ສາລະບານ

ພາກທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ໜ້າທີ່ຂອງກົດໝາຍ
ມາດຕາ 2. ກະສິກໍາ
ມາດຕາ 3. ການສົ່ງເສີມການຜະລິດກະສິກໍາ
ມາດຕາ 4. ການປົກປ້ອງສິດຜົນປະໂຫຍດ ຂອງຜູ້ດໍາເນີນກິດຈະການກະສິກໍາ
ມາດຕາ 5. ການປົກປັກຮັກສາທີ່ດິນກະສິກໍາ
ມາດຕາ 6. ການປົກປັກຮັກສາສິ່ງແວດລ້ອມ
ມາດຕາ 7. ການຮ່ວມມືສາກົນທາງດ້ານກະສິກໍາ

ພາກທີ II - ກິດຈະການກະສິກໍາ

ມາດຕາ 8. ກິດຈະການກະສິກໍາ
ມາດຕາ 9. ປະເພດກິດຈະການກະສິກໍາ
ມາດຕາ 10. ສິດ ແລະ ພັນທະຂອງຜູ້ດໍາເນີນກິດຈະການກະສິກໍາ

ມາດຕາ 11. ການນໍາໃຊ້ທີ່ດິນກະສິກໍາ
ມາດຕາ 12. ປະເພດທີ່ດິນກະສິກໍາ
ມາດຕາ 13. ການຫັນປ່ຽນທີ່ດິນກະສິກໍາ
ມາດຕາ 14. ການປັບປຸງທີ່ດິນກະສິກໍາ
ມາດຕາ 15. ເງື່ອນໄຂການນໍາໃຊ້ທີ່ດິນກະສິກໍາ

ມາດຕາ 16. ຊົນລະປະທານ
ມາດຕາ 17. ການນໍາໃຊ້ຊົນລະປະທານ
ມາດຕາ 18. ການກໍ່ສ້າງ ແລະ ການຄຸ້ມຄອງຊົນລະປະທານ
ມາດຕາ 19. ອ່າງເກັບນໍ້າ
ມາດຕາ 20. ຝາຍນໍ້າລົ້ນ
ມາດຕາ 21. ການສູບນໍ້າ
ມາດຕາ 22. ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມທໍາມະຊາດ
ມາດຕາ 23. ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມກົດໝາຍ

ມາດຕາ 24. ແນວພັນພືດ
ມາດຕາ 25. ແນວພັນສັດ
ມາດຕາ 26. ການນໍາໃຊ້ແນວພັນ

ມາດຕາ 27. ຝຸ່ນ
ມາດຕາ 28. ປະເພດຝຸ່ນ
ມາດຕາ 29. ການນໍາໃຊ້ຝຸ່ນ
ມາດຕາ 30. ອາຫານສັດ
ມາດຕາ 31. ການຄຸ້ມຄອງຝຸ່ນ ແລະ ອາຫານສັດ

ມາດຕາ 32. ຢາປາບສັດຕູພືດ
ມາດຕາ 33. ຢາປົວສັດ
ມາດຕາ 34. ການນໍາໃຊ້ຢາປາບສັດຕູພືດ ແລະ ຢາປົວສັດ
ມາດຕາ 35. ການຄຸ້ມຄອງຢາປາບສັດຕູພືດ ແລະ ຢາປົວສັດ

ມາດຕາ 36. ເຄື່ອງມື ແລະ ພາຫະນະກົນຈັກການກະເສດ
ມາດຕາ 37. ການຜະລິດເຄື່ອງມື ແລະ ພາຫະນະກົນຈັກການກະເສດ

ມາດຕາ 38. ສາງເກັບມ້ຽນ
ມາດຕາ 39. ການສ້າງສາງເກັບມ້ຽນ

ມາດຕາ 40. ການປຸງແຕ່ງຜົນຜະລິດກະສິກໍາ
ມາດຕາ 41. ການສ້າງໂຮງຫັດຖະກໍາ ແລະ ໂຮງງານປຸງແຕ່ງຜົນຜະລິດກະສິກໍາ

ມາດຕາ 42. ຕະຫຼາດກະສິກໍາ
ມາດຕາ 43. ການສ້າງຕະຫຼາດກະສິກໍາ

ມາດຕາ 44. ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານເຕັກນິກ
ມາດຕາ 45. ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານເສດຖະກິດ

ພາກທີ III - ການລົງທຶນໃສ່ກິດຈະການກະສິກໍາ

ມາດຕາ 46. ການລົງທຶນໃສ່ກິດຈະການກະສິກໍາ
ມາດຕາ 47. ຮູບການລົງທຶນ

ພາກທີ IV - ການສົ່ງເສີມການຜະລິດກະສິກໍາ

ມາດຕາ 48. ຈຸດປະສົງ
ມາດຕາ 49. ເນື້ອໃນຂອງການສົ່ງເສີມການຜະລິດກະສິກໍາ
ມາດຕາ 50. ທຶນ ແລະ ກອງທຶນສົ່ງເສີມ
ມາດຕາ 51. ແນວພັນພືດ ແລະ ແນວພັນສັດ
ມາດຕາ 52. ຝຸ່ນ ແລະ ອາຫານສັດ
ມາດຕາ 53. ຢາປາບສັດຕູພືດ ແລະ ຢາປົວສັດ
ມາດຕາ 54. ເຄື່ອງມື ແລະ ພາຫະນະກົນຈັກການກະເສດ
ມາດຕາ 55. ຊົນລະປະທານ
ມາດຕາ 56. ວິຊາການ
ມາດຕາ 57. ຂໍ້ມູນຂ່າວສານທາງດ້ານກະສິກໍາ
ມາດຕາ 58. ສູນຄົ້ນຄວ້າ ແລະ ສະຖານີທົດລອງ
ມາດຕາ 59. ການຝຶກອົບຮົມຊາວກະສິກອນ
ມາດຕາ 60. ສາງ, ໂຮງອົບ, ຫ້ອງເຢັນ ແລະ ໂຮງງານປຸງແຕ່ງ
ມາດຕາ 61. ທະນາຄານເມັດພືດ ແລະ ທະນາຄານສັດ
ມາດຕາ 62. ການຕະຫຼາດ
ມາດຕາ 63. ລາຄາ
ມາດຕາ 64. ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ

ພາກທີ V - ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 65. ການປົກປັກຮັກສາສິ່ງແວດລ້ອມ
ມາດຕາ 66. ການປົກປັກຮັກສາສິ່ງແວດລ້ອມໃນການປູກຝັງ
ມາດຕາ 67. ການປົກປັກຮັກສາສິ່ງແວດລ້ອມໃນການລ້ຽງສັດ
ມາດຕາ 68. ການປົກປັກຮັກສາສິ່ງແວດລ້ອມໃນການປະມົງ

ພາກທີ VI - ການຄຸ້ມຄອງ ແລະ ກວດກາກິດຈະການກະສິກໍາ

ມາດຕາ 69. ອົງການຄຸ້ມຄອງກິດຈະການກະສິກໍາ
ມາດຕາ 70. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ມາດຕາ 71. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາແລະ ປ່າໄມ້ແຂວງ, ກໍາແພງນະຄອນ ແລະ ເຂດພິເສດ
ມາດຕາ 72. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ
ມາດຕາ 73. ສິດ ແລະ ໜ້າທີ່ຂອງອໍານາດການປົກຄອງບ້ານ

ມາດຕາ 74. ການກວດກາກິດຈະການກະສິກໍາ
ມາດຕາ 75. ອົງການກວດກາກິດຈະການກະສິກໍາ
ມາດຕາ 76. ເນື້ອໃນການກວດກາ
ມາດຕາ 77. ວິທີການກວດກາ

ພາກທີ VII - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 78. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 79. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 80. ມາດຕະການສຶກສາອົບຮົມ
ມາດຕາ 81. ມາດຕະການປັບໃໝ
ມາດຕາ 82. ມາດຕະການທາງອາຍາ
ມາດຕາ 83. ມາດຕະການໂທດເພີ່ມ

ພາກທີ VIII - ບົດບັນຍັດສຸດທ້າຍ

ມາດຕາ 84. ການຈັດຕັ້ງປະຕິບັດ
ມາດຕາ 85. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ ເລກທີ 01-98/ສພຊ

ມະຕິຕົກລົງຂອງສະພາແຫ່ງຊາດແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບຮອງເອົາກົດໝາຍວ່າດ້ວຍກະສິກໍາ

- ອີງຕາມມາດຕາ 40 ຂໍ້ 2 ຂອງລັດຖະທໍາມະນູນ ແລະ ມາດຕາ 3 ຂໍ້ 2 ຂອງກົດໝາຍວ່າດ້ວຍສະພາແຫ່ງ ຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
- ອີງຕາມການສະເໜີຂອງນາຍົກລົດຖະມົນຕີ ສະບັບເລກທີ 63/ນຍ, ລົງວັນທີ 31 ສິງຫາ 1998;

   ພາຍຫຼັງທີ່ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍກະ ສິກໍາ ໃນກອງປະຊຸມເທື່ອທີ 2 ສະໄໝສາມັນຂອງສະພາແຫ່ງຊາດຊຸດທີ IV, ໃນວາລະປະຊຸມຕອນບ່າຍຂອງ ວັນທີ 10 ຕຸລາ 1998 ກອງປະຊຸມໄດ້ຕົກລົງ:

ມາດຕາ 1. ຮັບຮອງເອົາກົດໝາຍວ່າດ້ວຍ ກະສິກໍາດ້ວຍຄະແນນສຽງຢ່າງເປັນເອກະສັນ.
ມາດຕາ 2. ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. 

ວຽງຈັນ, ວັນທີ 10 ຕຸລາ 1998
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ເລກທີ 105 ສປປ

ລັດຖະດໍາລັດຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍກະສິກໍາ

- ອີງຕາມລັດຖະທໍາມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ V ມາດຕາ 53 ຂໍ້ 1;
- ອີງຕາມມະຕິຕົກລົງຂອງສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 01-98/ສພຊ ລົງວັນທີ 10 ຕຸລາ 1998 ໃນກອງປະຊຸມເທື່ອທີ 2 ສະໄໝສາມັນຊຸດທີ IV ກ່ຽວກັບການຕົກລົງຮັບຮອງເອົາ ກົດໝາຍວ່າດ້ວຍກະສິກໍາ.
- ອີງຕາມການສະເໜີຂອງ ຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 13/ຄປຈ, ລົງວັນທີ 15 ຕຸລາ 1998.

ປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ:

ມາດຕາ 1: ປະກາດໃຊ້ກົດໝາຍວ່າດ້ວຍກະສິກໍາ.
ມາດຕາ 2: ລັດຖະດໍາລັດສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ວຽງຈັນ, ວັນທີ 06 ພະຈິກ 1998
ປະທານປະເທດ
ຄໍາໄຕ ສີພັນດອນ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ ເລກທີ 01/98 ສພຊ
ວັນທີ 10/10/1998

ກົດໝາຍວ່າດ້ວຍກະສິກໍາ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ໜ້າທີ່ຂອງກົດໝາຍ
   ກົດໝາຍວ່າດ້ວຍກະສິກໍາ ມີໜ້າທີ່ກໍານົດຫຼັກການ, ລະບຽບການ, ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວການຜະລິດກະສິກໍາ ຊຶ່ງເປັນພື້ນຖານເສດຖະກິດຂອງປະເທດຊາດ ລວມທັງການຄຸ້ມຄອງ, ການປົກປັກຮັກສາກິດຈະການ ແລະ ຜະລິດຕະຜົນກະສິກໍາ ແນໃສ່ຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຜະລິດກະສິກໍາ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ສ້າງເງື່ອນໄຂໃຫ້ແກ່ການກໍ່ສ້າງ ແລະ ຂະຫຍາຍອຸດສາຫະກໍາປຸງແຕ່ງກະສິກໍາ, ເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ທັງຮັບປະກັນບໍ່ໃຫ້ກໍ່ຄວາມເສັຍຫາຍ ແລະ ເປັນອັນຕະລາຍຕໍ່ສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 2. ກະສິກໍາ
   ກະສິກໍາແມ່ນການປູກຝັງ, ການລ້ຽງສັດ ແລະ ການປະມົງ ເພື່ອຕອບສະໜອງທາງດ້ານທັນຍາຫານ ແລະ ອາຫານໃຫ້ແກ່ສັງຄົມ, ເປັນວັດຖຸດິບປ້ອນໂຮງງານອຸດສາຫະກໍາປຸງແຕ່ງ ລວມທັງເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ. ຂ້າງເທິງ

ມາດຕາ 3. ການສົ່ງເສີມການຜະລິດກະສິກໍາ
   ລັດຊຸກຍູ້, ສົ່ງເສີມປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດໃຫ້ລົງທຶນໃສ່ການຜະລິດ ກະສິກໍາຢ່າງກວ້າງຂວາງ ແລະ ທັນສະໄໝເທື່ອລະກ້າວ ເພື່ອເປັນສະບຽງອາຫານ, ເປັນສິນຄ້າ, ເປັນວັດຖຸດິບ ສະໜອງໃຫ້ໂຮງງານອຸດສາຫະກໍາປຸງແຕ່ງ ພາຍໃນປະເທດ ແລະ ເພື່ອສົ່ງອອກ. ຂ້າງເທິງ

ມາດຕາ 4. ການປົກປ້ອງສິດຜົນປະໂຫຍດ ຂອງຜູ້ດໍາເນີນກິດຈະການກະສິກໍາ
   ລັດປົກປ້ອງສິດຜົນປະໂຫຍດຂອງຜູ້ດໍາເນີນກິດຈະການກະສິກໍາ ດ້ວຍການວາງລະບຽບກົດໝາຍ, ຂໍ້ກໍານົດ ແລະ ລະບຽບການ ພ້ອມທັງນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍສິນເຊື່ອ, ນະໂຍບາຍຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາກອນ, ຈໍາກັດການນໍາເຂົ້າສິນຄ້າກະສິກໍາປະເພດຕ່າງໆ ທີ່ບໍ່ຈໍາເປັນເພື່ອສົ່ງເສີມການຜະລິດກະສິກໍາ ແລະ ຊຸກຍູ້ຕະຫຼາດຈໍາໜ່າຍພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ

ມາດຕາ 5. ການປົກປັກຮັກສາທີ່ດິນກະສິກໍາ
   ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນກິດຈະການກະສິກໍາ ບໍ່ມີສິດຖົມດິນກະສິກໍາ ແລະ ຂຸດເອົາດິນກະສິກໍາດ້ວຍຮູບການ ແລະ ວິທີການໃດໜຶ່ງກໍຕາມ ທີ່ຈະເຮັດໃຫ້ທີ່ດິນກະສິກໍາດັ່ງກ່າວ ປ່ຽນແປງຈາກສະພາບເດີມ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງກະສິກໍາ ແລະ ປ່າໄມ້.

   ການປົກປັກຮັກສາທີ່ດິນກະສິກໍາ ຕ້ອງໃຫ້ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 6 ຂອງກົດໝາຍວ່າດ້ວຍທີ່ດິນ. ຂ້າງເທິງ

ມາດຕາ 6. ການປົກປັກຮັກສາສິ່ງແວດລ້ອມ
   ບຸກຄົນ ຫຼື ການຈັດຕັ້ງທີ່ທໍາການຜະລິດກະສິກໍາ ລ້ວນແຕ່ມີພັນທະປົກປັກຮັກສາສິ່ງແວດລ້ອມ. ຜູ້ຜະລິດກະສິກໍາ ຕ້ອງມີວິທີການ ແລະ ມາດຕະການອັນເໝາະສົມ ເພື່ອປົກປັກຮັກສາດິນ, ນໍ້າ, ປ່າໄມ້, ອາກາດ ແລະອື່ນໆ. ຂ້າງເທິງ


ມາດຕາ 7. ການຮ່ວມມືສາກົນທາງດ້ານກະສິກໍາ
   ລັດສົ່ງເສີມການຮ່ວມມືກັບສາກົນ ທາງດ້ານກະສິກໍາເພື່ອສ້າງເງື່ອນໄຂ ໃຫ້ກິດຈະການກະສິກໍາມີການຂະຫຍາຍຕົວ ແລະ ທັນສະໄໝເທື່ອລະກ້າວ. ຂ້າງເທິງ

ພາກທີ II
ກິດຈະການກະສິກໍາ

ມາດຕາ 8. ກິດຈະການກະສິກໍາ
   ກິດຈະການກະສິກໍາ ແມ່ນວຽກງານກ່ຽວກັບການປູກຝັງ, ການລ້ຽງສັດ ແລະ ການປະມົງ. ຂ້າງເທິງ

ມາດຕາ 9. ປະເພດກິດຈະການກະສິກໍາ
   ກິດຈະການກະສິກໍາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ແບ່ງອອກເປັນປະເພດຕ່າງໆເຊັ່ນ: ກິດຈະການກ່ຽວກັບທີ່ດິນກະສິກໍາ, ຊົນລະປະທານ, ແນວພັນພືດ ແລະ ແນວພັນສັດ, ຝຸ່ນ ແລະ ອາຫານສັດ, ຢາປາບສັດຕູພືດ ແລະ ຢາປົວສັດ, ເຄື່ອງມື ແລະ ພາຫະນະກົນຈັກການກະເສດ, ສາງເກັບມ້ຽນ, ການປຸງແຕ່ງຜົນຜະລິດກະສິກໍາ, ຕະຫຼາດກະສິກໍາ, ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານກະສິກໍາ. ຂ້າງເທິງ

ມາດຕາ 10. ສິດ ແລະ ພັນທະຂອງຜູ້ດໍາເນີນກິດຈະການກະສິກໍາ
   ຜູ້ດໍາເນີນກິດຈະການກະສິກໍາມີສິດດັ່ງຕໍ່ໄປນີ້:

  • ໄດ້ຮັບການປົກປ້ອງຕາມກົດໝາຍ;
  • ເປັນເຈົ້າກໍາມະສິດຕໍ່ຊັບສິນ ແລະ ຜົນທີ່ໄດ້ຮັບຈາກການດໍາເນີນກິດຈະການກະສິກໍາ;
  • ໄດ້ຮັບການຊ່ວຍເຫຼືອ ແລະ ແນະນໍາທາງດ້ານວິຊາການ ແລະ ເຕັກໂນໂລຊີຈາກຂະແໜງກະສິກໍາ ແລະ ປ່າໄມ້;
  • ໂອນ ແລະ ສືບທອດກິດຈະການກະສິກໍາ.

ຜູ້ດໍາເນີນກິດຈະການກະສິກໍາມີພັນທະດັ່ງຕໍ່ໄປນີ້:

  • ນໍາໃຊ້ທີ່ດິນກະສິກໍາໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ຕາມລະບຽບກົດໝາຍ;
  • ບໍ່ສ້າງຄວາມເສັຍຫາຍແກ່ການຜະລິດຂອງຜູ້ອື່ນ ຫຼື ແກ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ;
  • ລາຍງານການແຜ່ລະບາດພະຍຸສັດ;
  • ປະຕິບັດສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ;
  • ປະຕິບັດມາດຕະການຄວາມປອດໄພ ແລະ ພັນທະອື່ນໆ ກ່ຽວກັບກິດຈະການກະສິກໍາ;
  • ລາຍງານຜົນການດໍາເນີນກິດຈະການກະສິກໍາຕາມສັນຍາ;
  • ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາກິດຈະການກະສິກໍາ. ຂ້າງເທິງ

ໝວດທີ 1
ທີ່ດິນກະສິກໍາ

ມາດຕາ 11. ການນໍາໃຊ້ທີ່ດິນກະສິກໍາ
   ລັດຈັດສັນ ແລະ ສົ່ງເສີມໃຫ້ນໍາໃຊ້ທີ່ດິນກະສິກໍາ ເຂົ້າໃນການຜະລິດຢ່າງຖືກຕ້ອງຕາມເປົ້າໝາຍ, ຕາມທ່າແຮງຂອງແຕ່ລະເຂດ ເພື່ອໃຫ້ແຕ່ລະຄອບຄົວມີທີ່ດິນທໍາການຜະລິດ ຕາມຄວາມສາມາດດ້ານແຮງງານ ແລະ ທຶນຮອນຂອງຕົນ ດ້ວຍຮູບການມອບສິດນໍາໃຊ້ ຫຼື ໃຫ້ເຊົ່າຕາມລະບຽບກົດໝາຍ ໂດຍຖືເອົາການຍົກສະມັດຖະພາບຂອງດິນ ເປັນຕົ້ນຕໍ ແລະ ຫັນໄປສູ່ການເຮັດກະເສດສຸມເທື່ອລະກ້າວ.
   ລັດເອົາໃຈໃສ່ຈັດສັນທີ່ດິນໃຫ້ປະຊາຊົນບັນດາເຜົ່າ ເພື່ອທໍາການຜະລິດແບບຄົງທີ່ ແນໃສ່ຫຼຸດຜ່ອນການຖາງປ່າເຮັດໄຮ່ເທື່ອລະກ້າວ ແລະ ກ້າວໄປເຖິງການຢຸດຕິການຖາງປ່າເຮັດໄຮ່ຢ່າງສິ້ນເຊີງ. ຂ້າງເທິງ

ມາດຕາ 12. ປະເພດທີ່ດິນກະສິກໍາ     
   ທີ່ດິນກະສິກໍາແບ່ງອອກເປັນສອງປະເພດ:

  • ທີ່ດິນປູກຝັງ;
  • ທີ່ດິນລ້ຽງສັດ.

   ທີ່ດິນປູກຝັງ ແມ່ນທີ່ດິນນໍາໃຊ້ເຂົ້າໃນການປູກຝັງຊຶ່ງລວມມີ:

  • ທີ່ດິນທີ່ມີຄວາມຮາບພຽງ;
  • ທີ່ດິນເນີນ ຫຼື ທີ່ດິນໂນນ.   

   ທີ່ດິນລ້ຽງສັດ ແມ່ນປະເພດທີ່ດິນປອກໂລ້ນ ຫຼື ປ່າຫຍ້າປະເພດຕ່າງໆ ຊຶ່ງສາມາດຫັນມາປູກພືດ ແລະ ປູກຫຍ້າສໍາລັບລ້ຽງສັດ ຫຼື ດິນທີ່ສາມາດເຮັດໜອງ ເພື່ອລ້ຽງສັດນໍ້າ. ຂ້າງເທິງ

ມາດຕາ 13. ການຫັນປ່ຽນທີ່ດິນກະສິກໍາ
   ການຫັນປ່ຽນທີ່ດິນກະສິກໍາປະເພດໜຶ່ງ ໄປສູ່ທີ່ດິນກະສິກໍາອີກປະເພດໜຶ່ງ ຈະຕ້ອງໄດ້ຮັບອະນຸຍາດຈາກຂະແໜງການ ກະສິກໍາ ແລະ ປ່າໄມ້ຕາມຂະໜາດເນື້ອທີ່ດິນທີ່ຈະຫັນ. ຂ້າງເທິງ

ມາດຕາ 14. ການປັບປຸງທີ່ດິນກະສິກໍາ
   ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ທໍາການຜະລິດກະສິກໍາ ຕ້ອງເອົາໃຈໃສ່ປັບປຸງດິນ ໃຫ້ມີຄວາມອຸດົມສົມບູນ, ສາມາດນໍາໃຊ້ໄດ້ຢ່າງຍາວນານ ແລະ ມີປະສິດທິຜົນໃນການປູກຝັງ ແລະ ລ້ຽງສັດດ້ວຍການນໍາໃຊ້ຝຸ່ນຕ່າງໆເຊັ່ນ: ຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນຂຽວ, ຂີ້ເຈຍ, ປູນ, ຖ່ານຕົມ, ຫີນກາວ. ຂ້າງເທິງ     

ມາດຕາ 15. ເງື່ອນໄຂການນໍາໃຊ້ທີ່ດິນກະສິກໍາ 
   ບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດປະສົງຢາກນໍາໃຊ້ທີ່ດິນ ເພື່ອທໍາການຜະລິດກະສິກໍານັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດເສັຍກ່ອນ ຕາມທີ່ໄດ້ກໍານົດໄວ້ໃນວັກທີສອງ, ມາດຕາ 7 ຂອງກົດໝາຍວ່າດ້ວຍທີ່ດິນ.

   ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ທີ່ດິນກະສິກໍາ ຕາມທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງເທິງນີ້ ຕ້ອງນໍາໃຊ້ເຂົ້າໃນການຜະລິດກະສິກໍາ ຢ່າງຖືກຕ້ອງຕາມເປົ້າໝາຍ, ມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

   ຖືວ່າຜູ້ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ທີ່ດິນກະສິກໍາ ຫາກບໍ່ປະຕິບັດຕາມເງື່ອນໄຂ ທີ່ໄດ້ກ່າວມາເທິງນີ້ພາຍໃນກໍານົດເວລາ ສາມປີແລ້ວ ກໍຈະໝົດສິດໃນການນໍາໃຊ້ທີ່ດິນດັ່ງກ່າວ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 18 ຂອງກົດໝາຍວ່າດ້ວຍທີ່ດິນ. ຂ້າງເທິງ

ໝວດທີ 2
ຊົນລະປະທານ

ມາດຕາ 16. ຊົນລະປະທານ
   ຊົນລະປະທານ ແມ່ນການສະໜອງນໍ້າໃຫ້ແກ່ການຜະລິດກະສິກໍາ ດ້ວຍວິທີການຕ່າງໆເຊັ່ນ: ການສ້າງອ່າງເກັບນໍ້າ, ການເຮັດຝາຍນໍ້າລົ້ນ, ການເຮັດປະຕູນໍ້າ, ການສູບນໍ້າ ແລະ ການສ້າງຄອງເໝືອງ. ຂ້າງເທິງ

ມາດຕາ 17. ການນໍາໃຊ້ຊົນລະປະທານ
   ຍ້ອນການຜະລິດກະສິກໍາຂອງປະເທດເຮົາຍັງຂຶ້ນກັບທໍາມະຊາດ ແລະ ຍັງມີໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມຂົ່ມຂູ່ ເພື່ອເຮັດໃຫ້ການຜະລິດມີປະສິດທິຜົນ ແລະ ກ້າວຂຶ້ນສູ່ການຜະລິດເປັນສິນຄ້ານັ້ນ ມີຄວາມຈໍາເປັນຕ້ອງໄດ້ກໍ່ສ້າງຊົນລະປະທານ ເພື່ອຮັບໃຊ້ການຜະລິດກະສິກໍາ.
   ການນໍາໃຊ້ຊົນລະປະທານເຂົ້າໃນການຜະລິດກະສິກໍາ ຕ້ອງໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍ ນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າ. ຂ້າງເທິງ

ມາດຕາ 18. ການກໍ່ສ້າງ ແລະ ການຄຸ້ມຄອງຊົນລະປະທານ
   ກິດຈະການຊົນລະປະທານປະກອບດ້ວຍສາມຂະໜາດ:

  • ຊົນລະປະທານຂະໜາດນ້ອຍ;
  • ຊົນລະປະທານຂະໜາດກາງ;
  • ຊົນລະປະທານຂະໜາດໃຫຍ່.

   ຊົນລະປະທານຂະໜາດນ້ອຍ ແມ່ນຊົນລະປະທານຊຶ່ງກວມເນື້ອທີ່ການຜະລິດ ຕໍ່າກວ່າໜຶ່ງຮ້ອຍເຮັກຕາ;
   ຊົນລະປະທານຂະໜາດກາງ ແມ່ນຊົນລະປະທານຊຶ່ງກວມເນື້ອທີ່ການຜະລິດ ແຕ່ໜຶ່ງຮ້ອຍຫາຫ້າຮ້ອຍເຮັກຕາ;
   ຊົນລະປະທານຂະໜາດໃຫຍ່ ແມ່ນຊົນລະປະທານຊຶ່ງກວມເນື້ອທີ່ການຜະລິດ ສູງກວ່າຫ້າຮ້ອຍເຮັກຕາຂຶ້ນໄປ.  

   ຊົນລະປະທານຂະໜາດນ້ອຍ ແມ່ນຄອບຄົວ, ກຸ່ມ ຫຼື ສະມາຄົມຜູ້ນໍາໃຊ້ນໍ້າເປັນຜູ້ລົງທຶນກໍ່ສ້າງ, ຄຸ້ມຄອງ ແລະ ນໍາໃຊ້. ໃນກໍລະນີທີ່ຈໍາເປັນລັດກໍຈະຊຸກຍູ້, ປະກອບສ່ວນໃນການກໍ່ສ້າງຊົນລະປະທານຂະໜາດນ້ອຍ.
   ຊົນລະປະທານຂະໜາດກາງ ແມ່ນລວມໝູ່ ຫຼື ສະມາຄົມຜູ້ນໍາໃຊ້ນໍ້າເປັນຜູ້ລົງທຶນກໍ່ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ເອງ. ສໍາລັບຊົນລະປະທານຂະໜາດກາງ ທີ່ມີເຕັກນິກສັບສົນ ແລະ ຮຽກຮ້ອງທຶນຮອນສູງນັ້ນແມ່ນ ລັດກັບປະຊາຊົນຮ່ວມທຶນກັນກໍ່ສ້າງ ແລ້ວມອບກໍາມະສິດໃຫ້ປະຊາຊົນຄຸ້ມຄອງ ແລະ ນໍາໃຊ້ເອງ.
    ຊົນລະປະທານຂະໜາດໃຫຍ່ ແມ່ນລັດກັບປະຊາຊົນຮ່ວມທຶນກັນກໍ່ສ້າງ. ໃນກໍລະນີທີ່ການຄຸ້ມຄອງຊົນລະປະທານດັ່ງກ່າວ ຫາກບໍ່ມີເຕັກນິກສັບສົນນັ້ນ ແມ່ນມອບກໍາມະສິດໃຫ້ປະຊາຊົນຄຸ້ມຄອງ. ຖ້າຫາກວ່າການຄຸ້ມຄອງຊົນລະປະທານດັ່ງກ່າວນັ້ນ ຫາກມີເຕັກນິກສັບສົນລັດຈະເຂົ້າຮ່ວມ ໃນການຄຸ້ມຄອງຊົນລະປະທານດັ່ງກ່າວ. ຂ້າງເທິງ

ມາດຕາ 19. ອ່າງເກັບນໍ້າ
   ອ່າງເກັບນໍ້າ ແມ່ນລະບົບເກັກກັກນໍ້າດ້ວຍການຂຸດສະ, ການຕັນນໍ້າຫ້ວຍ, ນໍ້າເຊ ເພື່ອໃຫ້ມີນໍ້າພຽງພໍ ແລະ ແຮໄວ້ ແນໃສ່ຮັບປະກັນການຜະລິດກະສິກໍາ, ການໃຊ້ສອຍໃນຄອບຄົວ, ການຄົງຕົວຂອງສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ. ຂ້າງເທິງ

ມາດຕາ 20. ຝາຍນໍ້າລົ້ນ
   ຝາຍນໍ້າລົ້ນ ແມ່ນການຕັນສາຍນໍ້າເຊັ່ນ: ນໍ້າຫ້ວຍ, ນໍ້າເຊ ເພື່ອຍົກລະດັບນໍ້າໃຫ້ສູງຂຶ້ນ ແລ້ວນໍາເອົານໍ້າເຂົ້າສູ່ເນື້ອທີ່ການຜະລິດກະສິກໍາ. ຂ້າງເທິງ

ມາດຕາ 21. ການສູບນໍ້າ
   ການສູບນໍ້າ ແມ່ນການນໍາເອົານໍ້າຈາກໜ້າດິນ ຫຼື ໃຕ້ດິນ ເພື່ອມາຮັບໃຊ້ການຜະລິດກະສິກໍາ ດ້ວຍອຸປະກອນປະຖົມປະຖານ ຫຼື ອຸປະກອນທັນສະໄໝເຊັ່ນ: ຈັກສູບນໍ້າ, ກົງພັດ. ຂ້າງເທິງ

ມາດຕາ 22. ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມທໍາມະຊາດ
   ຜູ້ຄອບຄອງທີ່ດິນຕອນລຸ່ມ ຕ້ອງຍອມຮັບການໄຫຼເປັນປົກກະຕິຂອງນໍ້າຕາມທໍາມະຊາດ ຈາກທີ່ດິນຕອນເທິງລົງສູ່ ຫຼື ຜ່ານທີ່ດິນຂອງຕົນ.
   ໃນກໍລະນີທີ່ຜູ້ຄອບຄອງທີ່ດິນຕອນລຸ່ມ ຫາກໄດ້ກັກຕັນນໍ້າຊຶ່ງໄດ້ກໍ່ຄວາມເສັຍຫາຍ ໃຫ້ແກ່ຜູ້ຄອບຄອງທີ່ດິນຕອນເທິງແລ້ວ ຜູ້ຄອບຄອງທີ່ດິນຕອນລຸ່ມດັ່ງກ່າວນັ້ນ ກໍຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍທີ່ເກີດຂຶ້ນ.
   ຜູ້ຄອບຄອງທີ່ດິນຕອນເທິງບໍ່ມີສິດກີດກັ້ນການໄຫຼ ເປັນປົກກະຕິຂອງນໍ້າຕາມທໍາມະຊາດ ລົງສູ່ທີ່ດິນຕອນລຸ່ມຊຶ່ງຈະສ້າງຄວາມເສັຍຫາຍ ໃຫ້ແກ່ຜູ້ຊົມໃຊ້ນໍ້າຢູ່ໃນທີ່ດິນຕອນລຸ່ມນັ້ນ.
   ໃນກໍລະນີທີ່ມີການກີດກັ້ນ ຊຶ່ງໄດ້ກໍ່ຄວາມເສັຍຫາຍແກ່ຜູ້ຊົມໃຊ້ນໍ້າ ຢູ່ທີ່ດິນຕອນລຸ່ມແລ້ວ ຜູ້ຄອບຄອງທີ່ດິນຕອນເທິງຈະຕ້ອງຮັບຜິດຊອບ ໃຊ້ແທນຄ່າເສັຍຫາຍຕາມກົດໝາຍ. ຂ້າງເທິງ

ມາດຕາ 23. ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມກົດໝາຍ
   ບຸກຄົນ ຫຼື ການຈັດຕັ້ງທີ່ມີທີ່ດິນກະສິກໍາຢູ່ທາງກາງ ຫຼື ຢູ່ສົ້ນທີ່ດິນຂອງຜູ້ອື່ນ ຫາກບໍ່ມີເສັ້ນທາງອອກ, ບໍ່ມີຄອງນໍ້າຊົນລະປະທານ ຫຼື ໄຟຟ້າຜ່ານເຂົ້າໄປຮັບໃຊ້ການຜະລິດຂອງຕົນນັ້ນ ມີສິດຮ້ອງຂໍສ້າງເສັ້ນທາງ, ຄອງຊົນລະປະທານ ຫຼື ສາຍເນັ່ງໄຟຟ້າຜ່ານທີ່ດິນຂອງຜູ້ອື່ນ ທີ່ຢູ່ອ້ອມຂ້າງຕາມຄວາມເໝາະສົມ ແລະ ຜູ້ຖືກຮ້ອງຂໍນັ້ນຕ້ອງອະນຸຍາດໃຫ້ຜ່ານ ຕາມການຮ້ອງຂໍທີ່ໄດ້ກໍານົດໄວ້ໃນມາດຕາ 35 ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າ, ມາດຕາ 61 ຂອງກົດໝາຍວ່າດ້ວຍທີ່ດິນ ແລະ ມາດຕາ 28 ຂອງກົດໝາຍວ່າດ້ວຍໄຟຟ້າ.
   ຖ້າຫາກການສ້າງເສັ້ນທາງ, ຄອງຊົນລະປະທານ ຫຼື ເນັ່ງສາຍໄຟຟ້າຜ່ານທີ່ດິນຂອງບຸກຄົນອື່ນ ຫາກໄດ້ກໍ່ຄວາມເສັຍຫາຍ ໃຫ້ແກ່ບຸກຄົນທີ່ອະນຸຍາດໃຫ້ຜ່ານນັ້ນ ຜູ້ທີ່ໄດ້ຮັບສິດໃນການຜ່ານເຂົ້າໄປຫາ ເນື້ອທີ່ດິນກະສິກໍາຂອງຕົນ ຕ້ອງໃຊ້ແທນຄ່າເສັຍຫາຍຕາມກົດໝາຍ.
   ໃນກໍລະນີທີ່ຜູ້ໃຫ້ທາງຜ່ານ ຫາກໄດ້ຮັບຜົນປະໂຫຍດນໍາແລ້ວ ກໍບໍ່ໃຫ້ຮຽກຮ້ອງຄ່າເສັຍຫາຍ ເວັ້ນເສັຍແຕ່ການໃຫ້ຜ່ານທາງນັ້ນ ຫາກໄດ້ກໍ່ຄວາມເສັຍຫາຍໃຫ້ແກ່ຜູ້ກ່ຽວ ຫຼາຍກວ່າຜົນປະໂຫຍດທີ່ໄດ້ຮັບ. ຂ້າງເທິງ

ໝວດທີ 3
ແນວພັນພືດ ແລະ ແນວພັນສັດ

ມາດຕາ 24. ແນວພັນພືດ
   ແນວພັນພືດ ແມ່ນແນວພັນຂອງພືດລົ້ມລຸກ ຫຼື ພືດຢືນຕົ້ນ ຊຶ່ງອາດຈະແມ່ນແນວພັນບໍລິສຸດ, ແນວພັນປະສົມ ຫຼື ແນວພັນພື້ນເມືອງທີ່ໄດ້ຜ່ານການປັບປຸງ, ພັດທະນາ, ຂະຫຍາຍ ຫຼື ສ້າງເປັນແນວພັນໃໝ່ທີ່ມີປະສິດທິພາບສູງ ຕາມຂະບວນການທາງດ້ານວິທະຍາສາດເຕັກນິກ ໂດຍໄດ້ຜ່ານການຮັບຮອງ ແລະ ອະນຸຍາດໃຫ້ນໍາໃຊ້ເຂົ້າໃນການຜະລິດ ຈາກກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 25. ແນວພັນສັດ
   ແນວພັນສັດ ແມ່ນແນວພັນຂອງສັດປະເພດຕ່າງໆ ຊຶ່ງປະກອບດ້ວຍແນວພັນບໍລິສຸດ, ແນວພັນປະສົມ ແລະ ແນວພັນພື້ນເມືອງ ລວມທັງສັດບົກ ແລະ ສັດນໍ້າທີ່ມີການຈະເລີນເຕີບໃຫຍ່ໄວ, ສາມາດຕອບສະໜອງຜົນຜະລິດໄດ້ຫຼາຍ, ມີຄຸນນະພາບດີ ແລະ ແມ່ນສາຍພັນທີ່ໄດ້ຜ່ານການຄັດເລືອກ, ປັບປຸງ, ຂະຫຍາຍ ຫຼື ສ້າງເປັນແນວພັນໃໝ່ ຕາມຂະບວນການທາງດ້ານວິທະຍາສາດເຕັກນິກ ທີ່ໄດ້ຜ່ານການຮັບຮອງ ແລະ ອະນຸຍາດໃຫ້ນໍາໃຊ້ເຂົ້າໃນການຜະລິດ ຈາກກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 26. ການນໍາໃຊ້ແນວພັນ
   ລັດຊຸກຍູ້ໃຫ້ປະຊາຊົນຜະລິດ ແລະ ນໍາໃຊ້ແນວພັນພືດ ແລະ ແນວພັນສັດທີ່ມີຄຸນນະພາບດີ ແລະ ເໝາະສົມກັບຈຸດພິເສດແຕ່ລະທ້ອງຖິ່ນຂອງປະເທດ ເພື່ອໃຫ້ການຜະລິດມີປະສິດທິຜົນສູງ.
   ການນໍາແນວພັນພືດ ຫຼື ແນວພັນສັດເຂົ້າມາພາຍໃນປະເທດ ຫຼື ສົ່ງອອກຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ໝວດທີ 4
ຝຸ່ນ ແລະ ອາຫານສັດ

ມາດຕາ 27. ຝຸ່ນ
   ຝຸ່ນ ແມ່ນວັດສະດຸຊຶ່ງມີສ່ວນປະສົມຂອງທາດອິນຊີ ແລະ ທາດເຄມີຕ່າງໆ ທີ່ເປັນທາດອາຫານຈໍາເປັນສໍາລັບພືດ ເພື່ອຊ່ວຍໃຫ້ພືດໃຫຍ່ໄວ ແລະ ມີຄຸນນະພາບດີ ລວມທັງປັບປຸງດິນປູກຝັງໃຫ້ອຸດົມສົມບູນ. ຂ້າງເທິງ

ມາດຕາ 28. ປະເພດຝຸ່ນ
   ຝຸ່ນທີ່ນໍາໃຊ້ເຂົ້າໃນການຜະລິດກະສິກໍາ ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສອງປະເພດຄື: ຝຸ່ນວິທະຍາສາດ ແລະ ຝຸ່ນອົງຄະທາດ.
   ຝຸ່ນວິທະຍາສາດ ແມ່ນຝຸ່ນທີ່ປະກອບດ້ວຍສານເຄມີປະເພດດຽວ ຫຼື ປະເພດປະສົມຊຶ່ງເປັນອາຫານໂດຍກົງຂອງພືດເຊັ່ນ: ຝຸ່ນອາສິດ, ຝຸ່ນຟົດສະຟໍ, ຝຸ່ນໂປຕັດຊຽມ ແລະອື່ນໆ.
   ຝຸ່ນອົງຄະທາດ ແມ່ນຝຸ່ນທີ່ປະກອບດ້ວຍການສະສົມທາດຕ່າງໆ ຈາກການສະຫຼາຍຕົວຂອງເສດເຫຼືອຊາກພືດ, ຊາກສັດ ແລະ ໂລຫະທາດຫຼາຍຊະນິດ ຊຶ່ງເປັນອາຫານທາງອ້ອມຂອງພືດ ລວມທັງຊ່ວຍປັບປຸງຄຸນນະພາບຂອງດິນເຊັ່ນ: ຝຸ່ນບົ່ມ, ຝຸ່ນມູນສັດ ແລະອື່ນໆ. ຂ້າງເທິງ

ມາດຕາ 29. ການນໍາໃຊ້ຝຸ່ນ
   ການນໍາໃຊ້ຝຸ່ນທຸກຊະນິດ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບ ການນໍາໃຊ້ຝຸ່ນຢ່າງເຄັ່ງຄັດເຊັ່ນ: ນໍາໃຊ້ໃຫ້ຖືກຕາມຈຸດປະສົງ, ປະເພດ ແລະ ປະລິມານ ເພື່ອເຮັດໃຫ້ການນໍາໃຊ້ຝຸ່ນມີປະສິດທິພາບ, ຮັບປະກັນບໍ່ໃຫ້ເປັນອັນຕະລາຍຕໍ່ຊີວິດ, ສຸຂະພາບຂອງຄົນ ແລະ ສັດ.
   ກະຊວງກະສິກໍາ ແລະ ປ່າໄມ້ເປັນຜູ້ວາງລະບຽບກ່ຽວກັບການນໍາໃຊ້ຝຸ່ນ ແລະ ກໍານົດປະເພດຂອງຝຸ່ນທີ່ເປັນອັນຕະລາຍຮ້າຍແຮງ ທີ່ຫ້າມນໍາໃຊ້. ພ້ອມກັນນີ້ ກໍຕ້ອງຊ່ວຍເຫຼືອຝຶກອົບຮົມ, ຊຸກຍູ້ໃຫ້ຊາວກະສິກອນ ໄດ້ນໍາໃຊ້ຝຸ່ນອົງຄະທາດເປັນຕົ້ນຕໍ ແລະ ນໍາໃຊ້ຝຸ່ນໃຫ້ຖືກຕ້ອງຕາມວິທີການ, ມາດຕະຖານເຕັກນິກ ແລະ ທັນກັບລະດູການຜະລິດ. ຂ້າງເທິງ

ມາດຕາ 30. ອາຫານສັດ
   ອາຫານສັດ ແມ່ນວັດສະດຸທີ່ນໍາມາລ້ຽງສັດ ຊຶ່ງໄດ້ມາຈາກທໍາມະຊາດ, ການຜະລິດ ຫຼື ການປຸງແຕ່ງຈາກຜະລິດຕະຜົນກະສິກໍາ ແລະ ທາດອື່ນໆ ທີ່ມີຄຸນນະພາບທາງດ້ານໂພຊະນາການ.
   ອາຫານສັດປະກອບດ້ວຍສາມປະເພດຄື:

  • ອາຫານສົດເຊັ່ນ: ຫຍ້າຂຽວ, ເມັດພືດ;
  • ອາຫານປຸງແຕ່ງເບື້ອງຕົ້ນເຊັ່ນ: ຮໍາ, ເຟືອງ, ຫຍ້າບົ່ມ, ຫຍ້າແຫ້ງ;
  • ອາຫານສໍາເລັດຮູບເຊັ່ນ: ອາຫານປຸງແຕ່ງຂຶ້ນຕາມສູດໂພຊະນາການ ສໍາລັບແຕ່ລະປະເພດສັດ. ຂ້າງເທິງ

ມາດຕາ 31. ການຄຸ້ມຄອງຝຸ່ນ ແລະ ອາຫານສັດ
   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດລະບຽບການ ກ່ຽວກັບການຄຸ້ມຄອງຝຸ່ນວິທະຍາສາດ, ຝຸ່ນອົງຄະທາດ ແລະ ອາຫານສັດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ, ການຄ້າ, ການເງິນ, ທະນາຄານ, ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເພື່ອກໍານົດປະເພດ, ຄຸນນະພາບຂອງຝຸ່ນ, ຄຸ້ມຄອງການນໍາເຂົ້າ, ການຂົນສົ່ງ, ການຈໍາໜ່າຍ, ການເກັບຮັກສາ, ການຫຸ້ມຫໍ່ ແລະ ກິດຈະການອື່ນໆ ທີ່ກ່ຽວພັນກັບຝຸ່ນ ເພື່ອຮັບປະກັນໃຫ້ຝຸ່ນທຸກຊະນິດ ມີສ່ວນປະສົມຖືກຕ້ອງຕາມສູດ, ມີຄຸນນະພາບດີ ພ້ອມທັງຊຸກຍູ້ໃຫ້ມີການຜະລິດຝຸ່ນ ແລະ ອາຫານສັດຢູ່ພາຍໃນປະເທດ. ຂ້າງເທິງ

ໝວດທີ 5
ຢາປາບສັດຕູພືດ ແລະ ຢາປົວສັດ

ມາດຕາ 32. ຢາປາບສັດຕູພືດ
   ຢາປາບສັດຕູພືດ ແມ່ນສານທີ່ມີປະຕິກິລິຍາທາງເຄມີ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ, ກໍາຈັດສັດຕູພືດທີ່ກໍ່ໃຫ້ເກີດ ຄວາມເສັຍຫາຍແກ່ການປູກຝັງ ລວມທັງສານເຄມີທີ່ນໍາໃຊ້ໃນການເກັບມ້ຽນ, ຮັກສາ ແລະ ການຂົນສົ່ງ.
   ຢາປາບສັດຕູພືດໄດ້ມາຈາກການປະສົມທາດເຄມີຕ່າງໆ ຊຶ່ງປຸງແຕ່ງຈາກໂຮງງານ ຫຼື ສະກັດຈາກພືດໂດຍກົງ ຊຶ່ງເອີ້ນວ່າຢາປາບສັດຕູພືດພື້ນເມືອງ. ຂ້າງເທິງ

ມາດຕາ 33. ຢາປົວສັດ
   ຢາປົວສັດ ແມ່ນສານທີ່ມີປະຕິກິລິຍາທາງເຄມີ, ປະກອບດ້ວຍສ່ວນປະສົມຂອງທາດເຄມີ ຫຼື ສະກັດໂດຍກົງຈາກພືດ ຫຼື ສັດ ຊຶ່ງມີຄຸນລັກສະນະເປັນຢາ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະ ປົວພະຍາດຂອງສັດລ້ຽງທຸກຊະນິດ. ຂ້າງເທິງ

ມາດຕາ 34. ການນໍາໃຊ້ຢາປາບສັດຕູພືດ ແລະ ຢາປົວສັດ
   ຜູ້ທີ່ນໍາໃຊ້ຢາປາບສັດຕູພືດ ຫຼື ຢາປົວສັດ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ລະບຽບການນໍາໃຊ້ຢ່າງເຄັ່ງຄັດ ລວມທັງການເກັບມ້ຽນຮັກສາຢາດັ່ງກ່າວ ເພື່ອເຮັດໃຫ້ການນໍາໃຊ້ຢາປາບສັດຕູພືດ ຫຼື ຢາປົວສັດມີປະສິດທິພາບ ທັງຮັບປະກັນບໍ່ໃຫ້ເປັນອັນຕະລາຍຕໍ່ຊີວິດ, ສຸຂະພາບຂອງຄົນ ແລະ ສັດ. ຂ້າງເທິງ

ມາດຕາ 35. ການຄຸ້ມຄອງຢາປາບສັດຕູພືດ ແລະ ຢາປົວສັດ
   ກະຊວງກະສິກໍາ ແລະ ປ່າໄມ້ເປັນຜູ້ກໍານົດລະບຽບການ ກ່ຽວກັບການຄຸ້ມຄອງຢາປາບສັດຕູພືດ ແລະ ຢາປົວສັດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ:ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງການຄ້າ, ກະຊວງການເງິນ ເພື່ອກໍານົດປະເພດ, ຄຸນນະພາບຂອງຢາທີ່ເປັນອັນຕະລາຍ ແລະ ປະເພດຫ້າມນໍາໃຊ້, ຄຸ້ມຄອງການນໍາເຂົ້າ, ການຂົນສົ່ງ, ການຈໍາໜ່າຍ, ການເກັບຮັກສາ ແລະ ກິດຈະການອື່ນໆ ທີ່ກ່ຽວຂ້ອງກັບຢາປາບສັດຕູພືດ ຫຼື ຢາປົວສັດ ເພື່ອຮັບປະກັນໃຫ້ປະເພດຢາຕ່າງໆດັ່ງກ່າວ ມີສ່ວນປະສົມຖືກຕ້ອງຕາມສູດ, ຕາມມາດຕະຖານເຕັກນິກ ແລະ ມີຄຸນນະພາບດີ.
   ຢາປາບສັດຕູພືດ ແລະ ຢາປົວສັດທຸກປະເພດ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ ແລະ ຈໍາໜ່າຍນັ້ນ ຕ້ອງຕິດສະຫຼາກຢ່າງຈະແຈ້ງ, ເຫັນໄດ້ງ່າຍ ແລະ ສາມາດເຂົ້າໃຈໄດ້ ຊຶ່ງຈະຕ້ອງບົ່ງບອກຄຸນລັກສະນະ, ຊະນິດສານເຄມີ, ວິທີ ແລະ ກໍານົດເວລາການນໍາໃຊ້ຢ່າງລະອຽດ, ຄວາມເປັນອັນຕະລາຍ ພ້ອມທັງແນະນໍາວິທີແກ້ພິດໃນເບື້ອງຕົ້ນ. ຂ້າງເທິງ

ໝວດທີ 6
ເຄື່ອງມື ແລະ ພາຫະນະກົນຈັກການກະເສດ

ມາດຕາ 36. ເຄື່ອງມື ແລະ ພາຫະນະກົນຈັກການກະເສດ
   ເຄື່ອງມື ແລະ ພາຫະນະກົນຈັກການກະເສດ ແມ່ນເຄື່ອງມື ແລະ ພາຫະນະກົນຈັກທີ່ນໍາໃຊ້ເຂົ້າໃນການປູກຝັງ ແລະ ລ້ຽງສັດຊຶ່ງລວມມີ:

  • ເຄື່ອງມື ແລະ ພາຫະນະກົນຈັກ ທີ່ຮັບໃຊ້ການບຸກເບີກເນື້ອທີ່ດິນປູກຝັງ ຫຼື ລ້ຽງສັດ, ການດັດແປງໜ້າດິນ, ການໄຖ, ຄາດ, ປັກດໍາ, ເສັຍຫຍ້າ,ໃສ່ຝຸ່ນ, ປ້ອງກັນ ຫຼື ປາບສັດຕູພືດ, ເກັບກ່ຽວ, ຟາດ, ເກັບຮັກສາ, ສີ, ບົດ ແລະ ຂົນສົ່ງ ຊຶ່ງປະກອບດ້ວຍເຄື່ອງມືງ່າຍດາຍ, ປະຖົມປະຖານເຊັ່ນ:  ຈົກ, ສຽມ, ຊວ້ານ, ກວຽນ ແລະ ພາຫະນະກົນຈັກທັນສະໄໝເຊັ່ນ: ລົດດຸດ, ລົດໄຖ, ຈັກຟາດເຂົ້າ;
  • ເຄື່ອງມື ແລະ ພາຫະນະກົນຈັກປ້ອງກັນ, ຮັກສາ, ລ້ຽງ ແລະ ປິ່ນປົວສັດ;
  • ເຄື່ອງມືຕົບແຕ່ງ, ຄັດເລືອກຜົນຜະລິດກະສິກໍາ, ແຊ່ເຢັນ ແລະອື່ນໆ. ຂ້າງເທິງ

ມາດຕາ 37. ການຜະລິດເຄື່ອງມື ແລະ ພາຫະນະກົນຈັກການກະເສດ
   ກະຊວງອຸດສາຫະກໍາ ແລະ ຫັດຖະກໍາ ເປັນຜູ້ກໍານົດລະບຽບການ ແລະ ມາດຕະຖານເຕັກນິກ ໃນການນໍາເຂົ້າ ຫຼື ຜະລິດບັນດາເຄື່ອງມື ແລະ ພາຫະນະກົນຈັກການກະເສດ ໂດຍປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ຂ້າງເທິງ

ໝວດທີ 7
ສາງເກັບມ້ຽນ

ມາດຕາ 38. ສາງເກັບມ້ຽນ
   ສາງເກັບມ້ຽນ ແມ່ນອາຄານ, ສະຖານທີ່ສໍາລັບເກັບມ້ຽນຜົນຜະລິດກະສິກໍາ, ຝຸ່ນ ແລະ ອາຫານສັດ, ຢາປາບສັດຕູພືດ ແລະ ຢາປົວສັດ, ຮັກສາຄຸນນະພາບໃຫ້ຍາວນານຊຶ່ງລວມມີ: ເລົ້າເຂົ້າ, ສາງເກັບມ້ຽນເມັດພືດ, ແນວພັນ, ຝຸ່ນ, ອາຫານສັດ, ສາງເຢັນສໍາລັບເກັບມ້ຽນຜັກ, ໝາກໄມ້, ຊີ້ນສົດ, ນົມສົດ ແລະ ສາງສະເພາະເພື່ອເກັບມ້ຽນຢາປາບສັດຕູພືດ ແລະ ຢາປົວສັດ. ຂ້າງເທິງ

ມາດຕາ 39. ການສ້າງສາງເກັບມ້ຽນ
   ການສ້າງສາງເກັບມ້ຽນ ຕ້ອງຮັບປະກັນໃຫ້ຖືກຕ້ອງຕາມລະບຽບການ ແລະ ມາດຕະຖານເຕັກນິກ ທີ່ກະຊວງກະສິກໍາ ແລະ ປ່າໄມ້ວາງອອກ, ພ້ອມກັນນັ້ນ ກໍຕ້ອງໃຫ້ຖືກຕ້ອງຕາມລະບຽບຂອງຜັງເມືອງ. ຂ້າງເທິງ

ໝວດທີ 8
ການປຸງແຕ່ງຜົນຜະລິດກະສິກໍາ

ມາດຕາ 40. ການປຸງແຕ່ງຜົນຜະລິດກະສິກໍາ
   ການປຸງແຕ່ງຜົນຜະລິດກະສິກໍາ ແມ່ນການນໍາເອົາໝາກຜົນທີ່ໄດ້ມາຈາກ ການປູກຝັງ, ລ້ຽງສັດ ແລະ ການປະມົງ ມາປຸງແຕ່ງໃຫ້ເປັນຜະລິດຕະພັນເຄິ່ງສໍາເລັດຮູບ ແລະ ສໍາເລັດຮູບເຊັ່ນ: ການດອງ, ການຕາກແຫ້ງ, ການເຮັດອາຫານສໍາເລັດຮູບ, ການເຮັດເຄື່ອງກະປ໋ອງ, ການສະກັດນໍ້າມັນພືດ, ການຜະລິດເປັນເຄື່ອງໃຊ້ສອຍ ແລະອື່ນໆ. ຂ້າງເທິງ

ມາດຕາ 41. ການສ້າງໂຮງຫັດຖະກໍາ ແລະ ໂຮງງານປຸງແຕ່ງຜົນຜະລິດກະສິກໍາ
   ການສ້າງໂຮງຫັດຖະກໍາ ແລະ ໂຮງງານປຸງແຕ່ງຜົນຜະລິດກະສິກໍາ ຕ້ອງຮັບປະກັນໃຫ້ຖືກຕາມລະບຽບການ ແລະ ມາດຕະຖານເຕັກນິກທີ່ ກະຊວງອຸດສາຫະກໍາ ແລະ ຫັດຖະກໍາ ແລະ ກະຊວງສາທາລະນະສຸກວາງອອກ, ພ້ອມກັນນັ້ນ ກໍໃຫ້ຖືກຕ້ອງຕາມລະບຽບຂອງຜັງເມືອງ. ຂ້າງເທິງ

ໝວດທີ 9
ຕະຫຼາດກະສິກໍາ

ມາດຕາ 42. ຕະຫຼາດກະສິກໍາ
   ຕະຫຼາດກະສິກໍາ ແມ່ນບ່ອນຊື້-ຂາຍຜົນຜະລິດກະສິກໍາ ລະຫວ່າງຜູ້ຜະລິດ ແລະ ຜູ້ຊົມໃຊ້ ລວມທັງການນໍາເອົາຜົນຜະລິດກະສິກໍາອອກສູ່ ຂອດຈໍລະຈອນທົ່ວໄປ. ຕະຫຼາດກະສິກໍາມີຄວາມສໍາຄັນ ຕໍ່ການຊຸກຍູ້ຂະບວນການຜະລິດກະສິກໍາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ຕອບສະໜອງສະບຽງອາຫານ ຢ່າງພຽງພໍ ແລະ ເປັນສິນຄ້າສົ່ງອອກ. ຂ້າງເທິງ

ມາດຕາ 43. ການສ້າງຕະຫຼາດກະສິກໍາ
   ຕະຫຼາດກະສິກໍາ ຕ້ອງສ້າງຂຶ້ນຢ່າງກວ້າງຂວາງດ້ວຍຫຼາຍຮູບການ, ຫຼາຍລະດັບທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເປັນບ່ອນຈໍາໜ່າຍຜົນຜະລິດກະສິກໍາ, ສ້າງຕັ້ງສະຫະກອນ ແລະ ບໍລິສັດຜູກພັນຊື້-ຂາຍ ກັບຊາວກະສິກອນໂດຍກົງ, ສ້າງຕັ້ງບໍລິສັດສົ່ງອອກຜະລິດຕະຜົນກະສິກໍາ. ຂ້າງເທິງ

ໝວດທີ 10
ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານກະສິກໍາ

ມາດຕາ 44. ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານເຕັກນິກ
   ລັດເປີດກວ້າງການຮ່ວມມືກັບສາກົນທາງດ້ານກະສິກໍາ ເພື່ອແລກປ່ຽນບົດຮຽນ, ວິຊາການ, ການຄຸ້ມຄອງ,ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອພັດທະນາກິດຈະການກະສິກໍາຂອງປະເທດເຮົາ ໃຫ້ມີການຂະຫຍາຍຕົວ ແລະ ມີປະສິດທິພາບສູງ. ຂ້າງເທິງ

ມາດຕາ 45. ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານເສດຖະກິດ
   ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍາດແຍ່ງທຶນຮອນຈາກຕ່າງປະເທດ ເພື່ອມາເສີມຂະຫຍາຍການປູກຝັງ, ລ້ຽງສັດ ລວມທັງການດຶງດູດການລົງທຶນຂອງຕ່າງປະເທດ ເຂົ້າໃນກິດຈະການກະສິກໍາ. ຂ້າງເທິງ

ພາກທີ III
ການລົງທຶນໃສ່ກິດຈະການກະສິກໍາ

ມາດຕາ 46. ການລົງທຶນໃສ່ກິດຈະການກະສິກໍາ
   ການລົງທຶນໃສ່ກິດຈະການກະສິກໍາ ແມ່ນການລົງທຶນໃສ່ການປູກຝັງ, ລ້ຽງສັດ ແລະ ການປະມົງ ເພື່ອທໍາການຜະລິດ ຫຼື ດໍາເນີນທຸລະກິດກ່ຽວກັບກະສິກໍາ. ຂ້າງເທິງ

ມາດຕາ 47. ຮູບການລົງທຶນ
   ຮູບການລົງທຶນໃສ່ການຜະລິດກະສິກໍາປະກອບມີ:

  • ການລົງທຶນຂອງຫົວໜ່ວຍຄອບຄົວ;
  • ການລົງທຶນແບບຮ່ວມມືຂອງປະຊາຊົນ;
  • ການລົງທຶນຂອງເອກະຊົນ;
  • ການລົງທຶນຂອງລັດແຕ່ຝ່າຍດຽວ ໃນກໍລະນີທີ່ບໍ່ມີພາກສ່ວນເສດຖະກິດອື່ນມາລົງທຶນ ແຕ່ການລົງທຶນດັ່ງກ່າວ ພັດມີຄວາມສໍາຄັນ ແລະ ຈໍາເປັນສໍາລັບຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ;
  • ການລົງທຶນຂອງລັດ ກັບເອກະຊົນພາຍໃນປະເທດ ຫຼື ຕ່າງປະເທດ;
  • ການລົງທຶນຂອງເອກະຊົນພາຍໃນປະເທດ ກັບຕ່າງປະເທດ;
  • ການລົງທຶນຂອງຕ່າງປະເທດແຕ່ຝ່າຍດຽວ.

   ການລົງທຶນໃສ່ການຜະລິດກະສິກໍາແບ່ງອອກເປັນສາມຂະໜາດ:

  • ການຜະລິດ ແລະ ທຸລະກິດກະສິກໍາຂະໜາດນ້ອຍ;
  • ການຜະລິດ ແລະ ທຸລະກິດກະສິກໍາຂະໜາດກາງ;
  • ທຸລະກິດກະສິກໍາຂະໜາດໃຫຍ່.   

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດຂະໜາດການຜະລິດ ແລະ ທຸລະກິດກະສິກໍາ ໂດຍປະສານສົມທົບກັບຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ. ຂ້າງເທິງ

ພາກທີ IV
ການສົ່ງເສີມການຜະລິດກະສິກໍາ

ມາດຕາ 48. ຈຸດປະສົງ
   ການສົ່ງເສີມການຜະລິດກະສິກໍາ ມີຈຸດປະສົງແນໃສ່ໃຫ້ຜະລິດຕະຜົນກະສິກໍາ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ມີສ່ວນແຮໄວ້ ແລະ ເພື່ອຂາຍເປັນສິນຄ້າ. ຂ້າງເທິງ

ມາດຕາ 49. ເນື້ອໃນຂອງການສົ່ງເສີມການຜະລິດກະສິກໍາ
   ເພື່ອຮັບປະກັນໃຫ້ການຜະລິດກະສິກໍາ ມີປະສິດທິຜົນສູງນັ້ນ ການສົ່ງເສີມການຜະລິດກະສິກໍາ ຕ້ອງດໍາເນີນຢ່າງຄົບຊຸດ ຊຶ່ງປະກອບດ້ວຍ:

  • ທຶນ ແລະ ກອງທຶນສົ່ງເສີມ;
  • ແນວພັນພືດ ແລະ ແນວພັນສັດ;
  • ຝຸ່ນ ແລະ ອາຫານສັດ;
  • ຢາປາບສັດຕູພືດ ແລະ ຢາປົວສັດ;
  • ເຄື່ອງມື ແລະ ພາຫະນະກົນຈັກການກະເສດ;
  • ຊົນລະປະທານ;
  • ວິຊາການ;
  • ຂໍ້ມູນຂ່າວສານທາງດ້ານກະສິກໍາ;
  • ສູນຄົ້ນຄວ້າ ແລະ ສະຖານີທົດລອງ;
  • ການຝຶກອົບຮົມຊາວກະສິກອນ;
  • ສາງ, ໂຮງອົບ ແລະ ຫ້ອງເຢັນ;
  • ການປຸງແຕ່ງຜະລິດຕະຜົນກະສິກໍາ;
  • ການຕະຫຼາດ;
  • ລາຄາ;
  • ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ. ຂ້າງເທິງ

ມາດຕາ 50. ທຶນ ແລະ ກອງທຶນສົ່ງເສີມ
   ທຶນ ແລະ ກອງທຶນສົ່ງເສີມ ແມ່ນພາຫະນະທາງດ້ານການເງິນ ທີ່ນໍາໃຊ້ເຂົ້າໃນການຜະລິດກະສິກໍາ. ລັດຈະສົ່ງເສີມໃຫ້ປະຊາຊົນກູ້ຢືມທຶນ ມາທໍາການຜະລິດກະສິກໍາເປັນແຕ່ລະໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວດ້ວຍດອກເບ້ຍທີ່ມີ ລັກສະນະສົ່ງເສີມພ້ອມທັງດຶງດູດການຊ່ວຍເຫຼືອຂອງຕ່າງປະເທດ ເພື່ອມາຊຸກຍູ້ການຜະລິດກະສິກໍາ.
   ໃນກໍລະນີທີ່ເກີດໄພທໍາມະຊາດເຊັ່ນ: ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ພະຍຸສັດ, ພະຍາດບົ້ງແມງ ຫຼືອື່ນໆ ທີ່ສ້າງຄວາມເສັຍຫາຍຢ່າງຮ້າຍແຮງ ໃຫ້ແກ່ການຜະລິດກະສິກໍານັ້ນ ລັດຈະມີນະໂຍບາຍຜ່ອນຜັນການທົດແທນຕົ້ນທຶນ ແລະ ດອກເບ້ຍທີ່ໄດ້ກູ້ຢືມຈາກລັດ ໃຫ້ແກ່ຊາວກະສິກອນຢ່າງສົມເຫດສົມຜົນ.
   ລັດສ້າງຕັ້ງກອງທຶນສົ່ງເສີມກະສິກໍາ ເພື່ອຊຸກຍູ້ການຜະລິດກະສິກໍາໃຫ້ມີປະສິດທິພາບ.
   ກອງທຶນສົ່ງເສີມໄດ້ມາຈາກ:

  • ທຶນປະກອບຂອງລັດ;
  • ທຶນປະກອບຂອງປະຊາຊົນ;
  • ທຶນຊ່ວຍເຫຼືອຈາກສາກົນ. ຂ້າງເທິງ

ມາດຕາ 51. ແນວພັນພືດ ແລະ ແນວພັນສັດ
   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບຄົ້ນຄວ້າວິທະຍາສາດ ຊອກຫາແນວພັນພືດ, ແນວພັນສັດຢູ່ພາຍໃນ ແລະ ຈາກຕ່າງປະເທດທີ່ດີ ແລະ ເໝາະສົມກັບສະພາບດິນຟ້າອາກາດຂອງ ແຕ່ລະທ້ອງຖິ່ນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອໃຫ້ການຜະລິດກະສິກໍາ ມີປະສິດທິພາບສູງ ໂດຍປະສານສົມທົບກັບອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ແລະ ອໍານາດການປົກຄອງທ້ອງຖິ່ນ. ຂ້າງເທິງ

ມາດຕາ 52. ຝຸ່ນ ແລະ ອາຫານສັດ
   ລັດສົ່ງເສີມການສະໜອງຝຸ່ນແກ່ຊາວກະສິກອນຢ່າງກວ້າງຂວາງ ແລະ ທັນກັບລະດູການ ເພື່ອຮັບປະກັນໃຫ້ການຜະລິດກະສິກໍາ ມີປະສິດທິຜົນສູງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍຊຸກຍູ້ໃຫ້ມີການຜະລິດຝຸ່ນອົງຄະທາດ ແລະ ຝຸ່ນວິທະຍາສາດຢູ່ພາຍໃນປະເທດ ແລະ ໃນກໍລະນີທີ່ຈໍາເປັນກໍສາມາດນໍາເຂົ້າຈາກຕ່າງປະເທດໄດ້ ຕາມລະບຽບກົດໝາຍ.
   ລັດສົ່ງເສີມໃຫ້ມີການຕອບສະໜອງດ້ານອາຫານສັດ ໃຫ້ແກ່ສັດລ້ຽງຂອງຄອບຄົວ ແລະ ສັດລ້ຽງເປັນທຸລະກິດ ດ້ວຍການຊຸກຍູ້ໃຫ້ຊອກຫາແນວພັນພືດທີ່ດີ ແກ່ການລ້ຽງສັດຈາກພາຍໃນ ແລະ ຕ່າງປະເທດ, ຜະລິດວັດຖຸດິບປ້ອນໂຮງງານອາຫານສັດ ລວມທັງການກໍ່ສ້າງໂຮງງານປຸງແຕ່ງອາຫານສັດ.
   ໃນກໍລະນີທີ່ການຜະລິດອາຫານສັດຢູ່ພາຍໃນປະເທດ ຫາກບໍ່ພຽງພໍ ກໍອະນຸຍາດໃຫ້ນໍາເຂົ້າຈາກຕ່າງປະເທດໄດ້ ຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 53. ຢາປາບສັດຕູພືດ ແລະ ຢາປົວສັດ
   ເພື່ອຕອບສະໜອງຢາປາບສັດຕູພືດ ແລະ ຢາປົວສັດໃຫ້ພຽງພໍ ແລະ ທັນເວລານັ້ນ ລັດສົ່ງເສີມການຜະລິດຢາປາບສັດຕູພືດ ແລະ ຢາປົວສັດຢູ່ພາຍໃນປະເທດ ແລະ ອະນຸຍາດໃຫ້ນໍາຢາດັ່ງກ່າວເຂົ້າມາຈາກຕ່າງປະເທດ ຕາມລະບຽບກົດໝາຍໃນກໍລະນີທີ່ຈໍາເປັນ. ຂ້າງເທິງ

ມາດຕາ 54. ເຄື່ອງມື ແລະ ພາຫະນະກົນຈັກການກະເສດ
   ເຄື່ອງມື ແລະ ພາຫະນະກົນຈັກການກະເສດ ແມ່ນພາຫະນະທີ່ຈໍາເປັນ ແລະ ມີຄວາມສໍາຄັນໃນການຍົກປະສິດທິພາບ ຂອງການຜະລິດກະສິກໍາ, ລັດສົ່ງເສີມໃຫ້ທໍາການຜະລິດເຄື່ອງມື ແລະ ພາຫະນະກົນຈັກການກະເສດທີ່ເໝາະສົມ ແລະ ທັນສະໄໝຢູ່ພາຍໃນປະເທດ ແລະ ໃນກໍລະນີທີ່ຈໍາເປັນກໍອະນຸຍາດ ໃຫ້ນໍາເຂົ້າຈາກຕ່າງປະເທດຕາມລະບຽບກົດໝາຍ ໃຫ້ພຽງພໍ ແລະ ທັນເວລາ. ນອກຈາກນີ້ ລັດສົ່ງເສີມໃຫ້ມີການຈັດຕັ້ງກອງກົນຈັກການກະເສດ ໃນເຂດຕ່າງໆເປັນຕົ້ນໃນເຂດຈຸດສຸມກະສິກໍາ. ຂ້າງເທິງ

ມາດຕາ 55. ຊົນລະປະທານ
   ເພື່ອໃຫ້ການຜະລິດກະສິກໍາ ສາມາດດໍາເນີນໄດ້ຫຼາຍລະດູການ ແລະ ມີປະສິດທິພາບ ລັດສົ່ງເສີມໃຫ້ມີການພັດທະນາ ຊົນລະປະທານດ້ວຍຫຼາຍລະດັບ, ຫຼາຍຂະໜາດຢ່າງກວ້າງຂວາງ ເປັນຕົ້ນການຂຸດສະ, ການສ້າງອ່າງເກັບນໍ້າ, ການຜະລິດ ແລະ ການນໍາເຂົ້າຈາກຕ່າງປະເທດ ຈັກສູບນໍ້າຢ່າງພຽງພໍ ຕາມລະບຽບກົດໝາຍ.
   ອໍານາດການປົກຄອງມີໜ້າທີ່ຊຸກຍູ້, ປຸກລະດົມການສ້າງຊົນລະປະທານ ດ້ວຍທຶນຂອງບຸກຄົນ, ລວມໝູ່, ລັດຮ່ວມທຶນກັບປະຊາຊົນ ຫຼື ລັດເປັນຜູ້ລົງທຶນເອງ. ຂ້າງເທິງ

ມາດຕາ 56. ວິຊາການ
   ໃນການຜະລິດກະສິກໍາຂອດວິຊາການ ແມ່ນມີລັກສະນະຕັດສິນ, ລັດມີໜ້າທີ່ກໍ່ສ້າງນັກວິຊາການ ດ້ານກະສິກໍາຫຼາຍລະດັບ ເພື່ອຕອບສະໜອງຄວາມຕ້ອງການທີ່ຈໍາເປັນ ເພື່ອຊຸກຍູ້, ຊີ້ນໍາຊາວກະສິກອນ ໂດຍເລີ່ມແຕ່ເວລາກະກຽມລົງມື ທໍາການຜະລິດຈົນຮອດເວລາເກັບກ່ຽວ, ຕະຫຼອດຮອດການເກັບຮັກສາ, ການປຸງແຕ່ງເບື້ອງຕົ້ນ ແລະ ການຫຸ້ມຫໍ່, ຂົນສົ່ງໄປສູ່ຕະຫຼາດ.
   ນອກຈາກນີ້ ລັດຍັງສົ່ງເສີມໃຫ້ພາກສ່ວນອື່ນກໍ່ສ້າງ ນັກວິຊາການດ້ານກະສິກໍາອີກດ້ວຍ. ຂ້າງເທິງ

ມາດຕາ 57. ຂໍ້ມູນຂ່າວສານທາງດ້ານກະສິກໍາ
   ລັດຕອບສະໜອງຂໍ້ມູນຂ່າວສານ, ສະຖິຕິກ່ຽວກັບການຜະລິດເຊັ່ນ: ເຕັກນິກການປູກຝັງ, ລ້ຽງສັດ ແລະ ການປະມົງ, ແນວພັນພືດ ແລະ ແນວພັນສັດ, ຄຸນນະພາບ ແລະ ມາດຕະຖານສາກົນ, ການເໜັງຕີງຂອງລາຄາໃນທ້ອງຕະຫຼາດ, ຂໍ້ມູນກ່ຽວກັບອຸຕຸນິຍົມ, ອຸທົກກະສາດ ແລະອື່ນໆ, ສ້າງລະບົບເກັບກໍາຂໍ້ມູນ, ຂ່າວສານ, ສະຖິຕິແຕ່ຂັ້ນບ້ານ, ຫົວໜ່ວຍຮາກຖານຂຶ້ນມາ ເພື່ອໃຫ້ມີຂໍ້ມູນຕົວຈິງ. ພ້ອມກັນນັ້ນລັດກໍຊຸກຍູ້ໃຫ້ພາກສ່ວນອື່ນ ປະກອບສ່ວນໃນການສະໜອງຂໍ້ມູນຂ່າວສານທາງດ້ານກະສິກໍາ. ຂ້າງເທິງ

ມາດຕາ 58. ສູນຄົ້ນຄວ້າ ແລະ ສະຖານີທົດລອງ
   ສູນຄົ້ນຄວ້າ ແລະ ສະຖານີທົດລອງມີບົດບາດໃນການຄົ້ນຄວ້າ, ນໍາໃຊ້ບົດຮຽນທີ່ດີຢູ່ພາຍໃນປະເທດ ແລະ ນໍາເອົາຜົນສໍາເລັດຂອງສາກົນ ທາງດ້ານກະສິກໍາເຂົ້າມານໍາໃຊ້ ພາຍໃນປະເທດເພື່ອເພີ່ມທະວີປະສິດທິຜົນ ຂອງຜົນຜະລິດກະສິກໍາ.
   ສູນຄົ້ນຄວ້າ ແລະ ສະຖານີທົດລອງມີໜ້າທີ່ໃນການຄົ້ນຄວ້າ ແລະ ທົດລອງແນວພັນພືດ ແລະ ແນວພັນສັດ, ຝຸ່ນ ແລະ ອາຫານສັດ, ຢາປາບສັດຕູພືດ ແລະ ຢາປົວສັດ, ເຕັກນິກການຜະລິດພາຫະນະກົນຈັກການກະເສດ ລວມທັງເຕັກນິກຂອງການປູກຝັງ ແລະ ລ້ຽງສັດ.
   ລັດສົ່ງເສີມການສ້າງ ແລະ ຂະຫຍາຍສູນຄົ້ນຄວ້າ ແລະ ສະຖານີທົດລອງໃນເຂດການຜະລິດຕ່າງໆ ທີ່ເຫັນວ່າເໝາະສົມ. ຂ້າງເທິງ

ມາດຕາ 59. ການຝຶກອົບຮົມຊາວກະສິກອນ
   ເພື່ອເຮັດໃຫ້ການຜະລິດກະສິກໍາ ມີປະສິດທິພາບ ແລະ ສາມາດເປັນສິນຄ້າໄດ້ ລັດເອົາໃຈໃສ່ຝຶກອົບຮົມຊາວກະສິກອນ ກ່ຽວກັບການປູກຝົງ, ລ້ຽງສັດ ແລະ ການປະມົງ ໃຫ້ຮູ້ຈັກນໍາໃຊ້ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີໃໝ່ ຢ່າງກວ້າງຂວາງໃນການຜະລິດກະສິກໍາ ດ້ວຍການຈັດການຝຶກອົບຮົມ, ທັດສະນະສຶກສາ ແລະ ສໍາມະນາຢູ່ພາຍໃນ ແລະ ຕ່າງປະເທດ, ຮຽນຮູ້ມາດຕະຖານສາກົນ ກ່ຽວກັບຜະລິດຕະຜົນກະສິກໍາ. ນອກຈາກນີ້ ກໍເອົາບົດຮຽນທີ່ດີຈາກຄອບຄົວຕົວແບບ ແລະ ຫົວໜ່ວຍການຜະລິດກະສິກໍາຢູ່ພາຍໃນ ມາເຜີຍແຜ່ຮໍ່າຮຽນ, ຜັນຂະຫຍາຍໃຫ້ກວ້າງຂວາງ ແລະ ທັນເວລາ.
   ລັດສົ່ງເສີມໃຫ້ພາກສ່ວນຕ່າງໆ ມີສ່ວນຮ່ວມໃນການຝຶກອົບຮົມ ຊາວກະສິກອນກ່ຽວກັບການຜະລິດກະສິກໍາ.

   ລັດຈະນໍາເອົາວິຊາກະສິກໍາພື້ນຖານເຂົ້າໃນຫຼັກສູດການສຶກສາ. ຂ້າງເທິງ

ມາດຕາ 60. ສາງ, ໂຮງອົບ, ຫ້ອງເຢັນ ແລະ ໂຮງງານປຸງແຕ່ງ
   ເພື່ອຮັກສາຜະລິດຕະຜົນກະສິກໍາ ໃຫ້ຢູ່ໃນສະພາບຄົງຕົວ ແລະ ເກັບຮັກສາໄວ້ໄດ້ຍາວນານ ລັດສົ່ງເສີມໃຫ້ປະຊາຊົນສ້າງສາງ, ໂຮງອົບ, ຫ້ອງເຢັນ ແລະ ໂຮງງານປຸງແຕ່ງຜົນຜະລິດກະສິກໍາ ເບື້ອງຕົ້ນຢ່າງກວ້າງຂວາງ ແລະ ຖືກຕ້ອງຕາມມາດຕະຖານເຕັກນິກ.
   ກະຊວງກະສິກໍາ ແລະ ປ່າໄມ້ມີໜ້າທີ່ແນະນໍາ, ຝຶກອົບຮົມທາງດ້ານວິຊາການ ກ່ຽວກັບລະບົບສາງ, ໂຮງອົບ, ຫ້ອງເຢັນ ແລະ ໂຮງງານປຸງແຕ່ງເບື້ອງຕົ້ນໃຫ້ປະຊາຊົນ. ຂ້າງເທິງ

ມາດຕາ 61. ທະນາຄານເມັດພືດ ແລະ ທະນາຄານສັດ
   ເພື່ອຮັບປະກັນໃຫ້ຊາວກະສິກອນ ມີທຶນຮອນທໍາການຜະລິດ ແລະ ໃຊ້ຈ່າຍໃນຄອບຄົວ ລັດຊຸກຍູ້, ສົ່ງເສີມໃຫ້ມີການສ້າງຕັ້ງ ທະນາຄານເມັດພືດ ແລະ ທະນາຄານສັດ ເພື່ອຕອບສະໜອງຄວາມຕ້ອງການຂອງຊາວກະສິກອນ ໃນເວລາຈໍາເປັນດ້ວຍການນໍາເອົາຜົນຜະລິດຂອງຕົນ ໄປເປັນຫຼັກຊັບຄໍ້າປະກັນ ເພື່ອກູ້ຢືມເງິນ ແລະ ຊາວກະສິກອນມີສິດນໍາເອົາຜະລິດຕະຜົນ ທີ່ນໍາໄປຄໍ້າປະກັນນັ້ນ ອອກຈໍາໜ່າຍໃນເວລາຜົນຜະລິດມີລາຄາສູງ.
   ນອກຈາກນີ້ ທະນາຄານເມັດພືດ ແລະ ທະນາຄານສັດ ຍັງມີຈຸດປະສົງໃຫ້ຊາວກະສິກອນສາມາດກູ້ຢືມເມັດພືດ ຫຼື ສັດໄປນໍາໃຊ້ໃນເວລາທີ່ຈໍາເປັນ. ຂ້າງເທິງ

ມາດຕາ 62. ການຕະຫຼາດ
   ການຈໍລະຈອນແຈກຢາຍສິນຄ້າ ມີຄວາມສໍາຄັນໃນການກະຕຸກຊຸກຍູ້ ການຜະລິດສິນຄ້າ ແລະ ການຜະລິດສໍາເປີດກວ້າງ ດັ່ງນັ້ນລັດຊຸກຍູ້ໃຫ້ພາກສ່ວນເສດຖະກິດຕ່າງໆ ຊອກຫາຕະຫຼາດພາຍໃນ ແລະ ຕ່າງປະເທດດ້ວຍການໂຄສະນາສິນຄ້າ, ການເປີດການວາງສະແດງສິນຄ້າກະສິກໍາ ແລະ ເປີດກວ້າງການພົວພັນກັບສາກົນ ກ່ຽວກັບການຊື້-ຂາຍ, ແລກປ່ຽນສິນຄ້າກະສິກໍາ. ນອກຈາກນີ້ ລັດຍັງຊຸກຍູ້ການຜະລິດກະສິກໍາຂອງປະຊາຊົນ ດ້ວຍການຜູກພັນສອງສົ້ນ ລວມທັງສົ່ງເສີມການສ້າງຕັ້ງສະຫະກອນ ແລະ ບໍລິສັດຂອງລັດ ເພື່ອຜູກພັນຊື້-ຂາຍຜົນຜະລິດກະສິກໍາ.
   ການນໍາຜົນຜະລິດກະສິກໍາເຂົ້າມາໃນປະເທດ ຫຼື ສົ່ງອອກປະເທດ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 63. ລາຄາ
   ລັດຮັບປະກັນລາຄາຕໍ່າສຸດ ສໍາລັບສິນຄ້າກະສິກໍາບາງຊະນິດທີ່ຈໍາເປັນ ແກ່ການດໍາລົງຊີວິດຂອງປະຊາຊົນ.
   ໃນກໍລະນີທີ່ຈໍາເປັນ ລັດຈະເກັບໄປຊື້ ຜະລິດຕະຜົນກະສິກໍາດັ່ງກ່າວ ເພື່ອຮັກສາລາຄາໃຫ້ໝັ້ນທ່ຽງ ເປັນຕົ້ນໃນລະດູການເກັບກ່ຽວ. ນອກຈາກນີ້ ລັດຕ້ອງຊອກທຸກວິທີທາງ ເພື່ອສະກັດກັ້ນການກົດໜ່ວງ ລາຄາສິນຄ້າກະສິກໍາ, ທັງໝົດເຫຼົ່ານີ້ ແນໃສ່ປົກປ້ອງຜົນປະໂຫຍດຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ. ຂ້າງເທິງ

ມາດຕາ 64. ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ
   ລັດເອົາໃຈໃສ່ປົກປ້ອງຜົນປະໂຫຍດຂອງຊາວກະສິກອນ ດ້ວຍການຊຸກຍູ້ການຂະຫຍາຍການຜະລິດ ແລະ ການຊົມໃຊ້ຜະລິດຕະຜົນກະສິກໍາພາຍໃນປະເທດ, ການຫຼຸດຜ່ອນ ແລະ ຈໍາກັດການນໍາເຂົ້າຜະລິດຕະຜົນກະສິກໍາ ຈາກຕ່າງປະເທດທີ່ບໍ່ຈໍາເປັນ ລວມທັງການນໍາໃຊ້ມາດຕະການສົ່ງເສີມຕ່າງໆ ທີ່ໄດ້ກໍານົດໄວ້ໃນພາກທີ IV ຂອງກົດໝາຍສະບັບນີ້. ຂ້າງເທິງ

ພາກທີ V
ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 65. ການປົກປັກຮັກສາສິ່ງແວດລ້ອມ
   ບຸກຄົນ ແລະ ການຈັດຕັ້ງທີ່ດໍາເນີນກິດຈະການກະສິກໍາປະເພດຕ່າງໆ ຈະຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ ສິ່ງແວດລ້ອມສັງຄົມ ແລະ ສິ່ງແວດລ້ອມທໍາມະຊາດເຊັ່ນ: ຄົນ, ສັດ, ດິນ, ນໍ້າ, ປ່າໄມ້, ອາກາດ. ຂ້າງເທິງ

ມາດຕາ 66. ການປົກປັກຮັກສາສິ່ງແວດລ້ອມໃນການປູກຝັງ
   ການບຸກເບີກ, ກຽມ ແລະ ນໍາໃຊ້ດິນ, ການກໍ່ສ້າງກິດຈະການຊົນລະປະທານ ແລະ ການນໍາໃຊ້ນໍ້າ, ການນໍາໃຊ້ຝຸ່ນ ແລະ ການເກັບຮັກສາຢາປາບສັດຕູພືດ ຕ້ອງຈໍາກັດຜົນກະທົບອັນບໍ່ດີຕໍ່ຄົນ, ສັດ, ດິນ, ນໍ້າ, ປ່າໄມ້ ແລະ ອາກາດ. ຂ້າງເທິງ

ມາດຕາ 67. ການປົກປັກຮັກສາສິ່ງແວດລ້ອມໃນການລ້ຽງສັດ
   ການລ້ຽງສັດຕ້ອງຈັດໃນສະຖານທີ່ ທີ່ເໝາະສົມ, ບໍ່ຄວນເຮັດຄອກສັດໃສ່ກ້ອງຕະລ່າງເຮືອນ ຫຼື ເຮັດຄອກສັດໃກ້ນໍ້າສ້າງ ຫຼື ໃກ້ຫ້ວຍ, ໜອງ, ຄອງ, ບຶງຂອງສາທາລະນະ. ການລ້ຽງສັດຕ້ອງເອົາໃຈໃສ່ອະນາໄມຄອກສັດຢ່າງເປັນປະຈໍາ ເພື່ອຫຼີກເວັ້ນຈາກມົນພາວະທີ່ເປັນອັນຕະລາຍຕໍ່ ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ. ບໍ່ໃຫ້ລ້ຽງສັດຕາມແຄມທາງຫຼວງແຫ່ງຊາດ, ການລ້ຽງສັດຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງຮັກສາ ເພື່ອບໍ່ໃຫ້ທໍາລາຍຜົນລະປູກຂອງຜູ້ອື່ນ ຫຼື ບໍ່ໃຫ້ເກີດອຸປະຕິເຫດບົນທ້ອງຖະໜົນ. ຂ້າງເທິງ

ມາດຕາ 68. ການປົກປັກຮັກສາສິ່ງແວດລ້ອມໃນການປະມົງ
   ການປະມົງຕ້ອງຮັບປະກັນ ການປົກປັກຮັກສາ ແລະ ຂະຫຍາຍແນວພັນປາ ແລະ ສັດນໍ້າອື່ນໆ,ບໍ່ໃຫ້ນໍາໃຊ້ອຸປະກອນ ຫຼື ວິທີການທີ່ມີລັກສະນະທໍາລາຍ, ດັບສູນພັນປາ ແລະ ສັດນໍ້າອື່ນໆເຊັ່ນ: ຢາເບື່ອ, ລະເບີດ, ໄຟຟ້າ, ແຫຖີ່, ມອງຖີ່, ໜ້າກາກ ລວມທັງການນໍາໃຊ້ຕ້ອນ, ລີ່, ໂຕ່ງຕາມຫ້ວຍຮ່ອງເພື່ອຮິບໂຮມເອົາປານ້ອຍ, ປາໃຫຍ່ ເປັນຕົ້ນແມ່ນລະດູແຜ່ພັນ.
   ການລ້ຽງປາ ແລະ ສັດນໍ້າອື່ນໆຕ້ອງຮັກສາບໍ່ໃຫ້ນໍ້າເນົ່າເໝັນ ຊຶ່ງຈະເປັນອັນຕະລາຍຕໍ່ສິ່ງແວດລ້ອມ. ຂ້າງເທິງ

ພາກທີ VI
ການຄຸ້ມຄອງ ແລະ ກວດກາກິດຈະການກະສິກໍາ

ໝວດທີ 1
ການຄຸ້ມຄອງກິດຈະການກະສິກໍາ

ມາດຕາ 69. ອົງການຄຸ້ມຄອງກິດຈະການກະສິກໍາປະກອບມີ:

  • ກະຊວງກະສິກໍາ ແລະ ປ່າໄມ້;
  • ພະແນກກະສິກໍາແລະ ປ່າໄມ້ແຂວງ, ກໍາແພງນະຄອນ ແລະ ເຂດພິເສດ;
  • ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ;
  • ອໍານາດການປົກຄອງບ້ານ.

   ໃນກໍລະນີທີ່ຈໍາເປັນ ກໍອາດຈະຈັດຕັ້ງຄະນະກໍາມະການສະເພາະຂຶ້ນຕື່ມອີກ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງກິດຈະການກະສິກໍາ. ຂ້າງເທິງ

ມາດຕາ 70. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
   ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບການຄຸ້ມຄອງກິດຈະການກະສິກໍາ ມີດັ່ງຕໍ່ໄປນີ້:

  • ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຜັນຂະຫຍາຍຍຸດທະສາດ ກ່ຽວກັບການຜະລິດກະສິກໍາໃຫ້ກາຍເປັນແຜນການ, ໂຄງການລະອຽດ ແລະ ລະບຽບການ ເພື່ອຄຸ້ມຄອງ ແລະ ກວດກາກິດຈະການກະສິກໍາ;
  • ສ້າງຮ່າງແຜນແມ່ບົດ, ແຜນໄລຍະຍາວ, ໄລຍະກາງ, ໄລຍະສັ້ນ ແລະ ບັນດາໂຄງການກ່ຽວກັບການພັດທະນາ ການຜະລິດກະສິກໍາ;
  • ວາງຂໍ້ກໍານົດ, ກົດລະບຽບ ກ່ຽວກັບການຜະລິດ, ການຮັກສາສິ່ງແວດລ້ອມ ແລະ ການພັດທະນາກິດຈະການກະສິກໍາ ໃນຂອບເຂດທົ່ວປະເທດ;
  • ຄົ້ນຄວ້າ ແລະ ມີຄໍາເຫັນກ່ຽວກັບຄໍາຮ້ອງຂໍດໍາເນີນທຸລະກິດກະສິກໍາຂະໜາດໃຫຍ່ ຫຼື ມີຄວາມສໍາຄັນ;
  • ຄົ້ນຄວ້າວິທະຍາສາດ ເຕັກນິກດ້ານກະສິກໍາ, ສ້າງຕາໜ່າງສູນຄົ້ນຄວ້າ ແລະ ສະຖານີທົດລອງ ແລະ ໜ່ວຍສົ່ງເສີມກະສິກໍາ ໃນທົ່ວປະເທດ, ສະໜອງຂໍ້ມູນຂ່າວສານສະຖິຕິທາງດ້ານກະສິກໍາ, ອຸຕຸນິຍົມ ແລະ ອຸທົກກະສາດ;
  • ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສໍາຫຼວດທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ ແລະ ເຂດຈຸດສຸມກະສິກໍາ;
  • ກວດກາກິດຈະການກະສິກໍາ ໃນການປະຕິບັດລະບຽບກົດໝາຍ, ມາດຕະຖານເຕັກນິກຕ່າງໆ ເພື່ອໃຫ້ການຜະລິດມີປະສິດທິຜົນ;
  • ກໍ່ສ້າງ, ບໍາລຸງ ແລະ ຍົກລະດັບນັກວິຊາການຊັ້ນກາງ ແລະ ຊັ້ນສູງ ໂດຍປະສານສົມທົບກັບມະຫາວິທະຍາໄລແຫ່ງຊາດ ລວມທັງຊີ້ນໍາການກໍ່ສ້າງ ແລະ ຍົກລະດັບໃຫ້ນັກວິຊາການຊັ້ນຕົ້ນ ແລະ ຊາວກະສິກອນທົ່ວໄປ;
  • ຮ່ວມມືກັບຕ່າງປະເທດທາງດ້ານການພັດທະນາກະສິກໍາ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບການຄຸ້ມຄອງກິດຈະການກະສິກໍາ ໃນຂອບເຂດທີ່ຕົນຮັບຜິດຊອບ. ຂ້າງເທິງ

ມາດຕາ 71. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກໍາແພງນະຄອນ ແລະ ເຂດພິເສດ
   ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ກ່ຽວກັບການຄຸ້ມຄອງກິດຈະການກະສິກໍາມີດັ່ງຕໍ່ໄປນີ້:

  • ເປັນເສນາທິການໂດຍກົງໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອໍານາດການປົກຄອງແຂວງ, ກໍາແພງນະຄອນ ແລະ ເຂດພິເສດກ່ຽວກັບວຽກງານກະສິກໍາ;
  • ຜັນຂະຫຍາຍແຜນແມ່ບົດ, ແຜນໄລຍະຍາວ, ໄລຍະກາງ ແລະ ໄລຍະສັ້ນ ໃຫ້ເປັນໂຄງການອັນລະອຽດ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ;
  • ກໍ່ສ້າງ, ບໍາລຸງ ຍົກລະດັບນັກວິຊາການກະສິກໍາຊັ້ນຕົ້ນ ໃຫ້ເມືອງ ແລະ ຊາວກະສິກອນພາຍໃນແຂວງ;
  • ຄົ້ນຄວ້າ ແລະ ມີຄໍາເຫັນກ່ຽວກັບຄໍາຮ້ອງຂໍດໍາເນີນທຸລະກິດກະສິກໍາ ໃນຂອບເຂດທີ່ຕົນຮັບຜິດຊອບ;
  • ສໍາຫຼວດທ່າແຮງ ທາງດ້ານຊັບພະຍາກອນທໍາມະຊາດ ແລະ ຈຸດສຸມກະສິກໍາ ລວມທັງການຈັດສັນທີ່ດິນກະສິກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບການຄຸ້ມຄອງກິດຈະການກະສິກໍາ ໃນຂອບເຂດທີ່ຕົນຮັບຜິດຊອບ. ຂ້າງເທິງ

ມາດຕາ 72. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ
   ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກໍາ ມີດັ່ງຕໍ່ໄປນີ້:

  • ເປັນເສນາທິການໂດຍກົງ ໃຫ້ພະແນກກະສິກໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ແລະ ອໍານາດການປົກຄອງເມືອງ ໃນການຈັດຕັ້ງປະຕິບັດແຜນການ, ຂໍ້ກໍານົດ, ກົດລະບຽບ ແລະ ຄໍາແນະນໍາ ຂອງພະແນກກະສິກໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດກ່ຽວກັບການຜະລິດກະສິກໍາ;
  • ຈັດຕັ້ງປະຕິບັດຕົວຈິງແຜນການໄລຍະຍາວ, ໄລຍະກາງ, ໄລຍະສັ້ນ ແລະ ໂຄງການຕ່າງໆ ກ່ຽວກັບການພັດທະນາກະສິກໍາຢູ່ໃນແຕ່ລະບ້ານ;
  • ສໍາຫຼວດທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ ແລະ ຈຸດສຸມກະສິກໍາ ລວມທັງການຈັດສັນທີ່ດິນກະສິກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  • ຝຶກອົບຮົມ ແລະ ແນະນໍາເຕັກນິກກະເສດສຸມໃນການປູກຝັງ, ການລ້ຽງສັດ ແລະ ການປະມົງໃຫ້ແກ່ປະຊາຊົນ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກໍາ. ຂ້າງເທິງ

ມາດຕາ 73. ສິດ ແລະ ໜ້າທີ່ຂອງອໍານາດການປົກຄອງບ້ານ
   ສິດ ແລະ ໜ້າທີ່ຂອງອໍານາດການປົກຄອງບ້ານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກໍາ ມີດັ່ງຕໍ່ໄປນີ້:

  • ຈັດຕັ້ງປະຕິບັດຕົວຈິງແຜນການ, ກິດຈະການ, ຂໍ້ກໍານົດ, ກົດລະບຽບ, ຄໍາແນະນໍາຂອງຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະ ອໍານາດການປົກຄອງເມືອງ ກ່ຽວກັບການຜະລິດກະສິກໍາ;
  • ປຸກລະດົມ, ຊຸກຍູ້ຄອບຄົວຊາວກະສິກອນ ໃຫ້ດໍາເນີນການຜະລິດສະບຽງອາຫານໃຫ້ກຸ້ມກິນ, ມີສ່ວນແຮໄວ້ ແລະ ເປັນສິນຄ້າດ້ວຍວິທີການເຮັດກະເສດສຸມ, ເປັນຕົ້ນເຜີຍແຜ່ການນໍາໃຊ້ເຕັກນິກການຜະລິດແບບໃໝ່ທີ່ທັນສະໄໝ ແລະ ນໍາພາປະຊາຊົນເຮັດຕົວຈິງ ໃຫ້ໄດ້ຮັບໝາກຜົນດີ;
  • ຈັດສັນສະຖານທີ່ການປູກຝັງ ແລະ ລ້ຽງສັດຂອງແຕ່ລະຄອບຄົວພາຍໃນບ້ານ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກໍາທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ອໍານາດການປົກຄອງເມືອງມອບໝາຍໃຫ້. ຂ້າງເທິງ

ໝວດທີ 2
ການກວດກາກິດຈະການກະສິກໍາ

ມາດຕາ 74. ການກວດກາກິດຈະການກະສິກໍາ
   ການກວດກາກິດຈະການກະສິກໍາ ແມ່ນການກວດເບິ່ງ  ການເຄື່ອນໄຫວການຜະລິດກະສິກໍາ ເພື່ອໃຫ້ດໍາເນີນໄປຢ່າງຖືກຕ້ອງຕາມເປົ້າໝາຍ, ຕາມກົດໝາຍວ່າດ້ວຍກະສິກໍາ, ລະບຽບ ແລະ ກົດໝາຍອື່ນໆ ແນໃສ່ຮັບປະກັນໃຫ້ການຜະລິດກະສິກໍາ ມີປະສິດທິຜົນ ທັງຮັບປະກັນຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ໄດ້ຢ່າງດີອີກດ້ວຍ. ຂ້າງເທິງ

ມາດຕາ 75. ອົງການກວດກາກິດຈະການກະສິກໍາ
   ໃນຂະແໜງກະສິກໍາ ແລະ ປ່າໄມ້ ຄຽງຄູ່ກັບອົງການຄຸ້ມຄອງກິດຈະການກະສິກໍານັ້ນ ຍັງມີອົງການກວດກາກິດຈະການກະສິກໍາອີກດ້ວຍ.
   ໃນກໍລະນີທີ່ຈໍາເປັນ ກໍອາດຈະຈັດຕັ້ງຄະນະກໍາມະການສະເພາະຂຶ້ນ ຊຶ່ງປະກອບດ້ວຍຫຼາຍພາກສ່ວນ ເພື່ອກວດກາໂຄງການ ແລະ ກິດຈະການກະສິກໍາໃນບາງບໍລິເວນ ທີ່ລະເມີດແນວທາງນະໂຍບາຍ ແລະ ລະບຽບກົດໝາຍ. ຂ້າງເທິງ

ມາດຕາ 76. ເນື້ອໃນການກວດກາ
   ການກວດກາກິດຈະການກະສິກໍາ ມີເນື້ອໃນຕົ້ນຕໍດັ່ງນີ້:

  • ການປະຕິບັດຕາມແຜນການທີ່ວາງອອກ;
  • ການປະຕິບັດເປົ້າໝາຍການຜະລິດ;
  • ປະສິດທິຜົນຂອງການຜະລິດ;
  • ການປະຕິບັດລະບຽບກົດໝາຍກ່ຽວກັບການຜະລິດ;
  • ການປະຕິບັດພັນທະກ່ຽວກັບການຜະລິດ;
  • ການປະຕິບັດມາດຕະການຄວາມປອດໄພໃນການຜະລິດ;
  • ການປົກປັກຮັກສາສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 77. ວິທີການກວດກາ
   ການກວດກາກິດຈະການກະສິກໍາ ອາດຈະດໍາເນີນດ້ວຍວິທີກວດກາ ຕາມລະບົບປົກກະຕິ, ກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ຫຼື ກວດກາແບບກະທັນຫັນແລ້ວແຕ່ກໍລະນີ.
   ສໍາລັບການກວດກາທາງດ້ານເຕັກນິກ ແລະ ວິຊາສະເພາະນັ້ນ ກະຊວງກະສິກໍາ ແລະ ປ່າໄມ້ ອາດຈະຈັດຕັ້ງຄະນະກໍາມະການກວດກາເຕັກນິກ ແລະ ວິຊາສະເພາະຂຶ້ນ ຊຶ່ງປະກອບດ້ວຍພະນັກງານວິຊາການດ້ານເຕັກນິກ ແລະ ວິຊາສະເພາະທີ່ກ່ຽວຂ້ອງ ຊຶ່ງລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ເປັນຜູ້ແຕ່ງຕັ້ງ.
   ໃນການກວດກາກິດຈະການກະສິກໍາ ຕ້ອງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ, ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ແລະ ອໍານາດການປົກຄອງທ້ອງຖິ່ນ. ຂ້າງເທິງ

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 78. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການສຶກສາຄົ້ນຄວ້າວິທະຍາສາດເຕັກນິກ ເຂົ້າຮັບໃຊ້ການຜະລິດກະສິກໍາ, ໃນການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາການຜະລິດກະສິກໍາ ຢ່າງມີປະສິດທິຜົນ ທັງເປັນຕົວແບບໃຫ້ແກ່ບ້ານ, ເມືອງ, ແຂວງ ຫຼື ທົ່ວປະເທດ, ປົກປັກຮັກສາສິ່ງແວດລ້ອມ ແລະ ດໍາເນີນກິດຈະການກະສິກໍາຖືກຕ້ອງ ຕາມລະບຽບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍສິນເຊື່ອ, ຫຼຸດຜ່ອນ ຫຼື ຍົກເວັ້ນພາສີ, ອາກອນ ແລະ ນະໂຍບາຍອື່ນໆ ຊຶ່ງລັດຖະບານເປັນຜູ້ກໍານົດລະອຽດ. ຂ້າງເທິງ

ມາດຕາ 79. ມາດຕະການຕໍ່ຜູ້ລະເມີດ
   ຜູ້ລະເມີດກົດໝາຍສະບັບນີ້ ຈະຖືກປະຕິບັດມາດຕະການ ດ້ວຍການສຶກສາອົບຮົມ, ການປັບໃໝ ຫຼື ດ້ວຍການລົງໂທດຕາມກົດໝາຍ. ຂ້າງເທິງ

ມາດຕາ 80. ມາດຕະການສຶກສາອົບຮົມ
   ບຸກຄົນ ຫຼື ການຈັດຕັ້ງ ຫາກໄດ້ລະເມີດກົດໝາຍສະບັບນີ້ ໃນສະຖານເບົາເຊັ່ນ: ບໍ່ລາຍງານຜົນການດໍາເນີນກິດຈະການກະສິກໍາຕາມສັນຍາ, ບໍ່ລາຍງານການແຜ່ລະບາດພະຍຸສັດ, ປະຕິບັດງານບໍ່ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ການລະເມີດໃນສະຖານເບົາອື່ນໆ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ. ຂ້າງເທິງ

ມາດຕາ 81. ມາດຕະການປັບໃໝ
   ບຸກຄົນ ຫຼື ການຈັດຕັ້ງ ຫາກໄດ້ລະເມີດກົດໝາຍສະບັບນີ້ ຈະຖືກປັບໃໝທົບເທົ່າ ຕາມມູນຄ່າຂອງຄວາມເສັຍຫາຍຕົວຈິງ ດ້ວຍການກະທໍາຜິດໃດໜຶ່ງດັ່ງຕໍໄປນີ້:

  • ດໍາເນີນທຸລະກິດກະສິກໍາ ໂດຍບໍ່ມີໃບອະນຸຍາດ ສໍາລັບທຸລະກິດທີ່ຕ້ອງໄດ້ຂໍອະນຸຍາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 8 ຂອງກົດໝາຍວ່າດ້ວຍທຸລະກິດ ຫຼື ບໍ່ຕໍ່ໃບອະນຸຍາດທີ່ໝົດອາຍຸ;
  • ລາຍງານບໍ່ຖືກຕ້ອງຕາມຄວາມຈິງ;
  • ບໍ່ປະຕິບັດຕາມມາດຕະການຄວາມປອດໄພ ທາງດ້ານວິຊາການ ແລະ ກໍ່ຄວາມເສັຍຫາຍໃຫ້ຜູ້ອື່ນ;
  • ບໍ່ນໍາໃຊ້ມາດຕະການ ສະກັດກັ້ນຜົນກະທົບຕໍ່ສິ່ງແວດລ້ອມ;
  • ສ້າງຄວາມເສັຍຫາຍໃຫ້ແກ່ການຜະລິດ ທີ່ເກີດມາຈາກຄວາມຜິດພາດຂອງຕົນເຊັ່ນ: ເຮັດໃຫ້ດິນກະສິກໍາເສື່ອມຄຸນນະພາບ, ບໍ່ສະກັດກັ້ນການແຜ່ຂະຫຍາຍພະຍາດພືດ ຫຼື ພະຍາດສັດ, ສ້າງຄວາມເສັຍຫາຍໃຫ້ແກ່ການຜະລິດຂອງຜູ້ອື່ນ, ລະບົບນໍ້າຊົນລະປະທານ, ຫ້ວຍ, ຮ່ອງ, ຄອງ, ບຶງ ແລະອື່ນໆ;
  • ບໍ່ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ ຄຸ້ມຄອງ ແລະ ກວດກາກິດຈະການກະສິກໍາ ຫຼື ບໍ່ປະຕິບັດຕາມສັນຍາເຮັດການຜະລິດກະສິກໍາ. ຂ້າງເທິງ

ມາດຕາ 82. ມາດຕະການທາງອາຍາ
   ບຸກຄົນຜູ້ໃດຫາກລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາເຊັ່ນ: ການປອມແປງໃບອະນຸຍາດດໍາເນີນກິດຈະການກະສິກໍາ, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ບໍ່ປະຕິບັດຕາມມາດຕະການຄວາມປອດໄພ ຊຶ່ງພາໃຫ້ມີຄົນເສັຍຊີວິດ, ເສັຍສຸຂະພາບ ຫຼື ພາໃຫ້ເກີດມີຄວາມເສັຍຫາຍ ຕໍ່ຊັບສິນຂອງລັດ, ຂອງລວມໝູ່ ຫຼື ຂອງປະຊາຊົນກໍຈະຖືກລົງໂທດຕາມກົດໝາຍອາຍາ. ຂ້າງເທິງ

ມາດຕາ 83. ມາດຕະການໂທດເພີ່ມ
   ນອກຈາກໂທດເພີ່ມທີ່ໄດ້ກໍານົດໄວ້ໃນມາດຕາ 81 ແລະ 82 ເທິງນີ້ແລ້ວ ຜູ້ລະເມີດທີ່ໄດ້ກໍ່ຄວາມເສັຍຫາຍຢ່າງຮ້າຍແຮງຕໍ່ຊັບສິນຂອງລັດ, ສິ່ງແວດລ້ອມສັງຄົມ ຫຼື ທໍາມະຊາດ ຈະຖືກປະຕິບັດມາດຕະການໂທດເພີ່ມອີກເຊັ່ນ: ໂຈະກິດຈະການກະສິກໍາ, ຖອນໃບອະນຸຍາດ, ຮິບພາຫະນະທີ່ນໍາໃຊ້ເຂົ້າໃນການກະທໍາຜິດນັ້ນ. ຂ້າງເທິງ

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 84. ການຈັດຕັ້ງປະຕິບັດ
   ມອບໃຫ້ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 85. ຜົນສັກສິດ
   ກົດໝາຍສະບັບນີ້ມີຜົນສັກສິດ ນັບແຕ່ມື້ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.

   ບັນດາຂໍ້ກໍານົດ ແລະ ບົດບັນຍັດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ວຽງຈັນ, ວັນທີ 10 ຕຸລາ 1998
ປະທານສະພາແຫ່ງຊາດ

ສະໝານ ວິຍະເກດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.