ໃນໜ້ານີ້ຈະນໍາພາທ່ານເຂົ້າຫາ ບັນດາສັນຍາ, ບົດບັນທຶກ, ແລະ ລະບຽບການ ແລະ ເອກະສານອື່ນໆ ທີ່ຕິດພັນກັບວຽກງານການຄ້າຊາຍແດນ ລະຫວ່າງ ສປປ ລາວ ກັບ ບັນດາປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັນ.

ລາວ -ຫວຽດນາມ

+ ສັນຍາ:

ສັນຍາວ່າດ້ວຍ ການຄ້າຊາຍແດນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ສະບັບລົງວັນທີ 27 ມິຖຸນາ 2015, ທີ່ ແຂວງເຫງະອານ, ສສ ຫວຽດນາມ.

ຈ້ງການ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1824/ອຄ.ກຂອ, ລົງວັນທີ 17 ສິງຫາ 2017 ກ່ຽວກັບ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດຕາມສັນຍາການຄ້າຊາຍແດນ ລາວ-ຫວຽດນາມ.

ອະນຸສັນຍາ ວ່າດ້ວຍ ການປະຕິບັດເພື່ອອໍານວຍຄວາມສະດວກໃຫ້ແກ່ຍານພາຫະນະຂົນສົ່ງທາງບົກທີ່ຜ່ານແດນ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ນະຄອນຫຼວງຮ່າໂນຍ, ວັນທີ 15 ກັນຍາ 2010.

ສັນຍາ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ຍານພາຫະນະຂົນສົ່ງທາງບົກທີ່ຜ່ານແດນ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ນະຄອນຫຼວງຮ່າໂນຍ, ວັນທີ 23 ເມສາ 2009.

+ ບົດບັນທຶກ:

ບົດບັນທຶກ ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ IX ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ.

ບົດບັນທຶກ ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ VIII ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ.

ບົດບັນທຶກ ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ VII ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ.

+ ຂໍ້ຕົກລົງ:

ຂໍ້ຕົກລົງຮ່າໂນ້ຍ 2007 ຫຼື ຂໍ້ຕົກລົງລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ກ່ຽວກັບ ການສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ຄົນ, ພາຫະນະ, ສິນຄ້າຜ່ານຊາຍແດນ ແນໃສ່ ຊຸກຍູ້ສົ່ງເສີມ ຂະຫຍາຍການຮ່ວມມືດ້ານການລົງທຶນ, ການຄ້າ ລະຫວ່າງສອງປະເທດໃຫ້ແຂງແຮງຂຶ້ນເລື້ອຍໆ, ລົງນາມຄັ້ງວັນທີ 14 ກັນຍາ 2007, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

+ ອື່ນໆ:

ແຈ້ງການ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2190/ອຄ.ກຂອ, ລົງວັນທີ 28 ພະຈິກ 2014 ວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍໝາກຜົນ ຂອງ ກອງປະຊຸມການພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ IX

ບົດສະຫລຸບ / ບົດລາຍງານ ຂອງ ບັນດາ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ( 11 ແຂວງ: ຜົ້ງສາລີ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ກ່ຽວກັບ ວຽກງານການຄ້າຊາຍແດນ ລາວ-ຫວຽດນາມ.

ລາວ -ຈີນ

 

+ ສັນຍາ :

ສັນຍາວ່າດ້ວຍ ການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າເຂດຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ສະບັບລົງວັນທີ 28 ພະຈິກ 2016 

ສັນຍາ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທີ່ປັກກິ່ງ, ວັນທີ 23 ສິງຫາ 2011.

+ ບົດບັນທຶກ :

ບົດບັນທຶກກອງປະຊຸມ ຄັ້ງທີ VI ຂອງ ຄະນະກໍາມາທິການຮ່ວມມື ດ້ານເສດຖະກິດ, ການຄ້າ  ແລະ ເຕັກນິກ ລາວ-ຈີນ ແລະ ຈີນ-ລາວ.

ບົດບັນທຶກ ກອງປະຊຸມວິສາມັນພາກເໜືອລາວ ກັບ ແຂວງຢຸນນານ ແລະ ກອງປະຊຸມ ຄັ້ງທີ VI ຂອງຄະນະປະສານງານຮ່ວມມືພາກເໜືອ ສປປ ລາວ ກັບ ແຂວງຢຸນນານ ສປປຈີນ.

ບົດບັນທຶກກອງປະຊຸມຄັ້ງທີ V ຂອງຄະນະປະສານງານຮ່ວມມືພາກເໜືອ ສປປ ລາວ ກັບ ແຂວງຢຸນນານ ສປ ຈີນ, ຄັ້ງວັນທີ 12-13 ກັນຍາ 2011, ທີ່ແຂວງຫຼວງນໍ້າທາ ສປປ ລາວ.

 

ລາວ -ໄທ

ບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 19 ໃນວັນທີ 22-24 ມັງກອນ 2015 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ບົດບັນທຶກຜົນກອງປະຊຸມແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງ ຣາຊະອານາຈັກໄທ ຄັ້ງທີ 6 ໃນວັນທີ 04-05 ກຸມພາ 2015 ທີ່ບາງກອກ, ປະເທດໄທ. 

ບົດບັນທຶກ ກອງປະຊຸມແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງພານິດ ຣາຊະອານາຈັກໄທ ຄັ້ງທີ 5 ລະຫວ່າງ ວັນທີ 08-09 ສິງຫາ 2013 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.

ບົດບັນທຶກ ກອງປະຊຸມແຜນການຮ່ວມມື ລະຫວ່າງ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ສໍານັກງານພານິດຈັງຫວັດຊາຍແດນ ລາວ-ໄທ ຄັ້ງທີ 6.

ອະນຸສັນຍາກໍານົດລາຍລະອຽດການຂົນສົ່ງທາງບົກ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ, ລົງນາມເຊັນທີ ບາງກອກ, ວັນທີ 17 ສິງຫາ 2001.

ສັນຍາວ່າດ້ວຍການຂົນສົ່ງທາງບົກ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ, ລົງນາມເຊັນທີ ບາງກອກ, ວັນທີ 5 ມີນາ 1999.

ລາວ -ກໍາປູເຈຍ ສັນຍາການຄ້າ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງລາຊະອານາຈັກກໍາປູເຈຍ ທີ່ໄດ້ລົງນາມກັນທີ່ນະຄອນຫຼວງວຽງຈັນ, ວັນທີ 25 ພຶດສະພາ 1998.
ລາວ -ມຽນມ້າ  

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.