ສາລະບານ

1. ການອະນຸຍາດນໍາເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້

1.1 ການອະນຸຍາດນໍາເຂົ້າວັດຖຸດິບ(ໄມ້)
1.2 ຂັ້ນຕອນການນໍາເຂົ້າວັດຖຸດິບ(ໄມ້)
1.3 ຂັ້ນຕອນການອະນຸຍາດສົ່ງອອກໄມ້ທ່ອນ, ໄມ້ເລື່ອຍ(ແປຮູບ), ໄມ້ເຄິ່ງສໍາເລັດຮູບ, ຕໍໄມ້ ແລະ ປູດໄມ້
1.4 ການສົ່ງອອກຜະລິດຕະພັນໄມ້

2. ຄວາມຮັບຜິດຊອບຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ
3. ກໍານົດເວລາສໍາລັບການພິຈາລະນາຄໍາຮ້ອງ
4. ອາຍຸການນໍາໃຊ້ໃບອະນຸຍາດ ແລະ ການຂໍຕໍ່ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ
5. ການກວດກາຕິດຕາມການເຄື່ອນຍ້າຍ ແລະ ສົ່ງອອກ
6. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ອຸດສາຫະກໍາ ແລະ ການຄ້າ           ເລກທີ 1904/ອຄ.ກຂອ
ນະຄອນຫຼວງ, ວັນທີ 30 ກັນຍາ 2011

ແຈ້ງການ

ເຖິງ: ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ.
ເລື່ອງ: ຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້.

   ເພື່ອເຮັດໃຫ້ວຽກງານການຄຸ້ມຄອງສົ່ງເສີມການຜະລິດ ແລະ ການເຄື່ອນໄຫວທຸລະກິດໄມ້ ໄດ້ຮັບການປະຕິບັດ ຢ່າງຖືກຕ້ອງຕາມລະບຽບກົດໝາຍ.
   ລັດຖະມົນຕີ ວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການດັ່ງນີ້:

1. ການອະນຸຍາດນໍາເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້:
1.1 ການອະນຸຍາດນໍາເຂົ້າວັດຖຸດິບ(ໄມ້).
   ໃນກໍລະນີທີ່ວັດຖຸດິບ (ໄມ້) ຢູ່ພາຍໃນປະເທດ ບໍ່ສາມາດຕອບສະໜອງ ຢ່າງພຽງພໍໃຫ້ແກ່ແຜນການຜະລິດ-ທຸລະກິດ ແລະ ການຕະຫຼາດຊົມໃຊ້ພາຍໃນ ແລະ ສົ່ງອອກ, ບໍລິສັດ/ໂຮງງານປຸງແຕ່ງໄມ້ ແລະ ເຟີນິເຈີ ສາມາດສະເໜີ ຂໍນໍາເຂົ້າວັດຖຸດິບ(ໄມ້) ຈາກຕ່າງປະເທດໄດ້ ບົນພື້ນຖານມີເອກະສານຢັ້ງຢືນ ແຫຼ່ງທີ່ມາຂອງວັດຖຸດິບຈາກຕົ້ນທາງຢ່າງຄົບຖ້ວນ. 

1.2 ຂັ້ນຕອນການນໍາເຂົ້າວັດຖຸດິບ(ໄມ້).

  • ບໍລິສັດ/ໂຮງງານປຸງແຕ່ງໄມ້ ແລະ ເຟີນິເຈີ ທີ່ຕ້ອງການນໍາເຂົ້າວັດຖຸດິບ(ໄມ້) ຕ້ອງປະກອບເອກະສານເຊັ່ນ: ໃບສະເໜີ, ສໍາເນົາທະບຽນວິສາຫະກິດ ທີ່ອະນຸຍາດໃຫ້ດໍາເນີນທຸລະກິດໄມ້ ແລະ ທະບຽນອາກອນ, ໃບອະນຸຍາດສົ່ງອອກຈາກປະເທດສົ່ງອອກ, ໃບຢັ້ງຢືນແຫຼ່ງທີ່ມາຂອງໄມ້, ໃບແຈ້ງລາຄາສິນຄ້າທີ່ຈະນໍາເຂົ້າ, ສໍາເນົາບັນຊີໄມ້ ແລະ ສັນຍາຊື້-ຂາຍໄມ້ ມາຍື່ນຢູ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຄົ້ນຄວ້ານໍາສະເໜີ ຫ້ອງວ່າການລັດຖະບານ.
  • ພາຍຫຼັງລັດຖະບານພິຈາລະນາ ແລະ ຕົກລົງແລ້ວ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະອອກໃບອະນຸຍາດນໍາເຂົ້າໃຫ້ຕາມລະບຽບການ. 

1.3 ຂັ້ນຕອນການອະນຸຍາດສົ່ງອອກໄມ້ທ່ອນ, ໄມ້ເລື່ອຍ(ແປຮູບ), ໄມ້ເຄິ່ງສໍາເລັດຮູບ, ຕໍໄມ້ ແລະ ປູດໄມ້.

  • ບໍລິສັດ/ໂຮງງານປຸງແຕ່ງໄມ້ ແລະ ເຟີນິເຈີ ທີ່ຕ້ອງການສົ່ງອອກໄມ້ທ່ອນ, ໄມ້ເລື່ອຍ(ແປຮູບ), ໄມ້ເຄິ່ງສໍາເລັດຮູບ, ຕໍໄມ້ ແລະ ປູດໄມ້ ຕ້ອງປະກອບເອກະສານ ເຊັ່ນ: ໃບສະເໜີ, ສໍາເນົາທະບຽນວິສາຫະກິດ ທີ່ອະນຸຍາດໃຫ້ດໍາເນີນທຸລະກິດໄມ້ ແລະ ທະບຽນອາກອນ, ໃບອະນຸຍາດສໍາເນົາບັນຊີໄມ້, ສັນຍາຊື້-ຂາຍໄມ້ ທີ່ໄດ້ຮັບການຈົດທະບຽນຢ່າງຖືກຕ້ອງ ແລະ ໃບຮັບເງິນຄ່າພັນທະໄມ້ ມາຍື່ນຢູ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຄົ້ນຄວ້ານໍາສະເໜີ ຫ້ອງວ່າການລັດຖະບານ.
  • ໃນກໍລະນີລັດຖະບານພິຈາລະນາ ແລະ ຕົກລົງ ເປົນກໍລະນີພິເສດ ໃນການສົ່ງອອກໄມ້ທ່ອນ, ໄມ້ເລື່ອຍ(ແປຮູບ), ໄມ້ເຄິ່ງສໍາເລັດຮູບ, ຕໍໄມ້ ແລະ ປູດໄມ້ ອອກໄປຕ່າງປະເທດ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະອອກໃບອະນຸຍາດໃຫ້ແລ້ວນໍາສົ່ງ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເພື່ອອອກໃບຕິດຕາມການສົ່ງອອກ. 

1.4 ການສົ່ງອອກຜະລິດຕະພັນໄມ້
   ການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບໄປຕ່າງປະເທດ ແມ່ນສາມາດສົ່ງອອກໄດ້ເລີຍ ໂດຍບໍ່ຈໍາເປັນຂໍອະນຸຍາດ ກ່ອນການສົ່ງອອກ, ແຕ່ຜະລິດຕະພັນຕ້ອງຖືກຕ້ອງ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ ໃນຂໍ້ຕົກລົງຂອງ ລັດຖະມົນຕີ ວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1415/ອຄ.ກອກ ລົງວັນທີ 28 ສິງຫາ 2008 ວ່າດ້ວຍ ຮູບແບບ ແລະ ຂະໜາດຜະລິດຕະພັນໄມ້.
   ເອກະສານປະກອບການອະນຸຍາດສົ່ງອອກ:

  • ສໍາເນົາທະບຽນວິສາຫະກິດ ທີ່ອະນຸຍາດໃຫ້ດໍາເນີນທຸລະກິດໄມ້ ແລະ ທະບຽນອາກອນ.
  • ໃບແຈ້ງພາສີຂາອອກ (ຖ້າຜ່ານແຂວງອື່ນ ຕ້ອງປະກອບເອກະສານ ຕາມລະບຽບການ ຂອງຂະແໜງການເງິນ).
  • ໃບແຈ້ງລາຄາ (Invoice).
  • ໃບຫຸ້ມຫໍ່ (Packing List).
  • ໃບຢັ້ງຢືນ ອ5.

2. ຄວາມຮັບຜິດຊອບຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ:

  • ເປັນເຈົ້າການປະສານສົມທົບ ກັບຂະແໜງກະສິກໍາ ແລະ ປ່າໄມ້ ເພື່ອກວດກາບັນຊີໄມ້ທ່ອນ, ຕໍໄມ້, ປູດໄມ້ ຢູ່ ສະໜາມ II ແລະ ຮັບເອົາໄມ້ຕົວຈິງ ຈາກຂະແໜງກະສິກໍາ ແລະ ປ່າໄມ້ ໂດຍມີການລົງລາຍເຊັນມອບຮັບ ຢ່າງເປັນລາຍລັກອັກສອນ.
  •  ເຮັດສັນຍາຊື້-ຂາຍໄມ້ທ່ອນ, ຕໍໄມ້, ປູດໄມ້ ກັບບັນດາບໍລິສັດ/ໂຮງງານປຸງແຕ່ງໄມ້ສໍາເລັດຮູບ ທີ່ຜ່ານການດັດສົມ ແລະ ເປັນສະມາຊິກ ຂອງສະມາຄົມອຸດສາຫະກໍາປຸງແຕ່ງໄມ້ແຫ່ງຊາດ ຫຼື/ແລະ ແຂວງ.
  • ຄຸ້ມຄອງ ແລະ ກວດກາບັນດາໂຮງເລື່ອຍ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ, ສາງເກັບມ້ຽນຜະລິດຕະພັນໄມ້ ເປັນພະລັງງານ ແລະ ສະຖານທີ່ອື່ນໆ ທີ່ເຫັນວ່າຈໍາເປັນ ຕາມກົດໝາຍອຸດສາຫະກໍາປຸງແຕ່ງ ໂດຍມີການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ.
  • ຄຸ້ມຄອງ ແລະ ປະສານ ກັບຂະແໜງກະສິກໍາ ແລະ ປ່າໄມ້ ກວດກາສົ້ນເຂົ້າຂອງວັດຖຸດິບ ເພື່ອສະໜອງໃຫ້ແກ່ ການຜະລິດ ແລະ ສົ້ນອອກຂອງຜະລິດຕະພັນຢ່າງເຂັ້ມງວດ.
  • ຄຸ້ມຄອງ ແລະ ອອກໃບຕິດຕາມການສົ່ງອອກສິນຄ້າ ປະເພດໄມ້ທ່ອນ, ເຄິ່ງສໍາເລັດຮູບ, ຕໍໄມ້ ແລະ ປູດໄມ້ ເພື່ອສົ່ງອອກຕ່າງປະເທດ. 

3. ກໍານົດເວລາສໍາລັບການພິຈາລະນາຄໍາຮ້ອງ.
   ໃບຄໍາຮ້ອງທີ່ຖືກຕ້ອງ ແລະ ຄົບຖ້ວນ ຈະໄດ້ຮັບການພິຈາລະນາ ໂດຍທັນທີ. ເວັ້ນເສຍແຕ່ບາງກໍລະນີ ທີ່ມີຄວາມຈໍາເປັນຕ້ອງໄດ້ກວດກາຄືນ, ຢ່າງຊ້າບໍ່ເກີນ 30 (ສາມສິບ) ວັນ ລັດຖະການ, ນັບແຕ່ວັນທີ່ໄດ້ຮັບຄໍາຮ້ອງເປັນຕົ້ນໄປ.

4. ອາຍຸການນໍາໃຊ້ໃບອະນຸຍາດ ແລະ ການຂໍຕໍ່ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ.

  • ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ມີອາຍຸການນໍາໃຊ້ 90 (ເກົ້າສິບ) ວັນ ແລະ ຈະໝົດອາຍຸການນໍາໃຊ້ ໂດຍອັດຕະໂນມັດ ຖ້າວ່າກໍານົດເວລາດັ່ງກ່າວ ຫາກສິ້ນສຸດລົງ.
  • ໃນກໍລະນີທີ່ ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຫາກຖືກຕົກເຮ່ຍເສຍຫາຍ, ບໍ່ຖືກນໍາໃຊ້ ຫຼື ຖືກນໍາໃຊ້ແລ້ວ ແຕ່ປະຕິບັດຍັງບໍ່ທັນສໍາເລັດ ພາຍໃນກໍານົດເວລາທີ່ລະບຸໄວ້ ຜູ້ຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຕ້ອງຍື່ນຄໍາຮ້ອງຂໍຕໍ່ອາຍຸການນໍາໃຊ້ ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ໂດຍຄັດຕິດບົດລາຍງານ ຫຼື ໃບຢັ້ງຢືນ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຢູ່ກົມການນໍາເຂົ້າ ແລະ ສົ່ງອອກ ເພື່ອລົບລ້າງ ໃບອະນຸຍາດນໍາເຂົ້າ ສະບັບເກົ່າ ແລະ ອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກສະບັບໃໝ່.
  • ການຕໍ່ອາຍຸໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ແມ່ນສາມາດຕໍ່ໄດ້ ແລະ ມີກໍານົດເວລານໍາໃຊ້ບໍ່ເກີນ 60 (ຫົກສິບ) ວັນ/ຄັ້ງ. ຖ້າບໍ່ສາມາດປະຕິບັດໄດ້ ຕາມກໍານົດທີ່ກ່າວມາຂ້າງເທິງ ກໍ່ຖືວ່າສະຫຼະສິດ ແບບອັດຕະໂນມັດ.

5. ການກວດກາຕິດຕາມການເຄື່ອນຍ້າຍ ແລະ ສົ່ງອອກ.
   ຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍເຈົ້າໜ້າທີ່ກວດກາການຄ້າ ເປັນເຈົ້າການໂດຍສົມທົບກັບຂະແໜງການກ່ຽວຂ້ອງ ຕິດຕາມການເຄື່ອນຍ້າຍ, ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ຢູ່ຕາມເສັ້ນທາງຂົນສົ່ງ, ໂຮງງານປຸງແຕ່ງໄມ້, ສາງເກັບມ້ຽນໄມ້ ແລະ ທຸກໆສະຖານທີ່ ທີ່ເຫັນວ່າມີຄວາມຈໍາເປັນ. ຫາກມີແຫຼ່ງຂ່າວທີ່ເຊື່ອຖືໄດ້ ໃຫ້ສົມທົບຂະແໜງການກ່ຽວຂ້ອງ ດໍາເນີນການກວດກາແບບສະເພາະໂດຍທັນທີ ແລະ ປະຕິບັດຕາມພາລະບົດບາດ ສິດອໍານາດຂອງຕົນຕາມລະບຽບກົດໝາຍ. 

6. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນແຈ້ງການ ສະບັບເລກທີ 1601/ອຄ.ກຂອ ລົງວັນທີ 26 ກັນຍາ 2008 ແລະ ບັນດາແຈ້ງການອື່ນໆທີ່ອອກໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ປະກາດໃຊ້ໄປກ່ອນໜ້ານີ້ ຫາກຂັດກັບແຈ້ງການສະບັບນີ້ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີ ວ່າການກະຊວງອຸດສາຫະກໍາ ແລະ ການຄ້າ
ດຣ. ນາມ ວິຍະເກດ

ນໍາສົ່ງ:

- ຄະນະນໍາ ກຊ ອຄ ‘’ເພື່ອຊາບ’’
- ຫ້ອງວ່າການລັດຖະບານ ‘’ເພື່ອຊາບ’’
- ອົງການກວດກາລັດຖະບານ ‘’ເພື່ອຊາບ’’
- ກົມພາສີ, ກົມສ່ວຍສາອາກອນ, ກົມຊັບສິນຂອງລັດ, ກະຊວງການເງິນ ‘’ເພື່ອຊາບ’’
- ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ‘’ເພື່ອຊາບ’’
- ບັນດາກົມອ້ອມຂ້າງ ກະຊວງອຸດສາຫະກໍາ ແລະ ການຄ້າ ‘’ເພື່ອຊາບ ແລະ ປະຕິບັດ’’
- ຫ້ອງວ່າການແຂວງ, ນະຄອນຫຼວງ ‘’ ເພື່ອຊາບ’’
- ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ‘’ເພື່ອແຈ້ງໃຫ້ນັກທຸລະກິດຊາບ’’
- ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ແຫ່ງຊາດ ‘’ເພື່ອປະຕິບັດ’’
- ສະມາຄົມເຟີນິເຈີລາວ ‘’ເພື່ອປະຕິບັດ’’

 

# ຫົວຂໍ້ ດາວໂຫຼດ
1 Notification on the import and export of timber and wooden products N.1904/MoIC.DIMEX PDF
2 ແຈ້ງການ ກ່ຽວກັບ ຂັ້ນຕອນການອອກອະນຸຍາດ ນໍາເຂົ້າ ແລະ ສົ່ງອອກ ໄມ້ ແລະ ຜະລິດຕະພັນໄມ້ ເລກທີ 1904/ອຄ.ກຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.