່ງອອກ ເປັນແຕ່ລະໄຕມາດ;

  1. ນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງ ແລະ ຕິດຕາມການດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຕົນ;
  2. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

 

ໝວດທີ 4

ການຈັດຕັ້ງປະຕິບັດຄຸ້ມຄອງວຽກງານລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ

 

ມາດຕາ 12 ການຈັດຕັ້ງປະຕິບັດຄຸ້ມຄອງວຽກງານລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງປະຕິບັດຄຸ້ມຄອງວຽກງານການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຢູ່ ສປປ ລາວ ຢ່າງລວມສູນ ໂດຍມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການປະ ສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

 

ມາດຕາ 13 ສິດ ແລະ ໜ້າທີ່ຂອງກົມການນຳເຂົ້າ ແລະ ສົ່ງອອກ

ກົມການນຳເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາສ້າງ ແລະ ປັບປຸງ ນິຕິກຳ, ແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານການຢັ້ງ  ຢືນເປັນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ເພື່ອສະເໜີຂັ້ນເທິງຮັບຮອງ ແລະ ປະກາດໃຊ້ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  2. ພິຈາລະນາ ອອກ, ໂຈະ ແລະ ຖອນ ໃບຢັ້ງຢືນການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ;
  3. ກວດສອບການເຄື່ອນໄຫວກິດຈະການຂອງຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ;
  4. ເກັບກໍາຂໍ້ມູນ ແລະ ສັງລວມ ສະພາບການການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ເພື່ອລາຍງານຂັ້ນເທິງຊາບ ແລະ ໃຫ້ທິດຊີ້ນໍາ;
  5. ຈັດກອງປະຊຸມເພື່ອປຶກສາຫາລື, ເຜີຍແຜ່ ແລະ ຖອດຖອນບົດຮຽນຮ່ວມກັບພາກລັດ ແລະ ທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານການຄຸ້ມຄອງຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ;
  6. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອດັດສົມຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ທີ່ເຄື່ອນໄຫວບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເປັນຕົ້ນ ການລັກລອບການນໍາເຂົ້າ, ການແຈ້ງພາສີນໍາເຂົ້າບໍ່ຖືກກັບສິນຄ້າຕົວຈິງ (ປະເພດ, ປະລິມານ, ມູນຄ່າ), ການນໍາເຂົ້າຜ່ານດ່ານທີ່ບໍ່ໄດ້ຮັບອະນຸຍາດ ແລະ ອື່ນໆ;
  7. ເກັບຮັກສາເອກະສານທີ່ຕິດພັນກັບການຢັ້ງຢືນເປັນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ;
  8. ສະເໜີຂໍການຊ່ວຍເຫຼືອດ້ານເຕັກນິກ ແລະ ວິຊາການ ເພື່ອປັບປຸງວຽກງານການຢັ້ງຢືນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ໃຫ້ເປັນທັນສະໄໝ;
  9. ນຳໃຊ້ງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ ວຽກງານທາງລັດຖະການ ແລະ ງົບປະມານໂຄງການສົ່ງເສີມວິຊາການທີ່ກົມເປັນຜູ້ຈັດຕັ້ງປະຕິບັດ;
  10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

 

ໝວດທີ 5

ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

 

ມາດຕາ 14 ຂໍ້ຫ້າມສຳລັບຜູ້ນໍາເຂົ້າ-ສົ່ງອອກສິນຄ້າ

           ຫ້າມຜູ້ນໍາເຂົ້າ-ສົ່ງອອກສິນຄ້າມີພຶດຕິກຳ ດັ່ງນີ້:

  1. ດຳເນີນການນຳເຂົ້າ-ສົ່ງອອກສິນຄ້າ ໂດຍບໍ່ມີໃບລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ;
  2. ນຳເອົາໃບລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າໃຫ້ບຸກຄົນອື່ນນຳໃຊ້;
  3. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມແປງ;
  4. ມີພຶດຕິກຳອື່ນທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

 

ມາດຕາ 15 ຂໍ້ຫ້າມສຳລັບເຈົ້າໜ້າທີ່-ພະນັກງານ

             ຫ້າມເຈົ້າໜ້າທີ່-ພະນັກງານ ມີພຶດຕິກຳ ດັ່ງນີ້:

  1. ກົດໜ່ວງຖ່ວງດຶງ ຫຼື ແກ່ຍາວເວລາໃນການກວດກາ ແລະ ພິຈາລະນາອອກໃບຢັ້ງຢືນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ;
  2. ສວຍໃຊ້ອຳນາດ, ຕຳແໜ່ງ ຫຼື ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ;
  3. ປອມແປງເອກະສານ, ປະລະໜ້າທີ່, ຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງ;
  4. ສົມຮູ້ຮ່ວມຄິດ, ປົກປ້ອງ, ປິດບັງຂໍ້ມູນ ແລະ ໃຫ້ຄວາມຮ່ວມມືແກ່ຜູ້ປະກອບການ;
  5. ເປີດເຜີຍຂໍ້ມູນຄວາມລັບ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ນໍາເຂົ້າ-ສົ່ງອອກສິນຄ້າທີ່ກ່ຽວຂ້ອງ;
  6. ມີພຶດຕິກຳອື່ນທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

 

ມາດຕາ 16 ມາດຕະການຕໍ່ຜູ້ລະເມີດ

ວິສາຫະກິດ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ຊົດໃຊ້ຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

 

 

ໝວດທີ 6

ບົດບັນຍັດສຸດທ້າຍ

 

ມາດຕາ 17 ການຈັດຕັ້ງປະຕິບັດ

ມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງ.

 

ມາດຕາ 18 ຜົນສັກສິດ

ຂໍ້ຕົກລົງສະ­ບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນປະກາດໃຊ້ ສີ່ສິບຫ້າວັນ ແລະ ໄດ້ພິມລົງໃນຈົດ   ໝາຍເຫດທາງລັດຖະການ.

 

ລັດຖະມົນຕີ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.