ສາລະບານ

1. ຂັ້ນຕອນການສົ່ງອອກໄມ້ປູກ

1.1. ການຂໍອະນຸຍາດສົ່ງອອກໄມ້ປູກ ທີ່ເປັນໄມ້ຫວງຫ້າມ, ໄມ້ພິເສດ ແລະໄມ້ຄຸ້ມຄອງ
1.2. ການຂໍອະນຸຍາດສົ່ງອອກໄມ້ປູກທີ່ບໍ່ແມ່ນໄມ້ຫວງຫ້າມ, ໄມ້ພິເສດ ແລະໄມ້ຄຸ້ມຄ້ອງ (ໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ກະຖິນເທພາ)

2. ຂັ້ນຕອນການອະນຸຍາດນໍາເຂົ້າໄມ້ປູກ

2.1. ສໍາລັບການນໍາເຂົ້າແລະສົ່ງອອກໄມ້ແປຮູບ

3. ເອກະສານປະກອບການອະນຸຍາດນໍາເຂົ້າສົ່ງອອກໄມ້ປູກ

3.1. ສໍາລັບການສົ່ງອອກໄມ້ປູກທີ່ເປັນໄມ້ຫ້ວງຫ້າມ, ໄມ້ພິເສດ ແລະໄມ້ຄຸ້ມຄອງ
3.2. ສໍາລັບການສົ່ງອອກໄມ້ປູກ ທີ່ບໍ່ແມ່ນໄມ້ຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງ (ໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ກະຖິນເທພາ )
3.3. ສໍາລັບການອະນຸຍາດນໍາເຂົ້າໄມ້ປູກ

4. ກໍານົດເວລາສໍາລັບການພິຈາລະນາຄໍາຮ້ອງ
5. ຜູ້ພິຈາລະນາອອກໃບອະນຸຍາດ ສົ່ງອອກໄມ້ປູກ ທີ່ເປັນໄມ້ທ່ອນແລະໄມ້ແປຮູບ ທີເປັນໄມ້ຫວງຫ້າມ
6. ຜູ້ພິຈາລະນາອອກໃບອະນຸຍາດ ສົ່ງອອກໄມ້ປູກ ທີ່ເປັນໄມ້ທອ່ນ ແລະໄມ້ແປຮູບ ທີ່ບໍ່ແມ່ນໄມ້ຫວງຫ້າມ
7. ອາຍຸການນໍາໃຊ້ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ແລະ ການຂໍຕໍ່ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ
8. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ      ເລກທີ 1791/ອຄ.ກຂອ
ນະຄອນຫລວງ, ວັນທີ 15/09/2011

ແຈ້ງການ

ເຖິງ: ທ່ານ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງ, ນະຄອນຫລວງ
ເລື່ອງ: ຂັ້ນຕອນການອອກອະນຸຍາດນຳເຂົ້າ ແລະສົ່ງອອກໄມ້ປູກ

  • ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ ລົງວັນທີ 22/9/2001 ວ່າດ້ວຍການເພີ່ມທະວີຄວາມເຂັມງວດ ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະການປະສານງານ ໃນການຄຸ້ມຄອງປ່າໄມ້ ແລະທຸລະກິດໄມ້.
  • ອີງຕາມແຈ້ງການ ຂອງຄະນະເລຂາທິການລັດຖະບານ ສະບັບເລກທີ 284/ຄລບ ລົງວັນທີ 21 ກຸມພາ 2010 ວ່າດ້ວຍການອະນຸມັດສິດ ໃຫ້ພະແນກອຸດສາຫະກໍາ ແລະການຄ້າ ແຂວງ, ນະຄອນຫລວງເປັນຜູ້ອະນຸຍາດສົ່ງອອກໄມ້ທ້ອນ ແລະໄມ້ແປຮູບ ຈາກສວນປູກ ທີ່ບໍ່ແມ່ນໄມ້ຫວງຫ້າມແລະໄມ້ພິເສດ.
  • ອີງຕາມ ຄຳສັ່ງແນະນຳ ກ່ຽວກັບການລົບລ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າເລກທີ 0385/ອຄ ລົງວັນທີ 25/2/2011.
  • ອີງຕາມ ແຈ້ງການສະບັບເລກທີ 0826/ອຄ.ກຂອ ລົງວັນທີ 03 ພຶດສະພາ 2011 ກ່ຽວກັບການອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ສິນຄ້າແບບອັດ ຕະໂນມັດ ແລະ ບໍ່ອັດຕະໂນມັດ ຂອງ ສປປ ລາວ.

   ເພື່ອສົ່ງເສີມການນໍາໃຊ້ໄມ້ປູກ ກ້າວໄປທົດແທນໄມ້ ຈາກປ່າທໍາມະຊາດໃນຕໍ່ໜ້າ ແລະ ເປັນວັດຖຸດິບປ້ອນ ໂຮງງານປຸງແຕ່ງໄມ້ ເພື່ອປຸງແຕ່ງເປັນຜະລິດຕະພັນຮັບໃຊ້ພາຍໃນ ແລະສົ່ງອອກຕ່າງປະເທດ, ເພື່ອສ້າງຄວາມສະດວກໃຫ້ພາກທຸລະກິດ ດ້ວຍການຫຼຸດຜ່ອນຂັ້ນຂອດທີ່ບໍ່ຈຳເປັນໃນການດຳເນີນທຸລະກິດການສົ່ງອອກ, ເພື່ອສົ່ງເສີມການປູກໄມ້ໃຫ້ຫຼາຍຂຶ້ນ ແລະ ພ້ອມດຽວກໍ່ໃຫ້ມີການຄຸ້ມຄອງຢ່າງຮັດກຸມ ແລະເປັນລະບົບ.

ລັດຖະມົນຕີ ວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການດັ່ງນີ້:

   ການອອກໃບອະນຸຍາດສົ່ງອອກໄມ້ປູກ ແຕ່ລະປະເພດໃຫ້ແກ່ ບັນດາບໍລິສັດ/ໂຮງງານ ຕ້ອງແມ່ນໄມ້ທີ່ຢູ່ໃນແຜນການຂຸດຄົ້ນໄມ້ ແຕ່ລະປີ ຂອງລັດຖະບານ ແລະຕ້ອງປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:

1. ຂັ້ນຕອນການສົ່ງອອກໄມ້ປູກ
  1.1. ການຂໍອະນຸຍາດສົ່ງອອກໄມ້ປູກ ທີ່ເປັນໄມ້ຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງ ໃຫ້ປະຕິບັດດັ່ງນີ້:

  • ບໍລິສັດ/ໂຮງງານປຸງແຕ່ງໄມ້ ແລະເຟີນີເຈີ ທີ່ຕ້ອງການສົ່ງອອກ ຕ້ອງປະກອບເອກະສານເຊັ່ນ: ໃບສະເໜີ ພ້ອມເອກະສານທີ່ກ່ຽວຂ້ອງ ຍື່ນຕໍ່ກະຊວງກະສິກຳ ແລະປ່າໄມ້ ເພື່ອກວດກາແຫລ່ງທີ່ມາຂອງໄມ້ຖືກຕ້ອງແລ້ວ, ຫ້ອງການ, ກະຊວງກະສິກຳ ແລະ ປ່າໄມ້ ຈະເຮັດໜັງສືຢັ້ງຢືນສົ່ງໃຫ້ຫ້ອງການ, ກະຊວງ ອຸດສາຫະກຳ ແລະ ການຄ້າ.
  • ກົມການນໍາເຂົ້າ ແລະສົ່ງອອກ ຄົ້ນຄ້ວາພິຈາລະນາອອກໃບອະນຸຍາດການສົ່ງອອກໄມ້ປູກຕາມລະບຽບການ ບົນພື້ນຖານການສະເໜີ ຂອງຫ້ອງການ, ກະຊວງກະສິກຳ ແລະປ່າໄມ້. ຂ້າງເທິງ

  1.2. ການຂໍອະນຸຍາດສົ່ງອອກໄມ້ປູກທີ່ບໍ່ແມ່ນໄມ້ຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄ້ອງ (ໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ກະຖິນເທພາ) ໃຫ້ປະຕິບັດດັ່ງນີ້:

  • ບໍລິສັດ/ໂຮງງານປຸງແຕ່ງໄມ້ ແລະເຟີນີເຈີ ທີ່ຕ້ອງການສົ່ງອອກໄມ້ ຕ້ອງປະກອບເອກະສານ ເຊັ່ນ: ໃບສະເໜີ ພ້ອມເອກະ ສານທີ່ກ່ຽວຂ້ອງຍື່ນຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ເພື່ອກວດກາແຫລ່ງທີ່ມາຂອງໄມ້ຖືກຕ້ອງແລ້ວ ພະແນກກະສິກຳ ແລະປ່າໄມ້ຈະເຮັດໜັງສືຢັ້ງຢືນສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ.
  • ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫລວງ ຄົ້ນຄ້ວາພິຈາລະນາອອກໃບອະນຸຍາດການສົ່ງອອກໄມ້ປູກ ຕາມລະບຽບການບົນພື້ນຖານການສະເໜີຂອງພະແນກກະສິກຳ ແລະປ່າໄມ້. ຂ້າງເທິງ

2. ຂັ້ນຕອນການອະນຸຍາດນໍາເຂົ້າໄມ້ປູກ
2.1. ສໍາລັບການນໍາເຂົ້າ ແລະ ສົ່ງອອກໄມ້ແປຮູບ

  • ບໍລິສັດ/ໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີ ທີ່ຕ້ອງການນຳເຂົ້າໄມ້ ຕ້ອງປະກອບເອກະສານເຊັ່ນ: ໃບສະເໜີພ້ອມເອກະສານທີ່ກ່ຽວຂ້ອງ ຍື່ນຢູ່ກົມ ການນຳເຂົ້າ ແລະ ສົ່ງອອກ ເພື່ອຄົ້ນຄ້ວາແລະພິຈາລະນາ.
  • ກົມການນໍາເຂົ້າ ແລະສົ່ງອອກ ອອກໃບອະນຸຍາດນໍາເຂົ້າຕາມລະບຽບການ. ຂ້າງເທິງ

3. ເອກະສານປະກອບການອະນຸຍາດນໍາເຂົ້າສົ່ງອອກໄມ້ປູກ:
3.1. ສໍາລັບການສົ່ງອອກໄມ້ປູກທີ່ເປັນໄມ້ຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງ

  • ໜັງສືຢັ້ງຢືນແຫລ່ງທີ່ມາຂອງໄມ້ຈາກຫ້ອງການ, ກະຊວງ ກະສິກຳ ແລະ ປ່າໄມ້.
  • ສຳເນົາທະບຽນວິສາຫະກິດ ແລະ ທະບຽນອາກອນ ທີ່ອະນຸຍາດ ໃຫ້ດຳເນີນທຸລະກິດໄມ້.
  • ບັນຊີໄມ້ (Log List) ທີ່ໄດ້ຂື້ນທະບັນຊີ ແລະ ຮັບຮູ້ຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ.
  • ໃບຕິດຕາມຕີກາປ່ອຍໄມ້ປູກຈາກຂະແໜງກະສິກຳ ແລະປ່າໄມ້.
  • ໃບເສຍອາກອນ ແລະ ຄ່າທຳນຽມ. ຂ້າງເທິງ

3.2. ສໍາ່ລັບການສົ່ງອອກໄມ້ປູກ ທີ່ບໍ່ແມ່ນໄມ້ຫວງຫ້າມ, ໄມ້ພິເສດ ແລະໄມ້ຄຸ້ມຄອງ (ໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ກະຖິນເທພາ)

  • ໜັງສືຢັ້ງຢືນແຫລ່ງທີ່ມາຂອງໄມ້ຈາກພະແນກກະສິກຳ ແລະ ປ່າໄມ້
  • ສຳເນົາທະບຽນວີສາຫະກິດ ແລະ ທະບຽນອາກອນ ທີ່ອະນຸຍາດ ໃຫ້ດຳເນີນທຸລະກິດໄມ້
  • ບັນຊີໄມ້ ( Log List ).
  • ໃບຕິດຕາມຕີກາປ່ອຍໄມ້ຈາກຂະແໜງການກະສິກຳ ແລະ ປ່າໄມ້
  • ໃບເສຍອາກອນ ແລະ ຄ່າທຳນຽມ. ຂ້າງເທິງ

3.3. ສໍາລັບການອະນຸຍາດນໍາເຂົ້າໄມ້ປູກ

  • ໃບສະເໜີ
  • ເອກະສານຢັ້ງຢືນແຫລ່ງທີ່ມາຂອງໄມ້ຈາກຂະແໜງການກະສິກຳ ແລະ ປ່າໄມ້.
  • ໃບອະນຸຍາດສົ່ງອອກຂອງປະເທດຜູ້ສົ່ງອອກ.
  • ໃບແຈ້ງລາຄາໄມ້ປູກທີ່ຈະນຳເຂົ້າ. ຂ້າງເທິງ

4. ກໍານົດເວລາສໍາລັບການພິຈາລະນາຄໍາຮ້ອງ
   ໃບຄໍາຮ້ອງທີ່ຖຶກຕ້ອງ ແລະ ຄົບຖ້ວນຈະໄດ້ຮັບການພິຈາລະນາໂດຍທັນທີ ເວັ້ນເສັຍແຕ່ບາງກໍລິນີ ທີ່ມີຄວາມຈຳເປັນຕ້ອງໄດ້ກວດກາຄືນ, ຢ່າງຊ້າບໍ່ເກີນ 30 (ສາມສິບ) ວັນລັດຖະການ, ນັບແຕ່ ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ. ຂ້າງເທິງ

5. ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າເປັນຜູ້ຄົ້ນຄ້ວາ ແລະ ພິຈາລະນາອອກໃບອະນຸຍາດ ສົ່ງອອກໄມ້ປູກ ທີ່ເປັນໄມ້ທ່ອນ ແລະ ໄມ້ແປຮູບຊື່ງເປັນໄມ້ຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງໃຫ້ບັນດາບໍລິສັດ/ໂຮງງານ ທີ່ໄດ້ຮັບອະນຸ ຍາດ ໃຫ້ດຳເນີນທຸລະກິດ ກ່ຽວກັບການສົ່ງອອກໄມ້ ບົນພື້ນຖານການຢັ້ງຢືນ ຈາກຫ້ອງການ, ກະຊວວກະສິກຳ ແລະ ປ່າໄມ້. ຂ້າງເທິງ

6. ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫລວງເປັນຜູ້ຄົ້ນຄ້ວາ ແລະ ພິຈາລະນາອອກໃບອະນຸຍາດສົ່ງອອກ ໄມ້ປູກທີ່ເປັນໄມ້ທອ່ນ ແລະ ໄມ້ແປຮູບ (ໄມ້ວິກ, ໄມ້ກະຖິນເທພາ) ທີ່ບໍ່ແມ່ນໄມ້ຫວງຫ້າມ ແລະ ໄມ້ພິເສດ ໃຫ້ບັນດາບໍລິສັດ/ໂຮງງານ ທີ່ໄດ້ຮັບ ອະ ນຸຍາດ ໃຫ້ດຳເດີນທຸລະກິດ ກ່ຽວກັບການສົ່ງອອກໄມ້ ບົນພື້ນຖານການຢັ້ງຢືນ ຈາກຂະແໜງກະສິກຳ ແລະ ປ່າໄມ້. ຂ້າງເທິງ

7. ອາຍຸການນໍາໃຊ້ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ແລະ ການຂໍຕໍ່ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ

  •  ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ມີອາຍຸການນໍາໃຊ້ 90 ( ເກົ້າສິບ ) ວັນ ແລະຈະໝົດອາຍຸການ ນຳໃຊ້ໂດຍອັດຕະໂນມັດ ຖ້າວ່າກຳນົດເວລາດັ່ງກ່າວ ຫາກສິ້ນສຸດລົງ.
  • ນຳໃຊ້ແລ້ວ ແຕ່ປະຕິບັດບໍ່ທັນສຳເລັດ ພາຍໃນກຳນົດເວລາທີ່ລະບຸໄວ້ ຜູ້ຂໍອະນຸຍາດນຳເຂົ້າແລະ ສົ່ງອອກ ຕ້ອງຍື່ນ ຄຳຮ້ອງຂໍຕໍ່ອາຍຸການນຳໃຊ້ ໃບອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ໂດຍຄັດຕິດບົດລາຍງານ ຫລື ໃບຢັ້ງຢືນຂອງ ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫລວງ, ຢູ່ກົມການນຳເຂົ້າ ແລະ ສົ່ງອອກ, ເພື່ອ ລົບລ້າງໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ສະບັບເກົ່າ ແລະ ອອກໃບ ອະນຸຍາດນຳເຂົ້າ ແລະ ສົ່ງອອກສະບັບໃໝ່.
  • ການຕໍ່ອາຍຸໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ແມ່ນສາມາດຕໍ່ໄດ້ 2 ຄັ້ງ ແລະ ມີກຳນົດເວລານຳໃຊ້ ບໍ່ເກີນ 60 ( ຫົກສິບ ) ວັນ/ຄັ້ງ. ຖ້າບໍ່ສາມາດປະຕິບັດໄດ້ຕາມກຳນົດທີ່ກ່າວມາ ຂ້າງເທິງກໍ່ຖືວ່າສະຫລະສິດແບບອັດຕະໂນມັດ. ຂ້າງເທິງ

8. ແຈ້ງການສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນແຈ້ງການ ສະບັບເລກທີ 0484/ອຄ.ກຂອ ລົງວັນທີ 5 ມີນາ 2010, ແຈ້ງການສະບັບເລກທີ 1887/ອຄ.ກຂອ ລົງວັນທີ 12 ພະຈິກ 2008  ແລະ ລະບຽບການຊື້ - ຂາຍໄມ້ຈາກສວນປູກ ສະບັບເລກທີ 1862/ຄອ.ກຂອ ລົງວັນທີ 5 ພະຈິກ 2008. ແລະບັນດາແຈ້ງການອື່ນໆ ທີ່ອອກໂດຍກະຊວງອຸດສາຫະກຳ ແລະການຄ້າ ທີ່ປະກາດໃຊ້ໄປກ່ອນໜ້ານີ້ ຫາກຂັດກັບແຈ້ງການ ສະບັບນີ້ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ
ດຣ. ນາມ ວິຍະເກດ

ນຳສົ່ງ:

- ຄະນະນໍາ ກຊ ອຄ ”ເພື່ອຊາບ”
- ຫ້ອງວ່າການລັດຖະບານ ”ເພື່ອຊາບ”
- ອົງການກວດກາລັດຖະບານ ”ເພື່ອຊາບ”
- ກົມພາສີ, ກົມສວ່ຍສາອາກອນ, ກົມຊັບສິນ ຂອງລັດ, ກະຊວງການເງິນ ”ເພື່ອຊາບ”
- ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ”ເພື່ອຊາບ”
- ບັນດາກົມອ້ອມຂ້າງ ກະຊວງອຸດສາຫະກໍາ ແລະ ການຄ້າ ”ເພື່ອຊາບ ແລະ ປະຕິບັດ”
- ຫ້ອງວ່າການແຂວງ, ນະຄອນຫລວງ ”ເພື່ອຊາບ”
- ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ”ເພື່ອແຈ້ງໃຫ້ນັກທຸລະກິດຊາບ”
- ສະມາຄົມອຸດສາຫະກໍາປຸ່ງແຕ່ງໄມ້ແຫ່ງຊາດ ”ເພື່ອປະຕິບັດ”
- ສະມາຄົມ ເຟີນີເຈີລາວ ”ເພື່ອປະຕິບັດ”

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the licensing procedure of the import and export of planted timbers No.1791/MoIC.DIMEX PDF
2 ແຈ້ງການ ກ່ຽວກັບ ຂັ້ນຕອນການອອກອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ໄມ້ປູກ ເລກທີ 1791/ອຄ.ກຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.